ດຳລົງຢູ່ໃນວັນນັ້ນໃນພຣະຄຣິດ
ພຣະເຢຊູຄຣິດຊົງເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະ “ດຳລົງຢູ່ໃນວັນນັ້ນ.”
ມັນເປັນມື້ທີ່ເຕັມໄປດ້ວຍຄຳອຸປະມາທີ່ກົງກັບປະເດັນ ແລະ ກົງໄປກົງມາ, ຄຳຖາມທີ່ຊັບຊ້ອນ, ແລະ ຄຳສອນທີ່ເລິກເຊິ່ງ. ຫລັງຈາກທີ່ກ່າວຄຳຕິຕຽນທີ່ຮຸນແຮງແກ່ຜູ້ທີ່ເປັນເໝືອນດັ່ງ “ອຸບມຸງຝັງສົບທີ່ທາດ້ວຍປູນຂາວ ຊຶ່ງເບິ່ງຂ້າງນອກງົດງາມ, ແຕ່ຂ້າງໃນແລ້ວພັດເຕັມໄປດ້ວຍກະດູກຄົນຕາຍ ແລະ ສິ່ງສາລະພັດຂີ້ດຽດສົກກະປົກ,”1 ພຣະເຢຊູໄດ້ສິດສອນຄຳອຸປະມາເພີ່ມສາມເລື່ອງກ່ຽວກັບຄວາມກຽມພ້ອມທາງວິນຍານ ແລະ ຄວາມເປັນສານຸສິດ. ໜຶ່ງໃນນັ້ນ ແມ່ນຄຳອຸປະມາກ່ຽວກັບຍິງສາວບໍລິສຸດສິບຄົນ.
“ອານາຈັກສະຫວັນປຽບເໝືອນຍິງສາວບໍລິສຸດສິບຄົນ ທີ່ຖືໂຄມໄຟຂອງຕົນອອກໄປຮັບເຈົ້າບ່າວ.
“ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະ ອີກຫ້າຄົນເປັນຄົນສະຫລາດ.
“ຝ່າຍພວກຄົນໂງ່ນັ້ນຖືໂຄມໄຟໄປນຳ ແຕ່ບໍ່ເອົານໍ້າມັນໄປເພື່ອ:
“ສ່ວນພວກຄົນສະຫລາດນັ້ນຖືໂຄມໄຟໄປນຳ ແລະ ເອົານໍ້າມັນໃສ່ແກ້ວໄປເພື່ອ.
“ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວທັງໝົດຕ່າງກໍເຫງົານອນ ແລະ ຫລັບໄປ.
“ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ເຈົ້າບ່າວມາແລ້ວ, ຈົ່ງອອກໄປຮັບເພິ່ນເຖີດ.
“ຍິງສາວທຸກຄົນຈຶ່ງລຸກຂຶ້ນ, ແລະ ຈັດຕຽມໂຄມໄຟຂອງຕົນ.
“ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ຂໍປັນນໍ້າມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່; ເພາະໂຄມໄຟຂອງພວກຂ້ອຍໃກ້ຈະມອດແລ້ວ.
“ແຕ່ພວກຄົນສະຫລາດຕອບວ່າ, ບໍ່ໄດ້ດອກ ນໍ້າມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະ ພວກເຈົ້າ: ຈົ່ງໄປຫາຄົນຂາຍນໍ້າມັນ, ແລະ ຊື້ເອົາສຳລັບພວກເຈົ້າສາ.
“ແລະ ໃນຂະນະທີ່ພວກເຂົາອອກໄປຊື້ນໍ້າມັນນັ້ນ, ເຈົ້າບ່າວກໍມາຮອດ; ແລະ ຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ: ແລະ ປະຕູກໍອັດ.
