ຍິ່ງກວ່າວິລະຊົນ
ພຣະເຢຊູຄຣິດບໍ່ແມ່ນພຽງແຕ່ວິລະຊົນຂອງເຮົາເທົ່ານັ້ນ; ພຣະອົງຊົງເປັນພຣະຜູ້ເປັນເຈົ້າ ແລະ ກະສັດຂອງເຮົາ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງມະນຸດຊາດ.
ຈາກປີ 1856 ຫາ 1860, ຜູ້ບຸກເບີກໄພ່ພົນຍຸກສຸດທ້າຍເປັນພັນໆຄົນ ໄດ້ລາກເຄື່ອງຂອງຂອງພວກເຂົາດ້ວຍລໍ້ລາກ ເປັນໄລຍະທາງຫລາຍກວ່າ 1,000 ໄມ (1,600 ກມ) ເມື່ອພວກເຂົາເດີນທາງໄປຍັງຮ່ອມພູເຊົາເລັກ. ໜຶ່ງຮ້ອຍຫົກສິບເຈັດປີກ່ອນໃນອາທິດນີ້, ໃນວັນທີ 4 ເດືອນຕຸລາ, 1856, ປະທານບຣິກຳ ຢັງ ໄດ້ຕົກໃຈທີ່ຮູ້ວ່າ ກຸ່ມລໍ້ລາກສອງຄະນະ, ນຳພາໂດຍ ເອັດເວີດ ມາຕິນ ແລະ ເຈມສ໌ ວິວລີ, ຍັງຢູ່ຫ່າງຈາກເຊົາເລັກຫລາຍຮ້ອຍໄມ, ໂດຍລະດູໜາວກໍໃກ້ເຂົ້າມາຢ່າງໄວວາ.1 ມື້ຕໍ່ມາ, ບໍ່ໄກຈາກບ່ອນທີ່ພວກເຮົາພົບກັນໃນມື້ນີ້, ປະທານຢັງໄດ້ຢືນຢູ່ຕໍ່ໜ້າໄພ່ພົນທັງຫລາຍ ແລະ ປະກາດວ່າ, “ອ້າຍເອື້ອຍນ້ອງຂອງພວກເຮົາຫລາຍຄົນຍັງຢູ່ທົ່ງພຽງພ້ອມລໍ້ລາກ, ແລະ ເຂົາເຈົ້າຕ້ອງຖືກນຳມາທີ່ນີ້. … ຈົ່ງໄປ ແລະ ນຳຄົນເຫລົ່ານັ້ນທີ່ຢູ່ທົ່ງພຽງມາດຽວນີ້.”2
ພຽງແຕ່ສອງມື້ຕໍ່ມາເທົ່ານັ້ນ, ຄະນະກູ້ໄພກຸ່ມທຳອິດ ກໍໄດ້ອອກເດີນທາງໄປຊອກຫາຜູ້ບຸກເບີກລໍ້ລາກ.
ສະມາຊິກຄົນໜຶ່ງຂອງຄະນະວິວລີໄດ້ເລົ່າເຖິງສະຖານະການທີ່ສິ້ນຫວັງ ກ່ອນທີ່ທີມກູ້ໄພຫລັກຈະມາຮອດ. ລາວໄດ້ແບ່ງປັນວ່າ: “[ພໍດີ] ເມື່ອທຸກຢ່າງເບິ່ງຄືວ່າຈະສູນສິ້ນໄປ, ແລະ ເບິ່ງຄືວ່າຈະມີຊີວິດຢູ່ເຫລືອພຽງແຕ່ໜ້ອຍດຽວ, … ດັ່ງສາຍຟ້າຜ່າລົງມາຈາກທ້ອງຟ້າທີ່ແຈ່ມໃສ, ພຣະເຈົ້າໄດ້ຕອບຄຳອະທິຖານຂອງພວກເຮົາ. ຄະນະກູ້ໄພ, ທີ່ນຳເອົາອາຫານ ແລະ ສະບຽງມາ … , ໄດ້ເຂົ້າມາໃນສາຍຕາ … ພວກເຮົາຂອບຄຸນພຣະເຈົ້າຫລາຍສໍ່າໃດທີ່ມາຊ່ວຍກູ້ເອົາພວກເຮົາ.”3
ຜູ້ກູ້ໄພເຫລົ່ານີ້ ເປັນວິລະຊົນແກ່ຜູ້ບຸກເບີກ, ໂດຍສ່ຽງຊີວິດຂອງເຂົາເຈົ້າໃນສະພາບອາກາດທີ່ໜາວເຢັນທີ່ສຸດ ເພື່ອນຳຄົນກັບບ້ານຢ່າງປອດໄພໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້. ວິລະຊົນເຊັ່ນນັ້ນຄົນໜຶ່ງແມ່ນ ເອຟະຣາອີມ ແຮັງສ໌.
