ການຮັກສາສຽງຂອງຜູ້ຄົນແຫ່ງພັນທະສັນຍາໃນຄົນລຸ້ນໃໝ່
ໜ້າທີ່ອັນສັກສິດທີ່ສຸດປະການໜຶ່ງຂອງເຮົາຄືການຊ່ວຍໃຫ້ລູກໆຂອງເຮົາຮັບຮູ້ຢ່າງເລິກເຊິ່ງ ແລະ ໂດຍສະເພາະວ່າພຣະເຢຊູຄືພຣະຄຣິດ.
ໜຶ່ງໃນຊ່ວງເວລາທີ່ປະທັບໃຈທີ່ສຸດໃນພຣະຄຳພີມໍມອນ ຄືການສະເດັດມາຢ້ຽມຢາມຜູ້ຄົນຂອງພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນແລ້ວ ຢູ່ທີ່ພຣະວິຫານໃນແຜ່ນດິນອຸດົມສົມບູນ. ຫລັງຈາກມື້ແຫ່ງການສິດສອນ, ການປິ່ນປົວ, ແລະ ການສ້າງສັດທາ, ພຣະເຢຊູໄດ້ຫັນຄວາມສົນໃຈຂອງຜູ້ຄົນໄປຫາຄົນລຸ້ນໃໝ່ໂດຍທີ່: “ພຣະອົງໄດ້ສັ່ງໃຫ້ນຳເອົາເດັກນ້ອຍໆຂອງພວກເຂົາມາ.”1 ພຣະອົງໄດ້ອະທິຖານເພື່ອພວກເຂົາ ແລະ ພຣະອົງໄດ້ອວຍພອນພວກເຂົາເທື່ອລະຄົນ. ປະສົບການດັ່ງກ່າວເປັນທີ່ສະເທືອນໃຈຫລາຍຈົນວ່າພຣະຜູ້ຊ່ວຍໃຫ້ລອດພຣະອົງເອງໄດ້ກັນແສງຢູ່ຫລາຍຄັ້ງ.
ຈາກນັ້ນ, ພຣະເຢຊູກໍໄດ້ກ່າວກັບຝູງຊົນວ່າ:
“ຈົ່ງເບິ່ງເດັກນ້ອຍໆຂອງພວກເຈົ້າ.
“ແລະ ເວລາພວກເຂົາຫລຽວໄປ … ພວກເຂົາເຫັນຟ້າສະຫວັນເປີດ, ແລະ ພວກເຂົາໄດ້ເຫັນເຫລົ່າທູດພາກັນລົງມາຈາກສະຫວັນ,” ເພື່ອປະຕິບັດສາດສະໜາກິດຕໍ່ລູກໆຂອງພວກເຂົາ.2
ຂ້າພະເຈົ້າໄດ້ຄິດກ່ຽວກັບປະສົບການນີ້ເລື້ອຍໆ. ມັນຄົງເຮັດໃຫ້ໃຈຂອງທຸກຄົນອ່ອນລົງ! ພວກເຂົາໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດ. ພວກເຂົາໄດ້ສຳຜັດພຣະອົງ. ພວກເຂົາໄດ້ຮູ້ຈັກພຣະອົງ. ພຣະອົງໄດ້ສິດສອນພວກເຂົາ. ພຣະອົງໄດ້ໃຫ້ພອນແກ່ພວກເຂົາ. ແລະ ພຣະອົງຮັກພວກເຂົາ. ຈຶ່ງບໍ່ເປັນທີ່ໜ້າສົງໄສເລີຍວ່າຫລັງຈາກເຫດການອັນສັກສິດນີ້, ເດັກນ້ອຍເຫລົ່ານີ້ໄດ້ເຕີບໃຫຍ່ຂຶ້ນມາເພື່ອຊ່ວຍສະຖາປະນາສັງຄົມແຫ່ງສັນຕິສຸກ, ຄວາມຈະເລີນຮຸ່ງເຮືອງ, ແລະ ຄວາມຮັກທີ່ເປັນເໝືອນດັ່ງພຣະຄຣິດທີ່ຍັງຄົງຢູ່ຫລາຍລຸ້ນຄົນ.3
