ອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດທີ່ຢູ່ໃນເກາະໃນທະເລ
ຜ່ານພອນຂອງພຣະວິຫານ, ພຣະຜູ້ຊ່ວຍໃຫ້ລອດປິ່ນປົວບຸກຄົນ, ຄອບຄົວ, ແລະ ປະຊາຊາດ.
ໃນຊ່ວງປີ 1960 ພໍ່ຂອງຂ້າພະເຈົ້າໄດ້ສອນຢູ່ທີ່ວິທະຍາໄລຂອງສາດສະໜາຈັກທີ່ຮາວາຍໃນເມື່ອງ ເລ, ຊຶ່ງເປັນບ່ອນທີ່ຂ້າພະເຈົ້າເກີດ. ເອື້ອຍເຈັດຄົນຂອງຂ້າພະເຈົ້າຢືນຢັດໃຫ້ພໍ່ແມ່ຂອງຂ້າພະເຈົ້າຕັ້ງຊື່ໃຫ້ຂ້າພະເຈົ້າວ່າ ຄິໂມ, ຊຶ່ງເປັນຊື່ຮາວາຍ. ພວກເຮົາອາໄສຢູ່ໃກ້ພຣະວິຫານເລ ຮາວາຍ ຕອນທີ່ມັນຮັບໃຊ້ສະມາຊິກຂອງສາດສະໜາຈັກໃນເຂດອາຊີປາຊີຟິກ, ລວມທັງປະເທດຍີ່ປຸ່ນ.1 ໃນຊ່ວງນັ້ນ, ກຸ່ມໄພ່ພົນຊາວຍີ່ປຸ່ນໄດ້ເລີ່ມມາທີ່ຮາວາຍເພື່ອຮັບພອນຂອງພຣະວິຫານ.
ໜຶ່ງໃນສະມາຊິກເຫລົ່ານີ້ ແມ່ນເອື້ອຍນ້ອງຈາກເກາະໂອກິນາວາທີ່ສວຍງາມ. ເລື່ອງລາວຂອງລາວໃນການເດີນທາງໄປພຣະວິຫານຮາວາຍແມ່ນດີເປັນພິເສດ. ສອງທົດສະວັດຜ່ານມາ, ລາວໄດ້ແຕ່ງງານໃນງານແຕ່ງງານແບບຊາວພຸດຕາມປະເພນີ. ພຽງແຕ່ບໍ່ເທົ່າໃດເດືອນຕໍ່ມາ, ຍີ່ປຸ່ນໄດ້ໂຈມຕີເພີຮາເບີ, ຮາວາຍ, ສົ່ງຜົນໃຫ້ສະຫະລັດອາເມຣິກາເຂົ້າສູ່ຄວາມຂັດແຍ້ງກັບປະເທດຍີ່ປຸ່ນ. ຕາມຕິດການສູ້ຮົບທີ່ສຳຄັນເຊັ່ນ ມິດເວ ແລະ ອິໂວ ຈິມາ, ຄື້ນຂອງສົງຄາມໄດ້ຍູ້ກອງກຳລັງຍີ່ປຸ່ນກັບສູ່ຊາຍຫາດຂອງເກາະບ້ານເກີດຂອງລາວ, ໂອກິນາວາ, ແນວປ້ອງກັນສຸດທ້າຍທີ່ຢືນຢັດຕໍ່ສູ້ຕ້ານກອງກຳລັງພັນທະມິດຕໍ່ໜ້າດິນແດນໃຈກາງປະເທດຍີ່ປຸ່ນ.