ໃນກາງເດືອນຕຸລາ, ແລະ ໂດຍທີ່ບໍ່ຮູ້ເຖິງສະຖານະການລໍ້ລາກ, ແຮັງສ໌ກຳລັງກັບບ້ານໃນເຊົາເລັກ ຫລັງຈາກການເດີນທາງ ເມື່ອ, ໃນຕອນກາງຄືນ, ເພິ່ນໄດ້ຖືກປຸກດ້ວຍສຽງໜຶ່ງທີ່ກຳລັງກ່າວວ່າ, “ຄົນລໍ້ລາກກຳລັງເດືອດຮ້ອນ ແລະ ເຈົ້າເປັນທີ່ຕ້ອງການ; ເຈົ້າຈະໄປຊ່ວຍເຂົາເຈົ້າບໍ່?”
ໂດຍມີຄຳຖາມນັ້ນດັງກ້ອງຢູ່ໃນຫົວຂອງເພິ່ນ, ເພິ່ນຈຶ່ງຟ້າວກັບຄືນໄປເມືອງເຊົາເລັກ. ແລະ ເມື່ອໄດ້ຍິນປະທານຮີເບີ ຊີ ຄິມໂບ ເອີ້ນອາສາສະໝັກຕື່ມ, ແຮັງສ໌ໄດ້ອອກເດີນທາງໄປໃນມື້ຕໍ່ມາ, ຄົນດຽວ, ສູ່ການກູ້ໄພ. ໂດຍເຄື່ອນໄຫວຢ່າງວ່ອງໄວ, ເພິ່ນກໍໄດ້ຕາມຜູ້ກູ້ໄພຄົນອື່ນໆທັນລະຫວ່າງທາງ ແລະ ເມື່ອກຳລັງໄປຮອດຄະນະມາຕິນ, ແຮັງສ໌ຈື່ໄດ້ວ່າ, “ສາຍຕາທີ່ສົບກັບຂ້າພະເຈົ້າຂະນະທີ່ຂ້າພະເຈົ້າເຂົ້າໄປໃນຄ້າຍຂອງເຂົາເຈົ້ານັ້ນ ຈະບໍ່ມີວັນສາມາດຖືກລຶບອອກຈາກຄວາມຊົງຈຳຂອງຂ້າພະເຈົ້າໄດ້ … [ແລະ] ມັນພຽງພໍທີ່ຈະສຳຜັດຈິດໃຈທີ່ແຂງກະດ້າງທີ່ສຸດ.”4
ເອຟະຣາອີມ ແຮັງສ໌ ໄດ້ໃຊ້ເວລາຫລາຍມື້ ຍ້າຍຈາກເຕັ້ນໜຶ່ງໄປຍັງອີກເຕັ້ນໜຶ່ງ ເພື່ອໃຫ້ພອນແກ່ຄົນທີ່ເຈັບປ່ວຍ. ເພິ່ນເລົ່າວ່າ “ໃນບາງກໍລະນີ, ເມື່ອເຮົາປະຕິບັດຕໍ່ຄົນປ່ວຍ, ແລະ ຫ້າມພະຍາດຕ່າງໆໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ຜູ້ທີ່ທົນທຸກກໍຈະຮວບຮວມກຳລັງຂຶ້ນບາດດຽວ; ເຂົາເຈົ້າຫາຍດີເກືອບຈະໂດຍທັນທີ.”5 ເອຟະຣາອີມ ແຮັງສ໌ ຈະເປັນວິລະຊົນຕະຫລອດໄປສຳລັບຜູ້ບຸກເບີກລໍ້ລາກ.
