ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


10:43

ຈົ່ງ​ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ

ຄວາມ​ເມດ​ຕາ​ສົງ​ສານ​ເປັນ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຄຣິດ. ມັນ​ເກີດ​ຈາກ​ຄວາມ​ຮັກ​ທີ່​ມີ​ໃຫ້​ແກ່​ຄົນ​ອື່ນ ແລະ ບໍ່​ມີ​ຂອບ​ເຂດ.

ເຊົ້າ​ມື້​ນີ້, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ​ໃນ​ການ​ເດີນ​ທາງ​ທີ່​ອາ​ຟຣິ​ກາ. ທ່ານ​ຈະ​ບໍ່​ເຫັນ​ຝູງ​ສິງ, ຝູງ​ມ້າ​ລາຍ, ຫລື ຝູງ​ຊ້າງ, ແຕ່​ບາງ​ທີ, ໃນ​ຕອນ​ທ້າຍ​ຂອງ​ການ​ເດີນ​ທາງ, ທ່ານ​ຈະ​ໄດ້​ເຫັນ​ວິ​ທີ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຫລາຍໆ​ພັນ​ຄົນ​ຕອບ​ຮັບ​ຕໍ່​ພຣະ​ບັນ​ຍັດ​ຂໍ້​ສຳ​ຄັນ​ທີ່​ສຸດ​ຂໍ້​ທີ​ສອງ​ຂອງ​ພຣະ​ຄຣິດ ທີ່​ໃຫ້ “ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມາ​ຣະ​ໂກ 12:31).

ຂໍ​ໃຫ້​ວາດ​ພາບ​ເຫັນ​ຈັກ​ບຶດ​ໜຶ່ງ ເຂດ​ຊົນ​ນະ​ບົດ, ຂີ້​ດິນ​ແດງ​ທີ່​ອາ​ຟຣິ​ກາ. ທ່ານ​ເຫັນ​ຈາກ​ດິນ​ແດນ​ທີ່​ແຫ້ງ​ແລ້ງ​ປາດ​ສະ​ຈາກ​ພືດ​ຜົນ ວ່າ​ຝົນ​ບໍ່​ໄດ້​ຕົກ​ລົງ​ມາ​ໃນ​ປະ​ລິ​ມານ​ທີ່​ວັດ​ແທກ​ໄດ້​ເປັນ​ເວ​ລາ​ຫລາຍ​ປີ. ຝູງ​ງົວ​ໜ້ອຍ​ໂຕ​ທີ່​ຜ່ານ​ເສັ້ນ​ທາງ​ຂອງ​ທ່ານ​ກໍ​ຈ່ອຍ​ຜອມ​ເຫລືອ​ແຕ່​ກະ​ດູກ ແລະ ມີ​ຄົນ​ລ້ຽງ​ສັດ​ຊາວ​ກາ​ຣາ​ໂມ​ຈອງ ທີ່​ຫົ່ມ​ຜ້າ​ຫົ່ມ ກຳ​ລັງ​ໄຫລ່​ມັນ​ໄປ, ຜູ້​ທີ່, ດ້ວຍ​ການ​ໃສ່​ເກີບ​ຊັງ​ດານ, ຍ່າງ​ໄປ​ຊ້າໆ​ເພື່ອ​ຫວັງ​ຈະ​ພົບ​ເຫັນ​ພືດ​ພັນ ແລະ ນ້ຳ.

ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ຕາມ​ທາງ​ທີ່​ເປັນ​ຂຸມ​ຄຸ​ຄະ ແລະ ເຕັມ​ໄປ​ດ້ວຍ​ກ້ອນ​ຫີນ​ນັ້ນ, ທ່ານ​ຈະ​ເຫັນ​ກຸ່ມ​ເດັກ​ນ້ອຍ​ທີ່​ໜ້າ​ຮັກ​ຫລາຍ​ກຸ່ມ ແລະ ຈະ​ສົງ​ໄສ​ວ່າ​ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ບໍ່​ໄປ​ໂຮງ​ຮຽນ. ພວກ​ເດັກ​ນ້ອຍ​ສົ່ງ​ຮອຍ​ຍິ້ມ ແລະ ໂບກ​ມື​ທັກ​ທາຍ, ແລະ ທ່ານ​ກໍ​ໂບກ​ມື​ກັບ​ໄປ​ດ້ວຍ​ນ້ຳ​ຕາ ແລະ ຮອຍ​ຍິ້ມ. ເກົ້າ​ສິບ​ສອງ​ເປີ​ເຊັນ​ໃນ​ບັນ​ດາ​ເດັກ​ນ້ອຍ​ທີ່​ນ້ອຍ​ທີ່​ສຸດ​ທີ່​ທ່ານ​ເຫັນ​ໃນ​ການ​ເດີນ​ທາງ​ນີ້ ອາ​ໄສ​ຢູ່​ໃນ​ຄວາມ​ທຸກ​ຍາກ​ເລື່ອງ​ອາ​ຫານ, ແລະ ຫົວ​ໃຈ​ຂອງ​ທ່ານ​ຄວນ​ຄາງ​ດ້ວຍ​ຄວາມ​ເຈັບ​ປວດ.

