ການກະຕຸ້ນຂອງພຣະວິນຍານ
ຄວາມເປັນເພື່ອນສະເໝີຂອງພຣະວິນຍານບໍລິສຸດ ແມ່ນຂອງປະທານທາງວິນຍານທີ່ຍິ່ງໃຫຍ່ທີ່ສຸດ ທີ່ໄພ່ພົນຍຸກສຸດທ້າຍໄດ້ຮັບ.
ຄຳນຳ
ເມື່ອບໍ່ດົນມານີ້, ສາຍຕາຂອງໂລກກິລາໄດ້ສຸມໃສ່ການແຂ່ງຂັນກິລາບານເຕະໂລກຍິງປີ 2023 FIFA [ສະຫະພັນບານເຕະນາໆຊາດ] ຊຶ່ງໄດ້ຈັດຂຶ້ນໂດຍປະເທດອົດສະຕາລີ ແລະ ນູແວນເຊລັງ. ນັກກິລາລະດັບໂລກທີ່ຄັດຕົວຈາກທີມຊາດຫລາຍກວ່າ 200 ທີມ ຈາກທົ່ວໂລກ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມອຸທິດຕົນ, ພອນສະຫວັນ, ແລະ ຄວາມເປັນນັກກິລາຂອງເຂົາເຈົ້າ ໃນຂະນະທີ່ເຮົາແຂ່ງຂັນກັນ ເພື່ອຊີງກຽດສູງສຸດຂອງໂລກບານເຕະ.
ເຮົາປະຫລາດໃຈກັບນັກສະແດງໃນກິລາຫລາຍປະເພດ ແລະ ສາຂາວິຊາອື່ນໆ ທີ່ປະສົບຄວາມສຳເລັດໃນງານສິລະປະຂອງເຂົາເຈົ້າ. ເຮົາເວົ້າເຖິງພອນສະຫວັນ ຫລື ຂອງປະທານທີ່ພຣະເຈົ້າໄດ້ມອບໃຫ້. ນີ້ລວມທັງຜູ້ທີ່ມີພອນສະຫວັນດ້ານການເຕັ້ນລຳ, ກາຍຍະກຳ, ດົນຕີ, ສິລະປະ, ລະຄອນ, ຄະນິດສາດ, ວິທະຍາສາດ, ແລະ ອື່ນໆ. ບຸກຄົນດັ່ງກ່າວແຕ່ລະຄົນສະແດງຂອງປະທານທີ່ພຣະເຈົ້າໄດ້ມອບໃຫ້ ຊຶ່ງຕໍ່ມາໄດ້ຮັບການຂັດເກົາ ແລະ ຊ່ຽນເຫລົາໂດຍການເຮັດວຽກໜັກ, ສຶກສາ, ແລະ ຝຶກຝົນມາຕະຫລອດ. ຂອງປະທານທີ່ພຣະເຈົ້າໄດ້ມອບໃຫ້ ຈຶ່ງສ້າງໃຫ້ເປັນຄົນມີພອນສະຫວັນ.
