ພະລັງຂອງພຣະເຢຊູຄຣິດໃນຊີວິດຂອງເຮົາທຸກໆມື້
ແຫລ່ງຂອງຄວາມເຂັ້ມແຂງຂອງເຮົາ ແມ່ນສັດທາໃນພຣະເຢຊູຄຣິດ ເມື່ອເຮົາຕັ້ງໃຈສະແຫວງຫາທີ່ຈະມາຫາພຣະອົງໃນແຕ່ລະມື້ ແລະ ທຸກໆມື້.
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ນີ້ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຊ່າງເປັນຄວາມຊື່ນຊົມແທ້ໆ ທີ່ໄດ້ເຕົ້າໂຮມກັນໃນຖານະສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າຮູ້ສຶກຂອບຄຸນທີ່ ປະທານຣະໂຊ ເອັມ ແນວສັນ ໄດ້ຢໍ້າເຕືອນເຮົາໃຫ້ໃຊ້ຊື່ທີ່ຖືກຕ້ອງຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ເພື່ອວ່າເຮົາຈະຈື່ຈໍາວ່າ ນີ້ແມ່ນສາດສະໜາຈັກຂອງໃຜ ແລະ ຄຳສອນຂອງໃຜທີ່ເຮົາປະຕິບັດຕາມ.
ປະທານແນວສັນໄດ້ຖະແຫລງວ່າ: “ໃນວັນຂ້າງໜ້າ, ເຮົາຈະເຫັນການສະແດງໃຫ້ປະຈັກອັນ ຍິ່ງໃຫຍ່ທີ່ສຸດ ຂອງອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ໂລກ ເຄີຍ ເຫັນມາກ່ອນ. … ພຣະອົງຈະປະທານສິດທິພິເສດ, ພອນ, ແລະ ການອັດສະຈັນ ຈົນນັບບໍ່ຖ້ວນໃຫ້ແກ່ຜູ້ທີ່ຊື່ສັດ.”1
ໜຶ່ງໃນສິດທິພິເສດສຳລັບຂ້າພະເຈົ້າ ແລະ ພັນລະຍາຂອງຂ້າພະເຈົ້າ, ເຣເນ, ແມ່ນການພົບກັບໄພ່ພົນຢູ່ບ່ອນທີ່ພວກເຮົາຮັບໃຊ້. ພວກເຮົາໄດ້ຍິນເລື່ອງລາວຂອງເຂົາເຈົ້າ, ພວກເຮົາເຫັນການສູນເສຍຂອງເຂົາເຈົ້າ, ພວກເຮົາແບ່ງປັນຄວາມທຸກໂສກຂອງເຂົາເຈົ້າ, ແລະ ພວກເຮົາຊົມຊື່ນຍິນດີກັບຄວາມສຳເລັດຂອງເຂົາເຈົ້າ. ພວກເຮົາໄດ້ເຫັນພອນ ແລະ ການອັດສະຈັນຫລາຍໆຢ່າງ ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະທານໃຫ້ແກ່ຜູ້ທີ່ຊື່ສັດ. ພວກເຮົາໄດ້ພົບກັບຜູ້ຄົນທີ່ໄດ້ຜ່ານຜ່າສິ່ງທີ່ເປັນໄປບໍ່ໄດ້, ຜູ້ທີ່ໄດ້ທົນທຸກຕໍ່ສິ່ງທີ່ບໍ່ສາມາດຄິດອອກໄດ້.
