ໃຫ້ພຣະວິນຍານຊົງນຳ
ໂດຍທາງການມອບໝາຍແຫ່ງສະຫວັນ, ພຣະວິນຍານບໍລິສຸດດົນໃຈ, ເປັນພະຍານ, ເປັນຄູສອນ, ແລະ ກະຕຸ້ນເຮົາ ໃຫ້ເດີນໄປໃນຄວາມສະຫວ່າງຂອງພຣະຜູ້ເປັນເຈົ້າ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ເຊັ່ນດຽວກັບທ່ານ, ຂ້າພະເຈົ້າກໍຮັບຮູ້ວ່າ ເຮົາເຫັນການເລັ່ງວຽກງານຂອງພຣະຜູ້ເປັນເຈົ້າ ໂດຍທາງປະທານທອມມັສ ແອັສ ມອນສັນ ແລະ ຂ່າວສານຂອງເພິ່ນ ມື້ເຊົ້ານີ້. ປະທານມອນສັນ, ເຮົາຮັກທ່ານ, ສະໜັບສະໜູນທ່ານ, ແລະ ອະທິຖານເພື່ອທ່ານສະເໝີ, “ສາດສະດາທີ່ຮັກແພງຂອງເຮົາ.”1
ເຮົາຮູ້ສຶກເຖິງພຣະວິນຍານຫລາຍແທ້ໆ ໃນທ້າຍອາທິດນີ້. ບໍ່ວ່າທ່ານຈະຢູ່ໃນສູນກາງໃຫຍ່ນີ້ ຫລື ຮັບຊົມຮັບຟັງຢູ່ບ້ານເຮືອນຂອງທ່ານ ຫລື ເຕົ້າໂຮມກັນຢູ່ຕຶກໂບດ ໃນບ່ອນຫ່າງໄກຂອງໂລກ ກໍຕາມ, ທ່ານກໍມີໂອກາດທີ່ຈະຮູ້ສຶກເຖິງພຣະວິນຍານຂອງພຣະເຈົ້າ. ພຣະວິນຍານນັ້ນຢືນຢັນຕໍ່ໃຈຂອງທ່ານ ແລະ ເຕືອນທ່ານເຖິງຄວາມຈິງ ທີ່ຖືກສິດສອນຢູ່ໃນກອງປະຊຸມນີ້.
ໃຫ້ເຮົາມາໄຕ່ຕອງກ່ຽວກັບເນື້ອເພງນີ້:
ໃຫ້ພຣະວິນຍານຊົງນຳ;
ສອນທຸກຢ່າງສິ່ງໃດຖືກຜິດ.
ພຣະອົງເປັນພະຍານເຖິງພຣະຄຣິດ,
ໃຫ້ດວງຈິດເຮົາເຫັນສະຫວັນ.2
ຈາກການເປີດເຜີຍຂອງຍຸກສຸດທ້າຍ ເຮົາຮູ້ວ່າ ຝ່າຍພຣະເຈົ້າປະກອບດ້ວຍສາມພຣະອົງທີ່ແຕກຕ່າງກັນ: ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ; ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ; ແລະ ພຣະວິນຍານບໍລິສຸດ. ເຮົາຮູ້ວ່າ ພຣະບິດາມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ ທີ່ສຳພັດໄດ້ດັ່ງຂອງມະນຸດ; ພຣະບຸດກໍຄືກັນ; ແຕ່ພຣະວິນຍານບໍລິສຸດບໍ່ມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກ, ແຕ່ເປັນພຣະກາຍທີ່ເປັນພຣະວິນຍານ. ຖ້າຫາກບໍ່ເປັນເຊັ່ນນັ້ນ, ພຣະວິນຍານບໍລິສຸດຈະສະຖິດຢູ່ໃນເຮົາບໍ່ໄດ້.3
ຂ່າວສານຂອງຂ້າພະເຈົ້າໃນມື້ນີ້ ແມ່ນເຈາະຈົງໃສ່ຄວາມສຳຄັນຂອງພຣະວິນຍານບໍລິສຸດ ໃນຊີວິດຂອງເຮົາ. ພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ ຮູ້ວ່າ ຢູ່ໃນຊ່ວງມະຕະນີ້ ເຮົາຈະປະເຊີນກັບການທ້າທາຍ, ຄວາມທຸກຍາກລຳບາກ, ແລະ ຄວາມສັບສົນ; ພຣະອົງຮູ້ວ່າ ເຮົາຈະດີ້ນລົນກັບຄຳຖາມ, ຄວາມຜິດຫວັງ, ການລໍ້ລວງ, ແລະ ຄວາມອ່ອນແອ. ເພື່ອໃຫ້ເຮົາມີກຳລັງທາງຮ່າງກາຍ ແລະ ໄດ້ຮັບການຊົງນຳຈາກສະຫວັນ, ພຣະອົງຈຶ່ງໄດ້ປະທານພຣະວິນຍານສັກສິດໃຫ້ເຮົາ, ພຣະນາມໜຶ່ງອີກເອີ້ນວ່າ ພຣະວິນຍານບໍລິສຸດ.
