​2010–2019
ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ປະ​ການ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ພຣະ​ບັນ​ຍັດ​ຂໍ້​ໃຫຍ່ ສອງ ປະ​ການ

ເຮົາ​ຕ້ອງ​ພະ​ຍາ​ຍາມ​ຮັກ​ສາພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ປະ​ການນີ້. ເພື່ອ​ເຮັດ​ແນວນັ້ນ, ເຮົາ​ຕ້ອງ​ພະ​ຍາ​ຍາມ​ເຮັດ​ໃຫ້ສົມ​ດູນ​ລະ​ຫວ່າງ​ກົດ ແລະ ຄວາມ​ຮັກ.

ບັນ​ດາ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ຂໍ​ທັກ​ທາຍ​ທ່ານຜູ້​ຖືກມອບ​ໝາຍ​ໃຫ້​ເປັນ​ຜູ້​ປົກ​ປ້ອງ​ຄອບ​ຄົວ​ນິ​ລັນ​ດອນ. ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ, “ສາດ​ສະ​ໜາ​ຈັກ​ນີ້​ໄດ້​ຖືກ​ຟື້ນ​ຟູ ເພື່ອ​ວ່າ​ຄອບ​ຄົວ​ຈະ​ໄດ້​ຖືກ​ສ້າງ​ຂຶ້ນ, ຖືກ​ຜະ​ນຶກ, ແລະ ໄດ້ຮັບ​ຄວາມ​ສູງ​ສົ່ງ​ຊົ່ວ​ນິ​ລັນ​ດອນ.”1 ຄຳ​ສອນນັ້ນ​ມີ​ຄວາມ​ພົວ​ພັນ​ທີ່​ສຳ​ຄັນ​ກັບ​ຜູ້​ທີ່​ເອີ້ນ​ຕົວ​ເອງວ່າ ກະ​ເທີຍຜູ້​ຍິງ, ກະ​ເທີຍ​ຜູ້​ຊາຍ, ຄົນ​ມັກ​ທັງ​ສອງ​ເພດ, ສາວ​ປະ​ເພດ​ສອງ, ຊຶ່ງສ່ວນ​ຫລາຍມັກ​ຖືກ​ເອີ້ນ​ວ່າ LGBT.2 ປະທານ​ແນວສັນ​ ກໍ​ໄດ້​ເຕືອນ​ເຮົາ​ອີກວ່າ ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເຫັນ​ພ້ອມ​ນຳ​ກັນ [ສະ​ເໝີ​ໄປ] ກ່ອນ​ຈະ​ຮັກ​​ກັນໄດ້.”3 ຄຳ​ສອນ​ເຫລົ່າ​ນີ້​ຈາກ​ສາດ​ສະ​ດາ​ແມ່ນ​ສຳ​ຄັນ​ສຳ​ລັບ​ການ​ສົນ​ທະ​ນາ​ໃນ​ຄອບ​ຄົວ ເພື່ອ​ຕອບ​ຄຳ​ຖາມ​ຂອງ​ລູກໆ ແລະ ຊາວໜຸ່ມ. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ສະ​ແຫວງ​ຫາສິ່ງ​ທີ່​ເໝາະ​ສົມ ເພື່ອ​ເອົາ​ມາກ່າວ​ກັບ​ທ່ານ ເພາະວ່າ​ທ່ານ​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ຄຳ​ຖາມ​ເຫລົ່າ​ນີ້, ຊຶ່ງ​ເປັນ​ຜົນ​ກະ​ທົບ​ໂດຍ​ກົງ ຫລື ໂດຍ​ທາງ​ອ້ອມ ຕໍ່​ທຸກ​ຄອບ​ຄົວ​ໃນ​ສາດ​ສະ​ໜາ​ຈັກ.

I.

ຂ້າ​ພະ​ເຈົ້າ​ຂໍ​ເລີ່ມ​ຕົ້ນ​ດ້ວຍ​ພຣະ​ບັນ​ຍັດ​ສອງ​ປະ​ການ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ.

“ຈົ່ງຮັກພຣະຜູ້ເປັນເຈົ້າ​ຂອງ​ເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຈົ້າ.

