ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ
ທ່ານຜູ້ທີ່ກຳລັງມຸ້ງໜ້າຕໍ່ໄປໃນມື້ນີ້ ຢູ່ໃນເສັ້ນທາງແຫ່ງໜ້າທີ່ຂອງທ່ານ ເປັນຄວາມເຂັ້ມແຂງຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ຊ່ວຍໃຫ້ລອດ.
ຂ້າພະເຈົ້າອະທິຖານຢ່າງຈິງໃຈຂໍຄວາມຊ່ວຍເຫລືອຈາກພຣະວິນຍານບໍລິສຸດ ຂະນະທີ່ສະແດງຄວາມຮັກ, ຄວາມຊົມເຊີຍ, ແລະ ຄວາມກະຕັນຍູ ຕໍ່ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ທັງໝົດຕະຫລອດທົ່ວໂລກ.
ຜູ້ທີ່ຢູ່ໃນຂະບວນກວຽນສຸດທ້າຍ
ປີ 1947 ເປັນວັນຄົບຮອບ 100 ປີ ທີ່ຜູ້ບຸກເບີກໄພ່ພົນຍຸກສຸດທ້າຍກຸ່ມທຳອິດໄດ້ມາເຖິງຮ່ອມພູເຊົາເລັກ. ການສະເຫລີມສະຫລອງຫລາຍຄັ້ງທີ່ໜ້າຊົງຈຳໄດ້ຖືກຈັດຂຶ້ນໃນລະຫວ່າງປີນັ້ນ, ແລະ ມີການສະແດງຄວາມກະຕັນຍູຈົນນັບບໍ່ຖ້ວນ ຕໍ່ສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ ຜູ້ໄດ້ບຸກເບີກເສັ້ນທາງ, ໄດ້ສ້າງບ້ານ, ໄດ້ປູກພືດພັນ ໃນທະເລຊາຍທີ່ແຫ້ງແລ້ງ ແລະ ໄດ້ຕັ້ງຖິ່ນຖານໃນຊຸມຊົນ.
ປະທານເຈ ຣູເບັນ ຄະລາກ, ທີ່ປຶກສາທີໜຶ່ງໃນຝ່າຍປະທານສູງສຸດ, ໄດ້ກ່າວຄຳສັນລະເສີນທີ່ໜ້າຈົດຈຳ ແລະ ຊາບຊຶ້ງທີ່ສຸດເຖິງຜູ້ບຸກເບີກທີ່ຊື່ສັດເຫລົ່ານີ້ ໃນກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີ 1947.
ໃນຂ່າວສານຂອງເພິ່ນ, ປະທານຄະລາກໄດ້ກ່າວຮັບຮູ້ບຶດໜຶ່ງເຖິງບັນດາຜູ້ນຳທີ່ມີຊື່ສຽງ ທີ່ໄດ້ນຳພາການອົບພະຍົບມາທາງທິດຕາເວັນຕົກ, ດັ່ງເຊັ່ນ ບຣິກຳ ຢັງ, ຮີເບີ ຊີ ຄິມໂບ, ວິວເຝີດ ວູດຣັບ, ພາລີ ພີ ພະແຣັດ, ແລະ ຫລາຍໆທ່ານ. ເຖິງຢ່າງໃດກໍຕາມ, ຈຸດປະສົງຕົ້ນຕໍຂອງເພິ່ນບໍ່ແມ່ນການເລົ່າທົບທວນຜົນສຳເລັດຂອງບຸກຄົນສຳຄັນເຫລົ່ານີ້. ແຕ່, ເພິ່ນໄດ້ເນັ້ນຄຳເວົ້າຂອງເພິ່ນໄປທີ່ຈິດວິນຍານທີ່ເດັດດ່ຽວ ຜູ້ຊຶ່ງບໍ່ມີໃຜຮູ້ຈັກຊື່ ຫລື ຖືກບັນທຶກໄວ້ຢ່າງເປັນທາງການ ໃນປະຫວັດສາດຂອງສາດສະໜາຈັກ. ຫົວຂໍ້ທີ່ເປັນປະໂຫຍດຂອງຂ່າວສານຂອງເພິ່ນແມ່ນ “ຜູ້ທີ່ຢູ່ໃນຂະບວນກວຽນສຸດທ້າຍ.”1