ຢູ່​ທາງ​ໜ້າ, ທ່ານ​ເຫັນ​ແມ່​ຄົນ​ໜຶ່ງ​ກຳ​ລັງ​ຍ່າງ​ໄປ ມີ​ຖັງ​ນ້ຳ​ຫ້າ​ກາ​ລອນ (19 ລິດ) ວາງ​ຢູ່​ເທິງ​ຫົວ​ຂອງ​ນາງ​ຢ່າງ​ລະ​ມັດ​ລະ​ວັງ ແລະ ອີກ​ໜຶ່ງ​ຖັງ​ຢູ່​ໃນ​ມື​ຂອງ​ນາງ. ນາງ​ເປັນ​ຕົວ​ແທນ​ໃຫ້​ແກ່​ໜຶ່ງ​ຄົນ​ໃນ​ທຸກ​ສອງ​ຄົວ​ເຮືອນ​ໃນ​ເຂດ​ນີ້, ບ່ອນ​ທີ່​ແມ່​ຍິງ, ໜຸ່ມ ແລະ ແກ່, ຍ່າງ​ໄປ​ໄກ​ແຕ່​ລະ​ທາງ​ດົນ​ກວ່າ 30 ນາ​ທີ, ແຕ່​ລະ​ມື້, ເພື່ອ​ໄປ​ຫາ​ແຫລ່ງ​ນ້ຳ​ສຳ​ລັບ​ຄອບ​ຄົວ​ຂອງ​ພວກ​ນາງ. ໃນ​ທັນ​ໃດ​ນັ້ນ ທ່ານ​ກໍ​ຮູ້​ສຶກ​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​ໜັກ.

ຜູ້​ຍິງ​ຊາວ​ອາ​ຟຣິ​ກາ​ຖື​ຖັງ​ນ້ຳ.

ສອງ​ຊົ່ວ​ໂມງ​ຜ່ານ​ໄປ ແລະ ທ່ານ​ໄດ້​ໄປ​ເຖິງ​ສະ​ໜາມ​ປ່ຽວ​ດຽວ​ດາຍ, ທີ່​ມີ​ຮົ່ມ. ສະ​ຖານ​ທີ່​ປະ​ຊຸມ​ບໍ່​ໄດ້​ເປັນ​ຕຶກ ຫລື ແມ່ນ​ແຕ່​ຜ້າ​ເຕັນ ແຕ່​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ສອງ​ສາມ​ຕົ້ນ ເປັນ​ບ່ອນ​ພັກ​ພາ​ຈາກ​ແສງ​ຕາ​ເວັນ​ທີ່​ຮ້ອນ​ຈັດ. ຢູ່​ໃນ​ບ່ອນ​ນີ້, ທ່ານ​ສັງ​ເກດ​ເຫັນ​ວ່າ​ບໍ່​ມີ​ນ້ຳ​ປະ​ປາ, ບໍ່​ມີ​ໄຟ​ຟ້າ, ບໍ່​ມີ​ສ້ວມ​ຊະ​ນິດ​ກົດ​ນ້ຳ. ທ່ານ​ຫລຽວ​ໄປ​ຮອບໆ ແລະ ຮູ້​ວ່າ​ທ່ານ​ໄດ້​ຢູ່​ທ່າມ​ກາງ​ຜູ້​ຄົນ​ທີ່​ຮັກ​ພຣະ​ເຈົ້າ, ແລະ ໃນ​ທັນ​ໃດ​ນັ້ນ ທ່ານ​ກໍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ໃຫ້​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຈະ​ຮັບ​ເອົາ​ຄວາມ​ຊ່ວຍ​ເຫລືອ ແລະ ຄວາມ​ຫວັງ, ແລະ ທ່ານ​ກໍ​ໄດ້​ມາ​ເຖິງ​ເພື່ອ​ຈະ​ແບ່ງ​ປັນ​ມັນ.

