ເຄື່ອງໝາຍແຫ່ງຄວາມສຸກ
ການສ້າງຮາກຖານເທິງພຣະເຢຊູຄຣິດແມ່ນຈຳເປັນຕໍ່ຄວາມສຸກຂອງເຮົາ.
ຂະນະທີ່ນັ່ງເຮືອບິນໄປເຮັດທຸລະກິດເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ນັ່ງໃກ້ຜູ້ຊາຍຄົນໜຶ່ງທີ່ມາຈາກປະເທດໂຮນລັງ. ຂ້າພະເຈົ້າຕື່ນເຕັ້ນທີ່ຈະໄດ້ສົນທະນາກັບລາວເພາະຂ້າພະເຈົ້າເຄີຍຮັບໃຊ້ຢູ່ປະເທດແບນຊິກ ແລະ ໂຮນລັງ ໃນຖານະຜູ້ສອນສາດສະໜາໜຸ່ມ.
ເມື່ອພວກເຮົາໄດ້ຮູ້ຈັກກັນ, ລາວໄດ້ມອບນາມບັດຂອງລາວດ້ວຍຕຳແໜ່ງວຽກທີ່ພິເສດ “ສາດສະດາຈານແຫ່ງຄວາມສຸກ.” ຂ້າພະເຈົ້າໄດ້ສະແດງຄວາມຄິດເຫັນກ່ຽວກັບອາຊີບທີ່ອັດສະຈັນຂອງລາວ ແລະ ໄດ້ຖາມລາວວ່າສາດສະດາຈານແຫ່ງຄວາມສຸກເຮັດຫຍັງແດ່. ລາວບອກວ່າລາວສິດສອນຜູ້ຄົນເຖິງວິທີການມີຊີວິດຢ່າງມີຄວາມສຸກ ໂດຍການສ້າງຄວາມສຳພັນ ແລະ ເປົ້າໝາຍທີ່ມີຄວາມໝາຍໃນຊີວິດ. ຂ້າພະເຈົ້າໄດ້ຕອບວ່າ, “ນັ້ນເປັນສິ່ງພິເສດ, ແຕ່ຈະເປັນແນວໃດຖ້າເຈົ້າສາມາດສິດສອນວ່າຄວາມສຳພັນເຫລົ່ານັ້ນຈະດຳເນີນຕໍ່ໄປຫລັງຈາກຄວາມຕາຍ ແລະ ຕອບຄຳຖາມອື່ນໆຂອງຈິດວິນຍານ, ເຊັ່ນວ່າ ຈຸດປະສົງຂອງຊີວິດນີ້ແມ່ນຫຍັງ, ເຮົາຈະສາມາດເອົາຊະນະຄວາມອ່ອນແອຂອງເຮົາໄດ້ແນວໃດ, ແລະ ເຮົາຈະໄປໃສຫລັງຈາກເຮົາຕາຍ?” ລາວໄດ້ຍອມຮັບເລີຍວ່າມັນໜ້າອັດສະຈັນຫລາຍຖ້າເຮົາມີຄຳຕອບໃຫ້ກັບຄຳຖາມເຫລົ່ານັ້ນ, ແລະ ຂ້າພະເຈົ້າກໍຍິນດີທີ່ຈະແບ່ງປັນກັບລາວວ່າພວກເຮົາມີຄຳຕອບນັ້ນ.
ມື້ນີ້, ຂ້າພະເຈົ້າຢາກຈະທົບທວນຫລັກທຳສຳຄັນບາງຢ່າງສຳລັບຄວາມສຸກທີ່ແທ້ຈິງ ທີ່ເບິ່ງຄືວ່າຫລາຍຄົນບໍ່ໄດ້ດຳລົງຊີວິດຕາມ ຢູ່ໃນໂລກທີ່ສັບສົນນີ້, ທີ່ມີຫລາຍສິ່ງຫລາຍຢ່າງໜ້າສົນໃຈ ແຕ່ມີພຽງສອງສາມຢ່າງທີ່ສຳຄັນຢ່າງແທ້ຈິງ.
ແອວມາໄດ້ສິດສອນຜູ້ຄົນໃນວັນເວລາຂອງເພິ່ນວ່າ, “ເພາະຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ມີຫລາຍສິ່ງຫລາຍຢ່າງທີ່ຈະມາເຖິງ; ແລະ ຈົ່ງເບິ່ງ, ມີຢ່າງໜຶ່ງທີ່ສຳຄັນກວ່າໝູ່ໝົດ—ເພາະຈົ່ງເບິ່ງ, ເວລາຢູ່ບໍ່ໄກ ທີ່ພຣະຜູ້ໄຖ່ຈະມີຊີວິດ ແລະ ຈະສະເດັດມາໃນບັນດາຜູ້ຄົນຂອງພຣະອົງ.”1
ການປະກາດຂ່າວນີ້ສຳຄັນກັບເຮົາໃນໂລກປະຈຸບັນເຊັ່ນກັນ ຂະນະທີ່ເຮົາຄາດຫວັງ ແລະ ກຽມພ້ອມສຳລັບການສະເດັດມາຄັ້ງທີສອງຂອງພຣະຄຣິດ.
