ໂດຍແບບແຜນແຫ່ງສະຫວັນ
ພຣະຫັດຂອງພຣະຜູ້ເປັນເຈົ້າກຳລັງຊີ້ນຳທ່ານ. ໂດຍ “ແບບແຜນແຫ່ງສະຫວັນ,” ອິດທິພົນຂອງພຣະອົງ ອາດເຫັນໄດ້ຢູ່ໃນສິ່ງເລັກນ້ອຍໃນຊີວິດຂອງທ່ານ ເຊັ່ນດຽວກັບໃນຄວາມສຳເລັດຜົນອັນຍິ່ງໃຫຍ່ຂອງທ່ານ.
ອ້າຍເອື້ອຍນ້ອງທັງຫລາຍ, ໃນຂະນະທີ່ຂ້າພະເຈົ້າຢືນຢູ່ນີ້ ໃນກອງປະຊຸມໃຫຍ່ສາມັນທົ່ວໂລກ ທີ່ດົນໃຈ ແລະ ຮູ້ສຶກເຖິງພະລັງ ແລະ ວິນຍານຂອງທ່ານ, ຂ້າພະເຈົ້າອົດຄິດບໍ່ໄດ້ ເຖິງຖ້ອຍຄຳຂອງອັກຄະສາວົກເປໂຕ ທີ່ວ່າ: “[ພຣະຜູ້ເປັນເຈົ້າເອີຍ], ເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້.”1
ແຕ່ມັນບໍ່ແມ່ນຖ້ອຍຄຳຂອງແອວມາ ທີ່ໄດ້ກ່າວຫລັງຈາກໄດ້ສັ່ງສອນຜູ້ຄົນໃນເມືອງອຳໂມນໄນຮາ. ແອວມາ ໄດ້ອອກໄປຈາກເມືອງ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນ. ບໍ່ດົນ ທູດອົງໜຶ່ງໄດ້ມາປະກົດຕໍ່ແອວມາ ແລະ ໄດ້ເອີ້ນໃຫ້ເພິ່ນ “ກັບຄືນໄປຫາເມືອງອຳໂມນໄນຮາ, ແລະ ສັ່ງສອນຜູ້ຄົນຂອງເມືອງນັ້ນອີກ.”2
ແອວມາຈຶ່ງໄດ້ກັບຄືນໄປ “ຢ່າງວ່ອງໄວ,” ເຂົ້າໄປ “ໃນເມືອງອີກທາງໜຶ່ງ.”3
“ແລະ ໃນຂະນະທີ່ເພິ່ນກຳລັງເຂົ້າໄປໃນເມືອງນັ້ນດ້ວຍຄວາມຫິວໂຫຍ, ເພິ່ນໄດ້ເວົ້າກັບຊາຍຄົນໜຶ່ງວ່າ: ເຈົ້າຫາອັນໃດໃຫ້ຜູ້ຮັບໃຊ້ທີ່ຖ່ອມຕົວຂອງພຣະເຈົ້າກິນແດ່ໄດ້ບໍ?
“ແລະ ຊາຍຄົນນັ້ນໄດ້ກ່າວກັບເພິ່ນວ່າ: “ຂ້ານ້ອຍເປັນຊາວນີໄຟ, ແລະ ຂ້ານ້ອຍຮູ້ຈັກວ່າທ່ານເປັນສາດສະດາຜູ້ບໍລິສຸດຂອງພຣະເຈົ້າເພາະວ່າທ່ານແມ່ນຜູ້ທີ່ທູດກ່າວໃນພາບນິມິດວ່າ: ເຈົ້າຈົ່ງຕ້ອນຮັບ.”4
ຊາຍຄົນນັ້ນແມ່ນ ແອມມິວເລັກ.
ບັດນີ້, ແອວມາໄດ້ບັງເອີນໄປພົບເຫັນແອມມິວເລັກບໍ? ບໍ່, ມັນບໍ່ໄດ້ເປັນເຫດການບັງເອີນ ທີ່ເພິ່ນໄດ້ເຂົ້າໄປໃນເມືອງ ໃນເສັ້ນທາງທີ່ພາເພິ່ນໄປພົບຊາຍທີ່ຊື່ສັດຄົນນີ້ ຜູ້ກາຍເປັນຄູ່ສອນສາດສະໜາຂອງເພິ່ນ.