ພຣະວິນຍານບໍລິສຸດຜູກມັດເຮົາໄວ້ກັບພຣະຜູ້ເປັນເຈົ້າ. ໂດຍທາງການມອບໝາຍແຫ່ງສະຫວັນ, ພຣະອົງດົນໃຈ, ເປັນພະຍານ, ເປັນຄູສອນ, ແລະ ກະຕຸ້ນເຮົາ ໃຫ້ເດີນໄປໃນຄວາມສະຫວ່າງຂອງພຣະຜູ້ເປັນເຈົ້າ. ເຮົາມີໜ້າທີ່ຮັບຜິດຊອບທີ່ສັກສິດ ເພື່ອຮຽນຮູ້ທີ່ຈະຮູ້ຈັກອິດທິພົນຂອງພຣະອົງ ໃນຊີວິດຂອງເຮົາ ແລະ ເຮັດຕາມ.
ທ່ານຈື່ຈຳຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດໄດ້ບໍວ່າ ພຣະອົງຈະປະທານວິນຍານສ່ວນໜຶ່ງໃຫ້ແກ່ເຮົາ ຊຶ່ງຈະໃຫ້ຄວາມສະຫວ່າງແກ່ຄວາມຄິດຂອງເຮົາ, ຊຶ່ງຈະເຮັດໃຫ້ຈິດວິນຍານຂອງເຮົາເຕັມໄປດ້ວຍຄວາມສຸກ.4 ຂ້າພະເຈົ້າມັກຄຳຮັບຮອງນີ້. ຄວາມສຸກທີ່ເຕັມຢູ່ໃນຈິດວິນຍານຂອງເຮົາ ໄດ້ນຳມຸມມອງນິລັນດອນມາກັບມັນ ຊຶ່ງແຕກຕ່າງກັບການດຳລົງຊີວິດໃນແຕ່ລະວັນ. ຄວາມສຸກນັ້ນໄດ້ມາເຖິງ ເປັນສັນຕິສຸກໃນທ່າມກາງບັນຫາຫຍຸ້ງຍາກ ຫລື ຄວາມເຈັບປວດໃຈ. ມັນໃຫ້ການປອບໂຍນ ແລະ ຄວາມກ້າຫານ, ເປີດເຜີຍຄວາມຈິງຂອງພຣະກິດຕິຄຸນ, ແລະ ຂະຫຍາຍຄວາມຮັກຂອງເຮົາສຳລັບພຣະຜູ້ເປັນເຈົ້າ ແລະ ລູກໆທັງໝົດຂອງພຣະເຈົ້າ. ເຖິງແມ່ນວ່າ ຈຳເປັນທີ່ຕ້ອງມີພອນເຊັ່ນນັ້ນຫລາຍປານໃດກໍຕາມ, ແຕ່ໃນຫລາຍວິທີທາງ ໂລກຍັງລືມໄລ ແລະ ປະຖິ້ມມັນໄປ.
ແຕ່ລະອາທິດ ເມື່ອເຮົາຮັບເອົາສິນລະລຶກທີ່ສັກສິດ, ເຮົາໄດ້ເຮັດພັນທະສັນຍາທີ່ຈະ “ລະນຶກເຖິງພຣະອົງຕະຫລອດເວລາ,” ອົງພຣະເຢຊູຄຣິດເຈົ້າ, ແລະ ການເສຍສະລະຊົດໃຊ້ຂອງພຣະອົງ. ເມື່ອເຮົາຮັກສາພັນທະສັນຍາທີ່ສັກສິດນີ້, ຄຳສັນຍາໄດ້ຖືກມອບໃຫ້ແກ່ເຮົາ ເພື່ອເຮົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.5
ເຮົາຈະເຮັດໄດ້ແນວໃດ?
ທຳອິດ, ເຮົາພະຍາຍາມດຳລົງຊີວິດໃຫ້ມີຄ່າຄວນ ຕໍ່ພຣະວິນຍານ.