ກໍຈະເປັນການດີຫລາຍຖ້າວ່າລູກຫລານຂອງເຮົາສາມາດມີປະສົບການແບບນັ້ນກັບພຣະເຢຊູຄຣິດ—ທີ່ມີສິ່ງໃດສິ່ງໜຶ່ງຜູກມັດໃຈຂອງພວກເຂົາໄວ້ກັບພຣະອົງ! ພຣະອົງໄດ້ເຊື້ອເຊີນເຮົາ, ເຊັ່ນດຽວກັນກັບທີ່ພຣະອົງໄດ້ເຊື້ອເຊີນພໍ່ແມ່ເຫລົ່ານັ້ນໃນພຣະຄຳພີມໍມອນ, ໃຫ້ນຳເອົາເດັກນ້ອຍຂອງເຮົາມາຫາພຣະອົງ. ເຮົາສາມາດຊ່ວຍພວກເຂົາໃຫ້ຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງພວກເຂົາໃນແບບດຽວກັນກັບທີ່ເດັກນ້ອຍເຫລົ່ານີ້ໄດ້ຮູ້. ເຮົາສາມາດສະແດງໃຫ້ພວກເຂົາເຫັນວິທີຊອກຫາພຣະຜູ້ຊ່ວຍໃຫ້ລອດໃນພຣະຄຳພີ ແລະ ສ້າງຮາກຖານຂອງພວກເຂົາໄວ້ເທິງພຣະອົງ.4
ເມື່ອບໍ່ດົນມານີ້, ເພື່ອນທີ່ດີຄົນໜຶ່ງໄດ້ສິດສອນຂ້າພະເຈົ້າບາງຢ່າງທີ່ຂ້າພະເຈົ້າບໍ່ໄດ້ສັງເກດມາກ່ອນກ່ຽວກັບຄຳອຸປະມາເລື່ອງຄົນສະຫລາດຜູ້ປຸກເຮືອນຂອງຕົນໃສ່ເທິງດານຫີນ. ອີງຕາມເລື່ອງທີ່ບັນທຶກໃນລູກາ, ຕອນທີ່ຄົນສະຫລາດໄດ້ຕັ້ງຮາກຖານເຮືອນຂອງລາວ, ລາວໄດ້ “ຂຸດດິນລົງເລິກ.”5 ມັນບໍ່ແມ່ນເລື່ອງທີ່ເຮັດແບບທຳມະດາ ຫລື ງ່າຍດາຍ—ມັນຕ້ອງໃຊ້ຄວາມພະຍາຍາມ!
ໃນການສ້າງຊີວິດຂອງເຮົາເທິງດານຫີນຂອງພຣະຜູ້ໄຖ່, ພຣະເຢຊູຄຣິດ, ເຮົາຕ້ອງຂຸດລົງເລິກ. ເຮົາກຳຈັດທຸກສິ່ງທີ່ເປັນດິນຊາຍ ຫລື ບໍ່ເປັນປະໂຫຍດໃນຊີວິດຂອງເຮົາອອກໄປ. ເຮົາສືບຕໍ່ການຂຸດຈົນກວ່າເຮົາຈະພົບພຣະອົງ. ແລະ ເຮົາສິດສອນລູກໆຂອງເຮົາໃຫ້ຜູກມັດພວກເຂົາເອງໄວ້ກັບພຣະອົງໂດຍຜ່ານທາງພິທີການ ແລະ ພັນທະສັນຍາສັກສິດ ເພື່ອວ່າເມື່ອພະຍຸ ແລະ ຟ້າຝົນສິ່ງກົງກັນຂ້າມເຂົ້າມາ, ດັ່ງທີ່ຈະເກີດຂຶ້ນຢ່າງແນ່ນອນ, ມັນຈະສົ່ງຜົນກະທົບພຽງເລັກນ້ອຍຕໍ່ຊີວິດຂອງພວກເຂົາ “ເພາະດານຫີນທີ່ [ພວກເຂົາ] ຖືກສ້າງຂຶ້ນເທິງມັນ.”6
ຄວາມເຂັ້ມແຂງແບບນີ້ບໍ່ໄດ້ເກີດຂຶ້ນມາເອງ. ມັນບໍ່ໄດ້ຖືກຖ່າຍທອດໃຫ້ກັບລຸ້ນຄົນຕໍ່ໄປຄືກັບການສືບທອດທາງວິນຍານ. ແຕ່ລະຄົນຈະຕ້ອງໄດ້ຂຸດເລິກລົງໄປເພື່ອໃຫ້ເຫັນດານຫີນນັ້ນ.
ເຮົາຮຽນຮູ້ບົດຮຽນນີ້ໄດ້ຈາກອີກເລື່ອງໜຶ່ງໃນພຣະຄຳພີມໍມອນ. ໃນຕອນທີ່ກະສັດເບັນຢາມິນໄດ້ກ່າວປາໄສຄັ້ງສຸດທ້າຍຕໍ່ຜູ້ຄົນຂອງເພິ່ນ, ພວກເຂົາໄດ້ມາເຕົ້າໂຮມກັນເປັນຄອບຄົວ ເພື່ອຟັງຄຳຂອງເພິ່ນ.7 ກະສັດເບັນຢາມິນໄດ້ສະແດງການເປັນພະຍານທີ່ມີພະລັງເຖິງພຣະເຢຊູຄຣິດ, ແລະ ຜູ້ຄົນປະທັບໃຈຢ່າງເລິກເຊິ່ງຈາກປະຈັກພະຍານຂອງເພິ່ນ. ພວກເຂົາໄດ້ປະກາດວ່າ:
“ພຣະວິນຍານ … ໄດ້ກະທຳໃຫ້ມີການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ. …
“ແລະ ພວກເຮົາເຕັມໃຈທີ່ຈະເຂົ້າເຮັດພັນທະສັນຍາກັບພຣະເຈົ້າຂອງພວກເຮົາເພື່ອຈະທຳຕາມພຣະປະສົງຂອງພຣະອົງ … ຕະຫລອດວັນເວລາຂອງພວກເຮົາ.”8
ບາງຄົນອາດຄາດຫວັງວ່າ ເດັກນ້ອຍໆທີ່ພໍ່ແມ່ໄດ້ປ່ຽນໃຈເຫລື້ອມໃສຢ່າງເລິກເຊິ່ງໃນຕອນນັ້ນ ໃນທີ່ສຸດກໍຈະປ່ຽນໃຈເຫລື້ອມໃສ ແລະ ເຮັດພັນທະສັນຍາດ້ວຍຕົວພວກເຂົາເອງ. ແຕ່ເຖິງຢ່າງໃດກໍຕາມ, ດ້ວຍເຫດຜົນບາງຢ່າງບໍ່ໄດ້ກ່າວໃນບັນທຶກ, ພັນທະສັນຍາທີ່ພໍ່ແມ່ໄດ້ເຮັດໄວ້ນັ້ນບໍ່ໄດ້ຮັບຄວາມສົນໃຈຈາກລູກໆບາງຄົນຂອງພວກເຂົາ. ຫລາຍປີຕໍ່ມາ “ມີຄົນລຸ້ນໃໝ່ເປັນຈຳນວນຫລວງຫລາຍທີ່ບໍ່ເຂົ້າໃຈຄຳເວົ້າຂອງກະສັດເບັນຢາມິນ, ໂດຍທີ່ຍັງເປັນເດັກນ້ອຍໆຢູ່ໃນເວລາທີ່ເພິ່ນກ່າວກັບຜູ້ຄົນຂອງເພິ່ນ; ແລະ ພວກເຂົາບໍ່ເຊື່ອຖືປະເພນີຂອງບັນພະບຸລຸດຂອງພວກເຂົາ.
