ພຣະເຢຊູຄຣິດຄືຊັບສົມບັດ
ສຸມໃຈໃສ່ພຣະເຢຊູຄຣິດ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ເປັນ “ເຄື່ອງໝາຍ” ທີ່ເຮົາຄວນຊອກຫາ, ແລະ ເປັນຊັບສົມບັດອັນລ້ຳຄ່າທີ່ສຸດຂອງເຮົາ.
ໃນປີ 1907 ເສດຖີຊາວອັງກິດຊື່ ຈອດ ເຮີເບີດ, ເປັນປະມຸກທີຫ້າແຫ່ງຄານາວອນ,1 ໄດ້ຍ້າຍໄປຢູ່ເອຢິບ ແລະ ສົນໃຈເລື່ອງໂບຮານຄະດີ. ເພິ່ນໄດ້ເຂົ້າຫານັກເອຢິບວິທະຍາຄົນໜຶ່ງຜູ້ມີຊື່ສຽງ, ຊື່ ຮາວເວີດ ຄາດເທີ, ແລະ ໄດ້ສະເໜີການເປັນຫຸ້ນສ່ວນ. ທ່ານຄາດເທີຈະດູແລການຂຸດຄົ້ນທາງບູຮານຄະດີຂອງພວກເພິ່ນ ແລະ ທ່ານຄານາວອນຈະຈັດຫາເງິນທຶນໃຫ້.
ພ້ອມກັນ ພວກເພິ່ນໄດ້ສຳຫລວດສະຖານທີ່ຕ່າງໆຢ່າງສຳເລັດຜົນ. ແລ້ວ ພວກເພິ່ນໄດ້ຮັບການອະນຸຍາດໃຫ້ຂຸດຄົ້ນຢູ່ໃນຮ່ອມພູກະສັດ, ຊຶ່ງຕັ້ງຢູ່ໃກ້ເມືອງລັກເຊີ ໃນສະໄໝປະຈຸບັນ, ບ່ອນທີ່ອຸບມຸງຂອງຟາໂຣຫລາຍອົງຖືກພົບເຫັນ. ພວກເພິ່ນໄດ້ຕັດສິນໃຈຊອກຫາອຸບມຸງຂອງກະສັດຕຸຕັນຄາມຸນ. ຕຸຕັນຄາມຸນໄດ້ຂຶ້ນຄອງບັນລັງແຫ່ງເອຢິບຫລາຍກວ່າ 3,000 ປີກ່ອນ ແລະ ໄດ້ຄອບຄອງເປັນເວລາ 10 ປີ ກ່ອນການສິ້ນຊີວິດທີ່ບໍ່ຄາດຄິດ.2 ເພິ່ນຖືກຝັງໄວ້ຢູ່ໃນຮ່ອມພູກະສັດ,3 ແຕ່ບໍ່ຮູ້ວ່າອຸບມຸງຂອງເພິ່ນຢູ່ໃສ.
ທ່ານຄາດເທີ ແລະ ທ່ານຄານາວອນໄດ້ໃຊ້ເວລາຫ້າປີໃນການຄົ້ນຫາອຸບມຸງຂອງຕຸຕັນຄາມຸນ ແຕ່ບໍ່ປະສົບຄວາມສຳເລັດ. ໃນທີ່ສຸດທ່ານຄານາວອນກໍໄດ້ບອກທ່ານຄາດເທີວ່າ ເພິ່ນຈະເຊົາເຮັດພາລະກິດທີ່ໄຮ້ຜົນນັ້ນ. ທ່ານຄາດເທີໄດ້ອ້ອນວອນຂໍຂຸດຄົ້ນຕື່ມອີກພຽງໜຶ່ງລະດູການ, ແລະ ທ່ານຄານາວອນໄດ້ປ່ຽນໃຈ ແລະ ຕົກລົງທີ່ຈະໃຫ້ເງິນທຶນ.
