ທ່ານເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູ
ເຮົາຢາກເຫັນພຣະເຢຊູວ່າພຣະອົງແມ່ນໃຜ ແລະ ສຳຜັດເຖິງຄວາມຮັກຂອງພຣະອົງ.
ບອດໃບໜ້າ
ມື້ໜຶ່ງໃນລະດູໃບໄມ້ປົ່ງຂອງປີ 1945, ຊາຍໜຸ່ມຄົນໜຶ່ງໄດ້ຕື່ນຂຶ້ນມາທີ່ໂຮງໝໍທະຫານແຫ່ງໜຶ່ງ. ຖືວ່າເປັນຄວາມໂຊກຮ້າຍຂອງລາວທີ່ຍັງມີຊີວິດຢູ່—ລາວຖືກຍິງເຂົ້າທາງດ້ານຫລັງໃບຫູ, ແຕ່ວ່າທ່ານໝໍໄດ້ເຮັດການຜ່າຕັດ, ແລະ ບັດນີ້ລາວກໍສາມາດຍ່າງ ແລະ ເວົ້າລົມໄດ້ປົກກະຕິ.
ໜ້າເສົ້າໃຈທີ່, ລູກປືນໄດ້ໄປທຳລາຍພາກສ່ວນສະໝອງຂອງລາວທີ່ເຮັດໜ້າທີ່ໃນການຈື່ຈຳໃບໜ້າ. ຕອນນີ້ລາວໄດ້ແນມເບິ່ງພັນລະຍາຂອງລາວໂດຍທີ່ຈື່ໜ້າບໍ່ໄດ້ເລີຍ; ລາວບໍ່ສາມາດຈື່ໜ້າແມ່ນແຕ່ແມ່ຂອງລາວເອງ. ແມ່ນແຕ່ໃບໜ້າຕົວເອງທີ່ຢູ່ໃນແວ່ນຍັງເປັນຄົນແປກໜ້າສຳລັບລາວ—ລາວບອກບໍ່ໄດ້ເລີຍວ່າເປັນເພດຍິງ ຫລື ຊາຍ.1
ລາວໄດ້ກາຍເປັນຄົນບອດໃບໜ້າ—ສະພາບທີ່ສົ່ງຜົນກະທົບຕໍ່ຜູ້ຄົນຫລາຍລ້ານ.2
ຄົນທີ່ປ່ວຍຈາກການບອດໃບໜ້າຢ່າງຮຸນແຮງຕ້ອງພະຍາຍາມແຍກແຍະຄົນອື່ນໃຫ້ອອກ ໂດຍການມີກົດໃນການຈື່ຈຳ—ກົດສຳລັບການຮັບຮູ້ລູກສາວຄົນໜຶ່ງຈາກຮອຍເມິກເທິງໃບໜ້າຂອງນາງ ຫລື ຈື່ຈຳໝູ່ຄົນໜຶ່ງຈາກທ່າຍ່າງຂອງລາວ.
ການເຕີບໃຫຍ່
ນີ້ແມ່ນເລື່ອງທີສອງ, ໃກ້ຕົວເອງຫລາຍຂຶ້ນ: ໃນຕອນຍັງນ້ອຍ, ຂ້າພະເຈົ້າມັກເຫັນແມ່ຂອງຕົນເອງເປັນຄົນເຈົ້າລະບຽບ. ເພິ່ນເປັນຄົນຕັດສິນໃຈວ່າຂ້າພະເຈົ້າສາມາດຫລິ້ນໄດ້ຕອນໃດ ແລະ ເຂົ້ານອນຕອນໃດ, ຫລື ຍິ່ງໄປກວ່ານັ້ນ, ຕ້ອງຫລົກຫຍ້າໃນສວນຕອນໃດ.
ແນ່ນອນວ່າເພິ່ນກໍຮັກຂ້າພະເຈົ້າ. ແຕ່ຫລາຍຄັ້ງ ແລະ ໜ້າລະອາຍໃຈທີ່, ຂ້າພະເຈົ້າໃນຕອນນັ້ນເຫັນເພິ່ນເປັນພຽງ “ຜູ້ທີ່ຈະຕ້ອງເຊື່ອຟັງເທົ່ານັ້ນ.”