ເປັນເວລາສາມເດືອນທີ່ເຈັບປວດໃນປີ 1945, ເສິກໃນໂອກິນາວາໄດ້ດຸເດືອດຂຶ້ນ. ກອງທັບເຮືອຮົບອາເມຣິກາ 1,300 ລຳ ໄດ້ປິດລ້ອມ ແລະ ຖິ້ມລະເບີດໃສ່ເກາະ. ຈຳນວນຜູ້ບາດເຈັບເສຍຊີວິດຂອງທະຫານ ແລະ ພົນລະເຮືອນນັ້ນ ມະຫາສານ. ທຸກມື້ນີ້ ອານຸສາວະລີອັນມີກຽດໃນໂອກິນາວາ ມີລາຍຊື່ຜູ້ເສຍຊີວິດໃນການສູ້ຮົບຫລາຍກວ່າ 240,000 ຊື່.2
ໃນຄວາມພະຍາຍາມທີ່ສິ້ນຫວັງທີ່ຈະໜີຈາກການໂຈມຕີ, ຍິງຊາວໂອກິນາວາຜູ້ນີ້, ສາມີຂອງລາວ, ແລະ ລູກນ້ອຍສອງຄົນຂອງພວກເຂົາໄດ້ຊອກຫລົບໄພໃນຖໍ້າພູແຫ່ງໜຶ່ງ. ພວກເຂົາໄດ້ອົດທົນກັບຄວາມທຸກຍາກທີ່ບໍ່ສາມາດອະທິບາຍໄດ້ຕະຫລອດຫລາຍອາທິດ ແລະ ຫລາຍເດືອນ.
ຄືນທີ່ສິ້ນຫວັງຄືນໜຶ່ງທ່າມກາງການສູ້ຮົບ, ໂດຍທີ່ຄອບຄົວຂອງລາວໃກ້ຈະອົດຕາຍ ແລະ ສາມີຂອງລາວກໍໝົດສະຕິ, ລາວຄິດທີ່ຈະຈົບຄວາມທຸກທໍລະມານຂອງພວກເຂົາດ້ວຍລະເບີດມື, ຊຶ່ງເຈົ້າໜ້າທີ່ໄດ້ເອົາໃຫ້ລາວເພື່ອຈຸດປະສົງນັ້ນ. ເຖິງຢ່າງໃດກໍຕາມ, ຂະນະທີ່ລາວໄດ້ກຽມທີ່ຈະລົງມືເຮັດນັ້ນ, ປະສົບການທາງວິນຍານທີ່ເລິກເຊິ່ງໄດ້ຖືກເຜີຍອອກມາ ຊຶ່ງເຮັດໃຫ້ລາວມີຄວາມຮູ້ສຶກທີ່ສຳຜັດໄດ້ເຖິງຄວາມເປັນຈິງຂອງພຣະເຈົ້າ ແລະ ຄວາມຮັກທີ່ພຣະອົງມີຕໍ່ລາວ, ຊຶ່ງໄດ້ມອບກຳລັງໃຫ້ລາວສູ້ຕໍ່ໄປ. ຫລາຍມື້ຕໍ່ມາ, ລາວໄດ້ຊ່ວຍໃຫ້ສາມີຂອງລາວຟື້ນຂຶ້ນມາ ແລະ ໄດ້ລ້ຽງຄອບຄົວຂອງລາວດ້ວຍຜັກຫຍ້າ, ນໍ້າເຜິ້ງຈາກຮັງເຜິ້ງປ່າ, ແລະ ສັດສາວາສິ່ງທີ່ຈັບໄດ້ໃກ້ໆລຳທານ. ຊ່າງໜ້າປະຫລາດໃຈ, ທີ່ພວກເຂົາໄດ້ອົດທົນເປັນເວລາຫົກເດືອນຢູ່ໃນຖໍ້າ, ຈົນກວ່າຊາວບ້ານໃນທ້ອງຖິ່ນແຈ້ງໃຫ້ພວກເຂົາຊາບວ່າ ການສູ້ຮົບໄດ້ສິ້ນສຸດລົງແລ້ວ.
ເມື່ອຄອບຄົວນັ້ນກັບບ້ານ ແລະ ເລີ່ມສ້າງຊີວິດຂອງພວກເຂົາຂຶ້ນໃໝ່ອີກຄັ້ງ, ຍິງຊາວຍີ່ປຸ່ນຄົນນີ້ ໄດ້ເລີ່ມຊອກຫາຄຳຕອບກ່ຽວກັບພຣະເຈົ້າ. ລາວຄ່ອຍໆຈຸດປະກາຍຄວາມເຊື່ອຂອງລາວໃນພຣະເຢຊູຄຣິດ ແລະ ຄວາມຕ້ອງການທີ່ຈະຮັບບັບຕິສະມາ. ເຖິງຢ່າງໃດກໍຕາມ, ລາວໄດ້ກັງວົນກ່ຽວກັບຄົນທີ່ລາວຮັກທີ່ໄດ້ຕາຍໄປ ໂດຍທີ່ບໍ່ມີຄວາມຮູ້ເລື່ອງພຣະເຢຊູຄຣິດ ແລະ ການບັບຕິສະມາ, ລວມທັງແມ່ຂອງລາວທີ່ເສຍຊີວິດຕອນເກີດລາວ.