ທ່ານຄາດເທີໄດ້ຮັບຮູ້ວ່າພື້ນທີ່ທັງໝົດຂອງຮ່ອມພູກະສັດໄດ້ຖືກຂຸດຄົ້ນຢ່າງມີວິທີການ—ຍົກເວັ້ນແຕ່ພື້ນທີ່ຂອງຄ້າຍສູນກາງຂອງພວກເພິ່ນເອງ. ພາຍໃນສອງສາມມື້ຂອງການຂຸດນັ້ນ, ພວກເພິ່ນກໍພົບເຫັນຂັ້ນຕອນທຳອິດທີ່ນຳໄປສູ່ອຸບມຸງ.4
ໃນທີ່ສຸດ ເມື່ອທ່ານຄາດເທີໄດ້ຫລຽວເຂົ້າໄປເບິ່ງຫ້ອງຮອງຮັບຂອງອຸບມຸງຂອງຕຸຕັນຄາມຸນ, ເຫັນຄຳຢູ່ທຸກທີ່ທຸກບ່ອນ. ຫລັງຈາກສາມເດືອນຂອງການເຮັດບັນຊີກັບທຸກສິ່ງຢູ່ໃນຫ້ອງຮອງຮັບ, ພວກເພິ່ນໄດ້ເປີດຫ້ອງໂຖງຝັງສົບທີ່ຖືກຜະນຶກໄວ້ ໃນເດືອນກຸມພາ ປີ 1923—ເມື່ອ 100 ປີກ່ອນ. ນີ້ແມ່ນການຄົ້ນພົບບູຮານຄະດີທີ່ມີຊື່ສຽງທີ່ສຸດໃນສັດຕະວັດທີ 20.
ໃນລະຫວ່າງຊຸມປີເຫລົ່ານັ້ນຂອງການຄົ້ນຫາທີ່ບໍ່ມີປະສິດທິພາບ, ທ່ານຄາດເທີ ແລະ ທ່ານຄານາວອນໄດ້ມອງຂ້າມສິ່ງທີ່ຢູ່ໃຕ້ຕີນຂອງພວກເພິ່ນເອງ. ປະມານຫ້າສັດຕະວັດກ່ອນການກຳເນີດຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະຄຳພີມໍມອນໄດ້ອ້າງເຖິງການບໍ່ໃຫ້ຄວາມສຳຄັນ ຫລື ການປະເມີນຄ່ານ້ອຍກວ່າກັບສິ່ງທີ່ຢູ່ໃກ້ຕົວ ວ່າເປັນ “ການເບິ່ງຂ້າມເຄື່ອງໝາຍ.” ຢາໂຄບໄດ້ຫລຽວເຫັນລ່ວງໜ້າວ່າ ຜູ້ຄົນຂອງເຢຣູຊາເລັມຈະບໍ່ຮູ້ຈັກພຣະເມຊີອາເມື່ອພຣະອົງສະເດັດມາ. ຢາໂຄບໄດ້ທຳນາຍວ່າ ພວກເຂົາຈະ “ດູໝິ່ນປະໝາດຄຳເວົ້າອັນແຈ່ມແຈ້ງ … ແລະ [ຈະສະແຫວງຫາ] ສິ່ງທີ່ພວກເຂົາບໍ່ອາດເຂົ້າໃຈໄດ້. ດັ່ງນັ້ນ, ເພາະຄວາມຕາບອດຂອງພວກເຂົາ, ຊຶ່ງຄວາມຕາບອດນັ້ນ [ຈະມາ] ຈາກການເບິ່ງຂ້າມເຄື່ອງໝາຍ, ພວກເຂົາຈຶ່ງຈຳຕ້ອງຕົກໄປ.”5 ໃນອີກຄຳໜຶ່ງ, ພວກເຂົາຈະສະດຸດ.
ຄຳທຳນາຍຂອງຢາໂຄບຖືກພິສູດແລ້ວວ່າຖືກຕ້ອງ. ລະຫວ່າງການປະຕິບັດສາດສະໜາກິດຂອງພຣະເຢຊູໃນຊ່ວງມະຕະ, ຫລາຍຄົນໄດ້ເບິ່ງຂ້າມເຄື່ອງໝາຍ, ເບິ່ງຂ້າມພຣະອົງ. ພວກເຂົາໄດ້ເບິ່ງກາຍພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ແທນທີ່ຈະຍອມຮັບບົດບາດຂອງພຣະອົງ ໃນການບັນລຸແຜນຂອງພຣະບິດາເທິງສະຫວັນ, ພວກເຂົາໄດ້ປະນາມ ແລະ ຄຶງພຣະອົງ. ພວກເຂົາໄດ້ເບິ່ງ ແລະ ລໍຖ້າໃຫ້ຄົນອື່ນນຳຄວາມລອດມາໃຫ້ພວກເຂົາ.
