ພຣະບັນຍັດຂໍ້ທີສອງທີ່ຍິ່ງໃຫຍ່
ເຮົາຈະມີຄວາມສຸກຫລາຍ ຂະນະທີ່ເຮົາຊ່ວຍເຫລືອ ອ້າຍເອື້ອຍນ້ອງຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍຂອບໃຈສຳລັບທຸກສິ່ງທີ່ທ່ານເຮັດ ເພື່ອຊ່ວຍເຕົ້າໂຮມອິດສະຣາເອນ ຢູ່ທັງສອງຟາກມ່ານ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວຂອງທ່ານ, ແລະ ເປັນພອນໃຫ້ແກ່ຜູ້ທີ່ຂັດສົນ. ຂໍຂອບໃຈທ່ານທັງຫລາຍທີ່ດຳລົງຊີວິດເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.1 ທ່ານຮູ້ຈັກ ແລະ ກໍມັກເຊື່ອຟັງ ພຣະບັນຍັດສອງປະການທີ່ຍິ່ງໃຫຍ່ຂອງພຣະອົງ, ຄືໃຫ້ຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງທ່ານ.2
ໃນລະຫວ່າງຫົກເດືອນຜ່ານມານີ້, ຊິດສະເຕີ ແນວສັນ ແລະ ຂ້າພະເຈົ້າໄດ້ພົບກັບໄພ່ພົນຫລາຍພັນຄົນ ຕອນພວກເຮົາເດີນທາງໄປຫາອາເມຣິກາກາງ ແລະ ອາເມຣິກາໃຕ້, ໝູ່ເກາະໃນປາຊີຟິກ, ແລະ ຕົວເມືອງຕ່າງໆ ຢູ່ໃນສະຫະລັດອາເມຣິກາ. ຂະນະທີ່ພວກເຮົາເດີນທາງ, ພວກເຮົາຫວັງທີ່ຈະເສີມສ້າງສັດທາ ຂອງທ່ານ. ແຕ່ທຸກເທື່ອທີ່ພວກເຮົາກັບບ້ານ ສັດທາ ຂອງພວກເຮົາ ໄດ້ຮັບຄວາມເຂັ້ມແຂງຂຶ້ນ ໂດຍສະມາຊິກ ແລະ ໝູ່ເພື່ອນທີ່ພວກເຮົາໄດ້ພົບປະສັງສັນດ້ວຍ. ຂ້າພະເຈົ້າຂໍເລົ່າເຖິງສາມໂອກາດທີ່ສຳຄັນ ຈາກປະສົບການເມື່ອບໍ່ດົນມານີ້?
ໃນເດືອນພຶດສະພາ, ຊິດສະເຕີ ແນວສັນ ແລະ ຂ້າພະເຈົ້າໄດ້ເດີນທາງໄປກັບ ແອວເດີ ແກຣິດ ດັບເບິນຢູ ແລະ ຊິດສະເຕີ ຊູແຊນ ກອງ ໄປຫາພາກປາຊີຟິກໃຕ້. ຂະນະທີ່ຢູ່ເມືອງອ໊ອກແລນ, ປະເທດນິວຊີແລນ, ພວກເຮົາໄດ້ຮັບກຽດຢ່າງຍິ່ງ ທີ່ໄດ້ໄປພົບກັບ ທຳມະຈານຂອງສອງນິກາຍ ໃນເມືອງໄຄຼເຊີດ, ປະເທດນິວຊີແລນ, ບ່ອນທີ່ເມື່ອສອງເດືອນກ່ອນໜ້ານັ້ນ, ຜູ້ນະມັດສະການຢູ່ດີໆ ໄດ້ຖືກຍິງຕາຍ ແບບເລືອດເຢັນ.
ພວກເຮົາໄດ້ສະແດງຄວາມເສຍໃຈນຳບັນດາອ້າຍນ້ອງເຫລົ່ານັ້ນ ຜູ້ທີ່ນັບຖືສາດສະໜາຕ່າງຈາກເຮົາ ແລະ ໄດ້ຢືນຢັນຄວາມຕັ້ງໃຈຂອງພວກເຮົາ ທີ່ຈະຍຶດໝັ້ນຢູ່ກັບຄວາມເປັນອິດສະລະ ໃນເລື່ອງສາດສະໜາ.
ພວກເຮົາກໍໄດ້ສະເໜີແຮງງານອາສາສະໝັກ ແລະ ໄດ້ມອບເງິນບໍລິຈາກຈຳນວນໜຶ່ງ ເພື່ອຊ່ວຍສ້ອມແປງໂບດຂອງເຂົາເຈົ້າ. ການພົບປະຂອງພວກເຮົາກັບຜູ້ນຳຊາວ ມູດສະລິມ ໄດ້ເຕັມໄປດ້ວຍການສະແດງອອກເຖິງຄວາມຮັກແພງ ສັນອ້າຍນ້ອງກັນ.