ປະທານຄະລາກໄດ້ບັນຍາຍຢ່າງລະອຽດກ່ຽວກັບລັກສະນະ ແລະ ການທ້າທາຍທີ່ປະເຊີນໜ້າໂດຍຜູ້ອົບພະຍົບ ທີ່ເດີນທາງດ້ວຍກວຽນທີ່ມີຜ້າມຸງ ຊຶ່ງເປັນຂະບວນກວຽນຍາວສຸດທ້າຍ ທີ່ຂ້າມທົ່ງພຽງ. ເພິ່ນໄດ້ສັນລະເສີນວິລະຊົນທີ່ບໍ່ເປີດເຜີຍຊື່ ແລະ ບໍ່ໄດ້ສະເຫລີມສະຫລອງເຫລົ່ານີ້, ຊຶ່ງມື້ແລ້ວມື້ເລົ່າ, ອາທິດແລ້ວອາທິດເລົ່າ, ເດືອນແລ້ວເດືອນເລົ່າ, ໄດ້ອົດຫາຍໃຈສືບຂີ້ຝຸ່ນຈາກລໍ້ກວຽນທີ່ໝຸນຢູ່ຂ້າງໜ້າຂອງເຂົາເຈົ້າ—ແລະ ຜູ້ໄດ້ເອົາຊະນະອຸປະສັກທີ່ບໍ່ຢຸດຢ່ອນ ທີ່ເຂົາເຈົ້າພົບໃນເສັ້ນທາງ.
ປະທານຄະລາກໄດ້ປະກາດວ່າ, “ຜູ້ທີ່ຢູ່ໃນຂະບວນກວຽນສຸດທ້າຍ ໄດ້ມຸ້ງໜ້າຕໍ່ໄປ, ອ່ອນແຮງ ແລະ ເມື່ອຍລ້າ, ເຈັບປວດຕີນ, ບາງຄັ້ງເກືອບໝົດກຳລັງໃຈ, ຖືກດົນໃຈໂດຍສັດທາຂອງເຂົາເຈົ້າ ວ່າພຣະເຈົ້າຮັກເຂົາເຈົ້າ, ວ່າພຣະກິດຕິຄຸນທີ່ຖືກຟື້ນຟູເປັນຄວາມຈິງ, ແລະ ວ່າພຣະຜູ້ເປັນເຈົ້າໄດ້ນຳພາ ແລະ ຊີ້ນຳບັນດາອ້າຍນ້ອງໃນແຖວໜ້າ.”2
ເພິ່ນໄດ້ສະຫລຸບຂ່າວສານຂອງເພິ່ນດ້ວຍຄຳຍົກຍ້ອງທີ່ປະທັບໃຈນີ້: “ສຳລັບຈິດວິນຍານທີ່ຖ່ອມຕົນເຫລົ່ານີ້, ຍິ່ງໃຫຍ່ໃນສັດທາ, ຍິ່ງໃຫຍ່ໃນວຽກງານ, ຍິ່ງໃຫຍ່ໃນຄວາມຊອບທຳ, ຍິ່ງໃຫຍ່ໃນການສ້າງມໍລະດົກອັນລ້ຳຄ່າຂອງເຮົາ, ຂ້າພະເຈົ້າຂໍສະແດງຄວາມຮັກຂອງຂ້າພະເຈົ້າ, ຄວາມເຄົາລົບຂອງຂ້າພະເຈົ້າ, ແລະ ການໃຫ້ກຽດດ້ວຍຄວາມຄາລະວະທີ່ຖ່ອມຕົວຂອງຂ້າພະເຈົ້າ.”3
ປະຕິບັດໜ້າທີ່ໄດ້ດີບໍ່ນ້ອຍ
ໃນປີ 1990, ປະທານຮາວເວີດ ດັບເບິນຢູ ຮັນເທີ, ເວລານັ້ນເປັນປະທານຂອງກຸ່ມອັກຄະສາວົກສິບສອງ, ໄດ້ກ່າວປາໄສກ່ຽວກັບການປະກອບສ່ວນທີ່ຈຳເປັນຂອງສະມາຊິກຂອງສາດສະໜາຈັກ ຈົນນັບບໍ່ຖ້ວນ ຜູ້ຮັບໃຊ້ຢ່າງພາກພຽນ ແລະ ຊື່ສັດ ແລະ ຜູ້ໄດ້ຮັບການຮັບຮູ້ຈາກສາທາລະນະຊົນພຽງເລັກນ້ອຍ ຫລື ບໍ່ມີເລີຍ.