ພຽງແຕ່ບໍ່ຫລາຍປີຜ່ານມານີ້ທີ່ຂ້າພະເຈົ້າໄດ້ເຫັນຕົວຕົນທີ່ແທ້ຈິງຂອງເພິ່ນ. ຂ້າພະເຈົ້າລະອາຍທີ່ຂ້າພະເຈົ້າບໍ່ເຄີຍສັງເກດເຫັນການເສຍສະລະຂອງເພິ່ນ ຫລື ສົງໄສວ່າເປັນຫຍັງຫລາຍປີມານີ້ເພິ່ນໄດ້ໃສ່ກະໂປງເກົ່າສອງຜືນຊ້ຳໆກັນ (ຂະນະທີ່ຂ້າພະເຈົ້າໄດ້ໃສ່ເຄື່ອງນຸ່ງຊຸດໃໝ່ໄປໂຮງຮຽນ) ຫລື ເປັນຫຍັງ, ໃນຕອນຄ່ຳ, ເພິ່ນຈຶ່ງເມື່ອຍຫລາຍ ແລະ ກະຕືລືລົ້ນໃຫ້ຂ້າພະເຈົ້າເຂົ້ານອນແຕ່ຫົວຄ່ຳ.
ເຮົາອາດເປັນຄົນບອດໃບໜ້າ
ບາງທີທ່ານອາດຈະສັງເກດເຫັນແລ້ວວ່າທັງສອງເລື່ອງນີ້ແທ້ຈິງແລ້ວເປັນພຽງເລື່ອງດຽວ—ເປັນເວລາຫລາຍປີທີ່, ຂ້າພະເຈົ້າ, ໄດ້ປ່ວຍ, ດ້ວຍອາການບອດໃບໜ້າ. ຂ້າພະເຈົ້າເບິ່ງບໍ່ເຫັນຕົວຕົນທີ່ແທ້ຈິງຂອງແມ່ຂ້າພະເຈົ້າ. ຂ້າພະເຈົ້າເບິ່ງເຫັນພຽງແຕ່ກົດລະບຽບຂອງເພິ່ນ ແຕ່ເບິ່ງບໍ່ເຫັນຄວາມຮັກຂອງເພິ່ນທີ່ມີຢູ່ໃນນັ້ນ.
ຂ້າພະເຈົ້າເລົ່າສອງເລື່ອງນີ້ກັບທ່ານເພື່ອຊີ້ແຈງໜຶ່ງປະເດັນຄື: ຂ້າພະເຈົ້າສົງໄສວ່າທ່ານໜ້າຈະຮູ້ຄົນໃດຄົນໜຶ່ງ (ບາງທີທ່ານອາດຈະ ແມ່ນ ຄົນນັ້ນ) ຜູ້ທີ່ທໍລະມານຈາກອາການບອດໃບໜ້າທາງວິນຍານ.
ທ່ານອາດຈະກຳລັງດີ້ນລົນໃນການເຫັນພຣະເຈົ້າ ໃນຖານະພຣະບິດາທີ່ຊົງຮັກ. ທ່ານອາດຈະແນມຂຶ້ນໄປທາງສະຫວັນ ແລະ ສິ່ງທີ່ທ່ານເຫັນ ບໍ່ແມ່ນໃບໜ້າແຫ່ງຄວາມຮັກ ແລະ ຄວາມເມດຕາ, ແຕ່ເປັນກົດລະບຽບທີ່ໜາແໜ້ນ ຊຶ່ງທ່ານຈະຕ້ອງຝ່າຟັນມັນໄປຕາມທາງຂອງທ່ານ. ບາງທີທ່ານອາດຈະເຊື່ອວ່າພຣະເຈົ້າປົກຄອງຢູ່ໃນສະຫວັນ, ກ່າວຜ່ານສາດສະດາຂອງພຣະອົງ, ແລະ ຮັກເອື້ອຍນ້ອງຂອງທ່ານ, ແຕ່ທ່ານລັກສົງໄສວ່າພຣະອົງຮັກທ່ານຫລືບໍ່.3 ບາງທີທ່ານອາດຈະຮູ້ສຶກເຖິງຮາວເຫລັກເສັ້ນທີ່ຢູ່ໃນມືຂອງທ່ານ ແຕ່ຍັງບໍ່ທັນໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມັນນຳມາສູ່.4
ຂ້າພະເຈົ້າສົງໄສວ່າທ່ານຮູ້ຈັກກັບຄົນປະເພດນີ້ ເພາະວ່າເປັນເວລາດົນນານມາແລ້ວທີ່, ຂ້າພະເຈົ້າໄດ້ ເປັນ ຄົນແນວນີ້—ຂ້າພະເຈົ້າໄດ້ເປັນຄົນບອດໃບໜ້າທາງວິນຍານ.