ໃນເດືອນສິງຫາ, ແອວເດີ ຄວິນຕິນ ແອວ ແລະ ຊິດສະເຕີ ແມຣີ ຄຸກ, ກໍໄດ້ເດີນທາງໄປກັບ ຊິດສະເຕີ ແນວສັນ ແລະ ຂ້າພະເຈົ້າ ເພື່ອພົບກັບຫລາຍຄົນ ຢູ່ໃນເມືອງບວຍໂນສ໌ ອາເຣສ໌, ປະເທດອາກຊັງຕິນ—ເຂົາເຈົ້າສ່ວນຫລາຍນັບຖືສາດສະໜາອື່ນຕ່າງຈາກເຮົາ—ຊຶ່ງຊີວິດຂອງເຂົາເຈົ້າໄດ້ປ່ຽນໄປ ເພາະລໍ້ເຂັນທີ່ເຂົາເຈົ້າໄດ້ຮັບຈາກ ການບໍລິຈາກຂອງໄພ່ພົນຍຸກສຸດທ້າຍພວກເຮົາ. ພວກເຮົາໄດ້ຮັບແຮງດົນໃຈ ຂະນະທີ່ເຂົາເຈົ້າສະແດງຄວາມຮູ້ບຸນຄຸນ ສຳລັບການເຄື່ອນໄຫວໄປມາແບບໃໝ່ຂອງເຂົາເຈົ້າ.
ໂອກາດພິເສດຢ່າງທີສາມ ໄດ້ເກີດຂຶ້ນພຽງແຕ່ສອງສາມອາທິດຜ່ານມານີ້ ຢູ່ໃນເມືອງເຊົາເລັກ. ມັນເປັນຈົດໝາຍ ທີ່ຂ້າພະເຈົ້າໄດ້ຮັບ ໃນມື້ວັນເກີດຂອງຂ້າພະເຈົ້າ ຈາກຍິງໜຸ່ມຄົນໜຶ່ງ ຊຶ່ງຂ້າພະເຈົ້າຈະເອີ້ນນາງວ່າ ແມຣີ—ອາຍຸ 14 ປີ.
ນາງແມຣີ ໄດ້ຂຽນກ່ຽວກັບບາງສິ່ງທີ່ນາງ ແລະ ຂ້າພະເຈົ້າມີຄືກັນ: “ທ່ານມີລູກ 10 ຄົນ. ຄອບຄົວຂ້ານ້ອຍກໍມີລູກ 10 ຄົນ. ທ່ານເວົ້າພາສາຈີນແມນດາລິນ ລູກເຈັດຄົນຢູ່ໃນຄອບຄົວຂອງຂ້ານ້ອຍ, ລວມທັງຕົວຂ້ານ້ອຍເອງ, ໄດ້ຖືກຮັບມາລ້ຽງຈາກປະເທດຈີນ, ສະນັ້ນ ພາສາຈີນແມນດາລິນ ຈຶ່ງເປັນພາສາທຳອິດຂອງພວກຂ້ານ້ອຍ. ທ່ານເປັນໝໍຜ່າຕັດຫົວໃຈ. ເອື້ອຍຂ້ານ້ອຍກໍໄດ້ຮັບການຜ່າຕັດຫົວໃຈສອງເທື່ອ. ທ່ານມັກໂບດສອງຊົ່ວໂມງ. ພວກຂ້ານ້ອຍກໍມັກຄືກັນ. ທ່ານເກັ່ງເລື່ອງໂນດເພງ. ອ້າຍຂອງຂ້ານ້ອຍກໍເກັ່ງຄືກັນ. ລາວຕາບອດ ຄືກັນກັບຂ້ານ້ອຍ.”
ຄຳເວົ້າຂອງນາງແມຣີ ປະທັບໃຈຂ້າພະເຈົ້າຫລາຍ, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມໜ້າຮັກຂອງນາງເທົ່ານັ້ນ ແຕ່ຍັງບອກເຖິງຄວາມອຸທິດຕົນຂອງພໍ່ແມ່ຂອງນາງນຳອີກ.
