ຖ່ອມຕົວທີ່ຈະຍອມຮັບ ແລະ ເຮັດຕາມ
ຄວາມຖ່ອມຕົນເປັນຂໍ້ກຳນົດບັງຄັບສຳລັບເຮົາ ເພື່ອກຽມພ້ອມທີ່ຈະກັບຄືນສູ່ທີ່ປະທັບຂອງພຣະເຈົ້າ.
ໃນ ບົດທີຫ້າຂອງແອວມາ, ໄດ້ມີການຕັ້ງຄຳຖາມທີ່ເຮັດໃຫ້ຄຸ່ນຄິດ: “ຖ້າຫາກພວກທ່ານຖືກເອີ້ນໃຫ້ຕາຍໃນເວລານີ້, ພວກທ່ານຈະກ່າວໄດ້ບໍ ພາຍໃນຕົວຂອງພວກທ່ານວ່າ ພວກທ່ານຖ່ອມຕົວພຽງພໍແລ້ວ?”1 ຄຳຖາມນັ້ນບົ່ງບອກວ່າ ຄວາມຖ່ອມຕົນເປັນຂໍ້ກຳນົດບັງຄັບສຳລັບເຮົາ ເພື່ອກຽມພ້ອມທີ່ຈະກັບຄືນສູ່ທີ່ປະທັບຂອງພຣະເຈົ້າ.
ພວກເຮົາທຸກຄົນຄິດວ່າ ເຮົາຖ່ອມຕົວພຽງພໍແລ້ວ, ແຕ່ປະສົບການບາງຢ່າງໃນຊີວິດເຮົາ ເຮັດໃຫ້ເຮົາຮູ້ວ່າ ຊາຍ ຫລື ຍິງທີ່ມີຈິດໃຈທຳມະຊາດທີ່ອວດຕົວ ແມ່ນຍັງມີຊີວິດຢູ່ໃນເຮົາ.
ຫລາຍປີກ່ອນ, ເມື່ອລູກສາວສອງຄົນຂອງພວກເຮົາຍັງອາໄສຢູ່ບ້ານນັ້ນ, ຂ້າພະເຈົ້າໄດ້ຕັດສິນໃຈພາພວກເຂົາ ແລະ ພັນລະຍາຂອງຂ້າພະເຈົ້າໄປເບິ່ງໜ່ວຍທຸລະກິດທີ່ຂ້າພະເຈົ້າຮັບຜິດຊອບໃນບໍລິສັດທີ່ຂ້າພະເຈົ້າເຮັດວຽກຢູ່.
ແຕ່ຈຸດປະສົງທີ່ແທ້ຈິງຂອງຂ້າພະເຈົ້າ ແມ່ນເພື່ອໃຫ້ພວກເຂົາເຫັນສະຖານທີ່, ບ່ອນທີ່ບໍ່ຄືກັນກັບບ້ານຂອງພວກເຮົາ, ທຸກຄົນຈະເຮັດໃນສິ່ງທີ່ຂ້າພະເຈົ້າຂໍ ໂດຍທີ່ບໍ່ຖາມຂ້າພະເຈົ້າ. ເມື່ອພວກເຮົາໄປຮອດປະຕູໜ້າ, ຊຶ່ງໂດຍປົກກະຕິແລ້ວຈະເປີດໂດຍອັດຕະໂນມັດເມື່ອລົດຂອງຂ້າພະເຈົ້າເຂົ້າໃກ້, ຂ້າພະເຈົ້າປະຫລາດໃຈທີ່ເທື່ອນີ້ມັນບໍ່ເປີດ. ແທນທີ່, ເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ຂ້າພະເຈົ້າບໍ່ເຄີຍເຫັນມາກ່ອນໃນຊີວິດ ໄດ້ມາທີ່ລົດຂອງຂ້າພະເຈົ້າ ແລະ ຖາມເອົາບັດປະຈຳຕົວບໍລິສັດນຳຂ້າພະເຈົ້າ.
