“ໂຜດຊ່ອຍຂ້ານ້ອຍໃຫ້ມີຄວາມເຊື່ອແດ່ທ້ອນ”
ຈົ່ງຮັບຮູ້ຄຳຖາມ ແລະ ຄວາມສົງໄສຂອງທ່ານດ້ວຍຄວາມຊື່ສັດ, ແຕ່ທຳອິດໃຫ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານກ່ອນ, ເພາະທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.
ເທື່ອໜຶ່ງຕອນພຣະເຢຊູໄດ້ພົບກຸ່ມໜຶ່ງທີ່ກຳລັງໂຕ້ຖຽງກັບພວກສາວົກຂອງພຣະອົງຢູ່. ເມື່ອພຣະຜູ້ຊ່ອຍໃຫ້ລອດໄດ້ຖາມວ່າເປັນຫຍັງຈຶ່ງໂຕ້ຖຽງກັນ, ພໍ່ຄົນໜຶ່ງຜູ້ພາລູກມາປິ່ນປົວໄດ້ກ້າວອອກໄປ ແລ້ວເວົ້າວ່າ ລາວໄດ້ມາຫາພວກສາວົກຂອງພຣະເຢຊູຂໍໃຫ້ເຂົາເຈົ້າປິ່ນປົວລູກຊາຍຂອງລາວ, ແຕ່ເຂົາເຈົ້າເຮັດບໍ່ໄດ້. ໃນຂະນະທີ່ທ້າວນ້ອຍຍັງກັດແຂ້ວ, ນ້ຳລາຍປູມອອກມາ, ແລະ ນອນເກືອກຢູ່ດິນ, ຜູ້ເປັນພໍ່ໄດ້ອ້ອນວອນຕໍ່ພຣະເຢຊູ ຊຶ່ງຄົງບໍ່ຮູ້ວ່າຈະໄປເພິ່ງໃຜ ຕາມນ້ຳສຽງຂອງລາວທີ່ວ່າ:
“ຖ້າຫາກທ່ານຊ່ອຍໄດ້, ຂໍໂຜດສົງສານພວກຂ້ານ້ອຍແດ່ທ້ອນ.
“ພຣະເຢຊູໄດ້ກ່າວກັບລາວວ່າ, “ຖ້າຫາກທ່ານເຊື່ອ, ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.
“ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍໄດ້ຮ້ອງຂຶ້ນໂດຍໄວວ່າ, ໂຜດຊ່ອຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ.”1
ຄວາມເຊື່ອໝັ້ນຂອງຊາຍຄົນນີ້ໃນຕອນຕົ້ນບໍ່ມີຫລາຍ. ແຕ່ລາວມີຄວາມຮີບຮ້ອນ, ປາດຖະໜາທີ່ຈະມີເພີ່ມຂຶ້ນເພື່ອເຫັນແກ່ລູກຊາຍຄົນດຽວຂອງລາວ. ເຮົາໄດ້ຖືກບອກວ່າ ເທົ່ານັ້ນກໍພຽງພໍແລ້ວສຳລັບຕອນຕົ້ນ. “ຖ້າຫາກພວກທ່ານເຮັດບໍ່ໄດ້ຫລາຍໄປກວ່າ ຄວາມປາດຖະໜາທີ່ຈະເຊື່ອ,” ແອວມາປະກາດ, “ກໍຂໍໃຫ້ຄວາມປາດຖະໜານີ້ເກີດຜົນໃນພວກທ່ານ ຈົນວ່າພວກທ່ານຈະເຊື່ອ.”2 ໂດຍທີ່ບໍ່ຮູ້ວ່າຈະເຮັດແນວໃດອີກແລ້ວ, ພໍ່ຄົນນັ້ນໄດ້ຢືນຢັນສັດທາທີ່ລາວມີ ແລະ ໄດ້ອ້ອນວອນພຣະຜູ້ຊ່ອຍໃຫ້ລອດຂອງໂລກດ້ວຍຖ້ອຍຄຳທີ່ວ່າ, “ຖ້າຫາກ ທ່ານຊ່ອຍໄດ້, ຂໍໂຜດສົງສານ ພວກຂ້ານ້ອຍ, ແລະ ຊ່ອຍເຫລືອ ພວກຂ້ານ້ອຍ ແດ່ທ້ອນ.”3 ຂ້າພະເຈົ້າອົດນ້ຳຕາໄຫລບໍ່ໄດ້ເມື່ອອ່ານຂໍ້ນີ້. ຄຳວ່າ ພວກຂ້ານ້ອຍ ຖືກໃຊ້ແບບຕັ້ງໃຈ. ຊາຍຄົນນັ້ນໄດ້ກ່າວໃນແບບທີ່ວ່າ: “ຄອບຄົວຂອງຂ້ານ້ອຍອ້ອນວອນທ່ານ. ພວກຂ້ານ້ອຍບໍ່ຮູ້ວ່າຈະຫັນໄປຫາໃຜ. ບັນຫານີ້ບໍ່ເຄີຍໝົດຈັກເທື່ອ, ແລະ ພວກຂ້ານ້ອຍກໍເມື່ອຍຫລາຍ. ລູກຂອງພວກຂ້ານ້ອຍໄດ້ຕົກໃສ່ໄຟ. ລາວໄດ້ຕົກລົງນ້ຳ. ລາວຢູ່ໃນຂັ້ນອັນຕະລາຍຕະຫລອດ, ແລະ ພວກຂ້ານ້ອຍມີຄວາມຢ້ານກົວສະເໝີ. ພວກຂ້ານ້ອຍບໍ່ຮູ້ວ່າຈະຫັນໄປຫາໃຜ. ທ່ານ ຊ່ອຍພວກຂ້ານ້ອຍໄດ້ບໍ? ພວກຂ້ານ້ອຍຈະມີຄວາມກະຕັນຍູສຳລັບ ສິ່ງໃດກໍຕາມ— ແມ່ນແຕ່ພອນເລັກນ້ອຍ, ຄວາມຫວັງເລັກນ້ອຍ, ເພື່ອຍົກຄວາມໜັກໜ່ວງອອກຈາກແມ່ຂອງທ້າວນ້ອຍທີ່ໄດ້ແບກຫາບແຕ່ລະວັນໃນຊີວິດຂອງນາງ.”
“ຖ້າຫາກ ທ່ານ ຊ່ອຍໄດ້ ໃນສິ່ງໃດກໍຕາມ,” ຜູ້ເປັນພໍ່ກ່າວກັບພຣະອົງ, “ຖ້າຫາກ ທ່ານ ເຊື່ອ,,” ພຣະອາຈານໄດ້ກ່າວ.4
“ພຣະຄຳພີບອກວ່າ “ໃນທັນໃດນັ້ນ”—ບໍ່ໄດ້ຊັກຊ້າ ຫລື ສົງໄສ ຫລື ເຍາະເຍີ້ຍ, ແຕ່ “ໃນທັນໃດນັ້ນ”—ຜູ້ເປັນພໍ່ໄດ້ຮ້ອງອອກມາດ້ວຍຄວາມເຈັບປວດວ່າ, “ໂຜດຊ່ອຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ.” ໃນການຕອບສະໜອງສັດທາໃໝ່ ແລະ ຍັງເປັນບາງສ່ວນຢູ່, ພຣະເຢຊູໄດ້ປິ່ນປົວທ້າວນ້ອຍ, ເກືອບເທົ່າກັບໂຜດລາວຈາກຄວາມຕາຍ ດັ່ງທີ່ມາຣະໂກໄດ້ບັນຍາຍໄວ້ກ່ຽວກັບເຫດການນີ້.5
ດ້ວຍບັນທຶກອັນໜ້າປະທັບໃຈນີ້ໃນພຣະຄຳພີ, ຂ້າພະເຈົ້າຢາກກ່າວກັບຊາວໜຸ່ມຂອງສາດສະໜາຈັກໂດຍສະເພາະ—ໜຸ່ມໃນອາຍຸ ຫລື ໜຸ່ມໃນບັນທຶກສະມາຊິກ ຫລື ໜຸ່ມໃນສັດທາ. ບໍ່ວ່າວິທີໃດກໍວິທີໜຶ່ງ ສິ່ງນັ້ນຄວນລວມເຮົາທຸກຄົນເຂົ້າຄືກັນ.