“ຫລັງຈາກນັ້ນ ພວກຍິງສາວຄົນອື່ນໆກໍມາຮອດ ແລະ ຮ້ອງວ່າ ພຣະອົງເຈົ້າເອີຍ ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍເຂົ້າໄປແດ່ທ້ອນ.2
“ແຕ່ເພິ່ນໄດ້ຕອບວ່າ, ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ພວກເຈົ້າບໍ່ຮູ້ຈັກເຮົາ.3
“ເຫດສະນັ້ນ, ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າບໍ່ຮູ້ຈັກວັນ ຫລື ໂມງນັ້ນ.”4
ປະທານດາລິນ ເອັຈ ໂອກສ໌ ໄດ້ຕັ້ງຄຳຖາມທີ່ກະຕຸ້ນຄວາມຄິດກ່ຽວກັບການສະເດັດມາຂອງເຈົ້າບ່າວດັ່ງນີ້:5 “ຖ້າວັນສະເດັດມາຂອງພຣະອົງເປັນມື້ອື່ນເດ? ຖ້າພວກເຮົາຮູ້ວ່າ ພວກເຮົາຈະພົບພຣະຜູ້ເປັນເຈົ້າມື້ອື່ນ—ຜ່ານການຕາຍກ່ອນກຳນົດ ຫລື ຜ່ານການສະເດັດມາທີ່ບໍ່ຄາດຄິດຂອງພຣະອົງ—ພວກເຮົາຈະເຮັດຫຍັງໃນມື້ນີ້?”6
ຂ້າພະເຈົ້າໄດ້ຮຽນຮູ້ຈາກປະສົບການສ່ວນຕົວວ່າ ການກຽມພ້ອມທາງວິນຍານສຳລັບການສະເດັດມາຂອງພຣະຜູ້ເປັນເຈົ້ານັ້ນ ບໍ່ພຽງແຕ່ຈຳເປັນເທົ່ານັ້ນ ແຕ່ມັນເປັນວິທີດຽວທີ່ຈະພົບສັນຕິສຸກ ແລະ ຄວາມສຸກທີ່ແທ້ຈິງ.
ມັນເປັນມື້ລະດູໃບໄມ້ຫລົ່ນທີ່ສົດຊື່ນ ເມື່ອຂ້າພະເຈົ້າໄດ້ຍິນຄຳເຫລົ່ານີ້ເປັນເທື່ອທຳອິດວ່າ “ເຈົ້າເປັນມະເລັງ.” ຂ້າພະເຈົ້າ ແລະ ສາມີເຖິງກັບຕະລຶງ! ຂະນະທີ່ພວກເຮົາຂັບລົດກັບບ້ານຢ່າງງຽບໆ, ໂດຍກຳລັງປະມວນຜົນຂ່າວຢູ່ນັ້ນ, ໃຈຂອງຂ້າພະເຈົ້າກໍຫັນໄປຫາລູກຊາຍສາມຄົນຂອງພວກເຮົາ.
ໃນຄວາມຄິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ທູນຖາມພຣະບິດາເທິງສະຫວັນວ່າ, “ລູກກຳລັງຈະຕາຍບໍ?”
ພຣະວິນຍານບໍລິສຸດໄດ້ສື່ມວ່າ, “ທຸກຢ່າງຈະເປັນໄປດ້ວຍດີ.”
ແລ້ວຂ້າພະເຈົ້າກໍທູນຖາມວ່າ, “ລູກຈະມີຊີວິດຢູ່ຕໍ່ບໍ?”
ອີກຄັ້ງ, ຄຳຕອບກໍມາວ່າ, “ທຸກຢ່າງຈະເປັນໄປດ້ວຍດີ.”
ຂ້າພະເຈົ້າສັບສົນ. ເປັນຫຍັງຂ້າພະເຈົ້າຈຶ່ງໄດ້ຮັບຄຳຕອບດຽວກັນເປະ ບໍ່ວ່າຂ້າພະເຈົ້າຈະຢູ່ ຫລື ຕາຍ?
