​2010–2019
ຄວາມ​ສາ​ມາດ​ທາງ​ວິນຍານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຄວາມ​ສາ​ມາດ​ທາງ​ວິນຍານ

ໃນ​ຖາ​ນະ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທ່ານ​ສາ​ມາດ​ໄດ້​ຮັບ​ການ​ດົນ​ໃຈ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ ທີ່​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ອັນທີ່​ເໝາະ​ສົມ​ສຳ​ລັບ​ທ່ານ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ກັບ​ຈາກ​ຄ້າຍນອນ​ປ່າ​ຂອງ​ກຸ່ມ​ຍິງ​ໜຸ່ມ​ໃນ​ລະ​ດູ​ແລ້ງ​ຜ່ານ​ມານີ້, ຍິງ​ໜຸ່ມ​ທີ່​ໜ້າຮັກ​ຄົນ​ໜຶ່ງ​ໄດ້​ຍື່ນ​ເຈ້ຍ​ນ້ອຍ​ໃຫ້​ຂ້າ​ພະ​ເຈົ້າ. ໃນ​ນັ້ນ, ນາງ​ໄດ້​ຖາມ​ວ່າ, “ຂ້າ​ນ້ອຍ​ຊິ​ຮູ້​ໄດ້​ແນວ​ໃດ ຕອນ​ທີ່​ພຣະ​ເຈົ້າ​ບອກ​ຂ້າ​ນ້ອຍ​ກ່ຽວ​ກັບ​ບາງ​ສິ່ງ?” ຂ້າ​ພະ​ເຈົ້າ ມັກ ຄຳ​ຖາມ​ຂອງ​ນາງ. ຈິດ​ວິນ​ຍານ​ຂອງ​ເຮົາ​ຢາກ​ຕິດ​ຕໍ່​ກັບ​ບ້ານ​ແຫ່ງສະ​ຫວັນ​ຂອງ​ເຮົາ. ເຮົາ​ຢາກ​ຮູ້​ສຶກ​​ສຳ​ຄັນ ແລະ ເປັນ​ປະ​ໂຫຍດ. ແຕ່​ບາງ​ເທື່ອ​ເຮົາ​ກໍບໍ່​ຮູ້​ຈັກວ່າ​ອັນ​ໃດ​ເປັນ​ຄວາມ​ຄິດ​ຂອງ​ເຮົາ​ເອງ ແລະ ອັນ​ໃດ​ເປັນ​ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ. ສາດ​ສະ​ດາ, ໃນ​ສະ​ໄໝ​ບູ​ຮານ ແລະ ໃນສະ​ໄໝ​ໃໝ່, ໄດ້​ສິດ​ສອນ​ວ່າ ຖ້າ​ຫາກ​ສິ່ງ​ໃດ “ເຊື້ອ​ເຊີນ ແລະ ຊັກ​ຊວນ​ໃຫ້​ເຮັດ​ສິ່ງ​ດີ, ມັນ​ມາ​ຈາກ​ພຣະຄຣິດ.”1

ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ ແລະ ມີ​ພະ​ລັງ​ວ່າ: “ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ ຂໍ ໃຫ້​ທ່ານ​ຈົ່ງຂະ​ຫຍາຍ ຄວາມ​ສາ​ມາດ​ທາງວິນ​ຍານ ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. … ໃນການ​ເລືອກ​ທີ່​ຈະເຮັດ​ສິ່ງ​ທີ່​ເປັນທາງວິນ​ຍານ ທ່ານ​ຈະ​ຊື່ນ​ຊົມ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານຫລາຍກວ່າ​ເກົ່າ ແລະ ແຈ່ມ​ແຈ້ງກວ່າ​ເກົ່າ.”2

ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຊົ້າ​ມື້ນີ້ ແມ່ນ​ທີ່​ຈະ​ກ່າວ​ກັບ​ທ່ານ​ຈາກ​ໃຈ ກ່ຽວ​ກັບ​ສີ່​ວິ​ທີ ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ທາງວິນ​ຍານ​ຂອງ​ທ່ານ ​ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ.

