ຈົ່ງຕັດສິນໃຈໃນມື້ນີ້
ຄວາມຍິ່ງໃຫຍ່ຂອງຄວາມສຸກນິລັນດອນຂອງເຮົາ ແມ່ນຂຶ້ນຢູ່ກັບການເລືອກພຣະເຈົ້າທີ່ດຳລົງຢູ່ ແລະ ການຮ່ວມມືກັບພຣະອົງໃນວຽກງານຂອງພຣະອົງ.
ຕົວລະຄອນທີ່ແຕ່ງຂຶ້ນຊື່ ແມຣີ ພອບປິນສ໌ ເປັນເອື້ອຍລ້ຽງເດັກຊາວອັງກິດ—ຜູ້ທີ່ມີເວດມົນຄາຖາ.1 ນາງຖືກພັດມາຈາກລົມຂອງທິດຕາເວັນອອກ ເພື່ອມາຊ່ວຍຄອບຄົວ ແບ້ງສ໌ ທີ່ມີບັນຫາ ຢູ່ທີ່ບ້ານເລກທີ 17, ຖະໜົນແຊວຣີ ທຣີ ເລນ ໃນຄຸ້ມ ເອດເວີດດຽນ ກຸງລອນດອນ. ນາງໄດ້ຮັບມອບໝາຍໃຫ້ດູແລເດັກນ້ອຍຊື່ ນາງເຈນ ແລະ ທ້າວໄມໂກ. ໃນວິທີທີ່ເດັດດ່ຽວແຕ່ມີຄວາມເມດຕາ, ນາງໄດ້ເລີ່ມສິດສອນບົດຮຽນທີ່ມີ ຄຸນຄ່າຫລາຍໃຫ້ແກ່ພວກເຂົາ ດ້ວຍການໃຊ້ເວດມົນ.
ນາງເຈນ ແລະ ທ້າວໄມໂກ ໄດ້ມີຄວາມກ້າວໜ້າດີ, ແຕ່ນາງແມຣີຕັດສິນໃຈວ່າ ເຖິງເວລາແລ້ວທີ່ນາງຕ້ອງຈາກໄປ. ໃນການສະແດງເທິງເວທີ, ເພື່ອນກວາດປ່ອງແປວໄຟຂອງນາງແມຣີ, ທ້າວເບີດ, ພະຍາຍາມກີດກັນບໍ່ໃຫ້ນາງໄປ. ລາວກ່າວວ່າ, “ແຕ່ພວກເຂົາເປັນເດັກດີນະ, ແມຣີ.”
ນາງແມຣີຕອບວ່າ, “ຖ້າພວກເຂົາບໍ່ເປັນເດັກດີ ແລ້ວຂ້ອຍຈະມາສົນໃຈພວກເຂົາບໍລະ? ແຕ່ຂ້ອຍຈະຊ່ວຍພວກເຂົາບໍ່ໄດ້ ຖ້າພວກເຂົາບໍ່ຍອມໃຫ້ຂ້ອຍຊ່ວຍ, ແລະ ບໍ່ມີຄົນໃດທີ່ສອນຍາກໄປກວ່າເດັກທີ່ຮູ້ທຸກສິ່ງ.”
ທ້າວເບີດຖາມວ່າ, “ແລ້ວຈັ່ງໃດລະ?”
ນາງແມຣີຕອບວ່າ, “ແລ້ວພວກເຂົາຕ້ອງເຮັດສ່ວນຕໍ່ໄປ ດ້ວຍຕົວພວກເຂົາເອງ.2
ອ້າຍເອື້ອຍນ້ອງທັງຫລາຍ, ເໝືອນດັ່ງນາງເຈນ ແລະ ທ້າວໄມໂກ ແບ້ງສ໌, ເຮົາກໍເປັນ “ເດັກດີ” ຜູ້ທີ່ຕ້ອງໄດ້ຮັບຄວາມສົນໃຈຄືກັນ. ພຣະບິດາເທິງສະຫວັນຂອງເຮົາປະສົງຈະຊ່ວຍເຫລືອ ແລະ ອວຍພອນເຮົາ, ແຕ່ເຮົາກໍບໍ່ຍອມໃຫ້ພຣະອົງເຮັດດັ່ງນັ້ນສະເໝີໄປ. ບາງເທື່ອ, ເຮົາກໍປະພຶດຕົວຄືກັນກັບວ່າເຮົາຮູ້ທຸກສິ່ງແລ້ວ. ແລະ ເຮົາກໍຕ້ອງເຮັດ “ສ່ວນຕໍ່ໄປ” ດ້ວຍຕົວເຮົາເອງຄືກັນ. ເພາະເຫດນີ້ ເຮົາຈຶ່ງໄດ້ລົງມາສູ່ໂລກ ຈາກບ້ານກ່ອນຊີວິດມະຕະ, ບ້ານແຫ່ງສະຫວັນ. “ສ່ວນຕໍ່ໄປ” ຂອງເຮົາກ່ຽວຂ້ອງກັບການເລືອກ.
