ເພງທີ່ໄດ້ຂັບຮ້ອງ ແລະ ບໍ່ໄດ້ຂັບຮ້ອງ
ຂ້າພະເຈົ້າຂໍອ້ອນວອນກັບເຮົາແຕ່ລະຄົນ ໃຫ້ຄົງຢູ່ຕະຫລອດໄປ ແລະ ຢ່າງຊື່ສັດກັບສະມາຊິກຄົນອື່ນໃນສາດສະໜາຈັກ.
ນາງອີລາຍຊາ ຫິວວິດ ໄດ້ຂຽນວ່າ “ມີແສງສະຫວ່າງໃນໃຈຂ້າວັນນີ້, ລັດສະໝີພ່າງພາວສົດໃສ, ເຈີດຈ້າກວ່າແສງໃດໃນນະພາ, ພຣະເຢຊູເປັນແສງຂ້າ.”1 ດ້ວຍຄວາມຊື່ນຊົມໃນທຸກໆນົດເພງ, ເກືອບຈະເປັນໄປບໍ່ໄດ້ທີ່ເຮົາຈະຂັບຮ້ອງເພງສວດທີ່ປະເສີດຂອງຊາວຄຣິດນັ້ນປາດສະຈາກການຍິ້ມແຍ້ມ. ແຕ່ມື້ນີ້ຂ້າພະເຈົ້າຢາກສົນທະນາຄວາມໝາຍອື່ນຈາກພຽງແຕ່ແຖວໜຶ່ງໃນເພງສວດນີ້ ທີ່ອາດຈະຊ່ວຍເຮົາໄດ້ ໃນວັນເວລາທີ່ເຮົາພົບເຫັນວ່າມັນເປັນເລື່ອງຍາກທີ່ຈະຂັບຮ້ອງ ຫລື ຍິ້ມ ແລະ ເມື່ອ “ເມື່ອຄວາມສຸກປະເຊີນສັນຕິພັ່ງພູ” ນັ້ນເບິ່ງຄືວ່າ ບໍ່ “ພັ່ງພູ.” ຖ້າຫາກວ່າໃນຊ່ວງເວລາໜຶ່ງ ທ່ານບໍ່ສາມາດຮ້ອງໄປຕາມເພງທີ່ຊື່ນຊົມ ທີ່ທ່ານໄດ້ຍິນຈາກຄົນອື່ນ, ຂ້າພະເຈົ້າຂໍໃຫ້ທ່ານຈື່ຈຳແຖວໜຶ່ງໃນເພງສວດນີ້ໄວ້ຢ່າງເດັດດ່ຽວ ທີ່ໃຫ້ຄວາມແນ່ນອນໃຈວ່າ, “ພຣະເຢຊູສາມາດໄດ້ຍິນເພງທີ່ [ທ່ານ] ຮ້ອງບໍ່ໄດ້.”2
ໃນທ່າມກາງຄວາມເປັນຈິງທີ່ເຮົາປະເຊີນຢູ່ ໃນຖານະທີ່ເປັນລູກໆຂອງພຣະເຈົ້າທີ່ອາໄສຢູ່ໃນໂລກທີ່ຊົ່ວຮ້າຍ ກໍຄືວ່າຈະມີວັນທີ່ຫຍຸ້ງຍາກ, ວັນທີ່ສັດທາ ແລະ ຄວາມກ້າຫານຂອງເຮົາຈະຖຶກທົດລອງ. ການທ້າທາຍເຫລົ່ານີ້ອາດມາຈາກຄວາມຂາດຕົກບົກພ່ອງໃນຕົວເຮົາເອງ, ຄວາມບົກພ່ອງໃນຕົວຄົນອື່ນ, ຫລື ຄວາມຂາດແຄນໃນຊີວິດ, ແຕ່ບໍ່ວ່າສາເຫດນັ້ນຈະເປັນອັນໃດກໍຕາມ, ເຮົາຈະເຫັນວ່າມັນສາມາດກີດກັນເຮົາຈາກການສະແດງຄວາມຊື່ນຊົມ ແລະ ຄວາມກະຕັນຍູຂອງເຮົາອອກມາ ແລະ ມັນອາດເຮັດໃຫ້ເຮົາເຊື່ອວ່າເຮົາຈະບໍ່ໄດ້ມີ “ຄວາມສຸກໃນໃຈ”3 ທີ່ນາງອີລາຍຊາ ຫິວວິດ ກ່າວເຖິງໃນຂໍ້ໜຶ່ງຂອງເພງຂອງນາງ.