ລອງຈິນຕະນາການເຖິງຄວາມຊື່ນຊົມຂອງລາວ ເມື່ອຊິດສະເຕີຜູ້ສອນສາດສະໜາສອງຄົນຈາກສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍມາທີ່ເຮືອນຂອງລາວໃນມື້ໜຶ່ງ ແລະ ສິດສອນລາວວ່າ ຄົນທັງຫລາຍສາມາດຮຽນຮູ້ກ່ຽວກັບພຣະເຢຊູຄຣິດໃນໂລກວິນຍານ. ລາວຮູ້ສຶກຈັບໃຈໂດຍຄຳສອນທີ່ວ່າ ພໍ່ແມ່ຂອງລາວສາມາດເລືອກທີ່ຈະຕິດຕາມພຣະເຢຊູຄຣິດຫລັງຈາກຄວາມຕາຍ ແລະ ຍອມຮັບການບັບຕິສະມາທີ່ມີການປະກອບພິທີແທນເຂົາເຈົ້າໃນສະຖານທີ່ສັກສິດທີ່ເອີ້ນວ່າ ພຣະວິຫານ. ລາວ ແລະ ຄອບຄົວຂອງລາວໄດ້ປ່ຽນໃຈເຫລື້ອມໃສຫາພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ຮັບບັບຕິສະມາ.
ຄອບຄົວຂອງລາວເຮັດວຽກໜັກ ແລະ ໄດ້ເລີ່ມຈະເລີນຮຸ່ງເຮືອງຂຶ້ນ, ໂດຍມີລູກເພີ່ມອີກສາມຄົນ. ພວກເຂົາຊື່ສັດ ແລະ ກະຕືລືລົ້ນໃນສາດສະໜາຈັກ. ແລ້ວ, ໂດຍທີ່ບໍ່ຄາດຄິດ, ສາມີຂອງລາວກໍເສັ້ນເລືອດໃນສະໝອງແຕກ ແລະ ໄດ້ເສຍຊີວິດໄປ, ຊຶ່ງບັງຄັບໃຫ້ລາວຕ້ອງເຮັດວຽກຫລາຍຊົ່ວໂມງ ໃນຫລາຍວຽກເປັນເວລາຫລາຍປີເພື່ອໃຫ້ລູກໆທັງຫ້າຄົນຂອງລາວ.
ບາງຄົນໃນຄອບຄົວ ແລະ ເພື່ອນບ້ານຂອງລາວໄດ້ວິພາກວິຈານລາວ. ພວກເຂົາໄດ້ໂທດບັນຫາຂອງລາວໃສ່ການຕັດສິນໃຈຂອງລາວໃນການເຂົ້າໂບດຄຣິດສະຕຽນ. ໂດຍບໍ່ທໍ້ຖອຍຈາກເລື່ອງໂສກເສົ້າທີ່ເລິກເຊິ່ງ ແລະ ການວິພາກວິຈານທີ່ຮຸນແຮງ, ລາວໄດ້ຍຶດໝັ້ນໃນສັດທາຂອງລາວໃນພຣະເຢຊູຄຣິດ, ໂດຍຕັ້ງໃຈແນ່ວແນ່ທີ່ຈະມຸ້ງໜ້າຕໍ່ໄປ, ໂດຍໄວ້ວາງໃຈວ່າ ພຣະເຈົ້າຮູ້ຈັກລາວ ແລະ ວ່າມື້ທີ່ສົດໃສກຳລັງລໍຖ້າຢູ່ຂ້າງໜ້າ.3