ແລ້ວທັນໃດນັ້ນ ທຸກໆເສັ້ນໄຍໃນຕົວຂອງຂ້າພະເຈົ້າ ກໍເຕັມໄປດ້ວຍສັນຕິສຸກທີ່ແນ່ວແນ່ ຂະນະທີ່ຂ້າພະເຈົ້າໄດ້ຮັບການຢໍ້າເຕືອນວ່າ: ພວກເຮົາບໍ່ຈຳເປັນຕ້ອງຟ້າວກັບບ້ານ ແລະ ສິດສອນວິທີອະທິຖານໃຫ້ລູກໆຂອງພວກເຮົາ. ພວກເຂົາຮູ້ຈັກວິທີທີ່ຈະຮັບຄຳຕອບ ແລະ ການປອບໂຍນຈາກການອະທິຖານ. ພວກເຮົາບໍ່ຈຳເປັນຕ້ອງຟ້າວກັບບ້ານ ແລະ ສິດສອນພວກເຂົາກ່ຽວກັບພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ຖ້ອຍຄຳເຫລົ່ານັ້ນ ເປັນແຫລ່ງແຫ່ງຄວາມເຂັ້ມແຂງ ແລະ ຄວາມເຂົ້າໃຈທີ່ຄຸ້ນເຄີຍ. ພວກເຮົາບໍ່ຈຳເປັນຕ້ອງຟ້າວກັບບ້ານ ແລະ ສິດສອນພວກເຂົາກ່ຽວກັບການກັບໃຈ, ການຟື້ນຄືນຊີວິດ, ການຟື້ນຟູ, ແຜນແຫ່ງຄວາມລອດ, ຄອບຄົວນິລັນດອນ, ຫລື ຄຳສອນທີ່ແທ້ຈິງຂອງພຣະເຢຊູຄຣິດ.
ໃນເວລານັ້ນ ທຸກໆບົດຮຽນຂອງການສັງສັນໃນຄອບຄົວ, ບົດຮຽນການສຶກສາພຣະຄຳພີ, ຄຳອະທິຖານແຫ່ງສັດທາທີ່ໄດ້ອ້ອນວອນ, ພອນທີ່ໄດ້ມອບໃຫ້, ປະຈັກພະຍານທີ່ໄດ້ແບ່ງປັນ, ພັນທະສັນຍາທີ່ໄດ້ເຮັດ ແລະ ຮັກສາ, ບ້ານຂອງພຣະຜູ້ເປັນເຈົ້າທີ່ໄດ້ເຂົ້າເຝົ້າ, ວັນຊະບາໂຕທີ່ໄດ້ຍຶດຖື ກໍສຳຄັນ—ໂອ, ມັນສຳຄັນຫລາຍສໍ່າໃດ! ມັນຊ້າເກີນໄປແລ້ວ ທີ່ຈະເຕີມນໍ້າມັນໃສ່ໂຄມໄຟຂອງເຮົາ. ເຮົາຕ້ອງການໝົດທຸກຢົດ, ແລະ ເຮົາຕ້ອງການມັນດຽວນີ້!
ເພາະພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ໄດ້ຖືກຟື້ນຟູຂອງພຣະອົງ, ຖ້າຂ້າພະເຈົ້າຕາຍ, ຄອບຄົວຂອງຂ້າພະເຈົ້າຈະໄດ້ຮັບການປອບໂຍນ, ຖືກເຮັດໃຫ້ເຂັ້ມແຂງຂຶ້ນ, ແລະ ມື້ໃດມື້ໜຶ່ງ ຈະໄດ້ຮັບການຟື້ນຟູ. ຖ້າຂ້າພະເຈົ້າມີຊີວິດຢູ່, ຂ້າພະເຈົ້າກໍຈະໄດ້ເຂົ້າເຖິງອຳນາດທີ່ຍິ່ງໃຫຍ່ທີ່ສຸດໃນໂລກນີ້ ເພື່ອຊ່ວຍເຫລືອ, ຄໍ້າຊູ, ແລະ ປິ່ນປົວຂ້າພະເຈົ້າ. ທ້າຍທີ່ສຸດ, ເພາະພຣະເຢຊູຄຣິດ, ທຸກຢ່າງສາມາດເປັນໄປດ້ວຍດີ.
