ພຣະຄຳພີມໍມອນ: ຊີວິດຂອງທ່ານຈະເປັນແນວໃດຖ້າປາດສະຈາກມັນ?
ໃນວິທີທາງທີ່ມະຫັດສະຈັນ ແລະ ແປກປະຫລາດ, ພຣະຄຳພີມໍມອນສອນເຮົາເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ໃນປີ 1986, ຂ້າພະເຈົ້າໄດ້ຖືກເຊື້ອເຊີນໃຫ້ໄປກ່າວປາໄສພິເສດຢູ່ທີ່ມະຫາວິທະຍາໄລແຫ່ງໜຶ່ງ ໃນເມືອງອາກຣາ, ປະເທດການາ. ຢູ່ທີ່ນັ້ນ ຂ້າພະເຈົ້າໄດ້ພົບກັບຫລາຍຄົນຜູ້ມີຍົດສູງສັກ, ຮ່ວມທັງກະສັດເຜົ່າອາຟຣິກາ. ໃນຂະນະທີ່ພວກເຮົາທັກທາຍກັນ ກ່ອນການປາໄສ, ກະສັດໄດ້ກ່າວກັບຂ້າພະເຈົ້າ ຜ່ານທາງນາຍພາສາ, ຜູ້ຊຶ່ງໄດ້ແປໃຫ້ຂ້າພະເຈົ້າ. ຂ້າພະເຈົ້າໄດ້ຕອບນາຍພາສາ, ແລະ ນາຍພາສາໄດ້ແປໃຫ້ກະສັດຟັງ.
ຫລັງຈາກການປາໄສຂອງຂ້າພະເຈົ້າ, ກະສັດໄດ້ຍ່າງມາຫາຂ້າພະເຈົ້າ, ແຕ່ເທື່ອນີ້ ບໍ່ໄດ້ໃຊ້ນາຍພາສາ. ຕໍ່ຄວາມປະຫລາດໃຈຂອງຂ້າພະເຈົ້າ, ເພິ່ນເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວ—ເປັນສຳນຽງຂອງຊາວອັງກິດ, ຖ້າຈະເວົ້າແລ້ວ!
ກະສັດເບິ່ງແບບງົງງັນ. “ທ່ານເປັນໃຜ?” ເພິ່ນຖາມ.
ຂ້າພະເຈົ້າຕອບ, “ຂ້ານ້ອຍເປັນອັກຄະສາວົກທີ່ຖືກແຕ່ງຕັ້ງຄົນໜຶ່ງຂອງພຣະເຢຊູຄຣິດ.”
ກະສັດຖາມ, “ເຈົ້າສາມາດສອນຫຍັງແດ່ໃຫ້ຂ້ອຍ ກ່ຽວກັບພຣະເຢຊູຄຣິດ?”
ຂ້າພະເຈົ້າຕອບດ້ວຍຄຳຖາມວ່າ: “ຂ້ານ້ອຍຂໍຖາມແດ່ວ່າ ທ່ານຮູ້ຫຍັງແດ່ກ່ຽວກັບພຣະອົງ ຕາມການອ່ານຂອງທ່ານ?”
ຄຳຕອບຂອງກະສັດ ບົ່ງບອກວ່າ ເພິ່ນໄດ້ສຶກສາພຣະຄຣິສຕະທຳທຳພີຢ່າງຈິງຈັງ ແລະ ເປັນຄົນໜຶ່ງທີ່ຮັກພຣະຜູ້ເປັນເຈົ້າ.
ແລ້ວ ຂ້າພະເຈົ້າໄດ້ຖາມວ່າ ເພິ່ນຮູ້ຫຍັງບໍ່ກ່ຽວກັບການປະຕິບັດຂອງພຣະເຢຊູຄຣິດ ຕໍ່ຜູ້ຄົນຊາວອາເມຣິກາ ໃນສະໄໝບູຮານ.
ດັ່ງທີ່ຂ້າພະເຈົ້າຄາດຄິດ, ເພິ່ນບໍ່ຮູ້.
ຂ້າພະເຈົ້າໄດ້ອະທິບາຍວ່າ ຫລັງຈາກພຣະຜູ້ຊ່ວຍໃຫ້ລອດ ໄດ້ຖືກຄຶງ ແລະ ໄດ້ຟື້ນຄືນພຣະຊົນແລ້ວ, ພຣະອົງໄດ້ມາຫາຜູ້ຄົນຊາວອາເມຣິກາໃນສະໄໝບູຮານ, ບ່ອນທີ່ພຣະອົງໄດ້ສອນພຣະກິດຕິຄຸນຂອງພຣະອົງ. ພຣະອົງໄດ້ຈັດຕັ້ງສາດສະໜາຈັກຂອງພຣະອົງຂຶ້ນ ແລະ ໄດ້ຂໍໃຫ້ອັກຄະສາວົກຂອງພຣະອົງ ຮັກສາບັນທຶກເລື່ອງການປະຕິບັດສາດສະໜາກິດຂອງພຣະອົງ ໃນບັນດາພວກເຂົາ.
