ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ຢ່າເອ່ນອຽງ
ເຮົາສາມາດວາງຊີວິດຂອງເຮົາໄວ້ຢ່າງຊື່ຕົງ ຢູ່ກັບພຣະຜູ້ເປັນເຈົ້າ ໂດຍການມາຮູ້ຈັກພຣະອົງ, ແລະ ພຣະອົງຈະຊີ້ນຳທາງຂອງເຮົາ.
ໃນລະຫວ່າງທີ່ຂ້າພະເຈົ້າເດີນທາງຢູ່ໃນອາຊີ, ເອື້ອຍນ້ອງຄົນໜຶ່ງໄດ້ຍ່າງມາຫາ ແລະ ໂອບກອດຂ້າພະເຈົ້າ, ແລ້ວ ຖາມວ່າ, “ທ່ານຮູ້ແທ້ໆບໍວ່າ ພຣະກິດຕິຄຸນນີ້ເປັນຄວາມຈິງ?” ເອື້ອຍນ້ອງທີ່ຮັກແພງ, ຂ້າພະເຈົ້າຮູ້ວ່າ ມັນເປັນຄວາມຈິງ. ຂ້າພະເຈົ້າໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ໃນ ສຸພາສິດ ບົດທີ 3, ຂໍ້ທີ 5 ເຖິງ 6, ເຮົາອ່ານ ຄຳແນະນຳນີ້ວ່າ:
“ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ; ແລະ ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້.
“ຈົ່ງລະນຶກເຖິງພຣະອົງໃນທຸກສິ່ງທີ່ຈະກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງທີ່ຖືກຕ້ອງ.”
ຂໍ້ພຣະຄຳພີນີ້ມີທັງຄຳແນະນຳສອງຢ່າງ, ຄຳເຕືອນ, ແລະ ຄຳສັນຍາທີ່ດີເລີດ. ຄຳແນະນຳສອງຢ່າງແມ່ນ: “ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ” ແລະ “ຈົ່ງລະນຶກເຖິງພຣະອົງໃນທຸກສິ່ງທີ່ຈະກະທຳ.” ຄຳເຕືອນແມ່ນ: “ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້.” ແລະ ຄຳສັນຍາທີ່ດີເລີດແມ່ນ: “ພຣະອົງຈະໃຫ້ເຈົ້າເຫັນຫົນທາງທີ່ຖືກຕ້ອງ.”
ທຳອິດ ໃຫ້ເຮົາມາສົນທະນາກ່ຽວກັບຄຳເຕືອນ. ຮູບພາບເຮັດໃຫ້ເຮົາຕ້ອງຄິດໄຕ່ຕອງຫລາຍ. ຄຳເຕືອນແມ່ນຢູ່ໃນຄຳ “ຢ່າເຊື່ອໝັ້ນ”—“ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້.” ໃນພາສາອັງກິດ ຄຳວ່າ ເຊື່ອໝັ້ນ ມີຄວາມໝາຍຕື່ມວ່າ ການເອ່ນອຽງຂອງ ຮ່າງກາຍ ຈາກເບື້ອງໜຶ່ງ ໄປຫາອີກເບື້ອງໜຶ່ງ. ເມື່ອເຮົາເອ່ນອຽງຮ່າງກາຍຈາກເບື້ອງໜຶ່ງ ໄປຫາອີກເບື້ອງໜຶ່ງ, ເຮົາຈະບໍ່ຊື່ຕົງ, ເຮົາກໍບໍ່ດຸນດ່ຽງ, ແລະ ເຮົາຈະລົ້ມລົງ. ເມື່ອເຮົາເອ່ນອຽງທາງ ວິນຍານ ໄປຫາສິ່ງທີ່ເຮົາຄິດວ່າເຮົາຮູ້, ໝາຍຄວາມວ່າ ເຮົາໄດ້ເອ່ນອຽງອອກຈາກພຣະຜູ້ຊ່ວຍໃຫ້ລອດ. ຖ້າຫາກເຮົາເອ່ນອຽງ, ເຮົາກໍບໍ່ຊື່ຕົງ; ເຮົາບໍ່ດຸນດ່ຽງ; ເຮົາບໍ່ເຈາະຈົງຢູ່ທີ່ພຣະຄຣິດ.