ໄພ່ພົນຍຸກສຸດທ້າຍ, ຕະຫລອດທັງທຸກຄົນທີ່ຕິດຕາມພຣະເຢຊູຄຣິດ, ຈະຊອກຫາທາງຊ່ວຍເຫລືອສະເໝີ, ເພື່ອເຊີດຊູ, ແລະ ເພື່ອຮັກຄົນອື່ນ. ຜູ້ທີ່ເຕັມໃຈໃຫ້ເອີ້ນວ່າເປັນຄົນຂອງພຣະຜູ້ເປັນເຈົ້າ ຈະ “ເຕັມໃຈທີ່ຈະແບກຫາບພາລະຂອງກັນແລະກັນ, … ທີ່ຈະເປັນທຸກກັບຄົນທີ່ເປັນທຸກ; … ແລະ [ທີ່ຈະ] ປອບໃຈຄົນທີ່ຕ້ອງການ ຄວາມປອບໃຈ.”3
ເຂົາເຈົ້າຈະສະແຫວງຫາການດຳລົງຊີວິດຕາມພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ ແລະ ຂໍ້ທີສອງທີ່ຍິ່ງໃຫຍ່ສະເໝີ. ເມື່ອເຮົາຮັກ ພຣະເຈົ້າ ດ້ວຍສຸດໃຈ, ແລ້ວພຣະອົງຈະຫັນຫົວໃຈຂອງເຮົາໄປຫາຄວາມຜາສຸກຂອງ ຄົນອື່ນ ໃນວົງຈອນທີ່ສວຍງາມ ແລະ ມີຄຸນນະທຳ.
ມັນຄົງເປັນໄປບໍ່ໄດ້ທີ່ຈະຄິດໄລ່ຈຳນວນການຮັບໃຊ້ ທີ່ໄພ່ພົນຍຸກສຸດທ້າຍໄດ້ກະທຳໄປ ຕະຫລອດທົ່ວໂລກ ໃນທຸກມື້ ຂອງແຕ່ລະປີ, ແຕ່ມັນ ເປັນ ໄປໄດ້ ທີ່ຈະຄິດໄລ່ຄວາມດີງາມ ທີ່ສາດສະໜາຈັກກຸ່ມໃຫຍ່ໄດ້ເປັນພອນໃຫ້ແກ່ຜູ້ໃຫຍ່ ແລະ ເດັກນ້ອຍ—ທັງຊາຍ ແລະ ຍິງ—ຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ.
ອົງການຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ ກໍໄດ້ຖືກຈັດຕັ້ງຂຶ້ນໃນປີ 1984. ແລ້ວ ການຖືສິນອົດເຂົ້າໝົດທັງສາດສະໜາຈັກ ໄດ້ຖືກຈັດຂຶ້ນ ເພື່ອຫາເງິນທຶນໄປຊ່ວຍຜູ້ປະສົບໄພແຫ້ງແລ້ງ ຢູ່ອາຟຣິກາຕາເວັນອອກ. ສະມາຊິກຂອງສາດສະໜາຈັກໄດ້ບໍລິຈາກ $6.4 ລ້ານ ໂດລາ ໃນການຖືສິນອົດເຂົ້າ ໃນ ມື້ດຽວ ນັ້ນ.
ອະດີດແອວເດີ ເອັມ ຣະໂຊ ບາເລີດ ແລະ ບຣາເດີ ກະເລນ ແອວ ເພສ ໄດ້ຕິດຕໍ່ໄປປະເທດເອທີໂອປີ ເພື່ອຢາກຮູ້ວ່າ ຈະໃຊ້ເງິນທຶນທີ່ສັກສິດເຫລົ່ານັ້ນ ໃນທາງໃດ ທີ່ຈະດີທີ່ສຸດ. ການກະທຳເທື່ອນັ້ນ ໄດ້ເລີ່ມຕົ້ນສິ່ງທີ່ເອີ້ນວ່າ ອົງການໃຈບຸນຂອງໄພ່ພົນຍຸກສຸດທ້າຍ.
ນັບແຕ່ເວລານັ້ນມາ, ອົງການໃຈບຸນຂອງໄພ່ພົນຍຸກສຸດທ້າຍ ກໍໄດ້ບໍລິຈາກ ຫລາຍກວ່າ ສອງພັນລ້ານ ໂດລາ ໃນການຊ່ວຍເຫລືອຜູ້ທີ່ຂັດສົນ ຕະຫລອດທົ່ວໂລກ. ການຊ່ວຍເຫລືອນີ້ ໄດ້ຖືກມອບໃຫ້ຜູ້ຂັດສົນ ໂດຍບໍ່ຄຳນຶງເຖິງເລື່ອງສາດສະໜາ, ສັນຊາດ, ເຊື້ອຊາດ, ລົດນິຍົມທາງເພດ, ເພດໃດ, ຫລື ການໂນ້ມອ່ຽງທາງການເມືອງໃດໆກໍຕາມ.
ບໍ່ພຽງເທົ່ານັ້ນ. ເພື່ອຊ່ວຍເຫລືອສະມາຊິກຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ຜູ້ທີ່ຢູ່ໃນຄວາມທຸກ, ເຮົາມັກ ແລະ ດຳລົງຊີວິດຕາມກົດແຫ່ງການຖືສິນອົດເຂົ້າ ຂອງສະໄໝບູຮານ.4 ເຮົາອົດກິນອົດດື່ມ ເພື່ອຊ່ວຍເຫລືອຄົນທີ່ຫິວໂຫຍ. ມື້ໜຶ່ງໃນແຕ່ລະເດືອນ, ເຮົາອົດເຂົ້າອົດນ້ຳ ແລະ ບໍລິຈາກເງິນສຳລັບຄາບເຂົ້າ (ແລະ ຫລາຍກວ່ານັ້ນອີກ) ເພື່ອຊ່ວຍເຫລືອຜູ້ທີ່ຂັດສົນ.
