ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ລູກ​ທີ່​ເສຍ​ໄປ ແລະ ຫົນ​ທາງ​ທີ່​ນຳ​ມາ​ສູ່​ບ້ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


14:32

ລູກ​ທີ່​ເສຍ​ໄປ ແລະ ຫົນ​ທາງ​ທີ່​ນຳ​ມາ​ສູ່​ບ້ານ

ເຖິງ​ແມ່ນ​ວ່າ ການ​ຕັດ​ສິນ​ໃຈ​ຕ່າງໆ​ອາດ​ພາ​ທ່ານ​ໄປ​ໄກ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ພຣະ​ອາ​ຈານ​ຜູ້​ປິ່ນ​ປົວ​ຊົງ​ຢືນ​ຢູ່​ຫົນ​ທາງ​ທີ່​ນຳ​ມາ​ສູ່​ບ້ານ, ຕ້ອນ​ຮັບ​ທ່ານ.

ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກ​ຊາຍ​ຢູ່​ສອງ​ຄົນ

ມັນ​ຖືກ​ເອີ້ນ​ໂດຍ​ບາງ​ຄົນ​ວ່າ ເປັນ​ເລື່ອງ​ສັ້ນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ບອກ​ເລົ່າ​ມາ.1 ເນື່ອງ​ຈາກ​ວ່າ ມັນ​ໄດ້​ຖືກ​ແປ​ເປັນ​ຫລາຍ​ພັນ​ພາ​ສາ​ທົ່ວ​ໂລກ, ມັນ​ຂ້ອນ​ຂ້າງ​ເປັນ​ໄປ​ໄດ້​ວ່າ ໃນ​ໄລ​ຍະ​ເວ​ລາ​ສອງ​ສະ​ຫັດ​ສະ​ຫວັດ​ມາ​ນີ້, ຕາ​ເວັນ​ບໍ່​ເຄີຍ​ຕົກ ໂດຍ​ປາດ​ສະ​ຈາກ​ການ​ອ້າງ​ອີງ​ເລື່ອງ​ລາວ​ນີ້​ໃນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ຂອງ​ໂລກ.

ມັນ​ໄດ້​ຖືກ​ບອກ​ເລົ່າ​ໂດຍ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ຜູ້​ໄດ້​ສະ​ເດັດ​ມາ​​ສູ່​ໂລກ​ນີ້​ເພື່ອ “ໂຜດ​ເອົາ​ຄົນ​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ລອດ​ພົ້ນ.”2 ພຣະ​ອົງ​ເລີ່ມ​ດ້ວຍ​ຖ້ອຍ​ຄຳ​ທີ່​ລຽບ​ງ່າຍ​ດັ່ງ​ນີ້: “ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກ​ຊາຍ​ຢູ່​ສອງ​ຄົນ.”3

ໃນ​ທັນ​ໃດ​ນັ້ນ ພວກ​ເຮົາ​ກໍ​ຮຽນ​ຮູ້​ຈາກ​ການ​ຂັດ​ແຍ້ງ​ທີ່​ເຈັບ​ປວດ​ໃຈ. ລູກ​ຊາຍ​ຄົນ​ໜຶ່ງ4 ບອກ​ພໍ່​ຂອງ​ຕົນ​ວ່າ ລາວ​ພໍ​ແລ້ວ​ກັບ​ຊີ​ວິດ​ຢູ່​ທີ່​ບ້ານ. ລາວ​ຕ້ອງ​ການ​ຄວາມ​ເປັນ​ອິດ​ສະ​ລະ​ຂອງ​ລາວ. ລາວ​ຕ້ອງ​ການ​ຖິ້ມ​ວັດ​ທະ​ນະ​ທຳ ແລະ ຄຳ​ສອນ​ຂອງ​ພໍ່​ແມ່​ຂອງ​ລາວ​ໄວ້​ທາງ​ຫລັງ. ລາວ​ຂໍ​ສ່ວນ​ແບ່ງ​ຂອງ​ມໍ​ລະ​ດົກ​ຂອງ​ລາວ—ດຽວ​ນີ້.5

ທ່ານ​ສາ​ມາດ​ຈິນ​ຕະ​ນາ​ການ​ໄດ້​ບໍ່​ວ່າ ຜູ້​ເປັນ​ພໍ່​ຮູ້​ສຶກ​ແນວ​ໃດ​ເມື່ອ​ລາວ​ໄດ້​ຍິນ​ເຊັ່ນ​ນີ້? ເມື່ອ​ລາວ​ຮູ້​ວ່າ ສິ່ງ​ທີ່​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ການ​ຫລາຍ​ກວ່າ​ສິ່ງ​ອື່ນ​ໃດ​ນັ້ນ ແມ່ນ​ການ​ຖິ້ມ​ຄອບ​ຄົວ ແລະ ບາງ​ທີ​ອາດ​ບໍ່​ມີ​ວັນ​ກັບ​ຄືນ​ມາ?

ການ​ພະ​ຈົນ​ໄພ​ອັນ​ຍິ່ງ​ໃຫຍ່

ລູກ​ຊາຍ​ຜູ້​ນັ້ນ​ຄົງ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ມ່ວນ​ຊື່ນ​ຂອງ​ການ​ພະ​ຈົນ​ໄພ ແລະ ຄວາມ​ຕື່ນ​ເຕັ້ນ. ໃນ​ທີ່​ສຸດ, ລາວ​ກໍ​ຢູ່​ຕົວ​ຄົນ​ດຽວ. ໂດຍ​ເປັນ​ອິດ​ສະ​ລະ​ຈາກ​ຫລັກ​ທຳ ແລະ ກົດ​ຂອງ​ວັດ​ທະ​ນະ​ທຳ​ໃນ​ໄວ​ເຍົາ​ຂອງ​ລາວ, ໃນ​ທີ່​ສຸດ ລາວ​ກໍ​ເລືອກ​ການ​ຕັດ​ສິນ​ໃຈ​ເອງ ໂດຍ​ບໍ່​ຮັບ​ອິດ​ທິ​ພົນ​ຈາກ​ພໍ່​ແມ່​ຂອງ​ລາວ. ບໍ່​ມີ​ຄວາມ​ຮູ້​ສຶກ​ຜິດ​ອີກ​ຕໍ່​ໄປ. ລາວ​ສາ​ມາດ​ດູດ​ດື່ມ​ໄປ​ກັບ​ການ​ຍອມ​ຮັບ​ຂອງ​ຊຸມ​ຊົນ​ທີ່​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັນ ແລະ ໃຊ້​ຊີ​ວິດ​ຕາມ​ເງື່ອນ​ໄຂ​ຂອງ​ລາວ​ເອງ.