ເຮົາຮຽນຮູ້ຈາກການສຶກສາ ຄຳສອນ ແລະ ພັນທະສັນຍາ ຢ່າງຮອບຄອບວ່າ “ດີ” ມີລັກສະນະຢ່າງໃດ:
“ແລະ ໃນວັນນັ້ນ, ເມື່ອເຮົາຈະມາໃນລັດສະໝີພາບຂອງເຮົາ, ຄຳອຸປະມາທີ່ເຮົາໄດ້ກ່າວໄວ້ກ່ຽວກັບຍິງສາວບໍລິສຸດສິບຄົນຈະສຳເລັດຄົບຖ້ວນ.
“ເພາະພວກເຂົາເປັນຄົນສະຫລາດ ແລະ ໄດ້ຮັບເອົາຄວາມຈິງ, ແລະ ໄດ້ຮັບເອົາພຣະວິນຍານສັກສິດເພື່ອການນຳພາ, ແລະ ບໍ່ໄດ້ຖືກຫລອກລວງ—ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ພວກເຂົາຈະບໍ່ຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ, ແຕ່ຈະ ດຳລົງຢູ່ໃນວັນນັ້ນ.”7
ພຣະເຢຊູຄຣິດຊົງເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະ “ດຳລົງຢູ່ໃນວັນນັ້ນ.” ການດຳລົງຢູ່ໃນວັນນັ້ນ ບໍ່ໄດ້ໝາຍເຖິງການຕື່ມໃສ່ລາຍການສິ່ງທີ່ຕ້ອງເຮັດທີ່ມີແຕ່ເພີ່ມຂຶ້ນເລື້ອຍໆ. ໃຫ້ຄິດເຖິງແວ່ນຂະຫຍາຍ. ຈຸດປະສົງດຽວຂອງມັນບໍ່ແມ່ນພຽງແຕ່ເຮັດໃຫ້ສິ່ງຕ່າງໆເບິ່ງຄືໃຫຍ່ຂຶ້ນເທົ່ານັ້ນ. ມັນຍັງສາມາດເຕົ້າໂຮມ ແລະ ໂຟກັສແສງ ເພື່ອເຮັດໃຫ້ມັນແຮງຂຶ້ນ. ເຮົາຈຳເປັນຕ້ອງເຮັດໃຫ້ມັນງ່າຍຂຶ້ນ, ສຸມຄວາມພະຍາຍາມຂອງເຮົາ, ແລະ ເປັນຜູ້ເຕົ້າໂຮມແສງສະຫວ່າງຂອງພຣະເຢຊູຄຣິດ. ເຮົາຈຳເປັນຕ້ອງມີປະສົບການທີ່ບໍລິສຸດ ແລະ ທີ່ມີການເປີດເຜີຍຫລາຍກວ່າເກົ່າ.
ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງອິດສະຣາເອນ ແມ່ນເທືອກເຂົາທີ່ງົດງາມ ທີ່ມັກຈະຖືກເອີ້ນວ່າ “ພູເຂົາຂຽວສົດ.” ພູກາເມນ8 ຄົງຄວາມຂຽວຕະຫລອດປີ ໂດຍສ່ວນໃຫຍ່ແມ່ນເນື່ອງຈາກຈຳນວນນໍ້າຄ້າງທີ່ໜ້ອຍໆ. ການບຳລຸງລ້ຽງເກີດຂຶ້ນທຸກມື້. ເຊັ່ນດຽວກັບນໍ້າຄ້າງແຫ່ງກາເມນ,”9 ຂະນະທີ່ເຮົາສະແຫວງຫາທີ່ຈະບຳລຸງລ້ຽງຈິດວິນຍານຂອງເຮົາ “ໃນສິ່ງທີ່ຊອບທຳ,”10 “ເລື່ອງເລັກນ້ອຍ ແລະ ງ່າຍໆ,”11 ປະຈັກພະຍານຂອງເຮົາ ແລະ ປະຈັກພະຍານຂອງລູກໆຂອງເຮົາກໍຈະມີຊີວິດຢູ່!
