ສັນເສີນບຸລຸດ
ຊ່າງເປັນພອນຫລາຍຂະໜາດໃດທີ່ເຮົາໄດ້ຮູ້ຈັກທຸກສິ່ງທີ່ເຮົາຮູ້ ເພາະເຮົາມີໂຈເຊັບ ສະມິດ, ສາດສະດາຂອງຍຸກສະໄໝສຸດທ້າຍ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຖືວ່າໄດ້ຮັບກຽດຢ່າງຍິ່ງທີ່ໄດ້ມາຮ່ວມກັບທ່ານໃນເຊົ້າມື້ນີ້. ຂ້າພະເຈົ້າອະທິຖານວ່າພຣະຜູ້ເປັນເຈົ້າຈະອວຍພອນຂ້າພະເຈົ້າ.
ຕາຂອງຂ້າພະເຈົ້າບໍ່ເໝືອນທີ່ເຄີຍເປັນ. ຂ້າພະເຈົ້າໄດ້ໄປຫາໝໍຕາ, ແລະ ຂ້າພະເຈົ້າເວົ້າວ່າ, “ຂ້ອຍຫລຽວບໍ່ເຫັນບົດປາໄສຢູ່ເຄື່ອງສົ່ງ.”
ແລ້ວນາງເວົ້າວ່າ, “ໂດຍ, ຕາທ່ານກໍເຖົ້າແກ່ແລ້ວ. ມັນຊິບໍ່ປັບປ່ຽນເລີຍ.”
ສະນັ້ນ ຂ້າພະເຈົ້າຈະເຮັດໃຫ້ດີທີ່ສຸດເທົ່າທີ່ຂ້າພະເຈົ້າຈະສາມາດເຮັດໄດ້.
ຂ້າພະເຈົ້າຢາກຈະແບ່ງປັນກັບທ່ານ ບາງສິ່ງບາງຢ່າງທີ່ຢູ່ໃນໃຈຂອງຂ້າພະເຈົ້າ. ເບິ່ງຄືວ່າ ຂ້າພະເຈົ້າໄດ້ຄິດກ່ຽວກັບສາດສະດາໂຈເຊັບຕະຫລອດສອງສາມເດືອນທີ່ຜ່ານມາ. ຂ້າພະເຈົ້າໄດ້ນັ່ງໄຕ່ຕອງເຖິງໜ້າທີ່ຮັບຜິດຊອບອັນສະຫງ່າລາສີຂອງເພິ່ນ ໃນການເປັນສາດສະດາຂອງຍຸກສະໄໝນີ້.
ຂ້າພະເຈົ້າຄິດວ່າ ເຮົາມີຄວາມກະຕັນຍູຫລາຍພຽງໃດໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ທີ່ໂຈເຊັບ ສະມິດ, ຊາຍໜຸ່ມຜູ້ປາດຖະໜາຢາກຮູ້ວ່າ ເພິ່ນຕ້ອງເຮັດສິ່ງໃດຈຶ່ງຈະໄດ້ຮັບການໃຫ້ອະໄພຈາກບາບຂອງເພິ່ນ, ໄດ້ພົບຄວາມກ້າຫານທີ່ຈະເຂົ້າໄປໃນປ່າໃກ້ບ້ານຂອງເພິ່ນໃນເມືອງພາໄມຣາ, ລັດນິວຢອກ, ແລະ ຢູ່ທີ່ນັ້ນໄດ້ຄຸເຂົ່າລົງໃນການອະທິຖານ ແລະ—ຕາມຄຳເວົ້າຂອງເພິ່ນເອງ—ໄດ້ອະທິຖານອອກສຽງເປັນຄັ້ງທຳອິດ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:14).
ໃນໂອກາດນັ້ນ, ຂະນະທີ່ໂຈເຊັບຄຸເຂົ່າໃນບ່ອນທີ່ເຮົາເອີ້ນວ່າ ປ່າສັກສິດ, ສະຫວັນກໍເປີດ. ສອງພຣະອົງ, ຮຸ່ງແຈ້ງກວ່າແສງຕາເວັນໃນຕອນທ່ຽງວັນ, ໄດ້ມາປະກົດຕົວຕໍ່ເພິ່ນ. ອົງໜຶ່ງໄດ້ກ່າວກັບເພິ່ນວ່າ, “[ໂຈເຊັບ,] ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!” (ໂຈເຊັບ ສະມິດ—ປະຫວັດ 1:17). ດ້ວຍເຫດນີ້ ການຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດຂອງພຣະເຢຊູຄຣິດຈຶ່ງເລີ່ມຕົ້ນຂຶ້ນ.