ເໝືອນດັ່ງຜູ້ຄົນເຫລົ່ານັ້ນໃນເຢຣູຊາເລັມ, ແລະ ເໝືອນດັ່ງທ່ານຄາດເທີ ແລະ ທ່ານຄານາວອນ, ເຮົາກໍສາມາດມັກເບິ່ງຂ້າມເຄື່ອງໝາຍເຊັ່ນດຽວກັນ. ເຮົາຈຳເປັນຕ້ອງປົກປ້ອງຕ້ານແນວໂນ້ມນີ້ ຖ້າບໍ່ດັ່ງນັ້ນ ເຮົາຈະພາດພຣະເຢຊູຄຣິດໃນຊີວິດຂອງເຮົາ ແລະ ບໍ່ຮັບຮູ້ພອນຫລາຍຢ່າງທີ່ພຣະອົງສະເໜີມອບໃຫ້ເຮົາ. ເຮົາຕ້ອງການພຣະອົງ. ເຮົາໄດ້ຖືກແນະນຳໃຫ້ເພິ່ງອາໄສ “ຢ່າງເຕັມທີ່ … ຜູ້ຊົງອານຸພາບເພື່ອຊ່ວຍໃຫ້ລອດ.”6
ພຣະອົງຄືເຄື່ອງໝາຍຂອງເຮົາ. ຖ້າຫາກເຮົາວາດພາບຢ່າງບໍ່ຖືກຕ້ອງວ່າມີຄວາມຕ້ອງການທີ່ເກີນກວ່າສິ່ງທີ່ພຣະອົງສະເໜີມອບໃຫ້, ເຮົາຈະປະຕິເສດ ຫລື ຫລຸດຜ່ອນຂອບເຂດ ແລະ ອຳນາດທີ່ພຣະອົງສາມາດມີຢູ່ໃນຊີວິດຂອງເຮົາ. ພຣະອົງໄດ້ອ້າງສິດແຫ່ງຄວາມເມດຕາ ແລະ ປະທານຄວາມເມດຕານັ້ນໃຫ້ແກ່ເຮົາ.7 ພຣະອົງເປັນ “ແຫລ່ງ [ສູງສຸດທີ່ເຮົາຄວນ] ຫລຽວຫາເພື່ອການປົດບາບ [ຂອງເຮົາ].”8 ພຣະອົງເປັນຜູ້ວິງວອນແທນເຮົາກັບພຣະບິດາ ແລະ ສະໜັບສະໜູນສິ່ງທີ່ພຣະບິດາປະສົງມາຕະຫລອດ, ເພື່ອໃຫ້ເຮົາກັບມາຫາພຣະອົງ ໃນຖານະຜູ້ຮັບມໍລະດົກໃນອານາຈັກຂອງພຣະອົງ. ໃນຖ້ອຍຄຳຂອງສາດສະດາແອວມາ, ເຮົາຕ້ອງ, “ຫລຽວເບິ່ງ, ເລີ່ມເຊື່ອຖືໃນພຣະບຸດຂອງພຣະເຈົ້າ, ວ່າພຣະອົງຈະສະເດັດມາໄຖ່ຜູ້ຄົນຂອງພຣະອົງ, ແລະ ວ່າພຣະອົງຈະຮັບເອົາຄວາມເຈັບປວດ ແລະ ສິ້ນພຣະຊົນເພື່ອຊົດໃຊ້ແທນບາບ [ຂອງເຮົາ], ແລະ ວ່າພຣະອົງຈະລຸກຂຶ້ນຈາກຄວາມຕາຍອີກ, ຊຶ່ງຈະເຮັດໃຫ້ເກີດການຟື້ນຄືນຊີວິດ.”9 ພຣະເຢຊູຄຣິດຄືຊັບສົມບັດຂອງເຮົາ.