1. ຕັ້ງ​ໃຈ​ຫາເວ​ລາ ແລະ ສະ​ຖານ​ທີ່ ທີ່​ຈະ​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ

ເມື່ອ​ທ່ານ​ໃຊ້​ອຳ​ເພີ​ໃຈ​ຂອງ​ທ່ານ​ຈັດ​ເວ​ລາ ເພື່ອ​ເຂົ້າ​ໃກ້​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ​ໃນ​ທຸກວັນ, ໂດຍ​ສະ​ເພາະ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ເມື່ອ​ເວ​ລາ​ຜ່ານ​ໄປ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຈະ​ແຈ່ມ​ແຈ້ງ ແລະ ຄຸ້ນ​ເຄີຍ​ຫລາຍ​ຂຶ້ນ​ສຳ​ລັບ​ທ່ານ.

ເພາະ ສິ່ງ​ລົບ​ກວນ ແລະ ສຽງ​ອຶກ​ກະ​ທຶກ ມີເຕັມ​ຢູ່​ໃນໂລກ ແລະ ຢູ່​ໃນ​ບ້ານ​ເຮືອນ ແລະ ໃນ​ຊີ​ວິດ​ຂອງ​ເຮົາ ​ຈຶ່ງອາດ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ. ສິ່ງ​ລົບ​ກວນ​ເຫລົ່າ​ນີ້ ສາ​ມາດ​ເຕັມ​ຢູ່​ໃນ​ຈິດ​ໃຈ​ຂອງ​ເຮົາ ຈົນ​ວ່າ​ເຮົາ​ບໍ່​ມີ​ເວ​ລາ​ສຳ​ລັບ​ການ​ກະ​ຕຸ້ນ​ທີ່​ອ່ອນ​ໂຍນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສິດ​ສອນ​ວ່າ ສ່ວນ​ຫລາຍ​ແລ້ວ​ພຣະ​ເຈົ້າ​ຈະ​ເປີດ​ເຜີຍ​ພຣະ​ອົງ​ເອງ “ໃຫ້​ເຫັນ​ເປັນ​ສ່ວນ​ຕົວ, ໃນ​ຫ້ອງນອນ, ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຫລື ໃນ​ທົ່ງ, ແລະ ໂດຍ​ປົກ​ກະ​ຕິ​ແລ້ວ ຈະ​ບໍ່​ມີ​ສຽງ​ອຶກ​ກະ​ທຶກ​ນຶກນອງ.”3

ຊາ​ຕານ​ຢາກ​ແຍກ​ເຮົາ​ຈາກ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ໂດຍ​ການ​ກີດ​ກັນ​ເຮົາ​ຈາກ​ບ່ອນ​ທີ່​ມິດ​ງຽບ. ຖ້າ​ຫາກ​ພຣະ​ເຈົ້າ​ກ່າວ​ໃນ​ສຸ​ລະ​ສຽງ​ທີ່​ແຜ່ວ​ເບົາ, ແລ້ວ​ທ່ານ ແລະ ຂ້າ​ພະ​ເຈົ້າ​ກໍ​ຈຳ​ເປັນ​ຕ້ອງ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ກວ່າ​ເກົ່າ. ໃຫ້​ຄິດ​ເບິ່ງ​ດູວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ເຮົາ​ໃຊ້​ເວ​ລາ​ຕິດ​ຕໍ່​ກັບ​ສະ​ຫວັນ ຫລາຍ​ເທົ່າ​ກັບ​ເວ​ລາ​ທີ່​ເຮົາ​ໃຊ້​ຕິດ​ຕໍ່​ກັບ ວາຍ​ຟາຍ! ຈົ່ງຫາ​ເວ​ລາ ແລະ ຫາ​ສະ​ຖານ​ທີ່ ແລະ ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ແລະ ຮັກ​ສາ​ການ​ນັດ​ພົບ​ນີ້​ໃຫ້ຕົງ​ເວ​ລາ, ເພາະ​ມັນ​ສຳ​ຄັນ​ຫລາຍ​ສຳ​ລັບ​ເຮົາ!

