ຄວາມຮັກເວົ້າທີ່ນີ້
ຂໍໃຫ້ເຮົາແຕ່ລະຄົນຮຽນຮູ້ທີ່ຈະເວົ້າ ແລະ ໄດ້ຍິນຄວາມຮັກຂອງພຣະອົງທີ່ນີ້, ໃນໃຈ ແລະ ໃນບ້ານຂອງເຮົາ, ແລະ ໃນການເອີ້ນພຣະກິດຕິຄຸນ, ກິດຈະກຳ, ການປະຕິບັດສາດສະໜາກິດ, ແລະ ການຮັບໃຊ້ຂອງເຮົາ.
ເດັກນ້ອຍປະຖົມໄວຂອງພວກເຮົາຮ້ອງວ່າ, “ຄວາມຮັກເວົ້າທີ່ນີ້.”1
ມີເທື່ອໜຶ່ງຂ້າພະເຈົ້າໄດ້ມອບກີ້ສາຍຄໍໃຫ້ ຊິດສະເຕີ ກອງ. ມັນມີຄຳສະຫລັກ ຈຸດ-ຈຸດ, ຈຸດ-ຈຸດ, ຈຸດ-ຈຸດ-ຂີດ. ຜູ້ທີ່ຄຸ້ນເຄີຍກັບລະຫັດ Morse ຈະຮູ້ຈັກວ່າມັນແມ່ນຕົວອັກສອນ I, I, U. ແຕ່ຂ້າພະເຈົ້າໄດ້ຕື່ມລະຫັດທີສອງໃສ່ນຳ. ໃນພາສາຈີນກາງ, “ai” ແປວ່າ “ຮັກ.” ສະນັ້ນ, ເມື່ອຖອດລະຫັດສອງຄັ້ງ, ຂໍ້ຄວາມແມ່ນ “ຂ້ອຍຮັກເຈົ້າ.” ຊູແຊນ ທີ່ຮັກ, “I, ai (爱), U.”
ເຮົາເວົ້າຄວາມຮັກໃນຫລາຍພາສາ. ຂ້າພະເຈົ້າໄດ້ຍິນມາວ່າ ຄອບຄົວມະນຸດເວົ້າໄດ້ 7,168 ພາສາ.2 ໃນສາດສະໜາຈັກ ເຮົາເວົ້າພາສາຫລັກທີ່ບັນທຶກໄວ້ 575 ພາສາ, ພ້ອມດ້ວຍພາສາທ້ອງຖິ່ນຫລາຍພາສາ. ເຮົາຍັງຕິດຕໍ່ສື່ສານເຈດຕະນາ, ການຜັນຄຳ, ແລະ ຄວາມຮູ້ສຶກຜ່ານທາງສິລະປະ, ດົນຕີ, ການເຕັ້ນ, ສັນຍາລັກຢ່າງມີເຫດຜົນ, ແລະ ການສະແດງອອກລະຫວ່າງກັນແລະກັນ ແລະ ພາຍໃນສ່ວນບຸກຄົນ.3
ມື້ນີ້, ໃຫ້ເຮົາມາເວົ້າເຖິງຄວາມຮັກພຣະກິດຕິຄຸນສາມພາສາ: ພາສາແຫ່ງຄວາມອົບອຸ່ນ ແລະ ຄວາມຄາລະວະ, ພາສາແຫ່ງການຮັບໃຊ້ ແລະ ການເສຍສະລະ, ແລະ ພາສາແຫ່ງການເປັນພາກສ່ວນຂອງພັນທະສັນຍາ.
ທຳອິດ, ພາສາພຣະກິດຕິຄຸນແຫ່ງຄວາມອົບອຸ່ນ ແລະ ຄວາມຄາລະວະ.
ດ້ວຍຄວາມອົບອຸ່ນ ແລະ ຄວາມຄາລະວະ, ຊິດສະເຕີ ກອງ ໄດ້ຖາມເດັກນ້ອຍ ແລະ ຊາວໜຸ່ມວ່າ, “ເຈົ້າຮູ້ໄດ້ແນວໃດວ່າ ພໍ່ແມ່ ແລະ ຄອບຄົວຂອງເຈົ້າຮັກເຈົ້າ?”
