ການໃຝ່ຝັນຢາກກັບບ້ານ
ໃຫ້ຫັນຈິດວິນຍານຂອງທ່ານໄປຫາແສງສະຫວ່າງ. ເລີ່ມຕົ້ນອອກເດີນທາງກັບບ້ານ. ເມື່ອທ່ານເຮັດແນວນັ້ນ, ຊີວິດຂອງທ່ານຈະດີຂຶ້ນ, ມີຄວາມສຸກກວ່າເກົ່າ, ແລະ ມີຈຸດປະສົງຫລາຍກວ່າ.
ເມື່ອບໍ່ດົນມານີ້, ໃນຂະນະທີ່ພວກເຮົາຢ້ຽມຢາມປະທານທອມມັສ ແອັສ ມອນສັນ, ເພິ່ນໄດ້ເວົ້າດ້ວຍຄວາມໜັກແໜ້ນ ແລະ ດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສ, ວ່າເພິ່ນຮັກພຣະຜູ້ເປັນເຈົ້າຫລາຍຂະໜາດໃດ ແລະ ວ່າເພິ່ນຮູ້ວ່າ ພຣະຜູ້ເປັນເຈົ້າກໍຮັກເພິ່ນ. ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ວ່າ ປະທານມອນສັນ ຮູ້ບຸນຄຸນຫລາຍສຳລັບຄວາມຮັກ, ຄຳອະທິຖານ, ແລະ ຄວາມອຸທິດຕົນຂອງທ່ານ ທີ່ມີຕໍ່ພຣະຜູ້ເປັນເຈົ້າ ແລະ ພຣະກິດຕິຄຸນທີ່ຍິ່ງໃຫຍ່ຂອງພຣະອົງ.
ບອບບີ້ ໝາອັດສະຈັນ
ເກືອບເຖິງໜຶ່ງສັດຕະວັດມາແລ້ວ, ມີຄອບຄົວໜຶ່ງຈາກລັດ ອໍເຣກອນ ໄດ້ໄປທ່ຽວຢູ່ລັດ ອິນດີອານາ—ຫ່າງໄກ ຫລາຍກວ່າ 2,000 ໄມ (3,200 ກິໂລແມັດ)—ຕອນໝາຂອງເຂົາເຈົ້າ ຊື່ ບອບບີ້ ໄດ້ຫາຍໄປ. ຄອບຄົວກໍໄດ້ຊອກຫາຢ່າງຟ້າວຟັ່ງ ໃນທຸກບ່ອນ ແຕ່ກໍຊອກຫາບໍ່ເຫັນ. ເຂົາເຈົ້າຊອກບອບບີ້ບໍ່ເຫັນ.
ດ້ວຍຄວາມໂສກເສົ້າ, ເຂົາເຈົ້າໄດ້ເດີນທາງກັບບ້ານ, ທຸກກິໂລແມັດ ໄດ້ເຮັດໃຫ້ຄອບຄົວຫ່າງໄກຈາກໝາທີ່ເຂົາເຈົ້າຮັກ ໄປຊັກໄຊ້.
ຫົກເດືອນຈາກນັ້ນ, ຄອບຄົວໄດ້ຕື່ນຕົກໃຈ ທີ່ໄດ້ເຫັນບອບບີ້ ມາຢືນຢູ່ໜ້າປະຕູບ້ານຂອງເຂົາເຈົ້າ ຢູ່ລັດ ອໍເຣກອນ. “ທັງສົກກະປົກ, ຈ່ອຍຜອມ, ຕີນຫ້ຽນຈົນເຖິງກະດູກ—ປະກົດວ່າ [ມັນ] ໄດ້ຍ່າງຈົນເຖິງບ້ານ … ດ້ວຍຕົວເອງ.”1 ເລື່ອງລາວຂອງບອບບີ້ ໄດ້ປະທັບໃຈຂອງຜູ້ຄົນຕະຫລອດທົ່ວສະຫະລັດອາເມຣິກາ, ແລະ ຜູ້ຄົນເອີ້ນມັນວ່າ ບອບບີ້ໝາອັດສະຈັນ.
ບອບບີ້ ບໍ່ໄດ້ເປັນພຽງສັດໂຕດຽວ ທີ່ເຮັດໃຫ້ນັກວິທະຍາສາດງົງງັນ ກັບການຈື່ທາງ ຢ່າງໜ້າປະຫລາດແລະ ສັນຊາດຕະຍານວ່າຕ້ອງກັບບ້ານ. ແມງກະເບື້ອສີທອງຈຳນວນໜຶ່ງ ຈະບິນເປັນໄລຍະ 3,000 ໄມ (4,800 ກິໂລແມັດ) ໃນແຕ່ລະປີ ໄປຫາເຂດທີ່ເໝາະສົມ ເພື່ອຄວາມຢູ່ລອດຂອງມັນ. ເຕົ່າອອງໜັງ ຈະເດີນທາງຂ້າມ ທະເລປາຊີຟິກ ຈາກອິນໂດເນເຊຍ ໄປຫາ ຝັ່ງທະເລຂອງລັດແຄລິໂຟເນຍ. ປາວານຫລັງອອງ ຈະລອຍຈາກບ່ອນນ້ຳເຢັນ ທີ່ຂົ້ວໂລກເໜືອ ແລະ ໃຕ້ ໄປຫາຈຸດທີ່ມີບ່ອນນ້ຳອຸ່ນ ແລະ ລອຍກັບ. ບາງທີ ໜ້າງຶດງໍ້ກວ່ານັ້ນ, ນົກເທີນຈະບິນຈາກຂົ້ວໂລກເໜືອ ໄປຫາຂົ້ວໂລກໃຕ້ ແລະ ບິນກັບຄືນທຸກປີ, ເປັນໄລຍະທາງ 60,000 ໄມ (97,000 ກິໂລແມັດ).