ເອື້ອຍນ້ອງທັງຫລາຍ, ຈົ່ງຈື່ຈຳໄວ້ວ່າ, ໃນຊີວິດກ່ອນມະຕະຂອງເຮົາ, ເຮົາໄດ້ຢືນຢູ່ກັບພຣະຜູ້ຊ່ວຍໃຫ້ລອດ. ເຮົາໄດ້ເຊື່ອຖືພຣະອົງ. ເຮົາໄດ້ສະໜັບສະໜູນແຜນແຫ່ງຄວາມສຸກ ດ້ວຍຄວາມກະຕືລືລົ້ນ ແລະ ດ້ວຍຄວາມສຸກ ທີ່ອະນຸມັດໂດຍພຣະບິດາເທິງສະຫວັນຂອງເຮົາ. ເຮົາບໍ່ໄດ້ເອ່ນອຽງ. ເຮົາໄດ້ຕໍ່ສູ້ດ້ວຍປະຈັກພະຍານຂອງເຮົາ ແລະ ເຂົ້າຮ່ວມກຳລັງພົນຂອງພຣະເຈົ້າ, ແລະ ກຳລັງພົນດັ່ງກ່າວໄດ້ຮັບໄຊຊະນະ.”1 ການສູ້ຮົບລະຫວ່າງຄວາມດີ ແລະ ຄວາມຊົ່ວ ໄດ້ຍ້າຍມາສູ່ໂລກ. ອີກເທື່ອໜຶ່ງ ເຮົາໄດ້ຮັບໜ້າທີ່ຮັບຜິດຊອບທີ່ສັກສິດ ເພື່ອໃຫ້ຢືນເປັນພະຍານ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ.
ເຮົາແຕ່ລະຄົນຄວນຖາມວ່າ: ເຮົາຈະຢືນຢູ່ຢ່າງຊື່ຕົງ ແລະ ບໍ່ເອ່ນອຽງ ໄດ້ແນວໃດ ໄປຫາສິ່ງທີ່ເຮົາຄິດວ່າເຮົາຮູ້? ເຮົາຈະຮັບຮູ້ ແລະ ເຮັດຕາມສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດ ໄດ້ແນວໃດ ເມື່ອສຽງຂອງໂລກ ເປັນຕາໜ້າເຊື່ອແທ້ໆ? ເຮົາຈະພັດທະນາຄວາມໄວ້ວາງໃຈໃນພຣະຜູ້ຊ່ວຍໃຫ້ລອດ ໄດ້ແນວໃດ?
ຂ້າພະເຈົ້າຂໍແນະນຳສາມຢ່າງ ໃນການເພີ່ມຄວາມຮູ້ ແລະ ການໄວ້ວາງໃຈໃນພຣະຜູ້ຊ່ວຍໃຫ້ລອດ. ທ່ານຈະພົບເຫັນວ່າ ຫລັກທຳເຫລົ່ານີ້ ບໍ່ໄດ້ເປັນສິ່ງໃໝ່ອ່ຽມ, ແຕ່ມັນເປັນຮາກຖານ. ມັນຖືກຮ້ອງຢູ່ໃນຊັ້ນປະຖົມໄວ, ຖືກກ່າວໃນບົດຮຽນຂອງຊັ້ນຍິງໜຸ່ມ, ແລະ ເປັນຄຳຕອບຕໍ່ຄຳຖາມຂອງສະມາຄົມສະຕີສົງເຄາະຫລາຍໆຂໍ້. ມັນເປັນຫລັກທຳທີ່—ຊື່ຕົງ—ແລະ ບໍ່ເອ່ນອຽງ.
ຢ່າງທຳອິດ, ເຮົາສາມາດມາຮູ້ຈັກພຣະຜູ້ເປັນເຈົ້າ ແລະ ເຊື່ອຖືພຣະອົງ ເມື່ອເຮົາ “ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ; ເພາະຈົ່ງເບິ່ງ, ພຣະຄຳຂອງພຣະຄຣິດຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ.”2
ເມື່ອຫລາຍເດືອນກ່ອນ, ພວກເຮົາໄດ້ມີການສຶກສາພຣະຄຳພີເປັນຄອບຄົວ. ຫລານຊາຍອາຍຸສອງປີຂອງຂ້າພະເຈົ້າ ໄດ້ນັ່ງຢູ່ຕັກຂອງຂ້າພະເຈົ້າ ໃນຂະນະທີ່ພວກເຮົາອ່ານ. ຂ້າພະເຈົ້າຮູ້ສຶກມີຄວາມສຸກຫລາຍທີ່ໄດ້ເປັນແມ່ຕູ້ຍ່າ, ດີໃຈທີ່ລູກຊາຍ ພາຄອບຄົວມາຢາມ.