ໃນກວາເຕມາລາ, ເດັກນ້ອຍເວົ້າວ່າ, “ພໍ່ແມ່ຂອງຂ້ານ້ອຍເຮັດວຽກໜັກເພື່ອຫາລ້ຽງຄອບຄົວຂອງພວກເຮົາ.” ໃນອາເມຣິກາເໜືອ, ເດັກນ້ອຍເວົ້າວ່າ, “ພໍ່ແມ່ຂອງຂ້ານ້ອຍອ່ານນິທານ ແລະ ພາຂ້ານ້ອຍເຂົ້ານອນຕອນກາງຄືນ.” ໃນແຜ່ນດິນສັກສິດ, ເດັກນ້ອຍເວົ້າວ່າ, “ພໍ່ແມ່ຂອງຂ້ານ້ອຍຮັກສາຂ້ານ້ອຍໃຫ້ປອດໄພ.” ໃນການາ, ອາຟຣິກາຕາເວັນຕົກ, ເດັກນ້ອຍເວົ້າວ່າ, “ພໍ່ແມ່ຂອງຂ້ານ້ອຍຊ່ວຍຂ້ານ້ອຍບັນລຸເປົ້າໝາຍເດັກ ແລະ ຊາວໜຸ່ມ.”
ເດັກຄົນໜຶ່ງເວົ້າວ່າ, “ເຖິງແມ່ນວ່າເພິ່ນອິດເມື່ອຍຈາກການເຮັດວຽກໝົດມື້, ແຕ່ແມ່ຂອງຂ້ານ້ອຍຍັງໄດ້ອອກມາຫລິ້ນກັບຂ້ານ້ອຍຢູ່ຂ້າງນອກ.” ແມ່ຂອງນາງຮ້ອງໄຫ້ເມື່ອໄດ້ຍິນວ່າ ການເສຍສະລະໃນແຕ່ລະວັນຂອງລາວມີຄວາມສຳຄັນ. ຍິງໜຸ່ມຄົນໜຶ່ງເວົ້າວ່າ, “ເຖິງແມ່ນວ່າແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍບໍ່ເຂົ້າໃຈກັນບາງຄັ້ງ, ແຕ່ຂ້ານ້ອຍກໍໄວ້ວາງໃຈແມ່ຂອງຂ້ານ້ອຍ.” ແມ່ຂອງນາງໄດ້ຮ້ອງໄຫ້ຄືກັນ.
ບາງເທື່ອເຮົາຈຳເປັນຕ້ອງຮູ້ວ່າ ຄວາມຮັກທີ່ເວົ້າຢູ່ທີ່ນີ້ ຖືກຮັບຟັງ ແລະ ຊື່ນຊົມໄດ້ໃນທີ່ນີ້.
ດ້ວຍຄວາມອົບອຸ່ນ ແລະ ຄວາມເຄົາລົບ, ສິນລະລຶກຂອງເຮົາ ແລະ ການປະຊຸມອື່ນໆແມ່ນສຸມໃສ່ພຣະເຢຊູຄຣິດ. ເຮົາເວົ້າດ້ວຍຄວາມຄາລະວະເຖິງການຊົດໃຊ້ຂອງພຣະເຢຊູຄຣິດ, ເປັນເລື່ອງສ່ວນຕົວ ແລະ ເປັນເລື່ອງຈິງ, ບໍ່ແມ່ນເປັນພຽງແຕ່ການຊົດໃຊ້ໃນຄວາມຄິດທາງທິດສະດີເທົ່ານັ້ນ. ເຮົາເອີ້ນສາດສະໜາຈັກທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ ໃນພຣະນາມຂອງພຣະອົງວ່າ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ເຮົາໃຊ້ພາສາອະທິຖານທີ່ຄາລະວະ ເມື່ອເຮົາກ່າວຕໍ່ພຣະບິດາເທິງສະຫວັນ ແລະ ດ້ວຍຄວາມເຄົາລົບທີ່ອົບອຸ່ນ ເມື່ອເຮົາເວົ້ານຳກັນ. ເມື່ອເຮົາຮັບຮູ້ວ່າພຣະເຢຊູຄຣິດເປັນຫົວໃຈຂອງພັນທະສັນຍາພຣະວິຫານ, ເຮົາຈະເວົ້າຄຳວ່າ “ການໄປພຣະວິຫານ” ໜ້ອຍລົງ ແລະ ເວົ້າຄຳວ່າ “ການມາຫາພຣະເຢຊູຄຣິດໃນບ້ານຂອງພຣະຜູ້ເປັນເຈົ້າ” ຫລາຍຂຶ້ນ. ພັນທະສັນຍາແຕ່ລະຢ່າງກະຊິບວ່າ, “ຄວາມຮັກເວົ້າທີ່ນີ້.”