ບໍ່ເທົ່າໃດປີຕໍ່ມາຫລັງຈາກສາມີຂອງລາວເສຍຊີວິດກ່ອນໄວອັນຄວນ, ປະທານເຜີຍແຜ່ທີ່ຍີ່ປຸ່ນຮູ້ສຶກຖືກດົນໃຈໃຫ້ຊຸກຍູ້ໃຫ້ສະມາຊິກຊາວຍີ່ປຸ່ນພະຍາຍາມເພື່ອທີ່ຈະເຂົ້າພຣະວິຫານ. ປະທານເຜີຍແຜ່ເຄີຍເປັນທະຫານຜ່ານເສິກຊາວອາເມຣິກາຈາກເສິກໂອກິນາວາ, ຊຶ່ງເອື້ອຍນ້ອງຊາວໂອກິນາວາ ແລະ ຄອບຄົວຂອງລາວໄດ້ທົນທຸກທໍລະມານຫລາຍ.4 ເຖິງຢ່າງໃດກໍຕາມ, ເອື້ອຍນ້ອງທີ່ຖ່ອມຕົວໄດ້ກ່າວເຖິງລາວວ່າ: “ຕອນນັ້ນ ລາວເຄີຍເປັນໜຶ່ງໃນສັດຕູທີ່ເຮົາກຽດຊັງທີ່ສຸດ, ແຕ່ດຽວນີ້ ລາວໄດ້ຢູ່ທີ່ນີ້ພ້ອມກັບພຣະກິດຕິຄຸນແຫ່ງຄວາມຮັກ ແລະ ສັນຕິສຸກ. ນີ້, ສຳລັບຂ້າພະເຈົ້າແລ້ວ, ແມ່ນການອັດສະຈັນ.”5
ເມື່ອໄດ້ຍິນຂ່່າວສານຂອງປະທານເຜີຍແຜ່, ເອື້ອຍນ້ອງແມ່ໝ້າຍຜູ້ນັ້ນກໍປາດຖະໜາວ່າ ມື້ໜຶ່ງ ລາວຈະໄດ້ຜະນຶກເຂົ້າກັບຄອບຄົວຂອງລາວໃນພຣະວິຫານ. ເຖິງຢ່າງໃດກໍຕາມ, ມັນເປັນໄປບໍ່ໄດ້ສຳລັບລາວ ເນື່ອງຈາກອຸປະສັກດ້ານການເງິນ ແລະ ດ້ານພາສາ.
ແລ້ວທາງອອກໃໝ່ກໍປະກົດຂຶ້ນ. ຄ່າໃຊ້ຈ່າຍສາມາດຫລຸດລົງໄດ້ເຄິ່ງໜຶ່ງ ຖ້າສະມາຊິກໃນຍີ່ປຸ່ນ ເໝົາຍົນທັງລໍາເພື່ອບິນໄປຮາວາຍໃນຊ່ວງນອກລະດູ.6 ສະມາຊິກກໍໄດ້ບັນທຶກ ແລະ ຂາຍແຜ່ນສຽງທີ່ມີຊື່ວ່າ ໄພ່ພົນຊາວຍີ່ປຸ່ນຮ້ອງເພງ. ສະມາຊິກບາງຄົນໄດ້ຂາຍແມ່ນແຕ່ບ້ານຂອງຕົນ. ຄົນອື່ນໆອີກໄດ້ລາອອກຈາກວຽກ ເພື່ອທີ່ຈະເຂົ້າຮ່ວມການເດີນທາງ.7
ຄວາມທ້າທາຍຢ່າງໜຶ່ງອີກສຳລັບສະມາຊິກຄື ການນຳສະເໜີໃນພຣະວິຫານບໍ່ມີເປັນພາສາຍີ່ປຸ່ນ. ຜູ້ນຳສາດສະໜາຈັກໄດ້ເອີ້ນອ້າຍນ້ອງຊາວຍີ່ປຸ່ນຄົນໜຶ່ງໃຫ້ເດີນທາງໄປພຣະວິຫານຮາວາຍ ເພື່ອແປພິທີຮັບຂອງປະທານສັກສິດ.8 ເພິ່ນເປັນຜູ້ປ່ຽນໃຈເຫລື້ອມໃສຊາວຍີ່ປຸ່ນຄົນທຳອິດຫລັງສົງຄາມ ໂດຍໄດ້ຮັບການສິດສອນ ແລະ ຮັບບັບຕິສະມາຈາກທະຫານອາເມຣິກັນທີ່ຊື່ສັດ.9
ເມື່ອສະມາຊິກຊາວຍີ່ປຸ່ນທີ່ໄດ້ຮັບຂອງປະທານສັກສິດທີ່ອາໄສຢູ່ຮາວາຍໄດ້ຍິນການແປເປັນເທື່ອທຳອິດນັ້ນ, ພວກເຂົາກໍຮ້ອງໄຫ້. ສະມາຊິກຄົນໜຶ່ງໄດ້ບັນທຶກໄວ້ວ່າ “ພວກເຮົາເຄີຍໄປພຣະວິຫານຫລາຍໆເທື່ອ. ພວກເຂົາໄດ້ຍິນພິທີຕ່າງໆເປັນພາສາອັງກິດ. [ແຕ່] ພວກເຮົາບໍ່ເຄີຍຮູ້ສຶກເຖິງວິນຍານຂອງວຽກງານ … ພຣະວິຫານເໝືອນດັ່ງທີ່ພວກເຮົາຮູ້ສຶກໃນຕອນນີ້ [ໂດຍໄດ້ຍິນມັນ] ໃນພາສາແມ່ຂອງເຮົາເອງ.”10