ຂ້າພະເຈົ້າຈະບໍ່ເຄີຍລືມການໄປຢ້ຽມຢາມອາຟຣິກາຕາເວັນຕົກ ໃນປີ 1986. ໄພ່ພົນໄດ້ມາຮ່ວມກອງປະຊຸມຂອງພວກເຮົາ ເປັນຈຳນວນຫລວງຫລາຍ. ເຖິງແມ່ນເຂົາເຈົ້າສ່ວນຫລາຍຂາດແຄນ, ແຕ່ເຂົາເຈົ້າສ່ວນຫລາຍໄດ້ນຸ່ງເສື້ອຂາວສະອາດມາຮ່ວມ.
ຂ້າພະເຈົ້າໄດ້ຖາມປະທານສະເຕກວ່າ ເພິ່ນດູແລສະມາຊິກທີ່ຍາກຈົນໃນວິທີໃດ. ເພິ່ນຕອບວ່າ ອະທິການຂອງເຂົາເຈົ້າ ຮູ້ຈັກຜູ້ຄົນຂອງຕົນດີ. ຖ້າຫາກສະມາຊິກມີອາຫານກິນມື້ລະສອງຄາບ, ເຂົາເຈົ້າບໍ່ຕ້ອງການຄວາມຊ່ວຍເຫລືອ. ແຕ່ຖ້າຫາກເຂົາເຈົ້າມີອາຫານກິນພຽງແຕ່ມື້ລະໜຶ່ງຄາບ ຫລື ໜ້ອຍກວ່ານັ້ນ—ເຖິງແມ່ນໄດ້ຮັບຄວາມຊ່ວຍເຫລືອຈາກຍາດພີ່ນ້ອງ—ແລ້ວອະທິການຈະຊ່ວຍເຫລືອດ້ານອາຫານການກິນ, ຈາກເງິນບໍລິຈາກຖືສິນອົດເຂົ້າ. ແລ້ວເພິ່ນໄດ້ບອກເຖິງຄວາມຈິງທີ່ໜ້າອັດສະຈັນວ່າ: ປົກກະຕິແລ້ວ ສ່ວນຫລາຍ ຈຳນວນເງິນບໍລິຈາກຖືສິນອົດເຂົ້າ ຈະ ເກີນ ກວ່າການໃຊ້ຈ່າຍ. ສ່ວນເງິນທີ່ເຫລືອນັ້ນ ກໍໄດ້ຖືກສົ່ງໄປໃຫ້ຜູ້ຄົນ ຢູ່ບ່ອນອື່ນ ທີ່ມີຄວາມຕ້ອງການຫລາຍກວ່າເຂົາເຈົ້າ. ໄພ່ພົນຊາວອາຟຣິກາ ທີ່ຊື່ສັດ ແລະ ໝັ້ນຄົງເຫລົ່ານັ້ນ ໄດ້ສອນບົດຮຽນທີ່ຍິ່ງໃຫຍ່ໃຫ້ແກ່ຂ້າພະເຈົ້າ ກ່ຽວກັບພະລັງຂອງ ກົດ ແລະ ວິນຍານ ຂອງການຖືສິນອົດເຂົ້າ.