“ບັນທຶກນັ້ນ,” ຂ້າພະເຈົ້າໄດ້ເວົ້າຕໍ່ໄປ, “ເປັນໜັງສືທີ່ພວກເຮົາຮູ້ຈັກກັນວ່າ ພຣະຄຳພີມໍມອນ. ມັນເປັນປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ. ມັນເປັນພຣະຄຳພີຄຽງຄູ່ໄປກັບພຣະຄຣິສຕະທຳຄຳພີ.”
ເມື່ອເຖິງຈຸດນັ້ນ, ກະສັດເລີ່ມສົນໃຈ ຫລາຍຂຶ້ນ. ຂ້າພະເຈົ້າໄດ້ຫັນໄປຫາປະທານເຜີຍແຜ່ທີ່ໄປກັບຂ້າພະເຈົ້າ ແລະ ໄດ້ຖາມວ່າ ເພິ່ນໄດ້ເອົາພຣະຄຳພີມໍມອນມານຳຕື່ມອີກຈັກເຫລັ້ມບໍ. ເພິ່ນກໍໄດ້ດຶງເອົາເຫລັ້ມໜຶ່ງອອກມາຈາກກະເປົາຂອງເພິ່ນ.
ຂ້າພະເຈົ້າໄດ້ເປີດມັນໄປຫາ 3 ນີໄຟ ບົດທີ 11, ແລະ ກະສັດກັບຂ້າພະເຈົ້າກໍໄດ້ອ່ານນຳກັນ ເຖິງຄຳເທດສະໜາຂອງພຣະຜູ້ຊ່ວຍໃຫ້ລອດ ແກ່ຊາວນີໄຟ. ແລ້ວກໍໄດ້ມອບພຣະຄຳພີມໍມອນເຫລັ້ມນັ້ນໃຫ້ເພິ່ນ. ຄຳຕອບຂອງເພິ່ນຈະຢູ່ໃນຄວາມຄິດ ແລະ ຢູ່ໃນໃຈຂອງຂ້າພະເຈົ້າຕະຫລອດໄປ ທີ່ວ່າ: “ຖ້າເຈົ້າເອົາເພັດພອຍໃຫ້ຂ້ອຍ, ກໍບໍ່ມີຄ່າເທົ່າກັບການເພີ່ມເຕີມຄວາມຮູ້ກ່ຽວກັບ ອົງພຣະເຢຊູຄຣິດເຈົ້າ ໃຫ້ຂ້ອຍ.”
ຫລັງຈາກປະສົບການທີ່ມີພະລັງ ເຖິງພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ຢູ່ໃນ 3 ນີໄຟ ແລ້ວ, ກະສັດໄດ້ປະກາດວ່າ, “ຖ້າຫາກຂ້ອຍປ່ຽນໃຈເຫລື້ອມໃສ ແລະ ເຂົ້າຮ່ວມສາດສະໜາຈັກ, ຂ້ອຍຈະນຳທັງເຜົ່າມາເຂົ້ານຳຂ້ອຍ.”
“ໂອ້, ກະສັດເອີຍ,” ຂ້າພະເຈົ້າກ່າວ, “ມັນບໍ່ເປັນແບບນັ້ນ. ການປ່ຽນໃຈເຫລື້ອມໃສ ເປັນເລື່ອງສ່ວນຕົວ. ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດຕໍ່ຊາວນີໄຟເທື່ອລະຄົນ. ແຕ່ລະຄົນໄດ້ຮັບພະຍານ ແລະ ປະຈັກພະຍານເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ.”1
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ພຣະຄຳພີມໍມອນມີຄ່າຫລາຍ ຂະໜາດໃດ ສຳລັບທ່ານ? ຖ້າຫາກມີຄົນມາສະເໜີມອບເພັດພອຍໃຫ້ທ່ານ ຫລື ສະເໜີມອບພຣະຄຳພີໃຫ້ທ່ານ, ທ່ານຈະເລືອກເອົາອັນໃດ? ຕາມຄວາມຈິງແລ້ວ, ສິ່ງໃດ ມີຄ່າຫລາຍກວ່າ ສຳລັບທ່ານ?
ຈື່ໄດ້ຢູ່ບໍ ໃນວັນເສົາພາກເຊົ້າ ຂອງກອງປະຊຸມໃຫຍ່ສາມັນ ເດືອນເມສາ ປີ 2017, ປະທານທອມມັສ ແອັສ ມອນສັນ ໄດ້ຂໍຮ້ອງ “ເຮົາແຕ່ລະຄົນໃຫ້ສຶກສາ ແລະ ໄຕ່ຕອງພຣະຄຳພີມໍມອນດ້ວຍການອະທິຖານ ທຸກວັນ.”2 ຫລາຍຄົນກໍໄດ້ເຮັດຕາມທີ່ສາດສະດາໄດ້ຂໍຮ້ອງ.