“ພວກເຂົາບໍ່ເຊື່ອເລື່ອງທີ່ມີກ່າວໄວ້ກ່ຽວກັບການຟື້ນຄືນຊີວິດຂອງຄົນຕາຍ, ທັງບໍ່ເຊື່ອກ່ຽວກັບການສະເດັດມາຂອງພຣະຄຣິດ. …
“ແລະ ພວກເຂົາບໍ່ຍອມຮັບບັບຕິສະມາ, ທັງບໍ່ຍອມເຂົ້າຮ່ວມສາດສະໜາຈັກ. ແລະ ພວກເຂົາເປັນພວກໜຶ່ງທີ່ຢູ່ຕາມສັດທາຂອງຕົນ.”9
ມັນເປັນຄວາມຄິດທີ່ໜ້າເປັນຫ່ວງແທ້ໆ! ສຳລັບຄົນລຸ້ນໃໝ່, ສັດທາໃນພຣະເຢຊູຄຣິດທີ່ເປັນ “ປະເພນີຂອງບັນພະບຸລຸດຂອງພວກເຂົານັ້ນ” ຍັງບໍ່ພຽງພໍ. ພວກເຂົາຈຳເປັນຕ້ອງມີສັດທາໃນພຣະຄຣິດເພື່ອຕົວຂອງພວກເຂົາເອງ. ໃນຖານະຜູ້ຄົນແຫ່ງພັນທະສັນຍາຂອງພຣະເຈົ້າ, ເຮົາຈະປູກຝັງຄວາມປາດຖະໜາທີ່ຈະເຮັດ ແລະ ຮັກສາພັນທະສັນຍາກັບພຣະອົງໄວ້ໃນຫົວໃຈລູກຫລານຂອງເຮົາໄດ້ແນວໃດ?
ເຮົາສາມາດເລີ່ມຕົ້ນດ້ວຍການເຮັດຕາມຕົວຢ່າງຂອງນີໄຟ ທີ່ວ່າ: “ພວກເຮົາ ເວົ້າເຖິງພຣະຄຣິດ, ພວກເຮົາປິຕິຍິນດີໃນພຣະຄຣິດ, ພວກເຮົາສັ່ງສອນເລື່ອງພຣະຄຣິດ, ພວກເຮົາທຳນາຍເຖິງພຣະຄຣິດ, ແລະ ພວກເຮົາບັນທຶກຕາມຄຳທຳນາຍຂອງພວກເຮົາ ເພື່ອລູກຫລານຂອງພວກເຮົາຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.”10 ຖ້ອຍຄຳຂອງນີໄຟໝາຍເຖິງຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ, ໃນການສິດສອນລູກຫລານຂອງເຮົາກ່ຽວກັບພຣະຄຣິດຢ່າງສະໝ່ຳສະເໝີ. ເຮົາສາມາດຮັບປະກັນວ່າສຽງຂອງຜູ້ຄົນແຫ່ງພັນທະສັນຍາຈະບໍ່ງຽບໃນຫູຂອງຄົນລຸ້ນໃໝ່ ແລະ ພຣະເຢຊູຈະບໍ່ແມ່ນຫົວຂໍ້ສະເພາະແຕ່ມື້ວັນອາທິດເທົ່ານັ້ນ.11
ສຽງຂອງຜູ້ຄົນແຫ່ງພັນທະສັນຍາພົບໄດ້ໃນຄຳເວົ້າປະຈັກພະຍານຂອງເຮົາເອງ. ມັນສາມາດພົບໄດ້ໃນຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ແລະ ໄດ້ຖືກເກັບຮັກສາໄວ້ຢ່າງມີພະລັງໃນພຣະຄຳພີ. ບ່ອນທີ່ລູກຫລານຂອງເຮົາຈະມາຮູ້ຈັກກັບພຣະເຢຊູ ແລະ ຄົ້ນພົບຄຳຕອບໃຫ້ກັບຄຳຖາມຕ່າງໆຂອງພວກເຂົາ. ບ່ອນທີ່ພວກເຂົາຈະໄດ້ຮຽນຮູ້ດ້ວຍຕົວພວກເຂົາເອງເຖິງຄຳສອນຂອງພຣະຄຣິດ. ບ່ອນທີ່ພວກເຂົາຈະຄົ້ນພົບຄວາມຫວັງ. ສິ່ງນີ້ຈະກຽມພວກເຂົາໃຫ້ພ້ອມຕະຫລອດຊີວິດຂອງພວກເຂົາໃນການສະແຫວງຫາຄວາມຈິງ ແລະ ດຳລົງຊີວິດຕາມເສັ້ນທາງແຫ່ງພັນທະສັນຍາ.