ດ້ວຍເຫດນີ້, ຂໍ້ສັງເກດທຳອິດຂອງຂ້າພະເຈົ້າຄືການສ້າງຮາກຖານເທິງພຣະເຢຊູຄຣິດແມ່ນຈຳເປັນຕໍ່ຄວາມສຸກຂອງເຮົາ. ນີ້ເປັນຮາກຖານທີ່ແໜ້ນໜາ, “ເປັນຮາກຖານຊຶ່ງຫາກມະນຸດສ້າງຂຶ້ນເທິງມັນພວກເຂົາຈະຕົກໄປບໍ່ໄດ້.”2 ການເຮັດເຊັ່ນນັ້ນໄດ້ກຽມເຮົາສຳລັບການທ້າທາຍໃນຊີວິດ, ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ.
ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ໄປຮ່ວມການຕັ້ງຄ້າຍກິດຈະກຳນອນປ່າໃນຊ່ວງພັກແລ້ງກັບ ຈັດສະຕິນ ລູກຊາຍຂອງພວກເຮົາ. ໃນຂະນະທີ່ກິດຈະກຳ ກຳລັງດຳເນີນຢູ່, ລາວໄດ້ປະກາດຢ່າງຕື່ນເຕັ້ນວ່າລາວ ແລະ ໝູ່ຂອງລາວຈຳນວນໜຶ່ງຢາກຈະຊະນະຫລຽນໄຊຍິງທະນູ. ເພື່ອຈະໃຫ້ໄດ້ສິ່ງນັ້ນເດັກໆຕ້ອງຜ່ານບົດສອບເສັງສັ້ນໆ ແລະ ຍິງໃຫ້ຖືກເປົ້າດ້ວຍຄັນທະນູຂອງພວກເຂົາ.
ຫົວໃຈຂອງຂ້າພະເຈົ້າວູບລົງ. ໃນເວລານັ້ນ, ຈັດສະຕິນຂ້ອນຂ້າງທີ່ຈະອ່ອນແອຍ້ອນພະຍາດປອດຊຳເຮື້ອ, ຊຶ່ງເປັນພະຍາດທີ່ລາວໄດ້ຕໍ່ສູ້ມາຕັ້ງແຕ່ເກີດ. ຂ້າພະເຈົ້າສົງໄສຢູ່ວ່າລາວຈະສາມາດດຶງຄັນທະນູອອກມາໄກພໍທີ່ຈະສົ່ງລູກທະນູໄປຫາເປົ້າໝາຍໄດ້ຫລືບໍ່.
ໃນຂະນະທີ່ລາວ ແລະ ໝູ່ຂອງລາວອອກໄປຫ້ອງຮຽນຍິງທະນູ, ຂ້າພະເຈົ້າໄດ້ອະທິຖານໃນໃຈວ່າລາວຈະບໍ່ຮູ້ສຶກອັບອາຍກັບປະສົບການໃນຄັ້ງນີ້. ສອງສາມຊົ່ວໂມງແຫ່ງຄວາມກັງວົນຜ່ານໄປ, ຂ້າພະເຈົ້າໄດ້ເຫັນລາວຍ່າງມາຫາຂ້າພະເຈົ້າພ້ອມກັບຮອຍຍິ້ມທີ່ເບີກບານ. “ພໍ່!” ລາວໄດ້ຮ້ອງໃສ່. “ລູກຊະນະຫລຽນໄຊຍິງທະນູແລ້ວ! ລູກຍິງຖືກເປົ້າ; ຊຶ່ງເປັນຂອງຄົນທີ່ຢູ່ທາງຂ້າງລູກ, ແຕ່ວ່າລູກກໍຍິງຖືກເປົ້າ!” ລາວໄດ້ດຶງຄັນທະນູອອກມາຈົນໝົດແຮງ ແລະ ປ່ອຍໃຫ້ມັນດິ່ງໄປ, ໂດຍທີ່ບໍ່ສາມາດຄວບຄຸມທິດທາງຂອງມັນ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈສຳລັບຄູສອນຍິງທະນູທີ່ເຂົ້າໃຈ ແລະ ບໍ່ເຄີຍເວົ້າວ່າ, “ເສຍໃຈນຳເດີ, ທີ່ຍິງຜິດເປົ້າ!” ແຕ່ກົງກັນຂ້າມ, ເມື່ອໄດ້ເຫັນຂໍ້ຈຳກັດຢ່າງຈະແຈ້ງຂອງຈັດສະຕິນ ແລະ ຄວາມພະຍາຍາມຢ່າງຈິງຈັງ, ເພິ່ນກໍຕອບຢ່າງໃຈດີວ່າ, “ເກັ່ງຫລາຍ!”