2. ລົງ​ມືເຮັດໂດຍ​ທີ່ບໍ່​ຊັກ​ຊ້າ

ເມື່ອ​ທ່ານ​ໄດ້​ຮັບ​ການກະ​ຕຸ້ນ ແລະ ກະ​ທຳຕາມ​ດ້ວຍ​ຄວາມ​ຕັ້ງ​ໃຈ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສາ​ມາດ​ໃຊ້​ທ່ານ. ເມື່ອ​ທ່ານ​ເຮັດ​ຫລາຍ​ຂຶ້ນ​ເທົ່າ​ໃດ, ທ່ານ​ຈະ​ຄຸ້ນ​ເຄີຍ​ກັບ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ຫລາຍຂຶ້ນ​ເທົ່າ​ນັ້ນ. ທ່ານ​ຈະຮູ້​ຈັກການນຳ​ພາ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ ແລະ ພຣະ​ອົງ​ຈະ “ເຕັມ​ພຣະ​ໄທ … ທີ່​ຈະ​ເປີດ​ເຜີຍ​ພຣະ​ດຳ​ລັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ອົງ”4 ຖ້າ​ຫາກ​ທ່ານ​ຊັກ​ຊ້າ, ທ່ານ​ອາດ​ລືມ​ການ​ກະ​ຕຸ້ນ ຫລື ພາດ​ໂອ​ກາດ​ທີ່​ຈະ​ຊ່ວຍ​ເຫລືອ​ບາງ​ຄົນ​ແທນ​ພຣະ​ເຈົ້າ.

3. ຂໍ​ພາ​ລະຈາກ​ພຣະ​ຜູ້​ເປັນ​ເຈົ້າ

ຄຳ​ອະ​ທິ​ຖານ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມັກ​ຕອບ​ໄວ​ແມ່ນ ຄຳ​ອ້ອນວອນ​ຂໍ​ໃຫ້​ເຫັນ​ບາງ​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເຮົາ. ປະ​ທານເຮັນຣີ ບີ ໄອຣິງ ໄດ້ສິດ​ສອນ​ເຮົາ ໃຫ້​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ ໂດຍ​ການ​ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ຜູ້​ທີ່​ເຮົາ​ຄວນ​ຊ່ວຍ​ເຫລືອ​ແທນ​ພຣະ​ອົງ. “ຖ້າ​ຫາກ​ເຮົາ​ທູນ​ຂໍ​ເຊັ່ນ​ນັ້ນ, ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ ແລະ ທ່ານ​ຈະ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ເພື່ອ​ຄົນ​ອື່ນ. ເມື່ອ​ທ່ານ​ໄປເຮັດ​ສິ່ງ​ເຫລົ່າ​ນັ້ນ, ກໍ​ໝາຍ​ຄວາມ​ວ່າ ທ່ານ​ໄປ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ເມື່ອ​ທ່ານ​ແລ່ນ​ວຽກ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ທ່ານ​ຈະ​ເໝາະ​ສົມ​ສຳ​ລັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”5

ທ່ານ​ສາ​ມາດ​ອະ​ທິ​ຖານ ແລະ ຂໍ​ພາ​ລະຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້. ເມື່ອ​ທ່ານ​ເຮັດ, ພຣະ​ອົງ​ຈະ​ສາ​ມາດ​ໃຊ້​ຄວາມ​ຊຳ​ນານທີ່​ທຳ​ມະ​ດາ​ຂອງ​ທ່ານ ເພື່ອ​ບັນ​ລຸ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ອົງ.