ແອວເດີ ນຽວ ເອ ແມ໊ກສະແວວ ຄັ້ງໜຶ່ງໄດ້ອະທິບາຍວ່າ: “ບໍ່ມີຄົນໃດໃນພວກເຮົາ ທີ່ເຄີຍໃຊ້ໂອກາດແບບໃຫ້ຄົນຊ່ວຍເຫລືອຢ່າງພຽງພໍ ຊຶ່ງຖືກຕຽມໄວ້ໃຫ້ເຮົາ ໃນວົງລ້ອມຂອງເພື່ອນມິດສະຫາຍ. ທ່ານ ແລະ ຂ້າພະເຈົ້າອາດເອີ້ນການພົບເຈິກັນນີ້ວ່າ ‘ບັງເອີນ.’ ຄຳນີ້ ເຂົ້າໃຈດີວ່າ ຜູ້ຄົນມັກໃຊ້ກັນ, ແຕ່ ບັງເອີນ ບໍ່ເປັນຄຳທີ່ເໝາະສົມ ໃນການເອົາມາບັນຍາຍເຖິງວຽກງານທີ່ຮອບຮູ້ທຸກຢ່າງຂອງພຣະເຈົ້າ. ພຣະອົງບໍ່ເຮັດສິ່ງໃດໂດຍ ‘ບັງເອີນ’ ແຕ່ … ໂດຍແບບແຜນແຫ່ງສະຫວັນ.’”5
ຊີວິດຂອງເຮົາຄືກັນກັບແປ້ນໝາກຣຸກ, ແລະ ພຣະຜູ້ເປັນເຈົ້າຍ້າຍເຮົາຈາກບ່ອນໜຶ່ງ ໄປຫາອີກບ່ອນໜຶ່ງ—ຖ້າຫາກເຮົາເຮັດຕາມການກະຕຸ້ນທາງວິນຍານ. ເມື່ອຫວນຄິດຄືນຫລັງ, ເຮົາສາມາດເຫັນພຣະຫັດຂອງພຣະອົງ ຢູ່ໃນຊີວິດຂອງເຮົາ.
ເຮົາສາມາດເຫັນດັ່ງເຊັ່ນການແຊກແຊງຈາກສະຫວັນ ຕອນນີໄຟກັບຄືນໄປເອົາແຜ່ນຈາລຶກຈາກລາບານ. ເພິ່ນ ໄດ້ຖືກ “ພຣະວິນຍານນຳພາໄປ, ໂດຍບໍ່ຮູ້ລ່ວງໜ້າເຖິງສິ່ງ [ທີ່ເພິ່ນ] ຄວນຈະເຮັດ.”6 ບໍ່ດົນລາບານກໍໄດ້ມາຢູ່ຕໍ່ໜ້າເພິ່ນ ໃນຄວາມມຶນເມົາ, ແລະ ນີໄຟໄດ້ຂ້າລາວ, ໄດ້ໄປເອົາແຜ່ນຈາລຶກ, ແລະ ໄດ້ໜີໄປຫາພວກອ້າຍຂອງເພິ່ນ. ມັນເປັນໂຊກຂອງເພິ່ນບໍ ທີ່ໄປພົບກັບລາບານ? ຫລື ມັນເປັນ “ແບບແຜນແຫ່ງສະຫວັນ”?
ເຫດການທີ່ຍິ່ງໃຫຍ່ ໄດ້ຖືກເປີດເຜີຍຢູ່ໃນພຣະກິດຕິຄຸນ ແລະ ໃນສາດສະໜາຈັກ ຊຶ່ງນຳອານາຈັກຂອງພຣະເຈົ້າໄປໜ້າ ຢູ່ໃນໂລກນີ້. ມັນບໍ່ໄດ້ເປັນເຫດການບັງເອີນ ແຕ່ເປັນແຜນຂອງພຣະເຈົ້າ. ພຣະອົງຜູ້ໄດ້ຕົບແຕ່ງໂລກນີ້ ສາມາດສັ່ງໃຫ້ນ້ຳສະຫງົບລົງດ້ວຍພຣະຄຳຂອງພຣະອົງ, ແລະ ສາມາດຊຸກແອວມາ ແລະ ແອມມິວເລັກໄປຫາກັນ ແລະ ນີໄຟ ໄປຫາລາບານ ເພື່ອໃຫ້ຢູ່ໃນບ່ອນນັ້ນ ໃນເວລານັ້ນ.
ເຊັ່ນດຽວກັນນີ້, ເຫດການ ແລະ ຄວາມສຳພັນໄດ້ເກີດຂຶ້ນໃນຊີວິດຂອງເຮົາແຕ່ລະຄົນ ຊຶ່ງນຳວຽກງານຂອງພຣະເຈົ້າໄປໜ້າ ຢູ່ໃນໂລກນີ້.