ເປົ້າໝາຍຂອງພຣະບິດາເທິງສະຫວັນຂອງເຮົາໃນການເປັນພໍ່ແມ່ ບໍ່ແມ່ນຈະໃຫ້ລູກໆຂອງພຣະອົງ ເຮັດ ສິ່ງທີ່ຖືກຕ້ອງ; ແຕ່ແມ່ນໃຫ້ລູກໆຂອງພຣະອົງ ເລືອກ ທີ່ຈະເຮັດສິ່ງທີ່ຖືກຕ້ອງ ແລະ ໃນທີ່ສຸດກາຍເປັນເໝືອນດັ່ງພຣະອົງ. ຖ້າຫາກວ່າພຣະອົງພຽງແຕ່ປະສົງໃຫ້ເຮົາເຊື່ອຟັງເທົ່ານັ້ນ, ພຣະອົງຈະໃຊ້ລາງວັນ ແລະ ການລົງໂທດທັນທີ ທີ່ຈະມີອິດທິພົນຕໍ່ພຶດຕິກຳຂອງເຮົາ.
ແຕ່ພຣະເຈົ້າບໍ່ປະສົງໃຫ້ລູກໆຂອງພຣະອົງເປັນແບບ “ສັດລ້ຽງ” ທີ່ໄດ້ຮັບການອົບລົມ ແລະ ເຊື່ອຟັງ ຜູ້ທີ່ຈະບໍ່ແຫ້ນເກີບຂອງພຣະອົງຢູ່ໃນຫ້ອງຮັບແຂກ ໃນອານາຈັກສັ້ນສູງ.3 ບໍ່ເລີຍ, ພຣະເຈົ້າປະສົງໃຫ້ລູກໆຂອງພຣະອົງເຕີບໂຕທາງວິນຍານ ແລະ ຮ່ວມມືກັບພຣະອົງໃນວຽກງານຂອງຄອບຄົວ.
ພຣະເຈົ້າໄດ້ຈັດແຜນໜຶ່ງຂຶ້ນ ບ່ອນທີ່ເຮົາຈະສາມາດກາຍເປັນທາຍາດ ໃນອານາຈັກຂອງພຣະອົງ, ຊຶ່ງເປັນເສັ້ນທາງແຫ່ງພັນທະສັນຍາ ທີ່ຈະນຳເຮົາໃຫ້ກາຍເປັນເໝືອນດັ່ງພຣະອົງ, ມີຊີວິດແບບທີ່ພຣະອົງມີ, ແລະ ມີຊີວິດຕະຫລອດໄປເປັນຄອບຄົວ ໃນທີ່ປະທັບຂອງພຣະອົງ.4 ການເລືອກສ່ວນຕົວໄດ້ເປັນ—ແລະ ເປັນ—ສິ່ງທີ່ຈຳເປັນຕໍ່ແຜນນີ້, ຊຶ່ງເຮົາໄດ້ຮຽນຮູ້ ໃນຊີວິດກ່ອນເກີດຂອງເຮົາ. ເຮົາໄດ້ຍອມຮັບເອົາແຜນນັ້ນ ແລະ ໄດ້ເລືອກທີ່ຈະລົງມາສູ່ໂລກ.
ເພື່ອໃຫ້ແນ່ໃຈວ່າເຮົາຈະນຳໃຊ້ສັດທາ ແລະ ຮຽນຮູ້ທີ່ຈະໃຊ້ອຳເພີໃຈຂອງເຮົາໃຫ້ຖືກຕ້ອງ, ຜ້າມ່ານແຫ່ງຄວາມຫລົງລືມຖືກເອົາມາປິດບັງຄວາມນຶກຄິດຂອງເຮົາ ເພື່ອວ່າເຮົາຈະບໍ່ຈົດຈຳແຜນຂອງພຣະເຈົ້າ. ປາດສະຈາກຜ້າມ່ານນັ້ນ, ຈຸດປະສົງຂອງພຣະເຈົ້າຈະບໍ່ບັນລຸຜົນສຳເລັດ ເພາະວ່າເຮົາຈະກ້າວໜ້າ ແລະ ຈະກາຍເປັນທາຍາດທີ່ໄວ້ໃຈໄດ້ ທີ່ພຣະອົງປະສົງໃຫ້ເຮົາເປັນບໍ່ໄດ້.