ຂ້າພະເຈົ້າບອກລາວວ່າ ຂ້າພະເຈົ້າບໍ່ເຄີຍຕ້ອງໃຊ້ບັດປະຈຳຕົວເພື່ອຂັບລົດເຂົ້າໄປບ່ອນນັ້ນ ແລະ ຂ້າພະເຈົ້າໄດ້ຖາມຄຳຖາມຂອງຄົນອວດຕົວສຸດດັ້ງເດີມວ່າ: “ເຈົ້າຮູ້ບໍ່ວ່າເຈົ້າກຳລັງເວົ້າກັບໃຜ?”
ຊຶ່ງລາວໄດ້ຕອບວ່າ, “ໃນເມື່ອເຈົ້າບໍ່ມີບັດບໍລິສັດ, ຂ້ອຍກໍບໍ່ສາມາດຮູ້ໄດ້ວ່າເຈົ້າແມ່ນໃຜ, ແລະ ຕາບໃດທີ່ຂ້ອຍຢູ່ປະຕູນີ້, ເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນສະຖານທີ່ ໂດຍບໍ່ມີການລະບຸຕົວຕົນທີ່ຖືກຕ້ອງ.”
ຂ້າພະເຈົ້າຄິດທີ່ຈະເບິ່ງແວ່ນຫລັງ ເພື່ອກວດເບິ່ງປະຕິກິລິຍາຂອງບັນດາລູກສາວຂອງຂ້າພະເຈົ້າຕໍ່ທຸກສິ່ງນັ້ນ, ແຕ່ຂ້າພະເຈົ້າຮູ້ວ່າ ພວກເຂົາກຳລັງດື່ມດໍ່າກັບທຸກໆວິນາທີຂອງຊ່ວງເວລານັ້ນ! ພັນລະຍາຂອງຂ້າພະເຈົ້າຢູ່ທາງຂ້າງຂ້າພະເຈົ້າກຳລັງແກວ່ງຫົວດ້ວຍຄວາມບໍ່ເຫັນດີກັບພຶດຕິກຳຂອງຂ້າພະເຈົ້າ. ທາງອອກສຸດທ້າຍຂອງຂ້າພະເຈົ້າຕອນນັ້ນ ແມ່ນຂໍອະໄພຈາກຄົນຍາມນັ້ນ ແລະ ເວົ້າວ່າ ຂ້າພະເຈົ້າຂໍໂທດຫລາຍໆທີ່ປະຕິບັດບໍ່ດີກັບລາວ. “ຂ້ອຍອະໄພໃຫ້ເຈົ້າ,” ລາວເວົ້າ, “ແຕ່ໂດຍທີ່ບໍ່ມີບັດປະຈຳຕົວບໍລິສັດ, ເຈົ້າຈະບໍ່ໄດ້ເຂົ້າມາມື້ນີ້!”
ແລ້ວຂ້າພະເຈົ້າກໍຂັບລົດກັບບ້ານຢ່າງຊ້າໆເພື່ອໄປເອົາບັດຂອງຂ້າພະເຈົ້າ, ບາງທີ ໂດຍທີ່ໄດ້ຮຽນຮູ້ບົດຮຽນອັນລໍ້າຄ່ານີ້: ເມື່ອເຮົາເລືອກທີ່ຈະບໍ່ຖ່ອມຕົວ, ເຮົາຈະຖືກເຮັດໃຫ້ຂາຍໜ້າ.
ໃນ ສຸພາສິດ ເຮົາພົບວ່າ, “ການອວດດີພາໃຫ້ຕົນຕົກຕໍ່າ, ແຕ່ການຖ່ອມຕົວນັ້ນເຮັດໃຫ້ຄົນນັບຖື.”2 ເພື່ອທີ່ຈະພັດທະນາຄວາມຖ່ອມຕົນ, ເຮົາຕ້ອງເຂົ້າໃຈກ່ອນວ່າ ມັນໝາຍຄວາມວ່າຫຍັງກັນແທ້ ໃນບໍລິບົດຂອງພຣະກິດຕິຄຸນ.