ໂດຍ​ມາ​ຮອດ​ຈາກ​ປະ​ເທດ​ທີ່​ຫ່າງ​ໄກ, ລາວ​ໄດ້​ມີ​ໝູ່​ໃໝ່​ຢ່າງ​ໄວ​ວາ ແລະ ໄດ້​ເລີ່ມ​ໃຊ້​ຊີ​ວິດ​ທີ່​ລາວ​ໄດ້​ໄຝ່​ຝັນ​ຕະ​ຫລອດ​ມາ. ລາວ​ຄົງ​ຈະ​ເປັນ​ຄົນ​ໂປດ​ຂອງ​ຫລາຍ​ຄົນ, ເພາະ​ລາວ​ໄດ້​ໃຊ້​ເງິນ​ຢ່າງ​ເສ​ລີ. ໝູ່​ໃໝ່​ຂອງ​ລາວ—ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຟຸ້ມ​ເຟືອຍ​ຂອງ​ລາວ—ບໍ່​ໄດ້​ຕັດ​ສິນ​ລາວ. ພວກ​ເຂົາ​ໄດ້​ສະ​ຫລອງ, ຕົບ​ມື, ແລະ ສະ​ໜັບ​ສະ​ໜູນ​ການ​ຕັດ​ສິນ​ໃຈ​ຂອງ​ລາວ.6

ຖ້າ​ສະ​ໄໝ​ນັ້ນ​ມີ​ສື່​ສັງ​ຄົມ, ແນ່​ນອນ ລາວ​ຄົງ​ຈະ​ຕື່ມ​ໜ້າ​ດ້ວຍ​ຮູບ​ພາບ​ເຄື່ອນ​ໄຫວ​ຂອງ​ໝູ່​ເພື່ອນ​ທີ່​ກຳ​ລັງ​ຍິ້ມ​ຫົວ: #ໃຊ້​ຊີ​ວິດ​ທີ່​ດີ​ທີ່​ສຸດ! #ບໍ່​ເຄີຍ​ມີ​ຄວາມ​ສຸກ​ແບບ​ນີ້​ມາ​ກ່ອນ! #ໜ້າ​ຈະ​ເຮັດ​ແນວ​ນີ້​ແຕ່​ດົນ​ແລ້ວ!

ການ​ອຶດ​ຢາກ

ແຕ່​ງານ​ລ້ຽງ​ບໍ່​ໄດ້​ຄົງ​ຢູ່—ມັນ​ເກືອບ​ຈະ​ບໍ່​ມີ​ວັນ​ຄົງ​ຢູ່. ມີ​ສອງ​ສິ່ງ​ທີ່​ເກີດ​ຂຶ້ນ: ທຳ​ອິດ, ລາວ​ໝົດ​ເງິນ, ແລະ ສອງ, ໄດ້​ເກີດ​ການ​ອຶດ​ຢາກ​ໄປ​ທົ່ວ​ແຜ່ນ​ດິນ.7

ຂະ​ນະ​ທີ່​ບັນ​ຫາ​ຮ້າຍ​ແຮງ​ຂຶ້ນ, ລາວ​ກໍ​ວິ​ຕົກ​ກັງ​ວົນ. ນັກ​ພະ​ນັນ​ຂາ​ໃຫຍ່ ຜູ້​ທີ່​ຄັ້ງ​ໜຶ່ງ​ເຄີຍ​ຢຸດ​ບໍ່​ໄດ້ ແລະ ລ່າ​ເລີງ ບັດ​ນີ້ ບໍ່​ສາ​ມາດ​ຈ່າຍ​ຄ່າ​ອາ​ຫານ​ຄາບ​ດຽວ​ໄດ້, ໂດຍ​ບໍ່​ຕ້ອງ​ເວົ້າ​ເຖິງ​ບ່ອນ​ພັກ​ເລີຍ. ລາວ​ຈະ​ເອົາ​ຕົວ​ລອດ​ໄດ້​ແນວ​ໃດ?

ລາວ​ໄດ້​ໃຈ​ກວ້າງ​ກັບ​ໝູ່​ເພື່ອນ​ຂອງ​ລາວ​ມາ​ຕະ​ຫລອດ—ຕອນ​ນີ້​ພວກ​ເຂົາ​ຈະ​ຊ່ວຍ​ລາວ​ບໍ່? ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ລາວ​ຂໍ​ຄວາມ​ຊ່ວຍ​ເຫລືອ​ເລັກໆ​ນ້ອຍໆ—ພຽງ​ແຕ່​ຕອນ​ນີ້​ເທົ່າ​ນັ້ນ—ຈົນ​ກວ່າ​ລາວ​ຈະ​ກັບ​ມາ​ຢືນ​ໄດ້​ອີກ​ຄັ້ງ.

ພຣະ​ຄຳ​ພີ​ບອກ​ເຮົາ​ວ່າ, “ບໍ່​ມີ​ຜູ້​ໃດ​ເອົາ​ໃຫ້​ລາວ​ກິນ.”8

ດ້ວຍ​ຄວາມ​ສິ້ນ​ຫວັງ​ທີ່​ຈະ​ມີ​ຊີ​ວິດ​ຢູ່, ລາວ​ໄດ້​ພົບ​ຊາວ​ນາ​ທ້ອງ​ຖິ່ນ​ຄົນ​ໜຶ່ງ ຜູ້​ທີ່​ໄດ້​ຈ້າງ​ລາວ​ໃຫ້​ເກືອ​ໝູ.9

ໂດຍ​ທີ່​ຫິວ​ເຂົ້າ​ແຮງ​ໃນ​ຕອນ​ນີ້, ຖືກ​ປະ​ຖິ້ມ ແລະ ໂດດ​ດ່ຽວ, ຊາຍ​ໜຸ່ມ​ຄົນ​ນີ້​ຄົງ​ຈະ​ສົງ​ໄສ​ວ່າ ສິ່ງ​ຕ່າງໆ​ຜິດ​ພາດ​ໄປ​ຢ່າງ​ຮ້າຍ​ແຮງ ແລະ ໜ້າ​ຢ້ານ​ກົວ​ເຊັ່ນ​ນີ້​ໄດ້​ແນວ​ໃດ.