ເມື່ອນັກວິທະຍາສາດຄົ້ນຄວ້າການປະພຶດທີ່ໜ້າຈັບໃຈນີ້, ເຂົາເຈົ້າໄດ້ຖາມຄຳຖາມເຊັ່ນ: “ພວກມັນຮູ້ທາງໄດ້ແນວໃດ?” ແລະ ລຸ້ນຕໍ່ໄປ ຮຽນແບບການປະພຶດນີ້ໄດ້ແນວໃດ?”
ເມື່ອຂ້າພະເຈົ້າໄດ້ອ່ານກ່ຽວກັບສັນຊາດຕະຍານທີ່ມີພະລັງທີ່ສັດມີ, ຂ້າພະເຈົ້າອົດໃຈທີ່ຈະຄິດບໍ່ໄດ້ວ່າ, “ເປັນໄປໄດ້ບໍວ່າ ມະນຸດກໍມີຄວາມຮູ້ສຶກໃຝ່ຝັນແບບດຽວກັນນັ້ນ—ລະບົບຈູງໃຈ—ທີ່ດຶງດູດເຂົາເຈົ້າໃຫ້ກັບຄືນ ບ້ານໃນສະຫວັນ ຂອງເຂົາເຈົ້າ?”
ຂ້າພະເຈົ້າເຊື່ອວ່າ ຊາຍ, ຍິງ, ແລະ ເດັກນ້ອຍທຸກຄົນ ຮູ້ສຶກໄດ້ຍິນສຽງເອີ້ນຈາກສະຫວັນ ບໍ່ວ່າໃນເວລາໃດ ກໍເວລາໜຶ່ງ. ໃນສ່ວນເລິກຂອງໃຈເຮົາ, ເຮົາກໍຢາກກັບບ້ານ ທີ່ຢູ່ຫລັງມ່ານ ແລະ ໂອບກອດພຣະບິດາມານດາເທິງສະຫວັນ ທີ່ເຮົາເຄີຍຮູ້ຈັກ ແລະ ທະນຸຖະໜອມ.
ບາງຄົນອາດລະງັບຄວາມໃຝ່ຝັນນີ້ ແລະ ເຮັດໃຫ້ຈິດວິນຍານໝົດຄວາມຮູ້ສຶກ ຕໍ່ສຽງເອີ້ນ. ແຕ່ຜູ້ທີ່ຍັງມີແສງນີ້ຢູ່ໃນຕົວ ຈະສາມາດເລີ່ມຕົ້ນອອກເດີນທາງຢ່າງເຫລືອເຊື່ອ—ມຸ້ງໜ້າກັບໄປຫາບ້ານໃນສະຫວັນຢ່າງໜ້າອັດສະຈັນໃຈ.
ພຣະເຈົ້າເອີ້ນຫາທ່ານ
ຂ່າວສານທີ່ປະທັບໃຈຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແມ່ນວ່າ ພຣະເຈົ້າເປັນພຣະບິດາຂອງເຮົາ, ວ່າພຣະອົງເປັນຫ່ວງເປັນໃຍເຮົາ, ແລະ ມີທາງທີ່ຈະກັບໄປຫາພຣະອົງໄດ້.
ພຣະເຈົ້າເອີ້ນຫາທ່ານ.
ພຣະເຈົ້າຮູ້ທຸກຄວາມຄິດ, ຄວາມໂສກເສົ້າ, ແລະ ຄວາມຫວັງອັນຍິ່ງໃຫຍ່ຂອງທ່ານ. ພຣະເຈົ້າຮູ້ຫລາຍເທື່ອທີ່ ທ່ານສະແຫວງຫາພຣະອົງ. ຫລາຍເທື່ອທີ່ທ່ານໄດ້ຮູ້ສຶກບໍ່ມີຄວາມສຸກ. ຫລາຍເທື່ອທີ່ທ່ານໄດ້ຮ້ອງໄຫ້ໃນຄວາມໂດດດ່ຽວ. ຫລາຍເທື່ອທີ່ທ່ານຮູ້ສຶກໝົດຫວັງ, ສັບສົນ, ຫລື ໃຈຮ້າຍ.