ແລ້ວເຮົາຈະເຮັດແນວໃດໃນຊ່ວງເວລາດັ່ງກ່າວ? ສິ່ງໜຶ່ງທີ່ເຮົາເຮັດໄດ້ກໍຄື ເຮົາຈະຍອມຮັບເອົາຄຳແນະນຳຂອງໂປໂລ ແລະ “ຫວັງໃນສິ່ງທີ່ພວກເຮົາບໍ່ເຫັນ ແລະ ພວກເຮົາກໍຄອງຄອຍຖ້າສິ່ງນັ້ນດ້ວຍໃຈອົດທົນ.”4 ໃນຊ່ວງເວລາເຫລົ່ານັ້ນເມື່ອຄວາມຊື່ນຊົມຂອງເຮົາຫລຸດຜ່ອນລົງຈົນເຖິງຈຸດທີ່ເຮົາບໍ່ຮັບຮູ້ມັນອີກເລີຍ, ເຮົາອາດຕ້ອງຄົງຢູ່ຢ່າງງຽບໆໃນໄລຍະໜຶ່ງ ແລະ ພຽງແຕ່ຟັງຄົນອື່ນຮ້ອງ, ຮັບເອົາຄວາມເຂັ້ມແຂງຈາກຄວາມງົດງາມຂອງສຽງເພງທີ່ຢູ່ອ້ອມຮອບຕົວເຮົາ. ເຮົາຫລາຍຄົນຜູ້ທີ່ “ດີ້ນລົນເພື່ອພັດທະນາສັດທາ” ກໍໄດ້ມີຄວາມໝັ້ນໃຈຫລາຍຂຶ້ນ ແລະ ການຂັບຮ້ອງຂອງເຮົາພັດທະນາຫລາຍຂຶ້ນ ໂດຍການວາງຕົວເຮົາເອງໃຫ້ຢູ່ຄຽງຂ້າງຜູ້ທີ່ມີສຽງທີ່ມີພະລັງ, ສຽງທີ່ແນ່ນອນກວ່າ. ແນ່ນອນວ່າ ມັນກໍຈະເປັນໄປແບບນັ້ນໃນການຮັບມືກັບເລື່ອງທີ່ເປັນທາງວິນຍານ, ເຮົາຄວນຢືນຢູ່ໃຫ້ໃກ້ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ ເທົ່າທີ່ຈະເປັນໄປໄດ້—ພຣະອົງທີ່ສະແດງສັດທາທີ່ສົມບູນແບບ. ແລ້ວເຮົາຈະໄດ້ຮັບຄວາມກ້າຫານຈາກຄວາມສາມາດຂອງພຣະອົງທີ່ຈະເຂົ້າໃຈຄວາມຕ້ອງການທີ່ເຮົາສະແດງອອກບໍ່ໄດ້ ແລະ ມີຄວາມຫວັງຈາກການວິງວອນທູນຂໍຄວາມລອດຂອງພຣະອົງແທນເຮົາ. ແນ່ນອນວ່າ “ເມື່ອມີພຣະຜູ້ເປັນເຈົ້າຢູ່ໃກ້ໆ” ແລ້ວ “ເຮົາຈະຮູ້ສຶກເຖິງສັນຕິສຸກ [ແລະ] ຜົນປະໂຫຍດທີ່ເພິ່ງພໍໃຈ.”5
ໃນວັນທີ່ເຮົາຮູ້ສຶກວ່າຄວາມນຶກຄິດຂອງເຮົາແຕກຕ່າງຈາກຂອງຄົນອື່ນ, ທີ່ໜ້ອຍກວ່າຈາກສິ່ງທີ່ເຮົາຄິດ ສິ່ງທີ່ເຮົາເຫັນ ຫລື ໄດ້ຍິນໃນຄົນອື່ນ, ຂ້າພະເຈົ້າຂໍຮ້ອງໃຫ້ທ່ານ, ໂດຍສະເພາະຊາວໜຸ່ມໃນສາດສະໜາຈັກ, ໃຫ້ຈຳໄວ້ວ່າ ມັນເປັນຄວາມປະສົງຂອງສະຫວັນທີ່ທຸກໆສຽງໃນກຸ່ມນັກຮ້ອງຈະບໍ່ເໝືອນກັນ. ມັນຮຽກຮ້ອງຄວາມແຕກຕ່າງ—ສຽງສູງສຽງຕ່ຳ, ສຽງທຸ້ມ ແລະ ອື່ນໆ—ເພື່ອເຮັດໃຫ້ສຽງເພງນັ້ນມ່ວນອອນຊອນ. ໂດຍຂໍຢືມໃຊ້ແຖວໜຶ່ງ ທີ່ກ່າວເຖິງຢູ່ໃນຈົດໝາຍຂອງສະຕີໄພ່ພົນຍຸກສຸດທ້າຍຜູ້ປະເສີດສອງຄົນທີ່ວ່າ: “ສັດສາວາສິ່ງທຸກໆຢ່າງມີບົດບາດຢູ່ໃນກຸ່ມນັກຮ້ອງນັ້ນ.”6 ເມື່ອເຮົາໝິ່ນປະໝາດຈຸດພິເສດຂອງຕົວເອງ ຫລື ພະຍາຍາມທີ່ຈະປັບຕົວໃຫ້ເຂົ້າກັບການເອົາຕົວຢ່າງຕາຍຕົວ ທີ່ບໍ່ເປັນຄວາມຈິງ—ຕົວຢ່າງທີ່ຖືກດຶງດູດໂດຍວັດທະນະທຳການເຫັນແກ່ຕົວທີ່ບໍ່ຮູ້ຈັກພໍ ແລະ ຄວາມເຊື່ອຖືທີ່ຈະບັນລຸຄວາມເປັນຈິງບໍ່ໄດ້ ຈາກສື່ສານມວນຊົນ—ເຮົາຈະສູນເສຍຄວາມສົມບູນຂອງຄວາມແຕກຕ່າງຫລາກຫລາຍທີ່ພຣະເຈົ້າຊົງປະສົງເອົາໄວ້ ເມື່ອພຣະອົງໄດ້ສ້າງໂລກທີ່ແຕກຕ່າງກັນ.
ບັດນີ້, ມັນບໍ່ໄດ້ໝາຍຄວາມວ່າ ທຸກຄົນທີ່ຢູ່ໃນກຸ່ມນັກຮ້ອງແຫ່ງສະຫວັນຈະເລີ່ມຮ້ອງແຖວເພງຂອງຕົວເອງເທົ່ານັ້ນເດີ້! ຄວາມແຕກຕ່າງບໍ່ແມ່ນການເຮັດຕາມໃຈຊອບຢ່າງສັບສົນວຸ້ນວາຍ ແລະ ກຸ່ມນັກຮ້ອງຕ້ອງມີລະບຽບວິໄນ—ສຳລັບຈຸດປະສົງຂອງເຮົາໃນມື້ນີ້, ແອວເດີ ແຮວສ໌, ຂ້າພະເຈົ້າຂໍໃຊ້ຄຳວ່າ ການເປັນສານຸສິດ—ແຕ່ເມື່ອເຮົາໄດ້ຮັບເອົາເນື້ອເພງທີ່ຖືກເປີດເຜີຍແລ້ວ ແລະ ວົງດົນຕີທີ່ປະສົມປະສານກັນເປັນຢ່າງດີ ທີ່ຖືກແຕ່ງຕັ້ງຂຶ້ນກ່ອນການສ້າງໂລກ, ແລ້ວພຣະບິດາເທິງສະຫວັນຂອງເຮົາຈະປິຕິຍິນດີ ທີ່ເຮົາຈະຂັບຮ້ອງດ້ວຍສຽງຂອງເຮົາເອງ, ບໍ່ແມ່ນດ້ວຍສຽງຂອງຄົນອື່ນ. ຂໍໃຫ້ເຊື່ອຕົວທ່ານເອງ, ແລະ ຂໍໃຫ້ເຊື່ອໃນພຣະອົງ. ຢ່າໝິ່ນປະໝາດຄຸນຄ່າຂອງຕົວເອງ ຫລື