​2010–2019
ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ
ເດືອນ​ເມສາ 2017


15:21

ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ

ພຣະ​ເຢຊູ​ຄຣິດ, ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ, ພົບ​ເຫັນ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ການ​ເຫັນ​ແກະ​ຂອງ​ພຣະ​ອົງ ທີ່​ເປັນ​ພະ​ຍາດ ກ້າວ​ໄປ​ສູ່​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ.

ເຮົາ​ຈະ​ເຂົ້າ​ໃຈ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ເມື່ອ​ເຮົາ​ຮັບ​ຮູ້​ເຖິງ​ຄວາມ​ເມດ​ຕາ​ອັນ​ໃຫຍ່​ຫລວງ ທີ່​ພຣະ​ອົງ​ມີ​ໃຫ້​ແກ່​ຄົນ​ບາບ ແລະ ເຮົາ​ຮູ້​ສຶກ​ບຸນ​ຄຸນ​ຂອງ​ຄວາມ​ແຕກ​ຕ່າງ​ທີ່​ພຣະ​ອົງ​ອະ​ທິ​ບາຍ​ໄວ້​ລະ​ຫວ່າງ​ການ​ບາບ ແລະ ຄົນ​ທີ່​ເຮັດ​ບາບ. ຄວາມ​ເຂົ້າ​ໃຈ​​ນີ້​ຊ່ວຍ​ເຮົາ​ໃຫ້​ມີ “ຄວາມ​ເຂົ້າ​ໃຈ ທີ່​ຖືກ​ຕ້ອງ​ເຖິງ​ຄຸນ​ລັກ​ສະ​ນະ, ຄວາມ​ດີ​ພ້ອມ, ແລະ ຄຸນ​ສົມ​ບັດ​ຂອງ​ພຣະ​ອົງ”1 ແລະ ເປັນ​ພື້ນ​ຖານ​ທີ່​ຈະ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ບໍ່​ວ່າ​ຄວາມ​ບົກ​ພ່ອງ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ ຈະ​ດຶງ​ເຮົາ​ໄປ​ຫາ​ພຣະ​ອົງ ແລະ ໃຫ້​ກຳ​ລັງ​ໃຈ​ເຮົາ​ໃນ​ການ​ດີ້ນ​ລົນ​ຢ່າງ​ຕໍ່​ເນື່ອງ​ຂອງ​ເຮົາ​ທີ່​ຈະ​ກັບ​ໃຈ ແລະ ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ, ເຮົາ​ຮຽນ​ຮູ້​ທີ່​ຈະ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ກະ​ທຳ, ບໍ່​ວ່າ​ຄຸນ​ລັກ​ສະ​ນະ ຫລື ພຶດ​ຕິ​ກຳ​ພາຍ​ນອກ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຜົນ​ກະ​ທົບ​ຂອງ​ການ​ແບ່ງ​ແຍກ​ລະ​ຫວ່າງ​ຄຸນ​ລັກ​ສະ​ນະ​ພາຍ​ນອກ​ຂອງ​ບຸກ​ຄົນ​ໃດ​ໜຶ່ງ ແລະ ບຸກ​ຄົນໆ​ນັ້ນ​ຄື​ຈຸດ​ໃຈ​ກາງ​ຂອງ​ໜັງ​ສື​ເລື່ອງ Les Misérables, (ແປ​ວ່າ ຜູ້​ຄົນ​ທີ່​ໜ້າ​ສົມ​ເພດ​ເວດ​ທະ​ນາ), ທີ່​ແຕ່ງ​ໂດຍ​ນັກ​ປະ​ພັນ​ຊາວ​ຝະ​ຣັ່ງ​ຊື່ ວິກ​ເຕີ ຮິວ​ໂກ.2 ໃນ​ຕອນ​ຕົ້ນ​ຂອງ​ເລື່ອງ, ຜູ້​ເລົ່າ​ເລື່ອງ​ແນະ​ນຳ​ຕົວ​ທ່ານ ບຽນ​ເວິ​ນູ ແມວ​ໂຣ ເຈົ້າ​ອະ​ທິ​ການ​ຂອງ ເມືອງ​ໃດ, ແລະ ສົນ​ທະ​ນາ​ເຖິງ​ຄວາມ​ສັບ​ສົນ​ທີ່​ເຈົ້າ​ອະ​ທິ​ການ​ປະ​ເຊີນ​ຢູ່. ເພິ່ນ​ຄວນ​ໄປ​ຢ້ຽມ​ຢາມ​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ປະ​ກາດ​ວ່າ​ບໍ່​ເຊື່ອ​ວ່າ​ມີ​ພຣະ​ເຈົ້າ ແລະ ຖືກ​ກຽດ​ຊັງ​ໃນ​ຊຸມ​ຊົນ ເພາະ​ພຶດ​ຕິ​ກຳ​ຂອງ​ລາວ​ໃນ​ອະ​ດີດ ໃນ​ການ​ປະ​ຕິ​ວັດ​ຂອງ​ຊາວ​ຝະຣັ່ງ​ບໍ?3

ຜູ້​ເລົ່າ​ເລື່ອງ​ກ່າວ​ວ່າ ຕາມ​ທຳ​ມະ​ຊາດ​ແລ້ວ​ເຈົ້າ​ອະ​ທິ​ການ ສາ​ມາດ​ຮູ້​ສຶກ​ຄວາມ​ກຽດ​ຊັງ​ອັນ​ເລິກ​ຊຶ້ງ​ຕໍ່​ຊາຍ​ຄົນ​ນັ້ນ. ແຕ່​ແລ້ວ ຜູ້​ເລົ່າ​ເລື່ອງ​ກໍ​ຖາມ​ຄຳ​ຖາມ​ງ່າຍໆ​ຄຳ​ໜຶ່ງ​ວ່າ: “ບາບ​ຂອງ​ຄົນ​ຄວນ​ເຮັດ​ໃຫ້​ເຈົ້າ​ອະ​ທິ​ການ​ຫັນ​ໜີ​ໄປ​ຈາກ​ເຂົາ​ບໍ?”4 ໃນ​ຄຳ​ຕອບ​ທີ່​ກ່າວ​ແທນ​ເຈົ້າ​ອະ​ທິ​ການ, ຜູ້​ເລົ່າ​ເລື່ອງ​ໃຫ້​ຄຳ​ຕອບ​ທີ່​ແນ່​ນອນ​ໃຈ​ວ່າ: “ບໍ່​ເລີຍ”— ​ແລະ ຈາກ​ນັ້ນ​ກໍ​ຕື່ມ​ຄວາມ​ຄິດ​ເຫັນ​ຕະ​ຫລົກວ່າ: “ແຕ່​ຊ່າງ​ໄດ້​ເປັນ​ຄົນ​ທີ່​ເຮັດ​ບາບ​ຢ່າງ​ຮ້າຍ​ແຮງ​ຫລາຍ​ແທ້ໆ​ເນາະ!”5