ແຕ່ ບໍ່ວ່າປະຫວັດຂອງທ່ານຈະເປັນມາຢ່າງໃດ—ຖ້າຫາກທ່ານຫວັ່ນໄຫວ, ທໍ້ຖອຍ, ຮູ້ສຶກເຈັບປວດໃຈ, ຂົມຂື່ນ, ຖືກຫັກຫລັງ, ຫລື ຖືກຕົບຕີ—ຂໍໃຫ້ທ່ານຮູ້ວ່າ ທ່ານບໍ່ໄດ້ຢູ່ຄົນດຽວ. ພຣະເຈົ້າຍັງເອີ້ນຫາທ່ານຢູ່.
ພຣະຜູ້ຊ່ວຍໃຫ້ລອດໄດ້ເດ່ພຣະຫັດຂອງພຣະອົງ ອອກມາຫາທ່ານ. ແລະ ດັ່ງທີ່ພຣະອົງໄດ້ກ່າວກັບຊາວປະມຸງເຫລົ່ານັ້ນ ຜູ້ຊຶ່ງດົນນານມາແລ້ວ ໄດ້ຢືນຢູ່ແຄມທະເລຄາລີເລ, ດ້ວຍຄວາມຮັກອັນເປັນນິດ ພຣະອົງໄດ້ກ່າວກັບທ່ານວ່າ: “ຈົ່ງຕາມເຮົາມາ.”2
ຖ້າຫາກທ່ານຈະຮັບຟັງພຣະອົງ, ແລ້ວພຣະອົງຈະກ່າວກັບທ່ານໃນມື້ນີ້.
ເມື່ອທ່ານເດີນໄປໃນເສັ້ນທາງຂອງການເປັນສານຸສິດ—ເມື່ອທ່ານມຸ້ງໜ້າໄປຫາພຣະບິດາເທິງສະຫວັນ—ມີບາງສິ່ງຢູ່ໃນຕົວທ່ານ ຈະຢືນຢັນວ່າ ທ່ານໄດ້ຍິນສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຕັ້ງໃຈມຸ້ງໄປຫາແສງສະຫວ່າງ. ສຸລະສຽງຈະບອກທ່ານວ່າ ທ່ານຢູ່ໃນເສັ້ນທາງທີ່ຖືກຕ້ອງ ແລະ ວ່າທ່ານກຳລັງກັບຄືນບ້ານ.
ນັບແຕ່ດຶກດຳບັນເປັນຕົ້ນມາ, ສາດສະດາຂອງພຣະເຈົ້າໄດ້ຊັກຊວນຜູ້ຄົນໃນວັນເວລາຂອງພວກເພິ່ນວ່າ “ຈົ່ງເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກທ່ານ, … ຈົ່ງຮັກສາພຣະບັນຍັດຂອງພຣະອົງ ແລະ ກົດເກນຂອງພຣະອົງ … , [ແລະ] ຫັນກັບມາຫາ [ພຣະອົງ] ດ້ວຍສຸດໃຈຂອງພວກທ່ານ, ແລະ ດ້ວຍສຸດຈິດວິນຍານຂອງພວກທ່ານ.”3
ພຣະຄຳພີສອນເຮົາເຖິງຫລາຍພັນເຫດຜົນ ວ່າເປັນຫຍັງເຮົາຈຶ່ງຄວນເຮັດສິ່ງນີ້.
ມື້ນີ້, ຂ້າພະເຈົ້າຂໍກ່າວເຖິງສອງເຫດຜົນ ວ່າເປັນຫຍັງເຮົາຈຶ່ງຄວນຫັນໄປຫາພຣະຜູ້ເປັນເຈົ້າ.
ທຳອິດ, ຊີວິດຂອງທ່ານຈະດີຂຶ້ນ.
ທີສອງ, ພຣະເຈົ້າຈະໃຊ້ທ່ານເຮັດໃຫ້ຊີວິດຂອງຄົນອື່ນດີຂຶ້ນ.
ຊີວິດຂອງທ່ານຈະດີຂຶ້ນ
ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເລີ່ມຕົ້ນ ຫລື ສືບຕໍ່ເດີນທາງທີ່ເຫລືອເຊື່ອ ທີ່ພາໄປຫາພຣະເຈົ້າ, ແລ້ວຊີວິດຂອງເຮົາຈະດີຂຶ້ນ.
ນີ້ບໍ່ໄດ້ໝາຍຄວາມວ່າ ຊີວິດຂອງເຮົາຈະປາດສະຈາກຄວາມໂສກເສົ້າ. ເຮົາທຸກຄົນຮູ້ເຖິງຜູ້ຕິດຕາມພຣະຄຣິດທີ່ຊື່ສັດ ຜູ້ໄດ້ທົນກັບຄວາມເສົ້າສະຫລົດໃຈ ແລະ ຄວາມບໍ່ຍຸດຕິທຳ—ພຣະເຢຊູຄຣິດເອງກໍໄດ້ຮັບທຸກທໍລະມານ ຫລາຍກວ່າທຸກຄົນ. ດັ່ງທີ່ພຣະເຈົ້າໄດ້ເຮັດ “ໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວ ແລະ ຄົນດີ,” ພຣະອົງກໍຈະປ່ອຍໃຫ້ຄວາມຍາກລຳບາກທົດສອບ ທັງຄົນດີ ແລະ ຄົນຊົ່ວຄືກັນ.4 ຕາມຈິງແລ້ວ, ບາງເທື່ອຈະເບິ່ງຄືວ່າ ຊີວິດຂອງເຮົາແມ່ນຫຍຸ້ງຍາກຫລາຍກວ່າຄົນອື່ນ ເພາະເຮົາພະຍາຍາມດຳລົງຊີວິດຕາມຄວາມເຊື່ອຖືຂອງເຮົາ.