ພຣະວິນຍານບໍລິສຸດສະຖິດຢູ່ກັບບຸກຄົນທີ່ “ນັບມື້ນັບວັນ ພວກເຂົາຍິ່ງໝັ້ນຢູ່ໃນການລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.”6 ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ແນະນຳ, ເຮົາຕ້ອງປະວາງສິ່ງທີ່ເປັນຂອງໂລກນີ້, ແລະ ສະແຫວງຫາສິ່ງທີ່ດີກວ່າ,7 ເພາະ “ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະບໍ່ປະທັບຢູ່ໃນວິຫານທີ່ບໍ່ບໍລິສຸດ.”8 ເຮົາຕ້ອງພະຍາຍາມສະເໝີທີ່ຈະເຊື່ອຟັງກົດຂອງພຣະເຈົ້າ, ສຶກສາພຣະຄຳພີ, ອະທິຖານ, ໄປພຣະວິຫານ, ແລະ ດຳລົງຊີວິດຢ່າງຊື່ຕົງຕໍ່ ຂໍ້ທີສິບສາມ ຂອງຫລັກແຫ່ງຄວາມເຊື່ອ, “ໃນການເປັນຄົນຊື່ສັດ, ຈິງໃຈ, ບໍລິສຸດ, ມີເມດຕາ, ມີຄຸນນະທຳ, ແລະ ... ໃນການເຮັດຄວາມດີຕໍ່ມະນຸດທັງປວງ.”
ສອງ, ເຮົາຕ້ອງເຕັມໃຈທີ່ຈະຮັບເອົາພຣະວິນຍານ.
ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ, ພຣະອົງຈະບອກເຮົາໃນຈິດໃຈ ແລະ ໃນຫົວໃຈຂອງເຮົາ, ໂດຍພຣະວິນຍານບໍລິສຸດ, ຊຶ່ງຈະມາສູ່ເຮົາ ແລະ ຈະມາສະຖິດຢູ່ໃນຫົວໃຈຂອງເຮົາ.9 ຂ້າພະເຈົ້າໄດ້ເລີ່ມຕົ້ນເຂົ້າໃຈສິ່ງນີ້ ຕອນຂ້າພະເຈົ້າເປັນຜູ້ສອນສາດສະໜາໜຸ່ມ ຢູ່ເມືອງສະກາດ ພະເລນ, ລັດ ນິວເຈີຊີ. ມື້ໜຶ່ງ ໃນເດືອນກໍລະກົດທີ່ຮ້ອນອົບເອົ້າ, ຄູ່ສອນ ແລະ ຂ້າພະເຈົ້າ ຮູ້ສຶກວ່າ ໄດ້ຖືກກະຕຸ້ນໃຫ້ໄປສອນຕາມບັດແນະນຳຜູ້ສົນໃຈ ທີ່ມາຈາກບໍລິເວນພຣະວິຫານເຊົາເລັກ. ພວກເຮົາໄດ້ໄປເຄາະປະຕູຂອງບ້ານ ແອວວູດ ຊາບເຟີ. ແມ່ບ້ານຊາບເຟີ ກໍໄດ້ບອກດ້ວຍຄວາມສຸພາບວ່າ ລາວບໍ່ສົນໃຈ.
ໃນຂະນະທີ່ນາງກຳລັງປິດປະຕູ, ຂ້າພະເຈົ້າໄດ້ຮູ້ສຶກວ່າຕ້ອງເຮັດບາງສິ່ງ ທີ່ຂ້າພະເຈົ້າບໍ່ເຄີຍເຮັດມາກ່ອນ ແລະ ກໍບໍ່ເຄີຍເຮັດແບບນັ້ນອີກ ນັບແຕ່ນັ້ນມາ! ຂ້າພະເຈົ້າໄດ້ເດ່ຕີນເຂົ້າໄປຫວ່າງປະຕູ ແລະ ຖາມວ່າ, “ມີຄົນອື່ນບໍ ທີ່ສົນໃຈຟັງຂ່າວສານຂອງພວກເຮົາ?” ລູກສາວຂອງນາງອາຍຸ 16 ປີ ຊື່ ມາທີ ສົນໃຈຟັງ, ແລະ ໄດ້ອະທິຖານຢ່າງຕັ້ງໃຈ ຂໍການຊົງນຳ ໃນມື້ທີ່ຜ່ານມານັ້ນ. ນາງມາທີ ໄດ້ພົບກັບພວກເຮົາ, ແລະ ບໍ່ດົນຈາກນັ້ນ, ແມ່ຂອງນາງກໍໄດ້ມາຟັງນຳ. ທັງສອງໄດ້ເຂົ້າຮ່ວມສາດສະໜາຈັກ.