ບໍ່​ແມ່ນ​ພຽງ​ແຕ່​ທ້ອງ​ທີ່​ວ່າງ​ເປົ່າ​ເທົ່າ​ນັ້ນ ທີ່​ເຮັດ​ໃຫ້​ລາວ​ເປັນ​ທຸກ​ໃຈ. ແຕ່​ແມ່ນ​ຈິດ​ວິນ​ຍານ​ທີ່​ວ່າງ​ເປົ່າ. ລາວ​ເຄີຍ​ໝັ້ນ​ໃຈ​ວ່າ ການ​ຍອມ​ຕໍ່​ຄວາມ​ປາດ​ຖະ​ໜາ​ຝ່າຍ​ໂລກ​ຈະ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ, ວ່າ​ກົດ​ທາງ​ສິນ​ທຳ​ເປັນ​ອຸ​ປະ​ສັກ​ຕໍ່​ຄວາມ​ສຸກ​ນັ້ນ. ບັດ​ນີ້ ລາວ​ຮູ້​ດີ​ກວ່າ​ນັ້ນ. ແລະ ໂອ, ລາ​ຄາ​ຄວາມ​ຮູ້​ທີ່​ລາວ​ຕ້ອງ​ຈ່າຍ​ນັ້ນ​ແພງ​ຫລາຍ​ສໍ່າ​ໃດ!10

ຂະ​ນະ​ທີ່​ຄວາມ​ຫິວ​ໂຫຍ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ, ຄວາມ​ຄິດ​ຂອງ​ລາວ​ກໍ​ຫັນ​ໄປ​ຫາ​ພໍ່​ຂອງ​ລາວ. ພໍ່​ຈະ​ຊ່ວຍ​ລາວ​ບໍ ຫລັງ​ຈາກ​ທຸກ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ? ແມ່ນ​ແຕ່​ຜູ້​ທີ່​ຕໍ່າ​ຕ້ອຍ​ທີ່​ສຸດ​ໃນ​ບັນ​ດາ​ຄົນ​ຮັບ​ໃຊ້​ຂອງ​ພໍ່​ລາວ ກໍ​ຍັງ​ມີ​ອາ​ຫານ​ກິນ ແລະ ບ່ອນ​ຊົ້ນ​ພະ​ຍຸ.

ແຕ່​ກັບ​ຄືນ​ໄປ​ຫາ​ພໍ່​ຂອງ​ລາວ​ບໍ?

ບໍ່​ມີ​ວັນ.

ສາ​ລະ​ພາບ​ຕໍ່​ໝູ່​ບ້ານ​ຂອງ​ລາວ​ວ່າ ລາວ​ໄດ້​ຜານ​ມໍ​ລະ​ດົກ​ຂອງ​ລາວ​ບໍ?

ເປັນ​ໄປ​ບໍ່​ໄດ້.

ປະ​ເຊີນ​ໜ້າ​ກັບ​ເພື່ອນ​ບ້ານ​ຜູ້​ທີ່​ໄດ້​ເຕືອນ​ລາວ​ຢ່າງ​ແນ່​ນອນ​ວ່າ ລາວ​ກຳ​ລັງ​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ລາວ​ເສື່ອມ​ເສຍ ແລະ ກຳ​ລັງ​ທຳ​ຮ້າຍ​ຈິດ​ໃຈ​ພໍ່​ແມ່​ຂອງ​ລາວ​ບໍ? ກັບ​ຄືນ​ໄປ​ຫາ​ໝູ່​ເກົ່າ ຫລັງ​ຈາກ​ທີ່​ໂອ້​ອວດ​ວ່າ ລາວ​ກຳ​ລັງ​ຈະ​ຫລຸດ​ພົ້ນ​ເປັນ​ອິດ​ສະ​ລະ​ແລ້ວ​ຫັ້ນ​ບໍ?

ຮັບ​ບໍ່​ໄດ້.

ແຕ່​ຄວາມ​ຫິວ​ໂຫຍ, ຄວາມ​ໂດດ​ດ່ຽວ, ແລະ ຄວາມ​ສຳ​ນຶກ​ຜິດ ບໍ່​ໄດ້​ຫາຍ​ໄປ​ງ່າຍໆ—“ຈົນ​ກວ່າ, ໃນ​ທີ່​ສຸດ, ລາວ​ກໍ​ສຳ​ນຶກ​ຕົວ​ໄດ້.”11

ລາວ​ຮູ້​ວ່າ ລາວ​ຕ້ອງ​ເຮັດ​ແນວ​ໃດ.

ການ​ກັບ​ຄືນ

ບັດ​ນີ້ ໃຫ້​ເຮົາ​ກັບ​ໄປ​ທີ່​ຜູ້​ເປັນ​ພໍ່, ເຈົ້າ​ນາຍ​ຂອງ​ເຮືອນ​ທີ່​ໃຈ​ແຕກ​ສະ​ຫລາຍ. ລາວ​ໄດ້​ໃຊ້​ເວ​ລາ​ຈັກ​ຫລາຍ​ຮ້ອຍ, ບາງ​ເທື່ອ​ເປັນ​ຫລາຍ​ພັນ​ຊົ່ວ​ໂມງ, ເປັນ​ຫ່ວງ​ລູກ​ຊາຍ​ຂອງ​ລາວ?