ບໍ່ເລີຍ, ການຕິດຕາມພຣະຜູ້ຊ່ວຍໃຫ້ລອດ ຈະບໍ່ຍົກການທົດລອງທັງໝົດໄປຈາກທ່ານ. ເຖິງຢ່າງໃດກໍຕາມ, ມັນຈະຍົກເອົາສິ່ງກີດກັນອອກໜີ ລະຫວ່າງທ່ານ ແລະ ຄວາມຊ່ວຍເຫລືອ ຈາກພຣະບິດາເທິງສະຫວັນ ຊຶ່ງພຣະອົງປະສົງທີ່ຈະປະທານໃຫ້ທ່ານ. ພຣະເຈົ້າຈະສະຖິດຢູ່ກັບທ່ານ. ພຣະອົງຈະຊີ້ນຳບາດກ້າວຂອງທ່ານ. ພຣະອົງຈະເດີນຄຽງຂ້າງທ່ານ ແລະ ແມ່ນແຕ່ຈະອູ້ມທ່ານໄປ ເມື່ອທ່ານຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ.
ທ່ານຈະໄດ້ຮັບສ່ວນໝາກໄມ້ແຫ່ງພຣະວິນຍານທີ່ຫວານແຊບຊ້ອຍ ຄື: “ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, [ແລະ] ສັດທາ.”5
ໝາກໄມ້ທາງວິນຍານເຫລົ່ານີ້ ບໍ່ໄດ້ເປັນຜົນຜະລິດຂອງຄວາມຮັ່ງມີ, ຄວາມສຳເລັດຜົນ, ຫລື ຄວາມໂຊກດີຂອງໂລກນີ້. ມັນມາຈາກການຕິດຕາມພຣະຜູ້ຊ່ວຍໃຫ້ລອດ, ແລະ ມັນສາມາດຢູ່ກັບຄວາມຊື່ສັດຂອງເຮົາ ແມ່ນແຕ່ໃນທ່າມກາງຄວາມມືດຂອງມໍລະສຸມ.
ໄຟ ແລະ ຄວາມວຸ້ນວາຍຂອງຊີວິດມະຕະ ອາດລຸກລາມ ແລະ ເຮັດໃຫ້ຢ້ານກົວ, ແຕ່ຜູ້ທີ່ໂນ້ມອ່ຽງໃຈຂອງເຂົາເຈົ້າໃຫ້ແກ່ພຣະເຈົ້າ ຈະຖືກຫຸ້ມລ້ອມໄວ້ໂດຍສັນຕິສຸກຂອງພຣະອົງ. ຄວາມຊື່ນຊົມຂອງເຂົາເຈົ້າ ຈະບໍ່ໝົດໄປ. ເຂົາເຈົ້າຈະບໍ່ຖືກປະຖິ້ມ ຫລື ລືມໄລ.
ພຣະຄຳພີສອນວ່າ, “ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດຫົວໃຈຂອງເຈົ້າ, ຢ່າເຊື່ອໝັ້ນຈັກເທື່ອໃນສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ຈັກ. ຈົ່ງລະນຶກເຖິງພຣະຜູ້ເປັນເຈົ້າໃນທຸກສິ່ງທີ່ເຈົ້າກະທຳ, ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”6
ຜູ້ທີ່ເຮັດຕາມສຽງທີ່ຮູ້ສຶກຢູ່ພາຍໃນ ແລະ ສະແຫວງຫາພຣະເຈົ້າ, ຜູ້ທີ່ອະທິຖານ, ເຊື່ອ, ແລະ ເດີນໄປໃນເສັ້ນທາງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ຕຽມໄວ້—ແມ່ນແຕ່ ຖ້າຫາກເຂົາເຈົ້າສະດຸດລົ້ມຢູ່ໃນເສັ້ນທາງ ເປັນບາງຄັ້ງ—ຈະໄດ້ຮັບຄຳປອບໃຈ ທີ່ວ່າ ທຸກສິ່ງທັງປວງຈະທຳງານນຳກັນໄປເພື່ອຄວາມດີ[ຂອງເຂົາເຈົ້າ].7
ເພາະພຣະເຈົ້າ ເຊີດຊູກຳລັງຜູ້ທີ່ອິດເມື່ອຍອ່ອນແຮງ ແລະ ໃຫ້ຄວາມເຂັ້ມແຂງແກ່ຜູ້ທີ່ຂາດກຳລັງ.”8
“ເພາະຄົນຊື່ສັດນັ້ນຈະຫລົ້ມຈົມຢ່າງໃດກໍຕາມ, ລາວກໍຈະລຸກຂຶ້ນຕັ້ງຕົວໃໝ່ໄດ້ສະເໝີ.”9
“ແລະ ພຣະຜູ້ເປັນເຈົ້າ ໃນພຣະກະລຸນາທິຄຸນຂອງພຣະອົງ ຈະຖາມວ່າ:
ທ່ານຢາກມີຄວາມຊື່ນຊົມຢູ່ນຳບໍ?