ສະມາຊິກໃໝ່ເວົ້າວ່າ ຄຳສັບຂອງສາດສະໜາຈັກມັກຈະຮຽກຮ້ອງໃຫ້ມີການຖອດລະຫັດ. ພວກເຮົາຫົວ ທີ່ຄິດວ່າ “ຕຶກສະເຕກ” ອາດໝາຍເຖິງຮ້ານອາຫານຂາຍຊີ້ນສະເຕກ; “ອາຄານຫວອດ” ອາດໝາຍເຖິງໂຮງໝໍ; “ຊ່ວງເປີດ” ຟັງຄືວ່າເຊື້ອເຊີນໃຫ້ເຮົາອອກໄປຝຶກກຳລັງກາຍຢູ່ລານຈອດລົດຂອງໂບດ. ແຕ່, ກະລຸນາ, ຂໍໃຫ້ເຮົາເຂົ້າໃຈ ແລະ ມີນ້ຳໃຈ ໃນຂະນະທີ່ເຮົາຮຽນຮູ້ພາສາໃໝ່ແຫ່ງຄວາມຮັກນຳກັນ. ໃໝ່ໆຢູ່ໂບດ, ຜູ້ປ່ຽນໃຈເຫລື້ອມໃສຄົນໜຶ່ງຖືກບອກວ່າ ກະໂປງຂອງນາງສັ້ນເກີນໄປ. ແທນທີ່ຈະນ້ອຍໃຈ, ນາງໄດ້ຕອບວ່າ, “ໃຈຂອງຂ້ອຍໄດ້ເຫລື້ອມໃສແລ້ວ, ແຕ່ກະລຸນາໃຫ້ອົດທົນ ຈົນກວ່າກະໂປງຂອງຂ້ອຍຊິຕາມມາທັນ.”4
ຄຳເວົ້າທີ່ເຮົາໃຊ້ ສາມາດດຶງເຮົາໃຫ້ເຂົ້າໃກ້ກັບ ຫລື ອອກຫ່າງຈາກຊາວຄຣິດ ແລະ ໝູ່ເພື່ອນຄົນອື່ນໆ. ບາງຄັ້ງເຮົາເວົ້າເຖິງວຽກງານເຜີຍແຜ່, ວຽກງານພຣະວິຫານ, ວຽກງານຊ່ວຍເຫລືອມະນຸດສະທຳ ແລະ ສະຫວັດດີການ ໃນລັກສະນະທີ່ອາດເຮັດໃຫ້ຄົນອື່ນຄິດວ່າ ເຮົາເຊື່ອວ່າເຮົາເຮັດວຽກງານດ້ວຍຕົວເອງ. ຂໍໃຫ້ເຮົາຈົ່ງເວົ້າດ້ວຍຄວາມກະຕັນຍູຢ່າງອົບອຸ່ນ ແລະ ດ້ວຍຄວາມຄາລະວະສະເໝີ ຕໍ່ວຽກງານ ແລະ ລັດສະໝີພາບ ແລະ ພຣະຄຸນຄວາມດີ, ຄວາມເມດຕາ, ແລະ ພຣະຄຸນຂອງພຣະເຢຊູຄຣິດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ.5
ທີສອງ, ພາສາພຣະກິດຕິຄຸນແຫ່ງການຮັບໃຊ້ ແລະ ການເສຍສະລະ.