ໃນ​ບົດ​ຄວາມ​ນີ້ ທ່ານ ຮິວ​ໂກ ປຽບ​ທຽບ “ຄວາມ​ອ່ອນ​ແອ” ຂອງ​ຊາຍ​ຄົນ​ໜຶ່ງ​ໃສ່​ກັບ​ພະ​ຍາດ​ທາງ​ຜິວ​ໜັງ​ໃນ​ໂຕ​ແກະ ແລະ ປຽບ​ທຽບ​ເຈົ້າ​ອະ​ທິ​ການ​ໃສ່​ກັບ​ຜູ້​ລ້ຽງ ຜູ້​ທີ່​ບໍ່​ຫັນ​ໜີ​ໄປ​ເມື່ອ​ໄດ້​ປະ​ເຊີນ​ກັບ​ແກະ​ທີ່​ເຈັບ​ປ່ວຍ. ເຈົ້າ​ອະ​ທິ​ການ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຕໍ່​ຈາກ​ນັ້ນ​ເລື່ອງ​ກໍ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ຕໍ່​ຜູ້​ຊາຍ​ອີກ​ຄົນ​ໜຶ່ງ, ຕົວ​ລະ​ຄອນ​ເອກ​ຂອງ​ເລື່ອງ, ອະ​ດີດ​ນັກ​ໂທດ​ທີ່​ເສື່ອມ​ກຽດ ຊື່ ຈອງ ວາ​ຈອງ. ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ເຈົ້າ​ອະ​ທິ​ການ​ກະ​ຕຸ້ນ​ໃຫ້ ຈອງ ວາ​ຈອງ ປ່ຽນ​ທິດ​ທາງ​ໃນ​ການ​ດຳ​ລົງ​ຊີວິດ​ຂອງ​ລາວ.

ເພາະ​ພຣະ​ເຈົ້າ​ນຳ​ໃຊ້​ພະ​ຍາດ​ໂລ​ຄາ​ເປັນ​ເລື່ອງ​ປຽບ​ທຽບ​ສຳ​ລັບ​ບາບ​ຕະ​ຫລອດ​ທົ່ວ​ຂໍ້​ພຣະ​ຄຳ​ພີ, ມັນ​ກໍ​ສົມ​ເຫດ​ສົມ​ຜົນ​ທີ່​ຈະ​ຖາມ​ວ່າ, “ພຣະ​ເຢ​ຊູ​ຄຣິດ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ​ເມື່ອ​ພຣະ​ອົງ​ປະ​ເຊີນ​ກັບ​ພະ​ຍາດ​ຂອງ​ເຮົາ​ຢ່າງ​ປຽບ​ທຽບ—ບາບ​ຂອງ​ເຮົາ?” ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ແລ້ວ​ວ່າ ພຣະ​ອົງ​ບໍ່​ສາ​ມາດ​ເບິ່ງ​ບາບ​ດ້ວຍ​ລະ​ດັບ​ການ​ຍິນ​ຍອມ​ແມ່ນ​ແຕ່​ໜ້ອຍ​ທີ່​ສຸດ;6 ສະ​ນັ້ນ ພຣະ​ອົງ​ຈະ​ສາ​ມາດ​ເບິ່ງ​ເຮົາ, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຄວາມ​ບົກ​ພ່ອງ​ຫລາຍ​ປານ​ໃດ​ກໍ​ຕາມ, ໂດຍ​ບໍ່​ໄດ້​ຫົດ​ຫູ່​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ຄວາມ​ກຽດ​ຊັງ​ໄດ້​ແນວ​ໃດ?

ຄຳ​ຕອບ​ກໍ​ລຽບ​ງ່າຍ ແລະ ແຈ່ມ​ແຈ້ງ​ດີ. ໃນ​ຖາ​ນະ​ທີ່​ເປັນ​ຜູ້​ລ້ຽງ​ທີ່​ດີ,7 ພຣະ​ເຢ​ຊູ​ຄຣິດ​ມອງ​ເຫັນ​ພະ​ຍາດ​ໂລ​ຄາ​ໃນ​ຝູງ​ແກະ​ຂອງ​ພຣະ​ອົງ​ວ່າ​ເປັນ​ອາ​ການ​ທີ່​ຕ້ອງ​ການ​ການ​ປິ່ນ​ປົວ, ການ​ດູ​ແລ, ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ. ຜູ້​ລ້ຽງ​ອົງ​ນີ້, ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ, ພົບ​ເຫັນ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ການ​ເຫັນ​ແກະ​ຂອງ​ພຣະ​ອົງ ທີ່​ເປັນ​ພະ​ຍາດ ກ້າວ​ໄປ​ສູ່​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບອກ​ລ່ວງ​ໜ້າ​ວ່າ​ພຣະ​ອົງ​ຈະ “ລ້ຽງ​ແກະ​ຂອງ​ພຣະ​ອົງ​ດັ່ງ​ຄົນ​ລ້ຽງ​ແກະ​ຜູ້​ໜຶ່ງ,”8 “ຊອກ​ຫາ​ແກະ​ໂຕ​ທີ່​ຫລົງ​ເສຍ​ໄປ, … ຈະ​ນຳ​ແກະ​ໂຕ​ພະ​ເນ​ຈອນ​ກັບ​ຄືນ​ມາ, … ພັນ​ບາດ​ແຜ​ໂຕ​ທີ່​ໄດ້​ຖືກ​ທຳ​ຮ້າຍ, ແລະ … ປິ່ນ​ປົວ​ໂຕ​ທີ່​ເຈັບ​ໂຊ.”9 ເຖິງ​ແມ່ນ​ວ່າ​ຊາວ​ອິດ​ສະ​ຣາ​ເອນ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ຖືກ​ບັນ​ຍາຍ​ວ່າ​ຖືກ​ມົກ​ໝຸ້ນ​ຢູ່​ກັບ “ຮອຍ​ຟົກ​ຊ້ຳ, ທັງ​ເປັນ​ບາດ​ແຜ ແລະ ເຈັບ​ປວດ,”10 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຫ້​ກຳ​ລັງ​ໃຈ, ແນະ​ນຳ, ແລະ ໃຫ້​ສັນ​ຍາ​ເຖິງ​ການ​ປິ່ນ​ປົວ.11