ສາດສະດາລີໄຮໄດ້ກ່າວວ່າ: “ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າຈຶ່ງປະທານໃຫ້ມະນຸດ ເພື່ອພວກເຂົາຈະກະທຳດ້ວຍຕົວເອງ. ດັ່ງນັ້ນ, ມະນຸດກະທຳດ້ວຍຕົວເອງບໍ່ໄດ້ ນອກຈາກຈະເປັນໄປເມື່ອພວກເຂົາ ຖືກຊັກຈູງໂດຍຢ່າງໜຶ່ງ ຫລື ອີກຢ່າງໜຶ່ງ.”5 ໃນລະດັບພື້ນຖານ, ທາງໜຶ່ງແມ່ນພຣະເຢຊູຄຣິດເປັນຕົວແທນ, ພຣະບຸດອົງທຳອິດຂອງພຣະບິດາ. ອີກທາງໜຶ່ງກໍມີຊາຕານ, ລູຊິເຟີ, ເປັນຕົວແທນ, ຜູ້ທີ່ຢາກທຳລາຍອຳເພີໃຈ ແລະ ແຍ້ງຊີງເອົາອຳນາດ.6
ໃນພຣະເຢຊູຄຣິດ, “ພວກເຮົາມີຜູ້ວິງວອນແທນພວກເຮົາ ນຳພຣະບິດາ.”7 ຫລັງຈາກໄດ້ສຳເລັດການເສຍສະລະຊົດໃຊ້ຂອງພຣະອົງແລ້ວ, ພຣະເຢຊູ “ໄດ້ສະເດັດຂຶ້ນໄປສະຫວັນ … ເພື່ອຮຽກຮ້ອງສິດແຫ່ງຄວາມເມດຕາຈາກພຣະບິດາ ຊຶ່ງພຣະອົງມີຕໍ່ລູກຫລານມະນຸດ.” ແລະ, ໂດຍທີ່ໄດ້ຮຽກຮ້ອງສິດແຫ່ງຄວາມເມດຕາ, “ພຣະອົງຈຶ່ງວິງວອນແທນລູກຫລານມະນຸດ.”8
ການວິງວອນແທນຂອງພຣະຄຣິດນຳພຣະບິດາແທນເຮົາ ບໍ່ໄດ້ເປັນເລື່ອງຂອງຄູ່ຕໍ່ສູ້. ພຣະເຢຊູຄຣິດ, ຜູ້ທີ່ຍອມໃຫ້ພຣະປະສົງຂອງພຣະອົງຖືກກືນ ເຂົ້າໄປໃນພຣະປະສົງຂອງພຣະບິດາ,9 ຈະບໍ່ສະໜັບສະໜູນສິ່ງໃດນອກຈາກສິ່ງທີ່ພຣະບິດາໄດ້ປະສົງຢູ່ແລ້ວ. ພຣະບິດາເທິງສະຫວັນກໍໄດ້ໃຫ້ກຳລັງໃຈ ແລະ ສັນລະເສີນຄວາມສຳເລັດຜົນຂອງເຮົາແນ່ນອນ.