ພຣະຜູ້ຊ່ວຍໃຫ້ລອດໄດ້ປະທານຫລາຍວິທີທາງເພື່ອໃຫ້ເຮົາສຸມໃຈໃສ່ພຣະອົງຢ່າງຕັ້ງໃຈ, ລວມທັງໂອກາດໃນແຕ່ລະວັນທີ່ຈະກັບໃຈ. ບາງຄັ້ງ ເຮົາປະເມີນຄ່າພອນທີ່ມອບໃຫ້ນ້ອຍເກີນໄປ. ຕອນຂ້າພະເຈົ້າມີອາຍຸໄດ້ແປດປີ, ຂ້າພະເຈົ້າໄດ້ຮັບບັບຕິສະມາຈາກພໍ່ຂອງຂ້າພະເຈົ້າ. ຫລັງຈາກນັ້ນ, ຂ້າພະເຈົ້າໄດ້ຈັບມືພໍ່ໃນຂະນະທີ່ພວກເຮົາກຳລັງຂ້າມຖະໜົນທີ່ຫຍຸ້ງໆ. ຂ້າພະເຈົ້າບໍ່ໄດ້ເອົາໃຈໃສ່ ແລະ ໄດ້ກ້າວຂາລົງຈາກຂອບຖະໜົນ ໃນຂະນະທີ່ລົດບັນທຸກຂະໜາດໃຫຍ່ແລ່ນຜ່ານມາ. ພໍ່ໄດ້ຖົກຂ້າພະເຈົ້າຄືນ, ອອກຈາກຖະໜົນ ແລະ ຂຶ້ນໄປຫາຂອບຖະໜົນ. ຖ້າເພິ່ນບໍ່ໄດ້ເຮັດແນວນັ້ນ, ຂ້າພະເຈົ້າຄົງຖືກລົດບັນທຸກຊົນແນ່ນອນ. ໂດຍທີ່ຮູ້ຈັກທຳມະຊາດຄວາມຊຸກຊົນຂອງຕົນເອງ, ຂ້າພະເຈົ້າໄດ້ຄິດວ່າ, “ບາງທີມັນອາດເປັນການດີກວ່າທີ່ຂ້ອຍຈະຖືກລົດບັນທຸກຊົນຕາຍ ເພາະຂ້ອຍຄົງບໍ່ມີວັນສະອາດເທົ່າກັບຂ້ອຍເປັນຢູ່ໃນຕອນນີ້ ຫລັງບັບຕິສະມາຂອງຂ້ອຍ.”
ຕອນມີອາຍຸແປດປີ, ຂ້າພະເຈົ້າໄດ້ເຂົ້າໃຈຜິດວ່າ ນ້ຳບັບຕິສະມາເປັນສິ່ງລ້າງບາບ. ບໍ່ແມ່ນແນວນັ້ນ! ໃນຫລາຍປີນັບຕັ້ງແຕ່ການບັບຕິສະມາຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ບາບຖືກຊຳລະດ້ວຍອຳນາດຂອງພຣະເຢຊູຄຣິດ ຜ່ານທາງການເສຍສະລະຊົດໃຊ້ຂອງພຣະອົງ ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາແຫ່ງການບັບຕິສະມາ.10 ແລ້ວ, ຜ່ານທາງຂອງປະທານແຫ່ງການກັບໃຈ, ເຮົາຈຶ່ງສາມາດສະອາດຕໍ່ໄປໄດ້. ຂ້າພະເຈົ້າກໍໄດ້ຮຽນຮູ້ນຳອີກວ່າ ສິນລະລຶກນຳເອົາວົງຈອນຄຸນນະທຳທີ່ມີພະລັງມາສູ່ຊີວິດຂອງເຮົາ, ເຮັດໃຫ້ເຮົາສາມາດຮັກສາການປົດບາບຂອງເຮົາໄດ້.11
ເຊັ່ນດຽວກັບຊັບສົມບັດທີ່ຢູ່ໃຕ້ຕີນຂອງທ່ານຄາດເທີ ແລະ ທ່ານຄານາວອນ, ພອນອັນລ້ຳຄ່າຂອງສິນລະລຶກມີໃຫ້ເຮົາທຸກຄົນທຸກຄັ້ງທີ່ເຮົາໄປຮ່ວມກອງປະຊຸມສິນລະລຶກ. ເຮົາຖືກສັນຍາວ່າພຣະວິນຍານບໍລິສຸດຈະເປັນເພື່ອນໃກ້ຊິດຂອງເຮົາ ຖ້າຫາກເຮົາເຂົ້າຫາສິນລະລຶກໃນວິທີທີ່ຜູ້ປ່ຽນໃຈເຫລື້ອມໃສເຂົ້າຫາການຮັບບັບຕິສະມາ ແລະ ການຢືນຢັນ, ດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ ແລະ ດ້ວຍຄວາມຕັ້ງໃຈທີ່ຈະດຳລົງຊີວິດຕາມພັນທະສັນຍາແຫ່ງການບັບຕິສະມານັ້ນ. ພຣະວິນຍານບໍລິສຸດປະທານພອນໃຫ້ເຮົາດ້ວຍອຳນາດທີ່ບໍລິສຸດຂອງພຣະອົງ ເພື່ອວ່າເຮົາຈະສາມາດຮັກສາການປົດບາບຂອງເຮົາສະເໝີໄປ, ອາທິດແລ້ວ ອາທິດເລົ່າ.12
ຮາກຖານທາງວິນຍານຂອງເຮົາຖືກເຮັດໃຫ້ເຂັ້ມແຂງຜ່ານທາງການກັບໃຈ ແລະ ໂດຍການກຽມຢ່າງມີສະຕິ ແລະ ການຮັບສ່ວນສິນລະລຶກຢ່າງມີຄ່າຄວນ. ພຽງແຕ່ດ້ວຍຮາກຖານທາງວິນຍານທີ່ແຂງແກ່ນຂອງເຮົາເທົ່ານັ້ນທີ່ເຮົາຈະສາມາດຮັບມືກັບຝົນ, ລົມ, ແລະ ນ້ຳຖ້ວມ ທີ່ປະທະເຮົາໃນຊີວິດຂອງເຮົາໄດ້.13 ກົງກັນຂ້າມ, ຮາກຖານທາງວິນຍານຂອງເຮົາຈະອ່ອນແອລົງ ເມື່ອເຮົາສະໝັກໃຈຂ້າມກອງປະຊຸມສິນລະລຶກ ຫລື ເມື່ອເຮົາບໍ່ໄດ້ສຸມໃຈໃສ່ພຣະຜູ້ຊ່ວຍໃຫ້ລອດໃນລະຫວ່າງສິນລະລຶກ. ເຮົາອາດບໍ່ຕັ້ງໃຈ “ຖອນຕົວ [ເຮົາເອງ] ຈາກພຣະວິນຍານຂອງພຣະຜູ້ເປັນເຈົ້າ, ຈົນວ່າມັນບໍ່ມີບ່ອນໃດເລີຍໃນ [ເຮົາ] ທີ່ຈະສາມາດນຳ [ເຮົາ] ໄປໃນທາງແຫ່ງປັນຍາເພື່ອ [ເຮົາ] ຈະໄດ້ຮັບພອນ, ຈະເລີນຮຸ່ງເຮືອງ, ແລະ ຮັບການປົກປັກຮັກສາ.”14
ເມື່ອເຮົາມີພຣະວິນຍານບໍລິສຸດສະຖິດຢູ່ກັບເຮົາ, ເຮົາຈະໄດ້ຮັບການດົນໃຈ ແລະ ການນຳພາໃຫ້ເຮັດ ແລະ ຮັກສາພັນທະສັນຍາອື່ນໆ, ດັ່ງເຊັ່ນທີ່ເຮົາໄດ້ເຮັດໃນພຣະວິຫານ. ການເຮັດເຊັ່ນນີ້ເຮັດໃຫ້ຄວາມສຳພັນຂອງເຮົາກັບພຣະເຈົ້າເລິກເຊິ່ງຫລາຍຂຶ້ນ.15 ທ່ານອາດສັງເກດເຫັນວ່າ ພຣະວິຫານຫລາຍແຫ່ງຖືກປະກາດເມື່ອບໍ່ຫລາຍປີຜ່ານມານີ້, ຊຶ່ງເຮັດໃຫ້ພຣະວິຫານຕັ້ງຢູ່ໃກ້ສະມາຊິກຫລາຍຂຶ້ນ.16 ໃນທາງກົງກັນຂ້າມ, ເມື່ອເຂົ້າພຣະວິຫານໄດ້ງ່າຍຂຶ້ນ, ມັນອາດງ່າຍຂຶ້ນສຳລັບເຮົາທີ່ຈະເມີນເສີຍກັບການໄປພຣະວິຫານ. ເມື່ອພຣະວິຫານຕັ້ງຢູ່ໄກ, ເຮົາວາງແຜນເວລາ ແລະ ຊັບພະຍາກອນຂອງເຮົາ ສຳລັບການເດີນທາງໄປພຣະວິຫານ ເພື່ອນະມັດສະການຢູ່ທີ່ນັ້ນ. ເຮົາໃຫ້ຄວາມສຳຄັນຕໍ່ການເດີນທາງເຫລົ່ານີ້.