ຂ້າພະເຈົ້າຂໍກ່າວວ່າ ທັງຂ້າພະເຈົ້າ ແລະ ທ້າວຣາຍລີ ອາຍຸ ແປດປີ ບໍ່ຮູ້ວ່າມີໃຜຖ່າຍຮູບພວກເຮົາ. ໃຫ້ສັງເກດເບິ່ງວ່າ ທ້າວຣາຍລີ ກຳລັງອ່ານພຣະຄຳພີມໍມອນຂອງລາວ ໂດຍເອົາສິ່ງຂັ້ນໜ້າເຈ້ຍ ທີ່ມີຖ້ອຍຄຳຂຽນວ່າ “ເຮົາເປັນລູກຂອງພຣະເຈົ້າ” ຊ່ວຍອ່ານ.
ບາງສິ່ງທີ່ມີພະລັງຈະເກີດຂຶ້ນ ເມື່ອລູກຂອງພຣະເຈົ້າ ສະແຫວງຫາທີ່ຈະຮູ້ຈັກກ່ຽວກັບພຣະອົງແລະ ພຣະບຸດທີ່ຮັກຂອງພຣະອົງຫລາຍກວ່າເກົ່າ. ບໍ່ມີຢູ່ໃນບ່ອນໃດອີກ ທີ່ຄວາມຈິງເຫລົ່ານັ້ນໄດ້ຖືກສອນຢ່າງແຈ່ມແຈ້ງ ແລະ ມີພະລັງຫລາຍໄປກວ່າ ທີ່ຢູ່ໃນພຣະຄຳພີມໍມອນ.
ນັບຕັ້ງແຕ່ປະທານມອນສັນໄດ້ທ້າທາຍ ຫົກເດືອນຜ່ານມານີ້, ຂ້າພະເຈົ້າກໍໄດ້ພະຍາຍາມເຮັດຕາມຄຳແນະນຳຂອງເພິ່ນ. ໃນບັນດາຫລາຍໆສິ່ງ, ຂ້າພະເຈົ້າໄດ້ຂຽນສິ່ງທີ່ພຣະຄຳພີມໍມອນ ເປັນ, ສິ່ງທີ່ມັນ ຢືນຢັນ ສິ່ງທີ່ມັນ ພິສູດ, ສິ່ງທີ່ມັນ ບັນລຸ, ສິ່ງທີ່ມັນ ເຮັດໃຫ້ແຈ່ມແຈ້ງ, ແລະ ສິ່ງທີ່ມັນ ເປີດເຜີຍ. ເມື່ອເຮົາເບິ່ງພຣະຄຳພີມໍມອນດ້ວຍການມອງແບບນີ້ ຈຶ່ງເປັນການເຝິກຝົນທີ່ໃຫ້ຄວາມຮູ້ ແລະ ໃຫ້ການດົນໃຈຫລາຍ! ຂ້າພະເຈົ້າຂໍແນະນຳມັນຕໍ່ທ່ານແຕ່ລະຄົນ.
ລະຫວ່າງຫົກເດືອນຜ່ານມານີ້, ຂ້າພະເຈົ້າກໍໄດ້ເຊື້ອເຊີນກຸ່ມຕ່າງໆ—ຮ່ວມທັງບັນດາອ້າຍນ້ອງໃນກຸ່ມອັກຄະສາວົກສິບສອງ, ກຸ່ມຜູ້ສອນສາດສະໜາໃນປະເທດ ຈີເລ, ແລະ ກຸ່ມປະທານເຜີຍແຜ່ ແລະ ພັນລະຍາຂອງພວກເພິ່ນ ໃນປະເທດ ອາກຊັງຕິນ—ໃຫ້ພິຈາລະນາ ຄຳຖາມສາມຂໍ້ ທີ່ຂ້າພະເຈົ້າໄດ້ຂໍໃຫ້ທ່ານຄິດກ່ຽວກັບ ໃນມື້ນີ້:
ທຳອິດ, ຊີວິດຂອງທ່ານຈະເປັນແນວໃດຖ້າ ປາດສະຈາກ ພຣະຄຳພີມໍມອນ? ສອງ, ທ່ານຄົງ ບໍ່ຮູ້ ຫຍັງແດ່? ແລະ ສາມ, ທ່ານຄົງ ບໍ່ມີ ຫຍັງແດ່?
ຄຳຕອບໄດ້ມາຈາກກຸ່ມເຫລົ່ານີ້ ຢ່າງກະຕືລືລົ້ນ ຈາກໃຈຂອງເຂົາເຈົ້າ. ຕໍ່ໄປນີ້ແມ່ນຄຳຕອບສອງສາມຄຳຂອງເຂົາເຈົ້າ:
“ຖ້າປາດສະຈາກພຣະຄຳພີມໍມອນ, ຂ້ານ້ອຍຄົງສັບສົນກ່ຽວກັບຄຳສອນ ແລະ ຄວາມຄິດຄວາມເຫັນກ່ຽວກັບ ຫລາຍໆ ສິ່ງ. ຂ້ານ້ອຍຄົງເປັນແບບເມື່ອກ່ອນ ຕອນຍັງບໍ່ໄດ້ພົບເຫັນສາດສະໜາຈັກ, ຕອນຂ້ານ້ອຍກຳລັງຊອກຫາຄວາມຮູ້, ສັດທາ, ແລະ ຄວາມຫວັງ.”