ການວິງວອນແທນຂອງພຣະຄຣິດ, ວ່າຢ່າງໜ້ອຍ, ກໍທີ່ຈະເຕືອນໃຈເຮົາວ່າພຣະອົງໄດ້ຈ່າຍຄ່າແທນບາບຂອງເຮົາແລ້ວ ແລະ ວ່າບໍ່ມີໃຜຖືກກີດກັນຈາກຄວາມເມດຕາຂອງພຣະເຈົ້າ ຈົນເອື້ອມອອກໄປບໍ່ເຖິງ.10 ສຳລັບຜູ້ທີ່ເຊື່ອໃນພຣະເຢຊູຄຣິດ, ກັບໃຈ, ຮັບບັບຕິສະມາ, ແລະ ອົດທົນຈົນເຖິງທີ່ສຸດ—ເປັນຂັ້ນຕອນທີ່ນຳໄປສູ່ການກັບຄືນດີ11—ພຣະຜູ້ຊ່ວຍໃຫ້ລອດໃຫ້ອະໄພ, ປິ່ນປົວ, ແລະ ວິງວອນແທນ. ພຣະອົງເປັນຜູ້ຊ່ວຍເຫລືອ, ຜູ້ປອບໃຈ, ແລະ ຜູ້ໄກ່ເກ່ຍຂອງເຮົາ—ຢືນຢັນ ແລະ ຮັບຮອງການກັບຄືນດີຂອງເຮົາກັບພຣະເຈົ້າ.12
ໃນທາງທີ່ກົງກັນຂ້າມທີ່ແຈ້ງຊັດ, ລູຊິເຟີເປັນຜູ້ກ່າວຫາ ຫລື ໄອຍະການ. ໂຢຮັນ ຜູ້ເປີດເຜີຍໄດ້ບັນຍາຍການປະລາໄຊຂອງລູຊິເຟີໃນທີ່ສຸດວ່າ: “ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, ບັດນີ້ຄວາມລອດພົ້ນ, ລິດເດດ ແລະ ອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງລິດອຳນາດພຣຄຣິດຂອງພຣະອົງໄດ້ມາເຖິງແລ້ວ.” ເປັນຫຍັງ? ເພາະວ່າ “ຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນ ແລະ ກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ. ເຂົາເຫລົ່ານັ້ນໄດ້ໄຊຊະນະພະຍານາກແລ້ວ ດ້ວຍໂລຫິດຂອງພຣະເມສານ້ອຍ, ແລະ ເພາະຄຳພະຍານຂອງພວກເຂົາເອງ.”13
ລູຊິເຟີແມ່ນຜູ້ກ່າວຫາ. ມັນໄດ້ກ່າວຕໍ່ຕ້ານເຮົາໃນຊີວິດກ່ອນມະຕະ, ແລະ ມັນຍັງປະນາມເຮົາໃນຊີວິດນີ້ຢູ່ຕໍ່ໄປ. ມັນສະແຫວງຫາທີ່ຈະດຶງເຮົາລົງ. ມັນຢາກໃຫ້ເຮົາມີຄວາມໂສກເສົ້າທີ່ບໍ່ມີວັນສິ້ນສຸດ. ມັນເປັນຜູ້ທີ່ບອກເຮົາວ່າເຮົາມີຄວາມບົກຜ່ອງ, ຜູ້ທີ່ບອກເຮົາວ່າເຮົາບໍ່ດີພໍ, ທີ່ບອກເຮົາວ່າບໍ່ມີທາງແກ້ໄຂຄວາມຜິດພາດ. ມັນເປັນຜູ້ຂົ່ມຂູ່ທີ່ສຸດ, ທີ່ຊ້ຳເຕີມເຮົາຍາມເຮົາໝົດຫວັງ.
ຖ້າລູຊິເຟີເປັນຜູ້ສອນເດັກນ້ອຍໃຫ້ຍ່າງ ແລະ ເດັກນັ້ນສະດຸດລົ້ມ, ມັນກໍຈະຮ້ອງໃສ່ເດັກ, ລົງໂທດເຂົາ, ແລະ ບອກເດັກຄົນນັ້ນໃຫ້ເຊົາພະຍາຍາມເສຍ. ວິທີທາງຂອງລູຊິເຟີຈະນຳຄວາມອຸກອັ່ງໃຈ ແລະ ຄວາມສິ້ນຫວັງມາໃຫ້—ໃນທີ່ສຸດ ແລະ ສະເໝີໄປ. ບິດາຂອງຄວາມຂີ້ຕົວະຜູ້ນີ້ ເປັນຜູ້ທີ່ຈັດໃຫ້ມີຄວາມເທັດທັງໝົດ14 ແລະ ທຳງານຢ່າງສະຫລາດແກມກົງເພື່ອຈະຫລອກລວງ ແລະ ລົບກວນເຮົາ, “ເພາະມັນສະແຫວງຫາເພື່ອມະນຸດທັງປວງຈະໄດ້ເສົ້າສະຫລົດໃຈ ຄືກັນກັບມັນ.”15
ຖ້າພຣະຄຣິດເປັນຜູ້ທີ່ສອນເດັກນ້ອຍໃຫ້ຍ່າງ ແລະ ເດັກນ້ອຍຄົນນັ້ນສະດຸດລົ້ມ, ພຣະອົງຈະຊ່ວຍເດັກໃຫ້ຢືນຂຶ້ນ ແລະ ຊຸກຍູ້ໃຫ້ເດັກກ້າວໄປໜ້າ.16 ພຣະຄຣິດເປັນພຣະຜູ້ຊ່ວຍເຫລືອ ແລະ ພຣະຜູ້ປອບໃຈ. ວິທີທາງຂອງພຣະອົງຈະນຳຄວາມສຸກ ແລະ ຄວາມຫວັງມາໃຫ້—ໃນທີ່ສຸດ ແລະ ສະເໝີໄປ.