ເມື່ອເຮົາເຕົ້າໂຮມກັນອີກຢູ່ທີ່ໂບດໃນແຕ່ລະອາທິດ ເພື່ອໃຫ້ກຽດ ແລະ ປິຕິຍິນດີໃນວັນຊະບາໂຕ, ເຮົາສາມາດສະແດງຄຳໝັ້ນສັນຍາໃນພັນທະສັນຍາສິນລະລຶກຕໍ່ພຣະເຢຊູຄຣິດ ແລະ ຕໍ່ກັນແລະກັນ ຜ່ານທາງການເອີ້ນໃນສາດສະໜາຈັກ, ການຜູກມິດ, ການເຂົ້າສັງຄົມ, ແລະ ການຮັບໃຊ້ຂອງເຮົາ.
ເມື່ອຂ້າພະເຈົ້າຖາມຜູ້ນຳສາດສະໜາຈັກໃນທ້ອງຖິ່ນກ່ຽວກັບສິ່ງທີ່ເຂົາເຈົ້າກັງວົນ, ທັງອ້າຍເອື້ອຍນ້ອງໄດ້ເວົ້າວ່າ, “ສະມາຊິກບາງຄົນຂອງພວກເຮົາບໍ່ຍອມຮັບການເອີ້ນຂອງສາດສະໜາຈັກ.” ການເອີ້ນໃຫ້ຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ກັນແລະກັນໃນສາດສະໜາຈັກຂອງພຣະອົງ ໃຫ້ໂອກາດໃນການເພີ່ມຄວາມເຫັນອົກເຫັນໃຈ, ຄວາມສາມາດ, ແລະ ຄວາມຖ່ອມຕົວ. ເມື່ອເຮົາໄດ້ຮັບການແຕ່ງຕັ້ງເປັນທາງການ, ເຮົາສາມາດໄດ້ຮັບການດົນໃຈຈາກພຣະຜູ້ເປັນເຈົ້າ ເພື່ອໃຫ້ຍົກລະດັບ ແລະ ເພີ່ມຄວາມເຂັ້ມແຂງໃຫ້ກັນແລະກັນ ແລະ ຕົວເຮົາເອງ. ແນ່ນອນວ່າ, ສະຖານະການ ແລະ ລະດູການທີ່ປ່ຽນແປງໃນຊີວິດຂອງເຮົາ ອາດມີຜົນກະທົບຕໍ່ຄວາມສາມາດຂອງເຮົາທີ່ຈະຮັບໃຊ້, ແຕ່ກໍຫວັງວ່າຈະບໍ່ກະທົບຕໍ່ຄວາມປາດຖະໜາຂອງເຮົາ. ຮ່ວມກັບກະສັດເບັນຢາມິນ, ເຮົາເວົ້າວ່າ, “ຖ້າຫາກເຮົາມີ ເຮົາຈະໃຫ້”6 ແລະ ສະເໜີມອບທຸກສິ່ງທີ່ເຮົາສາມາດ.
ຜູ້ນຳສະເຕກ ແລະ ຫວອດ, ຈົ່ງເຮັດພາກສ່ວນຂອງເຮົາ. ເມື່ອເຮົາເອີ້ນ (ແລະ ປົດ) ອ້າຍເອື້ອຍນ້ອງໃນການຮັບໃຊ້ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ກະລຸນາເຮັດດ້ວຍກຽດສັກສີ ແລະ ດ້ວຍການດົນໃຈ. ຊ່ວຍໃຫ້ແຕ່ລະຄົນຮູ້ສຶກໄດ້ຮັບການຊື່ນຊົມ ແລະ ວ່າເຂົາເຈົ້າສາມາດປະສົບຄວາມສຳເລັດໄດ້. ກະລຸນາປຶກສາ ແລະ ຟັງເອື້ອຍນ້ອງຜູ້ນຳ. ຂໍໃຫ້ເຮົາຈົ່ງຈື່ຈຳ, ດັ່ງທີ່ປະທານເຈ ຣູເບັນ ຄະລາກ ໄດ້ສິດສອນ, ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ເຮົາຮັບໃຊ້ໃນສະຖານທີ່ຕ່າງໆ, “ຊຶ່ງເປັນການເອີ້ນທີ່ຕົນບໍ່ໄດ້ສະແຫວງຫາ ຫລື ປະຕິເສດ.”7
ເມື່ອຊິດສະເຕີ ກອງ ແລະ ຂ້າພະເຈົ້າໄດ້ແຕ່ງງານກັນ, ແອວເດີ ເດວິດ ບີ ເຮດ ໄດ້ແນະນຳວ່າ: “ໃຫ້ມີການເອີ້ນໃນສາດສະໜາຈັກສະເໝີ. ໂດຍສະເພາະຕອນຊີວິດຫຍຸ້ງຍາກ,” ເພິ່ນເວົ້າ, “ພວກເຈົ້າຕ້ອງຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າຕໍ່ຜູ້ທີ່ພວກເຈົ້າຮັບໃຊ້ ແລະ ຕໍ່ພວກເຈົ້າ ຂະນະທີ່ພວກເຈົ້າຮັບໃຊ້.” ຂ້າພະເຈົ້າສັນຍາວ່າ ຄວາມຮັກເວົ້າທີ່ນີ້, ທີ່ນັ້ນ, ແລະ ທຸກບ່ອນຂະນະທີ່ເຮົາຕອບວ່າ ໂດຍ ກັບຜູ້ນຳໃນສາດສະໜາຈັກ ເພື່ອຮັບໃຊ້ພຣະຜູ້ເປັນເຈົ້າໃນສາດສະໜາຈັກຂອງພຣະອົງ ໂດຍພຣະວິນຍານຂອງພຣະອົງ ແລະ ພັນທະສັນຍາຂອງເຮົາ.
ສາດສະໜາຈັກທີ່ຖືກຟື້ນຟູຂອງພຣະຜູ້ເປັນເຈົ້າ ສາມາດເປັນບ່ອນຊ່ວຍຊຸມຊົນຊີໂອນໃຫ້ຈະເລີນກ້າວໜ້າໄດ້. ເມື່ອເຮົານະມັດສະການ, ຮັບໃຊ້, ແລະ ຮຽນຮູ້ຄວາມຮັກຂອງພຣະອົງນຳກັນ, ເຮົາຈະຍຶດກັນໄວ້ໃນພຣະກິດຕິຄຸນຂອງພຣະອົງ. ເຮົາອາດບໍ່ເຫັນດ້ວຍທາງການເມືອງ ຫລື ປະເດັນທາງສັງຄົມ ແຕ່ຈະພົບຄວາມປອງດອງ ເມື່ອເຮົາຮ້ອງເພງນຳກັນໃນກຸ່ມປະສານສຽງຫວອດ. ເຮົາຮັກສາການເຊື່ອມຕໍ່ ແລະ ຕໍ່ສູ້ກັບຄວາມໂດດດ່ຽວ ເມື່ອເຮົາປະຕິບັດສາດສະໜາກິດດ້ວຍໃຈຂອງເຮົາ ໃນບ້ານຂອງກັນແລະກັນ ແລະ ໃນໝູ່ບ້ານເປັນປະຈຳ.
ລະຫວ່າງການໄປຢ້ຽມຢາມສະມາຊິກກັບປະທານສະເຕກ, ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກອັນເລິກເຊິ່ງຂອງພວກເພິ່ນຕໍ່ສະມາຊິກໃນທຸກສະຖານະການ. ຂະນະທີ່ພວກເຮົາຂັບລົດຜ່ານບ້ານຂອງສະມາຊິກໃນສະເຕກຂອງພວກເພິ່ນ, ປະທານສະເຕກຄົນໜຶ່ງໄດ້ຕັ້ງຂໍ້ສັງເກດວ່າ ບໍ່ວ່າເຮົາຈະອາໄສຢູ່ໃນບ້ານທີ່ມີສະລອຍນ້ຳ ຫລື ເຮືອນປູດິນ, ການຮັບໃຊ້ສາດສະໜາຈັກກໍເປັນສິດທິພິເສດ ທີ່ມັກຈະລວມດ້ວຍການເສຍສະລະ. ແຕ່, ເພິ່ນໄດ້ໃຫ້ຂໍ້ສັງເກດທີ່ສະຫລາດວ່າ, ເມື່ອເຮົາຮັບໃຊ້ ແລະ ເສຍສະລະໃນພຣະກິດຕິຄຸນນຳກັນ, ເຮົາຈະພົບເຫັນຄວາມຜິດໜ້ອຍລົງ ແລະ ມີຄວາມສະຫງົບຫລາຍກວ່າເກົ່າ. ເມື່ອເຮົາອະນຸຍາດພຣະອົງ, ພຣະເຢຊູຄຣິດຈະຊ່ວຍເຮົາກ່າວຄວາມຮັກຂອງພຣະອົງຢູ່ທີ່ນີ້.