ລາວ​ໄດ້​ແນມ​ລົງ​ໄປ​ເບິ່ງ​ຫົນ​ທາງ​ທີ່​ລູກ​ຊາຍ​ຂອງ​ລາວ​ໄດ້​ຍ່າງ​ໄປ​ຈັກ​ເທື່ອ ແລະ ຫວນ​ຄິດ​ເຖິງ​ການ​ສູນ​ເສຍ​ທີ່​ສຽບ​ແທງ​ຈິດ​ໃຈ​ທີ່​ລາວ​ໄດ້​ຮູ້​ສຶກ ຂະ​ນະ​ທີ່​ລູກ​ຊາຍ​ຂອງ​ລາວ​ຍ່າງ​ຈາກ​ໄປ? ລາວ​ໄດ້​ອະ​ທິ​ຖານ​ຈັກ​ເທື່ອ​ໃນ​ຄືນ​ທີ່​ເດິກ​ດື່ນ, ໂດຍ​ວິງ​ວອນ​ຕໍ່​ພຣະ​ເຈົ້າ​ໃຫ້​ລູກ​ຊາຍ​ຂອງ​ລາວ​ປອດ​ໄພ, ໃຫ້​ລາວ​ຄົ້ນ​ພົບ​ຄວາມ​ຈິງ, ໃຫ້​ລາວ​ກັບ​ຄືນ​ມາ?

ແລະ ແລ້ວ​ມື້​ໜຶ່ງ, ຜູ້​ເປັນ​ພໍ່​ກໍ​ແນມ​ອອກ​ໄປ​ເບິ່ງ​ຫົນ​ທາງ​ທີ່​ດຽວ​ດາຍ​ນັ້ນ—ຫົນ​ທາງ​ທີ່​ນຳ​ມາ​ສູ່​ບ້ານ—ແລະ ເຫັນ​ຮູບ​ຮ່າງ​ໜຶ່ງ​ກຳ​ລັງ​ຍ່າງ​ມາ​ຫາ​ລາວ​ແຕ່​ໄກໆ.

ມັນ​ເປັນ​ໄປ​ໄດ້​ບໍ?

ເຖິງ​ແມ່ນ​ວ່າ ຄົນໆ​ນັ້ນ​ຈະ​ຢູ່​ໄກ​ຫລາຍ​ກໍ​ຕາມ, ຜູ້​ເປັນ​ພໍ່​ກໍ​ຮູ້​ໂດຍ​ທັນ​ທີ​ວ່າ ນັ້ນ​ແມ່ນ​ລູກ​ຊາຍ​ຂອງ​ລາວ.

ພໍ່​ແລ່ນ​ໄປ​ຫາ​ລາວ, ໂອບ​ກອດ​ລາວ, ແລະ ຈູບ​ລາວ.12

“ພໍ່​ເອີຍ,” ຜູ້​ເປັນ​ລູກ​ຊາຍ​ໄດ້​ຮ້ອງ​ອອກ​ມາ, ໃນ​ຄຳ​ເວົ້າ​ທີ່​ລາວ​ໜ້າ​ຈະ​ຊ້ອມ​ມາ​ແລ້ວ​ເປັນ​ພັນ​ເທື່ອ, “ລູກ​ໄດ້​ເຮັດ​ບາບ​ຕໍ່​ສູ້​ພຣະ​ເຈົ້າ ແລະ ຕໍ່​ສູ້​ພໍ່​ແລ້ວ. ລູກ​ບໍ່​ສົມ​ຄວນ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ​ແລ້ວ. ລູກ​ຂໍ​ພຽງ​ແຕ່​ໃຫ້​ພໍ່​ຮັບ​ລູກ​ເຂົ້າ​ເປັນ​ລູກ​ຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່​ກໍ​ພໍ.”13

ແຕ່​ພໍ່​ເກືອບ​ຈະ​ບໍ່​ໃຫ້​ລາວ​ເວົ້າ​ຈົບ. ໂດຍ​ທີ່​ນໍ້າ​ຕາ​ຄາ​ເບົ້າ, ລາວ​ໄດ້​ສັ່ງ​ຄົນ​ຮັບ​ໃຊ້​ຂອງ​ລາວ​ວ່າ: “ເອົາ​ເສື້ອ​ຄຸມ​ທີ່​ດີ​ທີ່​ສຸດ​ໃນ​ເຮືອນ​ມາ ແລະ ເອົາ​ມາ​ສວມ​ໃສ່​ບ່າ​ຂອງ​ລູກ​ຊາຍ​ຂອງ​ເຮົາ. ສວມ​ແຫວນ​ໃສ່​ນິ້ວ​ມື​ຂອງ​ລາວ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ລາວ. ເຮັດ​ໃຫ້​ເປັນ​ງານ​ລ້ຽງ​ທີ່​ຕ້ອງ​ສະ​ຫລອງ. ລູກ​ຊາຍ​ຂອງ​ເຮົາ​ໄດ້​ກັບ​ຄືນ​ມາ​ແລ້ວ!”14

ການ​ສະ​ເຫລີມ​ສະ​ຫລອງ

ໃນ​ຫ້ອງ​ການ​ຂອງ​ຂ້າ​ພະ​ເຈົ້າ ມີ​ຮູບ​ແຜ່ນ​ໜຶ່ງ​ແຂວນ​ຢູ່ ແຕ້ມ​ໂດຍ​ນັກ​ສິ​ລະ​ປະ​ຊາວ​ເຢຍ​ລະ​ມັນ ຣິ​ເຈີດ ເບີດ. ແຮ​ຣຽດ ແລະ ຂ້າ​ພະ​ເຈົ້າ​ມັກ​ຮູບ​ແຕ້ມ​ນີ້​ຫລາຍ. ມັນ​ພັນ​ລະ​ນາ​ເຖິງ​ສາກ​ໜຶ່ງ​ທີ່​ອ່ອນ​ໂຍນ ຈາກ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ມຸມ​ມອງ​ທີ່​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ.

ການ​ກັບ​ມາ​ຂອງ​ລູກ​ທີ່​ເສຍ​ໄປ, ໂດຍ ຣິ​ເຈີດ ເບີດ.

ຂະ​ນະ​ທີ່​ເກືອບ​ທຸກ​ຄົນ​ຊົມ​ຊື່ນ​ຍິນ​ດີ​ຢ່າງ​ເຫລືອ​ລົ້ນ​ກັບ​ການ​ມາ​ຂອງ​ລູກ​ຊາຍ​ນັ້ນ, ມີ​ຄົນ​ໜຶ່ງ​ທີ່​ບໍ່​ຊົມ​ຊື່ນ​ຍິນ​ດີ—ອ້າຍ​ຂອງ​ລາວ.15

ລາວ​ກຳ​ລັງ​ແບກ​ຫາບ​ສຳ​ພາ​ລະ​ທາງ​ອາ​ລົມ.