ຕໍ່ມາໃນປີດຽວກັນນັ້ນ, ຜູ້ໃຫຍ່ ແລະ ເດັກນ້ອຍ 161 ຄົນ ໄດ້ເດີນທາງຈາກໂຕກຽວໄປຍັງພຣະວິຫານຮາວາຍ. ອ້າຍນ້ອງຊາວຍີ່ປຸ່ນຄົນໜຶ່ງໄດ້ໄຕ່່ຕອງເຖິງການເດີນທາງວ່າ: “ຂະນະທີ່ຂ້າພະເຈົ້າເບິ່ງອອກໄປຈາກຍົນ ແລະ ເຫັນເພີຮາເບີ, ແລະ ຈົດຈຳສິ່ງທີ່ປະເທດຂອງເຮົາໄດ້ກະທຳຕໍ່ຄົນເຫລົ່ານີ້ ໃນວັນທີ 7 ເດືອນທັນວາ, 1941 ນັ້ນ, ຂ້າພະເຈົ້າກໍຮູ້ສຶກຢ້ານກົວຢູ່ໃນໃຈ. ພວກເຂົາຈະຍອມຮັບພວກເຮົາບໍ່? ແຕ່ຂ້າພະເຈົ້າປະຫລາດໃຈທີ່ພວກເຂົາສະແດງຄວາມຮັກ ແລະ ຄວາມໃຈດີຫລາຍກວ່າທີ່ຂ້າພະເຈົ້າເຄີຍເຫັນໃນຊີວິດ.”11
ເມື່ອໄພ່ພົນຊາວຍີ່ປຸ່ນໄປຮອດ, ສະມາຊິກຊາວຮາວາຍໄດ້ຕ້ອນຮັບພວກເຂົາດ້ວຍພວງມາໄລດອກໄມ້ຫລາຍເສັ້ນຈົນນັບບໍ່ຖ້ວນ ຂະນະທີ່ແລກປ່ຽນກອດ ແລະ ຈູບແກ້ມ, ຊຶ່ງເປັນທຳນຽມທີ່ຕ່າງຈາກວັດທະນະທຳຍີ່ປຸ່ນ. ຫລັງຈາກທີ່ໃຊ້ເວລາ 10 ມື້ແຫ່ງການປ່ຽນແປງໃນຮາວາຍ, ໄພ່ພົນຊາວຍີ່ປຸ່ນໄດ້ກ່າວຄຳອຳລາດ້ວຍເນື້ອເພງ “ອາໂລຮາ ໂອເອ” ຂັບຮ້ອງໂດຍໄພ່ພົນຊາວຮາວາຍ.12
ການເດີນທາງໄປພຣະວິຫານຄັ້ງທີສອງທີ່ໄດ້ຖືກຈັດຂຶ້ນສຳລັບສະມາຊິກຊາວຍີ່ປຸ່ນ ລວມມີເອື້ອຍນ້ອງແມ່ໝ້າຍຊາວໂອກິນາວາ. ລາວໄດ້ເດີນທາງເປັນໄລຍະທາງ 10,000 ໄມ (16,000 ກມ) ຕ້ອງຂໍຂອບໃຈແກ່ຂອງຂວັນທີ່ເອື້ອເຟື້ອຈາກຜູ້ສອນສາດສະໜາທີ່ໄດ້ຮັບໃຊ້ໃນສາຂາຂອງລາວ ແລະ ໄດ້ກິນເຂົ້າຫລາຍຄາບຢູ່ທີ່ໂຕະຂອງລາວ. ຂະນະທີ່ຢູ່ໃນພຣະວິຫານ, ນາງໄດ້ຫລັ່ງນ້ຳຕາດ້ວຍຄວາມຊື່ນຊົມ ຂະນະທີ່ລາວໄດ້ເຮັດໜ້າທີ່ເປັນຕົວແທນສຳລັບການບັບຕິສະມາຂອງແມ່ລາວ ແລະ ລາວໄດ້ຜະນຶກກັບສາມີຂອງລາວທີ່ໄດ້ເສຍຊີວິດໄປ.