“ນັ້ນແຫລະ ແມ່ນພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນ.

“ຂໍ້ທີສອງກໍເໝືອນກັນຄື, ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.”4

ສິ່ງນີ້​ໝາຍ​ຄວາມ​ວ່າ ເຮົາ​ໄດ້​ຖືກ​ບັນ​ຊາ​ໃຫ້​ຮັກ​ກັນ​ແລະ​ກັນ, ນັບ​ແຕ່​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ເຢ​ຊູ​ກ່ຽວ​ກັບ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ ສິດ​ສອນ​ວ່າ​ທຸກ​ຄົນ​ເປັນ​ເພື່ອນ​ບ້ານ​ຂອງ​ເຮົາ.5 ແຕ່​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂໍ້​ທີ​ສອງນີ້ ບໍ່​ຄວນ​ເຮັດ​ໃຫ້​ເຮົາ​ລືມ​ຂໍ້​ທຳ​ອິດ, ທີ່​ຈະ​ຮັກ​ພຣະ​ເຈົ້າ​ຂອງ​ເຮົາດ້ວຍ​ສຸດ​ໃຈ, ດ້ວຍສຸດຈິດ, ແລະ ດ້ວຍສຸດຄວາມຄິດຂອງເຮົາ. ເຮົາ​ສະ​ແດງຄວາມ​ຮັກ​ນັ້ນ ໂດຍ “ການເຊື່ອ​ຟັງພຣະ​ບັນ​ຍັດ [ຂອງ​ພຣະ​ອົງ].”6 ພຣະ​ເຈົ້າ​ຮຽກ​ຮ້ອງ​ເຮົາ​ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ເພາະ​ຜ່ານ​ທາງ​ການ​ເຊື່ອ​ຟັງ, ລວມ​ທັງ​ການ​ກັບ​ໃຈ, ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ດີ​ພ້ອມ​ເໝືອນ​ດັ່ງ​ພຣະ​ອົງ.

ໃນ​ຄຳ​ປາໄສ​ຕໍ່​ຜູ້​ໃຫຍ່​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ ເມື່ອບໍ່​ດົນ​ມານີ້, ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ເຖິງ​ສິ່ງ​ທີ່​ເພິ່ນ​ເອີ້ນ​ວ່າ “ຄວາມ​ສຳ​ພັນ​ທີ່​ແຂງ​ແກ່ນ​ລະ​ຫວ່າງ​ຄວາມ​ຮັກ ແລະ ກົດ​ຂອງ​ພຣະ​ເຈົ້າ.”7 ກົດ​ທີ່​ກ່ຽວ​ພັນ​ຫລາຍ​ທີ່​ສຸດ​ກັບ​ຜູ້​ທີ່​ຖືກ​ກ່າວ​ເຖິງວ່າເປັນ LGBT ແມ່ນ​ກົດ​ຂອງ​ການ​ແຕ່ງ​ງານ ແລະ ກົດ​ພົມ​ມະ​ຈັນ​ທີ່ຄຽງ​ຄູ່​ກັນ​ໄປຂອງ​ພຣະ​ເຈົ້າ. ກົດ​ທັງ​ສອງ​ແມ່ນ​ສຳ​ຄັນ​ຕໍ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ ໄດ້ສິດ​ສອນ​ວ່າ, “ພຣະ​ເຈົ້າ​ຕັ້ງ​ກົດ​ໄວ້​ເພາະ​ພຣະ​ອົງ​ຮັກເຮົາ ແລະ ປະ​ສົງ​ໃຫ້​ເຮົາກາຍ​ເປັນ​ຄົນ​ທີ່​ເຮົາ​ສາ​ມາດ​ກາຍ​ເປັນ​ໄດ້.”8