ອີກຄົນໜຶ່ງເວົ້າວ່າ: “ຂ້ານ້ອຍຄົງບໍ່ຮູ້ຈັກເຖິງບົດບາດຂອງພຣະວິນຍານບໍລິສຸດ ທີ່ສາມາດມີອິດທິພົນຕໍ່ຊີວິດຂອງຂ້ານ້ອຍໄດ້.”
ຄົນໜຶ່ງອີກ: “ຂ້ານ້ອຍຄົງບໍ່ເຂົ້າໃຈຢ່າງແຈ່ມແຈ້ງ ກ່ຽວກັບຈຸດປະສົງຂອງຂ້ານ້ອຍຢູ່ໃນໂລກນີ້!”
ອີກຄົນໜຶ່ງໄດ້ຕອບວ່າ: “ຂ້ານ້ອຍຄົງບໍ່ຮູ້ວ່າ ຊີວິດມີຢູ່ຕໍ່ໄປຫລັງຈາກຊີວິດນີ້. ເພາະພຣະຄຳພີມໍມອນ, ຂ້ານ້ອຍຈຶ່ງຮູ້ເຖິງຄວາມເປັນຈິງກ່ຽວກັບຊີວິດຫລັງຈາກຄວາມຕາຍ. ນີ້ຄືເປົ້າໝາຍສູງສຸດທີ່ເຮົາຢາກໄປເຖິງ.”
ຄຳຕອບອັນສຸດທ້າຍ ໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງຊີວິດຂອງຂ້າພະເຈົ້າ ເມື່ອຫລາຍສິບປີກ່ອນ ຕອນເປັນໝໍຜ່າຕັດໜຸ່ມ. ໜ້າທີ່ຮັບຜິດຊອບທີ່ຈິງຈັງຂອງໝໍຜ່າຕັດແມ່ນ, ບາງເທື່ອ, ຕ້ອງໄດ້ບອກໃຫ້ຄອບຄົວຂອງຜູ້ປ່ວຍຮູ້ວ່າ ຄົນທີ່ເຂົາເຈົ້າຮັກ ໄດ້ຈາກໄປແລ້ວ. ຢູ່ໂຮງໝໍແຫ່ງໜຶ່ງ ບ່ອນຂ້າພະເຈົ້າໄດ້ທຳງານ, ຫ້ອງໜຶ່ງໄດ້ຖືກສ້າງດ້ວຍຝາປິດສຽງທີ່ມີນວມ ບ່ອນທີ່ຄອບຄົວຮັບເອົາຂ່າວແບບນັ້ນ. ຢູ່ໃນຫ້ອງນັ້ນ, ບາງຄົນໄດ້ສະແດງຄວາມໂສກເສົ້າຂອງຕົນອອກມາ ໂດຍການເອົາຫົວທຸບໃສ່ຝາ. ຂ້າພະເຈົ້າກໍຢາກສອນຜູ້ຄົນເຫລົ່ານັ້ນຫລາຍທີ່ສຸດ ກ່ຽວກັບຄວາມຕາຍ, ເຖິງແມ່ນມັນເປັນສິ່ງຍາກຫລາຍສຳລັບຜູ້ທີ່ຍັງມີຊີວິດຢູ່, ແຕ່ມັນກໍເປັນພາກສ່ວນທີ່ຈຳເປັນສຳລັບການເປັນຢູ່ໃນຊ່ວງມະຕະຂອງເຮົາ. ຄວາມຕາຍອະນຸຍາດເຮົາໃຫ້ໄປສູ່ໂລກຕໍ່ໄປ.3
ອີກຄົນໜຶ່ງໄດ້ຕອບຄຳຖາມຂອງຂ້າພະເຈົ້າວ່າ: “ຂ້ານ້ອຍບໍ່ເຄີຍມີຊີວິດດີ ຈົນກວ່າໄດ້ອ່ານພຣະຄຳພີມໍມອນ. ເຖິງແມ່ນວ່າ ຂ້ານ້ອຍໄດ້ອະທິຖານ ແລະ ໄດ້ໄປໂບດຕະຫລອດຊີວິດຂອງຂ້ານ້ອຍ, ແຕ່ພຣະຄຳພີມໍມອນ ໄດ້ຊ່ວຍຂ້ານ້ອຍ ໃຫ້ສື່ສານແທ້ໆກັບພຣະບິດາເທິງສະຫວັນ ເປັນເທື່ອທຳອິດ.”