ຈະເປັນຢ່າງນັ້ນກັບເຮົາຖ້າວ່າເຮົາເຮັດໃຫ້ດີທີ່ສຸດເຖິງແມ່ນວ່າເຮົາຈະມີຂໍ້ຈຳກັດໃນການຕິດຕາມພຣະຄຣິດ ແລະ ສາດສະດາຂອງພຣະອົງກໍຕາມ. ຖ້າວ່າເຮົາມາຫາພຣະອົງໂດຍການຮັກສາພັນທະສັນຍາ ແລະ ການກັບໃຈຈາກບາບຂອງເຮົາແລ້ວ, ເຮົາຈະໄດ້ຍິນຄຳຍ້ອງຍໍຊົມເຊີຍຈາກພຣະຜູ້ຊ່ວຍໃຫ້ລອດວ່າ: “ດີແລ້ວຄົນຮັບໃຊ້ທີ່ດີ ແລະ ຊື່ສັດເອີຍ.”3
ຂ້າພະເຈົ້າຂໍເປັນພະຍານຕໍ່ທ່ານເຖິງຄວາມເປັນພຣະເຈົ້າຂອງພຣະຜູ້ຊ່ວຍໃຫ້ລອດຂອງໂລກ ແລະ ຄວາມຮັກ ແລະ ອຳນາດແຫ່ງການໄຖ່ຂອງພຣະອົງ ໃນການປິ່ນປົວ, ໃຫ້ຄວາມເຂັ້ມແຂງ, ແລະ ຊ່ວຍຍົກເຮົາຂຶ້ນ ເມື່ອເຮົາພະຍາຍາມມາຫາພຣະອົງຢ່າງຈິງໃຈ. ກົງກັນຂ້າມ, ບໍ່ມີທາງທີ່ເຮົາຈະສາມາດເຄື່ອນຍ້າຍໄປກັບຝູງຊົນ ແລະ ກໍຍັງສາມາດມາຫາພຣະເຢຊູນຳອີກ. ພຣະຜູ້ຊ່ວຍໃຫ້ລອດໄດ້ເອົາຊະນະຄວາມຕາຍ, ພະຍາດໂລຄາ, ແລະ ຄວາມບາບ ແລະ ໄດ້ຈັດຕຽມຫົນທາງໃຫ້ເຮົາ ເພື່ອຄວາມດີພ້ອມສູງສຸດ ຖ້າວ່າເຮົາຈະຕິດຕາມພຣະອົງດ້ວຍສຸດໃຈຂອງເຮົາ.4
ຂໍ້ສັງເກດຢ່າງທີສອງຂອງຂ້າພະເຈົ້າຄື ມັນເປັນສິ່ງສຳຄັນຕໍ່ຄວາມສຸກຂອງເຮົາທີ່ເຮົາຕ້ອງຈື່ຈຳໄວ້ວ່າເຮົາຄືບຸດ ແລະ ທິດາຂອງພຣະບິດາເທິງສະຫວັນທີ່ຊົງຮັກ. ການຮູ້ຈັກ ແລະ ການໄວ້ວາງໃຈໃນຄວາມຈິງນີ້ປ່ຽນແປງທຸກສິ່ງທຸກຢ່າງ.
ເມື່ອຫລາຍປີກ່ອນ, ລະຫວ່າງເດີນທາງກັບບ້ານຈາກການມອບໝາຍຂອງສາດສະໜາຈັກ, ຊິດສະເຕີ ເຊບິນ ແລະ ຂ້າພະເຈົ້າໄດ້ພົບວ່າພວກເຮົາໄດ້ນັ່ງຢູ່ຂ້າງຫລັງຂອງຊາຍຮູບຮ່າງໃຫຍ່ຄົນໜຶ່ງ, ຜູ້ທີ່ມີໃບໜ້າໃຫຍ່ ແລະ ສີໜ້າໃຈຮ້າຍ ມີຮອຍສັກລາຍໃສ່ເທິງດ້ານຫລັງຫົວໂຫລ້ນຂອງລາວດ້ວຍຕົວເລກ 439.
ເມື່ອເຮືອບິນລົງຈອດ, ຂ້າພະເຈົ້າໄດ້ເວົ້າວ່າ, “ຂໍໂທດເດີ. ເຈົ້າຈະເວົ້າຫຍັງບໍຖ້າຂ້ອຍຈະຖາມວ່າຕົວເລກທີ່ສັກຢູ່ດ້ານຫລັງຂອງຫົວເຈົ້າໝາຍເຖິງຫຍັງ?” ຂ້າພະເຈົ້າບໍ່ກ້າຖາມກ່ຽວກັບສີໜ້າໃຈຮ້າຍຂອງລາວ.