ເຊັ່ນດຽວກັບການຊ່ວຍເຫລືອອັນໜ້າປະຫລາດ, ເຫດການທີ່ສົ່ງຜົນກະທົບຕໍ່ຊີວິດຂອງເຮົາ ແລະ ແມ່ນແຕ່ເສັ້ນທາງແຫ່ງປະຫວັດສາດ ມັກເປັນຜົນມາຈາກການຕັດສິນໃຈ ແລະ ຄວາມສຳເລັດຂອງຊາຍ ແລະ ຍິງແຕ່ລະຄົນ—ນັກສິລະປະ, ນັກວິທະຍາສາດ, ຜູ້ນຳທຸລະກິດ, ແລະ ນັກການເມືອງຜູ້ຍິ່ງໃຫຍ່. ບຸກຄົນທີ່ພິເສດເຫລົ່ານີ້ ມັກຈະໄດ້ຮັບກຽດວ່າເປັນວິລະຊົນ, ພ້ອມດ້ວຍອານຸສາວະລີ ແລະ ອານຸສອນສະຖານທີ່ຖືກສ້າງຂຶ້ນເພື່ອລະນຶກເຖິງການກະທຳຂອງພວກເພິ່ນ.
ຕອນທີ່ຂ້າພະເຈົ້າຍັງເປັນເດັກນ້ອຍຢູ່ນັ້ນ, ວິລະຊົນຜູ້ທຳອິດຂອງຂ້າພະເຈົ້າແມ່ນນັກກິລາ. ຄວາມຊົງຈຳແລກສຸດຂອງຂ້າພະເຈົ້າ ແມ່ນການສະສົມ ບັດເບສບານ ທີ່ມີຮູບພາບ ແລະ ສະຖິຕິຂອງນັກຫລິ້ນເບສບານເມເຈີລີກ. “ການບູຊາວິລະຊົນ” ເມື່ອຕອນຍັງເປັນເດັກນ້ອຍອາດເປັນເລື່ອງມ່ວນຊື່ນ ແລະ ໄຮ້ດຽງສາ, ເໝືອນດັ່ງຕອນທີ່ເດັກນ້ອຍແຕ່ງຕົວເປັນຍອດມະນຸດທີ່ຕົນມັກທີ່ສຸດສຳລັບວັນຮາໂລວີນ. ເຖິງແມ່ນວ່າ ເຮົາຈະຊື່ນຊົມ ແລະ ເຄົາລົບຊາຍ ແລະ ຍິງຫລາຍໆຄົນທີ່ມີພອນສະຫວັນ ແລະ ໂດດເດັ່ນສຳລັບຄວາມສາມາດ ແລະ ຜົນງານຂອງເຂົາເຈົ້າ, ລະດັບທີ່ເຂົາເຈົ້າໄດ້ຮັບການເທີດທູນນັ້ນ, ຫາກໄດ້ຮັບຫລາຍເກີນໄປ, ອາດມີຄ່າເທົ່າກັບລູກຫລານຊາວອິດສະຣາເອນກຳລັງຂາບໄຫວ້ບູຊາງົວຄຳຢູ່ໃນຖິ່ນແຫ້ງແລ້ງກັນດານຊີນາຍ.
ໃນຖານະຜູ້ໃຫຍ່, ສິ່ງທີ່ຄັ້ງໜຶ່ງເຄີຍເປັນຄວາມມ່ວນຊື່ນໃນໄວເດັກທີ່ໄຮ້ດຽງສາ ສາມາດກາຍເປັນອຸປະສັກທີ່ເຮັດໃຫ້ຕຳສະດຸດ ເມື່ອ “ການບູຊາວິລະຊົນ” ຂອງນັກການເມືອງ, ນັກຂຽນບລ໊ອກ, ຜູ້ມີອິດທິພົນ, ນັກກິລາ, ຫລື ນັກດົນຕີ ເປັນເຫດໃຫ້ເຮົາເບິ່ງ “ຂ້າມເຄື່ອງໝາຍ”6 ແລະ ລະສາຍຕາຈາກສິ່ງທີ່ສຳຄັນຢ່າງແທ້ຈິງ.