ອີກຄົນໜຶ່ງເວົ້າວ່າ: “ຖ້າປາດສະຈາກພຣະຄຳພີມໍມອນ, ຂ້ານ້ອຍຄົງບໍ່ເຂົ້າໃຈວ່າ ບໍ່ພຽງແຕ່ພຣະຜູ້ຊ່ວຍໃຫ້ລອດ ໄດ້ທົນທຸກທໍລະມານເພື່ອບາບຂອງຂ້ານ້ອຍ, ແຕ່ພຣະອົງຍັງສາມາດປິ່ນປົວຄວາມເຈັບປວດ ແລະ ຄວາມໂສກເສົ້າຂອງຂ້ານ້ອຍນຳອີກ.”4
ແລະ ກໍມີຄົນໜຶ່ງອີກເວົ້າວ່າ: “ຂ້ານ້ອຍຄົງບໍ່ຮູ້ວ່າ ເຮົາມີສາດສະດາທີ່ນຳພາເຮົາ.”
ການຮັບເອົາຄວາມຈິງຈາກພຣະຄຳພີມໍມອນເປັນປະຈຳ ສາມາດເປັນປະສົບການປ່ຽນແປງຊີວິດໄດ້. ຫລານສາວຄົນໜຶ່ງຂອງພວກເຮົາທີ່ເປັນຜູ້ສອນສາດສະໜາ, ຊິດສະເຕີ ອໍລີເວຍ ແນວສັນ, ໄດ້ສັນຍາກັບຜູ້ສົນໃຈຄົນໜຶ່ງວ່າ ຖ້າຫາກລາວຈະອ່ານພຣະຄຳພີມໍມອນທຸກວັນ, ແລ້ວຄະແນນສອບເສັງຂອງລາວຢູ່ມະຫາວິທະຍາໄລ ຈະດີຂຶ້ນ. ລາວກໍໄດ້ເຮັດ, ແລະ ຄະແນນກໍດີຂຶ້ນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພຣະຄຳພີມໍມອນເປັນພຣະຄຳຂອງພຣະເຈົ້າແທ້ໆ. ມັນບັນຈຸຄຳຕອບ ຕໍ່ຄຳຖາມທີ່ຈຳເປັນເກືອບທັງໝົດຂອງຊີວິດໄດ້. ມັນສອນກ່ຽວກັບຄຳສອນຂອງພຣະຄຣິດ.5 ຄວາມຈິງທີ່ “ລຽບງ່າຍ ແລະ ມີຄ່າ”6 ຊຶ່ງໄດ້ສູນຫາຍໄປ ໃນຫລາຍສັດຕະວັດ ແລະ ໃນການແປພຣະຄຣິສຕະທຳຄຳພີ ຫລາຍເທື່ອ ໄດ້ຖືກຂະຫຍາຍ ແລະ ເຮັດໃຫ້ແຈ່ມແຈ້ງຂຶ້ນ.
ພຣະຄຳພີມໍມອນໄດ້ໃຫ້ຄວາມເຂົ້າໃຈທີ່ສົມບູນ ແລະ ເຊື່ອຖືໄດ້ທີ່ສຸດ ເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ຫລາຍກວ່າໃນໜັງສືເຫລັ້ມອື່ນໆ. ມັນສອນເຖິງຄວາມໝາຍຂອງການເກີດໃໝ່ຢ່າງແຈ່ມແຈ້ງ. ຈາກພຣະຄຳພີມໍມອນ ເຮົາໄດ້ຮຽນຮູ້ກ່ຽວກັບການເຕົ້າໂຮມຊາວອິດສະຣາເອນທີ່ໄດ້ກະຈັດກະຈາຍໄປ. ເຮົາຮູ້ວ່າເປັນຫຍັງເຮົາຈຶ່ງມາຢູ່ໃນໂລກນີ້. ຄວາມຈິງເຫລົ່ານີ້ ແລະ ຄວາມຈິງອື່ນໆ ແມ່ນມີພະລັງ ແລະ ຈູງໃຈຫລາຍ ຊຶ່ງສອນຢູ່ໃນພຣະຄຳພີມໍມອນ ຫລາຍກວ່າຈາກໜັງສືເຫລັ້ມອື່ນໆ. ພະລັງອັນບໍລິບູນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ຖືກບັນຈຸໄວ້ຢູ່ໃນພຣະຄຳພີມໍມອນ. ໝົດເທົ່ານັ້ນ.
ພຣະຄຳພີມໍມອນ ອະທິບາຍຄຳສອນຂອງພຣະອາຈານ ທັງສະແດງໃຫ້ເຫັນຍຸດທະວິທີຂອງຜູ້ປໍລະປັກນຳອີກ.7 ພຣະຄຳພີມໍມອນສອນຄຳສອນທີ່ແທ້ຈິງ ເພື່ອກຳຈັດປະເພນີທາງສາດສະໜາທີ່ຜິດ—ດັ່ງເຊັ່ນ ການບັບຕິສະມາໃຫ້ເດັກແດງທາລົກ.8 ພຣະຄຳພີມໍມອນໃຫ້ຈຸດປະສົງແກ່ຊີວິດ ໂດຍການຊັກຊວນເຮົາໃຫ້ໄຕ່ຕອງເຖິງສັກກະຍະພາບຂອງຊີວິດນິລັນດອນ ແລະ “ຄວາມສຸກທີ່ບໍ່ມີວັນສິ້ນສຸດ.”9 ພຣະຄຳພີມໍມອນ ທຳລາຍຄວາມເຊື່ອຖືທີ່ຜິດ ທີ່ວ່າຄວາມສຸກມີຢູ່ໃນຄວາມຊົ່ວຮ້າຍ10 ແລະ ທີ່ວ່າຄວາມດີຂອງບຸກຄົນ ກໍພຽງພໍແລ້ວ ສຳລັບການກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ.11 ມັນລົບລ້າງຄວາມຄິດຜິດຕະຫລອດໄປ ທີ່ວ່າການເປີດເຜີຍໝົດໄປແລ້ວກັບພຣະຄຣິສຕະທຳຄຳພີ ແລະ ວ່າຟ້າສະຫວັນປິດແລ້ວ ໃນທຸກວັນນີ້.