ລາວເວົ້າວ່າ, “ນັ້ນໝາຍເຖິງຂ້ອຍ. ນັ້ນບອກວ່າຂ້ອຍແມ່ນໃຜ. ຂ້ອຍເປັນເຈົ້າຂອງອານາເຂດນັ້ນ: 219!”
ຕົວເລກ ສີ່ຮ້ອຍສາມສິບເກົ້າ ຄືຕົວເລກທີ່ຢູ່ເທິງຫົວລາວ, ສະນັ້ນຂ້າພະເຈົ້າກໍແປກໃຈທີ່ລາວເວົ້າຜິດ ທັ້ງທີ່ມັນສຳຄັນກັບລາວ.
ຂ້າພະເຈົ້າຄິດວ່າມັນເປັນເລື່ອງທີ່ໜ້າເສົ້າໃຈທີ່ຕົວຕົນ ແລະ ການນັບຖືຕົນເອງຂອງລາວແມ່ນຂຶ້ນກັບຕົວເລກທີ່ກ່ຽວຂ້ອງກັບອານາເຂດຂອງແກ໊ງ. ຂ້າພະເຈົ້າຄິດຢູ່ໃນໃຈວ່າ: ຜູ້ຊາຍຮູບຮ່າງໃຫຍ່ກຶດຄົນນີ້ ຄັ້ງໜຶ່ງເຄີຍເປັນລູກນ້ອຍຂອງໃຜບາງຄົນທີ່ຮູ້ສຶກມີຄຸນຄ່າ ແລະ ເປັນພາກສ່ວນ. ຖ້າພຽງແຕ່ລາວຮູ້ວ່າແທ້ຈິງແລ້ວ ລາວແມ່ນໃຜ ແລະ ເປັນຂອງໃຜກັນແທ້, ເພາະເຮົາທຸກຄົນໄດ້ຖືກ “ຊື້ມາດ້ວຍລາຄາສູງ.”5
ມີແຖວໜຶ່ງທີ່ສະຫລາດໃນເພງຈາກໜັງເລື່ອງ The Prince of Egypt [ເຈົ້າຊາຍແຫ່ງເອຢິບ] ທີ່ເວົ້າວ່າ, “ຈົ່ງເບິ່ງຊີວິດຂອງທ່ານຜ່ານດວງຕາແຫ່ງສະຫວັນ.”6 ເມື່ອຮູ້ກ່ຽວກັບເຊື້ອສາຍອັນສັກສິດ ແລະ ສັກກະຍະພາບນິລັນດອນທີ່ຝັງເລິກເຂົ້າໄປໃນຈິດວິນຍານຂອງເຮົາ, ເຮົາຈະສາມາດເຫັນຊີວິດຂອງເຮົາເປັນການພະຈົນໄພທີ່ມີຈຸດປະສົງ ແລະ ເປີດເຜີຍ ເພື່ອການຮຽນຮູ້ ແລະ ເຕີບໂຕຈາກມັນ, ເຖິງແມ່ນວ່າ “ເຮົາຈະເຫັນພໍມົວໆ, ເໝືອນເບິ່ງໃນແວ່ນ”7 ໃນຊ່ວງເວລາສັ້ນໆກໍຕາມ.
ເຄື່ອງໝາຍແຫ່ງຄວາມສຸກຢ່າງທີສາມຄືການຈື່ຈຳຄຸນຄ່າຂອງຈິດວິນຍານຕະຫລອດເວລາ. ເຮົາເຮັດສິ່ງນີ້ໄດ້ດີທີ່ສຸດໂດຍການເຮັດຕາມຄຳແນະນຳຂອງພຣະຜູ້ຊ່ວຍໃຫ້ລອດ “ຈົ່ງຮັກຊຶ່ງກັນແລະກັນເໝືອນດັ່ງເຮົາຮັກພວກເຈົ້າ.”8
ພຣະອົງຍັງສິດສອນຕື່ມອີກວ່າ: “ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”9
ພຣະທຳສຸພາສິດໄດ້ໃຫ້ຄຳແນະນຳຢ່າງສະຫລາດວ່າ, “ຢ່າເກັບຄວາມດີໄວ້ຈາກຜູ້ທີ່ສົມຄວນຈະໄດ້ຮັບ, ໃນເມື່ອສິ່ງນີ້ຢູ່ໃນອຳນາດຂອງເຈົ້າທີ່ຈະກະທຳ.”10
ເຮົາຈະບໍ່ເສຍດາຍທີ່ມີເມດຕາຫລາຍເກີນໄປ. ໃນສາຍພຣະເນດຂອງພຣະເຈົ້າ, ຄວາມເມດຕາມີຄວາມໝາຍດຽວກັນກັບຄວາມຍິ່ງໃຫຍ່. ພາກສ່ວນໜຶ່ງຂອງການມີເມດຕາຄືການໃຫ້ອະໄພ ແລະ ບໍ່ຕັດສິນຄົນອື່ນ.