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ໂລກ ແນ່​ນອນ​ວ່າ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ. ພຣະ​ອົງ​ບໍ່​ໄດ້​ຍ່າງ​ໄປ​ຢ່າງ​ດູ​ຖູກ ຕາມ​ຫົນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ຂີ້​ຝຸ່ນ​ຂອງ​ຄາ​ລີ​ເລ ແລະ ຢູ​ດາຍ ຫັນ​ໜ້າ​ໜີ​ໄປ​ເມື່ອ​ເຫັນ​ຄົນ​ບາບ. ພຣະ​ອົງ​ບໍ່​ໄດ້​ຫລີກ​ໜ້າ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຢ້ານ​ກົວ​. ບໍ່​ເລີຍ, ພຣະ​ອົງ​ໄດ້​ກິນເຂົ້າ​ກັບ​ຄົນ​ບາບ.12 ພຣະ​ອົງ​ໄດ້​ຊ່ວຍ​ເຫລືອ ແລະ ໃຫ້​ພອນ, ໄດ້​ຍົກ ແລະ ໄດ້​ໃຫ້​ການ​ຮຽນ​ຮູ້, ແລະ ໄດ້​ເອົາ​ຄວາມ​ຫວັງ ແລະ ຄວາມ​ປິ​ຕິ​ຍິນ​ດີ​ເຂົ້າ​ມາ​ແທນ​ຄວາມ​ຢ້ານ​ກົວ. ເໝືອນ​ດັ່ງ​ຜູ້​ລ້ຽງ​ທີ່​ແທ້​ຈິງ ທີ່​ພຣະ​ອົງ​ເປັນ​ຢູ່, ພຣະ​ອົງ​ຊອກ​ຫາ​ເຮົາ ແລະ ພົບ​ເຫັນ​ເຮົາ ເພື່ອ​ຈະ​ສະ​ເໜີ​ການ​ບັນ​ເທົາ ແລະ ຄວາມ​ຫວັງ.13 ການ​ເຂົ້າ​ໃຈ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ຮັກ​ຂອງ​ພຣະ​ອົງ​ຊ່ວຍ​ເຮົາ​ໃຫ້​ໃຊ້​ສັດ​ທາ​ໃນ​ພຣະ​ອົງ—ທີ່​ຈະ​ກັບ​ໃຈ ແລະ ຖືກ​ປິ່ນ​ປົວ.

ພຣະ​ທຳ​ຂອງ​ໂຢ​ຮັນ ບັນ​ທຶກ​ຜົນ​ກະ​ທົບ​ຂອງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຄົນ​ບາບ. ພວກ​ທຳ​ມະ​ຈານ ແລະ ພວກ​ຟາ​ລີ​ຊາຍ​ໄດ້​ນຳ​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ຈັບ​ໃນ​ຖານ​ຫລິ້ນ​ຊູ້​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຜູ້​ທີ່​ກ່າວ​ຫາ​ໄດ້​ແນະ​ນຳ​ວ່າ​ນາງ​ຄວນ​ຖືກ​ແກວ່ງ​ກ້ອນ​ຫີນ​ໃສ່​ໃຫ້​ຕາຍ, ຕາມ​ກົດ​ຂອງ​ໂມ​ເຊ. ພຣະ​ເຢ​ຊູ, ໃນ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ທີ່​ຂຸ້ນ​ຂ້ຽວ, ໃນ​ທີ່​ສຸດ​ໄດ້​ກ່າວ​ຕໍ່​ພວກ​ເຂົາ​ວ່າ, “ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ທີ່​ບໍ່​ໄດ້​ເຮັດ​ບາບ, ໃຫ້​ຜູ້​ນັ້ນ​ເປັນ​ຜູ້​ທຳ​ອິດ​ແກວ່ງ​ກ້ອນ​ຫີນ​ໃສ່​ຍິງ​ຄົນ​ນີ້.”

ຜູ້​ກ່າວ​ຫາ​ກໍ​ໄດ້​ໜີ​ອອກ​ໄປ, “ແລະ ຍັງ​ເຫລືອ​ແຕ່​ພຣະ​ເຢ​ຊູ​ ແລະ ແມ່​ຍິງ​ທີ່​ຢືນ​ຢູ​ທີ່​ນັ້ນ.

“ເມື່ອ​ພຣະ​ອົງ … ເງີຍ​ໜ້າ​ຂຶ້ນ​ຈຶ່ງ​ຖາມ​ນາງ​ວ່າ ພວກ​ເນັ້ນ​ໄປ​ໃສ​ກັນ​ໝົດ ບໍ່​ມີ​ຜູ້​ໃດ​ລົງ​ໂທດ​ເຈົ້າ​ບໍ?

“ນາງ​ຕອບ​ວ່າ, ພຣະ​ອົງ​ເຈົ້າ​ເອີຍ ບໍ່​ມີ​ຜູ້​ໃດ​ແລ້ວ. ພຣະ​ເຢ​ຊູ​ເຈົ້າ​ເວົ້າ​ວ່າ, ດີແລ້ວ, ເຮົາ​ກໍ​ບໍ່​ລົງ​ໂທດ​ເຈົ້າ​ເໝືອນ​ກັນ, ຈົ່ງ​ໄປ​ສາ ຕໍ່​ໄປ​ຢ່າ​ເຮັດ​ບາບ​ອີກ.”14

ແນ່​ນອນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ຍົກ​ໂທດ​ໃຫ້​ໃນ​ການ​ຫລິ້ນ​ຊູ້. ແຕ່​ພຣະ​ອົງ​ກໍ​ບໍ່​ໄດ້​ປະ​ນາມ​ຜູ້​ຍິງ​ຄົນ​ນັ້ນ​ນຳ​ອີກ. ພຣະ​ອົງ​ໄດ້​ຊຸກ​ຍູ້​ໃຫ້​ນາງ​ປ່ຽນ​ແປງ​ຊີ​ວິດ​ຂອງ​ນາງ. ນາງ​ກໍ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ປ່ຽນ​ແປງ​ເພາະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ. ການ​ແປ​ພຣະ​ຄຣິສຕະ​ທຳ​ຄຳ​ພີ​ຂອງ​ໂຈ​ເຊັບ ສະ​ມິດ ຢືນ​ຢັນ​ເຖິງ​ຜົນ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ນາງ​ວ່າ: “ແລະ ຍິງ​ຄົນ​ນັ້ນ​ໄດ້​ສັນ​ລະ​ເສີນ​ພຣະ​ເຈົ້າ​ນັບ​ຕັ້ງ​ແຕ່​ຊົ່ວໂມງ​ນັ້ນ, ແລະ ໄດ້​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”15