ຈາກການຮັບບັບຕິສະມາຂອງນາງມາທີ, ມີຜູ້ຄົນອີກຈຳນວນ 136 ຄົນ ມາເຂົ້າຮ່ວມ, ຫລາຍຄົນມາຈາກຄອບຄົວຂອງນາງເອງ, ແລະ ໄດ້ຮັບບັບຕິສະມາ ແລະ ເຮັດພັນທະສັນຍາແຫ່ງພຣະກິດຕິຄຸນ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ທີ່ໄດ້ເຊື່ອຟັງພຣະວິນຍານບໍລິສຸດ ແລະ ໄດ້ເດ່ຕີນເຂົ້າໄປໃນຫວ່າງປະຕູ ໃນມື້ທີ່ອົບເອົ້າຂອງເດືອນກໍລະກົດນັ້ນ. ນາງມາທີ ພ້ອມດ້ວຍຫລາຍຄົນໃນຄອບຄົວທີ່ຮັກຂອງນາງ ກໍຢູ່ນີ້ ໃນມື້ນີ້ຄືກັນ.
ສາມ, ເຮົາຕ້ອງຮູ້ຈັກພຣະວິນຍານເມື່ອພຣະອົງສະເດັດມາ.
ປະສົບການຂອງຂ້າພະເຈົ້າແມ່ນ ສ່ວນຫລາຍແລ້ວພຣະວິນຍານຈະສື່ສານກັບຂ້າພະເຈົ້າທາງຄວາມຮູ້ສຶກ. ທ່ານຈະຮູ້ສຶກໃນຖ້ອຍຄຳ ທີ່ທ່ານເຄີຍໄດ້ຍິນ, ທີ່ທ່ານເຂົ້າໃຈ, ທີ່ກະຕຸ້ນທ່ານ. ໃຫ້ເຮົາມາໄຕ່ຕອງກ່ຽວກັບຄຳຕອບຂອງນີໄຟ ໃນຂະນະທີ່ເຂົາເຈົ້າຟັງພຣະຜູ້ເປັນເຈົ້າອະທິຖານເພື່ອເຂົາເຈົ້າ ທີ່ວ່າ: “ແລະ ຝູງຊົນໄດ້ຍິນ ແລະ ໄດ້ເປັນພະຍານ; ແລະ ໃຈຂອງພວກເຂົາເປີດອອກ ແລະ ພວກເຂົາເຂົ້າໃຈສິ່ງທີ່ພຣະອົງໄດ້ອະທິຖານໃນໃຈຂອງພວກເຂົາ.”10 ເຂົາເຈົ້າຮູ້ສຶກໃນໃຈ ເຖິງຄຳອະທິຖານຂອງພຣະອົງ. ສຸລະສຽງຂອງພຣະວິນຍານສັກສິດແມ່ນແຜ່ວເບົາ.
ໃນພຣະຄຳພີເດີມ, ເອລີຢາ ໄດ້ປະເຊີນໜ້າກັບພວກປະໂລຫິດຂອງພຣະບາອານ. ພວກປະໂລຫິດໄດ້ຂໍໃຫ້ “ສຸລະສຽງ” ຂອງພຣະບາອານ ລົງມາ ແບບຟ້າຮ້ອງ ແລະ ຈຸດໄຟເພື່ອເຜົາເຄື່ອງຖວາຍ. ແຕ່ກໍບໍ່ມີສຽງ, ແລະ ກໍບໍ່ມີໄຟລົງມາ.11
ຫລັງຈາກນັ້ນ, ເອລີຢາໄດ້ອະທິຖານ. “ແລະ ຈົ່ງເບິ່ງ, ກ່ອນໜ້າພຣະຜູ້ເປັນເຈົ້າສະເດັດໄປ ກໍເກີດມີລົມພະຍຸຮ້າຍຈົນເຮັດໃຫ້ພູເຂົາຍະອອກ, ແລະ ເຮັດໃຫ້ກ້ອນຫີນແຕກເປັນກ້ອນໆ; ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ຢູ່ໃນລົມນັ້ນ: ຫລັງຈາກນັ້ນກໍເກີດແຜ່ນດິນໄຫວ; ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ຢູ່ໃນແຜ່ນດິນໄຫວນັ້ນ:
“ຫລັງຈາກແຜ່ນດິນໄຫວກໍມີໄຟ, ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ຢູ່ໃນໄຟນີ້: ແລະ ຫລັງຈາກໄຟກໍມີສຽງກະຊິບເບົາໆ ດັງແວ່ວມາ.”12
ທ່ານຮູ້ຈັກສຽງນັ້ນບໍ?