ຂ້າພະເຈົ້າຄິດວ່າຊີວິດຂອງຂ້າພະເຈົ້າຄືການເຮັດຕາມກົດ ແລະ ວັດຜົນໃຫ້ໄດ້ດ້ວຍມາດຕະຖານທີ່ເປັນຮູບຮ່າງ. ຂ້າພະເຈົ້າຮູ້ວ່າພຣະເຈົ້າຮັກ ທ່ານ ຢ່າງສົມບູນແບບແຕ່ບໍ່ໄດ້ຮູ້ສຶກເຖິງຄວາມຮັກນັ້ນດ້ວຍຕົວເອງ. ຂ້າພະເຈົ້າຢ້ານວ່າຂ້າພະເຈົ້າຈະຄິດກ່ຽວກັບການໄປສະຫວັນຫລາຍກວ່າການໄດ້ຢູ່ກັບພຣະບິດາເທິງສະຫວັນຂອງຂ້າພະເຈົ້າ.
ຖ້າວ່າທ່ານ, ເປັນເຊັ່ນດຽວກັນກັບຂ້າພະເຈົ້າ, ທີ່ບາງຄັ້ງກໍພຽງແຕ່ທຳທ່າວ່າຮ້ອງເພງ, ແຕ່ຄວາມຈິງບໍ່ໄດ້ “ຮ້ອງເພງຄວາມຮັກທີ່ໄຖ່ນັ້ນ,”5 ເຮົາຈະເຮັດແນວໃດ?
ຄຳຕອບຄື, ດັ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ເຕືອນເຮົາ, ແມ່ນພຣະເຢຊູຄຣິດສະເໝີ.6 ແລະ ນັ້ນກໍເປັນຂ່າວດີຫລາຍ.
ທ່ານເອີຍ, ພວກຂ້ານ້ອຍຢາກເຫັນພຣະເຢຊູ
ມີຂໍ້ພຣະຄຳພີສັ້ນໆໃນໂຢຮັນທີ່ຂ້າພະເຈົ້າມັກ. ທີ່ເລົ່າເຖິງກຸ່ມຄົນຢູ່ຂ້າງນອກ ຜູ້ທີ່ໄດ້ໄປຫາສາວົກຄົນໜຶ່ງດ້ວຍຄຳຮ້ອງຂໍທີ່ສຳຄັນ. “ທ່ານເອີຍ,” ພວກເຂົາເວົ້າວ່າ, “ພວກຂ້ານ້ອຍ [ຢາກ] ເຫັນພຣະເຢຊູ.”7
ສິ່ງນັ້ນຄືສິ່ງທີ່ເຮົາທຸກຄົນຕ້ອງການ—ເຮົາຢາກເຫັນພຣະເຢຊູວ່າພຣະອົງແມ່ນໃຜ ແລະ ສຳຜັດເຖິງຄວາມຮັກຂອງພຣະອົງ. ນີ້ຄວນເປັນເຫດຜົນສຳລັບເກືອບໝົດທຸກສິ່ງທຸກຢ່າງທີ່ເຮົາເຮັດໃນສາດສະໜາຈັກ—ແລະ ຢ່າງແນ່ນອນທຸກໆການປະຊຸມສິນລະລຶກ. ຖ້າທ່ານເຄີຍສົງໄສວ່າຈະສິດສອນບົດຮຽນປະເພດໃດ, ວ່າຈະວາງແຜນປະຊຸມແບບໃດ, ແລະ ບໍ່ວ່າທ່ານຈະປະວາງໜ້າທີ່ຂອງມັກຄະນາຍົກ ແລະ ຫັນມາຫລິ້ນເກມເຕະບານກໍຕາມ, ທ່ານອາດຈະເອົາຂໍ້ຄວາມນີ້ມາເປັນຄຳແນະນຳໃຫ້ແກ່ທ່ານ: ສິ່ງນີ້ຈະຊ່ວຍໃຫ້ຜູ້ຄົນໄດ້ເຫັນ ແລະ ຮັກພຣະເຢຊູຫລືບໍ່? ຖ້າບໍ່ຊ່ວຍ, ບາງທີອາດຈະລອງເຮັດຢ່າງອື່ນ.