ລາວ​ໄດ້​ຢູ່​ທີ່​ນັ້ນ ເມື່ອ​ນ້ອງ​ຊາຍ​ຂອງ​ລາວ​ຮ້ອງ​ຂໍ​ເອົາ​ມໍ​ລະ​ດົກ. ລາວ​ໄດ້​ເປັນ​ພະ​ຍານ​ດ້ວຍ​ຕົວ​ເອງ ເຖິງ​ຄວາມ​ໂສກ​ເສົ້າ​ອັນ​ໜັກ​ໜ່ວງ​ຂອງ​ພໍ່​ລາວ.

ຕັ້ງ​ແຕ່​ນ້ອງ​ຊາຍ​ຂອງ​ລາວ​ຈາກ​ໄປ, ລາວ​ກໍ​ພະ​ຍາ​ຍາມ​ທີ່​ຈະ​ຍົກ​ພາ​ລະ​ຂອງ​ພໍ່​ລາວ. ທຸກໆ​ມື້, ລາວ​ໄດ້​ເຮັດ​ວຽກ​ເພື່ອ​ທີ່​ຈະ​ຟື້ນ​ຟູ​ຈິດ​ໃຈ​ທີ່​ແຕກ​ສະ​ຫລາຍ​ຂອງ​ພໍ່​ລາວ.

ແລະ ບັດ​ນີ້ ລູກ​ທີ່​ເສ​ເພ​ກໍ​ກັບ​ມາ, ແລະ ຄົນ​ທັງ​ຫລາຍ​ກໍ​ບໍ່​ສາ​ມາດ​ຢຸດ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ນ້ອງ​ຊາຍ​ທີ່​ກະ​ບົດ​ຂອງ​ລາວ.

“ຕະ​ຫລອດ​ຫລາຍ​ປີ​ຜ່ານ​ມາ,” ລາວ​ບອກ​ພໍ່​ຂອງ​ລາວ, “ບໍ່​ເຄີຍ​ແມ່ນ​ແຕ່​ເທື່ອ​ດຽວ ທີ່​ລູກ​ບໍ່​ຍອມ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຂໍ. ແຕ່​ຕະ​ຫລອດ​ເວ​ລາ​ນັ້ນ ພໍ່​ບໍ່​ເຄີຍ​ສະ​ຫລອງ​ລູກ​ເລີຍ.”16

ຜູ້​ເປັນ​ພໍ່​ຕອບ​ວ່າ, “ລູກ​ທີ່​ຮັກ​ເອີຍ, ທຸກໆ​ສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ເຈົ້າ! ນີ້​ບໍ່​ກ່ຽວ​ກັບ​ການ​ປຽບ​ທຽບ​ລາງ​ວັນ ຫລື ການ​ສະ​ຫລອງ. ນີ້​ແມ່ນ​ກ່ຽວ​ກັບ​ການ​ປິ່ນ​ປົວ. ນີ້​ແມ່ນ​ຊ່ວງ​ເວ​ລາ​ທີ່​ເຮົາ​ຄອງ​ຄອຍ​ຖ້າ​ເປັນ​ເວ​ລາ​ຫລາຍ​ປີ. ນ້ອງ​ຊາຍ​ຂອງ​ເຈົ້າ​ໄດ້​ຕາຍ​ໄປ​ແລ້ວ ແລະ ໄດ້​ມີ​ຊີ​ວິດ​ອີກ​ຄັ້ງ! ລາວ​ໄດ້​ເສຍ​ໄປ ແຕ່​ບັດ​ນີ້​ລາວ​ກໍ​ໄດ້​ຖືກ​ພົບ​ແລ້ວ!”17

ຄຳ​ອຸ​ປະ​ມາ​ສຳ​ລັບ​ຍຸກ​ສະ​ໄໝ​ຂອງ​ເຮົາ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອນ​ທີ່​ຮັກ​ແພງ​ເອີຍ, ເຊັ່ນ​ດຽວ​ກັບ​ທຸກໆ​ຄຳ​ອຸ​ປະ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ນີ້​ບໍ່​ແມ່ນ​ເລື່ອງ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ເມື່ອ​ດົນ​ນານ​ມາ​ແລ້ວ​ເທົ່າ​ນັ້ນ. ນີ້​ແມ່ນ​ກ່ຽວ​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ, ມື້​ນີ້.

ແມ່ນ​ໃຜ​ໃນ​ທ່າມ​ກາງ​ພວກ​ເຮົາ​ທີ່​ຍັງ​ບໍ່​ທັນ​ອອກ​ຈາກ​ເສັ້ນ​ທາງ​ແຫ່ງ​ຄວາມ​ບໍ​ລິ​ສຸດ, ໂດຍ​ຄິດ​ແບບ​ໂງ່ໆ​ວ່າ ເຮົາ​ຈະ​ສາ​ມາດ​ພົບ​ຄວາມ​ສຸກ​ຫລາຍ​ຂຶ້ນ ຖ້າ​ໄປ​ຕາມ​ທາງ​ທີ່​ເອົາ​ຕົວ​ເອງ​ເປັນ​ສູນ​ກາງ?

ແມ່ນ​ໃຜ​ໃນ​ທ່າມ​ກາງ​ພວກ​ເຮົາ​ທີ່​ຍັງ​ບໍ່​ຮູ້​ສຶກ​ຖ່ອມ​ຕົວ, ຊອກ​ຊໍ້າ​ໃຈ, ແລະ ໝົດ​ຫວັງ​ທີ່​ຈະ​ຮັບ​ການ​ໃຫ້​ອະ​ໄພ ແລະ ຄວາມ​ເມດ​ຕາ?

ບາງ​ທີ ບາງ​ຄົນ​ອາດ​ເຄີຍ​ແມ່ນ​ແຕ່​ສົງ​ໄສ​ວ່າ, “ມັນ​ເປັນ​ໄປ​ໄດ້​ບໍ ທີ່​ຈະ​ກັບ​ຄືນ​ໄປ? ເຮົາ​ຈະ​ຖືກ​ຈຳ​ແນກ​ຕະ​ຫລອດ​ໄປ, ຖືກ​ປະ​ຕິ​ເສດ, ແລະ ຖືກ​ຫລີກ​ລ້ຽງ​ໂດຍ​ໝູ່​ເກົ່າ​ຂອງ​ເຮົາ​ບໍ? ມັນ​ດີ​ກວ່າ​ບໍ ທີ່​ຈະ​ຫລົງ​ທາງ​ຢູ່​ຕໍ່​ໄປ? ພຣະ​ເຈົ້າ​ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ແນວ​ໃດ ຖ້າ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ກັບ​ຄືນ?