ປະທານມອນສັນໄດ້ສອນວ່າ, “ເມື່ອເຮົາເດີນໄປໃນເສັ້ນທາງຂອງຊີວິດ, ຂໍໃຫ້ເຮົາຮຽນຮູ້ພາສາຂອງພຣະວິນຍານ.”13 ພຣະວິນຍານກ່າວພຣະຄຳ ທີ່ເຮົາ “ຮູ້ສຶກ.” ຄວາມຮູ້ສຶກດັ່ງກ່າວແມ່ນນິ້ມນວນ, ຊັກຊວນໃຫ້ກະທຳ, ໃຫ້ເຮັດບາງສິ່ງ, ໃຫ້ກ່າວບາງຢ່າງ, ໃຫ້ຕອບຮັບບາງວິທີ. ຖ້າຫາກເຮົາເມີນເສີຍ ຫລື ພໍໃຈແລ້ວກັບການນະມັດສະການຂອງເຮົາ, ສົນໃຈກັບການສະແຫວງຫາທາງໂລກ ແລະ ຊ້າຕໍ່ຄວາມຮູ້ສຶກ, ແລ້ວເຮົາຈະພົບວ່າ ເຮົາບໍ່ສາມາດຮູ້ສຶກໄດ້ອີກ. ນີໄຟໄດ້ກ່າວກັບເລມັນ ແລະ ເລມູເອນວ່າ, “ພວກເຈົ້າໄດ້ຍິນສຸລະສຽງຂອງພຣະອົງເປັນບາງຄັ້ງ; ແລະ ພຣະອົງໄດ້ຮັບສັ່ງກັບພວກເຈົ້າດ້ວຍສຽງອັນເບົາໆ, ແຕ່ພວກເຈົ້າມີໃຈແຂງເກີນກວ່າທີ່ຈະຮູ້ສຶກ, ພວກເຈົ້າຈຶ່ງຮູ້ສຶກໃນຄຳຂອງພຣະອົງບໍ່ໄດ້.”14
ເດືອນມິຖຸນາປີແລ້ວນີ້ ຂ້າພະເຈົ້າໄດ້ໄປເຮັດໜ້າທີ່ມອບໝາຍຢູ່ອາເມຣິກາໃຕ້. ພວກເຮົາມີຫລາຍສິ່ງ ທີ່ຕ້ອງຟ້າວເຮັດໃຫ້ສຳເລັດ ໃນ 10 ມື້ນັ້ນ ຂະນະທີ່ໄປຢາມ ໂຄລຳເບຍ, ເປຣູ, ແລະ ເອກວາດໍ. ແຜ່ນດິນໄຫວທີ່ຮ້າຍແຮງ ໄດ້ຂ້າຫລາຍຮ້ອຍຄົນ, ໄດ້ເຮັດໃຫ້ຫລາຍສິບພັນຄົນບາດເຈັບ, ໄດ້ທຳລາຍເຮືອນຊານ ແລະ ຊຸມຊົນໃນເມືອງພໍໂຕເວຍໂຫ ແລະ ມານຕາ ຂອງເອກວາດໍ. ຂ້າພະເຈົ້າໄດ້ຮັບການກະຕຸ້ນ ໃຫ້ເພີ່ມການໄປຢ້ຽມຢາມສະມາຊິກຢູ່ໃນເມືອງດັ່ງກ່າວ ໃສ່ໃນລາຍການໄປຢ້ຽມຢາມຂອງພວກເຮົາ. ໂດຍທີ່ຫົນທາງຖືກທຳລາຍ, ພວກເຮົາຈຶ່ງບໍ່ແນ່ໃຈວ່າ ຈະສາມາດໄປເຖິງຫລືບໍ່. ຕາມຈິງແລ້ວ, ພວກເຮົາໄດ້ຖືກບອກວ່າ ພວກເຮົາບໍ່ສາມາດໄປເຖິງ, ແຕ່ການກະຕຸ້ນນັ້ນ ບໍ່ໄດ້ຈາກໄປ—ໃນທີ່ສຸດ, ພວກເຮົາກໍໄດ້ຮັບພອນ ແລະ ສາມາດໄປຢ້ຽມຢາມທັງສອງເມືອງ.