ປະທານ​ແນວສັນ ​ໄດ້​ສິດ​ສອນ​ວ່າ: “ຫລາຍ​ປະ​ເທດ … ໄດ້​ອະ​ນຸ​ຍາດການ​ແຕ່ງ​ງານ​ສຳ​ລັບ​ຄົນ​ເພດ​ດຽວ​ກັນ. ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮົາ​ຕ້ອງ​ນັບ​ຖື​ກົດ​ໝາຍ​ບ້ານ​ເມືອງ … , ລວມ​ທັງ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ. ແຕ່​ຄວາມ​ຈິງ​ມີ​ຢູ່​ວ່າ ໃນ​ຕອນ​ຕົ້ນ … ການ​ແຕ່ງ​ງານ​ຖືກ​ແຕ່ງ​ຕັ້ງ​ໂດຍ​ພຣະ​ເຈົ້າ! ແລະ ຈົນ​ເຖິງ​ທຸກວັນ​ນີ້ ການ​ແຕ່ງ​ງານກໍ​ຍັງ​ແມ່ນ​ລະ​ຫວ່າງ​ຊາຍ ແລະ ຍິງ ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ. ພຣະ​ເຈົ້າ​ບໍ່​ໄດ້​ປ່ຽນຄວາມ​ໝາຍ ຂອງພຣະ​ອົງ ເລື່ອງ​ການ​ແຕ່ງ​ງານ.”

ປະທານ​ແນວສັນ​ ໄດ້​ກ່າວ​ຕື່ມ​ວ່າ: “ພຣະ​ເຈົ້າ​ກໍ​ບໍ່​ເຄີຍ​ປ່ຽນ​ກົດ​ພົມ​ມະ​ຈັນຂອງ​ພຣະ​ອົງ. ເງື່ອນ​ໄຂ​ສຳ​ລັບ​ການ​ເຂົ້າ​ໄປ​ໃນ​ພຣະ​ວິ​ຫານ​ກໍ​ບໍ່​ເຄີຍ​ປ່ຽນ​ແປງ.”9

ປະ​ທານ​ແນວ​ສັນ​ ໄດ້​ເຕືອນ​ເຮົາ​ທຸກ​ຄົນ​ວ່າ “ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ອັກ​ຄະ​ສາ​ວົກ ແມ່ນ​ທີ່​ຈະ​ສິດ​ສອນ​ຄວາມ​ຈິງ​ເທົ່າ​ນັ້ນ. ໜ້າ​ທີ່​ຮັບ​ຜິດ​ຊອບນັ້ນ ບໍ່ ໄດ້​ມອບ​ສິດ​ອຳ​ນາດ​ໃຫ້ [ອັກ​ຄະ​ສາ​ວົກ] ປ່ຽນ​ແປງ​ກົດ​ແຫ່ງ​ສະ​ຫວັນ.”10 ສະ​ນັ້ນ, ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຈຶ່ງ​ຕ້ອງ​ສິດ​ສອນ​ເຖິງ​ຄວາມ​ສຳ​ຄັນ​ພິ​ເສດ​ຂອງ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ແລະ ກົດ​ພົມ​ມະ​ຈັນ​ທີ່​ກ່ຽວ​ພັນ​ກັນ​ນັ້ນ.

II.

ວຽກ​ງານສູງ​ສຸດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍແມ່ນ​ກ່ຽວ​ກັບ​ການ​ກະ​ກຽມ​ລູກໆ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ອາ​ນາ​ຈັກ​ຊັ້ນ​ສູງ, ແລະ ໂດຍ​ສະ​ເພາະ​ສຳ​ລັບ​ລັດ​ສະ​ໝີ​ພາບ​ທີ່​ສູງ​ສຸດ, ໄດ້​ຮັບ​ຄວາມ​ລອດ ຫລື ມີ​ຊີ​ວິດ​ນິ​ລັນ​ດອນ. ຈຸດ​ໝາຍ​ປາຍ​ທາງ​ທີ່​ສູງ​ສຸດ ແມ່ນເປັນ​ໄປ​ໄດ້ຜ່ານ​ທາງການ​ແຕ່ງ​ງານ​ຊົ່ວ​ນິ​ລັນ​ດອນ.11 ຊີ​ວິດ​ນິ​ລັນ​ດອນ​ແມ່ນ​ລວມ​ທັງ​ອຳ​ນາດ​ແຫ່ງ​ການ​ສ້າງ ທີ່ມະ​ນຸດ​ຊາຍ ແລະ ຍິງ ເອົາ​ມານຳ​ແຕ່​ເກີດ12—ດັ່ງ​ການ​ເປີດ​ເຜີຍ​ໃນ​ຍຸກ​ໃໝ່​ບັນ​ຍາຍ​ວ່າ​ເປັນ “ຄວາມ​ຕໍ່​ເນື່ອງ​ຂອງ​ເຊື້ອ​ສາຍ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.”13