ເມື່ອຂ້າພະເຈົ້າຄິດກ່ຽວກັບພຣະຄຳພີມໍມອນ, ຂ້າພະເຈົ້າຄິດກ່ຽວກັບຄຳວ່າ ພະລັງ. ຄວາມຈິງຂອງພຣະຄຳພີມໍມອນມີ ພະລັງ ທີ່ຈະປິ່ນປົວ, ປອບໂຍນ, ຟື້ນຟູ, ຊ່ວຍເຫລືອ, ເພີ່ມຄວາມເຂັ້ມແຂງ, ເຮັດໃຫ້ສະບາຍໃຈຂຶ້ນ, ແລະ ເປັນກຳລັງໃຈໃຫ້ຈິດວິນຍານຂອງເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສຶກສາພຣະຄຳພີມໍມອນດ້ວຍການອະທິຖານ ທຸກວັນ, ທ່ານຈະສາມາດຕັດສິນໃຈໄດ້ດີກວ່າເກົ່າ—ໃນທຸກວັນ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານໄຕ່ຕອງສິ່ງທີ່ທ່ານສຶກສາ, ປະຕູສະຫວັນຈະເປີດອອກ, ແລະ ທ່ານຈະໄດ້ຮັບຄຳຕອບໃຫ້ແກ່ຄຳຖາມຂອງທ່ານ ແລະ ໄດ້ຮັບການຊີ້ນຳສຳລັບຊີວິດຂອງທ່ານເອງ. ຂ້າພະເຈົ້າສັນຍາວ່າ ເມື່ອທ່ານສຶກສາພຣະຄຳພີມໍມອນທຸກວັນ, ທ່ານຈະມີພູມຕ້ານທານສິ່ງຊົ່ວຮ້າຍທຸກວັນ, ໂຣກລະບາດຂອງຮູບພາບລາມົກ ແລະ ການຕິດແສດທາງຈິດໃຈອື່ນໆ.
ເມື່ອໃດກໍຕາມທີ່ຂ້າພະເຈົ້າໄດ້ຍິນບາງຄົນ, ຮ່ວມທັງຕົວຂ້າພະເຈົ້າເອງເວົ້າວ່າ, “ຂ້ານ້ອຍຮູ້ວ່າພຣະຄຳພີມໍມອນເປັນຄວາມຈິງ,” ຂ້າພະເຈົ້າຢາກຮ້ອງອອກມາວ່າ, “ດີແລ້ວ, ແຕ່ຍັງບໍ່ພຽງພໍ!” ເຮົາຕ້ອງຮູ້ສຶກ, ຢ່າງເລິກຊຶ້ງ “ໃນສ່ວນເລິກທີ່ສຸດ” ຂອງໃຈເຮົາ,12 ວ່າພຣະຄຳພີມໍມອນ ເປັນ ພຣະຄຳຂອງພຣະເຈົ້າ ທີ່ຫາອັນປຽບບໍ່ໄດ້. ເຮົາຕ້ອງຮູ້ສຶກມັນຢ່າງເລິກຊຶ້ງວ່າ ເຮົາຈະບໍ່ຢາກມີຊີວິດ ແມ່ນແຕ່ມື້ດຽວ ປາດສະຈາກມັນ. ຂ້າພະເຈົ້າຂໍຖອດຄວາມ ຂອງປະທານບຣິກຳ ຢັງ ທີ່ກ່າວວ່າ, “ຂ້າພະເຈົ້າຢາກມີສຽງຂອງຟ້າຮ້ອງເຈັດສາຍ ເພື່ອເຮັດໃຫ້ຜູ້ຄົນຕື່ນຂຶ້ນມາ”13 ຫາຄວາມຈິງ ແລະ ພະລັງຂອງພຣະຄຳພີມໍມອນ.
ເຮົາຕ້ອງເປັນຄືກັນກັບຜູ້ສອນສາດສະໜາໜຸ່ມຄົນໜຶ່ງ ທີ່ຮັບໃຊ້ຢູ່ເອີຣົບ ຜູ້ຮູ້ສຶກຢ່າງເລິກຊຶ້ງກ່ຽວກັບຄວາມຈິງຂອງພຣະຄຳພີມໍມອນ ຈົນວ່າລາວໄດ້ແລ່ນໄປກັບພຣະຄຳພີມໍມອນ ເອົາໄປໃຫ້ຊາຍຄົນໜຶ່ງຢູ່ສວນສາທາລະນະ ທີ່ລາວກັບຄູ່ສອນຂອງລາວ ຫາກໍພົບເຈິ.