ແຜນຂອງພຣະເຈົ້າແມ່ນຮ່ວມທັງການຊີ້ນຳເຮົາ, ຊຶ່ງພຣະຄຳພີຮ້ອງວ່າພຣະບັນຍັດ. ພຣະບັນຍັດເຫລົ່ານີ້ບໍ່ໄດ້ຖືກຈັດຂຶ້ນແບບຫລິ້ນໆ ຫລື ເປັນພຽງແຕ່ປະມວນກົດ ທີ່ປະສົງຈະອົບລົມເຮົາໃຫ້ເປັນຄົນທີ່ເຊື່ອຟັງເທົ່ານັ້ນ. ພຣະບັນຍັດເຫລົ່ານີ້ເຊື່ອມໂຍງກັບການພັດທະນາຄຸນສົມບັດຂອງບັນດາພຣະເຈົ້າທັງຫລາຍ, ເພື່ອການກັບຄືນໄປຫາພຣະບິດາເທິງສະຫວັນຂອງເຮົາ, ແລະ ໄດ້ຮັບຄວາມສຸກທີ່ບໍ່ມີວັນສິ້ນສຸດ. ການເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ ບໍ່ໄດ້ເປັນເລື່ອງຕາບອດ; ເຮົາຕັ້ງໃຈເລືອກພຣະເຈົ້າ ແລະ ເສັ້ນທາງຂອງພຣະອົງ ທີ່ນຳເຮົາກັບບ້ານ. ແບບແຜນສຳລັບເຮົາແມ່ນອັນດຽວກັນ ດັ່ງທີ່ມັນໄດ້ເປັນສຳລັບອາດາມ ແລະ ເອວາ, ທີ່ “ພຣະເຈົ້າໄດ້ມອບພຣະບັນຍັດໃຫ້ແກ່ເຂົາເຈົ້າ: ຫລັງຈາກທີ່ໄດ້ເຮັດໃຫ້ເຂົາເຈົ້າຮູ້ເຖິງແຜນແຫ່ງການໄຖ່.”17 ເຖິງແມ່ນວ່າພຣະເຈົ້າປະສົງໃຫ້ເຮົາຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ແຕ່ພຣະອົງຍັງໃຫ້ເຮົາສາມາດເລືອກ ດ້ວຍກຽດສັກສີ.
ແທ້ຈິງແລ້ວ, ພຣະເຈົ້າປາດຖະໜາ, ຄາດຫວັງ, ແລະ ຊີ້ນຳລູກໆຂອງພຣະອົງແຕ່ລະຄົນ ໃຫ້ເລືອກສຳລັບຕົວເຂົາເອງ. ພຣະອົງຈະບໍ່ບັງຄັບເຮົາ. ຜ່ານທາງຂອງປະທານແຫ່ງອຳເພີໃຈ, ພຣະເຈົ້າປ່ອຍໃຫ້ລູກໆຂອງພຣະອົງ “ກະທຳດ້ວຍຕົວເອງ ແລະ ທີ່ຈະບໍ່ຖືກກະທຳ.”18 ອຳເພີໃຈອະນຸຍາດໃຫ້ເຮົາເລືອກທີ່ຈະເຂົ້າໄປຢູ່ໃນເສັ້ນທາງ, ຫລື ບໍ່ເຂົ້າໄປ. ມັນອະນຸຍາດໃຫ້ເຮົາອອກໄປ, ຫລື ບໍ່ອອກໄປ. ດັ່ງທີ່ເຮົາບໍ່ສາມາດຖືກບັງຄັບໃຫ້ເຊື່ອຟັງສັນໃດ, ເຮົາກໍບໍ່ສາມາດຖືກບັງຄັບ ບໍ່ໃຫ້ເຊື່ອຟັງສັນນັ້ນ. ບໍ່ມີໃຜ, ປາດສະຈາກການຮ່ວມມືຂອງເຮົາ, ສາມາດດຶງເຮົາອອກຈາກເສັ້ນທາງໄດ້. (ບັດນີ້, ນີ້ບໍ່ແມ່ນໃຫ້ສັບສົນກັບຜູ້ທີ່ອຳເພີໃຈຖືກລະເມີດ. ເຂົາເຈົ້າບໍ່ໄດ້ອອກນອກທາງໄປ; ແຕ່ເຂົາເຈົ້າເປັນຜູ້ຮັບເຄາະ. ເຂົາເຈົ້າໄດ້ຮັບຄວາມເຂົ້າໃຈ, ຄວາມຮັກ, ແລະ ຄວາມເຫັນອົກເຫັນໃຈຈາກພຣະເຈົ້າ.)