ແອວເດີ ໂຈເຊັບ ບີ ເວີດລິນ ທີ່ຮັກແພງ ໄດ້ກ່າວເຖິງໂອກາດໜຶ່ງ ຕອນທີ່ປະທານທອມມັສ ແອັສ ມອນສັນ ໄດ້ກ່າວກັບເພິ່ນວ່າ: “ມີພຣະຫັດທີ່ນຳພາເໜືອທຸກສິ່ງ. ສ່ວນຫລາຍແລ້ວ ຕອນມີຫຍັງເກີດຂຶ້ນ, ມັນບໍ່ແມ່ນເຫດການບັງເອີນ. ມື້ໜຶ່ງ, ຕອນເຮົາຫວນຄິດຄືນຫລັງ ກ່ຽວກັບສິ່ງທີ່ເບິ່ງຄືວ່າເປັນເຫດການບັງເອີນ ໃນຊີວິດຂອງເຮົາ, ເຮົາຈະຮັບຮູ້ວ່າ ບາງທີ ມັນບໍ່ໄດ້ເປັນເຫດການບັງເອີນຈັກໜ້ອຍເລີຍ.”7
ສ່ວນຫລາຍແລ້ວ, ວຽກງານດີຂອງເຮົາ ຈະບໍ່ມີຫລາຍຄົນຮູ້ຈັກ. ເຖິງຢ່າງໃດກໍຕາມ, ມັນໄດ້ຖືກບັນທຶກໄວ້ ຢູ່ໃນສະຫວັນ. ມື້ໜຶ່ງ, ເຮົາຈະຢືນເປັນພະຍານ ເຖິງວຽກງານທີ່ອຸທິດຕົນແທ້ໆແຫ່ງຄວາມຊອບທຳຂອງເຮົາ. ບໍ່ມີການທົດລອງໃດ ຫລື ໄພພິບັດອັນໃຫຍ່ຫລວງໃດ ທີ່ຈະສາມາດທຳລາຍແຜນແຫ່ງຄວາມສຸກຂອງພຣະເຈົ້າໄດ້. ແນ່ນອນ, ໂດຍ “ແບບແຜນແຫ່ງສະຫວັນ,” “ຄວາມຊົມຊື່ນຍິນດີກໍມີມາໃນຕອນເຊົ້າ.”8 “ເຮົາໄດ້ມາເກີດໃນໂລກເພື່ອກະທຳຕາມພຣະປະສົງຂອງພຣະບິດາ,”9 ພຣະເຢຊູໄດ້ສອນ. ອ້າຍເອື້ອຍນ້ອງທີ່ຮັກແພງ, ເຮົາກໍໄດ້ເປັນແນວນັ້ນຄືກັນ.
ຜ່ານປະສົບການຂອງການເດີນທາງໃນຊີວິດຂອງຂ້າພະເຈົ້າເອງ, ຂ້າພະເຈົ້າຮູ້ວ່າ ພຣະຜູ້ເປັນເຈົ້າຈະຍ້າຍເຮົາຢູ່ໃນແປ້ນໝາກຣຸກ ເພື່ອເຮັດວຽກງານຂອງພຣະອົງ. ສິ່ງທີ່ເບິ່ງຄືວ່າເປັນເຫດການບັງເອີນ, ຕາມຈິງແລ້ວ, ໄດ້ຖືກຄວບຄຸມໂດຍພຣະບິດາທີ່ຊົງຮັກ ຢູ່ໃນສະຫວັນ, ຊຶ່ງຈຳນວນຜົມທຸກເສັ້ນທີ່ຫົວ ພຣະອົງກໍນັບໄວ້ໝົດແລ້ວ.10 ນົກຈອກໂຕດຽວຈະຕົກລົງດິນກໍບໍ່ໄດ້ ໂດຍທີ່ພຣະບິດາຂອງເຮົາບໍ່ຮັບຮູ້.11 ອິດທິພົນຂອງພຣະຜູ້ເປັນເຈົ້າ ອາດເຫັນໄດ້ຢູ່ໃນສິ່ງເລັກນ້ອຍໃນຊີວິດຂອງເຮົາ, ແລະ ເຫດການ ແລະ ໂອກາດຕ່າງໆ ຈະຕຽມເຮົາໃຫ້ເຊີດຊູຄອບຄົວຂອງເຮົາ ແລະ ຄົນອື່ນໆຂຶ້ນ ເມື່ອເຮົາສ້າງສາອານາຈັກຂອງພຣະເຈົ້າ ຢູ່ໃນໂລກ. ຈົ່ງຈື່ຈຳໄວ້ວ່າ, ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວກັບອັບຣາຮາມ ວ່າ, ພຣະອົງຮູ້ຈັກທີ່ສຸດຕັ້ງແຕ່ຕົ້ນ; ສະນັ້ນພຣະຫັດຂອງພຣະອົງຈະຢູ່ເທິງເຮົາ.”12