ການທັດສະນະໄປພຣະວິຫານຈາກປະເທດຍີ່ປຸ່ນໄປຮາວາຍ ໄດ້ສືບຕໍ່ຢ່າງເປັນປະຈຳຈົນກວ່າພຣະວິຫານໂຕກຽວປະເທດຍີ່ປຸ່ນໄດ້ຖືກອຸທິດໃນປີ 1980, ຊຶ່ງກາຍເປັນພຣະວິຫານຫລັງທີ 18 ທີ່ເປີດດຳເນີນການ. ໃນເດືອນພະຈິກຂອງປີນີ້, ພຣະວິຫານຫລັງທີ 186 ຈະຖືກອຸທິດໃນໂອກິນາວາ, ປະເທດຍີ່ປຸ່ນ. ມັນຕັ້ງຢູ່ບໍ່ໄກຈາກຖໍ້າໃນໃຈກາງໂອກິນາວາ ບ່ອນທີ່ຍິງຜູ້ນີ້ ແລະ ຄອບຄົວຂອງລາວໄດ້ຫລົບໄພ.13
ເຖິງແມ່ນວ່າ ຂ້າພະເຈົ້າບໍ່ເຄີຍພົບເອື້ອຍນ້ອງທີ່ແສນວິເສດຈາກໂອກິນາວາຜູ້ນີ້ກໍຕາມ, ແຕ່ມໍລະດົກຂອງລາວຈະຍັງມີຊີວິດຢູ່ຜ່ານລູກຫລານທີ່ຊື່ສັດຂອງລາວ, ຊຶ່ງຫລາຍຄົົນເປັນຜູ້ທີ່ຂ້າພະເຈົ້າຮູ້ຈັກ ແລະ ຮັກ.14
ພໍ່ຂອງຂ້າພະເຈົ້າ, ຊຶ່ງເປັນທະຫານຜ່ານເສິກຂອງມະຫາສະໝຸດປາຊີຟິກ ໃນສົງຄາມໂລກຄັ້ງທີສອງ, ຮູ້ສຶກຕື່ນເຕັ້ນເມື່ອຂ້າພະເຈົ້າໄດ້ຮັບການເອີ້ນໃຫ້ຮັບໃຊ້ໃນຍີ່ປຸ່ນສະໄໝເປັນຜູ້ສອນສາດສະໜາໜຸ່ມ. ຂ້າພະເຈົ້າໄດ້ໄປເຖິງຍີ່ປຸ່ນຫລັງຈາກພຣະວິຫານໂຕກຽວໄດ້ຖືກອຸທິດໄດ້ບໍ່ດົນ ແລະ ໄດ້ເຫັນດ້ວຍຕົວເອງເຖິງຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະວິຫານ.