ແຕ່ເມື່ອເຮົາອອກຈາກເສັ້ນທາງ, ພຣະເຈົ້າກໍເສົ້າພຣະໄທ ເພາະພຣະອົງຮູ້ວ່າ ໃນທີ່ສຸດ, ເຖິງແມ່ນຈະແຕກຕ່າງກັນ, ມັນຈະນຳໄປສູ່ຄວາມສຸກທີ່ມີໜ້ອຍລົງ ແລະ ເຮັດໃຫ້ສູນເສຍພອນຕ່າງໆ. ໃນພຣະຄຳພີ, ການອອກໄປຈາກເສັ້ນທາງນັ້ນເອີ້ນວ່າບາບ, ແລະ ຈະມີຄວາມສຸກໜ້ອຍລົງ ແລະ ການສູນເສຍພອນຈະເປັນຜົນທີ່ຕາມມາ ຊຶ່ງເອີ້ນວ່າ ການລົງໂທດ. ໃນດ້ານນີ້, ພຣະເຈົ້າບໍ່ໄດ້ລົງໂທດເຮົາ; ການລົງໂທດເປັນຜົນທີ່ຕາມມາຂອງການເລືອກຂອງເຮົາເອງ, ບໍ່ແມ່ນການເລືອກຂອງພຣະອົງ.
ເມື່ອເຮົາພົບເຫັນວ່າເຮົາອອກໄປນອກເສັ້ນທາງ, ເຮົາສາມາດຢູ່ທີ່ນັ້ນໄດ້, ຫລື ວ່າເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ເຮົາສາມາດເລືອກທີ່ຈະຫັນກັບຄືນມາຢູ່ໃນເສັ້ນທາງອີກ. ໃນພຣະຄຳພີ, ຂັ້ນຕອນຂອງການຕັດສິນໃຈທີ່ຈະປ່ຽນແປງ ແລະ ກັບຄືນມາສູ່ເສັ້ນທາງນັ້ນ ແມ່ນເອີ້ນວ່າ ການກັບໃຈ. ການບໍ່ຍອມກັບໃຈໝາຍຄວາມວ່າ ເຮົາເລືອກທີ່ຈະບໍ່ໃຫ້ຕົນເອງເໝາະສົມກັບພອນ ທີ່ພຣະເຈົ້າປາດຖະໜາຈະປະທານໃຫ້ເຮົາ. ຖ້າຫາກເຮົາ, “ບໍ່ເຕັມໃຈຈະປິຕິຍິນດີກັບສິ່ງທີ່ [ເຮົາ] ອາດຈະໄດ້ຮັບ,” ເຮົາຈະ “ກັບຄືນ … ໄປສູ່ຈຸດ [ຂອງເຮົາເອງ], ທີ່ຈະປິຕິຍິນດີກັບສິ່ງທີ່ [ເຮົາ] ເຕັມໃຈທີ່ຈະໄດ້ຮັບ”19—ທາງເລືອກຂອງເຮົາ, ບໍ່ແມ່ນທາງເລືອກຂອງພຣະເຈົ້າ.