ບາງຄົນສັບສົນລະຫວ່າງຄວາມຖ່ອມຕົນກັບຢ່າງອື່ນເຊັ່ນ, ຍົກຕົວຢ່າງ, ຄວາມຍາກຈົນ. ແຕ່ທີ່ຈິງແລ້ວ ມີຫລາຍຄົນທີ່ຍາກຈົນ ແລະ ອວດຕົວ ແລະ ກໍຍັງມີຫລາຍຄົນທີ່ລ້ຳລວຍ ແຕ່ຖ່ອມຕົວ. ຄົນອື່ນຜູ້ທີ່ຂີ້ອາຍຫລາຍ ຫລື ມີຄວາມໝັ້ນໃຈໃນຕົວເອງຕໍ່າ ອາດມີຮູບລັກສະນະພາຍນອກທີ່ຖ່ອມຕົວ ແຕ່ເລິກໆທາງໃນແລ້ວ ບາງເທື່ອກໍເຕັມໄປດ້ວຍຄວາມອວດຕົວ.
ແລ້ວຄວາມຖ່ອມຕົນແມ່ນຫຍັງ? ອີງຕາມ ຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ, ມັນແມ່ນ “ຄວາມເຕັມໃຈທີ່ຈະຍອມເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າ. … ມັນເປັນສິ່ງທີ່ສອນໄດ້ … [ມັນ] ເປັນຕົວເລັ່ງທີ່ສຳຄັນສຳລັບການເຕີບໂຕທາງວິນຍານ.”3
ແນ່ນອນ ມີຫລາຍໆໂອກາດສຳລັບພວກເຮົາທຸກຄົນໃຫ້ພັດທະນາໃນຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດນີ້. ຂ້າພະເຈົ້າຢາກສຳຫລວດກ່ອນວ່າ ເຮົາໄດ້ຖ່ອມຕົວຫລາຍສໍ່າໃດ, ຫລື ຄວນຖ່ອມຕົວຫລາຍສໍ່າໃດ, ໃນການເຮັດຕາມຄຳແນະນຳຂອງສາດສະດາຂອງເຮົາ. ບົດສອບເສັງສຳລັບພວກເຮົາແຕ່ລະຄົນອາດເປັນ:
-
ເຮົາເອີ່ຍຊື່ເຕັມຂອງສາດສະໜາຈັກໃນທຸກໆການປະຕິສຳພັນຂອງເຮົາແລ້ວບໍ? ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ໃນການເອົາພຣະນາມຂອງພຣະຜູ້ເປັນເຈົ້າ ອອກຈາກສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ກໍເປັນໄຊຊະນະອັນຍິ່ງໃຫຍ່ສຳລັບຊາຕານແລ້ວ.”4
-
ເຮົາຍອມໃຫ້ພຣະເຈົ້າໄຊຊະນະໃນຊີວິດຂອງເຮົາ ໂດຍການຍອມຮັບຄຳເຊື້ອເຊີນທີ່ສະເພາະເຈາະຈົງຂອງສາດສະດາຂອງເຮົາແລ້ວບໍ? “ມື້ນີ້ ຂ້າພະເຈົ້າຂໍໃຫ້ສະມາຊິກຂອງພວກເຮົາໃນທຸກແຫ່ງຫົນ ເປັນຕົວຢ່າງໃນການປະຖິ້ມຄວາມອະຄະຕິ.”5
-