ນີ້​ກໍ​ເປັນ​ການ​ເດີນ​ທາງ​ຂອງ​ຊິດ​ສະ​ເຕີ ອາ​ເດິນ ແລະ ຂ້າ​ພະ​ເຈົ້າ, ພ້ອມ​ດ້ວຍ ຊິດ​ສະ​ເຕີ ຄະ​ມຽວ ຈອນ​ສັນ, ປະ​ທານ​ສະ​ມາ​ຄົມ​ສະ​ຕິ​ສົງ​ເຄາະ​ສາ​ມັນ​ຂອງ​ເຮົາ, ແລະ ດັກ, ສາ​ມີ​ຂອງ​ເພິ່ນ, ແລະ ຊິດ​ສະ​ເຕີ ແຊ​ຣັນ ຢູ​ແບ້ງ, ຜູ້​ອຳ​ນວຍ​ການ ການ​ຮັບ​ໃຊ້​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ, ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ເດີນ​ທາງ​ໃນ​ປະ​ເທດ​ຢູ​ການ​ດາ, ປະ​ເທດ​ທີ່​ມີ​ປະ​ຊາ​ກອນ 47 ລ້ານ​ຄົນ ໃນ​ພາກ​ກາງ​ຂອງ​ອາ​ຟຣິ​ກາ. ໃນ​ມື້​ນັ້ນ, ຢູ່​ກ້ອງ​ຮົ່ມ​ຕົ້ນ​ໄມ້, ພວກ​ເຮົາ​ໄດ້​ຢ້ຽມ​ຢາມ​ໂຄງ​ການ​ສຸ​ຂະ​ພາບ​ຊຸມ​ຊົນ ທີ່​ໄດ້​ຮັບ​ທຶນ​ອຸ​ປະ​ຖຳ​ຮ່ວມ​ກັນ​ໂດຍ​ໂຄງ​ການ​ຊ່ວຍ​ເຫລືອ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ, ກອງ​ທຶນ​ສາ​ກົນ​ເພື່ອ​ພັດ​ທະ​ນາ​ເດັກ, ແລະ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ​ຖະ​ບານ​ຢູ​ການ​ດາ. ອົງ​ການ​ເຫລົ່າ​ນີ້​ເປັນ​ອົງ​ການ​ທີ່​ໄວ້​ວາງ​ໃຈ​ໄດ້, ທີ່​ຖືກ​ເລືອກ​ຢ່າງ​ລະ​ມັດ​ລະ​ວັງ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ເງິນ​ທຶນ​ມະ​ນຸດ​ສະ​ທຳ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ບໍ​ລິ​ຈາກ​ໄປ ຖືກ​ນຳ​ໃຊ້​ຢ່າງ​ຮອບ​ຄອບ.

ເດັກ​ນ້ອຍ​ຊາວ​ອາ​ຟຣິ​ກາ​ຄົນ​ໜຶ່ງ ກຳ​ລັງ​ໄດ້​ຮັບ​ການ​ດູ​ແລ.

ເຖິງ​ແມ່ນ​ວ່າ​ການ​ໄດ້​ເຫັນ​ເດັກ​ນ້ອຍ​ທີ່​ຂາດ​ອາ​ຫານ ແລະ ຜົນ​ສະ​ທ້ອນ​ຂອງ​ວັນ​ນະ​ໂລກ, ໄຂ້​ຍຸງ, ແລະ ການ​ຖອກ​ທ້ອງ​ທີ່​ບໍ່​ຢຸດ​ຢັ້ງ​ເປັນ​ເລື່ອງ​ທີ່​ໂສກ​ເສົ້າ​ໃຈ, ແຕ່​ພວກ​ເຮົາ​ແຕ່​ລະ​ຄົນ​ໄດ້​ມີ​ຄວາມ​ຫວັງ​ສຳ​ລັບ​ອະ​ນາ​ຄົດ​ທີ່​ດີ​ກວ່າ​ສຳ​ລັບ​ຜູ້​ຄົນ​ທີ່​ພວກ​ເຮົາ​ໄດ້​ພົບ​ປະ.

ແມ່​ກຳ​ລັງ​ປ້ອນ​ເຂົ້າ​ລູກ​ຂອງ​ນາງ.

ຄວາມ​ຫວັງ​ນັ້ນ​ໄດ້​ມີ​ມາ, ໃນ​ພາກ​ສ່ວນ​ໜຶ່ງ, ຜ່ານ​ທາງ​ຄວາມ​ເມດ​ຕາ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ຕະ​ຫລອດ​ທົ່ວ​ໂລກ ຜູ້​ບໍ​ລິ​ຈາກ​ເວ​ລາ ແລະ ເງິນ​ໃຫ້​ແກ່​ໂຄງ​ການ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ເຈັບ​ປ່ວຍ ແລະ ເປັນ​ທຸກ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ແລະ ຖືກ​ຍົກ​ຂຶ້ນ, ຂ້າ​ພະ​ເຈົ້າ​ໄດ້​ກົ້ມ​ຫົວ​ໃນ​ຄວາມ​ກະ​ຕັນ​ຍູ. ໃນ​ວິ​ນາ​ທີ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ຄວາມ​ໝາຍ​ຂອງ​ຈອມ​ກະ​ສັດ, ທີ່​ພຣະ​ອົງ​ໄດ້​ກ່າວ:

“ມາ​ເຖີດ ພວກ​ເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະ​ພອນ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ ຈົ່ງ​ມາ​ຮັບ​ເອົາ​ອາ​ນາ​ຈັກ ຊຶ່ງ​ໄດ້​ຖືກ​ຈັດ​ຕຽມ​ໄວ້​ສຳ​ລັບ​ພວກ​ເຈົ້າ … :

“ເພາະ​ເມື່ອ​ເຮົາ​ຫິວ​ເຂົ້າ ພວກ​ເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ກິນ: ເມື່ອ​ເຮົາ​ຫິວ​ນ້ຳ ພວກ​ເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ດື່ມ: ເຮົາ​ເປັນ​ແຂກ​ບ້ານ, ພວກ​ເຈົ້າ​ໄດ້​ຕ້ອນ​ຮັບ​ເຮົາ​ໄວ້” (ມັດ​ທາຍ 25:34–35).

ຄຳ​ອ້ອນ​ວອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ແມ່ນ​ວ່າ “ຈົ່ງ​ໃຫ້​ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ພວກ​ເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່​ໜ້າ​ຄົນ​ທັງ​ຫລາຍ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄຸນ​ງາມ​ຄວາມ​ດີ​ທີ່​ພວກ​ເຈົ້າ​ເຮັດ, ແລະ ສັນ​ລະ​ເສີນ​ພຣະ​ບິ​ດາ​ຂອງ​ເຈົ້າ​ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ” (ມັດ​ທາຍ 5:16; ເບິ່ງ ຂໍ້​ທີ 14–15 ນຳ​ອີກ). ຢູ່​ໃນ​ສອກ​ຫລີກ​ທີ່​ໄກ​ແສນ​ໄກ​ຂອງ​ແຜ່ນ​ດິນ​ໂລກ, ຄຸນ​ງາມ​ຄວາມ​ດີ​ຂອງ​ພວກ​ທ່ານ​ໄດ້​ເຮັດ​ໃຫ້​ຊີ​ວິດ​ດີ​ຂຶ້ນ ແລະ ໄດ້​ເຮັດ​ໃຫ້​ພາ​ລະ​ໜັກ​ໜ່ວງ​ຂອງ​ຜູ້​ຄົນ​ທີ່​ຂັດ​ສົນ​ເບົາ​ລົງ, ແລະ ພຣະ​ເຈົ້າ​ຊົງ​ໄດ້​ຮັບ​ກຽດ.

ໃນ​ມື້​ທີ່​ຮ້ອນ ແລະ ມີ​ຂີ້​ຝຸ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ແຫ່ງ​ຄວາມ​ສັນ​ລະ​ເສີນ ແລະ ຄວາມ​ກະ​ຕັນ​ຍູ​ຂອງ​ເຂົາ​ເຈົ້າ ທີ່​ມີ​ຕໍ່​ພຣະ​ເຈົ້າ. ເຂົາ​ເຈົ້າ​ຢາກ​ຈະ​ໃຫ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ໃນ​ພາ​ສາ​ກາ​ຣາ​ໂມ​ຈອງ ຊຶ່ງ​ເປັນ​ພາ​ສາ​ແມ່​ຂອງ​ເຂົາ​ເຈົ້າ​ວ່າ, “Alakara.” ຂໍ​ຂອບ​ໃຈ.

ການ​ເດີນ​ທາງ​ຂອງ​ພວກ​ເຮົາ​ໄດ້​ເຕືອນ​ໃຈ​ຂ້າ​ພະ​ເຈົ້າ​ເຖິງ​ຄຳ​ອຸ​ປະ​ມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ, ຜູ້​ທີ່​ການ​ເດີນ​ທາງ​ໄດ້​ນຳ​ລາວ​ໄປ​ໃນ​ຫົນ​ທາງ​ທີ່​ມີ​ຂີ້​ຝຸ່ນ, ຊຶ່ງ​ຄື​ກັບ​ການ​ເດີນ​ທາງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ຍາຍ​ມາ, ຫົນ​ທາງ​ທີ່​ລົງ​ຈາກ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໄປ​ຫາ​ເມືອງ​ເຢ​ຣິ​ໂກ. ໄທ​ຊາ​ມາ​ເຣຍ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄົນ​ນີ້​ສິດ​ສອນ​ເຮົາ​ວ່າ​ການ​ທີ່​ຈະ “ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ” ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ.