ເມື່ອການສຶກສາພຣະຄຳພີໄດ້ສິ້ນສຸດລົງແລ້ວ, ຂ້າພະເຈົ້າກໍໄດ້ປິດປຶ້ມ. ຫລານຊາຍກໍຮູ້ວ່າ ບໍ່ດົນຈະຕ້ອງໄດ້ເຂົ້ານອນ. ລາວໄດ້ຫລຽວຂຶ້ນ ດ້ວຍດວງຕາສີຄາມ ແລະ ເວົ້າຄວາມຈິງນິລັນດອນວ່າ: “ອ່ານພຣະຄຳພີອີກ, ຕູ້ຍ່າ.”
ລູກຊາຍທີ່ດີ ແລະ ໝັ້ນຄົງ ຂອງຂ້າພະເຈົ້າ ໄດ້ເຕືອນຂ້າພະເຈົ້າວ່າ, “ແມ່ເອີຍ, ຢ່າໃຈອ່ອນເດີ້. ລາວພະຍາຍາມຫາທາງບໍ່ເຂົ້ານອນ.”
ແຕ່ເມື່ອຫລານຊາຍຂອງຂ້າພະເຈົ້າໄດ້ຂໍໃຫ້ຂ້າພະເຈົ້າອ່ານພຣະຄຳພີອີກ, ພວກເຮົາຈຶ່ງໄດ້ອ່ານຕື່ມອີກ! ການອ່ານພຣະຄຳພີ ຈະເພີ່ມຄວາມຮູ້ໃຫ້ຈິດໃຈ, ບຳລຸງລ້ຽງວິນຍານ, ຕອບຄຳຖາມ, ເພີ່ມຄວາມໄວ້ວາງໃຈຂອງເຮົາ ໃນພຣະຜູ້ເປັນເຈົ້າ, ແລະ ຊ່ວຍເຮົາໃຫ້ດຳລົງຊີວິດຢ່າງຊື່ຕົງຕໍ່ພຣະອົງ. “ຈື່ຈຳໄວ້ເພື່ອຈະຄົ້ນຄວ້າຫາມັນຢ່າງພາກພຽນ ເພື່ອທ່ານຈະໄດ້ຮັບຜົນປະໂຫຍດຈາກມັນ.”3
ຢ່າງທີສອງ, ເຮົາສາມາດມາຮູ້ຈັກພຣະຜູ້ເປັນເຈົ້າ ແລະ ເຊື່ອຖືພຣະອົງ ຜ່ານການອະທິຖານ. ຊ່າງເປັນພອນຫລາຍແທ້ໆ ທີ່ສາມາດອະທິຖານຫາພຣະເຈົ້າຂອງເຮົາ! “ຈົ່ງອະທິຖານຫາພຣະບິດາດ້ວຍສຸດພະລັງແຫ່ງໃຈ.”4
ຂ້າພະເຈົ້າມີຄວາມຊົງຈຳທີ່ຫວານຊື່ນ ກ່ຽວກັບການອະທິຖານ ຊຶ່ງຂ້າພະເຈົ້າໄດ້ທະນຸຖະໜອມ. ໃນລະດູແລ້ງຂອງປີໜຶ່ງ ຕອນຂ້າພະເຈົ້າສຶກສາຢູ່ມະຫາວິທະຍາໄລ, ຂ້າພະເຈົ້າໄດ້ວຽກເຮັດຢູ່ໃນລັດເທັກຊັສ. ຂ້າພະເຈົ້າໄດ້ຂັບລົດເກົ່າໆຂອງຂ້າພະເຈົ້າ ເປັນໄລຍະຫລາຍພັນກິໂລແມັດ ຈາກລັດໄອດາໂຮ ໄປຫາລັດເທັກຊັສ, ຊຶ່ງຂ້າພະເຈົ້າໄດ້ຕັ້ງຊື່ໃຫ້ລົດດ້ວຍຄວາມຮັກວ່າ ເວີນ. ເວີນກໍຖືກຍັດຈົນເຕັມ, ແລະ ຂ້າພະເຈົ້າກໍພ້ອມແລ້ວ ສຳລັບການພະຈົນໄພຄັ້ງໃໝ່ນັ້ນ.