ໃນ​ຄຳ​ປາ​ໄສຂອງ​ເພິ່ນ​ຕໍ່​ກຸ່ມ​ຜູ້​ໃຫຍ່​ໜຸ່ມ, ປະ​ທານ​ແນວສັນ ໄດ້​ສິດ​ສອນ​ວ່າ, “ການແນບສະ​ໜິດ​ຢູ່​ກັບ​ກົດ​ຂອງ​ພຣະ​ເຈົ້າ ຈະ​ຊ່ວຍ​ເຮົາ​ໃຫ້​ປອດ​ໄພ ຂະ​ນະ​ທີ່​ເຮົາ​ມຸ້ງ​ໄປ​ຫາ​ຄວາມ​ສູງ​ສົ່ງໃນ​ທີ່​ສຸດ.”14—ນັ້ນ​ຄື, ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ດ້ວຍ​ຊີ​ວິດ​ທີ່​ສູງ​ສົ່ງ ແລະ ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ ຂອງ​ພຣະ​ບິ​ດາ​ມານ​ດາ​ຂອງ​ເຮົາ. ນີ້​ຄື​ຈຸດ​ໝາຍ​ປາຍ​ທາງ​ທີ່​ພວກ​ເຮົາ​ປາດ​ຖະ​ໜາ​ສຳ​ລັບ​ທຸກ​ຄົນ​ທີ່​ພວກ​ເຮົາ​ຮັກ. ເພາະ​ຄວາມ​ຮັກ​ນັ້ນ, ພວກ​ເຮົາ​ຈຶ່ງບໍ່​ສາ​ມາດ​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ເຮົາ ມີ​ຄວາມ​ສຳ​ຄັນ​ຫລາຍກວ່າ​ພຣະ​ບັນ​ຍັດ ແລະ ແຜນ ແລະ ວຽກ​ງານ​ຂອງ​ພຣະ​ເຈົ້າ, ຊຶ່ງ​ພວກ​ເຮົາ​ຮູ້​ວ່າ ມັນ​ຈະ​ນຳ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ມາ​ໃຫ້.

ແຕ່​ມີ​ຫລາຍໆ​ຄົນ​ທີ່ພວກ​ເຮົາ​ຮັກ, ລວມ​ທັງບາງ​ຄົນ​ຜູ້​ທີ່​ມີ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ, ທີ່ບໍ່​ເຊື່ອ ຫລື ເລືອກບໍ່ປະ​ຕິ​ບັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ກ່ຽວ​ກັບ​ການ​ແຕ່ງ​ງານ ແລະ ກົດ​ພົມ​ມະ​ຈັນ. ເຂົາ​ເຈົ້າ​ເດເປັນ​ແນວ​ໃດ​ລະ?