ສຳລັບລູກຫລານຊາວອິດສະຣາເອນແລ້ວ, ສິ່ງທ້າທາຍບໍ່ແມ່ນຄຳທີ່ພວກເຂົາເອົາມານຳໃນການເດີນທາງສູ່ແຜ່ນດິນແຫ່ງຄຳສັນຍາຂອງພວກເຂົາ ແຕ່ແທນທີ່ແລ້ວ ແມ່ນສິ່ງທີ່ພວກເຂົາໃຫ້ຄຳເປັນ: ຮູບບູຊາ, ຊຶ່ງໄດ້ກາຍເປັນວັດຖຸແຫ່ງການຂາບໄຫວ້ບູຊາຂອງພວກເຂົາ, ໂດຍຫັນຄວາມສົນໃຈຂອງພວກເຂົາອອກຈາກພຣະເຢໂຮວາ, ຜູ້ຊົງແຍກທະເລແດງ ແລະ ປົດປ່ອຍພວກເຂົາຈາກຄວາມເປັນທາດ. ການສຸມໃຈໃສ່ງົວຂອງພວກເຂົາ ໄດ້ກະທົບຕໍ່ຄວາມສາມາດໃນການນະມັດສະການພຣະເຈົ້າອົງທ່ຽງແທ້.7
ວິລະຊົນ ດຽວ—ວິລະຊົນຂອງເຮົາ, ໃນເວລານີ້ ແລະ ຕະຫລອດການ, ແມ່ນ ພຣະເຢຊູຄຣິດ, ແລະ ສິ່ງໃດກໍຕາມ ຫລື ຜູ້ໃດກໍຕາມທີ່ລົບກວນເຮົາຈາກຄຳສອນຂອງພຣະອົງ, ດັ່ງທີ່ໄດ້ພົບໃນພຣະຄຳພີ ແລະ ຜ່ານທາງຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່, ສາມາດສົ່ງຜົນກະທົບທາງລົບຕໍ່ຄວາມກ້າວໜ້າຂອງເຮົາໃນເສັ້ນທາງແຫ່ງພັນທະສັນຍາໄດ້. ກ່ອນການນິລະມິດສ້າງໂລກ, ເຮົາໄດ້ວາງໃຈໃນພຣະເຢຊູຄຣິດ ເມື່ອເຫັນໄດ້ຢ່າງຊັດເຈນວ່າ ແຜນທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນໄດ້ສະເໜີ, ຊຶ່ງລວມທັງໂອກາດຂອງເຮົາທີ່ຈະກ້າວໜ້າ ແລະ ກາຍເປັນເໝືອນດັ່ງພຣະອົງ, ກຳລັງຖືກທ້າທາຍ.
ພຣະເຢຊູຄຣິດບໍ່ໄດ້ເປັນພຽງແຕ່ຜູ້ນຳໃນການປົກປ້ອງແຜນຂອງພຣະບິດາຂອງເຮົາເທົ່ານັ້ນ, ແຕ່ພຣະອົງຍັງມີບົດບາດທີ່ສຳຄັນທີ່ສຸດໃນການປະຕິບັດຕາມແຜນນັ້ນ. ພຣະອົງໄດ້ຕອບຮັບພຣະບິດາ ແລະ ອາສາສະໝັກທີ່ຈະຖວາຍພຣະອົງເອງເພື່ອເປັນ “ຄ່າໄຖ່ມະນຸດສະໂລກທຸກຄົນ,”8 ເພື່ອຊຳລະໜີ້ທີ່ເຮົາແຕ່ລະຄົນຈະສ້າງໄວ້ ຜ່ານທາງບາບ ແຕ່ບໍ່ສາມາດຈ່າຍໄດ້ດ້ວຍຕົນເອງ.
ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ, “[ພຣະເຢຊູຄຣິດ] ໄດ້ເຮັດທຸກສິ່ງທຸກຢ່າງທີ່ຈຳເປັນຕໍ່ການເດີນທາງຂອງເຮົາ ຜ່ານທາງຄວາມເປັນມະຕະ ເພື່ອໄປຫາຈຸດໝາຍປາຍທາງທີ່ລະບຸຢູ່ໃນແຜນຂອງພຣະບິດາເທິງສະຫວັນ.”9
ໃນສວນເຄັດເຊມາເນ, ເມື່ອປະເຊີນກັບວຽກງານອັນລົ້ນເຫລືອເຊັ່ນນັ້ນ, ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວຢ່າງກ້າຫານວ່າ, “ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເຈົ້າເທີ້ນ” ແລະ ສືບຕໍ່ທີ່ຈະຮັບເອົາຄວາມເຈັບປວດ, ຄວາມເຈັບປ່ວຍ, ແລະ ຄວາມທົນທຸກທໍລະມານເພື່ອການບາບຂອງທຸກຄົນທີ່ເຄີຍມີຊີວິດຢູ່.10 ໃນການກະທຳທີ່ດີພ້ອມຂອງການເຊື່ອຟັງ ແລະ ການຜູກມັດ, ພຣະເຢຊູຄຣິດໄດ້ສຳເລັດການກະທຳທີ່ສູງສຸດ ແລະ ເກັ່ງກ້າ ທີ່ສຸດ ໃນການເນລະມິດສ້າງທັງໝົດ, ໂດຍໄປເຖິງຈຸດສູງສຸດໃນການຟື້ນຄືນພຣະຊົນທີ່ສະຫງ່າລາສີຂອງພຣະອົງ.
ໃນກອງປະຊຸມໃຫຍ່ສາມັນຄັ້ງລ່າສຸດ, ປະທານຣະໂຊ ເອັມ ແນວສັນ ໄດ້ຢໍ້າເຕືອນເຮົາວ່າ: “ບໍ່ວ່າທ່ານຈະມີຄຳຖາມ ຫລື ບັນຫາໃດກໍຕາມ, ທ່ານຈະພົບຄຳຕອບຢູ່ໃນພຣະຊົນຊີບ ແລະ ຄຳສອນຂອງພຣະເຢຊູຄຣິດສະເໝີ. ຈົ່ງຮຽນຮູ້ກ່ຽວກັບການຊົດໃຊ້ຂອງພຣະອົງ, ຄວາມຮັກຂອງພຣະອົງ, ຄວາມເມດຕາຂອງພຣະອົງ, ຄຳສອນຂອງພຣະອົງ, ແລະ ພຣະກິດຕິຄຸນແຫ່ງການປິ່ນປົວ ແລະ ຄວາມກ້າວໜ້າ ທີ່ຖືກຟື້ນຟູຂອງພຣະອົງ. ຈົ່ງຫັນມາຫາພຣະອົງ! ຈົ່ງຕິດຕາມພຣະອົງ!”11 ແລະ ຂ້າພະເຈົ້າຂໍຕື່ມວ່າ, “ຈົ່ງເລືອກພຣະອົງ.”
ໃນໂລກທີ່ຊັບຊ້ອນຂອງເຮົາ, ມັນອາດເປັນຕາໜ້າດຶງດູດໃຈທີ່ຈະຫັນໄປຫາວິລະຊົນຂອງສັງຄົມ ໃນຄວາມພະຍາຍາມທີ່ຈະໃຫ້ຄວາມກະຈ່າງແຈ້ງແກ່ຊີວິດ ເມື່ອມັນອາດເບິ່ງຄືວ່າສັບສົນ ຫລື ຖ້ວມທົ້ນ. ເຮົາຊື້ເສື້ອຜ້າທີ່ເຂົາເຈົ້າສະໜັບສະໜູນ, ເຮົາຍອມຮັບການເມືອງທີ່ເຂົາເຈົ້າໜຸນຫລັງ, ແລະ ເຮົາເຮັດຕາມຄຳແນະນຳທີ່ເຂົາເຈົ້າແບ່ງປັນໃນສື່ສັງຄົມ. ນີ້ອາດເປັນເລື່ອງປົກກະຕິສຳລັບການຫັນປ່ຽນຊົ່ວຄາວ, ແຕ່ເຮົາຕ້ອງລະວັງວ່າ ການບູຊາວິລະຊົນໃນຮູບແບບນີ້ ຈະບໍ່ກາຍເປັນງົວຄຳຂອງເຮົາ. ການເລືອກວິລະຊົນທີ່ຖືກຕ້ອງ ມີຜົນສະທ້ອນທີ່ນິລັນດອນ.