ໃນຖານະສະມາຊິກຂອງສາດສະໜາຈັກ, ເຮົາຮູ້ສຶກວ່າ ເຮົາເປັນພີ່ນ້ອງກັບຜູ້ທີ່ທຸກທໍລະມານ ໃນທາງໃດທາງໜຶ່ງ.5 ໂດຍທີ່ເປັນບຸດ ແລະ ທິດາຂອງພຣະເຈົ້າ, ເຮົາເປັນອ້າຍເອື້ອຍນ້ອງກັນ. ເຮົາເອົາໃຈໃສ່ຕໍ່ຄຳຕັກເຕືອນຢູ່ໃນພຣະຄຳພີເດີມ ທີ່ວ່າ: “ພວກເຈົ້າຈົ່ງມີຈິດໃຈກວ້າງຂວາງຕໍ່ອ້າຍນ້ອງຂອງເຈົ້າ, ຕໍ່ຄົນຍາກຈົນ, ແລະ ຕໍ່ຄົນຂັດສົນ.”6
ເຮົາກໍຍັງພະຍາຍາມທີ່ຈະດຳລົງຊີວິດຕາມຄຳສອນຂອງອົງພຣະເຢຊູຄຣິດເຈົ້ານຳອີກ ດັ່ງທີ່ບັນທຶກຢູ່ໃນ ມັດທາຍ 25:
“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ: ເມື່ອເຮົາຫິວນຳ ພວກເຈົ້າກໍເອົາໃຫ້ເຮົາດື່ມ: ເຮົາເປັນແຂກບ້ານ, ພວກເຈົ້າໄດ້ຕ້ອນຮັບເຮົາໄວ້:
“ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ: ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ. …
“… ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”7
ຂ້າພະເຈົ້າຂໍອ້າງເຖິງສອງສາມຕົວຢ່າງ ເຖິງວິທີທີ່ສາດສະໜາຈັກເຮັດຕາມການສິດສອນເຫລົ່ານີ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ເພື່ອຊ່ວຍບັນເທົາຄວາມອຶດຫິວ, ສາດສະໜາຈັກໄດ້ຈັດຕັ້ງໃຫ້ມີສາງຂອງອະທິການ 124 ແຫ່ງ ຕະຫລອດທົ່ວໂລກ. ຈາກສາງເຫລົ່ານີ້, ມີໃບສັ່ງສະບຽງອາຫານປະມານ 400,000 ໃບ ໃນແຕ່ລະປີ ເພື່ອຊ່ວຍເຫລືອຜູ້ທີ່ຂັດສົນ. ຢູ່ໃນບ່ອນທີ່ບໍ່ມີສາງຂອງອະທິການ, ອະທິການ ແລະ ປະທານສາຂາ ຈະໃຊ້ເງິນທຶນຈາກການຖືສິນອົດເຂົ້າ ຂອງສາດສະໜາຈັກ ເພື່ອຈັດຫາສະບຽງອາຫານ ໃຫ້ແກ່ສະມາຊິກທີ່ຂັດສົນຂອງເຂົາເຈົ້າ.
ເຖິງຢ່າງໃດກໍຕາມ, ການທ້າທາຍເລື່ອງຄວາມອຶດຫິວນີ້ ແມ່ນກາຍເຂດແດນຂອງສາດສະໜາຈັກ. ມັນກໍຂະຫຍາຍອອກຢ່າງກວ້າງໄກ ຕະຫລອດທົ່ວໂລກ. ຂ່າວລາຍງານຂອງສະຫະປະຊາຊາດເມື່ອບໍ່ດົນມານີ້ ແຈ້ງບອກວ່າ ຈຳນວນຜູ້ຄົນທີ່ຂາດອາຫານຢູ່ໃນໂລກ ໃນປະຈຸບັນ ມີຫລາຍກວ່າ 820 ລ້ານຄົນ—ຫລື ເກືອບເຖິງໜຶ່ງຕໍ່ເກົ້າຄົນຂອງຈຳນວນຜູ້ອາໄສຢູ່ໃນໂລກນີ້.8
ມັນເປັນສະຖິຕິທີ່ໜ້າເປັນຫ່ວງແທ້ໆ! ພວກເຮົາຮູ້ບຸນຄຸນທ່ານ ສຳລັບການບໍລິຈາກ. ຂໍຂອບໃຈສຳລັບນ້ຳໃຈທີ່ເພື່ອແຜ່ຂອງທ່ານ, ຜູ້ຄົນຫລາຍລ້ານຄົນຕະຫລອດທົ່ວໂລກ ຈະໄດ້ຮັບອາຫານການກິນ, ເຄື່ອງນຸ່ງຫົ່ມ, ທີ່ພັກອາໄສຊົ່ວຄາວ, ລໍ້ເຂັນ, ຢຸກຢາ, ນ້ຳສະອາດ ທີ່ຕ້ອງການຫລາຍທີ່ສຸດ.
ຄວາມເຈັບປ່ວຍຢ່າງຫລວງຫລາຍຕະຫລອດທົ່ວໂລກ ໄດ້ເກີດຂຶ້ນເພາະການດື່ມນ້ຳທີ່ບໍ່ສະອາດ. ປະຈຸບັນນີ້, ໂຄງການລິເລີ່ມການຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກ ໄດ້ຊ່ວຍຈັດຫານ້ຳສະອາດໃຫ້ຊຸມຊົນ ຫລາຍກວ່າ 76 ປະເທດ.
ໂຄງການໜຶ່ງຢູ່ໃນເມືອງລູປູຕາ, ຂອງສາທາລະນະລັດປະຊາທິປະໄຕຄອງໂກ, ກໍເປັນຕົວຢ່າງທີ່ດີ. ມີພົນລະເມືອງຫລາຍກວ່າ 100,000 ຄົນ ອາໄສຢູ່ໃນເມືອງນີ້, ແຕ່ເຂົາເຈົ້າ ບໍ່ມີນ້ຳປະປາ. ປະຊາຊົນໄດ້ຍ່າງເປັນໄລຍະທາງໄກ ເພື່ອໄປຕັກເອົານ້ຳທີ່ປອດໄພ. ເຖິງແມ່ນວ່າ ມີຫ້ວຍນ້ຳຈາກພູທີ່ຢູ່ຫ່າງໄກປະມານ 18 ໄມ (29 ກິໂລແມັດ), ແຕ່ຜູ້ຄົນໃນເມືອງກໍບໍ່ສາມາດໄປເອົານ້ຳຢູ່ບ່ອນນັ້ນເປັນປະຈຳ.