ຍ້ອນພຣະເຢຊູ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ພຣະຜູ້ໄຖ່ຂອງເຮົາ, ໄດ້ກ່າວກັບຊາຍໜຸ່ມໂຈເຊັບ ແລະ ເປີດຍຸກສະໄໝນີ້ ທີ່ເຮົາອາໄສຢູ່ໃນເວລານີ້, ເຮົາຈຶ່ງຮ້ອງວ່າ, “ສັນເສີນບຸລຸດຜູ້ຕິດຕໍ່ພຣະເຢໂຮວາ!” “ສັນເສີນບຸລຸດ,” ເພງສວດ ແລະ ເພງຂອງເດັກນ້ອຍ, ເລກທີ 54. ເຮົາຂອບພຣະໄທພຣະຜູ້ເປັນເຈົ້າສຳລັບໂຈເຊັບ ສະມິດ ແລະ ສຳລັບຄວາມກ້າຫານຂອງເພິ່ນ ທີ່ໄດ້ເຂົ້າໄປໃນປ່ານັ້ນໃນປີ 1820, ໃກ້ບ້ານຂອງເພິ່ນໃນເມືອງພາໄມຣາ, ລັດນິວຢອກ.
ຂ້າພະເຈົ້າໄດ້ຄິດກ່ຽວກັບສິ່ງມະຫັດສະຈັນທີ່ເຮົາຮູ້ ແລະ ທຸກສິ່ງທີ່ເຮົາມີ. ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ປະຈັກພະຍານຂອງຂ້າພະເຈົ້າຕໍ່ທ່ານໃນເຊົ້າມື້ນີ້ ຊ່າງເປັນພອນຫລາຍຂະໜາດໃດທີ່ເຮົາໄດ້ຮູ້ຈັກທຸກສິ່ງທີ່ເຮົາຮູ້ ເພາະເຮົາມີໂຈເຊັບ ສະມິດ, ສາດສະດາຂອງຍຸກສະໄໝສຸດທ້າຍ.
ເຮົາມີຄວາມເຂົ້າໃຈໃນຈຸດປະສົງຂອງຊີວິດ, ວ່າເຮົາເປັນໃຜ.
ເຮົາຮູ້ວ່າ ພຣະເຈົ້າຄືໃຜ; ເຮົາຮູ້ວ່າພຣະຜູ້ຊ່ວຍໃຫ້ລອດຄືໃຜ, ເພາະເຮົາມີໂຈເຊັບ, ຜູ້ຊຶ່ງໄດ້ເຂົ້າໄປໃນປ່າຕອນຍັງນ້ອຍ, ສະແຫວງຫາການໃຫ້ອະໄພບາບຂອງເພິ່ນ.
ຂ້າພະເຈົ້າຄິດວ່າ ນີ້ເປັນໜຶ່ງໃນເລື່ອງທີ່ສະຫງ່າລາສີ ແລະ ໜ້າອັດສະຈັນທີ່ສຸດທີ່ໃຜຜູ້ໜຶ່ງກໍຕາມໃນໂລກນີ້ສາມາດຮູ້—ວ່າພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າໄດ້ເປີດເຜີຍພວກພຣະອົງເອງໃນຍຸກສຸດທ້າຍນີ້ ແລະ ວ່າໂຈເຊັບໄດ້ຖືກຍົກຂຶ້ນເພື່ອຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດຂອງພຣະເຢຊູຄຣິດ.
ເຮົາມີພຣະຄຳພີມໍມອນ. ພຣະຄຳພີມໍມອນຊ່າງເປັນຂອງຂວັນທີ່ໜ້າອັດສະຈັນ ແລະ ປະເສີດແທ້ໆຕໍ່ສະມາຊິກຂອງສາດສະໜາຈັກ. ມັນເປັນພະຍານອີກຢ່າງໜຶ່ງ, ເປັນປະຈັກພະຍານອີກຢ່າງໜຶ່ງວ່າ ພຣະເຢຊູຄືພຣະຄຣິດ. ເຮົາມີພຣະຄຳພີມໍມອນຍ້ອນໂຈເຊັບມີຄ່າຄວນໃຫ້ໄປເອົາແຜ່ນຈາລຶກ, ໄດ້ຮັບການດົນໃຈຈາກສະຫວັນໃຫ້ແປໂດຍຂອງປະທານແຫ່ງພຣະວິນຍານຂອງພຣະເຈົ້າ ແລະ ມອບໜັງສືເຫລັ້ມນີ້ໃຫ້ໂລກ.