ປະທານຮັນເທີໄດ້ອະທິບາຍວ່າ:
“ມີຄົນກ່າວ [ກ່ຽວກັບນາຍທັບໂມໂຣໄນທີ່ໜຸ່ມນ້ອຍ ແລະ ກ້າຫານ] ວ່າ:
“‘ຖ້າຫາກຄົນທັງປວງໄດ້ເປັນມາແລ້ວ ແລະ ເປັນຢູ່, ແລະ ຈະເປັນຢູ່, ຄືກັນກັບໂມໂຣໄນ, ຈົ່ງເບິ່ງ, ອຳນາດຂອງນະລົກນັ້ນຈະສັ່ນສະເທືອນຕະຫລອດການ; ແທ້ຈິງແລ້ວ, ມານຈະບໍ່ມີອຳນາດເໜືອໃຈຂອງລູກຫລານມະນຸດເລີຍ’ (ແອວມາ 48:17).
“ຖືວ່າເປັນຄຳຍ້ອງຍໍຊາຍຜູ້ມີຊື່ສຽງ ແລະ ມີພະລັງແທ້ໆ. … ສອງຂໍ້ຕໍ່ຈາກນັ້ນໄດ້ກ່າວກ່ຽວກັບຮີລາມັນ ແລະ ອ້າຍນ້ອງຂອງລາວ, ຜູ້ມີບົດບາດຊັດເຈນນ້ອຍກວ່າບົດບາດຂອງໂມໂຣໄນ, ທີ່ອ່ານວ່າ:
“‘ບັດນີ້ຈົ່ງເບິ່ງ, ຮີລາມັນ ແລະ ພີ່ນ້ອງຂອງເພິ່ນກໍບໍ່ໄດ້ຮັບໃຊ້ຜູ້ຄົນໜ້ອຍໄປກວ່າໂມໂຣໄນເລີຍ’ (ແອວມາ 48:19).”
ປະທານຮັນເທີໄດ້ກ່າວຕື່ມວ່າ, “ໃນອີກຄຳໜຶ່ງ, ເຖິງແມ່ນຮີລາມັນບໍ່ເປັນທີ່ໜ້າສັງເກດ ຫລື ເຫັນໄດ້ຊັດເຈນຄືກັນກັບໂມໂຣໄນ, ແຕ່ລາວກໍປະຕິບັດໜ້າທີ່ໄດ້ດີບໍ່ນ້ອຍ; ນັ້ນຄື, ລາວຊ່ວຍໄດ້ຫລາຍ ແລະ ເປັນປະໂຫຍດຄືກັນກັບໂມໂຣໄນ.”4
ແລ້ວປະທານຮັນເທີໄດ້ແນະນຳເຮົາທຸກຄົນໃຫ້ປະຕິບັດໜ້າທີ່ໄດ້ດີບໍ່ນ້ອຍ. ເພິ່ນໄດ້ກ່າວວ່າ: “ຖ້າຫາກທ່ານຮູ້ສຶກວ່າ ສິ່ງທີ່ທ່ານເຮັດໃນປີນີ້ ຫລື ໃນຫລາຍປີຈາກນີ້ ບໍ່ໄດ້ເຮັດໃຫ້ທ່ານມີຊື່ສຽງ, ຈົ່ງໝັ້ນໃຈ. ຄົນດີເລີດສ່ວນໃຫຍ່ທີ່ເຄີຍມີຊີວິດຢູ່ ກໍບໍ່ໄດ້ມີຊື່ສຽງຫລາຍເຊັ່ນກັນ. ຮັບໃຊ້ ແລະ ເຕີບໂຕ, ຢ່າງຊື່ສັດ ແລະ ຢ່າງງຽບໆ.”5
ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ
ຂ້າພະເຈົ້າກະຕັນຍູສຳລັບສະມາຊິກຂອງສາດສະໜາຈັກຫລາຍລ້ານຄົນ ທີ່ທຸກວັນນີ້ກຳລັງມາຫາພຣະຜູ້ຊ່ວຍໃຫ້ລອດ6 ແລະ ມຸ້ງໜ້າຕໍ່ໄປໃນເສັ້ນທາງແຫ່ງພັນທະສັນຍາ ໃນເຫລັ້ມກວຽນສຸດທ້າຍ ໃນຂະບວນກວຽນຍາວປະຈຸບັນຂອງເຮົາ—ແລະ ເປັນຜູ້ປະຕິບັດໜ້າທີ່ໄດ້ດີບໍ່ນ້ອຍ. ສັດທາອັນແຮງກ້າຂອງທ່ານໃນພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ ແລະ ຊີວິດທີ່ບໍ່ໂອ້ອວດ ແລະ ອຸທິດຕົນຂອງທ່ານ ເປັນແຮງບັນດານໃຈຂ້າພະເຈົ້າໃຫ້ເປັນຄົນດີກວ່າເກົ່າ ແລະ ເປັນສານຸສິດທີ່ດີກວ່າເກົ່າ.
ຂ້າພະເຈົ້າຮັກທ່ານ. ຂ້າພະເຈົ້າຊົມເຊີຍທ່ານ. ຂ້າພະເຈົ້າຂອບໃຈທ່ານ. ແລະ ຂ້າພະເຈົ້າຍົກຍ້ອງທ່ານ.
ຂໍ້ຄວາມໃນພຣະຄຳພີມໍມອນຂອງຊາມູເອນຊາວເລມັນ ສະຫລຸບຄວາມຮູ້ສຶກທີ່ຂ້າພະເຈົ້າມີຕໍ່ທ່ານໄດ້ດີທີ່ສຸດ.
“ເຫັນວ່າພວກເຂົາສ່ວນຫລາຍ ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ, ແລະ ພວກເຂົາເດີນໄປຢ່າງຮອບຄອບຕໍ່ພຣະພັກຂອງພຣະເຈົ້າ, ແລະ ພວກເຂົາຍຶດຖືທີ່ຈະຮັກສາພຣະບັນຍັດ ແລະ ຮັກສາຂໍ້ກຳນົດ … ຂອງພຣະອົງ.
“ແທ້ຈິງແລ້ວ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກເຂົາສ່ວນຫລາຍກຳລັງກະທຳຢ່າງນີ້, ແລະ ພວກເຂົາກຳລັງພະຍາຍາມດ້ວຍຄວາມພາກພຽນອັນບໍ່ຮູ້ອິດເມື່ອຍທີ່ຈະນຳພາພີ່ນ້ອງທີ່ເຫລືອຢູ່ຂອງພວກເຂົາມາສູ່ຄວາມຮູ້ເລື່ອງຄວາມຈິງ.”7
ຂ້າພະເຈົ້າເຊື່ອວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງອ້າຍເອື້ອຍນ້ອງທີ່ສາມາດຫລິງເຫັນ ຜູ້ຫລຽວຫາ ແລະ ນັ່ງຢູ່ທາງຂ້າງຂອງຄົນທີ່ນັ່ງຢູ່ຄົນດຽວ ໃນການປະຊຸມຂອງສາດສະໜາຈັກ ແລະ ໃນສະພາບແວດລ້ອມອື່ນໆທີ່ຫລາກຫລາຍ. ເຂົາເຈົ້າພະຍາຍາມຢ່າງຕໍ່ເນື່ອງເພື່ອ “ປອບໂຍນຜູ້ທີ່ຕ້ອງການຄວາມປອບໂຍນ,”8 ໂດຍບໍ່ຫວັງການຮັບຮູ້ ຫລື ຄຳຊົມ.