ເມື່ອຫລາຍປີກ່ອນ ຄອບຄົວຂອງພວກເຮົາໄດ້ພາກັນກຳລັງຈະໄປເບິ່ງໜັງສຳລັບການສັງສັນໃນຄອບຄົວ. ພວກເຮົາທຸກຄົນພາກັນຂຶ້ນລົດຕູ້ໝົດແລ້ວຍົກເວັ້ນແຕ່ລູກຊາຍຄົນໜຶ່ງຂອງພວກເຮົາ ແລະ ພັນລະຍາຂອງຂ້າພະເຈົ້າ, ວາລະຣີ. ມັນມືດແລ້ວຢູ່ຂ້າງນອກ, ແລະ ຂະນະທີ່ລູກຊາຍຂອງພວກເຮົາເປີດປະຕູບ້ານ ແລະ ແລ່ນໄປຫາລົດ, ລາວໄດ້ເຕະສິ່ງໃດສິ່ງໜຶ່ງທີ່ລາວຄິດວ່າແມ່ນແມວຂອງພວກເຮົາທີ່ຢູ່ລະບຽງບ້ານຢ່າງບໍ່ໄດ້ຕັ້ງໃຈ. ໂຊກບໍ່ດີຂອງລູກຊາຍ ແລະ ພັນລະຍາຂອງຂ້າພະເຈົ້າ, ຜູ້ຕາມຫລັງມາ, ມັນບໍ່ແມ່ນແມວຂອງພວກເຮົາ ແຕ່ມັນກັບແມ່ນໂຕກະແຕເໝັນທີ່ໃຈຮ້າຍ, ຊຶ່ງໄດ້ແຜງລິດໃຫ້ເຂົາເຈົ້າເຫັນທັນທີ! ພວກເຮົາທຸກຄົນກັບເຂົ້າໄປໃນເຮືອນ, ເພື່ອໃຫ້ເຂົາເຈົ້າທັງສອງອາບນ້ຳ ແລະ ສະຜົມຂອງເຂົາເຈົ້າ ດ້ວຍນ້ຳໝາກເລັ່ນ, ຊຶ່ງເປັນວິທີທີ່ ໜ້າຈະ ກຳຈັດກິ່ນເໝັນຂອງກະແຕນັ້ນໄດ້ຢ່າງແນ່ນອນ. ເມື່ອຮອດເວລາທີ່ເຂົາເຈົ້າໄດ້ທຳຄວາມສະອາດ ແລະ ປ່ຽນເຄື່ອງນຸ່ງຂອງເຂົາເຈົ້າຮຽບຮ້ອຍແລ້ວ, ພວກເຮົາທຸກຄົນກໍບໍ່ຮູ້ສຶກວ່າມີກິ່ນເໝັນອີກແລ້ວ, ສະນັ້ນພວກເຮົາກໍເລີຍຕັດສິນໃຈວ່າ ຄົງບໍ່ເປັນຫຍັງທີ່ພວກເຮົາຈະໄປເບິ່ງໜັງນຳກັນຫລັງຈາກນັ້ນ.
ເມື່ອພວກເຮົາໄດ້ໄປຮອດບ່ອນນັ່ງຢູ່ດ້ານຫລັງໂຮງໜັງ, ທັນທີທັນໃດຜູ້ຄົນທີ່ນັ່ງຢູ່ໃກ້ພວກເຮົາພາກັນອອກໄປຊື້ປ໋ອບຄອນທີລະຄົນ. ເມື່ອພວກເຂົາກັບມາ, ເຖິງຢ່າງໃດກໍຕາມ, ກໍບໍ່ມີໃຜກັບມານັ່ງຢູ່ບ່ອນເກົ່າຂອງພວກເຂົາ.
ພວກເຮົາພາກັນຫົວໃນຂະນະທີ່ນຶກເຖິງເຫດການນັ້ນ, ແຕ່ມັນຈະເກີດຫຍັງຂຶ້ນຖ້າວ່າບາບຂອງເຮົາມີກິ່ນເໝັນ? ຈະເປັນແນວໃດຖ້າເຮົາໄດ້ກິ່ນຂອງຄວາມບໍ່ຊື່ສັດ, ຕັນຫາ, ຄວາມອິດສາ, ຫລື ຄວາມທະນົງໃຈ? ເມື່ອເປີດເຜີຍຄວາມອ່ອນແອຂອງເຮົາເອງ, ເຮົາຫວັງເປັນຢ່າງຍິ່ງວ່າຈະພິຈາລະນາ ແລະ ລະມັດລະວັງຫລາຍຂຶ້ນກັບຄົນອື່ນ ແລະ, ໃນທຳນອງດຽວກັນ, ພວກເຂົາກໍເປັນຄືກັບເຮົາ ທີ່ຕ້ອງການ ການປ່ຽນແປງໃນຊີວິດຂອງເຮົາ. ຄວາມຈິງແລ້ວ ຂ້າພະເຈົ້າມັກກິ່ນຢາສູບຢູ່ທີ່ໂບດ, ເພາະວ່າມັນບົ່ງບອກວ່າມີຄົນໃດຄົນໜຶ່ງກຳລັງປ່ຽນແປງຕົວເອງຢູ່. ເຂົາເຈົ້າຕ້ອງການອ້ອມແຂນແຫ່ງການຕ້ອນຮັບໂອບກອດເຂົາໄວ້.