ໂດຍທີ່ໄດ້ບອກກ່າວໃຫ້ສະມາຊິກຮູ້ຈັກໃນເວລາສັ້ນໆ, ຂ້າພະເຈົ້າຄິດວ່າ ຈະມີຜູ້ນຳຖານະປະໂລຫິດໃນທ້ອງຖິ່ນພຽງສອງສາມຄົນມາຮ່ວມ ການເຕົ້າໂຮມທີ່ເລັ່ງດ່ວນນັ້ນ. ແຕ່ພວກເຮົາໄດ້ໄປເຖິງຕຶກສະເຕກແຕ່ລະແຫ່ງ ແລະ ພົບເຫັນຕຶກສະເຕກ ເຕັມໄປດ້ວຍສະມາຊິກ. ບາງຄົນທີ່ໄປຮ່ວມ ກໍເຂັ້ມແຂງຫລາຍທີ່ສຸດໃນຂົງເຂດ, ເປັນຜູ້ບຸກເບີກທີ່ໝັ້ນຄົງໃນສາດສະໜາຈັກ, ຊຸກຍູ້ຄົນອື່ນໃຫ້ມາຮ່ວມກັບເຂົາເຈົ້າ ໃນການນະມັດສະການ ແລະ ຮູ້ສຶກເຖິງພຣະວິນຍານ ໃນຊີວິດຂອງເຂົາເຈົ້າ. ນັ່ງຢູ່ແຖວໜ້າ ແມ່ນສະມາຊິກຜູ້ທີ່ໄດ້ສູນເສຍຄົນທີ່ເຂົາເຈົ້າຮັກ ແລະ ເພື່ອນບ້ານໄປ ໃນແຜ່ນດິນໄຫວ. ຂ້າພະເຈົ້າໄດ້ຖືກກະຕຸ້ນໃຫ້ມອບຄຳອວຍພອນຂອງອັກຄະສາວົກ ໃຫ້ແກ່ຜູ້ທີ່ມາຮ່ວມທຸກຄົນ, ຊຶ່ງເປັນເທື່ອທຳອິດ ທີ່ຂ້າພະເຈົ້າໄດ້ເຮັດ. ເຖິງແມ່ນວ່າ ຂ້າພະເຈົ້າຢືນຢູ່ໜ້າຫ້ອງນັ້ນ, ແຕ່ເບິ່ງຄືກັບວ່າ ມືຂອງຂ້າພະເຈົ້າໄດ້ວາງລົງໃສ່ເທິງຫົວຂອງທຸກຄົນ ແລະ ຮູ້ສຶກວ່າ ພຣະຄຳຂອງພຣະຜູ້ເປັນເຈົ້າໄດ້ຫລັ່ງໄຫລອອກມາ.
ມັນບໍ່ໄດ້ຈົບລົງແຕ່ທໍ່ນັ້ນ. ຂ້າພະເຈົ້າໄດ້ຮັບການກະຕຸ້ນ ໃຫ້ກ່າວກັບເຂົາເຈົ້າ ຄືກັນກັບຕອນພຣະເຢຊູຄຣິດ ໄດ້ໄປຢ້ຽມຢາມຜູ້ຄົນໃນອາເມຣິກາ. “ພຣະອົງໄດ້ເອົາເດັກນ້ອຍໆຂອງພວກເຂົາມາເທື່ອລະຄົນ, ແລະ ອວຍພອນພວກເຂົາ, ແລະ ອະທິຖານຕໍ່ພຣະບິດາເພື່ອພວກເຂົາ.”15 ພວກເຮົາໄດ້ໄປປະເທດ ເອກວາດໍ, ໄດ້ໄປເຮັດພາລະກິດໃຫ້ພຣະບິດາຂອງພວກເຮົາ, ແລະ ຜູ້ຄົນເຫລົ່ານີ້ ແມ່ນລູກໆຂອງພຣະອົງ.
ສີ່, ເຮົາຕ້ອງເຮັດຕາມການກະຕຸ້ນເທື່ອ ທຳອິດ.
ທ່ານຈື່ຈຳຖ້ອຍຄຳຂອງນີໄຟໄດ້ບໍ ທີ່ວ່າ: “ພຣະວິນຍານໄດ້ນຳຂ້າພະເຈົ້າໄປ, ໂດຍບໍ່ຮູ້ລ່ວງໜ້າເຖິງສິ່ງທີ່ຂ້າພະເຈົ້າຄວນຈະເຮັດ. ເຖິງຢ່າງໃດກໍຕາມ,” ເພິ່ນກ່າວ, “ຂ້າພະເຈົ້າກໍເຂົ້າໄປ.”16
ເຮົາກໍຄວນເຮັດເຊັ່ນນັ້ນຄືກັນ. ເຮົາຕ້ອງໝັ້ນໃຈໃນການກະຕຸ້ນເທື່ອທຳອິດ. ບາງເທື່ອເຮົາຫາເຫດຜົນ, ເຮົາສົງໄສ ຖ້າຫາກວ່າ ເຮົາຮູ້ສຶກໄດ້ຮັບການດົນໃຈ ຫລື ວ່າມັນເປັນຄວາມຄິດຂອງເຮົາເອງ. ເມື່ອເຮົາເລີ່ມຕົ້ນສົງໄສ ເປັນເທື່ອທີສອງ, ຫລື ທີສາມ ກ່ຽວກັບຄວາມຮູ້ສຶກຂອງເຮົາ—ແລະ ເຮົາທຸກຄົນກໍເຄີຍສົງໄສ—ເຮົາຈະປ່ອຍພຣະວິນຍານໄປ; ເຮົາໄດ້ສົງໄສຄຳແນະນຳແຫ່ງສະຫວັນ. ສາດສະດາໂຈເຊັບ ສະມິດ “ໄດ້ສອນວ່າ ຖ້າຫາກທ່ານເຮັດຕາມການກະຕຸ້ນເທື່ອທຳອິດ, ທ່ານຈະເຮັດຖືກຕ້ອງ ເກົ້າສິບເປີເຊັນ.17
ມີຄຳເຕືອນວ່າ: ຢ່າຫວັງຢາກໄດ້ລາງວັນຢ່າງຫລວງຫລາຍ ເພາະທ່ານໄດ້ເຮັດຕາມການດົນໃຈຂອງພຣະວິນຍານບໍລິສຸດ. ຈົ່ງຈື່ຈຳວ່າ, ທ່ານເຮັດວຽກງານຂອງສຽງອັນເບົາໆ.