ກ່ອນຍ່າງອອກຈາກເຮືອນ, ຂ້າພະເຈົ້າກໍໄດ້ໂອບກອດແມ່ ແລະ ເພິ່ນໄດ້ເວົ້າວ່າ, “ໃຫ້ພວກເຮົາອະທິຖານ ກ່ອນລູກອອກໄປ.”
ພວກເຮົາໄດ້ຄຸເຂົ່າອະທິຖານ ແລະ ແມ່ເປັນຄົນກ່າວ. ເພິ່ນໄດ້ອ້ອນວອນຂໍໃຫ້ພຣະບິດາເທິງສະຫວັນດູແລຂ້າພະເຈົ້າ. ເພິ່ນໄດ້ອະທິຖານຂໍໃຫ້ລົດຂອງຂ້າພະເຈົ້າ ທີ່ບໍ່ມີແອເຢັນ ທຳງານຕາມທີ່ຂ້າພະເຈົ້າຕ້ອງການ. ເພິ່ນໄດ້ຂໍໃຫ້ທູດສະຫວັນຢູ່ກັບຂ້າພະເຈົ້າ ໃນລະຫວ່າງລະດູແລ້ງນັ້ນ. ເພິ່ນໄດ້ອະທິຖານ ແລະ ອະທິຖານ ແລະ ກໍອະທິຖານ.
ຄວາມສະຫງົບທີ່ມາເຖິງຈາກການອະທິຖານ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານ ທີ່ຈະໄວ້ວາງໃຈ ໃນພຣະຜູ້ເປັນເຈົ້າ ແລະ ບໍ່ເອ່ນອຽງ ໄປຫາສິ່ງທີ່ຂ້າພະເຈົ້າຄິດວ່າຂ້າພະເຈົ້າຮູ້. ພຣະຜູ້ເປັນເຈົ້າໄດ້ໃຫ້ຂ້າພະເຈົ້າເຫັນຫົນທາງທີ່ຖືກຕ້ອງ ໃນການຕັດສິນໃຈຫລາຍຢ່າງ ທີ່ຂ້າພະເຈົ້າໄດ້ເຮັດໃນລະດູແລ້ງນັ້ນ.
ຖ້າຫາກເຮົາມີນິໄສເຂົ້າຫາພຣະບິດາເທິງສະຫວັນໃນຄຳອະທິຖານ, ເຮົາຈະມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ. ເຮົາຈະຮູ້ຈັກເຊື່ອຖືພຣະອົງ. ຄວາມປາດຖະໜາຂອງເຮົາຈະກາຍເປັນຄືກັນກັບຂອງພຣະອົງ. ເຮົາຈະສາມາດແນ່ໃຈໄດ້ສຳລັບຕົວເອງ ແລະ ສຳລັບຄົນອື່ນ ເຖິງພອນທີ່ພຣະບິດາເທິງສະຫວັນ ພ້ອມແລ້ວທີ່ຈະປະທານໃຫ້ ຖ້າຫາກເຮົາ ພຽງແຕ່ທູນຂໍດ້ວຍສັດທາ.5
ຢ່າງທີສາມ, ເຮົາສາມາດມາຮູ້ຈັກພຣະຜູ້ເປັນເຈົ້າ ແລະ ເຊື່ອຖືພຣະອົງ ເມື່ອເຮົາຮັບໃຊ້ຄົນອື່ນ. ຂ້າພະເຈົ້າຂໍແບ່ງປັນເລື່ອງລາວດັ່ງຕໍ່ໄປນີ້ ຈາກນາງ ເອມີ ວະໄຣ້, ຜູ້ໄດ້ເຂົ້າໃຈຫລັກທຳແຫ່ງການຮັບໃຊ້ ແມ່ນແຕ່ໃນທ່າມກາງຄວາມປ່ວຍໂຊ ທີ່ໜ້າຢ້ານກົວ ແລະ ອາດເອົາຊີວິດບໍ່ລອດ. ນາງເອມີ ໄດ້ຂຽນວ່າ:
“ວັນທີ 29 ເດືອນຕຸລາ, 2015, ຂ້າພະເຈົ້າໄດ້ຖືກພົບວ່າ ເປັນໂຣກມະເລັງ. ຂ້າພະເຈົ້າມີ 17 ເປີເຊັນ ທີ່ຈະລອດຊີວິດ ຈາກໂຣກມະເລັງນັ້ນ. ໂອກາດທີ່ຈະລອດ ແມ່ນໜ້ອຍທີ່ສຸດ. ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຕ້ອງສູ້ຊົນເພື່ອຊີວິດ. ຂ້າພະເຈົ້າໄດ້ຕັ້ງໃຈທີ່ຈະເຮັດທຸກສິ່ງ ບໍ່ແມ່ນເພື່ອຕົວຂ້າພະເຈົ້າເອງ, ແຕ່ເພື່ອຄອບຄົວຂອງຂ້າພະເຈົ້າ. ໃນເດືອນທັນວາ, ຂ້າພະເຈົ້າໄດ້ເລີ່ມຕົ້ນຮັບຢາ ຄີໂມ. ຂ້າພະເຈົ້າຮູ້ດີເຖິງຜົນຂ້າງຄຽງຂອງຢາຂ້າມະເລັງ, ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ມັນເປັນໄປໄດ້ສຳລັບບາງຄົນ ທີ່ປ່ວຍໜັກ ແລະ ຍັງມີຊີວິດຢູ່.
“ໃນຈຸດໜຶ່ງ, ຂ້າພະເຈົ້າໄດ້ປະກາດວ່າ ການໃຊ້ຢາຄີໂມ ເປັນການລະເມີດສິດທິຂອງມະນຸດ. ຂ້າພະເຈົ້າໄດ້ບອກສາມີວ່າ ຂ້າພະເຈົ້າພໍແລ້ວ. ຂ້າພະເຈົ້າຍອມແພ້! ຂ້າພະເຈົ້າຊິບໍ່ກັບໄປໂຮງໝໍອີກ. ໃນຄວາມສະຫລຽວສະຫລາດຂອງລາວ, ສາມີທີ່ຮັກຂອງຂ້າພະເຈົ້າ ໄດ້ຟັງຢ່າງມິດງຽບ ແລະ ແລ້ວໄດ້ເວົ້າວ່າ, ‘ຄັນຊັ້ນ ພວກເຮົາຕ້ອງຊອກຫາຄົນເພື່ອຮັບໃຊ້.’”
ແມ່ນຫຍັງຫວາ? ລາວລືມໄປແລ້ວບໍວ່າ ເມຍລາວເປັນໂຣກມະເລັງ ແລະ ບໍ່ສາມາດທົນກັບອາການປຸ້ນທ້ອງ ແລະ ຄວາມເຈັບປວດໄດ້ອີກຕໍ່ໄປ?
ນາງເອມີໄດ້ກ່າວຕື່ມວ່າ: “ອາການຂອງຂ້າພະເຈົ້າ ໄດ້ເລີ່ມໜັກຂຶ້ນ ຈົນເຖິງຂັ້ນທີ່ ໃນໜຶ່ງເດືອນ ຂ້າພະເຈົ້າຈະມີສອງສາມມື້ ທີ່ພໍຢູ່ ທີ່ພໍຫາຍໃຈໄດ້. ໃນສອງສາມມື້ນັ້ນ ພວກເຮົາໄດ້ຫາວິທີຮັບໃຊ້.”