ຄຳ​ອຸ​ປະ​ມາ​ນີ້ ໃຫ້​ຄຳ​ຕອບ​ແກ່​ເຮົາ.

ພຣະ​ບິດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຈະ​ແລ່ນ​ມາ​ຫາ​ເຮົາ, ພຣະ​ໄທ​ຂອງ​ພຣະ​ອົງ​ຈະ​ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ສົງ​ສານ. ພຣະ​ອົງ​ຈະ​ໂອບ​ກອດ​ເຮົາ; ສວມ​ເສື້ອ​ຄຸມ​ອ້ອມ​ບ່າ​ຂອງ​ເຮົາ, ສວມ​ແຫວນ​ໃສ່​ນິ້ວ​ມື​ຂອງ​ເຮົາ, ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ເຮົາ; ແລະ ປະ​ກາດ​ວ່າ, “ມື້​ນີ້ ພວກ​ເຮົາ​ສະ​ເຫລີມ​ສະ​ຫລອງ! ເພື່ອ​ລູກ​ຂອງ​ເຮົາ, ຜູ້​ທີ່​ຄັ້ງ​ໜຶ່ງ​ໄດ້​ຕາຍ​ໄປ, ໄດ້​ກັບ​ມາ​ສູ່​ຊີ​ວິດ​ແລ້ວ!”

ສະ​ຫວັນ​ຈະ​ປິ​ຕິ​ຍິນ​ດີ​ຕໍ່​ການ​ກັບ​ມາ​ຂອງ​ເຮົາ.

ຄວາມ​ຍິນ​ດີ​ອັນ​ຮຸ່ງ​ເຮືອງ ຊຶ່ງ​ເຫລືອ​ທີ່​ຈະ​ອະ​ທິ​ບາຍ​ໄດ້

ຂ້າ​ພະ​ເຈົ້າ​ຂໍ​ໃຊ້​ເວ​ລາ​ໃນ​ຕອນ​ນີ້ ເພື່ອ​ກ່າວ​ກັບ​ພວກ​ທ່ານ​ແຕ່​ລະ​ຄົນ​ໄດ້​ບໍ່?

ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ຂໍ​ສະ​ທ້ອນ ແລະ ປະ​ກາດ​ຖ້ອຍ​ຄຳ​ຂອງ​ເພື່ອນ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ໝູ່​ອັກ​ຄະ​ສາ​ວົກ​ດຽວ​ກັນ ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ທີ່​ວ່າ: “ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ທ່ານ​ຈະ​ຈົມ​ລົງ​ເລິກ ກວ່າ​ຄວາມ​ສະ​ຫວ່າງ​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ [ການ​ເສຍ​ສະ​ລະ​ຊົດ​ໃຊ້] ຂອງ​ພຣະ​ຄຣິດ​ຈະ​ສ່ອງ​ແສງ​ໄປ​ເຖິງ​ໄດ້.”18

ເຖິງ​ແມ່ນ​ວ່າ ການ​ຕັດ​ສິນ​ໃຈ​ຕ່າງໆ​ອາດ​ພາ​ທ່ານ​ໄປ​ໄກ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ພຣະ​ອາ​ຈານ​ຜູ້​ປິ່ນ​ປົວ​ຊົງ​ຢືນ​ຢູ່​ຫົນ​ທາງ​ທີ່​ນຳ​ມາ​ສູ່​ບ້ານ, ຕ້ອນ​ຮັບ​ທ່ານ. ແລະ ພວກ​ເຮົາ ໃນ​ຖາ​ນະ​ສະ​ມາ​ຊິກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ໂອບ​ກອດ​ພວກ​ທ່ານ​ໃນ​ຖາ​ນະ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກ​ເຮົາ, ໃນ​ຖາ​ນະ​ໝູ່​ຂອງ​ພວກ​ເຮົາ. ພວກ​ເຮົາ​ປິ​ຕິ​ຍິນ​ດີ ແລະ ສະ​ເຫລີມ​ສະ​ຫລອງ​ກັບ​ພວກ​ທ່ານ.

ການ​ກັບ​ຄືນ​ມາ​ຂອງ​ພວກ​ທ່ານ​ຈະ​ບໍ່​ເຮັດ​ໃຫ້​ພອນ​ຂອງ​ຄົນ​ອື່ນ​ຫລຸດ​ໜ້ອຍ​ລົງ. ເພາະ​ຄວາມ​ໂອບ​ອ້ອມ​ອາ​ລີ​ຂອງ​ພຣະ​ບິ​ດາ​ບໍ່​ມີ​ທີ່​ສິ້ນ​ສຸດ, ແລະ ສິ່ງ​ທີ່​ຖືກ​ມອບ​ໃຫ້​ຄົນໆ​ໜຶ່ງ ຈະ​ບໍ່​ເຮັດ​ໃຫ້​ສິດ​ທິ​ໂດຍ​ກຳ​ເນີດ​ຂອງ​ຄົນ​ອື່ນ​ຫລຸດ​ໜ້ອຍ​ລົງ​ແມ່ນ​ແຕ່​ໜ້ອຍ​ດຽວ.19

ຂ້າ​ພະ​ເຈົ້າ​ຈະ​ບໍ່​ທຳ​ທ່າ​ວ່າ ການ​ກັບ​ຄືນ​ມາ​ນັ້ນ ເປັນ​ເລື່ອງ​ງ່່າຍ​ທີ່​ຈະ​ເຮັດ. ຂ້າ​ພະ​ເຈົ້າ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນັ້ນ​ໄດ້. ແທ້​ຈິງ​ແລ້ວ, ມັນ​ອາດ​ເປັນ​ການ​ຕັດ​ສິນ​ໃຈ​ທີ່​ຍາກ​ທີ່​ສຸດ​ທີ່​ທ່ານ​ເຄີຍ​ເຮັດ​ມາ.