ທ່ານໃຝ່ຝັນຢາກຮູ້ສຶກພາຍໃນໃຈຂອງທ່ານບໍ ເຖິງສັນຕິສຸກທີ່ເກີນຄວາມເຂົ້າໃຈ?10
ແລ້ວໃຫ້ຫັນຈິດວິນຍານຂອງທ່ານໄປຫາແສງສະຫວ່າງ.
ເລີ່ມຕົ້ນອອກເດີນທາງກັບບ້ານ.
ເມື່ອທ່ານເຮັດແນວນັ້ນ, ຊີວິດຂອງທ່ານຈະດີຂຶ້ນ, ມີຄວາມສຸກກວ່າເກົ່າ, ແລະ ມີຈຸດປະສົງຫລາຍກວ່າ.
ພຣະເຈົ້າຈະໃຊ້ທ່ານ
ໃນການເດີນທາງກັບໄປຫາພຣະບິດາເທິງສະຫວັນ ບໍ່ດົນທ່ານຈະຮັບຮູ້ວ່າ ເສັ້ນທາງ ບໍ່ແມ່ນພຽງແຕ່ກ່ຽວກັບການເອົາໃຈໃສ່ກັບຊີວິດຂອງທ່ານເອງເທົ່ານັ້ນ. ບໍ່ເລີຍ, ຢ່າງຫລີກລ້ຽງບໍ່ໄດ້ ເສັ້ນທາງນີ້ຈະພາທ່ານໃຫ້ກາຍເປັນພອນໃຫ້ແກ່ຊີວິດຂອງລູກໆຄົນອື່ນໆຂອງພຣະເຈົ້າ—ອ້າຍເອື້ອຍນ້ອງຂອງທ່ານ. ແລະ ສິ່ງທີ່ໜ້າສົນໃຈກ່ຽວກັບເສັ້ນທາງ ແມ່ນວ່າ ເມື່ອທ່ານຮັບໃຊ້ພຣະເຈົ້າ, ແລະ ເມື່ອທ່ານເປັນຫ່ວງເປັນໃຍ ແລະ ຊ່ວຍເຫລືອເພື່ອນມະນຸດດ້ວຍກັນ, ທ່ານຈະເຫັນຄວາມກ້າວໜ້າໃນຊີວິດຂອງທ່ານເອງ, ໃນທາງທີ່ທ່ານບໍ່ເຄີຍຄິດມາກ່ອນ.
ບາງທີທ່ານບໍ່ຄິດວ່າຕົວເອງເປັນປະໂຫຍດ, ບາງທີທ່ານບໍ່ຄິດວ່າຕົວເອງເປັນພອນໃຫ້ແກ່ຊີວິດຂອງບາງຄົນ. ສ່ວນຫລາຍແລ້ວ, ເມື່ອເຮົາຫລຽວເບິ່ງຕົວເອງ, ເຮົາຈະເຫັນພຽງແຕ່ຂໍ້ຈຳກັດ ແລະ ຄວາມບໍ່ພຽບພ້ອມ. ເຮົາອາດຄິດວ່າ ເຮົາຕ້ອງ “ເປັນຫລາຍ” ກວ່ານີ້ ກ່ອນພຣະເຈົ້າຈະໃຊ້ເຮົາໄດ້—ສະຫລາດ, ຮັ່ງມີ, ມີສະເໜ່, ມີພອນສະຫວັນ, ມີສິນທຳ ຫລາຍກວ່ານີ້. ພອນບໍ່ໄດ້ມີມາເພາະຄວາມສາມາດຂອງທ່ານ ແຕ່ມີມາເພາະການເລືອກຂອງທ່ານ. ແລະ ພຣະເຈົ້າແຫ່ງຈັກກະວານ ຈະທຳງານພາຍໃນຕົວທ່ານ ແລະ ຜ່ານທາງຕົວທ່ານ, ຈະຂະຫຍາຍຄວາມພະຍາຍາມທີ່ຖ່ອມຕົວຂອງທ່ານ ສຳລັບຈຸດປະສົງຂອງພຣະອົງ.