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງຄູ່ຄອງ ແລະ ລູກໆທີ່ສະໜັບສະໜູນຄູ່ຂອງຕົນ, ພໍ່ແມ່, ຫລື ລູກທີ່ຮັບໃຊ້ໃນຕຳແໜ່ງຜູ້ນຳໃນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ເປັນເຈົ້າ. ອິດທິພົນຄ້ຳຈູນທີ່ຍືນຍົງ, ງຽບສະຫງົບ, ແລະ ໂດຍທົ່ວໄປ ທີ່ບໍ່ເປັນທີ່ຮູ້ຈັກຂອງເຂົາເຈົ້າ ເຮັດໃຫ້ເປັນໄປໄດ້ສຳລັບພອນທີ່ຈະມາເຖິງຫລາຍຄົນ ແລະ ຫລາຍຄອບຄົວ ໃນທາງທີ່ຈະຮູ້ໄດ້ໂດຍສົມບູນພຽງແຕ່ໃນນິລັນດອນເທົ່ານັ້ນ.
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງບຸກຄົນທີ່, ຫັນໜີຈາກພຣະເຈົ້າ, ແລ້ວໄດ້ກັບມາຫາພຣະອົງ ອີກຄັ້ງ ດ້ວຍຄວາມຖ່ອມຕົວ,9 ໄດ້ກັບໃຈຈາກບາບຂອງຕົນ, ແລະ ສະແຫວງຫາການຊຳລະໃຫ້ສະອາດ ແລະ ອຳນາດປິ່ນປົວຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ການມາຫາພຣະຄຣິດ10 ໂດຍການກັບຄືນມາຫາເສັ້ນທາງແຫ່ງພັນທະສັນຍາ ຈາກທາງອ້ອມທີ່ເປັນບາບ ທີ່ນຳໄປສູ່ “ເສັ້ນທາງຕ້ອງຫ້າມ”11 ເປັນສິ່ງຈຳເປັນທາງວິນຍານ ແລະ ເຂັ້ມງວດໂດຍຄວາມຊອບທຳ. ຂະນະທີ່ເຂົາເຈົ້າມຸ້ງໜ້າຕໍ່ໄປດ້ວຍສັດທາ ແລະ ບໍ່ອິດເມື່ອຍໃນການເຮັດຄວາມດີ, ເຂົາເຈົ້າກໍກຳລັງວາງຮາກຖານຂອງວຽກງານອັນຍິ່ງໃຫຍ່ໃນຊີວິດສ່ວນຕົວຂອງເຂົາເຈົ້າ,12 “ທຸກຊົ່ວລຸ້ນຄົນ ແລະ ຊົ່ວນິລັນດອນ.”13
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງບຸກຄົນທີ່ຊອບທຳ ຜູ້ປາດຖະໜາທີ່ຈະທຽມແອກກັບພຣະຜູ້ຊ່ວຍໃຫ້ລອດ ຜ່ານທາງພັນທະສັນຍາ ແລະ ພິທີການຂອງພຣະກິດຕິຄຸນທີ່ໄດ້ຮັບອະນຸຍາດຂອງພຣະອົງ—ແຕ່ອາດຖືກຫ້າມບໍ່ໃຫ້ເຮັດເຊັ່ນນັ້ນໂດຍປັດໃຈ ເໜືອການຄວບຄຸມຂອງຕົນ. ຂ້າພະເຈົ້າສັນຍາວ່າ ຄວາມເຈັບປວດສ່ວນຕົວຂອງທ່ານ ຈະໄດ້ຮັບການບັນເທົາລົງ ແລະ ການເຊື່ອຟັງ ແລະ ຄວາມຊື່ສັດຂອງທ່ານ ໃນການຍອມເຮັດຕາມພຣະປະສົງຂອງພຣະເຈົ້າດ້ວຍຄວາມອົດທົນ ຈະໄດ້ຮັບລາງວັນໃນ “ເວລາອັນເໝາະສົມຂອງພຣະຜູ້ເປັນເຈົ້າ.”14 “ນ້ຳຕາອາດໄຫລຫລັ່ງໃນເວລາກາງຄືນ, ແຕ່ຄວາມຊົມຊື່ນຍິນດີກໍມີມາໃນຕອນເຊົ້າ.”15