ສິ່ງທຳອິດທີ່ໄດ້ສັງເກດເບິ່ງແມ່ນວ່າ ເມື່ອປະເຊີນກັບການທ້າທາຍເລື່ອງສັດທາ, ຜູ້ເປັນພໍ່ໄດ້ຢືນຢັນຄວາມເຂັ້ມແຂງຂອງລາວກ່ອນ ແລະ ຮັບຮູ້ຄວາມຂາດຕົກບົກພ່ອງຂອງລາວ. ຄຳເວົ້າທຳອິດຂອງລາວແມ່ນໜັກແໜ້ນ ແລະ ບໍ່ລໍຖ້າທີ່ວ່າ: “ຂ້ານ້ອຍເຊື່ອ.” ຂ້າພະເຈົ້າຂໍກ່າວຕໍ່ທຸກຄົນທີ່ຢາກມີສັດທາຕື່ມອີກ, ໃຫ້ຈື່ຈຳຊາຍຄົນນີ້ເດີ້! ໃນເວລາທີ່ມີຄວາມຢ້ານກົວ ຫລື ສົງໄສ ຫລື ມີບັນຫາ, ຈົ່ງຍຶດໝັ້ນຢູ່ໃນສັດທາຂອງທ່ານ, ເຖິງແມ່ນວ່າທ່ານຈະມີໜ້ອຍໜຶ່ງກໍຕາມ. ໃນການເຕີບໂຕຂຶ້ນ ເຮົາທຸກຄົນຕ້ອງມີປະສົບການຢູ່ໃນຄວາມເປັນມະຕະ, ເຮົາຈະໄດ້ຮັບຄວາມເຈັບປວດທາງວິນຍານຄືກັນກັບທີ່ທ້າວນ້ອຍໄດ້ຮັບ ຫລື ຄວາມສິ້ນຫວັງຂອງພໍ່ຄົນນີ້. ເມື່ອສິ່ງດັ່ງກ່າວປະກົດ ແລະ ມີບັນຫາ, ແລະ ການແກ້ບັນຫາບໍ່ໄດ້ມາເຖິງທັນທີ, ຈົ່ງຍຶດໝັ້ນໃນສິ່ງທີ່ທ່ານຮູ້ຈັກ ແລະ ຢືນຢູ່ຢ່າງເຂັ້ມແຂງ ຈົນກວ່າຈະໄດ້ຮັບຄວາມຮູ້ເພີ່ມເຕີມ. ເປັນເພາະເຫດການນີ້, ການມະຫັດສະຈັນນີ້, ທີ່ພຣະເຢຊູໄດ້ກ່າວວ່າ, “ຖ້າພວກເຈົ້າມີຄວາມເຊື່ອເທົ່າກັບເມັດຜັກກາດ ພວກເຈົ້າກໍຈະສັ່ງພູໜ່ວຍນີ້ວ່າ, ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ ແລະ ມັນກໍຈະເຄື່ອນໄປ; ບໍ່ມີສິ່ງໃດທີ່ພວກເຈົ້າເຮັດບໍ່ໄດ້.”6 ຂະໜາດຂອງສັດທາຂອງທ່ານ ຫລື ລະດັບຂອງຄວາມຮູ້ຂອງທ່ານບໍ່ສຳຄັນ—ສິ່ງສຳຄັນແມ່ນ ຄວາມຊື່ສັດທີ່ທ່ານໄດ້ສະແດງອອກເຖິງສັດທາທີ່ທ່ານມີ ແລະ ຄວາມຈິງທີ່ທ່ານຮູ້ແລ້ວ.