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວໄວ້ຢ່າງສະຫລາດວ່າ, “ວິທີທີ່ງ່າຍທີ່ສຸດໃນການລະບຸ ຜູ້ຕິດຕາມທີ່ແທ້ຈິງ ຂອງພຣະເຢຊູຄຣິດຄື ວິທີທີ່ບຸກຄົນນັ້ນປະຕິບັດຕໍ່ຄົນອື່ນດ້ວຍຄວາມເຫັນອົກເຫັນໃຈ.”11
ໂປໂລໄດ້ຂຽນຫາຊາວເອເຟໂຊວ່າ, “ແຕ່ຈົ່ງມີໃຈເມດຕາ, ແລະ ເອັນດູຕໍ່ກັນ, ຈົ່ງຍົກໂທດໃຫ້ກັນແລະກັນ, ເໝືອນດັ່ງທີ່ພຣະເຈົ້າໄດ້ຍົກໂທດໃຫ້ພວກເຈົ້າ.”12
ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາຖືກຂໍໃຫ້ໄວ້ວາງໃຈໃນພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ບໍ່ພະຍາຍາມທີ່ຈະແທນທີ່ພວກພຣະອົງ. ພຣະເຢຊູຄຣິດຮູ້ຈັກຄວາມບໍ່ດີພ້ອມຂອງໝົດທຸກຄົນຢ່າງສົມບູນແບບ ແລະ ຈະຕັດສິນພວກເຂົາຢ່າງສົມບູນແບບເຊັ່ນກັນ.
ເຄື່ອງໝາຍແຫ່ງຄວາມສຸກຢ່າງທີສີ່ຂອງຂ້າພະເຈົ້າຄືການຮັກສາມຸມມອງນິລັນດອນ. ແຜນຂອງພຣະບິດາຂອງເຮົາແມ່ນຍືດຂະຫຍາຍໄປເຖິງນິລັນດອນ; ມັນງ່າຍທີ່ຈະສຸມໃຈໃສ່ທີ່ນີ້ ແລະ ດຽວນີ້ ແລະ ລືມພາຍຂ້າງໜ້າ.
ຂ້າພະເຈົ້າໄດ້ຖືກສິດສອນບົດຮຽນນີ້ຢ່າງມີພະລັງເມື່ອຫລາຍປີກ່ອນ ຈາກລູກສາວອາຍຸ 16 ປີ ຂອງພວກເຮົາ, ນາງເຈນນິເຟີ. ນາງກຳລັງຈະເຂົ້າຮັບການຜ່າຕັດປູກຖ່າຍກີບປອດສອງເບື້ອງ, ໂດຍການເອົາປອດທີ່ມີເຊື້ອພະຍາດຫ້າຊະນິດຂອງນາງອອກໄປຈົນໝົດ ແລະ ປ່ຽນຖ່າຍດ້ວຍກີບປອດດີສອງຕ່ອນທີ່ນ້ອຍກວ່າ, ຊຶ່ງໄດ້ຮັບການບໍລິຈາກໂດຍເພື່ອນທີ່ໜ້າອັດສະຈັນສອງຄົນ ທີ່ເປັນເໝືອນດັ່ງພຣະຄຣິດ. ມັນເປັນຂັ້ນຕອນທີ່ມີຄວາມສ່ຽງສູງ, ແຕ່ຄືນກ່ອນການຜ່າຕັດຂອງນາງ, ເຈນນິເຟີໄດ້ເວົ້າ ເກືອບເປັນຄຳສັ່ງສອນຕໍ່ຂ້າພະເຈົ້າ ດ້ວຍນ້ຳໜັກທັງໝົດ 90 ປອນ (41 ກິໂລ) ຂອງນາງ, ໂດຍກ່າວວ່າ, “ຢ່າເປັນກັງວົນໄປເລີຍ, ພໍ່! ມື້ອື່ນເຊົ້າລູກຈະຕື່ນຂຶ້ນມາພ້ອມກັບປອດໂຕໃໝ່ ຫລື ລູກອາດຈະຕື່ນຂຶ້ນມາໃນບ່ອນທີ່ດີກວ່າ. ທັງສອງທາງແມ່ນດີໝົດ.” ນັ້ນຄືສັດທາ; ນັ້ນຄືມຸມມອງນິລັນດອນ! ການເບິ່ງຊີວິດຈາກຈຸດໄດ້ປຽບຊົ່ວນິລັນດອນເຮັດໃຫ້ເກີດຄວາມຊັດເຈນ, ຄວາມສະບາຍໃຈ, ຄວາມກ້າຫານ, ແລະ ຄວາມຫວັງ.