ເຖິງ​ແມ່ນ​ວ່າ​ພຣະ​ເຈົ້າ​ເຫັນ​ອົກ​ເຫັນ​ໃຈ, ແຕ່​ເຮົາ​ບໍ່​ຄວນ​ເຊື່ອ​ຢ່າງ​ຜິດ​ພາດ​ວ່າ​ພຣະ​ອົງ​ຍອມ​ຮັບ ແລະ ປ່ຽນ​ຄວາມ​ຄິດ​ກ່ຽວ​ກັບ​ບາບ​ເລີຍ. ພຣະ​ອົງ​ບໍ່​ຍອມ​ຮັບ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ສູ່​ໂລກ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ ຈາກ ບາບ​ຂອງ​ເຮົາ ແລະ ສຳ​ຄັນ​ແທ້ໆ​ກໍ​ຄື, ພຣະ​ອົງ​ຈະ​ບໍ່​ຊ່ວຍ​ເຮົາ​ໃຫ້​ລອດ​ ໃນ ບາບ​ຂອງ​ເຮົາ.16 ຄັ້ງ​ໜຶ່ງ​ຜູ້​ສອບ​ຖາມ​ທີ່​ຊຳ​ນານ​ຊື່ ຊີ​ເອສຣອມ ໄດ້​ພະ​ຍາ​ຍາມ​ວາງ​ກັບ​ດັກ​ຈັບ​ຜິດ​ແອມ​ມິວ​ເລັກ ໂດຍ​ຖາມ​ວ່າ: “[ອົງ​ພຣະ​ເມ​ຊີ​ອາທີ່​ຈະ​ສະ​ເດັດມາ] ຈະ​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃຫ້​ລອດ​ໃນ​ບາບ​ຂອງ​ເຂົາ​ບໍ? ແລະ ແອມ​ມິວ​ເລັກ​ຕອບ ແລະ ກ່າວ​ກັບ​ລາວ​ວ່າ: ຂ້າ​ພະ​ເຈົ້າ​ກ່າວ​ກັບ​ເຈົ້າ​ວ່າ ພຣະ​ອົງ​ຈະ​ບໍ່​ກະ​ທຳ​ເຊັ່ນ​ນັ້ນ, ເພາະ​ເປັນ​ໄປ​ບໍ່​ໄດ້​ທີ່​ພຣະ​ອົງ​ຈະ​ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ອົງ. ... ພຣະ​ອົງ​ບໍ່​ສາ​ມາດ​ຊ່ວຍ​ເຂົາ​ໃຫ້​ລອດ​ໃນ​ບາບ​ຂອງ​ພວກ​ເຂົາ​ໄດ້.”17 ແອມ​ມິວ​ເລັກ​ໄດ້​ກ່າວ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ວ່າ ເພື່ອ​ຈະ​ຖືກ​ຊ່ວຍ​ໃຫ້​ລອດ​ໄດ້​ຈາກ​ບາບ​ຂອງ​ເຮົາ, ເຮົາ​ຕ້ອງ​ຍອມ​ຮັບ “ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ,” ຊຶ່ງອະ​ນຸ​ຍາດ​ໃຫ້​ອຳ​ນາດ​ຂອງ​ພຣະ​ຜູ້ໄຖ່​ຊ່ວຍ​ຈິດ​ວິນ​ຍານ​ຂອງ​ເຮົາ​ໃຫ້​ລອດ.18

ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ຮັກ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ດຶງ​ເອົາ​ເຮົາ​ໄປ​ຫາ​ພຣະ​ອົງ.19 ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ກໍ​ບໍ່​ເພິ່ງ​ພໍ​ໃຈ​ນຳ​ສະ​ພາບ​ທີ່​ເປັນ​ບາບ​ຂອງ​ເຮົາ​ອີກ​ຕໍ່​ໄປ.20 ພຣະ​ເຈົ້າ​ກໍ​ແຈ້ງ​ຊັດ​ດີ​ກ່ຽວ​ກັບ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະ​ອົງ ແລະ ສິ່ງ​ທີ່​ຜິດ ແລະ ເຕັມ​ໄປ​ດ້ວຍ​ບາບ. ສິ່ງ​ນີ້​ບໍ່​ແມ່ນ​ເພາະ​ພຣະ​ອົງ​ປາດ​ຖະ​ໜາ​ທີ່​ຈະ​ມີ​ຜູ້​ຕິດ​ຕາມ​ທີ່​ເຊື່ອ​ຟັງ​ໂດຍ​ບໍ່​ມີ​ຄວາມ​ນຶກ​ຄິດ. ບໍ່​ເລີຍ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປາດ​ຖະ​ໜາ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ເລືອກ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງຢ່າງ​ມີ​ຄວາມ​ຮູ້21 ແລະ ຢ່າງ​ເຕັມ​ໃຈ ແລະ ໃຫ້​ເໝາະ​ສົມ​ກັບ​ຊີ​ວິດ​ທີ່​ພຣະ​ອົງ​ມີ​ຢູ່.22 ໂດຍ​ຄວາມ​ເຕັມ​ໃຈ, ລູກໆ​ຂອງ​ພຣະ​ອົງ​ຈະ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ ແລະ ກາຍ​ເປັນ​ທາ​ຍາດ​ທີ່​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ.23 ເພາະ​ເຫດ​ນີ້ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ບໍ່​ສາ​ມາດ​ປ່ຽນ​ແປງ​ພຣະ​ບັນ​ຍັດ ຫລື ຄຳ​ສອນ​ຂອງ​ພຣະ​ເຈົ້າ​ທີ່​ກົງ​ກັນ​ຂ້າມ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ເພື່ອ​ໃຫ້​ມັນ​ສະ​ດວກ ຫລື ເປັນ​ທີ່​ນິ​ຍົມ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ຕົວ​ຢ່າງ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ຜູ້​ຄົນ​ທີ່​ເຮັດ​ບາບ​ກໍ​ເປັນ​ການ​ສິດ​ສອນ​ໂດຍ​ສະ​ເພາະ. ເຮົາ, ຜູ້​ທີ່​ເປັນ​ຄົນ​ບາບ ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຕ້ອງ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ຮັກ. ບົດ​ບາດ​ຂອງ​ເຮົາ​ກໍ​ແມ່ນ​ທີ່​ຈະ​ຊ່ວຍ​ເຫລືອ ແລະ ເປັນ​ພອນ​ນຳ​ອີກ, ເພື່ອ​ຍົກ ແລະ ເຊີດ​ຊູ, ແລະ ເອົາ​ຄວາມ​ຫວັງ ແລະ ຄວາມ​ປິ​ຕິ​ຍິນ​ດີ​ເຂົ້າ​ມາ​ແທນ​ຄວາມ​ຢ້ານ​ກົວ ແລະ ຄວາມ​ສິ້ນ​ຫວັງ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕິ​ຕຽນ​ບຸກ​ຄົນ​ທີ່​ຫັນ​ໜີ​ໄປ​ຈາກ​ຄົນ​ອື່ນ​ທີ່​ເຂົາ​ເຈົ້າ​ຄິດ​ວ່າ​ບໍ່​ສະ​ອາດ ແລະ ຜູ້​ທີ່​ຖື​ວ່າ​ຕົວ​ເອງ​ຊອບ​ທຳ ແລະ ຕັດ​ສິນ​ຄົນ​ອື່ນ​ວ່າ​ເຮັດ​ບາບ​ຫລາຍ​ກວ່າ​ຕົວ​ເຂົາ​ເຈົ້າ​ເອງ.24 ນັ້ນ​ຄື​ບົດ​ຮຽນ​ທີ່​ຖືກ​ເນັ້ນ​ໜັກ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຈາະ​ຈົງ​ໄປ​ຫາ​ຄົນ​ທີ່ “ໝັ້ນ​ໃຈ​ໃນ​ຕົວ​ເອງ​ວ່າ​ເປັນ​ຄົນ​ຊອບ​ທຳ, ແລະ ໝິ່ນ​ປະ​ໝາດ​ຄົນ​ອື່ນ.” ພຣະ​ອົງ​ໄດ້​ກ່າວ​ຄຳ​ອຸ​ປະ​ມາ​ນີ້​ວ່າ:

“ມີ​ຊາຍ​ສອງ​ຄົນ​ຂຶ້ນ​ໄປ​ພຣະ​ວິ​ຫານ ເພື່ອ​​ອະ​ທິ​ຖານ; ຜູ້​ໜຶ່ງ​ເປັນ​ຄົນຟາຣີຊາຍ, ສ່ວນ​ອີກ​ຜູ້​ໜຶ່ງ​ເປັນ​ຄົນ​ເກັບ​ພາ​ສີ.