ໃນສອງສາມມື້ນັ້ນ, ຄອບຄົວຂອງນາງເອມີ ໄດ້ຢາຍວັດສະດຸໃຫ້ຜູ້ປ່ວຍເປັນໂຣກມະເລັງ, ວັດສະດຸທີ່ເຕັມໄປດ້ວຍສິ່ງຂອງທີ່ໃຫ້ກຳລັງໃຈ ແລະ ຊ່ວຍບັນເທົາອາການປ່ວຍ. ຕອນນາງເອມີນອນບໍ່ຫລັບ, ນາງໄດ້ຄິດຫາທາງເຮັດໃຫ້ບາງຄົນມີຄວາມສຸກ. ບາງຢ່າງກໍໃຫຍ່, ບາງຢ່າງກໍເປັນບັດນ້ອຍໆ ຫລື ຂໍ້ຄວາມທີ່ສົ່ງໄປທາງມືຖື ເພື່ອໃຫ້ກຳລັງໃຈ ແລະ ຄວາມຮັກ. ໃນຄ່ຳຄືນເຫລົ່ານັ້ນ ເມື່ອນາງເຈັບປວດຫລາຍ ຈົນນອນບໍ່ຫລັບ, ນາງໄດ້ນອນຢູ່ຕຽງ ໃຊ້ກະດານມືຖື ຊອກຫາພິທີການ ທີ່ຕ້ອງເຮັດສຳເລັດ ແທນບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງນາງ. ຄວາມເຈັບປວດຂອງນາງກໍເບົາບາງລົງຢ່າງປະຕິຫານ, ແລະ ນາງກໍສາມາດອົດທົນກັບມັນໄດ້.
ນາງເອມີ ເປັນພະຍານວ່າ “ການຮັບໃຊ້, ໄດ້ຊ່ວຍຊີວິດຂອງຂ້າພະເຈົ້າໄວ້. ສິ່ງທີ່ໃຫ້ກຳລັງແກ່ຂ້າພະເຈົ້າ ເພື່ອກ້າວເດີນໄປໜ້າ ແມ່ນຄວາມສຸກທີ່ຂ້າພະເຈົ້າພົບເຫັນ ໃນຄວາມພະຍາຍາມບັນເທົາຄວາມເຈັບປວດຂອງຜູ້ຄົນທີ່ຢູ່ອ້ອມຮອບຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮ່ວມເຮັດໂຄງການຮັບໃຊ້ ດ້ວຍຄວາມຊື່ນຊົມ ແລະ ຕື່ນເຕັ້ນ. ຈົນເຖິງທຸກວັນນີ້ ເບິ່ງຄືວ່າ ມັນເປັນສິ່ງກົງກັນຂ້າມທີ່ແປກໆ. ທ່ານຄົງຄິດວ່າ ຄົນທີ່ຜົມຫລົ່ນ, ທີ່ຖືກໃຊ້ຢາເບື່ອ, ແລະ ຢ້ານຕາຍ ຄົງເໝາະສົມທີ່ຈະຄິດກ່ຽວກັບວ່າ ‘ເວລານີ້ ເປັນເວລາຂອງເຮົາ.’ ເຖິງຢ່າງໃດກໍຕາມ, ເມື່ອຂ້າພະເຈົ້າຄິດກ່ຽວກັບຕົວເອງ, ກ່ຽວກັບສະພາບຂອງຕົວເອງ, ກ່ຽວກັບຄວາມທຸກທໍລະມານ ແລະ ຄວາມເຈັບປວດ, ໂລກນີ້ກັບກາຍມືດດັບ ແລະ ໜ້າໂສກເສົ້າຫລາຍ. ເມື່ອຂ້າພະເຈົ້າສົນໃຈຊ່ວຍເຫລືອຄົນອື່ນ, ແລ້ວຈະມີຄວາມສະຫວ່າງ, ຄວາມຫວັງ, ຄວາມເຂັ້ມແຂງ, ຄວາມກ້າຫານ, ແລະ ຄວາມສຸກ ເກີດຂຶ້ນ. ຂ້າພະເຈົ້າຮູ້ວ່າ ມັນເປັນໄປໄດ້ ເພາະອຳນາດທີ່ຄ້ຳຈູນ, ປິ່ນປົວ, ແລະ ເຮັດໃຫ້ສາມາດ ແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ.”