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງຜູ້ແປພາສາ ແລະ ນາຍພາສາທີ່ໄດ້ຮັບການດົນໃຈຕະຫລອດທົ່ວໂລກ ຜູ້ຮັບໃຊ້ພຣະຜູ້ເປັນເຈົ້າ ໂດຍການຊ່ວຍໝູ່ເພື່ອນ ແລະ ສະມາຊິກ ໃຫ້ “ໄດ້ຍິນຄວາມສົມບູນຂອງພຣະກິດຕິຄຸນໃນຄຳວາຈາ [ຂອງເຂົາເຈົ້າ] ເອງ, ໃນພາສາຂອງ [ຂອງເຂົາເຈົ້າ] ເອງ.”16 ສຽງຂອງເຂົາເຈົ້າ, ການບອກໃບ້, ເອກະສານການແປ ຖ່າຍທອດຄວາມຈິງນິລັນດອນ, ແຕ່ພວກເຮົາໜ້ອຍຄົນຮູ້ຈັກຊື່ຂອງເຂົາເຈົ້າ ຫລື ແມ່ນແຕ່ສະແດງຄວາມຂອບໃຈ. ຜ່ານທາງຂອງປະທານແຫ່ງການເວົ້າພາສາ ຊຶ່ງເຂົາເຈົ້າໄດ້ຮັບພອນ, ຜູ້ແປພາສາ ແລະ ນາຍພາສາ ໄດ້ຮັບໃຊ້ຢ່າງພາກພຽນ, ຢ່າງບໍ່ເຫັນແກ່ຕົວ, ແລະ, ສ່ວນຫລາຍ, ບໍ່ເປີດເຜີຍຕົວຕົນ ເພື່ອຊ່ວຍຜູ້ຄົນໃຫ້ໄດ້ຮັບຂອງປະທານຝ່າຍວິນຍານແຫ່ງສັດທາ ຜ່ານທາງການອ່ານ ແລະ ການໄດ້ຍິນພຣະຄຳຂອງພຣະເຈົ້າ.17
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງຊາຍ ແລະ ຍິງຜູ້ແຕ່ງງານທີ່ຊື່ສັດ ທີ່ໃຫ້ກຽດແກ່ຄວາມຮັບຜິດຊອບ ຕາມພັນທະສັນຍາຂອງເຂົາເຈົ້າ ທີ່ຈະເພີ່ມທະວີຄູນ ແລະ ຂະຫຍາຍເຜົ່າພັນໃຫ້ເຕັມແຜ່ນດິນໂລກ ແລະ ຜູ້ທີ່ໄດ້ຮັບຄວາມເຂັ້ມແຂງ ແລະ ຄວາມທົນທານທີ່ຈະຕໍ່ສູ້ກັບລູກໆຂອງເຂົາເຈົ້າຢູ່ໃນກອງປະຊຸມສິນລະລຶກ. ໃນໂລກທີ່ສັບສົນວຸ້ນວາຍຂຶ້ນເລື້ອຍໆດ້ວຍໄພພິບັດ ແລະ ການຈັດອັນດັບຄວາມສຳຄັນຜິດ, ຈິດວິນຍານທີ່ກ້າຫານເຫລົ່ານີ້ບໍ່ສົນໃຈກັບສຽງທາງໂລກ ທີ່ຍົກຍ້ອງການເອົາແຕ່ໃຈຕົນເອງ; ເຂົາເຈົ້າເຄົາລົບຄວາມສັກສິດ ແລະ ຄວາມສຳຄັນຂອງຊີວິດ ໃນແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນ ສຳລັບລູກໆຂອງພຣະອົງ.