ພວກເຮົາໄດ້ເຫັນການສະແດງໃຫ້ປະຈັກຂອງພະລັງຂອງພຣະຜູ້ຊ່ວຍໃຫ້ລອດໃນແມ່ໝ້າຍຄົນໜຶ່ງ ຜູ້ທີ່ໄດ້ສູນເສຍສາມີຂອງຕົນ ຂະນະທີ່ເຂົາເຈົ້າກຳລັງເຮັດວຽກຂອງພຣະຜູ້ເປັນເຈົ້າໃນປະເທດໂບລີວີ.2 ພວກເຮົາເຄີຍເຫັນມັນໃນຍິງໜຸ່ມຄົນໜຶ່ງໃນປະເທດອາກຊັງຕິນ ຜູ້ທີ່ລົ້ມລົງກ້ອງລົດໄຟ ແລະ ເສຍຂາເບື້ອງໜຶ່ງຂອງຕົນ, ພຽງເພາະວ່າ ຄົນບາງຄົນຢາກລັກໂທລະສັບຂອງນາງ.3 ແລະ ໃນພໍ່ລ້ຽງດ່ຽວຂອງນາງ, ຜູ້ທີ່ຕອນນີ້ ຕ້ອງປັບປຸງສະຖານະການໃຫ້ດີຂຶ້ນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ລູກສາວຂອງລາວ ຫລັງຈາກການກະທຳອັນທາລຸນທີ່ບໍ່ສາມາດອະທິບາຍໄດ້. ພວກເຮົາເຄີຍເຫັນມັນໃນຄອບຄົວທັງຫລາຍທີ່ໄດ້ສູນເສຍບ້ານຂອງຕົນ ແລະ ຊັບສິນທຸກຢ່າງ ລະຫວ່າງເຫດໄຟໄໝ້ໃນປະເທດຈີເລ ພຽງແຕ່ສອງມື້ກ່ອນວັນຄຣິດສະມາດໃນປີ 2022.4 ພວກເຮົາເຄີຍເຫັນມັນໃນຜູ້ທີ່ທົນທຸກຫລັງຈາກການຢ່າຮ້າງທີ່ເຈັບປວດ ແລະ ໃນຜູ້ບໍລິສຸດທີ່ຕົກເປັນເຫຍື່ອຂອງການຖືກຂົ່ມເຫັງ.
ແມ່ນຫຍັງທີ່ໃຫ້ພະລັງແກ່ເຂົາເຈົ້າໃນການຜ່ານຜ່າສິ່ງທີ່ຍາກລຳບາກ? ແມ່ນຫຍັງທີ່ເພີ່ມຄວາມເຂັ້ມແຂງໃຫ້ອີກຊັ້ນໜຶ່ງ ເພື່ອເດີນໜ້າຕໍ່ໄປ ເມື່ອທຸກຢ່າງເບິ່ງຄືວ່າສູນຫາຍໄປ?
ຂ້າພະເຈົ້າໄດ້ພົບວ່າ ແຫລ່ງຂອງຄວາມເຂັ້ມແຂງນັ້ນ ແມ່ນສັດທາໃນພຣະເຢຊູຄຣິດ ເມື່ອເຮົາຕັ້ງໃຈສະແຫວງຫາທີ່ຈະມາຫາພຣະອົງໃນແຕ່ລະມື້ ແລະ ທຸກໆມື້.
ສາດສະດາຢາໂຄບໄດ້ສິດສອນວ່າ, “ແລະ ພຣະອົງໄດ້ສະເດັດມາຍັງໂລກເພື່ອຈະໄດ້ຊ່ວຍມະນຸດທັງປວງໃຫ້ລອດພົ້ນ ຖ້າຫາກເຂົາຈະເຊື່ອຟັງສຸລະສຽງຂອງພຣະອົງ; ເພາະຈົ່ງເບິ່ງ, ພຣະອົງໄດ້ທົນຮັບຄວາມເຈັບປວດຂອງມະນຸດທັງປວງ, ແທ້ຈິງແລ້ວ, ຄວາມເຈັບປວດຂອງສິ່ງທີ່ມີຊີວິດທີ່ຖືກສ້າງຂຶ້ນທຸກຢ່າງທັງຊາຍຍິງ ແລະ ເດັກນ້ອຍທີ່ເປັນຄອບຄົວຂອງອາດາມ.”5