ລົດຄຸນຄ່າການບໍລິຈາກຂອງທ່ານ. ເໜືອທຸກສິ່ງທັງໝົດ, ຢ່າປະຖິ້ມບົດບາດຂອງທ່ານໃນກຸ່ມນັກຮ້ອງນັ້ນເລີຍ. ເປັນຫຍັງ? ເພາະວ່າທ່ານເປັນຄົນພິເສດ; ບໍ່ມີໃຜຈະເຂົ້າມາແທນທ່ານໄດ້. ການສູນເສຍແມ່ນແຕ່ສຽງດຽວກໍຈະເຮັດໃຫ້ນັກຮ້ອງຄົນອື່ນໃນກຸ່ມນັກຮ້ອງມະຕະທີ່ຍິ່ງໃຫຍ່ນີ້ອ່ອນແອລົງ, ຮ່ວມທັງການສູນເສຍຜູ້ຄົນທີ່ຮູ້ສຶກວ່າສັງຄົມດູຖູກ ຫລື ສາດສະໜາຈັກບໍ່ຍອມຮັບ.
ເຖິງແມ່ນເມື່ອຂ້າພະເຈົ້າຊຸກຍູ້ ທ່ານ ທຸກຄົນໃຫ້ມີສັດທາກ່ຽວກັບໜ້າທີ່ ທີ່ອາດຈະບັນລຸໄດ້ຍາກ, ຂ້າພະເຈົ້າກໍຍອມຮັບທັນທີວ່າ ເປັນເພາະສາເຫດທີ່ແຕກຕ່າງກັນ ຂ້າພະເຈົ້າ ກໍມີບັນຫາກັບສິ່ງທີ່ຂ້າພະເຈົ້າຄວນເຮັດໄດ້—ແຕ່ຍັງເຮັດໃຫ້ສຳເລັດບໍ່ໄດ້—ເທື່ອ.
ເມື່ອຂ້າພະເຈົ້າເຫັນຄວາມບໍ່ສະເໝີພາບຂອງເສດຖະກິດຢ່າງຫລວງຫລາຍຢູ່ໃນໂລກ, ຂ້າພະເຈົ້າຮູ້ສຶກຜິດທີ່ຈະຂັບຮ້ອງກັບ ນາງຫິວວິດ ເຖິງ “ພອນທີ່ [ພຣະເຈົ້າ] ຊົງປະທານໃຫ້ເຮົາ, [ແລະ] ຄວາມຊື່ນຊົມທີ່ ‘ຮັກສາໄວ້.’”7 ບໍ່ສາມາດຂັບຮ້ອງຄຳນັ້ນໄດ້ຢ່າງສົມບູນ, ຢ່າງຊື່ສັດ ຈົນກວ່າເຮົາໄດ້ດູແລຄົນຍາກລຳບາກຢ່າງເປັນກຽດສາກ່ອນ. ການຂາດແຄນສິ່ງຈຳເປັນຕໍ່ຊີວິດເປັນການສາບແຊ່ງທີ່ຈະເປັນແບບນີ້ຕໍ່ໄປ, ປີແລ້ວປີອີກ ແລະ ລຸ້ນແລ້ວລຸ້ນອີກ. ມັນທຳລາຍຮ່າງກາຍ, ເຮັດໃຫ້ວິນຍານບາດເຈັບ, ເປັນອັນຕະລາຍຕໍ່ຄອບຄົວ, ແລະ ທຳລາຍຄວາມຝັນ. ຖ້າຫາກເຮົາສາມາດເຮັດໄດ້ດີກວ່ານີ້ທີ່ຈະບັນເທົາຄວາມທຸກຍາກ, ໃນວິທີທາງທີ່ພຣະເຢຊູຄຣິດໄດ້ບັນຊາໃຫ້ເຮົາເຮັດຊ້ຳແລ້ວຊ້ຳອີກ, ບາງທີຄົນຍາກຈົນບາງຄົນໃນໂລກນີ້ອາດສາມາດຮູ້ສຶກເຖິງຄວາມປິຕິຍິນດີ ແລະ ຄວາມສຸກແດ່ຈັກໜ້ອຍ, ເປັນເທື່ອທຳອິດໃນຊີວິດຂອງເຂົາເຈົ້າ.