ພຣະຜູ້ເປັນເຈົ້າໄດ້ວາງຂ້າພະເຈົ້າໄວ້ຢູ່ໃນຄອບຄົວທີ່ມີພໍ່ແມ່ທີ່ຮັກແພງ. ຕາມມາດຕະຖານຂອງໂລກແລ້ວ, ພວກເພິ່ນກໍເປັນຄົນທຳມະດາສາມັນແທ້ໆ; ພໍ່ທີ່ອຸທິດຕົນຂອງຂ້າພະເຈົ້າເປັນຄົນຂັບລົດບັນທຸກ; ແມ່ຜູ້ປະເສີດຂອງຂ້າພະເຈົ້າກໍເປັນແມ່ບ້ານ. ພຣະຜູ້ເປັນເຈົ້າໄດ້ຊ່ວຍຂ້າພະເຈົ້າໃຫ້ພົບເຫັນພັນລະຍາທີ່ໜ້າຮັກຂອງຂ້າພະເຈົ້າ, ນາງມີລານີ; ພຣະອົງໄດ້ກະຕຸ້ນນັກທຸລະກິດຄົນໜຶ່ງ, ຜູ້ກາຍເປັນເພື່ອນທີ່ດີຂອງຂ້າພະເຈົ້າ, ຮັບເອົາຂ້າພະເຈົ້າເຂົ້າເປັນພະນັກງານ. ພຣະຜູ້ເປັນເຈົ້າໄດ້ເອີ້ນຂ້າພະເຈົ້າໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາ, ທັງຕອນເປັນໜຸ່ມ ແລະ ຕອນເປັນປະທານເຜີຍແຜ່; ພຣະອົງໄດ້ເອີ້ນຂ້າພະເຈົ້າສູ່ກຸ່ມສາວົກເຈັດສິບ; ແລະ ບັດນີ້ ພຣະອົງໄດ້ເອີ້ນຂ້າພະເຈົ້າໃຫ້ເປັນອັກຄະສາວົກ. ເມື່ອຫວນຄິດຄືນຫລັງ, ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າບໍ່ໄດ້ເປັນຜູ້ຍ້າຍໂຕເອງໄປມາທາງໃດ; ພຣະຜູ້ເປັນເຈົ້າເປັນຜູ້ຍ້າຍ, ດັ່ງທີ່ພຣະອົງໄດ້ຍ້າຍທ່ານແລະ ຍ້າຍຄົນທີ່ທ່ານຮັກໄປມາ.
ທ່ານຄວນຫວັງສິ່ງໃດໃນຊີວິດຂອງທ່ານ? ການມະຫັດສະຈັນຢ່າງໃດແດ່ຂອງພຣະເຈົ້າ ທີ່ເຕືອນທ່ານວ່າ ພຣະອົງຢູ່ໃກ້, ໂດຍກ່າວວ່າ, “ເຮົາຢູ່ນີ້ເດ”? ໃຫ້ຄິດເຖິງເວລາດັ່ງກ່າວ, ບາງເທື່ອເກີດຂຶ້ນທຸກວັນ, ຕອນພຣະຜູ້ເປັນເຈົ້າໄດ້ກະທຳໃນຊີວິດຂອງທ່ານ—ແລະ ແລ້ວໄດ້ກະທຳອີກ. ຈົ່ງທະນຸຖະໜອມ ຕອນພຣະຜູ້ເປັນເຈົ້າໝັ້ນພຣະໄທກັບຕົວທ່ານ ແລະ ກັບການເລືອກຂອງທ່ານໄວ້. ແຕ່ອະນຸຍາດໃຫ້ພຣະອົງ ເສີມສ້າງທ່ານຕື່ມອີກ ຊຶ່ງທ່ານບໍ່ສາມາດເຮັດໄດ້ດ້ວຍຕົວເອງ. ຈົ່ງທະນຸຖະໜອມຄວາມຊ່ວຍເຫລືອຂອງພຣະອົງ. ບາງເທື່ອເຮົາອາດຄິດວ່າ ການປ່ຽນແປງໃນຊີວິດຂອງເຮົາ ເປັນບາດກ້າວທີ່ຜິດພາດໃນເສັ້ນທາງເດີນຂອງເຮົາ. ໃຫ້ຄິດວ່າ ມັນເປັນບາດກ້າວທຳອິດ ຂອງການເປັນຄົນແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ.”13
ຫລາຍເດືອນຜ່ານມານີ້ ຫລານສາວຂອງພວກເຮົາໄດ້ເດີນທາງໄປກັບກຸ່ມຊາວໜຸ່ມ ເພື່ອໄປຊົມສະຖານທີ່ປະຫວັດສາດຂອງສາດສະໜາຈັກ. ໃບລາຍການເດີນທາງຂອງນາງໄດ້ບອກວ່າ ເຂົາເຈົ້າຈະເດີນທາງຜ່ານກາຍເມືອງບ່ອນທີ່ອ້າຍຂອງນາງ, ຫລານຊາຍຂອງຂ້າພະເຈົ້າ, ກຳລັງສອນສາດສະໜາຢູ່ທີ່ນັ້ນ. ຫລານສາວຂອງພວກເຮົາ ບໍ່ໄດ້ຕັ້ງໃຈທີ່ຈະໄປພົບອ້າຍຂອງນາງ. ແຕ່ເຖິງຢ່າງໃດກໍຕາມ, ໃນຂະນະທີ່ລົດເມຂອງເຂົາເຈົ້າ ແລ່ນເຂົ້າໄປໃນເມືອງ ບ່ອນອ້າຍຂອງນາງຮັບໃຊ້, ເຂົາເຈົ້າໄດ້ເຫັນຜູ້ສອນສາດສະໜາສອງຄົນກຳລັງຍ່າງຢູ່ຂ້າງທາງ. ຄົນໜຶ່ງເປັນອ້າຍຂອງນາງ.