ຂ້າພະເຈົ້າເປັນພະຍານວ່າ ໂຈເຊັບ ສະມິດ ໄດ້ເປັນ ແລະ ເປັນ ສາດສະດາໃນຍຸກສຸດທ້າຍນີ້. ແມ່ນເພິ່ນ ຜູ້ຊຶ່ງຜ່ານທາງຂອງປະທານ ແລະ ອຳນາດຂອງພຣະເຈົ້າ, ໄດ້ແປໜັງສືທີ່ສັກສິດນີ້. ນີ້ ຄື ໜັງສື ທີ່ຈະຊ່ວຍຕຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນພຣະບຸດຂອງພຣະບິດາທີ່ຊົງພຣະຊົນຢູ່ແທ້ໆ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ, ພຣະຜູ້ໄຖ່, ແລະ ເປັນຕົວຢ່າງທີ່ຍິ່ງໃຫຍ່ຂອງເຮົາ, ແລະ ເປັນຜູ້ກ່າວແທນເຮົາກັບພຣະບິດາ. ພຣະອົງເປັນພຣະເມຊີອາທີ່ໄດ້ຖືກສັນຍາໄວ້, ເປັນພຣະເມຊີອາໃນຄວາມເປັນມະຕະ, ແລະ ຈະເປັນພຣະເມຊີອາໃນຊ່ວງພັນປີ. ຂ້າພະເຈົ້າເປັນພະຍານດ້ວຍສຸດຈິດວິນຍານຂອງຂ້າພະເຈົ້າວ່າ ໃນວິທີທາງທີ່ມະຫັດສະຈັນ ແລະ ແປກປະຫລາດ, ພຣະຄຳພີມໍມອນສອນເຮົາເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ຂ້າພະເຈົ້າຮູ້ວ່າ ປະທານທອມມັສ ແອັສ ມອນສັນ ເປັນສາດສະດາຂອງພຣະເຈົ້າ ຢູ່ໃນໂລກທຸກວັນນີ້. ຂ້າພະເຈົ້າຮັກເພິ່ນ ແລະ ສະໜັບສະໜູນເພິ່ນ ດ້ວຍສຸດໃຈ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.
ສິ່ງທີ່ປະທານແນວສັນໄດ້ຂຽນໄວ້ກ່ຽວກັບພຣະຄຳພີມໍມອນ
ພຣະຄຳພີມໍມອນ ເປັນ:
-
ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ຜູ້ຂຽນຄົນສຳຄັນຂອງມັນແມ່ນ—ນີໄຟ, ຢາໂຄບ, ມໍມອນ, ໂມໂຣໄນ—ແລະ ຜູ້ແປຂອງມັນແມ່ນ, ໂຈເຊັບ ສະມິດ, ທຸກຄົນ ເປັນພະຍານເຖິງພຣະຜູ້ເປັນເຈົ້າ.
-
ບັນທຶກເຖິງການປະຕິບັດສາດສະໜາກິດຂອງພຣະອົງຕໍ່ຜູ້ຄົນຊາວອາເມຣິກາໃນສະໄໝບູຮານ.
-
ເປັນຄວາມຈິງ, ດັ່ງທີ່ພຣະຜູ້ເປັນເຈົ້າເອງໄດ້ເປັນພະຍານ.
ພຣະຄຳພີມໍມອນ ຢືນຢັນ:
-
ເຖິງບຸກຄົນທີ່ເປັນພະຍານເຖິງພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ.
-
ເຖິງຄວາມຈຳເປັນຂອງການຕົກຂອງອາດາມ ແລະ ປັນຍາຂອງເອວາ, ເພື່ອວ່າມະນຸດຈະມີຄວາມສຸກ.
ພຣະຄຳພີມໍມອນ ພິສູດ ຄວາມຄິດທີ່ວ່າ:
-
ການເປີດເຜີຍໄດ້ສິ້ນສຸດໄປແລ້ວກັບພຣະຄຣິສຕະທຳຄຳພີ.
-
ເດັກແດງທາລົກຕ້ອງຮັບບັບຕິສະມາ.
-
ຄວາມສຸກມີຢູ່ໃນຄວາມຊົ່ວຮ້າຍ.
-
ຄວາມດີຂອງບຸກຄົນກໍພຽງພໍສຳລັບຄວາມສູງສົ່ງ (ພິທີການ ແລະ ພັນທະສັນຍາ ເປັນສິ່ງຈຳເປັນ).
-
ການຕົກຂອງອາດາມ ນຳມົນທິນມາໃຫ້ມະນຸດດ້ວຍ “ບາບດັ້ງເດີມ.”
ພຣະຄຳພີມໍມອນ ເຮັດໃຫ້ຄຳທຳນາຍສຳເລັດຄົບຖ້ວນທີ່ວ່າ:
-
“ຝູງແກະອື່ນ” ຈະໄດ້ຍິນສຸລະສຽງຂອງພຣະອົງ.