ຂ້າພະເຈົ້າມັກຄຳແນະນຳຈາກປະທານຣະໂຊ ເອັມ ແນວສັນ ທີ່ວ່າ:
“ເຮົາ ສາມາດ ໄປຊອກຮັບຟັງພຣະອົງໄດ້ຢູ່ບ່ອນໃດ?
“ເຮົາສາມາດໄປຫາພຣະຄຳພີ. ມັນສິດສອນເຮົາກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ການຊົດໃຊ້ທີ່ຍິ່ງໃຫຍ່ຂອງພຣະອົງ, ແລະ ແຜນແຫ່ງຄວາມສຸກ ແລະ ການໄຖ່ທີ່ຍິ່ງໃຫຍ່ຂອງພຣະບິດາຂອງເຮົາ. ການເຂົ້າຫາພຣະຄຳຂອງພຣະເຈົ້າທຸກວັນ ເປັນສິ່ງຈຳເປັນຕໍ່ການຢູ່ລອດທາງຈິດວິນຍານ, ໂດຍສະເພາະໃນວັນເວລາທີ່ຫຍຸ້ງຍາກຫລາຍຂຶ້ນເລື້ອຍໆເຫລົ່ານີ້. ເມື່ອເຮົາຊື່ນຊົມຢູ່ດ້ວຍພຣະຄຳຂອງພຣະຄຣິດທຸກວັນ, ແລ້ວພຣະຄຳຂອງພຣະຄຣິດຈະບອກເຮົາໃຫ້ຮູ້ວິທີຕອບຮັບຄວາມຫຍຸ້ງຍາກ ທີ່ເຮົາບໍ່ເຄີຍຄິດວ່າ ມັນຈະເກີດກັບເຮົາ.”12
ດັ່ງນັ້ນການທີ່ຊື່ນຊົມຢູ່ດ້ວຍພຣະຄຳຂອງພຣະຄຣິດ ແລະ ຟັງພຣະອົງນັ້ນເປັນຄືແນວໃດ? ມັນກໍຄື, ອັນໃດກໍໄດ້ທີ່ມີຜົນສຳລັບທ່ານຫລາຍທີ່ສຸດ! ອາດຈະເປັນການເຕົ້າໂຮມກັບຄອບຄົວຂອງທ່ານເພື່ອເວົ້າລົມກັນກ່ຽວກັບສິ່ງຕ່າງໆທີ່ພຣະວິນຍານບໍລິສຸດໄດ້ສິດສອນທ່ານ ຈາກການສຶກສາພຣະຄຳພີຂອງທ່ານໂດຍການນຳໃຊ້ປຶ້ມ ຈົ່ງຕາມເຮົາມາ. ອາດຈະເປັນການເຕົ້າໂຮມກັນໃນແຕ່ລະມື້ກັບລູກໆຂອງທ່ານ ເພື່ອອ່ານພຣະຄຳພີສອງສາມຂໍ້ ແລະ ແລ້ວຊອກຫາໂອກາດໃນການສົນທະນາ ເຖິງສິ່ງທີ່ພວກທ່ານໄດ້ຮຽນຮູ້ຂະນະທີ່ພວກທ່ານໃຊ້ເວລານຳກັນ. ຂໍພຽງແຕ່ໃຫ້ທ່ານຊອກຫາວິທີໃດທີ່ໄດ້ຜົນກັບທ່ານ ແລະ ຄອບຄົວຂອງທ່ານ; ຈາກນັ້ນກໍພະຍາຍາມເຮັດໃຫ້ດີຂຶ້ນໃນແຕ່ລະມື້.
ໃຫ້ພິຈາລະນາຄວາມຮູ້ແຈ້ງນີ້ຈາກ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ: “ການສັງສັນໃນຕອນແລງຄົນດຽວ, ຊ່ວງການສຶກສາພຣະຄຳພີ, ຫລື ການສົນທະນາພຣະກິດຕິຄຸນອາດເບິ່ງຄືບໍ່ປະສົບຜົນສຳເລັດຫລາຍ. ແຕ່ຄວາມພະຍາຍາມເລັກໆນ້ອຍໆ ແລະ ລຽບງ່າຍທີ່ສະສົມໄວ້, ຊຶ່ງເກີດຂຶ້ນຢ່າງສະໝ່ຳສະເໝີເປັນເວລາດົນນານ, ສາມາດມີພະລັງ ແລະ ເຂັ້ມແຂງຫລາຍກວ່າຊ່ວງເວລາທີ່ສຳຄັນ ຫລື ບົດຮຽນທີ່ສຳຄັນ. … ສະນັ້ນຢ່າທໍ້ຖອຍ, ແລະ ຢ່າເປັນຫ່ວງກ່ຽວກັບການເຮັດສຳເລັດບາງສິ່ງທີ່ຍິ່ງໃຫຍ່ທຸກເທື່ອ. ພຽງແຕ່ມີຄວາມສະໝ່ຳສະເໝີໃນຄວາມພະຍາຍາມຂອງທ່ານເທົ່ານັ້ນກໍພໍ.”13
ໜ້າທີ່ຮັບຜິດຊອບອັນສັກສິດທີ່ສຸດຢ່າງໜຶ່ງຂອງເຮົາຄືການຊ່ວຍໃຫ້ລູກໆຂອງເຮົາມາຮູ້ຈັກຢ່າງເລິກເຊິ່ງ ແລະ ໂດຍສະເພາະວ່າພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່, ຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ສ່ວນຕົວຂອງພວກເຂົາ, ຜູ້ທີ່ຊົງຢືນເປັນປະມຸກຂອງສາດສະໜາຈັກຂອງພຣະອົງ! ເຮົາບໍ່ສາມາດປ່ອຍໃຫ້ສຽງແຫ່ງພັນທະສັນຍາຂອງເຮົາຕ້ອງຖືກປິດໄວ້ ຫລື ມິດງຽບ ເມື່ອເວົ້າເຖິງພຣະອົງ.
ທ່ານອາດຮູ້ສຶກບໍ່ພຽບພ້ອມເລັກນ້ອຍໃນບົດບາດນີ້, ແຕ່ທ່ານບໍ່ຄວນຮູ້ສຶກໂດດດ່ຽວ. ຍົກຕົວຢ່າງ, ສະພາຫວອດໄດ້ຖືກອະນຸຍາດໃຫ້ຈັດຕັ້ງການປະຊຸມສະພາຄູສອນສຳລັບພໍ່ແມ່. ໃນການປະຊຸມປະຈຳໄຕມາດເຫລົ່ານີ້, ພໍ່ແມ່ສາມາດເຕົ້າໂຮມກັນເພື່ອຮຽນຮູ້ຈາກປະສົບການຂອງກັນແລະກັນ, ສົນທະນາວ່າເຂົາເຈົ້າຈະເພີ່ມຄວາມເຂັ້ມແຂງໃຫ້ກັບຄອບຄົວຂອງເຂົາເຈົ້າແນວໃດ, ແລະ ຮຽນຮູ້ຫລັກທຳສຳຄັນຂອງການສິດສອນເໝືອນດັ່ງພຣະຄຣິດແນວໃດ. ການປະຊຸມນີ້ຄວນຖືກຈັດຂຶ້ນໃນຊົ່ວໂມງທີສອງຂອງໂບດ.14 ນຳພາໂດຍສະມາຊິກຫວອດທີ່ຖືກເລືອກຈາກອະທິການ ແລະ ປະຕິບັດຕາມຮູບແບບທົ່ວໄປຂອງການປະຊຸມສະພາຄູສອນ, ໂດຍການນຳໃຊ້ຄູ່ມື ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ ເປັນແຫລ່ງຂໍ້ມູນພື້ນຖານ.15 ອະທິການ, ຖ້າວ່າຫວອດຂອງທ່ານບໍ່ໄດ້ຈັດການປະຊຸມສະພາຄູສອນສຳລັບພໍ່ແມ່ໃນປະຈຸບັນນີ້, ຈົ່ງເຮັດວຽກງານຮ່ວມກັບປະທານໂຮງຮຽນວັນອາທິດ ແລະ ສະພາຫວອດເພື່ອຈັດຕັ້ງດ້ວຍຕົວທ່ານເອງ.16
ເພື່ອນທີ່ຮັກໃນພຣະຄຣິດຂອງຂ້າພະເຈົ້າ, ທ່ານກຳລັງເຮັດໄດ້ດີກວ່າທີ່ທ່ານຄິດ. ຂໍພຽງແຕ່ເຮັດວຽກງານນີ້ສືບຕໍ່ໄປ. ລູກໆຂອງທ່ານກຳລັງເບິ່ງ, ຟັງ, ແລະ ຮຽນຮູ້. ຂະນະທີ່ທ່ານສິດສອນພວກເຂົາ ທ່ານຈະມາຮູ້ຈັກກັບຕົວຕົນທີ່ແທ້ຈິງຂອງພວກເຂົາ ໃນຖານະບຸດ ແລະ ທິດາຂອງພຣະເຈົ້າ. ພວກເຂົາອາດຈະລືມພຣະຜູ້ຊ່ວຍໃຫ້ລອດເປັນບາງຄັ້ງບາງຄາວ, ແຕ່ຂ້າພະເຈົ້າສັນຍາກັບທ່ານວ່າ, ພຣະອົງຈະບໍ່ມີວັນລືມພວກເຂົາ! ຊ່ວງເວລາເຫລົ່ານັ້ນທີ່ພຣະວິນຍານບໍລິສຸດກ່າວກັບພວກເຂົາຈະຄົງຢູ່ໃນຫົວໃຈ ແລະ ໃນຈິດໃຈຂອງພວກເຂົາ. ແລະ ໃນມື້ໜຶ່ງ ລູກໆຂອງທ່ານຈະສະທ້ອນຄິດເຖິງປະຈັກພະຍານຂອງເອໂນດທີ່ວ່າ: ຂ້າພະເຈົ້າຮູ້ຈັກບິດາຂອງຂ້າພະເຈົ້າວ່າ ເພິ່ນເປັນຄົນທ່ຽງທຳ, “ເພາະ [ເພິ່ນ] ໄດ້ສິດສອນຂ້າພະເຈົ້າ … ໃນການລ້ຽງດູ ແລະ ການຕັກເຕືອນຂອງພຣະຜູ້ເປັນເຈົ້າ—ແລະ ຂໍພຣະນາມຂອງພຣະເຈົ້າຂອງຂ້າພະເຈົ້າຈົ່ງພຣະກະເສີມສຳລານເພາະການນີ້ເຖີດ.”17
ຂໍໃຫ້ເຮົາຍອມຮັບເອົາຄຳເຊື້ອເຊີນຈາກພຣະຜູ້ຊ່ວຍໃຫ້ລອດ ແລະ ນຳລູກໆຂອງເຮົາມາຫາພຣະອົງ. ຖ້າເຮົາເຮັດຕາມ, ພວກເຂົາຈະໄດ້ເຫັນພຣະອົງ. ພວກເຂົາຈະສຳຜັດພຣະອົງ. ພວກເຂົາຈະຮູ້ຈັກພຣະອົງ. ພຣະອົງຈະສິດສອນພວກເຂົາ. ພຣະອົງຈະໃຫ້ພອນແກ່ພວກເຂົາ. ແລະ, ໂອ, ພຣະອົງຈະຮັກພວກເຂົາຫລາຍພຽງໃດ. ແລະ, ໂອ, ຂ້າພະເຈົ້າຮັກພຣະອົງຫລາຍ. ໃນພຣະນາມອັນສັກສິດຂອງພຣະອົງ ພຣະເຢຊູຄຣິດ, ອາແມນ.