ເມື່ອພຣະວິຫານຕັ້ງຢູ່ໃກ້, ມັນອາດງ່າຍຂຶ້ນທີ່ຈະເຮັດໃຫ້ສິ່ງເລັກໆນ້ອຍໆຂັດຂວາງການໄປພຣະວິຫານ, ໂດຍເວົ້າກັບຕົວເອງວ່າ, “ເອີ, ເຮົາຊິໄປໃນເວລາອື່ນ.” ການອາໄສຢູ່ໃກ້ພຣະວິຫານເຮັດໃຫ້ສາມາດປັບປ່ຽນການຈັດຕາຕະລາງເວລາໄປພຣະວິຫານໄດ້ງ່າຍຂຶ້ນ, ແຕ່ການປັບປ່ຽນນັ້ນອາດເຮັດໃຫ້ງ່າຍຂຶ້ນທີ່ຈະບໍ່ໃຫ້ຄວາມສຳຄັນຕໍ່ພຣະວິຫານ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາຈະ “ພາດເຄື່ອງໝາຍ,” ໂດຍປະເມີນຄ່ານ້ອຍກັບໂອກາດທີ່ຈະຫຍັບເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດໃນບ້ານສັກສິດຂອງພຣະອົງ. ຄຳໝັ້ນສັນຍາຂອງເຮົາທີ່ຈະໄປພຣະວິຫານບ່ອນຢູ່ໃກ້ ຢ່າງນ້ອຍກໍໃຫ້ຂະຫຍັນເທົ່າໆກັບການໄປພຣະວິຫານຕອນທີ່ມັນຕັ້ງຢູ່ໄກ.
ຫລັງຈາກທີ່ທ່ານຄາດເທີ ແລະ ທ່ານຄານາວອນໄດ້ຂຸດຄົ້ນບ່ອນອື່ນໃນຮ່ອມພູກະສັດ ເພື່ອຊອກຫາອຸບມຸງຂອງຕຸຕັນຄາມຸນ, ພວກເພິ່ນຈຶ່ງຮັບຮູ້ວ່າ ພວກເພິ່ນໄດ້ເບິ່ງຂ້າມ. ເຮົາບໍ່ຈຳເປັນອອກແຮງງານທີ່ບໍ່ສຳເລັດ, ດັ່ງທີ່ພວກເພິ່ນໄດ້ເຮັດໃນໄລຍະໜຶ່ງ, ເພື່ອຊອກຫາຊັບສົມບັດຂອງເຮົາ. ເຮົາບໍ່ຈຳເປັນຕ້ອງສະແຫວງຫາຄຳແນະນຳຈາກແຫລ່ງທີ່ແປກໃໝ່, ໃຫ້ຄວາມສຳຄັນຄວາມແປກໃໝ່ຂອງແຫລ່ງຂໍ້ມູນນັ້ນໆ ແລະ ການຄິດວ່າຄຳແນະນຳເຊັ່ນນັ້ນຈະໃຫ້ຄວາມສະຫວ່າງຫລາຍກວ່າທີ່ເຮົາສາມາດໄດ້ຮັບຈາກສາດສະດາທີ່ຖ່ອມຕົວຂອງພຣະເຈົ້າ.