ລາວ​ໄດ້​ເຫັນ “ຊາຍ​ຄົນ​ໜຶ່ງ … [ຜູ້​ທີ່] ຕົກ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ນັກ​ປຸ້ນ, ພວກ​ນັກ​ປຸ້ນ​ໄດ້​ເອົາ​ທຸກ​ສິ່ງ​ທີ່​ຊາຍ​ຜູ້​ນັ້ນ​ມີ ທັງ​ຕົບ​ຕີ​ລາວ ແລະ ປະ​ຖິ້ມ​ໄວ້​ເກືອບ​ຕາຍ” (ລູ​ກາ 10:30). ໄທ​ຊາ​ມາ​ເຣຍ​ຄົນ​ນັ້ນ “ກໍ​ມີ​ໃຈ​ເມດ​ຕາ​ສົງ​ສານ” (ລູ​ກາ 10:33).

ຄວາມ​ເມດ​ຕາ​ສົງ​ສານ​ເປັນ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ຄຣິດ. ມັນ​ເກີດ​ຈາກ​ຄວາມ​ຮັກ​ທີ່​ມີ​ໃຫ້​ແກ່​ຄົນ​ອື່ນ ແລະ ບໍ່​ມີ​ຂອບ​ເຂດ. ພຣະ​ເຢ​ຊູ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ເປັນ​ຕົວ​ຢ່າງ​ທີ່​ດີ​ເລີດ​ຂອງ​ຄວາມ​ເມດ​ຕາ​ສົງ​ສານ. ເມື່ອ​ເຮົາ​ໄດ້​ອ່ານ​ວ່າ “ພຣະ​ເຢ​ຊູ​ກໍ​ຮ້ອງ​ໄຫ້” (ໂຢ​ຮັນ 11:35) ເຮົາ​ກໍ​ເປັນ​ພະ​ຍານ, ດັ່ງ​ທີ່ ນາງ​ມາ​ຣີ ແລະ ນາງ​ມາ​ທາ​ໄດ້​ເປັນ, ເຖິງ​ຄວາມ​ເມດ​ຕາ​ສົງ​ສານ ຊຶ່ງ​ໃນ​ຕອນ​ຕົ້ນ​ໄດ້​ເຮັດ​ໃຫ້​ພຣະ​ອົງ ສະ​ເທືອນ​ໃຈ ແລະ ໂສກ​ເສົ້າ (ເບິ່ງ ໂຢ​ຮັນ 11:33). ຕົວ​ຢ່າງ​ແຫ່ງ​ຄວາມ​ເມດ​ຕາ​ສົງ​ສານ​ຢ່າງ​ໜຶ່ງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ເຢ​ຊູ​ໄດ້​ປະ​ກົດ​ຕໍ່​ຝູງ​ຊົນ ແລະ ໄດ້​ກ່າວ​ວ່າ:

“ມີ​ຜູ້​ໃດ​ທີ່​ເປັນ​ລ່ອຍ, ຫລື ຕາ​ບອດ, ຫລື ຂາ​ເສຍ, … ຫລື ຫູ​ໜວກ, ຫລື ເປັນ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນ​ປົວ​ພວກ​ເຂົາ, ເພາະ​ເຮົາ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ເຈົ້າ. …

“… ແລະ ພຣະ​ອົງ​ໄດ້​ປິ່ນ​ປົວ​ພວກ​ເຂົາ​ທຸກ​ຄົນ” (3 ນີ​ໄຟ 17:7, 9).

ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ພະ​ຍາ​ຍາມ​ພຽງ​ໃດ​ກໍ​ຕາມ, ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ບໍ່​ສາ​ມາດ​ປິ່ນ​ປົວ​ທຸກ​ຄົນ​ໄດ້ ແຕ່​ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ເປັນ​ຄົນ​ໜຶ່ງ​ທີ່​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ທາງ​ດີ ໃນ​ຊີ​ວິດ​ຂອງ​ຄົນ​ໃດ​ຄົນ​ໜຶ່ງ​ໄດ້. ມັນ​ແມ່ນ​ເດັກ​ນ້ອຍ​ຄົນ​ໜຶ່ງ, ເດັກ​ຊາຍ​ນ້ອຍໆ​ຄົນ​ໜຶ່ງ, ຜູ້​ທີ່​ໄດ້​ສະ​ເໜີ​ມອບ​ເຂົ້າ​ຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ ທີ່​ໄດ້​ລ້ຽງ​ເຂົ້າ​ຫ້າ​ພັນ​ຄົນ. ເຮົາ​ອາດ​ເວົ້າ​ເຖິງ​ສ່ວນ​ບໍ​ລິ​ຈາກ​ຂອງ​ເຮົາ, ດັ່ງ​ທີ່​ອັນ​ເດ​ອາ​ໄດ້​ເວົ້າ​ກ່ຽວ​ກັບ​ເຂົ້າ​ຈີ່ ແລະ ປາ​ວ່າ, “ຈະ​ບໍ່​ພໍ​ສຳ​ລັບ​ຄົນ​ເຫລົ່າ​ນີ້​ທັງ​ໝົດ​ດອກ.” (ໂຢ​ຮັນ 6:9). ຂ້າ​ພະ​ເຈົ້າ​ຮັບ​ປະ​ກັນ​ກັບ​ທ່ານ​ໄດ້: ມັນ​ພຽງ​ພໍ​ທີ່​ຈະ​ມອບ ຫລື ເຮັດ​ສິ່ງ​ທີ່​ທ່ານ​ສາ​ມາດ​ມອບ​ໃຫ້ ແລະ ແລ້ວ​ປ່ອຍ​ໃຫ້​ພຣະ​ຄຣິດ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

ໃນ​ເລື່ອງ​ນີ້, ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ເຊື້ອ​ເຊີນ​ເຮົາ​ວ່າ, “ບໍ່​ວ່າ​ຈະ​ຮັ່ງ​ມີ ຫລື ຍາກ​ຈົນ, … ໃຫ້ ‘ເຮັດ​ເທົ່າ​ທີ່​ເຮົາ​ເຮັດ​ໄດ້’ ເມື່ອ​ຄົນ​ອື່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ.” ແລ້ວ​ເພິ່ນ​ໄດ້​ເປັນ​ພະ​ຍານ, ເຊັ່ນ​ດຽວ​ກັບ​ຂ້າ​ພະ​ເຈົ້າ, ວ່າ​ພຣະ​ເຈົ້າ “ຈະ​ຊ່ວຍ​ເຫລືອ​ທ່ານ ແລະ ນຳ​ພາ​ທ່ານ​ໃນ​ການ​ກະ​ທຳ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຂອງ​ການ​ເປັນ​ສາ​ນຸ​ສິດ [ຂອງ​ທ່ານ]” (“Are We Not All Beggars?,” Liahona, Nov. 2014, 41).

ໃນ​ແຜ່ນ​ດິນ​ທີ່​ໄກ​ແສນ​ໄກ​ແຫ່ງ​ນັ້ນ, ໃນ​ວັນ​ທີ່​ຈະ​ບໍ່​ເຄີຍ​ລືມ, ຂ້າ​ພະ​ເຈົ້າ​ໄດ້​ຢືນ​ໃນ​ຂະ​ນະ​ນັ້ນ ແລະ ຢືນ​ໃນ​ເວ​ລາ​ນີ້ ເພື່ອ​ເປັນ​ພະ​ຍານ​ເຖິງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ທີ່​ກະ​ຕຸ້ນ​ຈິດ​ວິນ​ຍານ ແລະ ປ່ຽນ​ແປງ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ທັງ​ຮັ່ງ​ມີ ແລະ ຍາກ​ຈົນ.

ຄຳ​ອຸ​ປະ​ມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ສືບ​ຕໍ່​ຂະ​ນະ​ທີ່​ລາວ “ເອົາ​ຜ້າ​ພັນ​ບາດ [ໃຫ້​ຊາຍ​ຄົນ​ນັ້ນ] … ແລະ ເອົາ​ໃຈ​ໃສ່​ບົວ​ລະ​ບັດ​ລາວ” (ລູ​ກາ 10:34). ໂຄງ​ການ​ມະ​ນຸດ​ສະ​ທຳ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະ​ຕອບ​ຮັບ​ຕໍ່​ໄພ​ພິ​ບັດ​ທຳ​ມະ​ຊາດ​ຢ່າງ​ວ່ອງ​ໄວ ແລະ ພັນ​ບາດ​ແຜ​ຈາກ​ພະ​ຍາດ​ທີ່​ຫລາກ​ຫລາຍ​ຂອງ​ໂລກ, ຄວາມ​ອຶດ​ຫິວ, ການ​ຕາຍ​ຂອງ​ທາ​ລົກ​ເດັກ​ແດງ, ການ​ຂາດ​ສານ​ອາ​ຫານ, ການ​ອົບ​ພະ​ຍົບ, ແລະ ບາດ​ແຜ​ຂອງ​ຄວາມ​ທໍ້​ຖອຍ​ໃຈ​ທີ່​ເຫັນ​ໄດ້​ຍາກ, ຄວາມ​ຜິດ​ຫວັງ ແລະ ຄວາມ​ສິ້ນ​ຫວັງ.