ບໍ່ວ່າເຮົາໄດ້ອອກໄປນອກເສັ້ນທາງນັ້ນດົນນານປານໃດ ຫລື ວ່າເຮົາໄດ້ພະເນຈອນໄປໄກປານໃດກໍຕາມ, ໃນວິນາທີທີ່ເຮົາເລືອກທີ່ຈະປ່ຽນ, ພຣະເຈົ້າຈະຊ່ວຍເຮົາໃຫ້ກັບຄືນມາ.20 ຈາກທັດສະນະຂອງພຣະເຈົ້າ, ຜ່ານການກັບໃຈທີ່ຈິງໃຈ ແລະ ການກ້າວໄປໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ເມື່ອໄດ້ກັບຄືນມາຢູ່ໃນເສັ້ນທາງແລ້ວ, ມັນກໍຈະເປັນຄືກັນກັບວ່າ ເຮົາບໍ່ເຄີຍອອກໄປຈາກເສັ້ນທາງນັ້ນເລີຍ.21 ພຣະຜູ້ຊ່ວຍໃຫ້ລອດຈ່າຍຄ່າບາບຂອງເຮົາ ແລະ ປົດປ່ອຍເຮົາຈາກການມີຄວາມສຸກ ແລະ ການໄດ້ຮັບພອນແບບໜ້ອຍໆ. ໃນພຣະຄຳພີ ສິ່ງນີ້ຖືກເອີ້ນວ່າການໃຫ້ອະໄພ. ຫລັງຈາກບັບຕິສະມາ, ສະມາຊິກທຸກຄົນຈະເຈືອກອອກຈາກເສັ້ນທາງ—ພວກເຮົາບາງຄົນ ກໍໄດ້ໂດດອອກ. ດັ່ງນັ້ນ, ການໃຊ້ສັດທາໃນພຣະເຢຊູຄຣິດ, ການກັບໃຈ, ການຮັບເອົາຄວາມຊ່ວຍເຫລືອຈາກພຣະອົງ, ແລະ ການໄດ້ຮັບການໃຫ້ອະໄພ, ບໍ່ໄດ້ເປັນເຫດການທີ່ເກີດຂຶ້ນເທື່ອດຽວ ແຕ່ເປັນຂັ້ນຕອນຕະຫລອດຊີວິດ, ຂັ້ນຕອນທີ່ເຮັດຊ້ຳແລ້ວຊ້ຳອີກ ຫລື ເຮັດເລື້ອຍໆ. ນີ້ຄືວິທີທີ່ເຮົາ “ອົດທົນຈົນເຖິງທີ່ສຸດ.”22
ເຮົາຕ້ອງເລືອກວ່າເຮົາຈະຮັບໃຊ້ໃຜ.23 ຄວາມຍິ່ງໃຫຍ່ຂອງຄວາມສຸກນິລັນດອນຂອງເຮົາ ແມ່ນຂຶ້ນຢູ່ກັບການເລືອກພຣະເຈົ້າທີ່ດຳລົງຢູ່ ແລະ ການຮ່ວມມືກັບພຣະອົງໃນວຽກງານຂອງພຣະອົງ. ເມື່ອເຮົາພະຍາຍາມທີ່ຈະ “ເຮັດສ່ວນຕໍ່ໄປ” ດ້ວຍຕົວເຮົາເອງ, ເຮົາກໍເຝິກການໃຊ້ອຳເພີໃຈຂອງເຮົາຢ່າງຖືກຕ້ອງ. ດັ່ງທີ່ອະດີດປະທານສະມາຄົມສະຕີສົງເຄາະສາມັນສອງທ່ານໄດ້ກ່າວວ່າ, ເຮົາບໍ່ຄວນເປັນ “ແອນ້ອຍທີ່ຕ້ອງການ ການອອຍໃຈ ແລະ ການຕັກເຕືອນຕະຫລອດເວລາ.”24 ບໍ່ໃຫ້ເປັນແນວນັ້ນ, ພຣະເຈົ້າປະສົງໃຫ້ເຮົາກາຍເປັນຜູ້ໃຫຍ່ ແລະ ປົກຄອງຕົວເອງ.