ຕອນໄດ້ຮັບໃຊ້ເປັນປະທານເຜີຍແຜ່ ຢູ່ເມືອງນິວຢອກ, ຂ້າພະເຈົ້າໄດ້ຢູ່ກັບກຸ່ມຜູ້ສອນສາດສະໜາ ຢູ່ຮ້ານອາຫານ ໃນເມືອງ ບຣ້ອງ. ຄອບຄົວໜຶ່ງທີ່ຍັງໜຸ່ມໄດ້ເຂົ້າມາ ແລະ ນັ່ງຢູ່ໃກ້ໂຕະຂອງພວກເຮົາ. ເບິ່ງຄືວ່າ ເຂົາເຈົ້າພ້ອມແລ້ວທີ່ຈະຮັບເອົາພຣະກິດຕິຄຸນ. ຂ້າພະເຈົ້າໄດ້ຫລຽວເບິ່ງກຸ່ມຜູ້ສອນສາດສະໜາ ໃນຂະນະທີ່ເຂົາເຈົ້າເວົ້າລົມກັບຂ້າພະເຈົ້າ, ແລະ ໄດ້ສັງເກດເຫັນວ່າ ຄອບຄົວນັ້ນໄດ້ຮັບປະທານອາຫານແລ້ວ ແລະ ໄດ້ອອກໄປ. ແລ້ວຂ້າພະເຈົ້າໄດ້ເວົ້າວ່າ, “ແອວເດີ, ມີບົດຮຽນໜຶ່ງໃນມື້ນີ້. ພວກເຈົ້າໄດ້ເຫັນຄອບຄົວທີ່ໜ້າຮັກຄອບຄົວໜຶ່ງ ເຂົ້າມາໃນຮ້ານອາຫານນີ້. ພວກເຮົາຄວນເຮັດສິ່ງໃດ?”
ແອວເດີຜູ້ໜຶ່ງໄດ້ຕອບຢ່າງໄວ ວ່າ: “ຂ້ານ້ອຍກໍຄິດຢາກລຸກຂຶ້ນ ແລະ ຍ່າງໄປເວົ້າລົມກັບເຂົາເຈົ້າ. ຂ້ານ້ອຍຮູ້ສຶກໄດ້ຮັບການກະຕຸ້ນ, ແຕ່ຂ້ານ້ອຍບໍ່ໄດ້ເຮັດຕາມ.”
ຂ້າພະເຈົ້າໄດ້ເວົ້າວ່າ, “ແອວເດີ, ພວກເຮົາຕ້ອງເຮັດຕາມການກະຕຸ້ນເທື່ອທຳອິດສະເໝີ. ການກະຕຸ້ນທີ່ເຈົ້າຮູ້ສຶກ ແມ່ນພຣະວິນຍານບໍລິສຸດ!”
ການກະຕຸ້ນເທື່ອທຳອິດ ແມ່ນການດົນໃຈທີ່ບໍລິສຸດຈາກສະຫວັນ. ເມື່ອມັນຢືນຢັນ ຫລື ເປັນພະຍານຕໍ່ເຮົາ, ເຮົາຕ້ອງຮັບຮູ້ຄວາມຈິງແທ້ ແລະ ຢ່າປ່ອຍມັນໃຫ້ຜ່ານໄປລ້າໆ. ສ່ວນຫລາຍ ນັ້ນຄືພຣະວິນຍານທີ່ດົນໃຈເຮົາ ໃຫ້ເອື້ອມອອກໄປຫາບາງຄົນໃນຄວາມຂັດສົນ, ໄປຫາຄອບຄົວ ແລະ ໝູ່ເພື່ອນໂດຍສະເພາະ. ສຽງອັນເບົາໆ … ຊຶ່ງໄດ້ຊື່ມ ແລະ ສຽບແທງທຸກສິ່ງທັງປວງ,18 ຊີ້ໃຫ້ເຮົາເຫັນໂອກາດທີ່ຈະສິດສອນພຣະກິດຕິຄຸນ, ທີ່ຈະເປັນພະຍານເຖິງການຟື້ນຟູ ແລະ ເຖິງພຣະເຢຊູຄຣິດ, ທີ່ຈະໃຫ້ຄວາມຊ່ວຍເຫລືອ ແລະ ຄວາມເປັນຫ່ວງເປັນໃຍ, ແລະ ທີ່ຈະຊ່ວຍກູ້ລູກຄົນໜຶ່ງທີ່ປະເສີດຂອງພຣະເຈົ້າ.