ລະດູຮ້ອນປີນີ້, ຄອບຄົວຂອງຂ້າພະເຈົ້າໄດ້ພົບກັບສະມາຊິກ ແລະ ໝູ່ເພື່ອນທີ່ດີເລີດຂອງສາດສະໜາຈັກ ໃນເມືອງລັບໂບໂຣ ແລະ ເມືອງອອກສ໌ຝອດ, ປະເທດອັງກິດ. ການຊຸມນຸມທີ່ມີຄວາມໝາຍເຫລົ່ານີ້ ໄດ້ເຕືອນຂ້າພະເຈົ້າວ່າ ການສັງສັນໃນຫວອດ ແລະ ກິດຈະກຳຮັບໃຊ້ ສາມາດສ້າງສາຍສຳພັນພຣະກິດຕິຄຸນໃໝ່ ແລະ ຍືນຍົງໄດ້ແນວໃດ. ເປັນເວລາດົນນານທີ່ຂ້າພະເຈົ້າຮູ້ສຶກວ່າ, ໃນຫລາຍບ່ອນໃນສາດສະໜາຈັກ, ກິດຈະກຳຫວອດສອງສາມຢ່າງເພີ່ມເຕີມ, ແນ່ນອນ ຕ້ອງມີການວາງແຜນ ແລະ ດຳເນີນການ ດ້ວຍຈຸດປະສົງຂອງພຣະກິດຕິຄຸນ, ຈະສາມາດຖັກສານເຂົ້າກັນດ້ວຍຄວາມເປັນພາກສ່ວນ ແລະ ຄວາມເປັນອັນໜຶ່ງດຽວກັນທີ່ຍິ່ງໃຫຍ່ຫລາຍຂຶ້ນ.
ປະທານກິດຈະກຳຫວອດຄົນໜຶ່ງ ພ້ອມກັບຄະນະກຳມະການທີ່ດົນໃຈ ໄດ້ບຳລຸງລ້ຽງບຸກຄົນ ແລະ ຊຸມຊົນໄພ່ພົນ. ກິດຈະກຳທີ່ຖືກວາງແຜນເປັນຢ່າງດີ ຈະຊ່ວຍແຕ່ລະຄົນໃຫ້ຮູ້ສຶກມີຄຸນຄ່າ, ຖືກລວມເຂົ້າກຸ່ມ, ແລະ ຖືກເຊື້ອເຊີນໃຫ້ຮັບບົດບາດທີ່ຈຳເປັນ. ກິດຈະກຳເຊັ່ນນັ້ນເປັນສະພານເຊື່ອມໂຍງທຸກໄວ ແລະ ພື້ນຖານ, ສ້າງຄວາມຊົງຈຳທີ່ຍືນຍົງ, ແລະ ສາມາດຈັດຂຶ້ນໄດ້ໂດຍມີຄ່າໃຊ້ຈ່າຍຕ່ຳ ຫລື ບໍ່ມີເລີຍ. ກິດຈະກຳພຣະກິດຕິຄຸນທີ່ມ່ວນຊື່ນຍັງເຊື້ອເຊີນເພື່ອນບ້ານ ແລະ ໝູ່ເພື່ອນນຳອີກ.