ນາງເອມີ ໄດ້ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ຂະນະທີ່ນາງມາຮູ້ຈັກພຣະອົງ. ຖ້າຫາກນາງໄດ້ເອ່ນອຽງ ແມ່ນແຕ່ພຽງໜ້ອຍດຽວ ໄປຫາສິ່ງທີ່ນາງຄິດວ່ານາງຮູ້, ແລ້ວນາງອາດປະຕິເສດແນວຄິດທີ່ນາງໄດ້ຮັບໃຊ້. ການຮັບໃຊ້ໄດ້ຊ່ວຍໃຫ້ນາງສາມາດອົດທົນກັບຄວາມເຈັບປວດ ແລະ ຄວາມທຸກທໍລະມານ ແລະ ດຳລົງຊີວິດຕາມພຣະຄຳພີຂໍ້ນີ້ ທີ່ວ່າ: “ເມື່ອພວກທ່ານຮັບໃຊ້ເພື່ອນມະນຸດດ້ວຍກັນ ພວກທ່ານກໍຮັບໃຊ້ພຣະເຈົ້າຂອງພວກທ່ານນັ້ນເອງ.”6
ພຣະເຢຊູຄຣິດ ໄດ້ເອົາຊະນະໂລກແລ້ວ. ແລະ ເປັນເພາະພຣະອົງ, ເປັນເພາະການຊົດໃຊ້ອັນເປັນນິດຂອງພຣະອົງ, ເຮົາທຸກຄົນຈຶ່ງມີເຫດຜົນອັນຍິ່ງໃຫຍ່ທີ່ຈະໄວ້ວາງໃຈ, ຮູ້ວ່າໃນທີ່ສຸດ ທຸກສິ່ງຈະເປັນໄປດ້ວຍດີ.
ເອື້ອຍນ້ອງທັງຫລາຍ, ເຮົາແຕ່ລະຄົນສາມາດໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ບໍ່ ເອ່ນອຽງ. ເຮົາສາມາດວາງຊີວິດຂອງເຮົາໄວ້ຢ່າງຊື່ຕົງ ຢູ່ກັບພຣະຜູ້ເປັນເຈົ້າ ໂດຍການມາຮູ້ຈັກພຣະອົງ, ແລະ ພຣະອົງຈະຊີ້ນຳທາງຂອງເຮົາ.
ເຮົາມາສູ່ໂລກນີ້ ເພື່ອສະແດງຄວາມໄວ້ວາງໃຈອັນດຽວກັນນັ້ນ ໃນ ພຣະອົງ ທີ່ໃຫ້ເຮົາຢືນຢູ່ກັບພຣະເຢຊູຄຣິດ ຕອນພຣະອົງໄດ້ປະກາດວ່າ, “ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ.”7
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ປະທານທອມມັສ ແອັສ ມອນສັນ ໄດ້ເປັນພະຍານວ່າ “ພອນທີ່ສັນຍາໄວ້ແມ່ນເກີນກວ່າທີ່ຈະວັດແທກໄດ້. ເຖິງແມ່ນມໍລະສຸມຈະຫລັ່ງໄຫລມາ, ເຖິງແມ່ນຟ້າຝົນຈະຖອກເທລົງມາ, ແຕ່ຄວາມຮູ້ຂອງເຮົາເຖິງພຣະກິດຕິຄຸນ ແລະ ຄວາມຮັກຂອງເຮົາທີ່ມີຕໍ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ ຈະຄ້ຳຊູເຮົາ … ໃນຂະນະທີ່ເຮົາເດີນໄປຢ່າງຊື່ຕົງ. … ບໍ່ມີສິ່ງໃດຢູ່ໃນໂລກນີ້ຈະສາມາດເອົາຊະນະເຮົາໄດ້.”8
ຂ້າພະເຈົ້າຂໍຕື່ມປະຈັກພະຍານຂອງຂ້າພະເຈົ້າ ໃສ່ກັບຂອງສາດສະດາທີ່ຮັກແພງ. ຖ້າຫາກເຮົາໄວ້ວາງໃຈໃນພຣະບິດາເທິງສະຫວັນ ແລະ ໃນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ບໍ່ເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຮົາຄິດວ່າເຮົາຮູ້, ແລ້ວພວກພຣະອົງຈະໃຫ້ເຮົາເຫັນຫົນທາງທີ່ຖືກຕ້ອງ ແລະ ຈະເດ່ແຂນແຫ່ງຄວາມເມດຕາອອກມາຫາເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.
ໝາຍເຫດ: ວັນທີ 1 ເດືອນເມສາ, 2017, ຊິດສະເຕີ ຄໍດອນ ໄດ້ຖືກປົດຈາກຕຳແໜ່ງທີ່ປຶກສາທີສອງ ໃນຝ່າຍປະທານອົງການປະຖົມໄວສາມັນ ແລະ ໄດ້ຖືກເອີ້ນໃຫ້ເປັນທີ່ປຶກສາທີໜຶ່ງ.