ວຽກງານຂອງພຣະອົງ ຈະກ້າວໜ້າສະເໝີ ໃນຫລັກທຳທີ່ສຳຄັນນີ້: ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.11
ຕອນຂຽນສານຫາໄພ່ພົນຢູ່ໃນເມືອງໂກຣິນໂທ, ອັກຄະສາວົກໂປໂລໄດ້ສັງເກດເຫັນວ່າ ຫລາຍຄົນຢູ່ທີ່ນັ້ນ ຖືວ່າເປັນຄົນສະຫລາດຕາມມາດຕະຖານຂອງໂລກ. ແຕ່ນັ້ນບໍ່ສຳຄັນ, ເພາະ “ພຣະເຈົ້າໄດ້ເລືອກເອົາສິ່ງທີ່ມະນຸດຖືວ່າໂງ່ ເພື່ອໃຫ້ຄົນສະຫລາດຖືກອັບອາຍ.”12
ໃນປະຫວັດສາດຂອງວຽກງານຂອງພຣະເຈົ້າ ແມ່ນເຕັມໄປດ້ວຍຜູ້ຄົນທີ່ຖືວ່າ ເປັນຄົນທີ່ບໍ່ພຽບພ້ອມ. ແຕ່ເຂົາເຈົ້າຮັບໃຊ້ຢ່າງຖ່ອມຕົວ, ເພິ່ງອາໄສພຣະຄຸນຂອງພຣະເຈົ້າ ແລະ ຄຳສັນຍາຂອງພຣະອົງວ່າ, ແຂນຂອງເຮົາ ເປັນແຂນຂອງພຣະອົງ, ແລະ ພຣະອົງຈະເປັນເຄື່ອງປ້ອງກັນ ແລະ ເສື້ອຫຸ້ມເກາະ … , ແລະ ເຮົາຈະຕໍ່ສູ້ຢ່າງລູກຜູ້ຊາຍໃຫ້ພຣະອົງ; ແລະ … ພຣະອົງ [ຈະ] ຮັກສາເຮົາໄວ້.13
ໃນລະດູແລ້ງທີ່ຜ່ານມານີ້ ຄອບຄົວຂອງຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມສະຖານທີ່ປະຫວັດສາດຂອງສາດສະໜາຈັກ ຢູ່ພາກຕາເວັນອອກຂອງສະຫະລັດອາເມຣິກາ. ໃນທາງທີ່ພິເສດ, ພວກເຮົາໄດ້ລອງໃຊ້ຊີວິດແບບຜູ້ຄົນໃນເວລານັ້ນ. ຜູ້ຄົນທີ່ຂ້າພະເຈົ້າໄດ້ອ່ານກ່ຽວກັບ—ຜູ້ຄົນເຊັ່ນ ມາຕິນແຮຣິສ, ອໍລີເວີ ຄາວເດີຣີ, ແລະ ທອມມັສ ບີ ມາສ໌—ໄດ້ກາຍເປັນຄົນເປັນໆຕໍ່ຂ້າພະເຈົ້າ ໃນຂະນະທີ່ພວກເຮົາໄດ້ລອງໃຊ້ຊີວິດ ແລະ ໄດ້ໄຕ່ຕອງເຖິງການເສຍສະລະ ທີ່ເຂົາເຈົ້າໄດ້ເຮັດ ເພື່ອສ້າງສາອານາຈັກຂອງພຣະເຈົ້າ.
ເຂົາເຈົ້າມີຄວາມດີຫລາຍຢ່າງ ທີ່ຊ່ວຍເຂົາເຈົ້າໃຫ້ເປັນພາກສ່ວນທີ່ສຳຄັນ ໃນການຟື້ນຟູສາດສະໜາຈັກຂອງພຣະເຢຊູຄຣິດ. ແຕ່ເຂົາເຈົ້າກໍເປັນມະນຸດຄືກັນ, ອ່ອນແອ, ແລະ ຕົກໄດ້—ຄືກັນກັບທ່ານ ແລະ ຂ້າພະເຈົ້າ. ເຂົາເຈົ້າບາງຄົນ ກໍບໍ່ລົງເອີ່ຍກັບສາດສະດາໂຈເຊັບ ສະມິດ ແລະ ໄດ້ຫັນໜີຈາກສາດສະໜາຈັກ. ຕໍ່ມາ, ຫລາຍຄົນເຫລົ່ານັ້ນໄດ້ປ່ຽນໃຈ, ຖ່ອມຕົວ, ແລະ ອີກເທື່ອໜຶ່ງໄດ້ສະແຫວງຫາ ແລະ ຄືນມາເປັນມິດ ກັບໄພ່ພົນຄືເກົ່າ.
ເຮົາອາດມັກຕັດສິນອ້າຍນ້ອງເຫລົ່ານີ້ ແລະ ສະມາຊິກຄົນອື່ນໆ ຄືເຂົາເຈົ້າ. ເຮົາອາດກ່າວວ່າ, “ຂ້ອຍຈະບໍ່ມີວັນໜີຈາກສາດສະດາໂຈເຊັບ.”