ໃຫ້ຄິດວ່າ ມັນເປັນສິ່ງທີ່ຖືກເອີ້ນວ່າ “ຜູ້ຕອບຮັບຄົນທຳອິດ.” ໃນຊຸມຊົນສ່ວນໃຫຍ່, ຜູ້ຕອບຮັບຄົນທຳອິດ ໃນຍາມສຸກເສີນ, ໄພທຳມະຊາດ, ຫລື ໄພພິບັດ ແມ່ນຜູ້ດັບເພີງ, ຕຳຫລວດ, ແພດ. ເຂົາເຈົ້າມາດ້ວຍແສງໄຟແມບໆ, ແລະ ຂ້າພະເຈົ້າຂໍເວົ້າຕື່ມວ່າ, ພວກເຮົາກໍດີໃຈຫລາຍທີ່ເຫັນເຂົາເຈົ້າ. ວິທີຂອງພຣະຜູ້ເປັນເຈົ້າ ແມ່ນມິດງຽບກວ່ານັ້ນ ແຕ່ຮຽກຮ້ອງໃຫ້ເຮັດຕາມທັນທີ. ພຣະຜູ້ເປັນເຈົ້າຮູ້ຈັກເຖິງຄວາມຕ້ອງການ ຂອງລູກທຸກຄົນຂອງພຣະອົງ—ແລະ ພຣະອົງຮູ້ວ່າ ຜູ້ໃດຕຽມພ້ອມແລ້ວທີ່ຈະຊ່ວຍເຫລືອ. ຖ້າຫາກເຮົາໃຫ້ພຣະຜູ້ຊ່ວຍໃຫ້ລອດ ຮູ້ຈັກໃນຄຳອະທິຖານຕອນເຊົ້າຂອງເຮົາ ວ່າເຮົາພ້ອມແລ້ວ, ແລ້ວພຣະອົງຈະຂໍໃຫ້ເຮົາເຮັດຕາມ. ຖ້າຫາກເຮົາເຮັດຕາມ, ພຣະອົງຈະຂໍໃຫ້ເຮົາເຮັດຕື່ມອີກຫລາຍເທື່ອ ແລະ ເຮົາຈະພົບເຫັນຕົວເອງ ເປັນຄົນທີ່ປະທານມອນສັນ ເອີ້ນວ່າ “ຜູ້ແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ.”19 ເຮົາຈະກາຍເປັນຜູ້ຕອບຮັບຄົນທຳອິດທາງວິນຍານ ໃນການນຳຄວາມຊ່ວຍເຫລືອມາຈາກເບື້ອງບົນ.
ຖ້າຫາກເຮົາເອົາໃຈໃສ່ຕໍ່ການກະຕຸ້ນທີ່ມາສູ່ເຮົາ, ແລ້ວເຮົາຈະໄດ້ຮັບການເປີດເຜີຍທາງວິນຍານຫລາຍຂຶ້ນ ແລະ ໄດ້ຮັບຄວາມຮູ້ ແລະ ການຊົງນຳທາງວິນຍານຫລາຍຂຶ້ນເລື້ອຍໆ. ພຣະຜູ້ເປັນເຈົ້າໄດ້ບອກເຮົາວ່າ ໃຫ້ໄວ້ວາງໃຈໃນພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ.20
ຂໍໃຫ້ເຮົາຈົ່ງຮັບເອົາການເອີ້ນຂອງພຣະຜູ້ເປັນເຈົ້າ ດ້ວຍຄວາມຈິງໃຈ ແລະ ເບີກບານ ເພາະພຣະອົງຈະນຳພາເຮົາໄປ.21 ພຣະອົງຈະນຳພາເຮົາໂດຍພຣະວິນຍານບໍລິສຸດ. ຂໍໃຫ້ເຮົາຈົ່ງດຳລົງຊີວິດຢ່າງໃກ້ຊິດກັບພຣະວິນຍານ, ເຮັດຕາມການກະຕຸ້ນເທື່ອທຳອິດຢ່າງໄວ, ຮູ້ວ່າມັນມາຈາກພຣະເຈົ້າ. ຂ້າພະເຈົ້າເປັນພະຍານເຖິງອຳນາດຂອງພຣະວິນຍານບໍລິສຸດ ທີ່ຊົງນຳເຮົາ, ປົກປ້ອງເຮົາ, ແລະ ສະຖິດຢູ່ກັບເຮົາເລື້ອຍໄປ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.