ບາງເທື່ອ, ການມີສັດທາໃນພຣະເຢຊູຄຣິດ ອາດເບິ່ງຄືວ່າ ເປັນສິ່ງທີ່ເປັນໄປບໍ່ໄດ້, ເກືອບຈະບໍ່ສາມາດບັນລຸໄດ້. ເຮົາອາດຄິດວ່າ ການມາຫາພຣະຄຣິດ ຮຽກຮ້ອງໃຫ້ມີຄວາມເຂັ້ມແຂງ, ພະລັງ, ແລະ ຄວາມດີພ້ອມທີ່ເຮົາບໍ່ມີ, ແລະ ເຮົາພຽງແຕ່ບໍ່ສາມາດພົບເຫື່ອແຮງທີ່ຈະເຮັດທຸກຢ່າງໄດ້. ແຕ່ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກຜູ້ຄົນທັງໝົດເຫລົ່ານີ້ກໍຄື ສັດທາໃນພຣະເຢຊູຄຣິດ ແມ່ນສິ່ງທີ່ໃຫ້ເຫື່ອແຮງແກ່ເຮົາ ເພື່ອເລີ່ມຕົ້ນການເດີນທາງ. ບາງເທື່ອ ເຮົາອາດຄິດວ່າ, “ເຮົາຕ້ອງແກ້ໄຂຊີວິດຂອງເຮົາ ກ່ອນທີ່ເຮົາຈະມາຫາພຣະເຢຊູ,” ແຕ່ຄວາມຈິງກໍຄື ເຮົາມາຫາພຣະເຢຊູເພື່ອແກ້ໄຂຊີວິດຂອງເຮົາຜ່ານທາງພຣະອົງ.
ເຮົາບໍ່ໄດ້ມາຫາພຣະເຢຊູ ເພາະເຮົາເປັນຄົນດີພ້ອມ. ເຮົາມາຫາພຣະອົງ ເພາະເຮົາມີຂໍ້ບົກພ່ອງ ແລະ ໃນພຣະອົງ ເຮົາຈະສາມາດ “ຖືກເຮັດໃຫ້ເປັນຄົນດີພ້ອມ.”6
ເຮົາຈະເລີ່ມໃຊ້ສັດທາຂອງເຮົາເລັກໆນ້ອຍໆໃນທຸກໆມື້ໄດ້ຢ່າງໃດ? ສຳລັບຂ້າພະເຈົ້າແລ້ວ ມັນເລີ່ມຕົ້ນໃນຕອນເຊົ້າ: ເມື່ອຂ້າພະເຈົ້າຕື່ນນອນ, ແທນທີ່ຈະເບິ່ງໂທລະສັບຂອງຂ້າພະເຈົ້າ, ຂ້າພະເຈົ້າອະທິຖານ. ແມ່ນແຕ່ຄຳອະທິຖານທີ່ລຽບງ່າຍ. ແລ້ວຂ້າພະເຈົ້າກໍອ່ານພຣະຄຳພີ. ສິ່ງນີ້ຊ່ວຍຂ້າພະເຈົ້າເລື່ອງພັນທະສັນຍາປະຈຳອາທິດຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າໄດ້ເຮັດ ຂະນະທີ່ຂ້າພະເຈົ້າຮັບສ່ວນສິນລະລຶກວ່າຈະ “ລະນຶກເຖິງພຣະອົງຕະຫລອດເວລາ.”7 ເມື່ອຂ້າພະເຈົ້າເລີ່ມຕົ້ນມື້ຂອງຂ້າພະເຈົ້າດ້ວຍການອະທິຖານ ແລະ ພຣະຄຳພີ, ຂ້າພະເຈົ້າສາມາດ “ລະນຶກເຖິງພຣະອົງ” ເມື່ອຂ້າພະເຈົ້າເບິ່ງໂທລະສັບຂອງຂ້າພະເຈົ້າ. ຂ້າພະເຈົ້າສາມາດ “ລະນຶກເຖິງພຣະອົງ” ເມື່ອຂ້າພະເຈົ້າປະເຊີນກັບບັນຫາ ແລະ ການຂັດແຍ້ງຕ່າງໆ, ແລະ ຂ້າພະເຈົ້າພະຍາຍາມທີ່ຈະປະເຊີນໜ້າກັບມັນ ດັ່ງທີ່ພຣະເຢຊູຈະຊົງກະທຳ.