ເຖິງແມ່ນອາດເປັນຄວາມຈິງ, ແຕ່ເຮົາບໍ່ຮູ້ວ່າ ການມີຊີວິດຢູ່ໃນເວລານັ້ນ, ໃນສະພາບການແບບນັ້ນເປັນຈັ່ງໃດແທ້ໆ. ບໍ່, ເຂົາເຈົ້າບໍ່ດີພ້ອມທຸກຢ່າງ, ແຕ່ເຮົາດີໃຈທີ່ຮູ້ວ່າ ພຣະເຈົ້າກໍສາມາດໃຊ້ເຂົາເຈົ້າໄດ້. ພຣະອົງຮູ້ຈັກຄວາມເຂັ້ມແຂງ ແລະ ຄວາມອ່ອນແອຂອງເຂົາເຈົ້າ, ແລະ ພຣະອົງໄດ້ມອບໂອກາດທີ່ປະເສີດໃຫ້ເຂົາເຈົ້າ ເພື່ອ ສົມທົບສອງສາມຄຳໃສ່ໃນເນື້ອເພງທີ່ມີພະລັງຂອງການຟື້ນຟູ.
ເຮົາດີໃຈແທ້ໆ ທີ່ຮູ້ວ່າ, ເຖິງແມ່ນ ເຮົາ ບໍ່ດີພ້ອມທຸກຢ່າງ, ຖ້າຫາກໃຈເຮົາຫັນໄປຫາພຣະເຈົ້າ, ແລ້ວພຣະອົງຈະເພື່ອແຜ່ ແລະ ມີເມດຕາ ແລະ ໃຊ້ເຮົາສຳລັບຈຸດປະສົງຂອງພຣະອົງ.
ຜູ້ທີ່ຮັກແລະ ຮັບໃຊ້ພຣະເຈົ້າ ແລະ ເພື່ອນມະນຸດ, ແລະ ມີສ່ວນຮ່ວມດ້ວຍຄວາມຖ່ອມຕົວ ແລະ ຫ້າວຫັນ ໃນວຽກງານຂອງພຣະອົງ ຈະເຫັນສິ່ງທີ່ໜ້າອັດສະຈັນໃຈເກີດຂຶ້ນ ໃນຊີວິດຂອງເຂົາເຈົ້າ ແລະ ໃນຊີວິດຂອງຄົນທີ່ເຂົາເຈົ້າຮັກ.
ປະຕູທີ່ປິດຢູ່ ຈະເປີດອອກ.
ເຫລົ່າທູດຈະອອກໜ້າເຂົາເຈົ້າ ແລະ ຕຽມທາງໄວ້ໃຫ້.
ບໍ່ວ່າ ທ່ານຈະມີຕຳແໜ່ງໃດຢູ່ໃນຊຸມຊົນ ຫລື ໃນສາດສະໜາຈັກ, ພຣະເຈົ້າຈະໃຊ້ທ່ານ, ຖ້າຫາກທ່ານເຕັມໃຈ. ພຣະອົງຈະຂະຫຍາຍຄວາມປາດຖະໜາທີ່ຊອບທຳຂອງທ່ານ ແລະ ເຮັດໃຫ້ການກະທຳດ້ວຍຄວາມເຫັນອົກເຫັນໃຈ ທີ່ທ່ານໄດ້ເພາະປູກໃຫ້ເກີດຜົນຢ່າງງອກງາມ.
ທ່ານໄປເຖິງທີ່ນັ້ນບໍ່ໄດ້ ຖ້າບໍ່ອອກແຮງ
ເຮົາແຕ່ລະຄົນເປັນ, “ແຂກເມືອງທີ່ທ່ອງທ່ຽວໄປມາ”14 ຢູ່ໃນໂລກນີ້. ຕາມຈິງແລ້ວ, ເຮົາຢູ່ໄກບ້ານ. ແຕ່ບໍ່ໝາຍຄວາມວ່າ ເຮົາຄວນຮູ້ສຶກ ຫລົງທາງ ຫລື ຢູ່ຄົນດຽວ.
ພຣະບິດາຢູ່ໃນສະຫວັນທີ່ຮັກຂອງເຮົາ ໄດ້ປະທານຄວາມສະຫວ່າງຂອງພຣະຄຣິດໃຫ້ເຮົາ. ແລະ ໃນສ່ວນເລິກຂອງໃຈເຮົາແຕ່ລະຄົນ, ສຽງຈາກສະຫວັນໄດ້ບອກເຮົາໃຫ້ຫລຽວເບິ່ງ ແລະ ຫັນຫົວໃຈໄປຫາພຣະອົງ ແລະ ເດີນທາງກັບບ້ານແຫ່ງສະຫວັນຂອງເຮົາ.
ສິ່ງນີ້ຮຽກຮ້ອງຄວາມພະຍາຍາມ. ທ່ານບໍ່ສາມາດກັບໄປ ໂດຍທີ່ບໍ່ຮູ້ຈັກພຣະອົງ. ເຂົ້າໃຈຄຳແນະນຳຂອງພຣະອົງ, ໃຊ້ມັນຢ່າງພາກພຽນ, ແລະ ດຳເນີນໄປໜ້າ ໃນແຕ່ລະບາດກ້າວ.
ບໍ່, ຊີວິດບໍ່ຄືກັນກັບລົດທີ່ແລ່ນໄປເອງ. ມັນບໍ່ຄືກັນກັບຍົນທີ່ບິນໄປເອງ.