ເມື່ອຜູ້ສອນສາດສະໜາຊ່ວຍເຫລືອມະນຸດສະທຳໄດ້ຍິນກ່ຽວກັບການທ້າທາຍນີ້, ເຂົາເຈົ້າໄດ້ຮ່ວມມືກັບຜູ້ນຳຢູ່ໃນເມືອງລູປູຕາ ໂດຍການບໍລິຈາກອຸປະກອນ ແລະ ເຝິກຝົນວິທີຕໍ່ທໍ່ນ້ຳ ໃຫ້ເມືອງຂອງເຂົາເຈົ້າ. ຜູ້ຄົນຢູ່ໃນເມືອງລູປູຕາ ໄດ້ໃຊ້ເວລາ ສາມປີ ເພື່ອຂຸດຮ່ອງເລິກໜຶ່ງແມັດ ຜ່ານບ່ອນທີ່ເປັນຫີນ ແລະ ຜ່ານປ່າດົງ. ໂດຍທີ່ໄດ້ທຳງານຮ່ວມກັນ, ວັນທີ່ປິຕິຍິນດີກໍໄດ້ມາເຖິງ ເມື່ອນ້ຳສົດ ແລະ ສະອາດ ມີໃຫ້ຜູ້ຄົນໃນໝູ່ບ້ານໄດ້ໃຊ້.
ສາດສະໜາຈັກເຮົາກໍໄດ້ຊ່ວຍເຫລືອຊາວອົບພະຍົບນຳອີກ, ບໍ່ວ່າເປັນເພາະເສິກກາງເມືອງ, ໄພທຳມະຊາດ, ຫລື ການຖືກຂົ່ມເຫັງເນື່ອງດ້ວຍສາດສະໜາກໍຕາມ. ປະຈຸບັນນີ້ ຫລາຍກວ່າ 70 ລ້ານຄົນ ໄດ້ອົບພະຍົບຈາກບ້ານເກີດເມືອງນອນຂອງຕົນ.9
ໃນປີ 2018 ເທົ່ານັ້ນ, ສາດສະໜາຈັກເຮົາກໍໄດ້ຈັດຫາອຸປະກອນສຳລັບການສຸກເສີນ ໃຫ້ຊາວອົບພະຍົບ ໃນ 56 ປະເທດ. ນອກເໜືອຈາກນັ້ນ, ສະມາຊິກຂອງສາດສະໜາຈັກເຮົາຫລາຍຄົນ ໄດ້ອາສາສະໝັກເວລາຂອງຕົນ ເພື່ອຊ່ວຍເຫລືອຊາວອົບພະຍົບ ທີ່ຫາກໍຍ້າຍມາຢູ່ໃໝ່. ພວກເຮົາຂໍຂອບໃຈທຸກຄົນ ທີ່ເອື້ອມອອກໄປຊ່ວຍເຫລືອຜູ້ທີ່ພະຍາຍາມສ້າງບ້ານໃໝ່ຂອງເຂົາເຈົ້າ.
ຜ່ານທາງການບໍລິຈາກດ້ວຍໃຈທີ່ເພື່ອແຜ່ ໃຫ້ແກ່ສູນສິນຄ້າ Deseret Industries ຢູ່ໃນສະຫະລັດອາເມຣິກາ, ເຄື່ອງນຸ່ງຫົ່ມຈຳນວນຫລາຍລ້ານປອນ ໄດ້ຖືກຮັບໄວ້ ແລະ ຈັດຈ້ອນ ໃນແຕ່ລະປີ. ຂະນະທີ່ອະທິການໃນທ້ອງຖິ່ນ ໄດ້ໃຊ້ສິ່ງບໍລິຈາກເຫລົ່ານີ້ ເພື່ອຊ່ວຍເຫລືອສະມາຊິກທີ່ຂັດສົນ, ແຕ່ ສ່ວນໃຫຍ່ ໄດ້ຖືກບໍລິຈາກໃຫ້ອົງການກຸສົນອື່ນໆ ຜູ້ທີ່ໄດ້ບໍລິຈາກສິ່ງຂອງເຫລົ່ານັ້ນ ໃຫ້ທົ່ວໂລກ.