ຫລາຍຄົນກໍເກີດຄວາມຕື່ນເຕັ້ນ ແລະ ພວກຊາວໜຸ່ມໄດ້ຂໍໃຫ້ຜູ້ຂັບລົດ ຈອດລົດ ເພື່ອວ່ານາງຈະໄດ້ທັກທາຍອ້າຍຂອງນາງ. ໜຶ່ງນາທີ, ຫລັງຈາກນ້ຳຕາ ແລະ ຖ້ອຍຄຳທີ່ອ່ອນຫວານ, ອ້າຍຂອງນາງ ກໍກັບໄປເຮັດໜ້າທີ່ສອນສາດສະໜາຂອງລາວຕໍ່. ຕໍ່ມາພວກເຮົາໄດ້ຍິນວ່າ ອ້າຍຂອງນາງໄດ້ຍ່າງຢູ່ຖະໜົນເສັ້ນນັ້ນ ພຽງແຕ່ສອງສາມນາທີເທົ່ານັ້ນກ່ອນເຂົາເຈົ້າມາເຖິງ, ຈາກບ່ອນນັດໝາຍໄປຫາລົດ.
ພຣະບິດາເທິງສະຫວັນ ສາມາດຍ້າຍເຮົາໄປໄວ້ບ່ອນທີ່ພຣະອົງປະສົງ. ພຣະອົງໄດ້ເຮັດແນວນັ້ນ ໃນຊີວິດຂອງຂ້າພະເຈົ້າ, ແລະ ພຣະອົງກໍໄດ້ເຮັດແນວນັ້ນຄືກັນ ໃນຊີວິດຂອງທ່ານ, ດັ່ງທີ່ພຣະອົງໄດ້ເຮັດ ໃນຊີວິດຂອງພວກຫລານທີ່ຮັກຂອງພວກເຮົາ.
ເຮົາແຕ່ລະຄົນປະເສີດເລີດລ້ຳ ແລະ ເປັນທີ່ຮັກຫອມຂອງພຣະຜູ້ເປັນເຈົ້າ, ຜູ້ເປັນຫ່ວງເປັນໃຍ, ຜູ້ກະຊິບ, ແລະ ຜູ້ດູແລເຮົາ ໃນທາງທີ່ພິເສດ ຕໍ່ເຮົາແຕ່ລະຄົນ. ພຣະອົງສະຫລຽວສະຫລາດທີ່ສຸດ ແລະ ມີລິດອຳນາດ ຫລາຍກວ່າມະນຸດຊາຍ ແລະ ຍິງ. ພຣະອົງຮູ້ຈັກເຖິງການທ້າທ້າຍ, ເຖິງຄວາມສຳເລັດຜົນ, ແລະ ເຖິງຄວາມປາດຖະໜາທີ່ຊອບທຳຢູ່ໃນໃຈຂອງເຮົາ.