“ຄົນ​ຟາ​ຣິ​ຊາຍ​ຢືນ​ນຶກ​ໃນ​ໃຈ ແລະ ອະ​ທິ​ຖານ​ວ່າ, ຂ້າ​ແດ່​ພຣະ​ອົງເຈົ້າ, ຂ້າ​ນ້ອຍ​ຂອບ​ພຣະ​ຄຸນ​ພຣະ​ອົງ ທີ່​ຂ້າ​ນ້ອຍ​ບໍ່​ເປັນ​ດັ່ງ​ຄົນ​ອື່ນໆ ທີ່​ເປັນ​ຄົນ​ໂລບ, ຄົນ​ບໍ່​ສັດ​ຊື່, ຫລື ຄົນ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ຜູ້​ອື່ນ, ຂ້າ​ນ້ອຍ​ຂອບ​ພຣະ​ຄຸນ​ພຣະ​ອົງ ທີ່​ບໍ່​ເປັນ​ດັ່ງ​ຄົນ​ເກັບ​ພາ​ສີ​ຜູ້​ນັ້ນ.

“ໃນ​ອາ​ທິດ​ໜຶ່ງ ຂ້າ​ນ້ອຍ​ຖື​ສິນ​ອົດ​ເຂົ້າສອງ​ວັນ ແລະ ຂ້າ​ນ້ອຍ​ໄດ້​ຖວາຍ​ໜຶ່ງ​ສ່ວນ​ສິບ​ແກ່​ພຣະ​ອົງ ຈາກ​ສິ່ງ​ຂອງ​ທັງ​ໝົດ​ທີ່​ຂ້າ​ນ້ອຍ​ຫາ​ມາ​ໄດ້.

“ສ່ວນ​ຄົນ​ເກັບ​ພາ​ສີ​ນັ້ນ​ຢືນ​ຢູ່​ຫ່າງ​ໄກ ແລະ ບໍ່​ກ້າ​ແມ່ນ​ແຕ່​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ລາວ​ໄດ້​ຕີ​ເອິກ​ຂອງ​ຕົນ ແລະ ກ່າວ​ວ່າ, ຂ້າ​ແດ່​ພຣະອົງ​ເຈົ້າ ຂໍ​ຊົງ​ໂຜດ​ເມດ​ຕາ​ຂ້ານ້ອຍ ຜູ້​ເປັນ​ຄົນ​ບາບ​ແດ່​ທ້ອນ.”

ແລ້ວ​ພຣະ​ເຢ​ຊູ​ໄດ້​ກ່າວ​ຈົບ​ລົງ​ດ້ວຍ​ວ່າ, “ເຮົາ​ບອກ​ພວກ​ເຈົ້າ​ວ່າ, ຄົນ​ນີ້​ແຫລະ ເມື່ອ​ກັບ​ລົງ​ໄປ​ຍັງ​ເຮືອນ​ຂອງ​ຕົນ​ກໍ​ນັບ​ວ່າ ລາວ​ຊອບ​ທຳ​ຫລາຍ​ກວ່າ​ຄົນ​ອື່ນ​ນັ້ນ ເພາະ​ວ່າ​ທຸກ​ຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອຍ​ລົງ ແຕ່​ຜູ້​ໃດ​ທີ່​ຖ່ອມ​ຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ.”25

ຂ່າວ​ສານ​ສຳ​ລັບ​ເຮົາ​ກໍ​ແຈ່ມ​ແຈ້ງ​ດີ​ວ່າ ຄົນ​ບາບ​ທີ່​ກັບ​ໃຈ​ຈະ​ເຂົ້າ​ໃກ້​ພຣະ​ເຈົ້າ​ຫລາຍ​ກວ່າ​ຄົນ​ທີ່​ນັບ​ວ່າ​ຕົວ​ເອງ​ຊອບ​ທຳ​ຫລາຍ​ກວ່າ​ຄົນ​ອື່ນ ທີ່​ກ່າວ​ໂທດ​ຄົນ​ບາບ.

ແນວ​ໂນ້ມ​ຂອງ​ມະ​ນຸດ​ທີ່​ຈະ​ນັບ​ວ່າ​ຕົວ​ເອງ​ຊອບ​ທຳ​ຫລາຍ​ກວ່າ​ຄົນ​ອື່ນ ແລະ ມັກ​ຕັດ​ສິນ​ກໍ​ໄດ້​ມີ​ຢູ່​ໃນ​ວັນ​ເວ​ລາ​ຂອງ​ແອວ​ມາ​ຄື​ກັນ. ເມື່ອ​ຜູ້​ຄົນ “ໄດ້​ເລີ່ມ​ຕົ້ນ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ໃຫ້​ສົມ​ບູນ​ຂຶ້ນ … ປະ​ຊາ​ຊົນ​ເລີ່ມ​ອວດ​ດີ​ຂຶ້ນ ... ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ເລີ່ມ​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ, … ພວກ​ເຂົາ​ໄດ້​ໝິ່ນ​ປະ​ໝາດ​ຊຶ່ງ​ກັນ​ແລະ​ກັນ, ແລະ ພວກ​ເຂົາ​ເລີ່ມ​ກົດ​ຂີ່​ຂົ່ມ​ເຫັງ​ຜູ້​ທີ່​ບໍ່​ເຊື່ອ​ໃນ​ຄວາມ​ປາດ​ຖະ​ໜາ ຫລື ຄວາມ​ພໍ​ໃຈ​ຂອງ​ພວກ​ເຂົາ.”26

ການ​ຂົ່ມ​ເຫັງ​ນີ້​ໄດ້​ຖືກ​ຫ້າມ​ໂດຍ​ສະ​ເພາະ ວ່າ: “ບັດ​ນີ້​ມັນ​ມີ​ກົດ​ເຄັ່ງ​ຄັດ​ຂໍ້​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ຄື​ຈະ​ບໍ່​ມີ​ຜູ້​ໃດ​ທີ່​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ ອອກ​ໄປ​ຂົ່ມ​ເຫັງ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ແລະ ຈະ​ບໍ່​ມີ​ການ​ຂົ່ມ​ເຫັງ​ຊຶ່ງ​ກັນ​ແລະ​ກັນ ໃນ​ບັນ​ດາ​ພວກ​ເຂົາ​ເອງ.”27 ຫລັກ​ທຳ​ທີ່​ນຳ​ທາງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກໍ​ເໝືອນ​ກັນ. ເຮົາ​ບໍ່​ຕ້ອງ​ເປັນ​ຄົນ​ທີ່​ເຮັດ​ຜິດ​ຂອງ​ການ​ຂົ່ມ​ເຫັງ​ຄົນ​ໃດ ທັງ​ພາຍ​ໃນ ຫລື ນອກ​ສາດ​ສະ​ໜາ​ຈັກ.