ການເຂົ້າສັງຄົມ ແລະ ການຮັບໃຊ້ມັກຈະໄປດ້ວຍກັນ. ຄົນໜຸ່ມຮູ້ວ່າ ຖ້າຫາກທ່ານຢາກຮູ້ຈັກຄົນໃດຄົນໜຶ່ງແທ້ໆ ໃຫ້ຢືນທາສີຄຽງຂ້າງກັນຢູ່ຂັ້ນໄດ ໃນໂຄງການຮັບໃຊ້.
ແນ່ນອນ, ບໍ່ມີບຸກຄົນໃດ ແລະ ຄອບຄົວໃດທີ່ສົມບູນແບບ. ເຮົາທຸກຄົນຕ້ອງການຄວາມຊ່ວຍເຫລືອທີ່ດີກວ່າ ໃນການເວົ້າຄວາມຮັກທີ່ນີ້. “ຄວາມຮັກອັນຄົບບໍລິບູນກໍຂັບໄລ່ຄວາມຢ້ານກົວອອກໄປ.”8 ສັດທາ, ການຮັບໃຊ້, ແລະ ການເສຍສະລະ ດຶງເຮົາໃຫ້ເຂົ້າໃກ້ຊິດພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ. ຍິ່ງເຮົາມີຄວາມເຫັນອົກເຫັນໃຈ, ຊື່ສັດ, ແລະ ບໍ່ເຫັນແກ່ຕົວໃນການຮັບໃຊ້ຂອງເຮົາ ແລະ ເສຍສະລະຫລາຍຂຶ້ນເທົ່າໃດໃນພຣະອົງ, ເຮົາຍິ່ງຈະເລີ່ມເຂົ້າໃຈຄວາມເມດຕາກະລຸນາ ແລະ ພຣະຄຸນແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດສຳລັບເຮົາຫລາຍຂຶ້ນເທົ່ານັ້ນ.
ແລະ ສິ່ງນັ້ນນຳເຮົາໄປສູ່ພາສາພຣະກິດຕິຄຸນແຫ່ງການເປັນພາກສ່ວນຂອງພັນທະສັນຍາ.
ເຮົາມີຊີວິດຢູ່ໃນໂລກທີ່ເອົາແຕ່ໃຈຕົວເອງ. ຫລາຍຢ່າງຄື “ຂ້ອຍເລືອກຂ້ອຍ.” ຄືກັບເຮົາເຊື່ອວ່າ ເຮົາຮູ້ດີທີ່ສຸດກ່ຽວກັບຜົນປະໂຫຍດຂອງຕົນເອງ ແລະ ວິທີການຕິດຕາມມັນແນວໃດ.
ໃນທີ່ສຸດ ມັນກໍບໍ່ແມ່ນຄວາມຈິງ. ພຣະເຢຊູຄຣິດໄດ້ສະແດງຄວາມຈິງອະມະຕະທີ່ຊົງພະລັງນີ້:
“ເພາະຜູ້ໃດຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ: ແຕ່ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.
“ຖ້າ ຊາຍ [ຫລື ຍິງ] ຄົນໃດຈະໄດ້ຊັບສົມບັດໝົດທັງໂລກ, ແຕ່ຕ້ອງເສຍຊີວິດອັນແທ້ຂອງຕົນ, ຄົນນັ້ນຈະໄດ້ປະໂຫຍດອັນໃດ?”9
ພຣະເຢຊູຄຣິດສະເໜີວິທີທີ່ດີກວ່າ—ຄວາມສຳພັນເທິງພັນທະສັນຍາອັນສູງສົ່ງ, ແຂງແກ່ນກວ່າສາຍຮັດແຫ່ງຄວາມຕາຍ. ການເປັນພາກສ່ວນຂອງພັນທະສັນຍາກັບພຣະເຈົ້າ ແລະ ກັນແລະກັນ ສາມາດປິ່ນປົວ ແລະ ຊຳລະຄວາມສຳພັນທີ່ທະນຸຖະໜອມທີ່ສຸດຂອງເຮົາ. ໃນຄວາມຈິງ, ພຣະອົງຮູ້ຈັກເຮົາດີກວ່າ ແລະ ຮັກເຮົາຫລາຍກວ່າທີ່ເຮົາຮູ້ຈັກ ຫລື ຮັກຕົວເອງ. ໃນຄວາມຈິງ, ເມື່ອເຮົາເຮັດພັນທະສັນຍາດ້ວຍທັງໝົດທີ່ເຮົາເປັນຢູ່, ເຮົາຈະສາມາດກາຍເປັນຫລາຍກວ່າທີ່ເຮົາເປັນຢູ່. ອຳນາດ ແລະ ສະຕິປັນຍາຂອງພຣະເຈົ້າສາມາດອວຍພອນເຮົາດ້ວຍຂອງປະທານທີ່ດີທັງໝົດ, ໃນເວລາ ແລະ ໃນວິທີຂອງພຣະອົງ.