ແຕ່​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ທັນ​ທີ​ທີ່​ທ່ານ​ຕັດ​ສິນ​ໃຈ​ທີ່​ຈະ​ກັບ​ຄືນ ແລະ ຍ່າງ​ໄປ​ຕາມ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່, ອຳ​ນາດ​ຂອງ​ພຣະ​ອົງ​ຈະ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ປ່ຽນ​ແປງ​ມັນ.20

ທູດ​ໃນ​ສະ​ຫວັນ​ຈະ​ປິ​ຕິ​ຍິນ​ດີ.

ແລະ ພວກ​ເຮົາ, ຄອບ​ຄົວ​ຂອງ​ທ່ານ​ໃນ​ພຣະ​ຄຣິດ​ກໍ​ເຊັ່ນ​ກັນ. ເຖິງ​ຢ່າງ​ໃດ, ພວກ​ເຮົາ​ກໍ​ຮູ້​ວ່າ ການ​ເປັນ​ລູກ​ທີ່​ເສຍ​ໄປ​ນັ້ນ ເປັນ​ແນວ​ໃດ. ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເພິ່ງ​ພາ​ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຢ່າງ​ດຽວ​ກັນ​ຂອງ​ພຣະ​ຄຣິດ. ພວກ​ເຮົາ​ຮູ້​ຈັກ​ເສັ້ນ​ທາງ​ນີ້, ແລະ ພວກ​ເຮົາ​ຈະ​ຍ່າງ​ໄປ​ກັບ​ພວກ​ທ່ານ.

ບໍ່, ເສັ້ນ​ທາງ​ຂອງ​ພວກ​ເຮົາ​ຈະ​ບໍ່​ປາດ​ສະ​ຈາກ​ຄວາມ​ທຸກ​ໂສກ, ຄວາມ​ໂສກ​ເສົ້າ, ຫລື ຄວາມ​ເສຍ​ໃຈ. ແຕ່​ພວກ​ເຮົາ​ໄດ້​ມາ​ໄກ​ຂະ​ໜາດ​ນີ້ “ໂດຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ພ້ອມ​ດ້ວຍ​ສັດ​ທາ​ອັນ​ບໍ່​ສັ່ນ​ສະ​ເທືອນ​ໃນ​ພຣະ​ອົງ, ໂດຍ​ໄວ້​ວາງ​ໃຈ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.” ແລະ ນຳ​ກັນ ພວກ​ເຮົາ​ຈະ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ [ຄົນ] ທັງ​ຫລາຍ.”21 ນຳ​ກັນ ພວກ​ເຮົາ​ຈະ “ຊື່ນ​ຊົມ​ຍິນ​ດີ ດ້ວຍ​ຄວາມ​ຍິນ​ດີ​ອັນ​ຮຸ່ງ​ເຮືອງ ຊຶ່ງ​ເຫລືອ​ທີ່​ຈະ​ອະ​ທິ​ບາຍ​ໄດ້,”22 ເພາະ​ພຣະ​ເຢ​ຊູ​ຄຣິດ​ຊົງ​ເປັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ!23

ນີ້​ແມ່ນ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ວ່າ​ແຕ່​ລະ​ຄົນ​ໃນ​ພວກ​ເຮົາ​ຈະ​ໄດ້​ຍິນ, ໃນ​ຄຳ​ອຸ​ປະ​ມາ​ອັນ​ເລິກ​ເຊິ່ງ​ນີ້, ສຽງ​ຂອງ​ພຣະ​ບິ​ດາ​ທີ່​ກຳ​ລັງ​ເອີ້ນ​ພວກ​ເຮົາ​ໃຫ້​ເຂົ້າ​ໄປ​ໃນ​ຫົນ​ທາງ​ທີ່​ນຳ​ພວກ​ເຮົາ​ມາ​ສູ່​ບ້ານ—ເພື່ອ​ວ່າ​ພວກ​ເຮົາ​ຈະ​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ກັບ​ໃຈ, ຮັບ​ການ​ໃຫ້​ອະ​ໄພ, ແລະ ຕິດ​ຕາມ​ເສັ້ນ​ທາງ​ທີ່​ນຳ​ພວກ​ເຮົາ​ກັບ​ໄປ​ສູ່​ພຣະ​ເຈົ້າ​ຜູ້​ຊົງ​ເຫັນ​ອົກ​ເຫັນ​ໃຈ​ ແລະ ມີ​ເມດ​ຕາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ແລະ ຂໍ​ມອບ​ພອນ​ໃຫ້​ແກ່​ທ່ານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ພົບ​ໃນ ລູ​ກາ 15, ຄຳ​ອຸ​ປະ​ມາ​ນີ້ ແມ່ນ​ໜຶ່ງ​ໃນ​ສາມ​ຄຳ​ອຸ​ປະ​ມາ (ແກະ​ທີ່​ເສຍ, ເງິນ​ຫລຽນ​ທີ່​ເສຍ, ແລະ ລູກ​ຊາຍ​ທີ່​ເສຍ) ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຸນ​ຄ່າ​ຂອງ​ສິ່ງ​ທີ່​ເສຍ​ໄປ ແລະ ການ​ສະ​ຫລອງ​ທີ່​ເກີດ​ຂຶ້ນ ເມື່ອ​ສິ່ງ​ທີ່​ເສຍ​ໄປ​ນັ້ນ​ຖືກ​ພົບ.

  2. ລູ​ກາ 19:10.

  3. ລູ​ກາ 15:11.

  4. ລູກ​ຊາຍ​ຄົນ​ນີ້ ໜ້າ​ຈະ​ຍັງ​ໜຸ່ມ​ຢູ່. ລາວ​ບໍ່​ທັນ​ແຕ່ງ​ງານ, ຊຶ່ງ​ອາດ​ບົ່ງ​ບອກ​ເຖິງ​ຄວາມ​ໜຸ່ມ​ຂອງ​ລາວ, ແຕ່​ບໍ່​ໜຸ່ມ​ຈົນ​ເກີນ​ໄປ​ຈົນ​ບໍ່​ສາ​ມາດ​ຮຽກ​ຮ້ອງ​ມໍ​ລະ​ດົກ​ຂອງ​ລາວ ແລະ ອອກ​ຈາກ​ບ້ານ​ໄປ ເມື່ອ​ລາວ​ໄດ້​ຮັບ​ມໍ​ລະ​ດົກ​ແລ້ວ.