ການສັງເກດຢ່າງທີສອງແມ່ນແຕກຕ່າງຈາກຢ່າງທີໜຶ່ງ. ເມື່ອມີບັນຫາ ແລະ ມີຄຳຖາມ, ຢ່າເລີ່ມຕົ້ນສົງໄສສັດທາ ໂດຍການເວົ້າວ່າ ທ່ານ ບໍ່ມີ ຫລາຍ, ເລີ່ມຕົ້ນຈາກ “ຄວາມບໍ່ເຊື່ອ.” ສິ່ງນີ້ຄືກັນກັບການຍັດພຸງໂຕໄກ່ງວງທາງປາກ! ບັດນີ້, ຂ້າພະເຈົ້າຈະກ່າວແບບແຈ່ມແຈ້ງວ່າ: ຂ້າພະເຈົ້າບໍ່ໄດ້ຂໍໃຫ້ທ່ານທຳທ່າວ່າມີສັດທາ ທີ່ທ່ານບໍ່ມີ. ບັດນີ້ ຂ້າພະເຈົ້າຂໍໃຫ້ທ່ານຊື່ສັດຕໍ່ສັດທາທີ່ທ່ານມີ ຢູ່. ບາງເທື່ອເຮົາເຮັດຄືວ່າ ການເວົ້າເຖິງຄວາມບໍ່ແນ່ນອນໃຈກ່ຽວກັບການມີສັດທາ ເປັນການສະແດງອອກເຖິງຄວາມກ້າຫານ ຫລາຍກວ່າຈະເວົ້າວ່າຕົນເອງມີ. ບໍ່ເປັນແນວນັ້ນ! ສະນັ້ນ, ໃຫ້ເຮົາມາຈື່ຈຳຂ່າວສານທີ່ແຈ່ມແຈ້ງກ່ຽວກັບເລື່ອງນີ້: ໃຫ້ຊື່ສັດນຳຄວາມສົງໄສຂອງທ່ານ; ຊີວິດນີ້ຈະເຕັມໄປດ້ວຍຄວາມສົງໄສ. ແຕ່ຖ້າຫາກທ່ານ ແລະ ຄອບຄົວຂອງທ່ານຢາກໄດ້ຮັບການປິ່ນປົວ, ແລ້ວຢ່າໃຫ້ຄວາມສົງໄສເຫລົ່ານັ້ນມາກີດກັນສັດທາທີ່ຈະເຮັດການມະຫັດສະຈັນ.
ສຳຄັນກວ່ານັ້ນ, ທ່ານມີສັດທາຫລາຍກວ່າທີ່ທ່ານຄິດ ເພາະພຣະຄຳພີມໍມອນໄດ້ເອີ້ນສິ່ງນີ້ວ່າ “ຫລັກຖານ ແລະ ຄວາມຍິ່ງໃຫຍ່.”7 “ພວກເຈົ້າຈະຮູ້ຈັກຄົນເຫລົ່ານັ້ນດ້ວຍການກະທຳຂອງເຂົາ,” ພຣະເຢຊູໄດ້ກ່າວ,8 ແລະ ຜົນຂອງການດຳລົງຊີວິດຕາມພຣະກິດຕິຄຸນຈະເປັນຫລັກຖານໃນຊີວິດຂອງໄພ່ພົນຍຸກສຸດທ້າຍ ໃນທຸກແຫ່ງຫົນ. ເຊັ່ນດຽວກັບເປໂຕ ແລະ ໂຢຮັນ ໄດ້ກ່າວຕໍ່ພວກຟາຣິຊາຍວ່າ, “ເປັນໄປບໍ່ໄດ້ທີ່ຈະໃຫ້ພວກຂ້າພະເຈົ້າປິດບັງບໍ່ໃຫ້ເວົ້າສິ່ງທີ່ໄດ້ເຫັນ ແລະ ໄດ້ຍິນ,” ແລະ ສິ່ງທີ່ເຮົາໄດ້ເຫັນ ແລະ ໄດ້ຍິນ ແມ່ນ “ການມະຫັດສະຈັນອັນຍິ່ງໃຫຍ່ນີ້” ໃນຊີວິດຂອງສະມາຊິກຂອງສາດສະໜາຈັກຫລາຍລ້ານຄົນ. ສິ່ງນັ້ນບໍ່ສາມາດປະຕິເສດໄດ້.9
ອ້າຍເອື້ອຍນ້ອງທັງຫລາຍ, ນີ້ແມ່ນວຽກງານອັນສູງສົ່ງ ທີ່ເລີ່ມຕົ້ນດ້ວຍການສະແດງໃຫ້ປະຈັກ ແລະ ເປັນພອນຜູກມັດໃນທຸກທິດທາງ, ສະນັ້ນຢ່າຕົກໃຈ ຖ້າຫາກມີບັນຫາເປັນບາງຄັ້ງ ທີ່ຕ້ອງໄດ້ສຳຫລວດກວດກາ, ເຂົ້າໃຈ, ແລະ ແກ້ໄຂ. ມັນຈະເປັນແນວນັ້ນແທ້. ໃນສາດສະໜາຈັກນີ້ ສິ່ງທີ່ເຮົາຮູ້ຈັກ ແມ່ນສຳຄັນຫລາຍກວ່າສິ່ງທີ່ເຮົາບໍ່ຮູ້ຈັກສະເໝີ. ແລະ ຈົ່ງຈື່ຈຳໄວ້ວ່າ ໃນຊີວິດມະຕະນີ້ ທຸກຄົນຕ້ອງເດີນໄປດ້ວຍສັດທາ.