ເມື່ອຂ້າພະເຈົ້າຮັບຮູ້ວ່າຕົວເອງໄດ້ບອດໃບໜ້າທາງວິນຍານ, ຍ້ອນຂ້າພະເຈົ້າໄດ້ເຫັນພຽງກົດ ແຕ່ບໍ່ເຫັນພຣະພັກແຫ່ງຄວາມເມດຕາຂອງພຣະບິດາ, ຂ້າພະເຈົ້າຮູ້ວ່າມັນບໍ່ແມ່ນຄວາມຜິດຂອງສາດສະໜາຈັກ. ບໍ່ແມ່ນຄວາມຜິດຂອງພຣະເຈົ້າ, ແລະ ບໍ່ໄດ້ໝາຍຄວາມວ່າຕ້ອງສູນເສຍທຸກຢ່າງໄປ; ມັນຄືບາງສິ່ງບາງຢ່າງທີ່ເຮົາ ທຸກຄົນ ຈະຕ້ອງຮຽນຮູ້. ແມ່ນແຕ່ຜູ້ເປັນພະຍານເຖິງການຟື້ນຟູໃນສະໄໝກ່ອນມັກຈະຢູ່ໜ້າຕໍ່ໜ້າກັບພຣະຜູ້ເປັນເຈົ້າທີ່ຟື້ນຄືນພຣະຊົນແຕ່ຈື່ຈຳພຣະອົງບໍ່ໄດ້ເຊັ່ນ; ຈາກສວນອຸບມຸງໄປຫາຄີມຝັ່ງທະເລຄາລີເລ, ຜູ້ຕິດຕາມລຸ້ນທຳອິດຂອງພຣະອົງໄດ້ “ເຫັນພຣະເຢຊູຢືນຢູ່ ແລະ ບໍ່ຮູ້ວ່ານັ້ນຄືພຣະເຢຊູ.”8 ພວກເພິ່ນຕ້ອງຮຽນຮູ້ທີ່ຈະສັງເກດເຫັນພຣະອົງ, ແລະ ພວກເຮົາກໍເຊັ່ນດຽວກັນ.9
ຄວາມໃຈບຸນ
ເມື່ອຂ້າພະເຈົ້າຮູ້ວ່າຂ້າພະເຈົ້າໄດ້ບອດໃບໜ້າທາງວິນຍານ, ຂ້າພະເຈົ້າໄດ້ເລີ່ມເຮັດຕາມຄຳແນະນຳຂອງມໍມອນໃນການອະທິຖານ “ດ້ວຍສຸດພະລັງແຫ່ງໃຈ” ເພື່ອຈະໄດ້ເຕີມເຕັມດ້ວຍຄວາມຮັກທີ່ຖືກສັນຍາໄວ້ກັບສານຸສິດຂອງພຣະອົງ—ຄວາມຮັກຂອງຂ້າພະເຈົ້າທີ່ມີໃຫ້ພຣະອົງ ແລະ ຄວາມຮັກທີ່ພຣະອົງທີ່ມີໃຫ້ຂ້າພະເຈົ້າ—ແລະ ເພື່ອຈະໄດ້ “ເຫັນພຣະອົງໃນແບບທີ່ພຣະອົງດຳລົງຢູ່ … ແລະ ມີຄວາມຫວັງນີ້.”10 ຂ້າພະເຈົ້າອະທິຖານເປັນເວລາຫລາຍປີຂໍໃຫ້ສາມາດເຮັດຕາມພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນຄື ຮັກພຣະເຈົ້າ ແລະ ຮູ້ສຶກເຖິງ “ຄວາມຈິງ ຂໍ້ທຳອິດແຫ່ງສຸດນິລັນດອນ … ວ່າພຣະເຈົ້າຮັກ ເຮົາ ດ້ວຍສຸດພຣະໄທ, ດ້ວຍສຸດພະລັງ, ດ້ວຍສຸດຄວາມນຶກຄິດ, ແລະ ດ້ວຍສຸດກຳລັງ ຂອງພຣະອົງ.”11
ພຣະກິດຕິຄຸນ
ຂ້າພະເຈົ້າຍັງອ່ານພຣະທຳສີ່ເຫລັ້ມ ອ່ານແລ້ວອ່ານອີກ—ເທື່ອນີ້ການອ່ານບໍ່ແມ່ນເພື່ອຈຳແນກກົດ ແຕ່ເພື່ອໃຫ້ເຫັນວ່າພຣະອົງແມ່ນໃຜ ແລະ ພຣະອົງຮັກສິ່ງໃດ. ແລະ, ໃນທີ່ສຸດ, ຂ້າພະເຈົ້າກໍຖືກພັດພາໄປດ້ວຍແມ່ນ້ຳແຫ່ງຄວາມຮັກ ທີ່ຫລັ່ງໄຫລມາຈາກພຣະອົງ.