ເມື່ອຄອບຄົວຂອງພວກເຮົາໄດ້ໄປຮອດປະເທດສະເປນ ເພື່ອເລີ່ມຕົ້ນການຮັບໃຊ້ຂອງພວກເຮົາໃນຖານະຜູ້ນຳເຜີຍແຜ່, ພວກເຮົາໄດ້ພົບຄຳເວົ້າທີ່ຖືກໃສ່ກອບທີ່ແບ່ງປັນໂດຍ ແອວເດີ ນຽວ ເອ ແມ໊ກສະແວວ ທີ່ກ່ຽວຂ້ອງກັບວິລະຊົນທີ່ພວກເຮົາເລືອກທີ່ຈະຕິດຕາມ. ເພິ່ນໄດ້ກ່າວວ່າ, “ຖ້າຫາກທ່ານບໍ່ໄດ້ເລືອກອານາຈັກຂອງພຣະເຈົ້າກ່ອນ, ທ້າຍທີ່ສຸດ ມັນຈະບໍ່ຕ່າງຫຍັງກັນເລີຍ ບໍ່ວ່າທ່ານໄດ້ເລືອກສິ່ງໃດແທນ.”12 ອ້າຍເອື້ອຍນ້ອງທັງຫລາຍ, ແມ່ນໂດຍການເລືອກພຣະເຢຊູຄຣິດ, ກະສັດຂອງບັນດາກະສັດທັງຫລາຍ, ເຮົາກໍເລືອກອານາຈັກຂອງພຣະເຈົ້າ. ຕົວເລືອກ ອື່ນໃດ ແມ່ນທຽບເທົ່າກັບການເລືອກແຂນຂອງເນື້ອໜັງ, ຫລື ງົວຄຳ, ແລະ ມັນຈະເຮັດໃຫ້ເຮົາຜິດຫວັງໃນທີ່ສຸດ.
ໃນພຣະຄຳພີເດີມ ພຣະທຳດານີເອນ, ເຮົາໄດ້ອ່ານເລື່ອງລາວຂອງຊັດຣາກ, ເມຊາກ, ແລະ ອາເບັດເນໂກ, ຜູ້ທີ່ຮູ້ຈັກຢ່າງຊັດເຈນວ່າ ຄວນເລືອກວິລະຊົນຄົນໃດ—ແລະ ມັນບໍ່ແມ່ນພະອົງໃດຂອງກະສັດເນບູກາດເນັດຊາເລີຍ. ເຂົາເຈົ້າໄດ້ປະກາດຢ່າງໝັ້ນໃຈວ່າ:
“ພຣະເຈົ້າອົງທີ່ພວກຂ້ານ້ອຍຮັບໃຊ້ຢູ່ສາມາດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກເຕົາໄຟ. …
“ແຕ່ເຖິງແມ່ນວ່າພຣະອົງບໍ່ຊ່ວຍ ກໍຂໍໃຫ້ທ່ານຮູ້ໄວ້ວ່າພວກຂ້ານ້ອຍຈະບໍ່ຂາບໄຫວ້ພະຂອງທ່ານ ແລະ ຈະບໍ່ກົ້ມຂາບຕໍ່ຮູບປັ້ນເປັນຄຳ.”13
ດັ່ງທີ່ອັກຄະສາວົກໂປໂລໄດ້ສິດສອນວ່າ, “ມີພະຫລາຍ,”14 ແລະ, ຂ້າພະເຈົ້າຂໍຕື່ມວ່າ, ມີຫລາຍຄົນທີ່ຖືກເອີ້ນກັນວ່າ ວິລະຊົນ, ຜູ້ທີ່ເຮົາໄດ້ຮັບເຊີນໃຫ້ກົ້ມຫົວລົງ, ຂາບໄຫວ້, ແລະ ຍອມຮັບ. ແຕ່ດັ່ງທີ່ໝູ່ສາມຄົນຂອງດານີເອນຮູ້, ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນ ທີ່ຮັບປະກັນວ່າຈະປົດປ່ອຍ—ເພາະພຣະອົງເຄີຍເຮັດມາແລ້ວ, ແລະ ພຣະອົງຈະເຮັດເຊັ່ນນັ້ນຕະຫລອດໄປ.