ຜູ້​ຄົນ​ທີ່​ຖືກ​ຂົ່ມ​ເຫັງ​ບໍ່​ວ່າ​ເພາະ​ເຫດ​ຜົນ​ໃດໆ​ກໍ​ຕາມ​ຮູ້​ວ່າ​ຄວາມ​ທີ່​ບໍ່​ຍຸດ​ຕິ​ທຳ ແລະ ຄວາມ​ຄິດ​ຜິດໆ​ທີ່​ບໍ່​ຍອມ​ປ່ຽນ​ນັ້ນ​ຮູ້​ສຶກ​ແບບ​ໃດ. ຕອນ​ເປັນ​ໄວ​ລຸ້ນ​ອາ​ໄສ​ຢູ່​ໃນ​ເຂດ​ເອີ​ຣົບ​ໃນ​ປີ​ 1960, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ວ່າ​ຖືກ​ວິ​ຈານ ແລະ ຖືກ​ຂົ່ມ​ເຫັງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ອະ​ເມຣິ​ກັນ ແລະ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ຄົນ​ບາງ​ຄົນ​ໃນ​ໂຮງ​ຮຽນ​ໄດ້​ປະ​ຕິ​ບັດ​ຕໍ່​ຂ້າ​ພະ​ເຈົ້າ​ຄື​ກັນ​ກັບ​ວ່າ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ​ອະ​ເມຣິ​ກາ​ທີ່​ບໍ່​ເປັນ​ທີ່​ນິ​ຍົມ. ຂ້າ​ພະ​ເຈົ້າ​ຍັງ​ຖືກ​ປະ​ຕິ​ບັດ​ຕໍ່​ຄື​ວ່າ​ສາດ​ສະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ດູ​ຖູກ​ປະ​ເທດ​ຊາດ ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ເພາະ​ວ່າ​ມັນ​ແຕກ​ຕ່າງ​ຈາກ​ສາດ​ສະ​ໜາ​ທີ່​ລັດ​ອຸບ​ປະ​ຖຳ. ຕໍ່​ມາ, ໃນ​ຫລາຍໆ​ປະ​ເທດ​ຕະ​ຫລອດ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ໂຫດ​ຮ້າຍ​ຂອງ​ຄວາມ​ອະ​ຄະ​ຕິ ແລະ ການ​ຈຳ​ແນກ​ທີ່​ຜູ້​ຄົນ​ໄດ້​ທົນ​ທຸກ ໂດຍ​ຜູ້​ທີ່​ຖືກ​ຖື​ເອົາ​ເປັນ​ເປົ້າ​ໝາຍ ເພາະ​ເຊື້ອ​ຊາດ ຫລື ຊົນ​ເຜົ່າ​ຂອງ​ເຂົາ​ເຈົ້າ.

ການ​ຂົ່ມ​ເຫັງ​ມີ​ມາ​ໃນ​ຫລາຍໆ​ຮູບ​ແບບ ດັ່ງ​ເຊັ່ນ: ການ​ໝິ່ນ​ປະ​ໝາດ, ການ​ເຮັດ​ໃຫ້​ລຳ​ບາກ​ໃຈ, ການ​ຂົ່ມ​ເຫັງ, ການ​ກີດ​ກັນ ແລະ ຄວາມ​ໂດດ​ດ່ຽວ, ຫລື ຄວາມ​ກຽດ​ຊັງ​ທີ່​ມີ​ຕໍ່​ຄົນ​ອື່ນ. ເຮົາ​ຕ້ອງ​ປ້ອງ​ກັນ​ຕົວ​ຕໍ່​ຕ້ານ​ຄວາມ​ຄິດ​ຜິດໆ​ທີ່​ບໍ່​ຍອມ​ປ່ຽນ​ທີ່​ຍົກ​ທ່າ​ທີ ຫລື ພຶດ​ຕິ​ກຳ​ທີ່​ໂຫດ​ຮ້າຍ​ຕໍ່​ຕ້ານ​ຜູ້​ຄົນ​ທີ່​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ. ຄວາມ​ຄິດ​ຜິດໆ​ທີ່​ບໍ່​ຍອມ​ປ່ຽນ​ສະ​ແດງ​ຕົວ​ມັນ​ເອງ, ເປັນ​ພາກ​ສ່ວນ, ໃນ​ຢ່າງ​ນ້ອຍ, ໃນ​ຄວາມ​ບໍ່​ເຕັມ​ໃຈ​ທີ່​ຈະ​ມອບ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ທີ່​ເທົ່າ​ທຽມ​ກັນ.28 ທຸກໆ​ຄົນ, ຮ່ວມ​ທັງ​ຜູ້​ຄົນ​ທີ່​ເຊື່ອ​ໃນ​ສາດ​ສະ​ໜາ, ມີ​ສິດ​ທີ່​ຈະ​ສະ​ແດງ​ຄວາມ​ຄິດ​ເຫັນ​ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ. ແຕ່​ບໍ່​ມີ​ໃຜ​ມີ​ສິດ​ອຳ​ນາດ​ທີ່​ຈະ​ກຽດ​ຊັງ​ຄົນ​ອື່ນ​ເມື່ອ​ຄວາມ​ຄິດ​ເຫັນ​ເຫລົ່າ​ນັ້ນ​ຖືກ​ສະ​ແດງ​ອອກ.

ປະ​ຫວັດ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ຫລັກ​ຖານ​ຫລາຍ​ຢ່າງ​ເຖິງ​ສະ​ມາ​ຊິກ​ທີ່​ຖືກ​ປະ​ຕິ​ບັດ​ຕໍ່​ດ້ວຍ​ຄວາມ​ກຽດ​ຊັງ ແລະ ຄວາມ​ຄິດ​ຜິດໆ​ທີ່​ວ່າ​ຕົວ​ເອງ​ດີກ​ວ່າ​ຄົນ​ອື່ນ. ມັນ​ຈະ​ເປັນ​ສິ່ງ​ທີ່​ໜ້າ​ສົງ​ສານ​ຢ່າງ​ກົງ​ກັນ​ຂ້າມ​ແນວ​ໃດ​ຖ້າ​ຫາກ​ເຮົາ​ໄດ້​ປະ​ຕິ​ບັດ​ກັບ​ຄົນ​ອື່ນ​ດັ່ງ​ທີ່​ເຮົາ​ຖືກ​ປະ​ຕິ​ບັດ​ຕໍ່. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສອນ​ວ່າ, “ເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ເຈົ້າ​ຢ່າງ​ໃດ ກໍ​ຈົ່ງ​ເຮັດ​ຕໍ່​ເພິ່ນ​ຢ່າງ​ນັ້ນ​ເໝືອນ​ກັນ.”29 ເພື່ອ​ວ່າ​ເຮົາ​ຈະ​ຮຽກ​ຮ້ອງ​ຄວາມ​ເຄົາ​ລົບ ເຮົາ​ຕ້ອງ​ເປັນ​ຄົນ​ທີ່​ເຄົາ​ລົບ. ນອກ​ເໜືອ​ໄປ​ຈາກ​ນັ້ນ, ການ​ປ່ຽນ​ໃຈ​ເຫລື້ອ​ໃສ​ທີ່​ຈິງ​ໃຈ​ຈະ​ນຳ “ຄວາມ​ອ່ອນ​ໂຍນ ແລະ ຄວາມ​ຕ່ຳ​ຕ້ອຍ​ໃນ​ໃຈ, ທີ່​ເຊື້ອ​ເຊີນ ພຣະ​ວິນ​ຍານ​ບໍ​ລິ​ສຸດ,”30 ແລະ ເຮັດ​ໃຫ້​ເຮົາ​ເຕັມ​ໄປ​ດ້ວຍ “ຄວາມ​ຮັກ​ທີ່​ສົມ​ບູນ,” “ຄວາມ​ຮັກ​ຢ່າງ​ຈິງ​ໃຈ”31 ໃຫ້​ແກ່​ຄົນ​ອື່ນ.

ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ​ບໍ່​ປ່ຽນ​ແປງ ແລະ ຮູ້​ສຶກ​ໃນ​ທາງ​ດຽວ​ກັນ​ໃນ​ວັນ​ເວ​ລາ​ນີ້​ກ່ຽວ​ກັບ​ບາບ ແລະ ຄົນ​ເຮັດ​ບາບ ດັ່ງ​ທີ່​ພຣະ​ອົງ​ໄດ້​ຮູ້​ສຶກ ເມື່ອ​ພຣະ​ອົງ​ໄດ້​ເດີນ​ໄປ​ມາ​ຢູ່​ເທິງ​ໂລກ. ພຣະ​ອົງ​ບໍ່​ໄດ້​ຫັນ​ໜີ​ໄປ​ຈາກ​ເຮົາ​ເພາະ​ເຮົາ​ເຮັດ​ບາບ, ແມ່ນ​ແຕ່​ພຣະ​ອົງ ໃນ​ບາງ​ໂອ​ກາດ, ທີ່​ຕ້ອງ​ຄິດ​ສາ​ກ່ອນ​ວ່າ, “ແຕ່ຄົນໆ​ນີ້​ຊ່າງ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍ​ແຮງ​ຫລາຍ​ແທ້ໆ​ເນາະ!” ພຣະ​ອົງ​ຮັກ​ເຮົາ​ຫລາຍ​ຈົນ​ວ່າ​ພຣະ​ອົງ​ໄດ້​ຈັດ​ຫາ​ເສັ້ນ​ທາງ​ສຳ​ລັບ​ເຮົາ​ທີ່​ຈະ​ກັບ​ໃຈ ແລະ ກາຍ​ເປັນ​ຄົນ​ສະ​ອາດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ໄປ​ຫາ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນຂອງ​ເຮົາ.32 ໃນ​ການ​ເຮັດ​ແບບ​ນີ້, ພຣະ​ເຢ​ຊູ​ຄຣິດ​ກໍ​ໄດ້​ເປັນ​ຕົວ​ຢ່າງ​ສຳ​ລັບ​ເຮົາ​ທີ່​ຈະ​ຕິດ​ຕາມ​ນຳ​ອີກ, ທີ່​ຈະ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ທຸກ​ຄົນ ແລະ ບໍ່​ສະ​ແດງ​ຄວາມ​ກຽດ​ຊັງ​ຕໍ່​ໃຜ​ເລີຍ.

ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ຂໍ​ໃຫ້​ເຮົາ​ຈົ່ງ​ເອົາ​ແບບ​ຢ່າງ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ເປີດ​ເຜີຍ ແລະ ຢ່າງ​ສົມ​ບູນ​ຄົບ​ຖ້ວນ ເພື່ອ​ວ່າ​ຈະ​ບໍ່​ມີ​ໃຜ​ຮູ້​ສຶກ​ວ່າ​ຖືກ​ປະ​ຖິ້ມ, ໂດດ​ດ່ຽວ, ຫລື ໝົດ​ຫວັງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ຜູ້​ລ້ຽງ​ທີ່​ດີ​ຂອງ​ເຮົາ, ອົງ​ທີ່​ຮັກ ແລະ ດູ​ແລ​ເຮົາ. ພຣະ​ອົງ​ຮູ້​ຈັກ​ເຮົາ ແລະ ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ຝູງ​ແກະ​ຂອງ​ພຣະ​ອົງ.33 ພຣະ​ອົງ​ຊົງພຣະ​ຊົນ​ຢູ່​ເພື່ອ​ເຮົາ​ນຳ​ອີກ ແລະ ປະ​ສົງ​ໃຫ້​ເຮົາ​ມາ​ຮູ້​ຈັກ​ພຣະ​ອົງ ແລະ ໃຊ້​ສັດ​ທາ​ໃນ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຮັກ ແລະ ບູຊາ​ພຣະ​ອົງ, ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ຊຶ້ງ​ຕໍ່​ພຣະ​ອົງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. Lectures on Faith (1985), 38.

  2. ໜັງສື​ເລື່ອງ Les Misérables, (ແປ​ວ່າ ຜູ້​ຄົນ​ທີ່​ໜ້າ​ສົມ​ເພດ​ເວດ​ທະ​ນາ), ໂດຍ ວິກ​ເຕີ ຮູ​ໂກ (1802–85), ເລົ່າ​ເຖິງ​ເລື່ອງ​ລາວ​ຂອງ ຈອງ ວາ​ຈອງ ຜູ້​ທີ່​ໄດ້​ເຮັດ​ອາ​ຊະ​ຍາ​ກຳ​ເລັກ​ນ້ອຍ ໂດຍ​ການ​ລັກ​ເຂົ້າ​ຈີ່​ກ້ອນ​ໜຶ່ງ​ເພື່ອ​ເອົາ​ໄປ​ລ້ຽງ​ຄອບ​ຄົວ​ຂອງ​ລາວ. ຖືກ​ຕັດ​ສິນ​ລົງ​ໂທດ​ເຂົ້າ​ຄຸກ 5 ປີ, ແຕ່​ໄດ້​ຕິດ​ຄຸກ 19 ປີ ເຮັດ​ວຽກ​ໜັກ​ເພາະ​ລາວ​ໄດ້​ພະ​ຍາ​ຍາມ​ແຫກ​ຄຸກ​ສີ່​ເທື່ອ. ລາວ​ໄດ້​ອອກ​ຈາກ​ຄຸກ​ມາ​ເປັນ​ຄົນ​ທີ່​ມອງ​ໂລກ​ໃນ​ແງ່​ຮ້າຍ ແລະ ຂົມ​ຂື່ນ.

    ເພາະ​ປະ​ຫວັດ​ອາ​ຊະ​ຍາ​ກຳ​ຂອງ​ລາວ, ວາ​ຈອງ​ຫາ​ວຽກ​ເຮັດ​ບໍ່​ໄດ້, ບໍ່​ມີ​ອາ​ຫານ​ການ​ກິນ ແລະ ບໍ່​ມີ​ທີ່​ພັກ. ໂດຍ​ທີ່​ອິດ​ເມື່ອຍ ແລະ ໝົດ​ຫວັງ, ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ທີ່​ພັກ​ຢູ່​ກັບ​ເຈົ້າ​ອະ​ທິ​ການ​ຂອງ​ເມືອງ ​ໄດ, ຜູ້​ທີ່​ໄດ້​ສະ​ແດງ​ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ລາວ. ໃນ​ລະ​ຫວ່າງ​ຄືນ​ນັ້ນ, ວາ​ຈອງ​ກໍ​ຍອມ​ຈຳ​ນົນ​ຕໍ່​ຄວາມ​ຮູ້​ສຶກ​ຄວາມ​ໝົດ​ຫວັງ ແລະ ໄດ້​ລັກ​ເຄື່ອງ​ຂອງ​ ຂອງ​ເຈົ້າ​ອະ​ທິ​ການ​ທີ່​ເຮັດ​ດ້ວຍ​ເງິນ ແລະ ໄດ້​ລັກ​ໜີ​ໄປ.