ດັ່ງທີ່ບັນທຶກໄວ້ໃນພຣະຄຳພີເດີມ, ເມື່ອນາອາມານຊອກຫາຢາປິ່ນປົວພະຍາດຂີ້ທູດຂອງເພິ່ນ, ເພິ່ນບໍ່ພໍໃຈທີ່ຖືກຂໍໃຫ້ຈຸ່ມຕົວເອງລົງໃນແມ່ນ້ຳທຳມະດາ ທີ່ຢູ່ໃກ້ໆເຈັດເທື່ອ. ແຕ່ເພິ່ນໄດ້ຖືກຊັກຊວນໃຫ້ເຮັດຕາມຄຳແນະນຳຂອງສາດສະດາເອລີຊາ ແທນທີ່ຈະເພິ່ງອາໄສແນວຄິດທີ່ຕົນມີໄວ້ລ່ວງໜ້າ ເຖິງສິ່ງມະຫັດສະຈັນຄວນເກີດຂຶ້ນແນວໃດ. ຜົນກໍຄື, ນາອາມານໄດ້ຫາຍດີ.17 ເມື່ອເຮົາໄວ້ວາງໃຈສາດສະດາຢູ່ເທິງໂລກໃນປະຈຸບັນຂອງພຣະເຈົ້າ, ແລະ ປະຕິບັດຕາມຄຳແນະນຳຂອງເພິ່ນ, ແລ້ວເຮົາຈະພົບຄວາມສຸກ, ແລະ ເຮົາກໍສາມາດໄດ້ຮັບການປິ່ນປົວເຊັ່ນກັນ. ເຮົາບໍ່ຈຳເປັນຕ້ອງຊອກຫາອີກຕໍ່ໄປ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຊຸກຍູ້ທ່ານໃຫ້ຈື່ຈຳ ແລະ ສຸມໃຈໃສ່ທີ່ພຣະເຢຊູຄຣິດສະເໝີ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ເປັນ “ເຄື່ອງໝາຍ” ທີ່ເຮົາຄວນຊອກຫາ, ແລະ ເປັນຊັບສົມບັດອັນລ້ຳຄ່າທີ່ສຸດຂອງເຮົາ. ເມື່ອທ່ານມາຫາພຣະອົງ, ທ່ານຈະໄດ້ຮັບຄວາມເຂັ້ມແຂງ ເພື່ອປະເຊີນກັບການທ້າທາຍຂອງຊີວິດ, ຄວາມກ້າຫານທີ່ຈະເຮັດສິ່ງທີ່ຖືກຕ້ອງ, ແລະ ຄວາມສາມາດບັນລຸພາລະກິດຂອງທ່ານໃນຊ່ວງມະຕະ. ຮັກສາໂອກາດໃນການກັບໃຈ, ສິດທິພິເສດຂອງການຮັບສ່ວນສິນລະລຶກ, ພອນຂອງການກະທຳ ແລະ ການຮັກສາພັນທະສັນຍາພຣະວິຫານ, ຄວາມສຸກຂອງການນະມັດສະການໃນພຣະວິຫານ, ແລະ ຊື່ນຊົມກັບການມີສາດສະດາທີ່ມີຊີວິດຢູ່.
ຂ້າພະເຈົ້າເປັນພະຍານຢ່າງຈິງຈັງ ແລະ ແນ່ນອນວ່າ ພຣະເຈົ້າ, ພຣະບິດານິລັນດອນ, ແມ່ນພຣະບິດາເທິງສະຫວັນຂອງເຮົາ ແລະ ວ່າພຣະອົງຊົງພຣະຊົນຢູ່; ພຣະເຢຊູຄືພຣະຄຣິດ; ພຣະອົງເປັນເພື່ອນສະຫວັນທີ່ເມດຕາ ແລະ ສະຫລາດ,18 ແລະ ນີ້ຄືສາດສະໜາຈັກທີ່ຖືກຟື້ນຟູຂອງພຣະອົງ. ຂໍຂອບໃຈສຳລັບສັດທາ ແລະ ຄວາມຊື່ສັດຂອງທ່ານ. ຂ້າພະເຈົ້າອະທິຖານວ່າ ທ່ານຈະໄດ້ຮັບພອນ, ຮຸ່ງເຮືອງ, ແລະ ໄດ້ຮັບການປົກປັກຮັກສາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.