ທ່ານບໍ່ສາມາດຟູໄປຕາມນ້ຳແຫ່ງຊີວິດ ແລະ ໄວ້ວາງໃຈວ່າກະແສນ້ຳຈະພາທ່ານໄປບ່ອນທີ່ທ່ານຫວັງຢາກໄປ ໃນມື້ໜຶ່ງ. ການເປັນສານຸສິດຮຽກຮ້ອງຄວາມເຕັມໃຈຂອງເຮົາ ທີ່ຈະລອຍທວນກະແສນ້ຳ ເມື່ອຈຳເປັນ.
ບໍ່ມີຄົນໃດຮັບຜິດຊອບຕໍ່ການເດີນທາງສ່ວນຕົວຂອງທ່ານ. ພຣະຜູ້ຊ່ວຍໃຫ້ລອດຈະຊ່ວຍທ່ານ ແລະ ຕຽມທາງໄວ້ໃຫ້ທ່ານ, ແຕ່ຄວາມຕັ້ງໃຈທີ່ຈະຕິດຕາມພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ ແມ່ນຂຶ້ນຢູ່ກັບທ່ານ. ນີ້ຄືພາລະທີ່ທ່ານຕ້ອງແບກຫາບ, ນີ້ຄືສິດທິພິເສດຂອງທ່ານ.
ນີ້ຄືການພະຈົນໄພທີ່ຍິ່ງໃຫຍ່ຂອງທ່ານ.
ຈົ່ງຟັງສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດທີ່ເອີ້ນຫາທ່ານ.
ຈົ່ງຕິດຕາມພຣະອົງ.
ພຣະຜູ້ເປັນເຈົ້າໄດ້ຈັດຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຂຶ້ນມາ ເພື່ອຊ່ວຍທ່ານໃນຄວາມຕັ້ງໃຈ ທີ່ຈະຮັບໃຊ້ພຣະເຈົ້າ ແລະ ເພື່ອນມະນຸດ. ຈຸດປະສົງຂອງສາດສະໜາຈັກ ແມ່ນເພື່ອຊຸກຍູ້, ສອນ, ເຊີດຊູ, ແລະ ດົນໃຈ. ສາດສະໜາຈັກທີ່ດີເລີດນີ້ ໃຫ້ໂອກາດທ່ານທີ່ຈະໃຊ້ຄວາມເຫັນອົກເຫັນໃຈ, ເອື້ອມອອກໄປຫາຄົນອື່ນ, ຕໍ່ເຕີມ ແລະ ຮັກສາພັນທະສັນຍາທີ່ສັກສິດ. ມັນຖືກອອກແບບ ເພື່ອເປັນພອນໃຫ້ແກ່ຊີວິດຂອງທ່ານ ແລະ ພັດທະນາບ້ານເຮືອນ, ຊຸມຊົນ, ແລະ ປະເທດຊາດຂອງທ່ານ.
ຈົ່ງມາ, ເຂົ້າຮ່ວມກັບພວກເຮົາ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ. ຈົ່ງສົມທົບພອນສະຫວັນຂອງທ່ານ ໃນວຽກງານທີ່ໜ້າອັດສະຈັນໃຈຂອງພຣະອົງ. ຈົ່ງເອື້ອມອອກໄປ, ກ້າຫານ, ປິ່ນປົວ, ແລະ ສະໜັບສະໜູນ ທຸກຄົນທີ່ຢາກຮູ້ສຶກ ແລະ ໃຝ່ຝັນ ຢາກກັບບ້ານແຫ່ງສະຫວັນຂອງເຮົາ. ຂໍໃຫ້ເຮົາຈົ່ງຮ່ວມກັນ ໃນການເດີນທາງກັບໄປບ້ານແຫ່ງສະຫວັນນີ້.
ພຣະກິດຕິຄຸນເປັນຂ່າວສານທີ່ປະເສີດທີ່ໃຫ້ຄວາມຫວັງ, ຄວາມສຸກ, ແລະ ຄວາມຊົມຊື່ນຍິນດີ. ມັນເປັນເສັ້ນທາງທີ່ພາເຮົາກັບຄືບ້ານ.
ເມື່ອເຮົາຮັບເອົາພຣະກິດຕິຄຸນດ້ວຍສັດທາ ແລະ ດ້ວຍການກະທຳ, ໃນແຕ່ລະວັນ ແລະ ໃນແຕ່ລະຊົ່ວໂມງ, ແລ້ວເຮົາຈະເຂົ້າໃກ້ຊິດພຣະເຈົ້າຂອງເຮົາຫລາຍຂຶ້ນ. ຊີວິດຂອງເຮົາຈະດີຂຶ້ນ, ແລະ ພຣະຜູ້ເປັນເຈົ້າຈະໃຊ້ເຮົາໃນທາງທີ່ໜ້າອັດສະຈັນໃຈ ເພື່ອເປັນພອນໃຫ້ແກ່ຜູ້ຄົນທີ່ຢູ່ອ້ອມຮອບເຮົາ ແລະ ນຳຈຸດປະສົງນິລັນດອນຂອງພຣະອົງມາ. ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ ແລະ ຂໍມອບພອນແກ່ທ່ານ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.