ຂ້າພະເຈົ້າກໍເຫັນວ່າ ມັນຍາກທີ່ຈະຮູ້ສຶກເບີກບານ ແລະ ຕື່ນເຕັ້ນ ເມື່ອຫລາຍໆຄົນທີ່ຢູ່ອ້ອມຂ້າງເຮົາທົນທຸກຢູ່ຈາກຄວາມເຈັບປ່ວຍທາງຈິດໃຈ ແລະ ອາລົມ, ຫລື ຂໍ້ຈຳກັດທາງສຸຂະພາບທີ່ຊຸດໂຊມອື່ນໆ. ໜ້າເສຍດາຍ ທີ່ພາລະໜັກເຫລົ່ານີ້ ບາງເທື່ອຈະຄົງຢູ່ຕໍ່ໄປ ເຖິງແມ່ນວ່າຜູ້ໃຫ້ການດູແລຈະໃຊ້ຄວາມພະຍາຍາມຫລາຍປານໃດກໍຕາມ, ຮ່ວມທັງສະມາຊິກໃນຄອບຄົວ. ຂ້າພະເຈົ້າອະທິຖານວ່າ ເຮົາຈະບໍ່ປ່ອຍໃຫ້ລູກໆຂອງພຣະເຈົ້າເຫລົ່ານີ້ທົນທຸກຢູ່ໂດຍບໍ່ມີຄົນໃດຮັບຮູ້ສະພາບຂອງເຂົາເຈົ້າ ແລະ ເຮົາຈະໄດ້ຮັບຂອງປະທານດ້ວຍຄວາມສາມາດຂອງພຣະອົງ ທີ່ຈະໄດ້ຍິນສຽງເພງທີ່ເຂົາເຈົ້າຂັບຮ້ອງບໍ່ໄດ້.
ແລະ ມື້ໃດມື້ໜຶ່ງ ຂ້າພະເຈົ້າຫວັງວ່າຜູ້ຄົນທັງຫລາຍຕະຫລອດທົ່ວໂລກ ຈະຮ່ວມໄມ້ຮ່ວມມືກັນໂດຍບໍ່ຄຳນຶງເຖິງເຊື້ອຊາດ ແລະ ຊົນເຜົ່າ, ປະກາດວ່າ ປືນ, ຄວາມຄິດເຫັນທີ່ຂຸ່ນເຄືອງ, ແລະ ຄຳຫຍາບຄາຍ ແລະ ໂມໂຫຮ້າຍນັ້ນ ບໍ່ ແມ່ນວິທີທາງທີ່ຈະຮັບມືກັບການປະທະກັນຂອງມະນຸດ. ການປະກາດຈາກສະຫວັນຈະອ້ອນວອນຕໍ່ເຮົາວ່າ ວິທີທາງດຽວເທົ່ານັ້ນທີ່ຈະແກ້ໄຂບັນຫາທີ່ສັບຊ້ອນຂອງສັງຄົມໄດ້ຢ່າງເພິ່ງພໍໃຈ ຄືທີ່ຈະຮັກພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງເທົ່ານັ້ນ, ທີ່ຈະເຮັດໃຫ້ການຊ່ວຍໃຫ້ລອດອັນເປັນນິດນັ້ນເປັນໄປໄດ້, ທີ່ຈະຮັກກັນແລະກັນໃນຖານະເພື່ອນບ້ານ. ສາດສະດາອີເທີ ໄດ້ສອນວ່າ ເຮົາຄວນ “ມຸ້ງຫວັງຢ່າງແນ່ນອນສຳລັບໂລກທີ່ຈະດີກວ່ານີ້.” ເມື່ອໄດ້ອ່ານຄວາມຄິດນັ້ນ ເມື່ອໜຶ່ງພັນປີຕໍ່ຈາກນັ້ນ, ໂມໂຣໄນທີ່ອິດເມື່ອຍກັບສົງຄາມ ແລະ ຄວາມຮຸນແຮງ ໄດ້ປະກາດວ່າ “ເສັ້ນທາງອັນປະເສີດທີ່ສຸດ” ຕໍ່ໂລກນັ້ນ ຈະເປັນພຣະກິດຕິຄຸນຂອງພຣະເຢຊູຄຣິດສະເໝີ.8