ຄູ່ແຕ່ງງານຫລາຍຄູ່ກໍຍັງໄວ້ວາງໃຈໃນພຣະເຈົ້າ ເມື່ອຄວາມປາດຖະໜາອັນຊອບທຳແຫ່ງໃຈຂອງເຂົາເຈົ້າບໍ່ເກີດເປັນຈິງ ທີ່ເຂົາເຈົ້າໄດ້ຫວັງ ແລະ ຝັນແນວໃດ ແລະ ເມື່ອໃດ. ເຂົາເຈົ້າ “ລໍຄອຍພຣະຜູ້ເປັນເຈົ້າ”18 ແລະ ບໍ່ໄດ້ສັ່ງໃຫ້ພຣະອົງສະໜອງຕາມການກຳນົດໃນຊ່ວງມະຕະຂອງເຂົາເຈົ້າ. “ເພາະວ່ານັບແຕ່ການເລີ່ມຕົ້ນຂອງໂລກເປັນຕົ້ນມາ ບໍ່ມີມະນຸດຄົນໃດໄດ້ຍິນ ຫລື ໄດ້ຮູ້ຈັກດ້ວຍຫູ, ທັງບໍ່ເຄີຍໄດ້ເຫັນດ້ວຍຕາ, ໂອ້ ພຣະອົງເຈົ້າ, ນອກຈາກພຣະອົງແລ້ວ, ພຣະອົງໄດ້ຕຽມສິ່ງຍິ່ງໃຫຍ່ພຽງໃດສຳລັບ [ພວກເຂົາ] ທີ່ລໍຖ້າພຣະອົງ.”19
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງຜູ້ນຳຫ້ອງອະນຸບານ ແລະ ຄູສອນປະຖົມໄວຫລາຍພັນຄົນ ທີ່ຮັກ ແລະ ໃຫ້ຄຳແນະນຳແກ່ເດັກນ້ອຍຂອງສາດສະໜາຈັກ ທຸກວັນຊະບາໂຕ.
ໃຫ້ພິຈາລະນາຜົນກະທົບນິລັນດອນຂອງການຮັບໃຊ້ທີ່ປະຕິບັດໂດຍສານຸສິດທີ່ອຸທິຕົນເຫລົ່ານີ້—ແລະ ພອນແຫ່ງຄຳສັນຍາທີ່ມະຫັດສະຈັນ ຕໍ່ຜູ້ທີ່ປະຕິບັດສາດສະໜາກິດແກ່ເດັກນ້ອຍ.
“ແລ້ວ [ພຣະເຢຊູ] ກໍເອົາເດັກນ້ອຍຜູ້ໜຶ່ງມາ ຢືນຢູ່ຕໍ່ໜ້າພວກເພິ່ນ: ແລ້ວກໍອູ້ມເອົາເດັກນ້ອຍນັ້ນ, ແລະ ກ່າວແກ່ພວກສາວົກວ່າ,
“ຖ້າຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຄົນໜຶ່ງຢ່າງນີ້ ໄວ້ໃນນາມຂອງເຮົາ, ຜູ້ນັ້ນກໍຕ້ອນຮັບເຮົາ: ແລະ ຜູ້ໃດທີ່ຕ້ອນຮັບເຮົາ, ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ, ແຕ່ຍັງຕ້ອນຮັບພຣະອົງ ຜູ້ທີ່ໄດ້ໃຊ້ເຮົາມາເໝືອນກັນ.”20
ວະລີທີ່ວ່າ “ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ” ບັນຍາຍເຖິງລູກໆທີ່ອຸທິດຕົນ ທີ່ດູແລພໍ່ແມ່ສູງອາຍຸຢ່າງອ່ອນໂຍນ, ແມ່ທີ່ອົດຫລັບອົດນອນເພື່ອປອບໃຈລູກທີ່ຢ້ານກົວ ຂະນະທີ່ຢືນເຝົ້າຄືກັບ “ໂຕສິງຢູ່ທີ່ປະຕູ” ບ້ານຂອງນາງ,21 ສະມາຊິກຂອງສາດສະໜາຈັກທີ່ມາເຖິງໄວ ແລະ ກັບຊ້າ ເພື່ອຈັດໂຕະຕັ່ງ, ແລະ ບຸກຄົນທີ່ຖືກດົນໃຈໃຫ້ເຊື້ອເຊີນຄອບຄົວ, ໝູ່ເພື່ອນ ແລະ ເພື່ອນຮ່ວມງານ ໃຫ້ມາ ແລະ ເບິ່ງ, ມາ ແລະ ຊ່ວຍເຫລືອ, ແລະ ມາ ແລະ ເຂົ້າຮ່ວມ.22
ຂ້າພະເຈົ້າໄດ້ບັນຍາຍພຽງແຕ່ບາງຕົວຢ່າງທີ່ເລືອກມາ ກ່ຽວກັບການຮັກສາພັນທະສັນຍາ ແລະ ສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດຄືກັບທ່ານ ຜູ້ມຸ້ງໜ້າຕໍ່ໄປ “ຢູ່ໃນທາງແຫ່ງໜ້າທີ່ [ຂອງທ່ານ].” ຕົວຢ່າງເພີ່ມເຕີມອີກນັບລ້ານໆຂອງໄພ່ພົນຍຸກສຸດທ້າຍ ຜູ້ມອບ “ທັງຈິດວິນຍານ” ຂອງເຂົາເຈົ້າ23 ແດ່ພຣະເຈົ້າ ສາມາດພົບເຫັນໄດ້ຢູ່ໃນບ້ານທີ່ເປັນສູນກາງ ແລະ ໃນໜ່ວຍສາດສະໜາຈັກຕະຫລອດທົ່ວໂລກ.