ການເລືອກທີ່ຈະຕິດຕາມແຜນຂອງພຣະບິດາ ຄືວິທີທາງດຽວເທົ່ານັ້ນ ທີ່ເຮົາຈະສາມາດກາຍເປັນທາຍາດໃນອານາຈັກຂອງພຣະອົງໄດ້; ພຽງແຕ່ໃນເວລານັ້ນ ທີ່ພຣະອົງຈະສາມາດໄວ້ວາງໃຈເຮົາ ທີ່ຈະບໍ່ທູນຂໍສິ່ງທີ່ກົງກັນຂ້າມ ກັບພຣະປະສົງຂອງພຣະອົງ.25 ແຕ່ເຮົາຕ້ອງຈື່ຈຳວ່າ “ບໍ່ມີຄົນໃດທີ່ສອນຍາກໄປກວ່າເດັກທີ່ຮູ້ທຸກສິ່ງ.” ສະນັ້ນ ເຮົາຕ້ອງເຕັມໃຈທີ່ຈະໄດ້ຮັບການສິດສອນໃນວິທີທາງຂອງພຣະຜູ້ເປັນເຈົ້າ ໂດຍພຣະຜູ້ເປັນເຈົ້າ ແລະ ຜູ້ຮັບໃຊ້ຂອງພຣະອົງ. ເຮົາສາມາດໄວ້ວາງໃຈໄດ້ວ່າ ເຮົາເປັນລູກໆທີ່ຮັກຂອງພຣະບິດາມານດາເທິງສະຫວັນ26 ແລະ ເຮົາມີຄຸນຄ່າດີພໍທີ່ຈະ “ໄດ້ຮັບຄວາມສົນໃຈ” ແລະ ໄດ້ຮັບຄວາມໝັ້ນໃຈວ່າ “ດ້ວຍໂຕຄົນດຽວ” ຈະບໍ່ໝາຍຄວາມວ່າ “ຕາມລຳພັງ” ເລີຍ.
ຂ້າພະເຈົ້າຂໍກ່າວຮ່ວມກັບຢາໂຄບ ສາດສະດາຂອງພຣະຄຳພີມໍມອນ ທີ່ວ່າ:
“ດັ່ງນັ້ນ, ຈົ່ງເຮັດໃຫ້ໃຈຂອງທ່ານຊື່ນບານ, ແລະ ຈົ່ງຈື່ຈຳໄວ້ວ່າ ທ່ານມີສິດທີ່ຈະເຮັດເພື່ອຕົນເອງ—ທີ່ຈະເລືອກທາງແຫ່ງຄວາມຕາຍອັນຕະຫລອດໄປ ຫລື ທາງແຫ່ງຊີວິດນິລັນດອນ.
“ສະນັ້ນ, ອ້າຍນ້ອງ [ແລະ ເອື້ອຍນ້ອງ] ທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງທຳຕົນເອງໃຫ້ເຂົ້າກັບພຣະປະສົງຂອງພຣະເຈົ້າ, ແລະ ບໍ່ແມ່ນເຂົ້າກັບຄວາມປະສົງຂອງມານ … ; ແລະ ຈົ່ງຈື່ຈຳໄວ້, ຫລັງຈາກທ່ານທຳຕົນເອງເຂົ້າກັບພຣະເຈົ້າແລ້ວ, ວ່າຈະເປັນໂດຍພຣະຄຸນຂອງພຣະເຈົ້າເທົ່ານັ້ນທີ່ທ່ານຈະລອດ.”27
ສະນັ້ນ, ຈົ່ງເລືອກສັດທາໃນພຣະຄຣິດ; ເລືອກການກັບໃຈ; ເລືອກທີ່ຈະຮັບບັບຕິສະມາ ແລະ ຮັບເອົາພຣະວິນຍານບໍລິສຸດ; ເລືອກທີ່ຈະຕຽມພ້ອມຢ່າງຮອບຄອບ ແລະ ຮັບສ່ວນສິນລະລຶກຢ່າງມີຄຸນຄ່າດີພໍ; ເລືອກທີ່ຈະເຮັດພັນທະສັນຍາໃນພຣະວິຫານ; ແລະ ເລືອກທີ່ຈະຮັບໃຊ້ພຣະເຈົ້າທີ່ດຳລົງຢູ່ ແລະ ລູກໆຂອງພຣະອົງ. ການເລືອກຂອງເຮົາ ຈະກຳນົດຄົນທີ່ເຮົາເປັນ ແລະ ຄົນທີ່ເຮົາຈະກາຍເປັນ.
ຂ້າພະເຈົ້າຂໍຈົບດ້ວຍພອນຂອງຢາໂຄບ ທີ່ວ່າ: “ດັ່ງນັ້ນ, ຂໍໃຫ້ພຣະເຈົ້າຈົ່ງຍົກທ່ານຂຶ້ນຈາກ … ຄວາມຕາຍອັນເປັນນິດໂດຍອຳນາດແຫ່ງການຊົດໃຊ້, ເພື່ອທ່ານຈະຖືກຮັບເຂົ້າໃນອານາຈັກນິລັນດອນຂອງພຣະເຈົ້າ.”28 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.