ເຮົາມີຄວາມກະຕັນຍູຫລາຍ ທີ່ໃນທ່າມກາງການທ້າທາຍຕ່າງໆເຫລົ່ານີ້, ເປັນບາງຄັ້ງບາງຄາວ, ກໍຈະມີເພງທີ່ແຕກຕ່າງ ທີ່ເຮົາພົບເຫັນວ່າຕົວເອງຮ້ອງບໍ່ໄດ້, ແຕ່ເປັນເພາະເຫດຜົນຕ່າງໆ ຄວາມຮູ້ສຶກຕໍ່ສິ່ງເຫລົ່ານີ້ກໍເລິກຊຶ້ງ ແລະ ເປັນສ່ວນຕົວ, ແມ່ນແຕ່ສັກສິດ, ຈົນວ່າມັນທັງບໍ່ສາມາດຂັບຮ້ອງ ຫລື ບໍ່ຄວນຖືກສະແດງອອກ—ດັ່ງຄວາມຮັກຂອງ ນາງໂຄເດເລຍ ທີ່ມີຕໍ່ພໍ່ຂອງນາງ, ຊຶ່ງນາງໄດ້ກ່າວວ່າ, “ຂ້າບໍ່ສາມາດສະແດງຄວາມຮັກ … ຂອງຂ້າໄດ້ຢ່າງສົມບູນ. … ຂ້າບໍ່ສາມາດສະແດງຄວາມຮູ້ສຶກທັງໝົດອອກມາເປັນຄຳເວົ້າໄດ້.”9 ໂດຍທີ່ມາເຖິງເຮົາເໝືອນດັ່ງສິ່ງທີ່ສັກສິດ, ຄວາມຮູ້ສຶກເຫລົ່ານີ້ແມ່ນກ່າວອອກບໍ່ໄດ້ເລີຍ—ສວຍງາມ ແລະ ຍິ່ງໃຫຍ່ເກີນກວ່າຈະບັນຍາຍໄດ້ທາງວິນຍານ—ເໝືອນດັ່ງຄຳອະທິຖານທີ່ພຣະເຢຊູໄດ້ກ່າວເພື່ອເດັກນ້ອຍຊາວນີໄຟ. ຜູ້ຄົນທີ່ໄດ້ເຫັນເຫດການນັ້ນໄດ້ບັນທຶກໄວ້ວ່າ:
“ຕາບໍ່ເຄີຍໄດ້ເຫັນ ແລະ ຫູບໍ່ເຄີຍໄດ້ຍິນ, ... ເລື່ອງອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນເຊັ່ນນີ້ມາກ່ອນ ດັ່ງທີ່ພວກເຮົາໄດ້ເຫັນ ແລະ ໄດ້ຍິນເລື່ອງທີ່ພຣະເຢຊູໄດ້ກ່າວກັບພຣະບິດາ;
“… ບໍ່ມີລີ້ນໃດຈະເວົ້າໄດ້, ທັງບໍ່ມີຄົນໃດຈະຂຽນໄວ້ໄດ້, ທັງໃຈຂອງມະນຸດຈະເຂົ້າໃຈເລື່ອງຍິ່ງໃຫຍ່ ແລະ ໜ້າອັດສະຈັນເຊັ່ນນີ້ບໍ່ໄດ້ ດັ່ງທີ່ພວກເຮົາທັງໄດ້ເຫັນ ແລະ ໄດ້ຍິນພຣະເຢຊູກ່າວ.”10
ເວລາທີ່ເສຍສະລະເຫລົ່ານີ້ຍັງຄົງກ່າວອອກບໍ່ໄດ້ ເພາະວ່າການສະແດງອອກ, ແມ່ນແຕ່ຖ້າຫາກເປັນໄປໄດ້, ອາດເບິ່ງຄືວ່າບໍ່ເປັນການໃຫ້ຄວາມເຄົາລົບເລີຍ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາມີຊີວິດຢູ່ໃນໂລກມະຕະດ້ວຍຫລາຍໆເພງທີ່ເຮົາບໍ່ສາມາດຂັບຮ້ອງ ຫລື ຍັງບໍ່ເຂົ້າໃຈເທື່ອ. ແຕ່ຂ້າພະເຈົ້າຂໍອ້ອນວອນກັບເຮົາແຕ່ລະຄົນ ໃຫ້ຄົງຢູ່ຕະຫລອດໄປ ແລະ ຢ່າງຊື່ສັດກັບສະມາຊິກຄົນອື່ນໃນສາດສະໜາຈັກ, ບ່ອນທີ່ເຮົາຈະສາມາດມີຄວາມຊື່ນຊົມຕະຫລອດໄປກັບເພງທີ່ລ້ຳຄ່າທີ່ສຸດ—“ເພງສັນລະເສີນຄວາມຮັກທີ່ໄຖ່.”11 ໂຊກດີທີ່ວ່າ, ທຸກຄົນສາມາດນຳໃຊ້ການຊົດໃຊ້ນັ້ນ. ຍັງມີທີ່ສຳລັບຜູ້ຄົນທີ່ເວົ້າພາສາອື່ນໆ, ສະຫລອງວັດທະນະທຳທີ່ແຕກຕ່າງ, ແລະ ອາໄສຢູ່ໃນເຂດອື່ນຕະຫລອດທົ່ວໂລກ. ຍັງມີທີ່ສຳລັບຄົນໂສດ, ສຳລັບຄົນທີ່ແຕ່ງງານແລ້ວ, ສຳລັບຄອບຄົວໃຫຍ່, ແລະ ສຳລັບຄອບຄົວທີ່ບໍ່ມີລູກ. ຍັງມີທີ່ສຳລັບຜູ້ທີ່ເຄີຍມີຄວາມສົງໄສກ່ຽວກັບສັດທາຂອງຕົນ ແລະ ຍັງມີທີ່ສຳລັບຜູ້ຍັງສົງໄສຢູ່. ຍັງມີທີ່ສຳລັບຜູ້ທີ່ມີຄວາມສົນໃຈທາງເພດທີ່ແຕກຕ່າງ. ໂດຍສະຫລຸບແລ້ວ, ຍັງມີທີ່ສຳລັບທຸກໆຄົນທີ່ຮັກພຣະເຈົ້າ ແລະ ໃຫ້ກຽດພຣະບັນຍັດຂອງພຣະອົງ ວ່າເປັນມາດຕະຖານທີ່ສຳຄັນ ແລະ ຕ້ອງເຄົາລົບ ສຳລັບພຶດຕິກຳສ່ວນຕົວ, ເພາະຖ້າຫາກຄວາມຮັກທີ່ມີຕໍ່ພຣະເຈົ້າເປັນສຽງເພງທີ່ເຮົາຮ້ອງຮ່ວມກັນ, ແນ່ນອນວ່າຄວາມສະແຫວງຫາທີ່ເຮົາມີຄືກັນ ທີ່ຈະເຊື່ອຟັງພຣະອົງນັ້ນຈະເປັນສຽງປອງດອງທີ່ເຮົາຂາດບໍ່ໄດ້. ດ້ວຍພຣະບັນຊາຈາກສະຫວັນຂອງຄວາມຮັກ ແລະ ສັດທາ, ການກັບໃຈ ແລະ ຄວາມເຫັນອົກເຫັນໃຈ, ຄວາມສັດຊື່ ແລະ ການໃຫ້ອະໄພ, ຍັງມີທີ່ໃນກຸ່ມນັກຮ້ອງນີ້ສຳລັບທຸກຄົນທີ່ຢາກຢູ່ທີ່ນັ້ນ.12 “ຈົ່ງມາຕາມທີ່ເຈົ້າເປັນຢູ່” ພຣະບິດາທີ່ຊົງຮັກກ່າວຕໍ່ເຮົາແຕ່ລະຄົນ, ແຕ່ພຣະອົງຕື່ມຄຳນີ້ວ່າ, “ຢ່າຄິດເລີຍວ່າເຈົ້າຈະບໍ່ປ່ຽນໄປ.” ເຮົາຍິ້ມ ແລະ ຈື່ຈຳວ່າພຣະເຈົ້າມຸ້ງໝັ້ນທີ່ຈະເຮັດໃຫ້ເຮົາເປັນໄປໄດ້ຫລາຍກວ່າທີ່ເຮົາໄດ້ຄິດວ່າເຮົາຈະເປັນໄດ້.