ຮູບ​ພາບ
ຟຣິສ໌ ລັນເກຼນ ພໍ່​ຕູ້ຂອງ​ຊິດສະເຕີ ເຄຼກ

ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ, ຟຣິສ໌ ຮອລ໌ມາ ລັນເກຼນ, ໄດ້​ອົບ​ພະ​ຍົບ​ຈາກ​ປະ​ເທດ​ສະ​ວີ​ເດັນ ຕອນ​ເພິ່ນມີ​ອາ​ຍຸ 19 ປີ. ເພິ່ນ​ໄດ້​ມາ​ເຖິງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຄົນ​ດຽວ ພ້ອມ​ກັບ​ກະ​ເປົາ​ເດີນ​ທາງ​ໜ່ວຍ​ໜຶ່ງ ແລະ ການສຶກ​ສາ​ຈົບ​ຊັ້ນ​ປໍ​ຫົກ. ໂດຍ​ທີ່ບໍ່​ສາ​ມາດ​ເວົ້າ​ພາ​ສາ​ອັງ​ກິດ, ພໍ່​ຕູ້​ຈຶ່ງໄດ້​ເດີນ​ທາງ​ໄປ​ລັດ ອໍເຣກອນ ແລະ ໄດ້​ທຳ​ງານ​ຢູ່​ໂຮງ​ເລື່ອຍ​ແຫ່ງ​ໜຶ່ງ, ແລະ ຫລັງ​ຈາກນັ້ນ ເພິ່ນ​ພ້ອມ​ດ້ວຍ​ແມ່​ຕູ້, ແລະ ແມ່​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ເພິ່ນບໍ່​ເຄີຍ​ເປັນ​ຜູ້​ຄວບ​ຄຸມ​ຫວອດ, ແຕ່​ໄດ້​ເປັນ​ຄູ​ສອນ​ປະ​ຈຳ​ບ້ານ​ທີ່​ຊື່​ສັດ, ໄດ້​ພາ​ຫລາຍກວ່າ 50 ຄອບ​ຄົວ ມາ​ເຂັ້ມ​ແຂງໃນ​ສາດ​ສະ​ໜາ​ຈັກ. ເພິ່ນ​ເຮັດ​ໄດ້​ແນວ​ໃດ?

ຫລັງ​ຈາກ​ພໍ່​ຕູ້​ໄດ້​ເສຍ​ຊີ​ວິດ​ໄປ, ຂ້າ​ພະ​ເຈົ້າ​ໄດ້ເປີດ​ເບິ່ງກັບ​ເອ​ກະ​ສານ​ຂອງ​ເພິ່ນ ແລະ ໄດ້​ເຫັນ​ຈົດ​ໝາຍ​ສະບັບ​ໜຶ່ງ​ຈາກ​ຜູ້​ຊາຍ​ຄົນ​ໜຶ່ງ ທີ່​ໄດ້​ກັບ​ມາ​ໂບດ ເພາະ​ຄວາມ​ຮັກ​ຂອງ​ພໍ່ຕູ້. ຈົດ​ໝາຍບອກວ່າ, “ເຄັດ​ລັບ​ຂອງ ບຣາເດີ ຟຣິສ໌, ຂ້ອຍ​ເຊື່ອວ່າ ເປັນ​ເພາະ​ເພິ່ນໄດ້​ໄປ​ແລ່ນ​ວຽກ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕະ​ຫລອດ​ເວ​ລາ.”

ຈົດ​ໝາຍ​ສະ​ບັບ​ນັ້ນ​ແມ່ນ​ມາ​ຈາກ ບຣາເດີ ເວນ ຊີມະນິສ. ພໍ່​ຕູ້​ໄດ້​ໄປ​ຢ້ຽມ​ຢາມ​ລາວ ແລະ ໄດ້​ຮູ້​ຈັກ​ທຸກ​ຄົນ​ໃນ​ຄອບ​ຄົວ​ຂອງ​ລາວ. ເມື່ອ​ເວ​ລາ​ຜ່ານ​ໄປ, ພໍ່​ຕູ້​ໄດ້​ບອກ​ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າສຳ​ຄັນ​ຫລາຍ, ແລະ ເພິ່ນ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໄປ​ໂບດ. ແຕ່​ເຊົ້າ​ວັນ​ອາ​ທິດມື້ນັ້ນ, ບຣາເດີ ຊີມະນິສ ໄດ້​ຕື່ນນອນ​ກັບ​ຄວາມ​ຄິດ​ຊອກ​ຫາ​ວິ​ທີ—ລາວ ຢາກແປງ​ຫລັງ​ຄາ​ເຮືອນ ແລະ ຝົນ​ກໍ​ຈະຕົກ​ໃນ​ອາ​ທິດນັ້ນ. ລາວໄດ້​ຕັດ​ສິນ​ໃຈໄປ​ໂບດ, ຈັບ​ມື​ຖາມ​ສະ​ບາຍ​ດີ​ພໍ່​ຕູ້, ແລະ ແລ້ວ​ກັບ​ບ້ານ​ໄປ​ແປງ​ຫລັງ​ຄາ​ຕໍ່. ຄອບ​ຄົວ​ຂອງ​ລາວ​ໄດ້​ຢູ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ປາດ​ສະ​ຈາກ​ລາວ.