ພຣະເຢຊູໄດ້ປະກາດແຕ່ແລກໆວ່າ ພຣະອົງມາເພື່ອ “ປະກາດຂ່າວແກ່ຄົນຍາກຈົນ, ປະກາດອິດສະລະພາບ ແກ່ຄົນທັງຫລາຍທີ່ຖືກຈຳຈອງ, ແລະ ຄົນຕາບອດຈະເຫັນຮຸ່ງອີກ.”12
ນີ້ບໍ່ໄດ້ເປັນພຽງແຕ່ລາຍການໜ້າວຽກທີ່ຕ້ອງເຮັດ ຫລື ການປະຊາສຳພັນທີ່ດີ; ມັນແມ່ນຮູບຮ່າງແຫ່ງຄວາມຮັກຂອງພຣະອົງ.
ໃຫ້ເປີດພຣະຄຳພີໃໝ່ເບິ່ງພຣະທຳສີ່ເຫລັ້ມທຳອິດ; ເກືອບໝົດທຸກໜ້າເຮົາຈະເຫັນພຣະອົງເປັນຫ່ວງເປັນໃຍຕໍ່ຜູ້ຄົນທີ່ເຈັບປວດທາງດ້ານ—ສັງຄົມ, ວິນຍານ, ແລະ ຮ່າງກາຍ. ພຣະອົງສຳຜັດຜູ້ຄົນທີ່ຖືວ່າເປິເປື້ອນ ແລະ ບໍ່ສະອາດ13 ແລະ ໃຫ້ອາຫານແກ່ຄົນທີ່ຫິວໂຫຍ.14
ເລື່ອງລາວຂອງພຣະເຢຊູທີ່ທ່ານມັກທີ່ສຸດແມ່ນຫຍັງ? ຂ້າພະເຈົ້າສົນໃຈວ່າມັນສະແດງໃຫ້ເຫັນເຖິງພຣະບຸດຂອງພຣະເຈົ້າໄດ້ເອື້ອມອອກໄປໂອບກອດ ຫລື ສະເໜີໃຫ້ຄວາມຫວັງແກ່ຜູ້ທີ່ສັງຄົມດູຖູກ—ຄົນຂີ້ທູດ,15 ໄທຊາມາເຣຍຜູ້ທີ່ຖືກກຽດຊັງ,16 ຜູ້ຖືກກ່າວຫາ ແລະ ຄົນບາບທີ່ຊ່າລື,17 ຫລື ສັດຕູຂອງຊາດ.18 ພຣະຄຸນເຊັ່ນນັ້ນຊ່າງໜ້າອັດສະຈັນແທ້ໆ.
ລອງຂຽນລົງໄວ້ທຸກເທື່ອທີ່ພຣະອົງໄດ້ຍ້ອງຍໍ ຫລື ປິ່ນປົວ ຫລື ຮັບປະທານຮ່ວມກັບຄົນພາຍນອກ, ແລະ ທ່ານຈະໝົດນ້ຳເມິກກ່ອນທີ່ທ່ານຈະອອກໄປຈາກລູກາ.
ຂ້າພະເຈົ້າໄດ້ເຫັນແບບນີ້ແລ້ວ, ຫົວໃຈຂອງຂ້າພະເຈົ້າກໍເຕັ້ນແຮງໃນການຮັບຮູ້ດ້ວຍຄວາມຮັກ, ແລະ ຂ້າພະເຈົ້າເລີ່ມຮູ້ສຶກວ່າພຣະອົງອາດຈະຮັກຂ້າພະເຈົ້າ. ດັ່ງທີ່ປະທານແນວສັນໄດ້ສິດສອນ, “ເມື່ອທ່ານຮຽນຮູ້ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດຫລາຍເທົ່າໃດ, ມັນຈະງ່າຍຂຶ້ນທີ່ຈະໄວ້ວາງໃຈໃນຄວາມເມດຕາຂອງພຣະອົງ, ໃນຄວາມຮັກອັນບໍ່ມີຂອບເຂດຂອງພຣະອົງ.”19 ແລະ ທ່ານຈະໄວ້ວາງໃຈ ແລະ ຮັກພຣະບິດາເທິງສະຫວັນຂອງທ່ານຫລາຍຂຶ້ນ.
ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ສິດສອນເຮົາວ່າ ພຣະເຢຊູໄດ້ສະເດັດມາເພື່ອສະແດງ “ໃຫ້ເຮົາເຫັນວ່າພຣະເຈົ້າ ພຣະບິດານິລັນດອນຂອງເຮົາແມ່ນໃຜ ແລະ ເປັນຄືແນວໃດ, ພຣະອົງໄດ້ອຸທິດຕົນຢ່າງເຕັມທີ່ໃຫ້ກັບລູກໆຂອງພຣະອົງຫລາຍພຽງໃດໃນທຸກອາຍຸ ແລະ ຕະຫລອດທົ່ວໂລກ.”20
ໂປໂລກ່າວວ່າ ພຣະເຈົ້າເປັນ “ພຣະບິດາອົງຊົງເມດຕາ [ຕໍ່ທຸກຄົນ], ແລະ ພຣະເຈົ້າອົງທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ.”21
ຖ້າວ່າທ່ານເຫັນພຣະອົງຕ່າງໄປຈາກນີ້, ຂໍໃຫ້ພະຍາຍາມຕໍ່ໄປ.
ພັນທະສັນຍາ ແລະ ອ້ອມກອດຂອງພຣະເຈົ້າ.
ສາດສະດາໄດ້ເຊື້ອເຊີນໃຫ້ເຮົາສະແຫວງຫາພຣະພັກຂອງພຣະອົງ.22 ຂ້າພະເຈົ້າໄດ້ເອົາຂໍ້ຄິດນີ້ເປັນທີ່ເຕືອນໃຈວ່າເຮົານະມັດສະການພຣະບິດາຂອງເຮົາ, ບໍ່ແມ່ນສູດຄິດໄລ່, ແລະ ວ່າເຮົາຈະບໍ່ປະສົບຜົນສຳເລັດຈົນກວ່າເຮົາຈະເຫັນພຣະເຢຊູເປັນເໝືອນດັ່ງພຣະພັກຂອງພຣະບິດາຂອງເຮົາ23 ແລະ ຕິດຕາມພຣະອົງ, ບໍ່ພຽງແຕ່ເຮັດຕາມກົດຂອງພຣະອົງເທົ່ານັ້ນ.24
ເມື່ອສາດສະດາ ແລະ ອັກຄະສາວົກກ່າວກ່ຽວກັບພັນທະສັນຍາ, ພວກເພິ່ນບໍ່ໄດ້ເປັນເໝືອນກັບຄູຝຶກທີ່ຮ້ອງບອກຄຳແນະນຳ ຈາກບ່ອນນັ່ງສະບາຍໆ (ປູພົມແດງ) ຢູ່ໄກໆ, ບອກໃຫ້ເຮົາ “ພະຍາຍາມຫລາຍກວ່ານີ້!” ພວກເພິ່ນຕ້ອງການໃຫ້ເຮົາເຫັນວ່າ ພັນທະສັນຍາຂອງເຮົາເປັນພື້ນຖານກ່ຽວກັບຄວາມສຳພັນ25 ແລະ ສາມາດປິ່ນປົວໂຣກບອດທາງວິນຍານໄດ້.26 ມັນບໍ່ແມ່ນກົດເພື່ອຫາຄວາມຮັກຂອງພຣະອົງ; ພຣະອົງຮັກທ່ານຢ່າງສົມບູນຢູ່ແລ້ວ. ສິ່ງທ້າທາຍສຳລັບເຮົາຄືການເຂົ້າໃຈ ແລະ ປ່ຽນຮູບຮ່າງຊີວິດຂອງເຮົາໃຫ້ເຂົ້າກັບຄວາມຮັກນັ້ນ.27
ເຮົາພະຍາຍາມເບິ່ງຜ່ານພັນທະສັນຍາຂອງເຮົາ, ຄືກັນກັບເບິ່ງຜ່ານປ່ອງຢ້ຽມ, ເຖິງຄວາມເມດຕາຂອງພຣະບິດາຢູ່ເບື້ອງຫລັງ.