ປັນຍາປະດິດສ້າງ (AI) ມີຄວາມກ້າວໜ້າຫລາຍໃນການແປພາສາ. ໝົດໄປແລ້ວສະໄໝຄອມພິວເຕີ ທີ່ອາດຈະແປວະລີສຳນວນທີ່ວ່າ “ຈິດໃຈພ້ອມແລ້ວກໍຈິງ, ແຕ່ຮ່າງກາຍອ່ອນແຮງ” ແລະ “ເຫລົ້າອະງຸ່ນດີກໍຈິງ, ແຕ່ຊີ້ນເນົ່າ.” ສິ່ງທີ່ໜ້າສົນໃຈຄື, ການເຮັດຊ້ຳຕົວຢ່າງຫລາຍໆເທື່ອຂອງພາສາ ຈະສອນພາສາໃຫ້ກັບຄອມພິວເຕີໄດ້ຢ່າງມີປະສິດທິພາບ ຫລາຍກວ່າການສອນຄອມພິວເຕີໃຫ້ຮູ້ຈັກຫລັກໄວຍະກອນ.
ຄ້າຍຄືກັນ, ປະສົບການໂດຍກົງ, ຊ້ຳແລ້ວຊ້ຳອີກຂອງເຮົາ ອາດເປັນວິທີທາງວິນຍານທີ່ດີທີ່ສຸດໃນການຮຽນຮູ້ພາສາພຣະກິດຕິຄຸນແຫ່ງຄວາມອົບອຸ່ນ ແລະ ຄວາມຄາລະວະ, ການຮັບໃຊ້ ແລະ ການເສຍສະລະ, ແລະ ການເປັນພາກສ່ວນຂອງພັນທະສັນຍາ.
ສະນັ້ນ, ພຣະເຢຊູຄຣິດກ່າວກັບທ່ານດ້ວຍຄວາມຮັກຢູ່ໃສ ແລະ ດ້ວຍວິທີໃດ?
ທ່ານໄດ້ຍິນຄວາມຮັກຂອງພຣະອົງກ່າວທີ່ນີ້ຢູ່ໃສ ແລະ ດ້ວຍວິທີໃດ?
ຂໍໃຫ້ເຮົາແຕ່ລະຄົນຮຽນຮູ້ທີ່ຈະເວົ້າ ແລະ ໄດ້ຍິນຄວາມຮັກຂອງພຣະອົງທີ່ນີ້, ໃນໃຈ ແລະ ໃນບ້ານຂອງເຮົາ, ແລະ ໃນການເອີ້ນພຣະກິດຕິຄຸນ, ກິດຈະກຳ, ການປະຕິບັດສາດສະໜາກິດ, ແລະ ການຮັບໃຊ້ຂອງເຮົາ.
ໃນແຜນຂອງພຣະເຈົ້າ, ເຮົາແຕ່ລະຄົນຈະປ່ຽນຈາກຊີວິດນີ້ໄປສູ່ຊີວິດໜ້າໃນມື້ໜຶ່ງ. ເມື່ອເຮົາພົບພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈິນຕະນາເຫັນພຣະອົງກ່າວ, ດ້ວຍພຣະຄຳແຫ່ງຄຳແນະນຳ ແລະ ຄຳສັນຍາວ່າ, “ຄວາມຮັກຂອງເຮົາເວົ້າທີ່ນີ້.” ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.