ແຜນ​ຂອງລາວກໍ​ໄດ້​ເລື່ອງ​ຢູ່ ຈົນ​ກະ​ທັ້ງ​ລາວ​ໄດ້​ຍິນ​ສຽງ​ຄົນ​ປີນ​ຂັ້ນ​ໄດ, ຂຶ້ນ​ມາ​ຫລັງ​ຄາ​ເຮືອນ. ລາວ​ເວົ້າ​ວ່າ: “​ຂ້ອຍ​ຫລຽວ​ເບິ່ງ, … ຂ້ອຍໄດ້​ເຫັນ ບຣາເດີ ຟຣິສ໌ ຢືນ​ຢູ່​ຫົວ​ຂັ້ນ​ໄດ. ລາວ​ໄດ້​ຍິ້ມໃສ່​​ຂ້ອຍ. ທຳ​ອິດ, ຂ້ອຍ​ກໍ​ສີ​ອາຍໆ ແລະ ຮູ້​ສຶກ​ຄື​ກັນ​ກັບ​ເດັກ​ນ້ອຍ​ທີ່ລັກ​ໜີ​ຈາກ​ຫ້ອງ​ຮຽນ. ແລ້ວ … ກໍ​ຮູ້​ສຶກ​ໃຈ​ຮ້າຍ. [ແຕ່ ບຣາເດີ ຟຣິສ໌] ໄດ້​ຖອດ​ເສື້ອ​ຊຸດ​ຂອງ​ລາວ​ອອກ ແລະ ຫ້ອຍ​ມັນ​ໄວ້​ຢູ່​ຫົວ​ຂັ້ນ​ໄດ. ຂະ​ນະ​ທີ່​ລາວ​ກຳ​ລັງ​ກໍ້​ແຂນ​ເສື້ອ​ສີ​ຂາວ​ຂອງ​ລາວ​ຂຶ້ນ, ລາວ​ໄດ້​ຫັນ​ມາ​ຫາ​​ຂ້ອຍ ແລ້ວ​ເວົ້າ​ວ່າ, ‘ບຣາເດີ ຊີມະນິສ, ເຈົ້າ​ມີ​ຄ້ອນ​ຕີ​ອີກ​ອັນ​ໜຶ່ງ​ບໍ? ວຽກ​ງານນີ້​ຄົງ​ສຳ​ຄັນ​ຫລາຍ​ຂະ​ໜາດ ຖ້າບໍ່​ດັ່ງ​ນັ້ນ​ເຈົ້າ​ຄົງ​ບໍ່​ປະ​ຄອບ​ຄົວ​ຂອງເຈົ້າ​ມາດອກ, ແລະ ຖ້າ​ຫາກວ່າ​ມັນ​ສຳ​ຄັນ​ຫລາຍ​ຂະ​ໜາດນັ້ນ, ຂ້ອຍ​ກໍ​ຢາກ​ຊ່ວຍ​ເຈົ້າ.’ ຂະ​ນະ​ທີ່​ຂ້ອຍຈ້ອງ​ຕາ​ລາວ, ຂ້ອຍເຫັນ​ພຽງ​ແຕ່​ຄວາມ​ເມດ​ຕາ ແລະ ຄວາມ​ຮັກ​ເໝືອນ​ຢ່າງ​ພຣະ​ຄຣິດ. ຂ້ອຍ​ໄດ້​ເຊົາ​ໃຈ​ຮ້າຍ. … ຂ້ອຍກໍ​ວາງ​ເຄື່ອງ​ມື​ລົງ​ໄວ້​ໃນ​ວັນ​ອາ​ທິດມື້ນັ້ນ ແລະ ໄດ້​ກັບ​ໄປ​ໂບດ​ນຳ​ເພື່ອນ​ທີ່​ດີ​ຂອງ​ຂ້ອຍ.”