ສະນັ້ນ ຈົ່ງມີຄວາມເມດຕານຳຄວາມອ່ອນແອຂອງມະນຸດ—ຂອງຕົວເອງ ແລະ ຂອງຄົນທີ່ຮັບໃຊ້ໃນສາດສະໜາຈັກນີ້ ຊຶ່ງນຳພາໂດຍຜູ້ອາສາສະໝັກທັງຊາຍ ແລະ ຍິງ. ຍົກເວັ້ນແຕ່ພຣະບຸດທີ່ຖືກຳເນີດອົງດຽວຂອງພຣະອົງເທົ່ານັ້ນ, ພຣະເຈົ້າໄດ້ເຮັດວຽກງານນຳຜູ້ຄົນທີ່ຂາດຕົກບົກພ່ອງນັບຕັ້ງແຕ່ຕອນຕົ້ນເປັນຕົ້ນມາ. ຄົງເປັນເລື່ອງຫຍຸ້ງຍາກສຳລັບພຣະອົງ, ແຕ່ພຣະອົງກໍອົດທົນ. ສະນັ້ນເຮົາກໍຄວນເປັນແນວນັ້ນຄືກັນ. ແລະ ເມື່ອທ່ານເຫັນຄວາມຂາດຕົກບົກພ່ອງ, ຈົ່ງຈື່ຈຳວ່າ ສິ່ງນັ້ນ ບໍ່ ໄດ້ເປັນຄວາມສັກສິດຂອງວຽກງານນີ້. ດັ່ງນັກປະພັນທີ່ມີພອນສະຫວັນຄົນໜຶ່ງໄດ້ແນະນຳວ່າ: ເມື່ອນ້ຳມັນອັນເປັນນິດພຸ່ງຂຶ້ນມາ, ມັນບໍ່ແມ່ນຄວາມຜິດຂອງນ້ຳມັນຖ້າຫາກບໍ່ມີສິ່ງເກັບນ້ຳມັນຢ່າງພຽງພໍ.10 ສິ່ງເກັບນ້ຳມັນເຫລົ່ານັ້ນແມ່ນຮ່ວມທັງທ່ານ ແລະ ຂ້າພະເຈົ້າ, ສະນັ້ນຈົ່ງອົດທົນ ແລະ ອະໄພໃຫ້ກັນ.
ການສັງເກດຢ່າງສຸດທ້າຍ. ເມື່ອມີຄວາມສົງໄສ ຫລື ມີຄວາມຫຍຸ້ງຍາກ, ຢ່າຢ້ານກົວທີ່ຈະຂໍຄວາມຊ່ອຍເຫລືອ. ຖ້າຫາກເຮົາຂໍດ້ວຍຄວາມຖ່ອມຕົນ ແລະ ຊື່ສັດ ດັ່ງພໍ່ຄົນນີ້, ແລ້ວເຮົາຈະໄດ້ຮັບ. ພຣະຄຳພີໄດ້ບັນຍາຍເຖິງຄວາມປາດຖະໜານີ້ ເປັນການສະແຫວງຫາດ້ວຍ “ເຈດຕະນາອັນແທ້ຈິງ,” “ດ້ວຍຄວາມມຸ້ງໝາຍເຕັມທີ່ແຫ່ງໃຈ ໂດຍບໍ່ເປັນຄົນໜ້າຊື່ໃຈຄົດ ແລະ ບໍ່ມີການຫລອກລວງຕໍ່ພຣະພັກຂອງພຣະເຈົ້າ.”11 ຂ້າພະເຈົ້າເປັນພະຍານວ່າ ໃນການຕອບສະໜອງຄຳອ້ອນວອນເຊັ່ນ ນັ້ນ, ພຣະເຈົ້າຈະສົ່ງຄວາມຊ່ອຍເຫລືອມາໃຫ້ເຮົາສະເໝີຈາກສອງຟາກຂອງຜ້າມ່ານ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມເຊື່ອຂອງເຮົາ.