ເຖິງແມ່ນວ່າຂ່າວສານຂອງຂ້າພະເຈົ້າໃນເຊົ້າມື້ນີ້ຈະລຽບງ່າຍ, ແຕ່ເລິກເຊິ່ງ, ແລະ ເຕັມໄປດ້ວຍຄວາມຮັກຕໍ່ສາດສະດາໂຈເຊັບ ສະມິດ ແລະ ຕໍ່ທຸກຄົນ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຜູ້ທີ່ໄດ້ສະໜັບສະໜູນເພິ່ນ ແລະ ເຕັມໃຈທີ່ຈະສະໜັບສະໜູນເພິ່ນໃນໄວເຍົາ.
ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍແມ່ຂອງເພິ່ນ. ຂ້າພະເຈົ້າຄິດສະເໝີວ່າ ຊ່າງປະເສີດແທ້ໆ ເມື່ອໂຈເຊັບໄດ້ກັບບ້ານຈາກປະສົບການນັ້ນໃນປ່າສັກສິດ ແລະ ໄດ້ບອກແມ່ຂອງເພິ່ນເຖິງສິ່ງທີ່ໄດ້ເກີດຂຶ້ນ, ລູສີ ແມັກ ສະມິດ ກໍເຊື່ອເພິ່ນ.
ຂ້າພະເຈົ້າກະຕັນຍູສຳລັບພໍ່ຂອງເພິ່ນ ແລະ ອ້າຍເອື້ອຍນ້ອງຂອງເພິ່ນ ແລະ ຄອບຄົວຂອງເພິ່ນ, ຜູ້ໄດ້ສະໜັບສະໜູນເພິ່ນໃນໜ້າທີ່ຮັບຜິດຊອບອັນໃຫຍ່ຫລວງນີ້ ທີ່ພຣະຜູ້ເປັນເຈົ້າໄດ້ມອບໝາຍໃຫ້ເພິ່ນເປັນສາດສະດາ ເພື່ອຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດຂອງພຣະເຢຊູຄຣິດອີກຄັ້ງຢູ່ເທິງແຜ່ນດິນໂລກ.
ສະນັ້ນປະຈັກພະຍານຂອງຂ້າພະເຈົ້າໃນເຊົ້າມື້ນີ້ຄື ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດຄືພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ. ຂ້າພະເຈົ້າຮູ້ອີກວ່າ ພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າໄດ້ມາປະກົດ ແລະ ກ່າວກັບໂຈເຊັບ ແລະ ໄດ້ກະກຽມເພິ່ນໃຫ້ເປັນສາດສະດາ.
ຂ້າພະເຈົ້າປະຫລາດໃຈ, ແລະ ແນ່ໃຈວ່າ ພວກທ່ານຫລາຍຄົນກໍຮູ້ສຶກແນວນັ້ນເຊັ່ນກັນ, ດ້ວຍຄວາມຍິນດີຢ່າງຍິ່ງທີ່ໄດ້ຮູ້ວ່າ ເຮົາຮູ້ຫຍັງກ່ຽວກັບຈຸດປະສົງໃນຊີວິດຂອງເຮົາ, ເປັນຫຍັງເຮົາຈຶ່ງຢູ່ທີ່ນີ້, ເຮົາຄວນພະຍາຍາມເຮັດຫຍັງ ແລະ ບັນລຸຫຍັງໃນຊີວິດປະຈຳວັນຂອງເຮົາ. ເຮົາກຳລັງຢູ່ໃນຂັ້ນຕອນຂອງການພະຍາຍາມກຽມຕົວ, ທີລະວັນ, ໃຫ້ດີຂຶ້ນອີກໜ້ອຍໜຶ່ງ, ມີເມດຕາຫລາຍຂຶ້ນອີກຈັກໜ່ອຍ, ກຽມພ້ອມໃຫ້ຫລາຍຂຶ້ນອີກຈັກໜ່ອຍສຳລັບວັນນັ້ນ, ຊຶ່ງຈະຕ້ອງມາເຖິງຢ່າງແນ່ນອນ, ເມື່ອເຮົາຈະຜ່ານກັບຄືນເຂົ້າສູ່ທີ່ປະທັບຂອງພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ.