ບັດນີ້, ທ່ານອາດຄິດວ່າ, “ແຕ່ຊິດສະເຕີ ວະໄຣ້, ທ່ານບໍ່ຮູ້ຈັກຄອບຄົວຂອງຂ້າພະເຈົ້າ. ພວກເຮົາກຳລັງດີ້ນລົນແທ້ໆ ແລະ ບໍ່ເບິ່ງຄືແນວນີ້ເລີຍ.” ທ່ານເວົ້າຖືກ. ຂ້າພະເຈົ້າບໍ່ຮູ້ຈັກຄອບຄົວຂອງທ່ານ. ແຕ່ພຣະເຈົ້າຜູ້ຊົງມີຄວາມຮັກ, ຄວາມເມດຕາ, ອຳນາດ, ຄວາມຮູ້, ແລະ ລັດສະໝີພາບທີ່ບໍ່ມີສິ້ນສຸດ ຊົງຮູ້ຈັກ.
ຄຳຖາມທີ່ທ່ານອາດຖາມ ແມ່ນຄຳຖາມກ່ຽວກັບຈິດໃຈທີ່ເຈັບປວດໃນຄວາມເລິກຂອງຈິດວິນຍານຂອງທ່ານ. ຄຳຖາມທີ່ຄ້າຍຄືກັນນີ້ ແມ່ນພົບຢູ່ໃນພຣະຄຳພີສັກສິດ.
“ອາຈານເອີຍ, ທ່ານບໍ່ເປັນຫ່ວງ [ຄອບຄົວຂອງຂ້ານ້ອຍ] ບໍ?”12
“ມີບ່ອນໃດແດ່ທີ່ຂ້ານ້ອຍພໍຈະມີຄວາມຫວັງ?”13
“[ຂ້ານ້ອຍ] ຈະເຮັດແນວໃດ, ເພື່ອຈະໃຫ້ເມກແຫ່ງຄວາມມືດໜີຈາກ [ຂ້ານ້ອຍ] ໄປ?”14
“ແຕ່ປັນຍານັ້ນຈະຊອກຫາໄດ້ຢູ່ໃສ? ຢູ່ທີ່ໃດພວກເຮົາຈະຮຽນເອົາຄວາມເຂົ້າໃຈໄດ້?”15
“ຈະເປັນໄປໄດ້ແນວໃດທີ່ [ຂ້ານ້ອຍ] ຈະຍຶດຖືທຸກສິ່ງທີ່ດີໄວ້ໄດ້?”16
“[ພຣະອົງເຈົ້າເອີຍ, ພຣະອົງຕ້ອງການໃຫ້ຂ້ານ້ອຍເຮັດຫຍັງ?]”17
ແລ້ວຄຳຕອບກໍມາຢ່າງອ່ອນຫວານວ່າ:
“ເຈົ້າເຊື່ອໃນອຳນາດຂອງພຣະຄຣິດອັນຈະນຳໄປສູ່ຄວາມລອດບໍ່?”18
“ພຣະອົງໄດ້ບັນຊາໃຫ້ຜູ້ໃດບໍວ່າ ພວກເຂົາບໍ່ຄວນຮັບສ່ວນຄວາມລອດຈາກພຣະອົງ?”19
“ພວກເຈົ້າເຊື່ອວ່າ [ພຣະອົງ] ຊົງໂຜດຮັກສາພວກເຈົ້າໃຫ້ຫາຍດີໄດ້ບໍ?”20
“ພຣະອົງເຊື່ອບັນດາຜູ້ທຳນາຍຫລືບໍ່?”21
“ພວກເຈົ້າໃຊ້ສັດທາໃນການໄຖ່ຂອງພຣະອົງຜູ້ສ້າງພວກທ່ານບໍ?”22
“ຜູ້ພິພາກສາໂລກຕ້ອງເຮັດທຸກສິ່ງຢ່າງຍຸດຕິທຳ.”23
ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເຮົາບໍ່ສາມາດແບ່ງປັນນໍ້າມັນຂອງເຮົາໄດ້, ແຕ່ເຮົາສາມາດແບ່ງປັນແສງສະຫວ່າງ ຂອງພຣະອົງ ໄດ້. ນໍ້າມັນໃນໂຄມໄຟຂອງເຮົາ ຈະບໍ່ພຽງແຕ່ຊ່ວຍໃຫ້ເຮົາ “ດຳລົງຢູ່ໃນວັນນັ້ນ” ເທົ່ານັ້ນ ແຕ່ຍັງສາມາດເປັນຊ່ອງທາງແຫ່ງການສ່ອງແສງແກ່ເສັ້ນທາງທີ່ນຳພາຄົນທີ່ເຮົາຮັກມາສູ່ພຣະຜູ້ຊ່ວຍໃຫ້ລອດ, ຜູ້ຊົງຢືນພ້ອມ “ວາພຣະພາຫາຕ້ອນຮັບ” ພວກເຂົານຳອີກ.24
“ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ຈົ່ງເຊົາຮ້ອງໄຫ້ ແລະ ເຊັດນໍ້າຕາຂອງເຈົ້າສາ: [ເພາະວ່າການງານຂອງເຈົ້າຈະໄດ້ຮັບລາງວັນ], … ພວກເຂົາຈະກັບມາຈາກດິນແດນສັດຕູຂອງພວກເຂົາ.
“ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ຄວາມຫວັງຂ້າງໜ້າຂອງເຈົ້າ, ຄືລູກໆຂອງເຈົ້າຈະກັບມາ.”25
ພຣະເຢຊູຄຣິດເປັນ “ຄວາມຫວັງຂ້າງໜ້າຂອງເຈົ້າ.” ບໍ່ມີສິ່ງໃດທີ່ເຮົາເຮັດ ຫລື ບໍ່ໄດ້ເຮັດ, ຢູ່ເໜືອການເສຍສະລະອັນບໍ່ມີທີ່ສິ້ນສຸດ ແລະ ນິລັນດອນຂອງພຣະອົງ. ພຣະອົງເປັນເຫດຜົນທີ່ເລື່ອງລາວຂອງເຮົາບໍ່ມີວັນສິ້ນສຸດ.26 ສະນັ້ນ, ເຮົາ “ຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກ [ເຮົາ] ຈະມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: [ເຮົາ] ຈະມີຊີວິດນິລັນດອນ.”27
ຊີວິດນິລັນດອນ ແມ່ນຄວາມຊື່ນຊົມນິລັນດອນ. ຄວາມຊື່ນຊົມໃນຊີວິດນີ້, ຕອນນີ້—ບໍ່ແມ່ນວ່າເຖິງແມ່ນຈະມີການທ້າທາຍໃນວັນເວລາຂອງເຮົາ ແຕ່ຍ້ອນຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າໃນການຮຽນຮູ້ຈາກມັນ ແລະ ໃນທີ່ສຸດ ກໍເອົາຊະນະມັນ—ແລະ ຄວາມຊື່ນຊົມທີ່ບໍ່ສາມາດວັດແທກໄດ້ໃນຊີວິດທີ່ຈະມາເຖິງ. ນໍ້າຕາຈະເຫືອດແຫ້ງໄປ, ໃຈທີ່ແຕກສະຫລາຍຈະໄດ້ຮັບການຢຽວຢາ, ສິ່ງທີ່ເສຍໄປຈະພົບ, ຄວາມກັງວົນຈະໄດ້ຮັບການແກ້ໄຂ, ຄອບຄົວຈະໄດ້ຮັບການຟື້ນຟູ, ແລະ ທຸກສິ່ງທີ່ພຣະບິດາມີຈະເປັນຂອງເຮົາ.28
ຫວັງເພິ່ງພຣະເຢຊູຄຣິດ ແລະ ມີຊີວິດ29 ແມ່ນປະຈັກພະຍານຂອງຂ້າພະເຈົ້າ ໃນພຣະນາມອັນສັກສິດ ແລະ ບໍລິສຸດຂອງ “ພຣະຜູ້ລ້ຽງ ແລະ ຜູ້ເບິ່ງແຍງຈິດວິນຍານ [ຂອງເຮົາ],” ຜູ້ເປັນທີ່ຮັກຂອງເຮົາ30 ພຣະເຢຊູຄຣິດ, ອາແມນ.