ແລະ ພຽງແຕ່ປີກາຍນີ້ເທົ່ານັ້ນ, ສາດສະໜາຈັກເຮົາໄດ້ຊ່ວຍເຫລືອດ້ານສາຍຕາ ໃຫ້ຫລາຍກວ່າ 300,000 ຄົນ ໃນ 35 ປະເທດ, ໃຫ້ການດູແລເດັກແດງທາລົກ ແລະ ຜູ້ເປັນແມ່ ໃນ 39 ປະເທດ, ແລະ ບໍລິຈາກລໍ້ເຂັນ ໃຫ້ຫລາຍກວ່າ 50,000 ຄົນ ທີ່ອາໄສຢູ່ ຫລາຍກວ່າ 10 ປະເທດ.
ສາດສະໜາຈັກເຮົາ ກໍເປັນທີ່ຮູ້ຈັກກັນດີວ່າ ເປັນຜູ້ໜຶ່ງໃນບັນດາຜູ້ທີ່ເອື້ອມອອກໄປຊ່ວຍເຫລືອກ່ອນໝູ່ ເມື່ອມີໄພພິບັດເກີດຂຶ້ນ. ແມ່ນແຕ່ ກ່ອນ ທີ່ພະຍຸເຮີລິເຄນເກີດຂຶ້ນ, ຜູ້ນຳຂອງສາດສະໜາຈັກ ແລະ ພະນັກງານຢູ່ໃນບ່ອນທີ່ຖືກກະທົບກະເທືອນ ກໍວາງແຜນຮຽບຮ້ອຍແລ້ວວ່າ ວັດຖຸປະສົງຈະຖືກສົ່ງໄປໃຫ້ໃນທາງໃດ ແລະ ຜູ້ອາສາສະໝັກຈະຖືກສົ່ງໄປເມື່ອໃດ.
ພຽງແຕ່ປີກາຍນີ້ເທົ່ານັ້ນ, ສາດສະໜາຈັກເຮົາກໍໄດ້ຈັດໂຄງການປະຕິບັດການບັນເທົາທຸກໄພພິບັດ ຫລາຍກວ່າ 100 ໂຄງການ ຕະຫລອດທົ່ວໂລກ, ຊ່ວຍເຫລືອຜູ້ເຄາະຮ້າຍ ຈາກພະຍຸເຮີລິເຄນ, ໄຟໄໝ້, ນ້ຳຖ້ວມ, ແຜ່ນດິນໄຫວ, ແລະ ໄພພິບັດອື່ນໆ. ເມື່ອເປັນໄປໄດ້, ສະມາຊິກຂອງສາດສະໜາຈັກເຮົາ ທີ່ນຸ່ງເສື້ອສີເຫລືອງ Helping Hands ໄດ້ໄປເຕົ້າໂຮມກັນເປັນຈຳນວນຫລວງຫລາຍ ເພື່ອອອກໄປຊ່ວຍເຫລືອຜູ້ທີ່ຖືກກະທົບກະເທືອນຈາກໄພພິບັດນັ້ນ. ການຮັບໃຊ້ເຊັ່ນນີ້, ຊຶ່ງກະທຳໂດຍພວກທ່ານຫລາຍຄົນ, ເປັນສິ່ງສຳຄັນແທ້ໆຕໍ່ການປະຕິບັດສາດສະໜາກິດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ກິດຈະກຳທີ່ຂ້າພະເຈົ້າໄດ້ບັນຍາຍມານັ້ນ ພຽງແຕ່ເປັນພາກສ່ວນນ້ອຍໜຶ່ງຂອງໂຄງການສະຫວັດດີການ ແລະ ໂຄງການຊ່ວຍເຫລືອມະນຸດສະທຳ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.10 ແລະ ທ່ານ ກໍເປັນຜູ້ທີ່ເຮັດໃຫ້ທຸກສິ່ງທຸກຢ່າງນີ້ເປັນໄປໄດ້ດ້ວຍດີ. ເປັນເພາະການດຳລົງຊີວິດທີ່ເປັນແບບຢ່າງ, ໃຈທີ່ເພື່ອແຜ່, ແລະ ມືທີ່ຊ່ວຍເຫລືອຂອງທ່ານ, ຈຶ່ງບໍ່ແປກໃຈເລີຍວ່າ ຫລາຍໆຊຸມຊົນ ແລະ ຜູ້ນຳລັດຖະບານຕ່າງໆ ໄດ້ຊົມເຊີຍຄວາມພະຍາຍາມຂອງທ່ານ.11
ນັບແຕ່ໄດ້ກາຍເປັນປະທານຂອງສາດສະໜາຈັກ, ຂ້າພະເຈົ້າກໍປະຫລາດໃຈຫລາຍທີ່ສຸດ ທີ່ເຫັນປະທານປະເທດ, ນາຍົກລັດຖະມົນຕີ, ແລະ ເອກອັກຄະທູດ ຫລາຍໆທ່ານ ກ່າວຄຳຂອບໃຈຂ້າພະເຈົ້າຢ່າງຈິງໃຈ ສຳລັບໂຄງການຊ່ວຍເຫລືອມະນຸດສະທຳ ໃນປະເທດຂອງພວກເພິ່ນ. ແລະ ພວກເພິ່ນກໍໄດ້ສະແດງຄວາມຮູ້ບຸນຄຸນ ສຳລັບຄວາມເຂັ້ມແຂງທີ່ສະມາຊິກທີ່ຊື່ສັດຂອງເຮົາ ໄດ້ນຳໄປໃຫ້ປະເທດຂອງພວກເພິ່ນ ໃນຖານະພົນລະເມືອງທີ່ຈົງຮັກພັກດີ, ແລະ ຊ່ວຍເຫລືອປະເທດຊາດ.