-
ພຣະເຈົ້າຈະ “ເຮັດການງຶດງໍ້,” ກ່າວ “ຈາກຂີ້ຝຸ່ນດິນ.”
-
“ກິ່ງງ່າຂອງຢູດາ” ແລະ “ກິ່ງງ່າຂອງໂຢເຊັບ” ຈະກາຍເປັນອັນດຽວກັນ.
-
ຊາວອິດສະຣາເອນທີ່ໄດ້ກະຈັດກະຈາຍໄປ ຈະຖືກເຕົ້າໂຮມ “ໃນຍຸກສຸດທ້າຍ” ແລະ ວິທີທີ່ມັນຈະເກີດຂຶ້ນ.
-
ແຜ່ນດິນທີ່ເປັນມູນມໍລະດົກສຳລັບເຊື້ອສາຍຂອງໂຢເຊັບ ແມ່ນຢູ່ໃນຊີກໂລກເບື້ອງຕາເວັນຕົກ.
ພຣະຄຳພີມໍມອນໃຫ້ຄວາມເຂົ້າໃຈ ທີ່ແຈ່ມແຈ້ງ ກ່ຽວກັບ:
-
ຊີວິດກ່ອນຊ່ວງມະຕະຂອງເຮົາ.
-
ຄວາມຕາຍ. ມັນເປັນພາກສ່ວນທີ່ຈຳເປັນໃນແຜນແຫ່ງຄວາມສຸກຂອງພຣະເຈົ້າ.
-
ຊີວິດຫລັງຈາກຊ່ວງມະຕະ ເລີ່ມຕົ້ນໃນທີ່ສຸຂະເສີມ.
-
ການຟື້ນຄືນຂອງຮ່າງກາຍ, ການກັບເຂົ້າຄືນຫາວິນຍານຂອງມັນ, ກາຍເປັນຈິດວິນຍານທີ່ອະມະຕະ.
-
ການພິພາກສາຂອງເຮົາໂດຍພຣະຜູ້ເປັນເຈົ້າ ຈະເປັນໄປຕາມການກະທຳ ແລະ ຄວາມປາດຖະໜາຂອງໃຈເຮົາ.
-
ວິທີທີ່ພິທີການຖືກປະຕິບັດຢ່າງຖືກຕ້ອງ: ຍົກຕົວຢ່າງ, ບັບຕິສະມາ, ສິນລະລຶກ, ການມອບພຣະວິນຍານບໍລິສຸດ.
-
ການຊົດໃຊ້ຂອງພຣະເຢຊູຄຣິດ.
-
ການຟື້ນຄືນພຣະຊົນ.
-
ບົດບາດທີ່ສຳຄັນຂອງເຫລົ່າທູດ.
-
ລັກສະນະນິລັນດອນຂອງຖານະປະໂລຫິດ.
-
ວິທີທີ່ພະລັງຂອງພຣະຄຳ ມີອິດທິພົນຕໍ່ການປະພຶດຂອງມະນຸດຫລາຍກວ່າ ພະລັງຂອງດາບ.
ພຣະຄຳພີມໍມອນ ເປີດເຜີຍຂໍ້ມູນທີ່ບໍ່ເຄີຍຮູ້ມາກ່ອນ:
-
ການບັບຕິສະມາໄດ້ຖືກກະທຳກ່ອນພຣະເຢຊູຄຣິດ ໄດ້ມາກຳເນີດ.
-
ພຣະວິຫານໄດ້ຖືກສ້າງຂຶ້ນ ແລະ ຖືກໃຊ້ໂດຍຜູ້ຄົນຊາວອາເມຣິກາໃນສະໄໝບູຮານ.
-
ໂຢເຊັບ, ລູກຊາຍຄົນທີ 11 ຂອງອິດສະຣາເອນ, ໄດ້ເຫັນບົດບາດການເປັນສາດສະດາຂອງໂຈເຊັບ ສະມິດ.
-
ນີໄຟ (ໃນ 600–592 ປີ ກ່ອນ ຄ.ສ.) ໄດ້ເຫັນການພົບພໍ້ ແລະ ການມາຕັ້ງຖິ່ນຖານຂອງຊາວອາເມຣິກາ.
-
ພາກສ່ວນທີ່ລຽບງ່າຍ ແລະ ມີຄ່າຂອງພຣະຄຣິສຕະທຳຄຳພີ ໄດ້ສູນຫາຍໄປ.
-
ຄວາມສະຫວ່າງຂອງພຣະຄຣິດໄດ້ຖືກມອບໃຫ້ແຕ່ລະຄົນ.
-
ຄວາມສຳຄັນຂອງອຳເພີໃຈຂອງແຕ່ລະຄົນ ແລະ ຄວາມຈຳເປັນຕ້ອງມີການກົງກັນຂ້າມໃນທຸກສິ່ງ.
-
ຄຳເຕືອນກ່ຽວກັບ “ການມົ້ວສຸມລັບ.”