ແລ້ວ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ “ໄດ້​ເອົາ​ເງິນ​ສອງ​ຫລຽນ​ໃຫ້​ເຈົ້າ​ຂອງ​ໂຮງ​ແຮມ ແລະ ສັ່ງ​ວ່າ, ຈົ່ງ​ຊ່ວຍ​ເບິ່ງ​ແຍງ​ຊາຍ​ຄົນ​ນີ້​ໃຫ້​ດີ​ເນີ” (ລູ​ກາ 10:35). ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ, ເຮົາ​ກະ​ຕັນ​ຍູ​ທີ່​ຈະ​ຮ່ວມ​ມື​ກັບ “ເຈົ້າ​ພາບ” ຫລື ອົງ​ການ​ອື່ນໆ ດັ່ງ​ເຊັ່ນ ໂຄງ​ການ​ສົງ​ເຄາະ​ກາ​ໂຕ​ລິກ, ກອງ​ທຶນ​ສາ​ກົນ​ເພື່ອ​ພັດ​ທະ​ນາ​ເດັກ, ແລະ ສະ​ພາ​ກາ​ແດງ/ສະ​ພາ​ສ້ຽວ​ເດືອນ​ແດງ ເພື່ອ​ຊ່ວຍ​ເຫລືອ​ໃນ​ຄວາມ​ພະ​ຍາ​ຍາມ​ເລື່ອງ​ມະ​ນຸດ​ສະ​ທຳ​ຂອງ​ເຮົາ. ເຮົາ​ກໍ​ກະ​ຕັນ​ຍູ​ເທົ່າໆ​ກັນ​ສຳ​ລັບ “ເງິນ​ສອງ​ຫລຽນ” ຫລື ສອງ​ຢູ​ໂລ, ສອງ​ເປ​ໂຊ, ຫລື ສອງ​ຊິວ​ລິງ ຂອງ​ທ່ານ ທີ່​ກຳ​ລັງ​ແບ່ງ​ເບົາ​ພາ​ລະ​ທີ່​ຫລາຍໆ​ຄົນ​ຕະ​ຫລອດ​ທົ່ວ​ໂລກ​ຈຳ​ເປັນ​ຕ້ອງ​ແບກ​ຫາບ​ຢູ່. ອາດ​ເປັນ​ໄປ​ບໍ່​ໄດ້​ທີ່​ທ່ານ​ຈະ​ຮູ້​ຈັກ​ຜູ້​ຄົນ​ທີ່​ໄດ້​ຮັບ​ເວ​ລາ, ເງິນ​ໂດ​ລາ, ແລະ ເງິນ​ກີບ​ຂອງ​ທ່ານ, ແຕ່​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ບໍ່​ຮຽກ​ຮ້ອງ​ໃຫ້​ເຮົາ​ຮູ້​ຈັກ​ເຂົາ​ເຈົ້າ; ມັນ​ພຽງ​ແຕ່​ຮຽກ​ຮ້ອງ​ໃຫ້​ເຮົາ​ຮັກ​ເຂົາ​ເຈົ້າ​ເທົ່າ​ນັ້ນ.