ຂ້າພະເຈົ້າກໍປະຫລາດໃຈຫລາຍ ທີ່ຜູ້ນຳທົ່ວໂລກໄດ້ມາຢ້ຽມຢາມຝ່າຍປະທານສູງສຸດ ແລະ ສະແດງ ຄວາມຫວັງຂອງພວກເພິ່ນ ທີ່ຢາກໃຫ້ໜ່ວຍສາດສະໜາຈັກຖືກຈັດຕັ້ງຂຶ້ນຢູ່ໃນປະເທດຂອງພວກເພິ່ນ. ເປັນຫຍັງ? ເພາະພວກເພິ່ນຮູ້ວ່າ ໄພ່ພົນຍຸກສຸດທ້າຍ ຈະຊ່ວຍສ້າງຄອບຄົວ ແລະ ຊຸມຊົນໃຫ້ເຂັ້ມແຂງຂຶ້ນ, ເຮັດໃຫ້ຊີວິດດີຂຶ້ນກວ່າເກົ່າ ສຳລັບຄົນອື່ນ ໃນບ່ອນທີ່ ເຂົາເຈົ້າອາໄສຢູ່.
ບໍ່ວ່າເຮົາຈະເອີ້ນບ່ອນໃດວ່າເປັນບ້ານ, ສະມາຊິກຂອງສາດສະໜາຈັກຈະຮູ້ສຶກມີຄວາມຮັກຕໍ່ພຣະເຈົ້າໃນຖານະພຣະບິດາ ແລະ ຕໍ່ມະນຸດ ໃນຖານະອ້າຍເອື້ອຍນ້ອງກັນ. ສະນັ້ນ, ເຮົາ ຈະມີຄວາມສຸກຫລາຍ ຂະນະທີ່ເຮົາຊ່ວຍເຫລືອ ອ້າຍເອື້ອຍນ້ອງຂອງເຮົາ, ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດກໍຕາມ ຢູ່ໃນໂລກທີ່ສວຍງາມນີ້.
ການໃຫ້ຄວາມຊ່ວຍເຫລືອແກ່ຄົນອື່ນ—ການພະຍາຍາມດ້ວຍຄວາມຊື່ສັດ ເພື່ອດູແລຄົນອື່ນ ເທົ່າໆກັບ ຫລື ຫລາຍກວ່າ ທີ່ເຮົາດູແລຕົວເອງ—ຈະເປັນຄວາມສຸກຂອງເຮົາ. ໂດຍສະເພາະ, ຂ້າພະເຈົ້າຂໍຕື່ມ, ຕອນທີ່ເຮົາບໍ່ສະດວກ ແລະ ຕອນທີ່ເຮົາເຮັດສິ່ງທີ່ບໍ່ເຄີຍເຮັດມາກ່ອນ. ການດຳລົງຊີວິດ ຕາມພຣະບັນຍັດຂໍ້ທີສອງທີ່ຍິ່ງໃຫຍ່ ເປັນ ສິ່ງຈຳເປັນ ຕໍ່ການທີ່ຈະກາຍເປັນສານຸສິດທີ່ແທ້ຈິງຂອງພຣະເຢຊູຄຣິດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ທ່ານເປັນແບບຢ່າງທີ່ມີຊີວິດຢູ່ ຂອງໝາກຜົນທີ່ມາຈາກການເຮັດຕາມຄຳສອນຂອງພຣະເຢຊູຄຣິດ. ຂໍຂອບໃຈທ່ານຫລາຍໆ! ຂ້າພະເຈົ້າຮັກທ່ານທັງຫລາຍ!
ຂ້າພະເຈົ້າຮູ້ວ່າ ພຣະເຈົ້າຊົງພຣະຊົນຢູ່. ພຣະເຢຊູ ຄືພຣະຄຣິດ. ສາດສະໜາຈັກຂອງພຣະອົງໄດ້ຖືກຟື້ນຟູໃນຍຸກສຸດທ້າຍນີ້ ເພື່ອບັນລຸຈຸດປະສົງແຫ່ງສະຫວັນ. ຂ້າພະເຈົ້າເປັນພະຍານ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.