ພັນທະສັນຍາແມ່ນຮູບຮ່າງຂອງອ້ອມກອດຂອງພຣະເຈົ້າ.
ແມ່ນ້ຳແຫ່ງຄວາມຮັກຂອງພຣະເຈົ້າ.
ສຸດທ້າຍນີ້, ເຮົາສາມາດຮຽນຮູ້ທີ່ຈະເຫັນພຣະອົງໂດຍການຮັບໃຊ້ພຣະອົງ. “ເພາະແມ່ນໃຜຈະຮູ້ຈັກນາຍຜູ້ເຂົາບໍ່ເຄີຍຮັບໃຊ້?”28
ສອງສາມປີຜ່ານມານີ້, ຂ້າພະເຈົ້າໄດ້ຮັບການເອີ້ນທີ່ຕົວເອງຍັງບໍ່ພ້ອມ. ຂ້າພະເຈົ້າຕື່ນນອນແຕ່ເຊົ້າ, ຮູ້ສຶກເປັນກັງວົນ—ແຕ່ມີວະລີໜຶ່ງທີ່ເຂົ້າມາໃນຄວາມນຶກຄິດທີ່ຂ້າພະເຈົ້າບໍ່ເຄີຍໄດ້ຍິນມາກ່ອນ: ຄືການຮັບໃຊ້ໃນສາດສະໜາຈັກນີ້ແມ່ນການຢືນຢູ່ໃນແມ່ນ້ຳແຫ່ງຄວາມຮັກທີ່ພຣະເຈົ້າມີໃຫ້ກັບລູກໆຂອງພຣະອົງ. ສາດສະໜາຈັກແຫ່ງນີ້ຄືການເຮັດວຽກເປັນໝູ່ຂອງຜູ້ຄົນທີ່ຖືຈົກ ແລະ ຊ້ວນ ພະຍາຍາມຊ່ວຍເປີດຊ່ອງທາງແມ່ນ້ຳແຫ່ງຄວາມຮັກຂອງພຣະເຈົ້າເພື່ອໃຫ້ໄປເຖິງລູກໆຂອງພຣະອົງທີ່ຢູ່ປາຍແຖວ.
ບໍ່ວ່າທ່ານຈະແມ່ນໃຜ, ອະດີດຂອງທ່ານເປັນແນວໃດກໍຕາມ, ຍັງມີບ່ອນສຳລັບທ່ານຢູ່ໃນສາດສະໜາຈັກນີ້.29
ຈົ່ງຈັບເອົາຈົກ ແລະ ຊ້ວນ ແລະ ມາຮ່ວມກັບທີມງານ. ຊ່ວຍນຳເອົາຄວາມຮັກຂອງພຣະອົງໄປສູ່ລູກໆຂອງພຣະອົງ, ແລະ ບາງສ່ວນກໍຈະຟົ້ງໃສ່ທ່ານດ້ວຍ.30
ຂໍໃຫ້ເຮົາສະແຫວງຫາພຣະພັກແຫ່ງຄວາມຮັກຂອງພຣະອົງ, ອ້ອມກອດແຫ່ງພັນທະສັນຍາຂອງພຣະອົງ, ແລະ ແລ້ວຈູງແຂນກັນກັບລູກໆຂອງພຣະອົງ, ແລະ ເຮົາຈະພ້ອມພຽງກັນຮ້ອງເພງ “ພຣະຜູ້ໄຖ່ແຫ່ງອິດສະຣາເອນ”:
ພຣະຜູ້ຊ່ວຍ, ໂປດຊົງຟື້ນຟູ,
ແສງແຫ່ງພຣະພັກ;
ປະທານການເລົ້າໂລມໜູນຈິດໃຈ;
ແລະ ໃຫ້ຄວາມຕ້ອງການຄືນ
ສະຖານທີ່ສັກສິດ
ນຳຄວາມຫວັງແກ່ຈິດເປົ່າປ່ຽວຂອງຂ້າ.31
ຂໍໃຫ້ເຮົາສະແຫວງຫາພຣະພັກແຫ່ງຄວາມຮັກຂອງພຣະອົງ ແລະ ເປັນພາຊະນະແຫ່ງຄວາມເມດຕາຂອງພຣະອົງຕໍ່ລູກໆຂອງພຣະອົງ.32 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.