ຄຳ​ສອນ​ຂອງ​ພຣະ​ເຈົ້າ​ສະ​ແດງ​ໃຫ້​ເຫັນ​ວ່າ ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ອົງ ແລະ ວ່າ​ພຣະ​ອົງ​ໄດ້​ສ້າງ​ເຮົາ ເພື່ອ​ໃຫ້ມີ​ຄວາມ​ສຸກ.15 ການ​ເປີດ​ເຜີຍ​ຂອງ​ຍຸກ​ໃໝ່​ສິດ​ສອນ​ວ່າ​ພຣະ​ເຈົ້າ​ໄດ້ຈັດຕຽມ​ແຜນໄວ້ ເພື່ອ​ມະ​ນຸດ​ຈະ​ໄດ້​ມີປະ​ສົບ​ການ ຊຶ່ງ​ໃນ​ນັ້ນ​ເຮົາ​ທຸກ​ຄົນ​ສາ​ມາດ​ເລືອກທີ່​ຈະ​ເຊື່ອ​ຟັງ ແລະ ສະ​ແຫວງ​ຫາ​ພອນ​ທີ່​ສູງ​ສຸດ​ຂອງ​ພຣະ​ອົງ ຫລື ເລືອກ​ເຮັດ​ສິ່ງ​ທີ່​ຈະ​ພາ​ໄປ​ສູ່​ອາ​ນາ​ຈັກ​ທີ່​ມີ​ລັດ​ສະ​ໝີ​ພາບ​ໜ້ອຍກວ່າ.16 ເພາະ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ, ອາ​ນາ​ຈັກ​ທີ່​ຕ່ຳ​ກວ່າ​ເຫລົ່າ​ນັ້ນ ກໍ​ຍັງ​ດີກວ່າ​ທີ່​ມະ​ນຸດ​ຈະ​ເຂົ້າ​ໃຈ​ໄດ້.17 ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ທຸກ​ສິ່ງ​ເຫລົ່າ​ນີ້ເປັນ​ໄປ​ໄດ້, ເພາະ​ພຣະ​ອົງ “ສັນ​ລະ​ເສີນ​ພຣະ​ບິ​ດາ, ແລະ ຊ່ວຍ​ໃຫ້​ວຽກ​ງານ​ທຸກ​ຢ່າງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ລອດ.18

III.

ຂ້າ​ພະ​ເຈົ້າ​ໄດ້​ກ່າວເຖິງ​ພຣະ​ບັນ​ຍັດ​ຂໍ້ທຳ​ອິດ, ແຕ່​ສ່ວນ​ຂໍ້​ທີ​ສອງ​ເດ? ເຮົາ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ທີ່​ຈະ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ໄດ້​ແນວ​ໃດ? ພວກ​ເຮົາ​ຊັກ​ຊວນ​ສະ​ມາ​ຊິກ​ຂອງ​ພວກ​ເຮົາສະ​ເໝີ ໃຫ້​ປະ​ຕິ​ບັດ​ຕໍ່ ຜູ້​ທີ່​ເຮັດ​ຕາມ​ຄຳ​ສອນ ແລະ ການ​ກະ​ທຳ​ຂອງ​ຜູ້​ທີ່​ເປັນກະ​ເທີຍຜູ້​ຍິງ, ກະ​ເທີຍຜູ້​ຊາຍ, ຄົນ​ມັກທັງ​ສອງ​ເພດ, ຫລື ສາວ​ປະ​ເພດ​ສອງ ດ້ວຍ​ຄວາມ​ຮັກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບັນ​ຊາ​ເຮົາ ຕໍ່​ເພື່ອນ​ບ້ານ​ຂອງ​ເຮົາ. ດັ່ງນັ້ນ, ເມື່ອ​ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ​ໄດ້ຖືກ​ປະ​ກາດ​ວ່າ ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ຈຶ່ງ​ໄດ້​ປະ​ກາດ​ວ່າ: “ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສິດ​ສອນ​ເຮົາ​ໃຫ້​ຮັກ ແລະ ປະ​ຕິ​ບັດ​ຕໍ່​ທຸກ​ຄົນ​ດ້ວຍ​ຄວາມ​ເມດ​ຕາ ແລະ ດ້ວຍຄວາມ​ສຸ​ພາບ—ເຖິງ​ແມ່ນ​ວ່າເຮົາ​ບໍ່​ເຫັນ​ດ້ວຍ​ກໍ​ຕາມ. ພວກ​ເຮົາ​ຮັບ​ຮອງ​ວ່າ ຜູ້​ທີ່​ຊ່ວຍ​ອອກກົດ​ໝາຍ ຫລື ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ສານ ເພື່ອ​ອະ​ນຸ​ມັດ​ການ​ແຕ່ງ​ງານ​ກັບ​ເພດ​ດຽວ​ກັນ ຈະ​ບໍ່ຖືກ​ປະ​ຕິ​ບັດ​ຕໍ່​ຢ່າງບໍ່​​ໄດ້​ຮັບ​ຄວາມເຄົາ​ລົບ​ນັບ​ຖື.”19