ໜຶ່ງປີຜ່ານມານີ້, ຕອນຂ້າພະເຈົ້າໄດ້ຍ່າງຜ່ານເຂດບໍລິເວນພຣະວິຫານ, ຊິດສະເຕີຜູ້ສອນສາດສະໜາຄົນໜຶ່ງໄດ້ຍ່າງມາຫາຂ້າພະເຈົ້າ ແລະ ຖາມວ່າ, “ທ່ານຈື່ຂ້ານ້ອຍໄດ້ບໍ? ຂ້ານ້ອຍມາຈາກລັດ ຟໍລິດາ.” ນາງໄດ້ບອກຂ້າພະເຈົ້າວ່າ ນາງຊື່ ໄອດາ ຈີລານ. ແມ່ນແລ້ວ, ຂ້າພະເຈົ້າຈື່ຕອນໄດ້ໄປພົບກັບນາງ ແລະ ຄອບຄົວຂອງນາງ. ປະທານສະເຕກຂອງນາງ ໄດ້ແນະນຳໃຫ້ພວກເຮົາໄປຢ້ຽມຢາມຄອບຄົວຂອງນາງ. ເຫັນໄດ້ວ່າ ພວກເຮົາໄປ ເພື່ອລູກສາວຂອງເຂົາເຈົ້າ ຊື່ ໄອດາ, ຜູ້ຍັງບໍ່ໄດ້ຮັບບັບຕິສະມາເທື່ອ. ຫລັງຈາກການຢ້ຽມຢາມ ແລະ ຫລາຍກວ່າໜຶ່ງປີ ຂອງການສິດສອນ ແລະ ການຜູກມິດ, ນາງໄອດາ ໄດ້ຮັບບັບຕິສະມາ.
ຫລັງຈາກພວກເຮົາໄດ້ເວົ້າລົມກັນຢູ່ທີ່ບໍລິເວນພຣະວິຫານ, ນາງໄດ້ຂຽນຈົດໝາຍຫາຂ້າພະເຈົ້າ. ນາງເວົ້າວ່າ: “ຂ້ານ້ອຍຮູ້ດ້ວຍສຸດໃຈວ່າ ພຣະບິດາເທິງສະຫວັນຮູ້ຈັກເຮົາແຕ່ລະຄົນ ແລະ ພຣະອົງສືບຕໍ່ວາງເຮົາໄວ້ໃນເສັ້ນທາງຂອງຄົນອື່ນ ໂດຍເຈດຕະນາ. ຂ້ານ້ອຍຂອບໃຈທ່ານຫລາຍໆ ທີ່ເປັນຜູ້ສອນສາດສະໜາຄົນໜຶ່ງຂອງຂ້ານ້ອຍ, ທີ່ເອື້ອມອອກມາຫາຂ້ານ້ອຍ ແລະ ຊອກຫາຂ້ານ້ອຍ ເມື່ອຫ້າປີກ່ອນ.”14 ນາງ ໄອດາ ຍັງໄດ້ສົ່ງເລື່ອງລາວກ່ຽວກັບການປ່ຽນໃຈເຫລື້ອມໃສຂອງນາງມາໃຫ້ຂ້າພະເຈົ້ານຳອີກ ທີ່ເອີ້ນວ່າ “ເຫດການບັງເອີນແຫ່ງສະຫວັນ” ຊຶ່ງໄດ້ເກີດຂຶ້ນໃນຊີວິດຂອງນາງ ທີ່ໄດ້ພານາງໄປສູ່ການຮັບບັບຕິສະມາ ແລະ ຮັບການຢືນຢັນ, ຮັບໃຊ້ເຜີຍແຜ່ຢູ່ບໍລິເວນພຣະວິຫານ, ແລະ ການແຕ່ງງານໃນພຣະວິຫານຂອງນາງ ເມື່ອບໍ່ດົນມານີ້.15
ມັນເປັນເຫດການບັງເອີນບໍ ທີ່ປະທານສະເຕກໄດ້ແນະນຳພວກເຮົາໃຫ້ໄປຢ້ຽມຢາມຄອບຄົວ ຈີລານ ເພື່ອວ່ານາງ ແລະ ແລ້ວຕໍ່ມາຂ້າພະເຈົ້າ ຈະໄດ້ພົບກັນອີກ ຢູ່ທີ່ບໍລິເວນພຣະວິຫານ? ປະຈັກພະຍານຂອງນາງຈີລານ ເປັນພະຍານວ່າ ນີ້ແມ່ນພາກສ່ວນໜຶ່ງຂອງ “ແບບແຜນແຫ່ງສະຫວັນ” ຂອງພຣະເຈົ້າ.