ເຮົາກຳລັງເອົາຊະນະໂລກ, ໂດຍໄວ້ວາງໃຈໃນຄຳສອນຂອງພຣະຄຣິດ ຫລາຍກວ່າປັດຊະຍາຂອງມະນຸດ, ດັ່ງທີ່ສາດສະດາຂອງເຮົາໄດ້ສິດສອນແລ້ວບໍ?6
-
ເຮົາໄດ້ກາຍເປັນຜູ້ສ້າງຄວາມສະຫງົບສຸກ, ໂດຍເວົ້າໃນແງ່ບວກກ່ຽວກັບສິ່ງຕ່າງໆ ແລະ ກ່ຽວກັບຜູ້ຄົນແລ້ວບໍ? ປະທານແນວສັນໄດ້ສິດສອນເຮົາໃນກອງປະຊຸມໃຫຍ່ສາມັນເທື່ອແລ້ວນີ້ວ່າ: “ຫາກມີສິ່ງໃດທີ່ເປັນຄຸນນະທຳ, ງົດງາມ, ຫລື ຈາກການລາຍງານດີ ຫລື ຄວນສັນລະເສີນ ທີ່ເຮົາສາມາດເວົ້າກ່ຽວກັບຄົນອື່ນ—ບໍ່ວ່າຈະເປັນຢູ່ຕໍ່ໜ້າ ຫລື ລັບຫລັງ—ນັ້ນຄວນເປັນມາດຕະຖານຂອງການສື່ສານຂອງ ເຮົາ.”7
ນີ້ແມ່ນຄຳແນະນຳທີ່ລຽບງ່າຍ ແຕ່ຊົງພະລັງ. ໃຫ້ຈື່ຈຳໄວ້ວ່າ, ສິ່ງດຽວທີ່ຜູ້ຄົນຂອງໂມເຊຕ້ອງເຮັດເພື່ອທີ່ຈະຫາຍດີກໍຄື ແນມເບິ່ງງູທອງສໍາຣິດທີ່ເພິ່ນໄດ້ຍົກຂຶ້ນນັ້ນ.8 ແຕ່ “ເພາະຄວາມລຽບຂອງທາງ, ຫລື ຄວາມງ່າຍດາຍຂອງມັນ, ຈຶ່ງມີຄົນຕາຍເປັນຈຳນວນຫລວງຫລາຍ.”9
ໃນລະຫວ່າງກອງປະຊຸມນີ້ ເຮົາໄດ້ຍິນ ແລະ ຈະໄດ້ຍິນຄຳແນະນຳທີ່ບໍ່ເຄີຍຜິດພາດຂອງບັນດາສາດສະດາ ແລະ ອັກຄະສາວົກຂອງເຮົາ. ນີ້ແມ່ນໂອກາດທີ່ດີເລີດທີ່ຈະພັດທະນາຄວາມຖ່ອມຕົນ ແລະ ໃຫ້ຄວາມຄິດເຫັນອັນແຮງກ້າຖືກກືນກິນໂດຍຄວາມເຊື່ອໝັ້ນອັນແຮງກ້າຍິ່ງກວ່າ ວ່າພຣະຜູ້ເປັນເຈົ້າຊົງກ່າວຜ່ານຜູ້ນຳທີ່ຖືກເລືອກເຫລົ່ານີ້.
ເໜືອສິ່ງອື່ນໃດ, ໃນການພັດທະນາຄວາມຖ່ອມຕົນ, ເຮົາຕ້ອງເຂົ້າໃຈ ແລະ ຍອມຮັບເຊັ່ນກັນວ່າ ເຮົາບໍ່ສາມາດເອົາຊະນະການທ້າທາຍຂອງເຮົາ ຫລື ບັນລຸສັກກະຍະພາບສູງສຸດໄດ້ ພຽງແຕ່ຜ່ານທາງຄວາມພະຍາຍາມຂອງເຮົາເອງເທົ່ານັ້ນ. ນັກເວົ້າຜູ້ສ້າງແຮງບັນດານໃຈ, ນັກຂຽນ, ຄູຝຶກ, ແລະ ຜູ້ມີອິດທິພົນທົ່ວໂລກ, ໂດຍສະເພາະແມ່ນຢູ່ຖານດິຈິຕັນ, ຈະເວົ້າວ່າ ທຸກຢ່າງຂຶ້ນຢູ່ກັບຕົວເຮົາ ແລະ ການກະທຳຂອງເຮົາເອງເທົ່ານັ້ນ. ໂລກນີ້ເຊື່ອໃນແຂນຂອງເນື້ອໜັງ.