ພໍ່ຕູ້​ໄດ້​ຮັບ​ເອົາ​ພາ​ລະຈາກ​ພຣະ​ຜູ້​ເປັນເຈົ້າ, ແລະ ເພິ່ນ​ຮູ້​ວ່າ ເພິ່ນ​ຕ້ອງ​ໄປ​ຊອກ​ຫາ​ແກະ​ໂຕ​ທີ່​ເສຍ​ໄປ. ຄື​ກັນ​ກັບ​ຕອນ​ທີ່ພວກ​ຜູ້​ຊາຍ​ສີ່​ຄົນ ໄດ້​ຫາມ​ເພື່ອນ​ຂອງ​ເຂົາ​ເຈົ້າ​ທີ່​ເປັນ​ເປ້ຍ​ ຂຶ້ນ​ໄປ​ເທິງ​ຫລັງ​ຄາ ແລະ ໄດ້​ຢ່ອນ​ລາວ​ລົງ​ໄປ ເພື່ອ​ໃຫ້​ພຣະ​ເຢ​ຊູ​ປິ່ນ​ປົວ,6 ພາ​ລະຂອງ​ພໍ່​ຕູ້​ກໍ​ຄື​ກັນ ໄດ້​ພາ​ພໍ່​ຕູ້​ຂຶ້ນ​ໄປ​ເທິງ​ຫລັງ​ຄາ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ການ​ເປີດ​ເຜີຍ​ມາ​ໃຫ້​ຜູ້​ທີ່​ສະ​ແຫວງ​ຫາ​ທີ່​ຈະ​ຊ່ວຍ​ເຫລືອ​ຄົນ​ອື່ນ.

4. ເຊື່ອ ແລະ ໄວ້​ວາງ​ໃຈ

ເມື່ອບໍ່​ດົນ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ກ່ຽວ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ດີ​ເດັ່ນ​ຄົນ​ໜຶ່ງ ຢູ່​ໃນ​ພຣະ​ຄຳ​ພີ ຜູ້​ໄດ້​ຮັບ​ເອົາ​ພາ​ລະ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ອາ​ໂຣນ​ໄດ້​ສິດ​ສອນ​ກະ​ສັດ​ຂອງ​ຊາວ​ເລ​ມັນ, ຜູ້​ສົງ​ໃສວ່າ​ເປັນ​ຫຍັງ​ອຳໂມນ ອ້າຍ​ຂອງ​ອາໂຣນ ຈຶ່ງບໍ່​ມາ​ສິດ​ສອນ​ເພິ່ນ​ຄື​ກັນ. “ແລະ ອາໂຣນ​ກ່າວ​ກັບ​ກະສັດ​ວ່າ: ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ລາວ​ໃຫ້ ໄປ​ທາງ​ອື່ນ.7

ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ໃຈ​ວ່າ: ເຮົາ​ແຕ່​ລະ​ຄົນ​ມີ​ພາ​ລະ​ກິດ​ທີ່​ຈະປະ​ຕິ​ບັດ, ແລະ ບາງ​ເວ​ລາ​ພຣະ​ວິນ​ຍານ​ຈະ​ເອີ້ນ​ເຮົາ​ໃຫ້ “ໄປ​ທາງ​ອື່ນ.” ມັນ​ມີ​ຫລາຍ​ວິ​ທີ​ທາງ​ທີ່​ຈະ​ເສີມ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ໃນ​ຖານະສາ​ນຸ​ສິດ​ທີ່​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ຖາ​ນະ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ, ທ່ານ​ສາ​ມາດ​ໄດ້​ຮັບ​ການ​ດົນ​ໃຈ ແລະ ການ​ເປີດ​ເຜີຍ​ສ່ວນ​ຕົວ, ທີ່​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ອັນທີ່​ເໝາະ​ສົມ​ສຳ​ລັບ​ທ່ານ. ທ່ານ​ມີ​ພາ​ລະ​ກິດ ແລະ ບົດ​ບາດ​ພິ​ເສດ ທີ່​ຈະເຮັດ​ໃນ​ຊີ​ວິດນີ້ ແລະ ຈະ​ໄດ້​ຮັບ​ການ​ນຳ​ພາ​ພິ​ເສດ ເພື່ອ​ເຮັດ​ມັນ​ໃຫ້​ສຳ​ເລັດ.