ເມື່ອຂ້າພະເຈົ້າ “ລະນຶກເຖິງພຣະອົງ,” ຂ້າພະເຈົ້າຮູ້ສຶກເຖິງຄວາມປາດຖະໜາທີ່ຈະປ່ຽນແປງ, ທີ່ຈະກັບໃຈ. ຂ້າພະເຈົ້າພົບແຫລ່ງຂອງເຫື່ອແຮງໃນການຮັກສາພັນທະສັນຍາຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຮູ້ສຶກເຖິງອິດທິພົນຂອງພຣະວິນຍານບໍລິສຸດໃນຊີວິດຂອງຂ້າພະເຈົ້າ “ແລະ ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ [ຂ້າພະເຈົ້າ], ເພື່ອ [ຂ້າພະເຈົ້າ] ຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.”8 ມັນຊ່ວຍໃຫ້ຂ້າພະເຈົ້າອົດທົນຈົນເຖິງທີ່ສຸດ.9 ຫລື ຢ່າງໜ້ອຍກໍຈົນເຖິງຕອນທ້າຍຂອງມື້! ແລະ ໃນວັນທີ່ຂ້າພະເຈົ້າບໍ່ໄດ້ລະນຶກເຖິງພຣະອົງໝົດມື້, ພຣະອົງຍັງຊົງສະຖິດຢູ່ທີ່ນັ້ນ, ໂດຍທີ່ຮັກຂ້າພະເຈົ້າ ແລະ ບອກຂ້າພະເຈົ້າວ່າ, “ບໍ່ເປັນຫຍັງ, ເຈົ້າສາມາດລອງໃໝ່ອີກຄັ້ງມື້ອື່ນ.”
ເຖິງແມ່ນວ່າ ເຮົາຈະບໍ່ດີພ້ອມໃນການລະນຶກເຖິງພຣະອົງກໍຕາມ, ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ບໍ່ເຄີຍທີ່ຈະບໍ່ລະນຶກເຖິງເຮົາ.
ໜຶ່ງໃນຄວາມຜິດພາດທີ່ເຮົາມັກຈະເຮັດກໍຄືການຄິດວ່າ ການຮັກສາພັນທະສັນຍາ, ຫລື ຄຳສັນຍາຕ່າງໆທີ່ເຮົາເຮັດກັບພຣະເຈົ້າ, ດ້ວຍເຫດໃດໜຶ່ງ ເປັນການແລກປ່ຽນທີ່ເຮົາເຮັດກັບພຣະອົງ: ເຮົາເຊື່ອຟັງ, ແລະ ພຣະອົງຈະປົກປ້ອງເຮົາຈາກສິ່ງທີ່ບໍ່ດີທຸກຢ່າງທີ່ອາດເກີດຂຶ້ນກັບເຮົາ. ເຮົາຈ່າຍສ່ວນສິບ, ແລະ ເຮົາຈະບໍ່ມີວັນຕົກງານ ຫລື ໄຟຈະບໍ່ໄໝ້ເຮືອນເຮົາ. ແຕ່ເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ເຮົາຄາດໄວ້, ເຮົາກໍຮ້ອງທູນຕໍ່ພຣະຜູ້ເປັນເຈົ້າວ່າ, “[ພຣະອົງ] ບໍ່ເປັນຫ່ວງ ຂ້ານ້ອຍ ບໍ?”10
ພັນທະສັນຍາຂອງເຮົາ ບໍ່ແມ່ນພຽງແຕ່ເປັນການແລກປ່ຽນເທົ່ານັ້ນ; ແຕ່ເປັນການປ່ຽນແປງ.11 ຜ່ານທາງພັນທະສັນຍາຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ຮັບພະລັງທີ່ເຮັດໃຫ້ບໍລິສຸດ ແລະ ເຂັ້ມແຂງຂອງພຣະເຢຊູຄຣິດ, ຊຶ່ງໃຫ້ຂ້າພະເຈົ້າກາຍເປັນຄົນໃໝ່, ເພື່ອໃຫ້ອະໄພໃນສິ່ງທີ່ເບິ່ງຄືວ່າອະໄພໃຫ້ບໍ່ໄດ້, ເພື່ອເອົາຊະນະສິ່ງທີ່ເປັນໄປບໍ່ໄດ້. ການລະນຶກເຖິງພຣະເຢຊູຄຣິດຢ່າງຕັ້ງໃຈ ຕະຫລອດເວລາ ແມ່ນຊົງພະລັງ; ມັນເຮັດໃຫ້ຂ້າພະເຈົ້າມີຄວາມເຂັ້ມແຂງຕື່ມໃນການ “ຮັກສາພຣະບັນຍັດຂອງພຣະອົງ ຊຶ່ງປະທານໃຫ້ [ຂ້າພະເຈົ້າ].”12 ມັນຊ່ວຍໃຫ້ຂ້າພະເຈົ້າມີນິໄສດີຂຶ້ນກວ່າເກົ່າ, ຍິ້ມໂດຍທີ່ບໍ່ມີເຫດຜົນ, ເປັນຜູ້ສ້າງຄວາມສະຫງົບສຸກ,13 ເພື່ອຫລີກລ້ຽງຈາກການຂັດແຍ້ງ, ເພື່ອໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງຂ້າພະເຈົ້າ.14
ເມື່ອຄວາມເຈັບປວດຂອງເຮົາ ຫລື ຄວາມເຈັບປວດຂອງຄົນທີ່ເຮົາຮັກ ໜັກໜ່ວງຫລາຍເກີນກວ່າທີ່ເຮົາຈະຮັບໄດ້, ການລະນຶກເຖິງພຣະເຢຊູຄຣິດ ແລະ ການເຂົ້າມາຫາພຣະອົງ ສາມາດເຮັດໃຫ້ພາລະເບົາລົງ, ເຮັດໃຫ້ໃຈອ່ອນລົງ, ແລະ ເຮັດໃຫ້ເຈັບປວດໜ້ອຍລົງ. ນີ້ແມ່ນພະລັງທີ່ຊ່ວຍໃຫ້ພໍ່ສາມາດຊ້ວນຊູລູກສາວຂອງລາວໄດ້ເກີນຄວາມສາມາດຕາມທຳມະຊາດຂອງລາວ ຜ່ານຄວາມເຈັບປວດທາງຮ່າງກາຍ ແລະ ທາງອາລົມຂອງການສູນເສຍຂາຂອງນາງ.
ເມື່ອ ແອວເດີ ໂຊອາເຣສ໌ ໄດ້ໄປຢ້ຽມຢາມປະເທດອາກຊັງຕິນເມື່ອເດືອນມິຖຸນາທີ່ຜ່ານມາ ແລະ ຖາມ ຟລາເວຍ ກ່ຽວກັບອຸບັດຕິເຫດທີ່ໜ້າສະຫລົດໃຈຂອງນາງນັ້ນ, ນາງໄດ້ຕອບຢ່າງຊື່ສັດວ່າ, “ຂ້ານ້ອຍໄດ້ປະສົບກັບຄວາມສັບສົນວຸ້ນວາຍ, ຄວາມຂົມຂື່ນ, ຄວາມໂກດຮ້າຍ, ແລະ ຄວາມກຽດຊັງ ເມື່ອ [ເຫດການນີ້ເກີດຂຶ້ນ]. ສິ່ງທີ່ຊ່ວຍຂ້ານ້ອຍບໍ່ແມ່ນການຖາມວ່າ, ‘ເປັນຫຍັງຈຶ່ງແມ່ນເຮົາ?’ ແຕ່ແມ່ນ ‘ເພື່ອຫຍັງ?’ … ນີ້ແມ່ນສິ່ງທີ່ນຳຂ້ານ້ອຍໃຫ້ເຂົ້າໃກ້ຊິດຄົນອື່ນ ແລະ ພຣະຜູ້ເປັນເຈົ້າຫລາຍຍິ່ງຂຶ້ນ. … ແທນທີ່ຈະຕີຕົວອອກຫ່າງຈາກພຣະອົງ, ຂ້ານ້ອຍຕ້ອງຍຶດຕິດກັບພຣະອົງ.”15
ປະທານແນວສັນໄດ້ສິດສອນວ່າ: “ລາງວັນສຳລັບການຮັກສາພັນທະສັນຍາກັບພຣະເຈົ້າ ຄືພະລັງຈາກສະຫວັນ—ພະລັງທີ່ເສີມກຳລັງໃຫ້ເຮົາ ເພື່ອຕ້ານທານກັບການທົດລອງ, ການລໍ້ລວງ, ແລະ ຄວາມເຈັບປວດໃຈ ໄດ້ດີກວ່າເກົ່າ. … ດັ່ງນັ້ນ, ຜູ້ຮັກສາພັນທະສັນຍາຈຶ່ງມີສິດໄດ້ຮັບ ຄວາມເຊົາເມື່ອຍ ທີ່ພິເສດ.”16 ນີ້ແມ່ນຄວາມເຊົາເມື່ອຍ ແລະ ຄວາມສະຫງົບສຸກທີ່ຂ້າພະເຈົ້າໄດ້ເຫັນໃນສາຍຕາຂອງແມ່ໝ້າຍຜູ້ນັ້ນ, ເຖິງແມ່ນຈະມີຄວາມເຈັບປວດໃຈທີ່ນາງຮູ້ສຶກກັບການຄິດຮອດສາມີຂອງຕົນທຸກໆມື້ກໍຕາມ.