ພຣະຜູ້ເປັນເຈົ້າມັກສະຖິດຢູ່ນຳເຮົາ. ມັນບໍ່ແມ່ນເຫດການບັງເອີນທີ່ ເມື່ອທ່ານຮູ້ສຶກເຖິງພຣະວິນຍານຂອງພຣະອົງ ແລະ ເຮັດຕາມການກະຕຸ້ນເທື່ອທຳອິດ ທີ່ທ່ານຮູ້ສຶກເຖິງພຣະອົງ ດັ່ງທີ່ພຣະອົງໄດ້ສັນຍາວ່າ, ພຣະອົງຈະນຳໜ້າເຮົາ. ພຣະອົງຈະຢູ່ທາງຂວາມືເຮົາ ແລະ ທາງຊ້າຍມືເຮົາ, ແລະ ວິນຍານຂອງພຣະອົງຈະຢູ່ໃນໃຈຂອງເຮົາ, ແລະ ທູດຂອງພຣະອົງຈະອ້ອມຮອບເຮົາໄວ້, ເພື່ອຄ້ຳຊູເຮົາ.16
ມີບາງສິ່ງທີ່ຄ້າຍຄືກັນເກີດຂຶ້ນໃນຊີວິດຂອງເຮົາແຕ່ລະຄົນ. ເຮົາອາດພົບເຫັນບາງຄົນ ທີ່ເຄີຍຮູ້ຈັກ, ກັບມາລຶ້ງເຄີຍກັນໃໝ່, ຫລື ຖືກນິໄສກັບຄົນແປກໜ້າ. ເມື່ອສິ່ງເຫລົ່ານີ້ເກີດຂຶ້ນ, ບາງທີພຣະຜູ້ເປັນເຈົ້າ ໄດ້ເຕືອນເຮົາວ່າ ເຮົາທຸກຄົນເປັນ ອ້າຍເອື້ອຍນ້ອງກັນແທ້ໆ. ເຮົາທຸກຄົນມີສ່ວນຮ່ວມໃນອຸດົມການອັນດຽວກັນ—ໃນສິ່ງທີ່ໂຈເຊັບ ສະມິດ ເອີ້ນວ່າ “ອຸດົມການຂອງພຣະຄຣິດ.”17
ບັດນີ້, ອຳເພີໃຈຂອງເຮົາວາງຢູ່ບ່ອນໃດ ໃນ “ແບບແຜນແຫ່ງສະຫວັນ”? ເຮົາສາມາດເລືອກທີ່ຈະຕິດຕາມ ຫລື ບໍ່ຕິດຕາມພຣະຜູ້ຊ່ວຍໃຫ້ລອດ ແລະ ຜູ້ນຳທີ່ພຣະອົງໄດ້ເລືອກໄວ້. ແບບແຜນແມ່ນແຈ່ມແຈ້ງ ຢູ່ໃນພຣະຄຳພີມໍມອນ ເມື່ອຊາວນີໄຟໄດ້ຫັນໜີຈາກພຣະຜູ້ເປັນເຈົ້າ. ມໍມອນໄດ້ຄ່ຳຄວນວ່າ:
“ແລະ ພວກເຂົາເຫັນວ່າ … ພຣະວິນຍານຂອງພຣະຜູ້ເປັນເຈົ້າບໍ່ປົກປ້ອງພວກເຂົາຕໍ່ໄປອີກແລ້ວ; ແທ້ຈິງແລ້ວ, ພຣະອົງໄດ້ຖອນໄປຈາກພວກເຂົາ ເພາະພຣະວິນຍານຂອງພຣະຜູ້ເປັນເຈົ້າຈະບໍ່ປະທັບຢູ່ໃນວິຫານທີ່ບໍ່ບໍລິສຸດ—
“ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງຢຸດປົກປ້ອງພວກເຂົາດ້ວຍອຳນາດອັນມະຫັດສະຈັນທີ່ຫາອັນປຽບບໍ່ໄດ້ຂອງພຣະອົງ, ເພາະວ່າພວກເຂົາໄດ້ຕົກໄປຢູ່ໃນສະພາບຂອງຄວາມບໍ່ເຊື່ອຖື ແລະ ຄວາມຊົ່ວຮ້າຍອັນເປັນຕາຢ້ານນັ້ນ.”18