ໃນຄຳປາໄສທີ່ເປັນແຜນຂອງພຣະອົງສຳລັບຄວາມລອດຂອງເຮົາ, ຂ້າພະເຈົ້າຫວັງວ່າເຮົາຈະຕິດຕາມການນຳພາຂອງພຣະອົງ ແລະ ພະຍາຍາມຕໍ່ໄປກັບສິ່ງທີ່ເຮົາຍັງເຮັດໃຫ້ສຳເລັດບໍ່ໄດ້, ຈົນກວ່າເຮົາຈະສະເໜີ “ເພງນີ້ແດ່ພຣະລາຊາ [ຂອງເຮົາ].”13 ແລ້ວມື້ໜຶ່ງ, ດັ່ງທີ່ເພງເຮົາກ່າວ:
ເຮົາຈະຮ່ວມຮ້ອງເພງ ຈະໂຮ່ຮ້ອງກັບທູດສະຫວັນ,
ໂຮຊັນນາ, ໂຮຊັນນາ ແດ່ພຣະເຈົ້າ ແລະ ພຣະເມສານ້ອຍ! …
... ເມື່ອພຣະເຢຊູສະເດັດໂດຍລົດມ້າໄຟ!14
ຂ້າພະເຈົ້າເປັນພະຍານວ່າ ເວລານັ້ນຈະມາເຖິງ, ວ່າພຣະເຈົ້າພຣະບິດາຜູ້ສະຖິດນິລັນດອນຂອງເຮົາຈະສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງມາສູ່ໂລກ, ເທື່ອນີ້ເພື່ອມາປົກຄອງ ແລະ ຄອບຄອງເປັນມະຫາກະສັດເໜືອກະສັດທັງຫລາຍຕະຫລອດໄປ. ຂ້າພະເຈົ້າເປັນພະຍານວ່າ ນີ້ຄືສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ ແລະ ເປັນພາຫະນະສຳລັບການນຳຄຳສອນ ແລະ ພິທີການແຫ່ງຄວາມລອດຂອງພຣະກິດຕິຄຸນຂອງພຣະອົງມາສູ່ມະນຸດຊາດທັງປວງ. ເມື່ອຂ່າວສານຂອງພຣະອົງ “ຂະຫຍາຍໄປທົ່ວທຸກທະວີບ ແລະ ຢ້ຽມຢາມທຸກບ່ອນ,”15 ແລະ ພຣະເຢຊູ ຈະ “ສົ່ງຍິ້ມມາ”16 ຢ່າງແນ່ນອນ. ມັນຈະມີແສງສະຫວ່າງນິລັນດອນໃນຈິດວິນຍານຢ່າງຫລວງຫລາຍ ໃນວັນນັ້ນ. ຂ້າພະເຈົ້າອະທິຖານ ຂໍໃຫ້ເວລາທີ່ຖືກສັນຍາໄວ້ນັ້ນມາເຖິງ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.