ຫລັງຈາກການຜ່າຕັດ, ເມື່ອຮອດມື້ທີ່ລໍຖ້າມາດົນນານເພື່ອຖອດທໍ່ຊ່ວຍຫາຍໃຈ ແລະ ປິດເຄື່ອງຊ່ວຍຫາຍໃຈຂອງເຈນນິເຟີ, ພວກເຮົາກໍລໍຖ້າຢ່າງໃຈຈົດຈໍ່ເພື່ອຈະເຫັນວ່າກີບປອດທີ່ນ້ອຍໆທັງສອງຂອງນາງເຮັດວຽກໄດ້ຫລືບໍ່. ເມື່ອນາງຫາຍໃຈເຂົ້າເທື່ອທຳອິດ, ທັນໃດນັ້ນນາງກໍຮ້ອງໄຫ້ຂຶ້ນ. ເມື່ອເຫັນຄວາມເປັນຫ່ວງຂອງພວກເຮົາ, ນາງກໍຮ້ອງອອກມາຢ່າງໄວວ່າ, “ມັນດີຫລາຍທີ່ໄດ້ຫາຍໃຈອີກ.”
ນັບແຕ່ມື້ນັ້ນເປັນຕົ້ນມາ, ຂ້າພະເຈົ້າໄດ້ຂອບພຣະໄທພຣະບິດາເທິງສະຫວັນທັງເຊົ້າ ແລະ ແລງ ທີ່ຂ້າພະເຈົ້າຍັງມີລົມຫາຍໃຈ. ເຮົາຖືກອ້ອມຮອບໄປດ້ວຍພອນຈົນນັບບໍ່ຖ້ວນ ທີ່ເຮົາສາມາດເບິ່ງຂ້າມມັນໄປໄດ້ງ່າຍຖ້າເຮົາບໍ່ໃສ່ໃຈ. ກົງກັນຂ້າມ, ເມື່ອບໍ່ຄາດຫວັງກັບສິ່ງໃດ ແລະ ກະຕັນຍູກັບທຸກສິ່ງ, ຊີວິດກໍຈະກາຍເປັນຄວາມອັດສະຈັນ.
ປະທານແນວສັນໄດ້ກ່າວວ່າ: “ເຊົ້າວັນໃໝ່ແຕ່ລະເຊົ້າຄືຂອງປະທານຈາກພຣະເຈົ້າ. ແມ່ນແຕ່ອາກາດທີ່ເຮົາຫາຍໃຈກໍຄືການໃຫ້ຢືມດ້ວຍຄວາມຮັກຈາກພຣະອົງ. ພຣະອົງປົກປັກຮັກສາເຮົາໃນແຕ່ລະວັນ ແລະ ສະໜັບສະໜູນເຮົາຈາກຊ່ວງໜຶ່ງໄປຫາອີກຊ່ວງໜຶ່ງຂອງຊີວິດ. ສະນັ້ນ, ການກະທຳອັນສູງສົ່ງຢ່າງທຳອິດຂອງເຮົາໃນຕອນເຊົ້າຄວນເປັນການອະທິຖານດ້ວຍຄວາມກະຕັນຍູຢ່າງຖ່ອມໃຈ.”13
ສິ່ງນັ້ນໄດ້ນຳພາຂ້າພະເຈົ້າມາຫາຂໍ້ສັງເກດຢ່າງທີຫ້າ ແລະ ເປັນຂໍ້ສຸດທ້າຍ, ວ່າທ່ານຈະບໍ່ມີວັນມີຄວາມສຸກຫລາຍໄປກວ່າຄວາມກະຕັນຍູ.
ພຣະຜູ້ເປັນເຈົ້າໄດ້ປະກາດວ່າ, “ແລະ ຄົນທີ່ຮັບເອົາທຸກສິ່ງທັງປວງດ້ວຍຄວາມຂອບຄຸນຈະຖືກເຮັດໃຫ້ຮຸ່ງເຫລື້ອມ.”14 ບາງທີນີ້ອາດຈະເປັນຍ້ອນຄວາມກະຕັນຍູທີ່ເຮັດໃຫ້ເກີດຄຸນນະທຳອື່ນໆອີກຫລາຍຢ່າງ.
ຄວາມຮັບຮູ້ຂອງເຮົາຈະປ່ຽນແປງແນວໃດ ຖ້າວ່າໃນທຸກໆເຊົ້າທີ່ເຮົາຕື່ນຂຶ້ນມາດ້ວຍພອນແຕ່ຄືນກ່ອນເທົ່ານັ້ນ. ການບໍ່ກະຕັນຍູຕໍ່ພອນຂອງເຮົາສາມາດສົ່ງຜົນໄປເຖິງຄວາມບໍ່ເພິ່ງພໍໃຈ, ຊຶ່ງສາມາດພາກເຮົາຈາກຄວາມຊື່ນຊົມ ແລະ ຄວາມສຸກທີ່ກໍ່ໃຫ້ເກີດຄວາມກະຕັນຍູໄດ້. ຜູ້ທີ່ຢູ່ໃນອາຄານໃຫຍ່ ແລະ ກວ້າງຂວາງນັ້ນລໍ້ລວງໃຫ້ເຮົາເບິ່ງຂ້າມເຄື່ອງໝາຍ, ຈຶ່ງຂາດເຄື່ອງໝາຍໄປທັງໝົດ.
ໃນຄວາມເປັນຈິງ, ຄວາມສຸກ ແລະ ພອນທີ່ຍິ່ງໃຫຍ່ທີ່ສຸດຂອງການເປັນມະຕະຈະພົບໄດ້ໃນຜູ້ທີ່ເຮົາກາຍເປັນ ຜ່ານທາງພຣະຄຸນຂອງພຣະເຈົ້າ ໃນຂະນະທີ່ເຮົາເຮັດ ແລະ ຮັກສາພັນທະສັນຍາອັນສັກສິດກັບພຣະອົງ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຈະຂັດເກົາ ແລະ ຫລໍ່ຫລອມເຮົາດ້ວຍຄຸນງາມຄວາມດີຂອງການເສຍສະລະຊົດໃຊ້ຂອງພຣະອົງ ແລະ ໄດ້ກ່າວກັບຜູ້ທີ່ເຕັມໃຈທີ່ຈະຕິດຕາມພຣະອົງວ່າ, “ພວກເຂົາຈະເປັນຂອງເຮົາໃນວັນນັ້ນ ເມື່ອເຮົາຈະມາເລືອກເພັດພອຍຂອງເຮົາ.”15
ຂ້າພະເຈົ້າສັນຍາກັບທ່ານວ່າຖ້າເຮົາສ້າງຊີວິດຂອງເຮົາເທິງຮາກຖານຂອງພຣະເຢຊູຄຣິດ; ໃຫ້ຄຸນຄ່າໃນຕົວຕົນທີ່ແທ້ຈິງຂອງເຮົາໃນຖານະບຸດ ແລະ ທິດາຂອງພຣະເຈົ້າ; ຈື່ຈຳຄຸນຄ່າຂອງຈິດວິນຍານ; ຮັກສາມຸມມອງນິລັນດອນ; ແລະ ຂອບພຣະໄທຢ່າງສຸດຊຶ້ງກັບພອນຢ່າງຫລວງຫລາຍຂອງເຮົາ, ໂດຍສະເພາະຄຳເຊື້ອເຊີນຂອງພຣະຄຣິດໃຫ້ມາຫາພຣະອົງ, ແລ້ວເຮົາຈະສາມາດພົບເຫັນຄວາມສຸກທີ່ແທ້ຈິງ ທີ່ເຮົາສະແຫວງຫາໃນລະຫວ່າງການພະຈົນໄພໃນຄວາມເປັນມະຕະນີ້. ຊີວິດຂອງເຮົາຍັງຕ້ອງມີການທ້າທ້າຍ, ແຕ່ເຮົາຈະສາມາດປະເຊີນກັບແຕ່ລະຢ່າງໄດ້ດີຂຶ້ນດ້ວຍຈຸດປະສົງ ແລະ ສັນຕິສຸກ ຍ້ອນຄວາມຈິງນິລັນດອນທີ່ເຮົາເຂົ້າໃຈ ແລະ ດຳລົງຊີວິດຕາມ.
ຂ້າພະເຈົ້າຂໍສະແດງປະຈັກພະຍານຂອງຂ້າພະເຈົ້າຕໍ່ທ່ານເຖິງຄວາມເປັນຈິງຂອງພຣະເຈົ້າ, ພຣະບິດາທີ່ຊົງຮັກຂອງເຮົາ, ແລະ ພຣະບຸດທີ່ຊົງຮັກຂອງພຣະອົງ, ພຣະເຢຊູຄຣິດ. ຂ້າພະເຈົ້າກໍຂໍເປັນພະຍານອີກ ເຖິງບັນດາສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ທີ່ມີຊີວິດຢູ່. ຖືວ່າເປັນພອນຢ່າງໃຫຍ່ຫລວງທີ່ໄດ້ຮັບຄຳແນະນຳຈາກສະຫວັນຜ່ານທາງພວກເພິ່ນ. ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວໄວ້ຢ່າງຈະແຈ້ງວ່າ, “ບໍ່ວ່າຈະເປັນໂດຍສຽງຂອງເຮົາເອງ ຫລື ໂດຍສຽງຂອງຜູ້ຮັບໃຊ້ຂອງເຮົາ, ມັນກໍເໝືອນກັນ.”16 ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.