ພຣະຄຳພີໃໝ່ບອກກ່ຽວກັບເວລາຕອນທີ່ພຣະເຢຊູ ແລະ ສານຸສິດຂອງພຣະອົງຢູ່ໃນເຮືອ:
“ແລ້ວລົມພະຍຸກໍເລີ່ມພັດມາແຮງ ແລະ ຟອງນໍ້າຊັດເຂົ້າເຮືອ. …
“ສ່ວນພຣະເຢຊູນັ້ນ ນອນໝູນໝອນຫລັບ … ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ?
“ພຣະອົງຈຶ່ງຕື່ນຂຶ້ນມາ ແລະ ກ່າວແກ່ທະເລວ່າ, ງຽບສະຫງົບແມ. …
“ແລ້ວພຣະເຢຊູກໍກ່າວຕໍ່ພວກສາວົກຂອງພຣະອົງວ່າ, ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?”17
ຂ້າພະເຈົ້າສົນໃຈກັບເລື່ອງລາວນີ້ມາໂດຍຕະຫລອດ. ພຣະຜູ້ເປັນເຈົ້າໄດ້ຄາດຫວັງໃຫ້ເຂົາເຈົ້າໃຊ້ສັດທາຂອງເຂົາເຈົ້າເພື່ອສະຫງົບພະຍຸລົງບໍ? ເພື່ອຮ້າຍລົມບໍ? ສັດທາໃນພຣະເຢຊູຄຣິດ ແມ່ນຄວາມຮູ້ສຶກຂອງຄວາມສະຫງົບສຸກໃນການຕ້ານທານລົມພະຍຸ, ໂດຍຮູ້ວ່າ ເຮົາຈະບໍ່ຈິບຫາຍ ເພາະພຣະອົງຢູ່ໃນເຮືອນຳກັນກັບເຮົາ.