ສຳລັບເຮົາແລ້ວ ໃນການເດີນທາງກັບຄືນສູ່ທີ່ປະທັບຂອງພຣະເຈົ້າ, ສູ່ແຜ່ນດິນແຫ່ງຄຳສັນຍາ, ມັນບໍ່ແມ່ນນັກການເມືອງ, ນັກດົນຕີ, ນັກກິລາ, ຫລື ນັກຂຽນບລ໊ອກ ທີ່ເປັນບັນຫາ, ແຕ່ແທນທີ່ແລ້ວ, ແມ່ນການເລືອກທີ່ຈະໃຫ້ເຂົາເຈົ້າກາຍເປັນເປົ້າຫລັກຂອງຄວາມສົນໃຈ ແລະ ຄວາມສຸມໃຈ, ໃນບ່ອນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ເຮົາເລືອກພຣະອົງ, ພຣະເຢຊູຄຣິດ, ເມື່ອເຮົາເລືອກທີ່ຈະໃຫ້ກຽດມື້ຂອງພຣະອົງ ບໍ່ວ່າເຮົາຈະຢູ່ບ້ານ ຫລື ໄປທ່ຽວພັກຜ່ອນກໍຕາມ. ເຮົາເລືອກພຣະອົງ ເມື່ອເຮົາເລືອກພຣະຄຳຂອງພຣະອົງຜ່ານທາງພຣະຄຳພີ ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່. ເຮົາເລືອກພຣະອົງ ເມື່ອເຮົາເລືອກທີ່ຈະຖືໃບຮັບຮອງເຂົ້າພຣະວິຫານ, ໃຊ້ຊີວິດຢ່າງມີຄ່າຄວນຕໍ່ການນຳໃຊ້ຂອງມັນ. ເຮົາເລືອກພຣະອົງ ເມື່ອເຮົາເປັນຜູ້ສ້າງຄວາມສະຫງົບສຸກ ແລະ ປະຕິເສດທີ່ຈະຂັດແຍ້ງກັນ, “ໂດຍສະເພາະ ເມື່ອເຮົາມີຄວາມເຫັນທີ່ແຕກຕ່າງກັນ.”15
ບໍ່ມີຜູ້ນຳຄົນໃດທີ່ເຄີຍສະແດງຄວາມກ້າຫານຫລາຍໄປກວ່າ, ບໍ່ມີນັກມະນຸດສະທຳຄົນໃດທີ່ເຄີຍໃຈດີຫລາຍໄປກວ່າ, ບໍ່ມີແພດໝໍຄົນໃດທີ່ເຄີຍປິ່ນປົວພະຍາດຫລາຍໄປກວ່າ, ແລະ ບໍ່ມີນັກສິລະປະຄົນໃດທີ່ມີຄວາມຄິດສ້າງສັນຫລາຍໄປກວ່າພຣະເຢຊູຄຣິດ.
ໃນໂລກແຫ່ງວິລະຊົນ, ທີ່ມີອານຸສາວະລີ ແລະ ຫໍພິພິດທະພັນທີ່ອຸທິດແກ່ການກະທຳຂອງຊາຍ ແລະ ຍິງທີ່ເປັນມະຕະ, ມີຄົນຜູ້ໜຶ່ງທີ່ຢືນຢູ່ເໜືອຄົນອື່ນທັງໝົດ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດບໍ່ແມ່ນພຽງແຕ່ວິລະຊົນຂອງເຮົາເທົ່ານັ້ນ; ພຣະອົງຊົງເປັນພຣະຜູ້ເປັນເຈົ້າ ແລະ ກະສັດຂອງເຮົາ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງມະນຸດຊາດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.