ນັ້ນກໍໃກ້ເຂົ້າມາຫລາຍຂຶ້ນສຳລັບຂ້າພະເຈົ້າ. ໄວໆນີ້ຂ້າພະເຈົ້າກໍຈະເຖິງ 95 ປີແລ້ວ. ລູກໆຂອງຂ້າພະເຈົ້າບອກຂ້າພະເຈົ້າວ່າ ເຂົາເຈົ້າຄິດວ່າຂ້າພະເຈົ້າແກ່ກວ່ານັ້ນອີກໃນບາງມື້, ແຕ່ກໍບໍ່ເປັນຫຍັງ. ຂ້າພະເຈົ້າກໍກຳລັງເຮັດໃຫ້ດີທີ່ສຸດເທົ່າທີ່ຂ້າພະເຈົ້າສາມາດເຮັດໄດ້.
ອ້າຍເອື້ອຍນ້ອງທັງຫລາຍ, ເປັນເວລາເກືອບເຖິງ 50 ປີແລ້ວ, ທີ່ຂ້າພະເຈົ້າໄດ້ຮັບສິດທິພິເສດໃຫ້ເດີນທາງໄປທົ່ວໂລກ ໃນວຽກງານມອບໝາຍຂອງຂ້າພະເຈົ້າ ໃນຖານະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຂອງສາດສະໜາຈັກ. ມັນເປັນພອນທີ່ປະເສີດ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າໄດ້ເຂົ້າໃກ້ຊິດກັບທຸກສ່ວນຂອງໂລກ. ຂ້າພະເຈົ້າໄດ້ພົບກັບສະມາຊິກຂອງສາດສະໜາຈັກທັງທົ່ວໂລກ.
ໂອ, ຂ້າພະເຈົ້າຮັກທ່ານຫລາຍ. ຊ່າງເປັນປະສົບການທີ່ສະຫງ່າລາສີແທ້ໆ—ເມື່ອຫລຽວເບິ່ງໜ້າທ່ານ, ຢູ່ຕໍ່ໜ້າທ່ານ, ແລະ ຮູ້ສຶກເຖິງຄວາມຮັກຂອງທ່ານ ທີ່ທ່ານມີຕໍ່ພຣະຜູ້ເປັນເຈົ້າ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ.
ຂໍໃຫ້ພຣະບິດາເທິງສະຫວັນຈົ່ງດູແລເຮົາໃນເວລານີ້ ແລະ ອວຍພອນການດຳເນີນງານທັງໝົດຂອງກອງປະຊຸມໃຫຍ່ນີ້. ແລະ ຂໍໃຫ້ເຮົາຈົ່ງມີພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ໃນໃຈຂອງເຮົາ, ແລະ ຂໍໃຫ້ຄວາມຮັກທີ່ເຮົາມີຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ—ພຣະຜູ້ຊ່ວຍໃຫ້ລອດ, ອົງພຣະເຢຊູຄຣິດເຈົ້າທີ່ຊົງຮັກຂອງເຮົາ—ເພີ່ມຂຶ້ນເມື່ອເຮົາພະຍາຍາມຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ ແລະ ເປັນເໝືອນດັ່ງພຣະອົງຫລາຍຂຶ້ນ ເນື່ອງຈາກຜົນຂອງການເຂົ້າຮ່ວມກອງປະຊຸມໃຫຍ່ສາມັນຂອງເຮົາ. ບໍ່ວ່າທ່ານຈະຢູ່ບ່ອນໃດກໍຕາມໃນໂລກ, ຂໍໃຫ້ພຣະເຈົ້າຈົ່ງອວຍພອນທ່ານ. ຂໍໃຫ້ພຣະວິນຍານຂອງພຣະຜູ້ເປັນເຈົ້າຈົ່ງສະຖິດຢູ່ກັບເຮົາ. ຂໍໃຫ້ເຮົາຈົ່ງຮູ້ສຶກເຖິງພະລັງແຫ່ງສະຫວັນເມື່ອເຮົານະມັດສະການນຳກັນໃນກອງປະຊຸມໃຫຍ່ພາກນີ້.
ຂ້າພະເຈົ້າຂໍມອບພະຍານ ແລະ ປະຈັກພະຍານຂອງຂ້າພະເຈົ້າໄວ້ກັບທ່ານວ່າ ຂ້າພະເຈົ້າຮູ້ວ່າພຣະເຢຊູຄືພຣະຄຣິດ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະຜູ້ໄຖ່ຂອງເຮົາ. ພຣະອົງເປັນເພື່ອນທີ່ດີທີ່ສຸດຂອງເຮົາ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.