ນອກ​ເໜືອ​ຈາກນີ້, ພວກ​ເຮົາ​ກໍ​ບໍ່​ຄວນ​ຂົ່ມ​ເຫັງ​ຜູ້​ໃດ​ທີ່ບໍ່​ມີ​ຄວາມ​ເຊື່ອ​ຖື ແລະ ຄວາມ​ຕັ້ງ​ໃຈ​ແບບ​ດຽວ​ກັບ​ເຮົາ.20 ໜ້າ​ເສຍ​ໃຈ​ທີ່​ບາງ​ຄົນ​ຜູ້​ປະ​ເຊີນ​ກັບ​ບັນ​ຫາ​ເຫລົ່າ​ນີ້ ຍັງ​ຮູ້​ສຶກວ່າເຂົາ​ເຈົ້າ​ຖືກ​ປະ​ຕິ​ບັດ​ຕໍ່​ແບບ​ບໍ່​ສຳ​ຄັນ ແລະ ຖືກ​ປະ​ຕິ​ເສດ ໂດຍສະ​ມາ​ຊິກ ແລະ ຜູ້​ນຳ ໃນ​ຄອບ​ຄົວ, ໃນ​ຫວອດ, ແລະ ໃນ​ສະ​ເຕກ​ຂອງ​ເຂົາ​ເຈົ້າ. ເຮົາ​ທຸກ​ຄົນ​ຕ້ອງ​ພະ​ຍາ​ຍາມ​ເປັນ​ຄົນ​ມີ​ເມດ​ຕາ ແລະ ສຸ​ພາບ​ຫລາຍກວ່າ​ເກົ່າ.

IV.

ເພາະ​ມີ​ຫລາຍເຫດ​ຜົນ​ທີ່​ເຮົາ​ບໍ່​ເຂົ້າ​ໃຈ, ເຮົາມີ​ການ​ທ້າ​ທາຍ​ທີ່​ແຕກ​ຕ່າງ​ກັນ​ໃນ​ປະ​ສົບ​ການຂອງ​ຊ່ວງ​ມະ​ຕະ​ນີ້. ແຕ່​​ພວກເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ຊ່ວຍ​ເຫລືອເຮົາ​ແຕ່​ລະ​ຄົນ​ໃຫ້​ເອົາ​ຊະ​ນະ​ການ​ທ້າ​ທາຍ​ເຫລົ່າ​ນີ້ ຖ້າ​ຫາກ​ເຮົາສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ​ຢ່າງ​ຈິງ​ໃຈ. ຫລັງ​ຈາກ​ການ​ຮັບ​ທຸກ​ທໍ​ລະ​ມານ ແລະ ການ​ກັບ​ໃຈ​ຈາກ​ການ​ລ່ວງ​ລະ​ເມີດ​ກົດ ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ​ແລ້ວ, ເຮົາ​ທຸກ​ຄົນ​ກໍ​ຈະ​ຖືກ​ກຳ​ນົດ​ໃຫ້​ໄປ​ສູ່​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ​ໃດ​ໜຶ່ງ. ການ​ພິ​ພາກ​ສາສູງ​ສຸດ ແລະ ຄັ້ງສຸດ​ທ້າຍ​ຈະ​ແມ່ນ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ເປັນ​ຜູ້​ດຽວ​ເທົ່າ​ນັ້ນທີ່​ມີຄວາມ​ຮູ້, ປັນ​ຍາ, ແລະ ພຣະ​ຄຸນ​ທີ່​ຈຳ​ເປັນ​ຕໍ່​ການ​ພິ​ພາກ​ສາ​ເຮົາ​ແຕ່​ລະ​ຄົນ.

ໃນ​ຂະ​ນະນີ້, ເຮົາ​ຕ້ອງ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສອງ​ປະ​ການນີ້. ເພື່ອ​ເຮັດ​ແນວນັ້ນ, ເຮົາ​ຕ້ອງ​ພະ​ຍາ​ຍາມ​ເຮັດ​ໃຫ້ສົມ​ດູນ​ລະ​ຫວ່າງ​ກົດ ແລະ ຄວາມ​ຮັກ—​ຮັກ​ສາ​ພຣະ​ບັນ​ຍັດ ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ຂະ​ນະ​ທີ່​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ຢູ່​ໃນ​ເສັ້ນ​ທາງ. ການ​ເດີນ​ທາງນີ້​ຮຽກ​ຮ້ອງ​ເຮົາ​ໃຫ້​ສະ​ແຫວງ​ຫາ​ການ​ດົນ​ໃຈຈາກ​ສະ​ຫວັນ ໃນ​ເລື່ອງ​ໃດ​ທີ່​ຄວນ​ສະ​ໜັບ​ສະ​ໜູນ ແລະ ເລື່ອງ​ໃດ​ທີ່​ຄວນ​ຂັດ​ຄ້ານ ແລະ ຮູ້​ຈັກ​ຮັກ ແລະ ຮັບ​ຟັງ ດ້ວຍ​ຄວາມ​ນັບ​ຖື ແລະ ສິດ​ສອນ​ຢູ່​ໃນຂັ້ນ​ຕອນ. ການ​ເດີນ​ທາງ​ຂອງ​ເຮົາ​ບັນ​ຊາ​ເຮົາ ບໍ່​ໃຫ້​ປະ​ນິປະ​ນອມ​ເລື່ອງ​ພຣະ​ບັນ​ຍັດ ແຕ່​ໃຫ້​ສະ​ແດງ​ອອກ​ເຖິງ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ຮັກ​ຢ່າງ​ເຕັມ​ທີ່. ການ​ເດີນ​ທາງ​ຂອງ​ເຮົາ​ຈະ​ຕ້ອງ​ຄຳ​ນຶງ​ເຖິງເດັກ​ນ້ອຍ ຜູ້ບໍ່​ແນ່​ໃຈ​ກ່ຽວ​ກັບ​ລົດ​ນິ​ຍົມ​ທາງ​ເພດ​ຂອງ​ພວກ​ເຂົາ, ແຕ່​ຄວນ​ຫລີກ​ເວັ້ນ​ຈາກ​ການ​ສັນ​ນິ​ຖານໄວ​ເກີນ​ໄປ ເພາະ​ໃນ​ເດັກ​ນ້ອຍ​ສ່ວນ​ຫລາຍ ຄວາມບໍ່​ແນ່​ນອນ​ໃຈ​ເຊັ່ນນັ້ນ ຈະ​ມີ​ໜ້ອຍ​ລົງ ເມື່ອ​ເວ​ລາ​ຜ່ານ​ໄປ.21 ການ​ເດີນ​ທາງ​ຂອງ​ເຮົາ​ຂັດ​ຄ້ານ​ກັບການ​ຊັກ​ຊວນ​ຜູ້​ຄົນ​ໃຫ້​ໜີ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ກໍ​ບໍ່​ສະ​ໜັບ​ສະ​ໜູນ​ໃຜ​ທີ່​ຈະ​ພາ​ຜູ້​ຄົນ​ໄປ​ຈາກ​ພຣະ​ເຈົ້າ. ໃນ​ທຸກ​ສິ່ງ​ຢ່າງນີ້ ເຮົາ​ຈື່​ຈຳ​ວ່າ​ພຣະ​ເຈົ້າ​ສັນ​ຍາ​ທີ່​ຈະ​ມອບ​ຄວາມ​ຫວັງ ແລະ ຄວາມ​ສຸກທີ່​ສຸດ ແລະ ພອນ ໃຫ້​ແກ່​ທຸກ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

V.