ນີໄຟ, ນ້ອງ​ຊາຍ​ຂອງ​ຢາ​ເຣັດ, ແລະ ແມ່ນ​ແຕ່​ໂມເຊ ທັງ​ໝົດ​ໄດ້​ຂ້າມ​ນ້ຳ​ອັນ​ກວ້າງໃຫຍ່—ແລະ ຕ່າງ​ຄົນກໍ​ໄດ້​ເຮັດ​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ກັນ. ນີໄຟ​ໄດ້​ເຮັດ​ວຽກ “​ດ້ວຍ​ຝີ​ມື​ອັນ​ແປກ​ປະ​ຫລາດ.”8 ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ສ້າງ​ເຮືອທີ່ “ແໜ້ນ​ໜາ​ຄື​ກັນ​ກັບ​ຊາມ.”9 ແລະ ໂມເຊ “ໄດ້ຍ່າງ​ໄປໃນ​ທະ​ເລ​ເທິງ​ພື້ນ​ດິນ​ແຫ້ງ.”10

ພວກ​ເພິ່ນ​ແຕ່​ລະ​ຄົນ​ໄດ້​ຮັບ​ການ​ຊີ້​ນຳ​ສ່ວນ​ຕົວ, ທີ່​ເໝາະ​ສົມ​ກັບພວກ​ເພິ່ນ, ແລະ ຕ່າງ​ຄົນ​ກໍ​ໄວ້​ວາງ​ໃຈ ແລະ ເຮັດຕາມ. ພຣະ​ຜູ້​ເປັນ​ເຈົ້າ​ສົນ​ໃຈ​ກັບ​ຜູ້​ທີ່​ເຊື່ອ​ຟັງ ແລະ, ຕາມ​ຄຳ​ຂອງນີ​ໄຟ, ຈະ “ຕຽມ​ທາງ​ໄວ້​ໃຫ້ [ເຮົາ ເພື່ອ] ຈະ​ໄດ້​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ.”11 ໃຫ້​ເຮົາ​ສັງ​ເກດ​ເບິ່ງ ນີໄຟ​ກ່າວ​ວ່າ, “ທາງ ທົ່ວ​ໆໄປ”—ບໍ່​ແມ່ນ “ທາງ ໃດ​ໜຶ່ງ​ໂດຍ​ສະ​ເພາະ.”

ເຮົາ​ໄດ້​ພາດ ຫລື ບໍ່​ຍອມ​ຮັບ​ເອົາ​ພາ​ລະຈາກ​ພຣະ​ຜູ້​ເປັນ​ເຈົ້າ​ບໍ ເພາະພຣະ​ອົງ​ໄດ້​ກະ​ກຽມ “ທາງ” ທີ່​ແຕກ​ຕ່າງ​ໄປ​ຈາກ​ທີ່​ເຮົາ​ຄາດຄິດ?

ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ພາ​ໄປ​ຫາ​ສະ​ຖານ​ທີ່​ຜິດປົກ​ກະ​ຕິ—ນຸ່ງ​ຊຸດ​ຈົບ​ດີ, ຢູ່​ເທິງ​ຫລັງ​ຄາ, ໃນ​ວັນ​ອາ​ທິດ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ໃຫ້​ນຳ​ພາ​ທ່ານ, ແມ່ນ​ແຕ່​ຖ້າ​ຫາກ​ທາງນັ້ນ​ເບິ່ງ​ຄື​ວ່າ​ແຕກ​ຕ່າງ​ຈາກທີ່​ທ່ານ​ຄາດ​ຄິດ ຫລື ແຕກ​ຕ່າງ​ຈາກ​ຄົນ​ອື່ນ.