ຂ້າພະເຈົ້າໄດ້ກ່າວວ່າ ຂ້າພະເຈົ້າຈະກ່າວກັບຊາວໜຸ່ມ. ຂ້າພະເຈົ້າຍັງກ່າວຢູ່. ຊາຍໜຸ່ມຄົນໜຶ່ງອາຍຸ 14 ປີ ໄດ້ເວົ້າລົມນຳຂ້າພະເຈົ້າແບບອາຍໆ ບໍ່ດົນມານີ້ວ່າ, “ບະລາເດີ ຮໍແລນ, ຂ້ານ້ອຍບໍ່ສາມາດເວົ້າອອກມາໄດ້ວ່າ ຂ້ານ້ອຍຮູ້ວ່າ ສາດສະໜາຈັກນີ້ເປັນສາດສະໜາຈັກທີ່ແທ້ຈິງ, ແຕ່ຂ້ານ້ອຍເຊື່ອ.” ຂ້າພະເຈົ້າໄດ້ໂອບກອດລາວໄວ້ແໜ້ນ. ຂ້າພະເຈົ້າໄດ້ບອກລາວດ້ວຍຄວາມກະຕືລືລົ້ນວ່າ ຄຳວ່າ ເຊື່ອ ເປັນຄຳທີ່ມີຄ່າຫລາຍ, ຫລາຍກວ່າການກະທຳ, ແລະ ລາວບໍ່ຄວນກ່າວຂໍໂທດທີ່ມີ “ພຽງແຕ່ຄວາມເຊື່ອເທົ່ານັ້ນ.” ຂ້າພະເຈົ້າໄດ້ບອກລາວວ່າ ພຣະຄຣິດໄດ້ກ່າວວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ,”12 ເປັນຖ້ອຍຄຳທີ່ປະທານກໍດອນ ບີ ຮິງລີ ໄດ້ເອົາໄປນຳ ຕອນເພິ່ນໄປສອນສາດສະໜາ.13 ຂ້າພະເຈົ້າໄດ້ບອກຊາຍໜຸ່ມຄົນນັ້ນວ່າ ຄວາມເຊື່ອຂອງລາວເປັນບາດກ້າວທຳອິດໄປຫາຄວາມເຊື່ອໝັ້ນ ແລະວ່າຫລັກແຫ່ງຄວາມເຊື່ອຂອງເຮົາ ໄດ້ເລີ່ມຕົ້ນດ້ວຍຄຳວ່າ, “ພວກເຮົາເຊື່ອ.”14 ແລະ ຂ້າພະເຈົ້າໄດ້ບອກລາວວ່າ ຂ້າພະເຈົ້າພູມໃຈກັບລາວຫລາຍທີ່ລາວຊື່ສັດກັບການສະແຫວງຫາຂອງລາວ.
ເກືອບເຖິງ 60 ປີແລ້ວ ນັບຕັ້ງແຕ່ຂ້າພະເຈົ້າມີອາຍຸໄດ້ 14 ປີ ແລະ ມີຄວາມເຊື່ອເລັກນ້ອຍ, ຂ້າພະເຈົ້າສາມາດປະກາດສິ່ງທີ່ຂ້າພະເຈົ້າຮູ້ໃນຕອນນີ້. ຂ້າພະເຈົ້າຮູ້ວ່າໃນທຸກເວລາ, ໃນທຸກວິທີ, ແລະ ໃນທຸກສະພາບການ, ພຣະເຈົ້າເປັນພຣະບິດາທີ່ປະທັບຢູ່ໃນສະຫວັນ. ຂ້າພະເຈົ້າຮູ້ວ່າ ພຣະເຢຊູເປັນພຣະບຸດອົງດຽວທີ່ດີພ້ອມທຸກຢ່າງຂອງພຣະອົງ, ຜູ້ໄດ້ປະທານຊີວິດຂອງພຣະອົງຕາມພຣະປະສົງຂອງພຣະບິດາ ແລະ ເພື່ອໄຖ່ເຮົາທຸກຄົນທີ່ຂາດຕົກບົກພ່ອງ. ຂ້າພະເຈົ້າຮູ້ວ່າ ພຣະອົງໄດ້ລຸກຂຶ້ນຈາກຄວາມຕາຍເພື່ອມີຊີວິດຄືນອີກ, ແລະ ເພາະວ່າພຣະອົງໄດ້ເຮັດເຊັ່ນນັ້ນ, ທ່ານ ແລະ ຂ້າພະເຈົ້າກໍຈະມີຊີວິດຄືນອີກຄືກັນ. ຂ້າພະເຈົ້າຮູ້ວ່າ ໂຈເຊັບ ສະມິດ, ຜູ້ຮັບຮູ້ວ່າເພິ່ນຂາດຕົກບົກພ່ອງ,15 ໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ເພື່ອຟື້ນຟູພຣະກິດຕິຄຸນອັນເປັນນິດຢູ່ໃນໂລກ, ແລະ ຂ້າພະເຈົ້າຮູ້ວ່າ ໃນການນັ້ນ—ໂດຍສະເພາະຜ່ານການແປພຣະຄຳພີມໍມອນ—ເພິ່ນໄດ້ສອນຂ້າພະເຈົ້າເຖິງຄວາມຮັກຂອງພຣະເຈົ້າ, ເຖິງຄວາມເປັນພຣະເຈົ້າຂອງພຣະຄຣິດ, ແລະ ເຖິງອຳນາດຂອງຖານະປະໂລຫິດ ຫລາຍກວ່າສາດສະດາອື່ນໆ ທີ່ຂ້າພະເຈົ້າໄດ້ອ່ານ, ໄດ້ຍິນ, ແລະ ຮູ້ຈັກໃນຊີວິດ. ຂ້າພະເຈົ້າຮູ້ວ່າປະທານທອມມັສ ແອັສ ມອນສັນ, ຊຶ່ງບໍ່ດົນນີ້ຈະເຖິງວັນຄົບຮອບ 50 ປີ ນັບແຕ່ເພິ່ນໄດ້ຖືກແຕ່ງຕັ້ງເປັນອັກຄະສາວົກ, ເປັນຜູ້ສືບຕຳແໜ່ງທີ່ຖືກຕ້ອງໃນເວລານີ້. ຂ້າພະເຈົ້າຮູ້ວ່າ ບັນດາອ້າຍນ້ອງ 14 ຄົນທີ່ທ່ານສະໜັບສະໜູນເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ກໍສະນັບສະໜູນເພິ່ນຄືກັນ, ດ້ວຍມື, ດ້ວຍຫົວໃຈ, ແລະ ດ້ວຍຂໍກະແຈແຫ່ງການເປີດເຜີຍຂອງພວກເພິ່ນ.
ຂ້າພະເຈົ້າປະກາດຕໍ່ທ່ານ ດ້ວຍຄວາມໝັ້ນໃຈທີ່ເປໂຕເອີ້ນວ່າ “ຄຳທຳນາຍຢ່າງແນ່ນອນກວ່າເກົ່າ.”16 ຄັ້ງໜຶ່ງເຄີຍເປັນເມັດພືດແຫ່ງຄວາມເຊື່ອທີ່ນ້ອຍໆສຳລັບຂ້າພະເຈົ້າ ແຕ່ຕອນນີ້ມັນໄດ້ເຕີບໂຕຂຶ້ນກາຍເປັນຕົ້ນໄມ້ແຫ່ງຊີວິດແລ້ວ, ສະນັ້ນ ຖ້າຫາກສັດທາຂອງທ່ານໄດ້ຖືກທົດລອງໜ້ອຍໜຶ່ງໃນເວລານີ້, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ອີງຕໍ່ສັດທາຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າ ນີ້ແມ່ນວຽກງານຂອງພຣະເຈົ້າແທ້ໆ. ພຽງແຕ່ໃນຄວາມອັນຕະລາຍຂອງເຮົາເທົ່ານັ້ນທີ່ເຮົາຈະປ່ອຍໃຫ້ຄວາມສົງໄສ ຫລື ມານດຶງເຮົາອອກໄປນອກທາງ. ຈົ່ງມີຄວາມຫວັງຕໍ່ໄປ. ຈົ່ງເດີນທາງຕໍ່ໄປ. ຈົ່ງຮັບຮູ້ຄຳຖາມ ແລະ ຄວາມສົງໄສຂອງທ່ານດ້ວຍຄວາມຊື່ສັດ, ແຕ່ທຳອິດໃຫ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານກ່ອນ, ເພາະທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.