ບໍ່ແມ່ນໃນທຸກສິ່ງ ທີ່ພຣະອົງຂໍຮ້ອງໃຫ້ເຮົາເຮັດ ເພື່ອເບິ່ງວ່າເຮົາເຂັ້ມແຂງຫລາຍພຽງໃດ, ເບິ່ງວ່າເຮົາຊື່ສັດຫລາຍພຽງໃດ, ຫລື ເຮົາອາດຮູ້ຫລາຍພຽງໃດ. ດັ່ງໂຊນ, ຜູ້ທີ່ພຣະຜູ້ເປັນເຈົ້າໄດ້ຢຸດ ຢູ່ໃນເສັ້ນທາງໄປຫາ ດາມັສກັດ. ເພິ່ນໄດ້ເດີນໄປໃນເສັ້ນທາງທີ່ບໍ່ຖືກຕ້ອງ ໃນຊີວິດຂອງເພິ່ນ, ແລະ ມັນບໍ່ກ່ຽວກັບເໜືອ ຫລື ໃຕ້. ໂຊນໄດ້ຖືກສະຫວັນຊີ້ທາງຄືນອີກ. ເມື່ອຕໍ່ມາ ຜູ້ຄົນຮູ້ຈັກເພິ່ນວ່າ ໂປໂລ, ການປະຕິບັດໃນຖານະເປັນອັກຄະສາວົກຂອງເພິ່ນ ສະທ້ອນໃຫ້ເຫັນວ່າ ພຣະຜູ້ເປັນເຈົ້າຮູ້ຈັກເພິ່ນກ່ອນແລ້ວ ວ່າເພິ່ນສາມາດເຮັດສິ່ງໃດ ແລະ ກາຍເປັນຄົນແບບໃດ, ບໍ່ແມ່ນສິ່ງທີ່ເພິ່ນຕັ້ງໃຈອອກໄປເຮັດຕອນຍັງເປັນ ໂຊນ. ໃນວິທີດຽວກັນນີ້, ພຣະຜູ້ເປັນເຈົ້າຮູ້ຈັກວ່າເຮົາແຕ່ລະຄົນສາມາດເຮັດສິ່ງໃດ ແລະ ກາຍເປັນຄົນແບບໃດ. ອັກຄະສາວົກໂປໂລໄດ້ສອນຫຍັງແດ່? “ແລະ ພວກເຮົາຮູ້ແລ້ວວ່າ ພຣະເຈົ້າຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ, ຄືຄົນທັງປວງທີ່ພຣະອົງໄດ້ເອີ້ນໄວ້ຕາມພຣະປະສົງຂອງພຣະອົງ.”19
ເມື່ອເຮົາຊອບທຳ, ເຕັມໃຈ, ແລະ ສາມາດ, ເມື່ອເຮົາພະຍາຍາມກາຍເປັນຄົນມີຄ່າຄວນ ແລະ ເໝາະສົມ, ແລ້ວເຮົາຈະໄປສູ່ບ່ອນທີ່ເຮົາບໍ່ຄາດຄິດ ແລະ ກາຍເປັນພາກສ່ວນໜຶ່ງໃນ “ແບບແຜນແຫ່ງສະຫວັນ” ຂອງພຣະບິດາເທິງສະຫວັນ. ເຮົາແຕ່ລະຄົນມີຄວາມສູງສົ່ງຕິດຕົວ. ເມື່ອເຮົາເຫັນພຣະເຈົ້າທຳງານຜ່ານຕົວເຮົາ ແລະ ກັບເຮົາ, ຂໍໃຫ້ເຮົາຈົ່ງກ້າຫານ, ແມ່ນແຕ່ຮູ້ບຸນຄຸນສຳລັບການຊີ້ນຳນັ້ນ. ເມື່ອພຣະບິດາເທິງສະຫວັນຂອງເຮົາໄດ້ກ່າວວ່າ, ນີ້ຄືວຽກງານຂອງພຣະອົງ ແລະ ລັດສະໝີພາບຂອງພຣະອົງ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນ,”20 ພຣະອົງໄດ້ກ່າວກ່ຽວກັບລູກໆທຸກຄົນຂອງພຣະອົງ—ກ່ຽວກັບທ່ານໂດຍສະເພາະ.
ພຣະຫັດຂອງພຣະຜູ້ເປັນເຈົ້າກຳລັງຊີ້ນຳທ່ານ. ໂດຍ “ແບບແຜນແຫ່ງສະຫວັນ,” ອິດທິພົນຂອງພຣະອົງ ອາດເຫັນໄດ້ຢູ່ໃນສິ່ງເລັກນ້ອຍໃນຊີວິດຂອງທ່ານ ເຊັ່ນດຽວກັບໃນຄວາມສຳເລັດຜົນອັນຍິ່ງໃຫຍ່ຂອງທ່ານ. ດັ່ງທີ່ສຸພາສິດ ກ່າວວ່າ “ຈົ່ງໄວ້ວາງໃຈໃນພຣະຜູ້ເປັນເຈົ້າດ້ວຍສຸດໃຈຂອງເຈົ້າ; … ແລະ ພຣະອົງຈະໃຫ້ເຈົ້າເຫັນຫົນທາງອັນຖືກຕ້ອງ.”21 ຂ້າພະເຈົ້າເປັນພະຍານວ່າ ພຣະອົງຈະອວຍພອນທ່ານ, ສະໜັບສະໜູນທ່ານ, ແລະ ນຳສັນຕິສຸກມາສູ່ທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.