ຜູ້​ເປັນ​ແມ່ ເປັນ​ພໍ່ ແລະ ເຮົາ​ທຸກ​ຄົນ ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ສິດ​ສອນ​ພຣະ​ບັນ​ຍັດ​ທີ່​ຍິ່ງ​ໃຫຍ່​ສອງ​ປະ​ການນີ້. ສຳ​ລັບຜູ້​ຍິງ​ຂອງ​ສາດ​ສະ​ໜາ​ຈັກ, ປະ​ທານ​ສະເປັນເຊີ ​ດັບເບິນ​ຢູ ຄິມໂບ ໄດ້​ບັນ​ຍາຍເຖິງ​ໜ້າ​ທີ່ນັ້ນ​ຢູ່​ໃນ​ຄຳ​ທຳ​ນາຍ​ທີ່​ຍິ່ງ​ໃຫຍ່ນີ້​ວ່າ: “ຄວາມ​ເຕີບ​ໂຕ​ອັນ​ໃຫຍ່​ຫລວງ ທີ່​ຈະ​ມາ​ສູ່​ສາດ​ສະ​ໜາ​ຈັກ ໃນ​ຍຸກ​ສຸດ​ທ້າຍ ຈະ​ເກີດ​ຂຶ້ນ ເພາະ​ສະ​ຕີທີ່​ດີ​ທັງ​ຫລາຍ ຢູ່​ໃນ​ໂລກ … ຈະ​ຖືກ​ດຶງ​ດູດ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ ເປັນ​ຈຳ​ນວນ​ຫລາຍ. ມັນ​ຈະ​ເກີດ​ຂຶ້ນ​ເຖິງ​ລະ​ດັບ​ທີ່ ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ສະ​ທ້ອນ​ຄວາມ​ຊອບ​ທຳ ແລະ ກ່າວ​ຢ່າງ​ຊັດ​ເຈນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ແລະ ເຖິງ​ລະ​ດັບ​ທີ່​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກ ຖືກ​ພົບ​ເຫັນ​ວ່າ ໂດດ​ເດັ່ນ ແລະ ແຕກ​ຕ່າງ … ຈາກ​ສະ​ຕີ​ຂອງ​ໂລກ. … ສະ​ນັ້ນຕົວ​ຢ່າງ​ຂອງ​ສະ​ຕີ​ຂອງ​ສາດ​ສະ​ໜາ​ຈັກຈະ​ເປັນ​ພະ​ລັງ​ອັນ​ມະ​ຫາ​ສານ​ໃນ​ຄວາມ​ເຕີບ​ໂຕ ທີ່​ເປັນ​ຈຳ​ນວນ ແລະ ທາງ​ວິນ​ຍານ ຂອງ​ສາດ​ສະ​ໜາ​ຈັກໃນ​ຍຸກ​ສຸດ​ທ້າຍ.”22

ໃນ​ການ​ກ່າວ​ເຖິງ​ການ​ທຳ​ນາຍນັ້ນ, ປະ​ທານ​ຣະໂຊ ເອັມ ແນວສັນ ໄດ້​ປະ​ກາດ​ວ່າ “ເວ​ລາ​ທີ່​ປະ​ທານ​ຄິມໂບ ໄດ້​ທຳ​ນາຍ​ໄວ້​ນັ້ນ ແມ່ນ​ເວ​ລານີ້. ທ່ານ​ເປັນ​ຜູ້​ຍິງ​ທີ່​ເພິ່ນ​ໄດ້​ທຳ​ນາຍ​ໄວ້!”23 ເຮົາ​ຜູ້​ທີ່​ໄດ້​ຍິນ​ຄຳ​ທຳ​ນາຍນັ້ນ​ເມື່ອ 40 ປີ​ກ່ອນ ບໍ່​ຄິດ​ເລີຍ​ວ່າ ໃນ​ບັນ​ດາຜູ້​ຄົນ​ທີ່ເອື້ອຍ​ນ້ອງ​ເຫລົ່າ​ນັ້ນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ໄດ້ຊ່ວຍ​ເຫລືອ ແມ່ນໝູ່​ເພື່ອນ​ໃກ້​ຊິດ ແລະ ຄອບ​ຄົວ​ຂອງ​ຕົນ​ເອງ ຜູ້​ທີ່​ຕົກຢູ່​ໃນອິດ​ທິ​ພົນ​​ຂອງຄວາມ​ສຳ​ຄັນ​​ຂອງ​ໂລກ ແລະ ການ​ຕົວະ​ຍົວະ​ຂອງ​ມານ. ຄຳອະ​ທິ​ຖານ ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ວ່າ ທ່ານ​ຈະ​ສິດ​ສອນ ແລະ ປະ​ຕິ​ບັດ​ໃນ​ທາງ​ທີ່​ຈະ​ເຮັດ​ໃຫ້​ການ​ທຳ​ນາຍນັ້ນ​ເປັນ​ຈິງ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