  5. ຕາມ​ກົດ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ຢິວ, ລູກ​ຊາຍ​ຜູ້​ໃຫຍ່​ໃນ​ບັນ​ດາ​ລູກ​ຊາຍ​ສອງ​ຄົນ ແມ່ນ​ມີ​ສິດ​ຮັບ​ສ່ວນ​ແບ່ງ​ສອງ​ສ່ວນ​ສາມ​ຂອງ​ມໍ​ລະ​ດົກ​ຂອງ​ຜູ້​ເປັນ​ພໍ່. ເຫດ​ສະ​ນັ້ນ, ລູກ​ຊາຍ​ຜູ້​ນ້ອຍ​ແມ່ນ​ມີ​ສິດ​ຮັບ​ໜຶ່ງ​ສ່ວນ​ສາມ​ຂອງ​ສ່ວນ​ແບ່ງ. (ເບິ່ງ ພຣະ​ບັນ​ຍັດ​ສອງ 21:17.)

  6. ເບິ່ງ ລູ​ກາ 15:13.

  7. ເບິ່ງ ລູ​ກາ 15:14.

  8. ລູ​ກາ 15:16.

  9. ສຳ​ລັບ​ຊາວ​ຢິວ​ແລ້ວ, ໝູ ແມ່ນ​ຖື​ວ່າ “ເປັນ​ມົນ​ທິນ” (ເບິ່ງ ພຣະ​ບັນ​ຍັດ​ສອງ 14:8) ແລະ ໜ້າ​ລັງ​ກຽດ. ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ຢິວ​ບໍ່​ໜ້າ​ຈະ​ລ້ຽງ​ໝູ, ຊຶ່ງ​ບົ່ງ​ບອກ​ວ່າ ຜູ້​ດູ​ແລ​ນັ້ນ​ເປັນ​ຊາວ​ຕ່າງ​ຊາດ. ມັນ​ຍັງ​ບອກ​ໄດ້​ອີກ​ວ່າ ລູກ​ຜູ້​ນ້ອຍ​ນັ້ນ ໄດ້​ເດີນ​ທາງ​ໄປ​ໄກ​ສໍ່າ​ໃດ ເພື່ອ​ທີ່​ຈະ​ຢູ່​ຫ່າງ​ຈາກ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ຢິວ​ຫລາຍ​ສໍ່າ​ໃດ.

  10. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ສິດ​ສອນ​ວ່າ: “ແນ່​ນອນ, ມັນ​ເປັນ​ການ​ດີ​ກວ່າ ຖ້າ​ພວກ​ເຮົາ​ຖືກ​ເຮັດ​ໃຫ້​ຖ່ອມ​ຕົວ​ລົງ ‘ຍ້ອນ​ຖ້ອຍ​ຄຳ’ ແທນ​ທີ່​ຈະ​ຖືກ​ເຮັດ​ໃຫ້​ຖ່ອມ​ຕົວ​ລົງ​ໂດຍ​ສະ​ຖາ​ນະ​ການ, ແຕ່​ຢ່າງ​ຫລັງ​ກໍ​ສາ​ມາດ​ເຮັດ​ໄດ້! (ເບິ່ງ ແອວ​ມາ 32:13–14). ການ​ອຶດ​ຢາກ​ສາ​ມາດ​ກະ​ຕຸ້ນ​ຄວາມ​ຫິວ​ໂຫຍ​ຝ່າຍ​ຈິດ​ວິນ​ຍານ” (“The Tugs and Pulls of the World,” Liahona, Jan. 2001, 45).

  11. ລູ​ກາ 15:17.

  12. ເບິ່ງ ລູ​ກາ 15:20.

  13. ເບິ່ງ ລູ​ກາ 15:18–19, 21.

  14. ເບິ່ງ ລູ​ກາ 15:22–24.

  15. ໃຫ້​ຈື່​ໄວ້​ວ່າ, ລູກ​ຊາຍ​ຜູ້​ນ້ອຍ​ໄດ້​ຮັບ​ມໍ​ລະ​ດົກ​ຂອງ​ລາວ​ແລ້ວ. ສຳ​ລັບ​ລູກ​ຊາຍ​ຜູ້​ໃຫຍ່​ນັ້ນ, ໝາຍ​ຄວາມ​ວ່າ​ທຸກ​ສິ່ງ​ທີ່​ເຫລືອ​ເປັນ​ຂອງ​ລາວ​ແລ້ວ. ການ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ແກ່​ລູກ​ຊາຍ​ຜູ້​ນ້ອຍ ຈະ​ໝາຍ​ເຖິງ​ການ​ເອົາ​ສິ່ງ​ນັ້ນ​ໄປ​ຈາກ​ລູກ​ຊາຍ​ຜູ້​ທີ່​ຢູ່.

  16. ເບິ່ງ ລູ​ກາ 15:29.

  17. ເບິ່ງ ລູ​ກາ 15:31–32.

  18. Jeffrey R. Holland, “The Laborers in the Vineyard,” Liahona, May 2012, 33.

  19. ສິ່ງ​ທີ່​ຖືກ​ມອບ​ໃຫ້​ຄົນໆ​ໜຶ່ງ ຈະ​ບໍ່​ເຮັດ​ໃຫ້​ສິດ​ທິ​ໂດຍ​ກຳ​ເນີດ​ຂອງ​ຄົນ​ອື່ນ​ຫລຸດ​ໜ້ອຍ​ລົງ​ແມ່ນ​ແຕ່​ໜ້ອຍ​ດຽວ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຫລັກ​ຄຳ​ສອນ​ນີ້ ເມື່ອ​ພຣະ​ອົງ​ໄດ້​ໃຫ້​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ຄົນ​ເຮັດ​ວຽກ ມັດ​ທາຍ 20:1–16.

  20. ເບິ່ງ ແອວ​ມາ 34:31.

  21. 2 ນີ​ໄຟ 31:19–20.

  22. 1 ເປ​ໂຕ 1:8.

  23. ເບິ່ງ ເພງ​ສັນ​ລະ​ເສີນ 28:7.