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈະ​ແຕກ​ຕ່າງ​ກັນ, ແຕ່ “ທຸກ​ຄົນ​ເທົ່າ​ທຽມ​ກັນ​ໝົດ​ສຳ​ລັບ​ພຣະ​ເຈົ້າ”—“ດຳ ແລະ ຂາວ, ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ຊາຍ ແລະ ຍິງ,” ເປັນ​ໂສດ ແລະ ແຕ່ງ​ງານ​ແລ້ວ, ຮັ່ງ​ມີ ແລະ ຍາກ​ຈົນ, ໜຸ່ມ ແລະ ເຖົ້າ, ເປັນ​ສະ​ມາ​ຊິກ​ແຕ່​ເກີດ ແລະ ຫາ​ກໍ​ປ່ຽນ​ໃຈ​ເຫລື້ອມ​ໃສ.12 ບໍ່​ວ່າ​ທ່ານ​ຈະ​ເປັນຈັ່ງ​ໃດ ຫລື ປະ​ເຊີນ​ກັບ​ສິ່ງ​ໃດ​ຢູ່, ທ່ານ​ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຮ່ວມ​ໂຕະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.13

ເມື່ອ​ການ​ສະ​ແຫວງ​ຫາ ແລະ ການເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ ກາຍ​ເປັນ​ແບບ​ແຜນ​ປົກ​ກະ​ຕິ​ປະ​ຈຳ​ວັນ​ຂອງ​ທ່ານ, ແລ້ວ​ທ່ານ​ຈະ​ຖືກ​ພາ​ໄປ​ສູ່​ການ​ປ່ຽນ​ແປງ ແລະ ການ​ກັບ​ໃຈ​ຢ່າງ​ແນ່ນອນ.

ໂຄງ​ການ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ພື້ນ​ຖານ​ຂອງ​ການ​ຮຽນ​ຮູ້ ທີ່​ຈະ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ, ການ​ຄົ້ນ​ຫາ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າ​ມີ​ໃຫ້​ທ່ານ​ເຮັດ, ແລະ ແລ້ວ​ກະ​ທຳ​ຕາມ​ການ​ຊີ້​ນຳ​ນັ້ນ. ເຮົາ​ແຕ່​ລະ​ຄົນ, ບໍ່​ວ່າ​ຈະ​ຢູ່​ໃນ​ໄວ​ໃດ ຫລື ຢູ່​ໃນ​ສະ​ຖາ​ນະ​ການ​ໃດ, ກໍ​ສາ​ມາດ​ພະ​ຍາ​ຍາມ ສະ​ແຫວງ​ຫາ, ຮັບ, ແລະ ກະ​ທຳໄດ້. ເມື່ອ​ທ່ານ​ເຮັດ​ຕາມ​ແບບ​ແຜນ​ນິ​ລັນ​ດອນນີ້ ທີ່​ຖືກ​ແຕ່ງ​ຕັ້ງ​ໄວ້ສຳ​ລັບ​ວັນ​ເວ​ລາ​ຂອງ​ເຮົາ, ແລ້ວ​ທ່ານ​ຈະ​ເຂົ້າ​ໃກ້​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ກວ່າ​ເກົ່າ—ເຂົ້າ​ໃກ້ຄວາມ​ຮັກ, ຄວາມ​ສະ​ຫວ່າງ, ຄວາມ​ສະ​ຫງົບ​ສຸກ, ແລະ ​​ອຳ​ນາດ​ຂອງ​ການ​ປິ່ນ​ປົວ ແລະ ຄວາມ​ສາ​ມາດ​ຂອງ​ພຣະ​ອົງ​ຫລາຍ​ກ​ວ່າ​ເກົ່າ. ແລະ ທ່ານ​ຈະ​ມີ​ຄວາມ​ສາ​ມາດ​ທາງວິນ​ຍານ​ຫລາຍ​ກ​ວ່າ​ເກົ່າ ທີ່​ຈະ​ກາຍ​ເປັນ​ເຄື່ອງ​ມື​ປະ​ຈຳ​ວັນ ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ເພື່ອ​ບັນ​ລຸ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ພິມ