ທ່ານຮັກ ແລະ ຮັບໃຊ້, ຟັງ ແລະ ຮຽນຮູ້, ຫ່ວງໃຍ ແລະ ປອບໂຍນ, ແລະ ສິດສອນ ແລະ ເປັນພະຍານ ໂດຍອຳນາດຂອງພຣະວິນຍານບໍລິສຸດ. ທ່ານຖືສິນອົດເຂົ້າ ແລະ ອະທິຖານຢູ່ເລື້ອຍໆ ແລະ ໄດ້ເຂັ້ມແຂງຂຶ້ນໄປເລື້ອຍໆໃນຄວາມຖ່ອມຕົວ, ແລະ ໝັ້ນຄົງຂຶ້ນໄປເລື້ອຍໆນຳສັດທາໃນພຣະຄຣິດ, ຈົນເຮັດໃຫ້ຈິດວິນຍານ [ຂອງທ່ານ] ເຕັມໄປດ້ວຍຄວາມສຸກ ແລະ ຄວາມປອບໃຈ, ແທ້ຈິງແລ້ວ, ຈົນຊຳລະໃຈ [ຂອງທ່ານ] ໃຫ້ບໍລິສຸດ ແລະ ສັກສິດ ຊຶ່ງການຊຳລະໃຫ້ບໍລິສຸດນັ້ນມີມາຍ້ອນ … ການຍອມຖວາຍໃຈ [ຂອງທ່ານ] ແດ່ພຣະເຈົ້າ.”24
ຄຳສັນຍາ ແລະ ປະຈັກພະຍານ
ຜູ້ທີ່ຢູ່ໃນຂະບວນກວຽນສຸດທ້າຍ, ທຸກຄົນທີ່ປະຕິບັດໜ້າທີ່ໄດ້ດີບໍ່ນ້ອຍ, ແລະ ທ່ານຜູ້ທີ່ກຳລັງມຸ້ງໜ້າຕໍ່ໄປໃນມື້ນີ້ ຢູ່ໃນເສັ້ນທາງແຫ່ງໜ້າທີ່ຂອງທ່ານ ເປັນຄວາມເຂັ້ມແຂງຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ຊ່ວຍໃຫ້ລອດ. ແລະ ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ສັນຍາ, “ພຣະບັນລັງ ແລະ ການຄອບຄອງ, ເຂດປົກຄອງ ແລະ ອຳນາດທັງໝົດ, ຈະຖືກເປີດເຜີຍ ແລະ ຖືກມອບໃຫ້ແກ່ທຸກຄົນທີ່ອົດທົນຢ່າງກ້າຫານເພື່ອພຣະກິດຕິຄຸນຂອງພຣະເຢຊູຄຣິດ.”25
ຂ້າພະເຈົ້າເປັນພະຍານຢ່າງຊື່ນຊົມວ່າ ພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຮັກຂອງພຣະອົງຊົງພຣະຊົນຢູ່ ແລະ ຄຳສັນຍາຂອງພວກພຣະອົງນັ້ນແມ່ນແນ່ນອນ, ໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.