ນີ້ແມ່ນສັດທາທີ່ພວກເຮົາໄດ້ເຫັນ ເມື່ອພວກເຮົາໄດ້ໄປຢ້ຽມຢາມຄອບຄົວທັງຫລາຍ ຫລັງຈາກເຫດໄຟໄໝ້ໃນປະເທດຈີເລ. ເຮືອນຂອງເຂົາເຈົ້າໄດ້ຖືກເຜົາລົງກັບພື້ນດິນ; ເຂົາເຈົ້າໄດ້ສູນເສຍທຸກຢ່າງ. ແຕ່ຂະນະທີ່ເຂົາເຈົ້າກຳລັງຍ່າງເຂົ້າໄປບ່ອນທີ່ເຄີຍເປັນບ້ານຂອງເຂົາເຈົ້າ ແລະ ກຳລັງເລົ່າປະສົບການຂອງເຂົາເຈົ້າໃຫ້ພວກເຮົາຟັງຢູ່ນັ້ນ, ພວກເຮົາກໍຮູ້ສຶກວ່າກຳລັງຢືນຢູ່ພື້ນທີ່ສັກສິດ. ຊິດສະເຕີຄົນໜຶ່ງໄດ້ເວົ້າກັບພັນລະຍາຂອງຂ້າພະເຈົ້າວ່າ, “ເມື່ອຂ້ານ້ອຍເຫັນເຮືອນທີ່ຢູ່ໃກ້ກຳລັງຈະຖືກໄຟໄໝ້, ຂ້ານ້ອຍຮູ້ສຶກໄດ້ວ່າ ເຮືອນຂອງພວກເຮົາກຳລັງຈະຖືກໄຟໄໝ້, ວ່າພວກເຮົາກຳລັງຈະສູນເສຍທຸກຢ່າງ. ແທນທີ່ຈະສິ້ນຫວັງ, ຂ້ານ້ອຍກັບປະສົບກັບຄວາມຮູ້ສຶກສະຫງົບທີ່ບໍ່ສາມາດບັນຍາຍໄດ້. ດ້ວຍເຫດໃດເຫດໜຶ່ງ, ຂ້ານ້ອຍຮູ້ສຶກວ່າ ທຸກຢ່າງຈະເປັນໄປດ້ວຍດີ.” ການໄວ້ວາງໃຈໃນພຣະເຈົ້າ ແລະ ການຮັກສາພັນທະສັນຍາຂອງເຮົາກັບພຣະອົງ ນຳພະລັງມາສູ່ຄວາມອ່ອນແອຂອງເຮົາ ແລະ ຄວາມປອບໂຍນມາສູ່ຄວາມທຸກໂສກຂອງເຮົາ.
ຂ້າພະເຈົ້າກະຕັນຍູສຳລັບໂອກາດທີ່ເຣເນ ແລະ ຂ້າພະເຈົ້າໄດ້ພົບກັບໄພ່ພົນທີ່ພິເສດເຫລົ່ານີ້, ສຳລັບຕົວຢ່າງຢ່າງຫລວງຫລາຍແຫ່ງສັດທາ, ຄວາມເຂັ້ມແຂງ, ແລະ ຄວາມມານະບາກບັ່ນຂອງເຂົາເຈົ້າ. ສຳລັບເລື່ອງລາວຂອງຄວາມເຈັບປວດໃຈ ແລະ ຄວາມຜິດຫວັງທີ່ຈະບໍ່ມີວັນຂຶ້ນໜ້າປົກຂອງໜັງສືພິມ ຫລື ບໍ່ມີວັນແຜ່ກະຈາຍໄປຢ່າງໂດ່ງດັງ. ສຳລັບຮູບພາບຂອງນໍ້າຕາທີ່ໄຫລ ແລະ ຄຳອະທິຖານທີ່ໄດ້ອ້ອນວອນໄປຫລັງຈາກການສູນເສຍ ຫລື ການຢ່າຮ້າງທີ່ເຈັບປວດ ທີ່ບໍ່ໄດ້ຖືກຖ່າຍໄວ້; ສຳລັບໂພສຂອງຄວາມຢ້ານກົວ, ຄວາມໂສກເສົ້າ, ແລະ ຄວາມເຈັບປວດທີ່ບໍ່ໄດ້ເອົາລົງ ທີ່ສາມາດທົນໄດ້ ກໍຍ້ອນສັດທາຂອງເຂົາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ. ຜູ້ຄົນເຫລົ່ານີ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງຂ້າພະເຈົ້າເອງ, ແລະ ດ້ວຍເຫດນັ້ນ ຂ້າພະເຈົ້າຈຶ່ງຮູ້ສຶກກະຕັນຍູຢ່າງເລິກເຊິ່ງ.
ຂ້າພະເຈົ້າຮູ້ວ່າ ນີ້ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດ. ຂ້າພະເຈົ້າຮູ້ວ່າ ພຣະອົງຊົງຢືນກຽມພ້ອມທີ່ຈະປະທານພະລັງຂອງພຣະອົງໃຫ້ແກ່ເຮົາ ຖ້າເຮົາເຂົ້າມາຫາພຣະອົງໃນແຕ່ລະມື້ ແລະ ທຸກໆມື້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.