ແຕ່ຜ່ານທາງພຣະກິດຕິຄຸນທີ່ຖືກຟື້ນຟູນັ້ນ, ເຮົາໄດ້ຮຽນຮູ້ວ່າ ເຮົາເພິ່ງອາໄສຄວາມເມດຕາກະລຸນາຂອງພຣະບິດາເທິງສະຫວັນ ແລະ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດຢ່າງຫລວງຫລາຍ, “ເພາະພວກເຮົາຮູ້ວ່າ ຫລັງຈາກພວກເຮົາເຮັດທຸກຢ່າງໄດ້ແລ້ວ ໂດຍພຣະຄຸນພວກເຮົາຈຶ່ງລອດ.”10 ນັ້ນຄືເຫດຜົນທີ່ມັນສຳຄັນຫລາຍທີ່ຈະເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ, ເພາະການເຮັດເຊັ່ນນັ້ນ ຈະເຮັດໃຫ້ເຮົາເຂົ້າເຖິງພະລັງທີ່ປິ່ນປົວ, ຊົງລິດ, ແລະ ເຮັດໃຫ້ດີພ້ອມຂອງພຣະເຢຊູຄຣິດ ຜ່ານທາງການຊົດໃຊ້ຂອງພຣະອົງ.
ການເຂົ້າຮ່ວມກອງປະຊຸມສິນລະລຶກທຸກອາທິດ ແລະ ການນະມັດສະການໃນພຣະວິຫານເປັນປະຈຳ ເພື່ອເຂົ້າຮ່ວມໃນພິທີການຕ່າງໆ ແລະ ເພື່ອຮັບ ແລະ ຕໍ່ພັນທະສັນຍາ ແມ່ນສັນຍານວ່າ ເຮົາຮັບຮູ້ເຖິງການເພິ່ງອາໄສພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດ. ນັ້ນຈະເຊື້ອເຊີນພະລັງຂອງພວກພຣະອົງໃຫ້ເຂົ້າມາໃນຊີວິດຂອງເຮົາ ເພື່ອຊ່ວຍໃຫ້ເຮົາຜ່ານຜ່າທຸກໆບັນຫາຂອງເຮົາ ແລະ ບັນລຸມາດຕະການຂອງການສ້າງຂອງເຮົາໃນທີ່ສຸດ.
ເມື່ອບໍ່ດົນມານີ້ ລະດັບຂອງຄວາມຖ່ອມຕົນຂອງຂ້າພະເຈົ້າ ແລະ ຄວາມເຂົ້າໃຈຂອງການເພິ່ງອາໄສພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ກໍໄດ້ຖືກທົດລອງອີກຄັ້ງ. ຂ້າພະເຈົ້າຢູ່ໃນລົດແທັກຊີກຳລັງຂີ່ໄປສະໜາມບິນ ເພື່ອຂຶ້ນຖ້ຽວບິນໄລຍະສັ້ນໄປຍັງສະຖານທີ່ ທີ່ມີສະຖານະການທີ່ຫຍຸ້ງຍາກຫລາຍທີ່ຈະແກ້ໄຂ. ຄົນຂັບລົດແທັກຊີ, ຜູ້ທີ່ບໍ່ແມ່ນສະມາຊິກຂອງສາດສະໜາຈັກ, ໄດ້ເບິ່ງມາທີ່ຂ້າພະເຈົ້າຜ່ານແວ່ນ ແລະ ເວົ້າວ່າ, “ຂ້ອຍເຫັນໄດ້ວ່າ ມື້ນີ້ເຈົ້າຮູ້ສຶກບໍ່ດີ!”
“ເຈົ້າເບິ່ງອອກຫວາ?” ຂ້າພະເຈົ້າຖາມ.
“ແນ່ນອນ,” ລາວກ່າວ. ຈາກນັ້ນ ລາວກໍເວົ້າປະມານວ່າ, “ທີ່ຈິງແລ້ວ ເຈົ້າມີລັດສະໝີດ້ານລົບຫລາຍຢູ່ອ້ອມຕົວເຈົ້າ!”