ພັນທະສັນຍາພຣະວິຫານ ເປັນຂອງຂວັນຈາກພຣະບິດາເທິງສະຫວັນຂອງພວກເຮົາໃຫ້ແກ່ຜູ້ຕິດຕາມທີ່ຊື່ສັດຂອງພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຜ່ານທາງພຣະວິຫານ, ພຣະບິດາເທິງສະຫວັນຂອງພວກເຮົາຜູກມັດບຸກຄົນ ແລະ ຄອບຄົວໃສ່ກັບພຣະຜູ້ຊ່ວຍໃຫ້ລອດ ແລະ ໃສ່ກັນແລະກັນ.
ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດເມື່ອປີທີ່ແລ້ວນີ້ວ່າ:
“ທຸກຄົນທີ່ເຮັດພັນທະສັນຍາຢູ່ທີ່ອ່າງບັບຕິສະມາ ແລະ ໃນພຣະວິຫານ—ແລະ ຮັກສາມັນ—ສາມາດເຂົ້າເຖິງອຳນາດຂອງພຣະເຢຊູຄຣິດຫລາຍຂຶ້ນ. …
“ລາງວັນສຳລັບການຮັກສາພັນທະສັນຍາກັບພຣະເຈົ້າ ຄືພະລັງຈາກສະຫວັນ—ພະລັງທີ່ເສີມກຳລັງໃຫ້ເຮົາ ເພື່ອຕ້ານທານກັບການທົດລອງ, ການລໍ້ລວງ, ແລະ ຄວາມເຈັບປວດໃຈ ໄດ້ດີກວ່າເກົ່າ. ພະລັງນີ້ເຮັດໃຫ້ເຮົາສະບາຍໃຈຂຶ້ນ.”15
ຜ່ານທາງພອນຂອງພຣະວິຫານ, ພຣະຜູ້ຊ່ວຍໃຫ້ລອດປິ່ນປົວບຸກຄົນ, ຄອບຄົວ, ແລະ ປະຊາຊາດ—ແມ່ນແຕ່ປະຊາຊາດທີ່ຄັ້ງໜຶ່ງເຄີຍຢືນໃນຖານະສັດຕູທີ່ຂົມຂື່ນ. ພຣະຜູ້ເປັນເຈົ້າຜູ້ຊົງຟື້ນຄືນພຣະຊົນໄດ້ປະກາດແກ່ສັງຄົມທີ່ບໍ່ມີຄວາມຂັດແຍ້ງໃນພຣະຄຳພີມໍມອນວ່າ ຜູ້ທີ່ໃຫ້ກຽດ “ນາມຂອງເຮົາ, ພຣະບຸດແຫ່ງຄວາມຊອບທຳຈະລຸກຂຶ້ນດ້ວຍປີກຂອງພຣະອົງທີ່ປິ່ນປົວ.”16
ຂ້າພະເຈົ້າຮູ້ສຶກກະຕັນຍູທີ່ໄດ້ເປັນພະຍານເຖິງການສຳເລັດທີ່ກຳລັງເກີດຂຶ້ນຂອງຄຳສັນຍາຂອງພຣະຜູ້ເປັນເຈົ້າທີ່ວ່າ “ເວລາຈະມາເຖິງເມື່ອ ຄວາມຮູ້ເລື່ອງຂອງພຣະຜູ້ຊ່ວຍໃຫ້ລອດຈະແຜ່ໄປທົ່ວ ທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ,”17 ລວມໄປເຖິງຄົນທີ່ “ທີ່ຢູ່ໃນເກາະໃນທະເລ.”18
ຂ້າພະເຈົ້າເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ແລະ ເຖິງສາດສະດາ ແລະ ອັກຄະສາວົກຂອງພຣະອົງໃນຍຸກສຸດທ້າຍນີ້. ຂ້າພະເຈົ້າເປັນພະຍານຢ່າງຈິງຈັງເຖິງອຳນາດແຫ່ງສະຫວັນໃນການຜູກມັດໃນສະຫວັນ ສິ່ງທີ່ຖືກຜູກມັດໃນແຜ່ນດິນໂລກ.
ນີ້ແມ່ນວຽກງານຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ພຣະວິຫານເປັນບ້ານທີ່ສັກສິດຂອງພຣະອົງ.
ດ້ວຍຄວາມເຊື່ອໝັ້ນທີ່ບໍ່ຫວັ່ນໄຫວ, ຂ້າພະເຈົ້າປະກາດຄວາມຈິງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.