    ວາ​ຈອງ​ຖືກ​ຈັບ ແລະ ຖືກ​ນຳ​ຕົວ​ຄືນ​ມາ​ຫາ​ເຈົ້າ​ອະ​ທິ​ການ. ໂດຍ​ທີ່​ອະ​ທິ​ບາຍ​ບໍ່​ໄດ້ ແລະ ກົງ​ກັນ​ຂ້າມ​ກັບ​ຄວາມ​ຄາດ​ຫວັງ​ຂອງ​ວາ​ຈອງ, ເຈົ້າ​ອະ​ທິ​ການ​ໄດ້​ບອກ​ຕຳ​ຫລວດ​ວ່າ ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫລົ່າ​ນັ້ນ​ໃຫ້ ວາ​ຈອງ ແລະ ເນັ້ນ​ໃຫ້ ວາ​ຈອງ ເອົາ​ອັນ​ຕັ້ງ​ທຽນ ສອງ​ອັນ​ທີ່​ເຮັດ​ດ້ວຍ​ເງິນ​ໄປ​ນຳ​ອີກ. (ເບິ່ງ Hugo, Les Misérables [1987], book 2, chapters 10–12.)

  3. ເບິ່ງ Hugo, Les Misérables, book 1, chapter 10.

  4. ຜູ້​ເລົ່າ​ເລື່ອງ​ຖາມ​ວ່າ, ທູດ​ຟົວ, ລາ ແກວ ເດີ ລາ ບະ​ເຣ​ບີ ດວດ ແອວ ແຟວ ເຣ​ຄູ​ເລ ເລີ ພາ​ສະ​ເຕີ? (Hugo, Les Misérables [1985], book 1, chapter 10, page 67). ​ແກວ, ໃນ​ຄຳ​ສັບ​ຂອງ​ສັດ​ຕະ​ແພດ, ອ້າງ​ເຖິງ​ໂລກ​ທີ່​ກ່ຽວ​ກັບ​ຜິວ​ໜັງ​ຕ່າງໆ ທີ່​ເປັນ​ພະ​ຍາດ​ແມ່​ກາ​ຝາກ ແລະ ຈະ​ມີ​ອາ​ການ​ຜົມຫ​ລົ່ນ ແລະ ຜິວ​ໜັງ​ເປັນ​ຜື່ນ (ຄື “mange” ໃນ​ພາ​ສາ​ອັງ​ກິດ). ສຳ​ນວນ​ນີ້​ແມ່ນ​ຖືກ​ແປ​ເປັນ​ພາ​ສາ​ອັງ​ກິດ​ຫລາຍໆ​ຢ່າງ​ແລ້ວ.

  5. ຜູ້​ເລົ່າ​ເລື່ອງ​ໄດ້​ອອກ​ຄວາມ​ຄິດ​ເຫັນ​ຢ່າງ​ຕະ​ຫລົກ​ກ່ຽວ​ກັບ ຜູ້​ທີ່​ສົ່ງ​ຄົນ​ໄປ​ປະ​ຫານ ວ່າ ເມ ແຄວ ບະ​ເຣ​ບີ! ບາງ​ເທື່ອ​ກໍ​ຖືກ​ແປ​ວ່າ “ແຕ່ ຊ່າງ​ເປັນ​ແກະ​ນອກ​ຄອກ​ແທ້ໆ​ນໍ.”

  6. ເບິ່ງ Doctrine and Covenants 1:31.

  7. ເບິ່ງ ໂຢຮັນ 10:11, 14; ແອວ​ມາ 5:38; Doctrine and Covenants 50:44.

  8. ເອຊາ​ຢາ 40:11.

  9. ເອ​ເຊ​ກຽນ 34:16.

  10. ເອຊາ​ຢາ 1:6.

  11. ເບິ່ງ ເອຊາ​ຢາ 1:18.

  12. ເບິ່ງ ລູກາ 15:1–2.

  13. ເບິ່ງ ມັດ​ທາຍ 18:11.

  14. ເບິ່ງ ໂຢຮັນ 8:3–11.

  15. Joseph Smith Translation, John 8:11 (in John 8:11, footnote c).

  16. ເບິ່ງ D. Todd Christofferson, “Abide in My Love,” Liahona, Nov. 2016, 48.

  17. ແອວ​ມາ 11:34, 37.

  18. ເບິ່ງ ຮີ​ລາມັນ 5:10–11.

  19. ເບິ່ງ 3 ນີ​ໄຟ 27:14–15.

  20. ໃນ​ຍຸກ​ສະ​ໄໝ​ໃໝ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອະ​ທິ​ບາຍ​ວ່າ ສິ່ງ​ທີ່​ຝ່າ​ຝືນ​ກົດ, ແລະ ບໍ່​ປະ​ຕິ​ບັດ​ຕາມ​ກົດ, ແຕ່​ສະ​ແຫວງ​ຫາ​ທີ່​ຈະ​ກາຍ​ເປັນ​ກົດ​ສຳ​ລັບ​ຕົນ​ເອງ, ແລະ ຈະ​ເຕັມ​ໃຈ​ທີ່​ຈະ​ຢູ່​ໃນ​ບາບ, ແລະ ທັງ​ໝົດ​ຢູ່​ໃນ​ບາບ ບໍ່​ສາ​ມາດ​ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ໂດຍ​ກົດ, ທັງ​ໂດຍ​ຄວາມ​ເມດ​ຕາ, ຄວາມ​ຍຸດ​ຕິ​ທຳ, ຫລື ການ​ພິ​ພາກ​ສາ. ສະ​ນັ້ນ, ພວກ​ເຂົາ​ຈະ​ຍັງ​ສົກ​ກະ​ປົກ​ຢູ່​ຄື​ເກົ່າ (ເບິ່ງ Doctrine and Covenants 88:35).

  21. ເບິ່ງ 2 ນີ​ໄຟ 2:26–27.

  22. ເບິ່ງ Doctrine and Covenants 14:7; 132:19–20, 24, 55.

  23. ເບິ່ງ ໂຣມ 8:16–17; Doctrine and Covenants 84:38.

  24. ເບິ່ງ ມັດ​ທາຍ 23:13.

  25. ລູກາ 18:9–14.

  26. ແອວ​ມາ 4:4, 6, 8.

  27. ແອວ​ມາ 1:21.

  28. ເບິ່ງ Oxford English Dictionary, “bigotry” and “intolerance,” oed.com.

  29. ມັດ​ທາຍ 7:12.

  30. ໂມ​ໂຣ​ໄນ 8:26.

  31. 1 ເປ​ໂຕ 1:22.

  32. ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:3.

  33. ເບິ່ງ ໂຢຮັນ 10:11–15.