ຂ້າພະເຈົ້າອະທິບາຍໃຫ້ລາວຟັງວ່າ ຂ້າພະເຈົ້າພົບກັບສະຖານະການທີ່ຂ້ອນຂ້າງຍາກທີ່ຈະຮັບມືແລ້ວ, ແລະ ຈາກນັ້ນ ລາວກໍຖາມຂ້າພະເຈົ້າວ່າ, “ເຈົ້າໄດ້ເຮັດທຸກຢ່າງເທົ່າທີ່ເຮັດໄດ້ເພື່ອແກ້ໄຂບັນຫານີ້ແລ້ວບໍ?”
ຂ້າພະເຈົ້າຕອບລາວວ່າ ຂ້າພະເຈົ້າໄດ້ເຮັດທຸກຢ່າງເທົ່າທີ່ເຮັດໄດ້ແລ້ວ.
ແລ້ວລາວກໍເວົ້າບາງຢ່າງທີ່ຂ້າພະເຈົ້າບໍ່ມີວັນລືມວ່າ, “ສະນັ້ນ ກໍຝາກມັນໄວ້ໃນພຣະຫັດຂອງພຣະເຈົ້າ, ແລະ ທຸກຢ່າງຈະຜ່ານໄປດ້ວຍດີ.”
ຂ້າພະເຈົ້າຂໍສາລະພາບວ່າ ຂ້າພະເຈົ້າເກືອບຖາມລາວວ່າ, “ເຈົ້າຮູ້ບໍ່ວ່າເຈົ້າກຳລັງເວົ້າກັບໃຜ?” ແຕ່ຂ້າພະເຈົ້າບໍ່ໄດ້ຖາມ! ສິ່ງທີ່ຂ້າພະເຈົ້າໄດ້ເຮັດກໍຄື ຖ່ອມຕົວເອງລົງຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ຕະຫລອດໜຶ່ງຊົ່ວໂມງຂອງຖ້ຽວບິນ, ໂດຍຂໍຄວາມຊ່ວຍເຫລືອຈາກສະຫວັນ. ເມື່ອຂ້າພະເຈົ້າລົງຍົນໄປ, ຂ້າພະເຈົ້າໄດ້ຮູ້ວ່າ ສະຖານະການທີ່ຍາກທີ່ຈະແກ້ໄຂນັ້ນ ໄດ້ຖືກຈັດການເປັນທີ່ຮຽບຮ້ອຍແລ້ວ ແລະ ຂ້າພະເຈົ້າບໍ່ຈຳເປັນທີ່ຈະຕ້ອງຢູ່ທີ່ນັ້ນອີກຕໍ່ໄປ.
ອ້າຍເອື້ອຍນ້ອງທັງຫລາຍ, ຄຳສັ່ງ, ຄຳເຊື້ອເຊີນ, ແລະ ຄຳສັນຍາຈາກພຣະຜູ້ເປັນເຈົ້ານັ້ນ ຊັດເຈນ ແລະ ປອບໂຍນ ທີ່ວ່າ: “ຈົ່ງຖ່ອມຕົວ; ແລະ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ ຈະຈູງມືພາເຈົ້າໄປ, ແລະ ໃຫ້ຄຳຕອບແກ່ຄຳອະທິຖານຂອງເຈົ້າ.”11
ຂໍໃຫ້ເຮົາຖ່ອມຕົວທີ່ຈະເຮັດຕາມຄຳແນະນຳຂອງສາດສະດາຂອງເຮົາ ແລະ ຍອມຮັບວ່າ ມີພຽງແຕ່ພຣະເຈົ້າ ແລະ ພຣະເຢຊູຄຣິດເທົ່ານັ້ນທີ່ສາມາດປ່ຽນແປງເຮົາ—ຜ່ານທາງພິທີການ ແລະ ພັນທະສັນຍາທີ່ໄດ້ຮັບໃນສາດສະໜາຈັກຂອງພຣະອົງ—ໃຫ້ກາຍເປັນຕົວເຮົາໃນແບບທີ່ດີທີ່ສຸດໃນຊີວິດນີ້ ແລະ, ມື້ໃດມື້ໜຶ່ງ, ເຮັດໃຫ້ເຮົາດີພ້ອມໃນພຣະຄຣິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.