ຂອບ​ໃຈ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ທີ່​ເຕືອນ​ໃຈ​ເຮົາ​ວ່າ “ເມື່ອ​ເຮົາ​ຮັກ ພຣະ​ເຈົ້າ ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ເຮົາ, ແລ້ວ​ພຣະ​ອົງ​ຈະ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໄປ​ຫາ​ຄວາມ​ຜາ​ສຸກ​ຂອງ ຄົນ​ອື່ນ” (“The Second Great Commandment,” Liahona, Nov. 2019, 97). ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ແຕ່​ລະ​ຄົນ​ຈະ​ມີ​ຄວາມ​ຊື່ນ​ຊົມ, ຄວາມ​ສະ​ຫງົບ, ຄວາມ​ຖ່ອມ​ຕົວ, ແລະ ຄວາມ​ຮັກ​ຫລາຍ​ຂຶ້ນ ຂະ​ນະ​ທີ່​ເຮົາ​ຕອບ​ຮັບ​ຕໍ່​ຄຳ​ຂໍ​ຮ້ອງ​ຂອງ​ປະ​ທານ​ແນວ​ສັນ ແລະ ຄຳ​ອ້ອນ​ວອນ​ຂອງ ໂຈ​ເຊັບ ສະ​ມິດ ເພື່ອ​ໃຫ້​ຫັນ​ໃຈ​ເຮົາ​ໄປ​ສູ່​ຄວາມ​ສະ​ຫວັດ​ດີ​ພາບ​ຂອງ​ຄົນ​ອື່ນ ໃນ​ການ​ໃຫ້ “ອາ​ຫານ​ແກ່​ຄົນ​ຫິວ​ໂຫຍ, ໃຫ້​ເສື້ອ​ຜ້າ​ຜູ້​ຄົນ​ທີ່​ເປືອຍ​ກາຍ, ຈັດ​ຫາ​ໃຫ້​ແມ່​ໝ້າຍ, ເຊັດ​ນ້ຳ​ຕາ​ເດັກ​ກຳ​ພ້າ, [ແລະ] ປອບ​ໂຍນ​ຜູ້​ຄົນ​ທີ່​ທົນ​ທຸກ, ບໍ່​ວ່າ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ນີ້, ຫລື ອື່ນ​ໃດ, ຫລື ບໍ່​ຢູ່​ໃນ​ສາດ​ສະ​ໜາ​ໃດ​ເລີຍ​ກໍ​ຕາມ, ບໍ່​ວ່າ [ເຮົາ​ຈະ​ພົບ​ພໍ້] ເຂົາ​ເຈົ້າ​ຢູ່​ບ່ອນ​ໃດ​ກໍ​ຕາມ” (“Editor’s Reply to a Letter from Richard Savary,” Times and Seasons, Mar. 15, 1842, 732).

ແອວ​ເດີ ອາ​ເດິນ ແລະ ປະ​ທານ​ຄະ​ມຽວ ເອັນ ຈອນ​ສັນ ກັບ​ພວກ​ເດັກ​ນ້ອຍ​ຊາວ​ອາ​ຟຣິ​ກາ.

ຕະ​ຫລອດ​ຫລາຍ​ເດືອນ​ຜ່ານ​ມາ, ພວກ​ເຮົາ​ໄດ້​ພົບ​ເຫັນ​ຜູ້​ຄົນ​ທີ່​ຫິວ​ໂຫຍ ແລະ ເປັນ​ທຸກ​ໃນ​ທົ່ງ​ພຽງ​ທີ່​ແຫ້ງ​ແລ້ງ ແລະ ມີ​ຂີ້​ຝຸ່ນ ແລະ ໄດ້​ເປັນ​ພະ​ຍານ​ເຫັນ​ສາຍ​ຕາ​ຂອງ​ເຂົາ​ເຈົ້າ ທີ່​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ. ໃນ​ວິ​ທີ​ທາງ​ຂອງ​ເຮົາ​ເອງ, ເຮົາ ໄດ້​ສະ​ເທືອນ​ໃຈ ແລະ ຮ້ອງ​ໄຫ້ (ເບິ່ງ ໂຢ​ຮັນ 11:33), ແຕ່​ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ​ຖືກ​ຢັບ​ຢັ້ງ​ເມື່ອ​ເຮົາ​ໄດ້​ເຫັນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ດຳ​ເນີນ​ງານ ຂະ​ນະ​ທີ່​ຜູ້​ທີ່​ຫິວ​ໂຫຍ​ໄດ້​ມີ​ອາ​ຫານ​ກິນ, ແມ່​ໝ້າຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ, ແລະ ຜູ້​ທີ່​ເປັນ​ທຸກ​ໄດ້​ຮັບ​ການ​ປອບ​ໂຍນ ແລະ ນ້ຳ​ຕາ​ຂອງ​ເຂົາ​ເຈົ້າ​ໄດ້​ແຫ້ງ​ໄປ.

ຂໍ​ໃຫ້​ເຮົາ​ຈົ່ງ​ຈັດ​ຫາ​ໃຫ້​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຄົນ​ອື່ນ​ຕະ​ຫລອດ​ໄປ ແລະ ສະ​ແດງ​ໃຫ້​ເຫັນ​ໃນ​ຖ້ອຍ​ຄຳ ແລະ ການ​ກະ​ທຳ​ວ່າ​ເຮົາ “ເຕັມ​ໃຈ​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ” (ໂມ​ໄຊ​ຢາ 18:8), ເພື່ອ “ປອບ​ໂຍນ​ຫົວ​ໃຈ​ທີ່​ຊອກ​ຊ້ຳ,” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:42), ແລະ ຮັກ​ສາ​ພຣະ​ບັດ​ຍັດ​ທີ່​ສຳ​ຄັນ​ທີ່​ສຸດ​ຂໍ້​ທີ​ສອງ​ຂອງ​ພຣະ​ຄຣິດ ທີ່​ວ່າ “ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມາ​ຣະ​ໂກ 12:31). ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.