ການໃຊ້ຂອງປະທານທາງວິນຍານ
ເມື່ອເບິ່ງຜ່ານແວ່ນຕາພຣະກິດຕິຄຸນ, ພຣະເຈົ້າໄດ້ປະທານພອນໃຫ້ລູກໆຂອງພຣະອົງ ດ້ວຍຂອງປະທານທາງວິນຍານຫລາຍຢ່າງ, ເຮັດໃຫ້ເຂົາເຈົ້າເປັນຄົນມີພອນສະຫວັນທາງວິນຍານ. ສະມາຊິກທີ່ຮັກສາພັນທະສັນຍາຂອງສາດສະໜາຈັກ ໄດ້ຮັບຂອງປະທານແຫ່ງພຣະວິນຍານ, ຊຶ່ງລວມທັງຂອງປະທານແຫ່ງປະຈັກພະຍານເຖິງພຣະເຢຊູຄຣິດ ໃນຖານະພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ຂອງປະທານແຫ່ງພຣະວິນຍານບໍລິສຸດ, ຂອງປະທານແຫ່ງສັດທາໃນການປິ່ນປົວ ແລະ ຮັບການປິ່ນປົວ, ຂອງປະທານແຫ່ງການຫລິງເຫັນ, ຂອງປະທານແຫ່ງການຮັບການມະຫັດສະຈັນ, ແລະ ຂອງປະທານແຫ່ງສະຕິປັນຍາ ແລະ ຄວາມຮູ້.1 ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາໃຫ້ສະແຫວງຫາຂອງປະທານທີ່ດີທີ່ສຸດຢ່າງພາກພຽນ, ແມ່ນແຕ່ຂອງປະທານທາງວິນຍານ. ພຣະອົງປະທານຂອງປະທານທາງວິນຍານ ເພື່ອເປັນພອນໃຫ້ເຮົາ ແລະ ເພື່ອໃຊ້ເປັນພອນແກ່ຄົນອື່ນ.2
ເມື່ອກັບໄປສູ່ການປຽບທຽບນັກສະແດງທີ່ມີພອນສະຫວັນ, ມັນສຳຄັນທີ່ຈະຈື່ຈຳວ່າ ຂອງປະທານພຽງຢ່າງດຽວ ບໍ່ສາມາດສ້າງຜູ້ຊ່ຽວຊານໄດ້. ເຖິງແມ່ນມີພອນສະຫວັນຕາມທຳມະຊາດທີ່ບໍ່ທຳມະດາ, ແຕ່ກໍເປັນຍ້ອນຜ່ານການຝຶກຝົນ ແລະ ຄວາມພະຍາຍາມຢ່າງເຈັບປວດ ແລະ ເມື່ອຍລ້າ ທີ່ນັກສະແດງໄດ້ຂັດເກົາ ແລະ ຊ່ຽນເຫລົາຝີມືຂອງຕົນ ຈົນກ້າວໄປສູ່ລະດັບສູງສຸດຂອງສິລະປະ. ແມ່ນແຕ່ຂອງຂວັນເຫລົ່ານັ້ນທີ່ໄດ້ຮັບ ແລະ ແກະກ່ອງ ກໍມັກຈະມາພ້ອມກັບພາສາທີ່ໜ້າຢ້ານກົວ ທີ່ວ່າ “ຕ້ອງມີການປະກອບບາງຢ່າງ.”
ເຊັ່ນດຽວກັນ, ຂ້າພະເຈົ້າໄດ້ສັງເກດເຫັນຊ່ວງການຮຽນຮູ້ທີ່ກ່ຽວພັນກັບຂອງປະທານທາງວິນຍານ. ການໃຊ້ຂອງປະທານທາງວິນຍານຮຽກຮ້ອງການຝຶກຝົນທາງວິນຍານ. “ການມີຄຳແນະນຳຂອງພຣະວິນຍານບໍລິສຸດໃນຊີວິດຂອງທ່ານຮຽກຮ້ອງວຽກງານທາງວິນຍານ. ວຽກງານນີ້ແມ່ນລວມທັງການອະທິຖານຢ່າງແຮງກ້າ ແລະ ການສຶກສາພຣະຄຳພີຢ່າງສະໝ່ຳສະເໝີ. ມັນຍັງລວມທັງການຮັກສາພັນທະສັນຍາຂອງທ່ານ ແລະ ພຣະບັນຍັດຂອງພຣະເຈົ້ານຳອີກ. … ມັນລວມທັງການຮັບສ່ວນສິນລະລຶກໃນແຕ່ລະອາທິດຢ່າງມີຄ່າຄວນ.”3
ແມ່ນຫຍັງຄືຜົນຂອງການໃຊ້ຂອງປະທານທາງວິນຍານ? ມັນລວມທັງການກະຕຸ້ນຈາກພຣະວິນຍານ ທີ່ຊ່ວຍໃຫ້ເຮົາປະເຊີນກັບຄວາມຕ້ອງການປະຈຳວັນ ແລະ ສະແດງໃຫ້ເຮົາເຫັນສິ່ງທີ່ຈະເຮັດ ແລະ ເວົ້າ ແລະ ພອນແຫ່ງສັນຕິສຸກ ແລະ ການປອບໂຍນ. ເມື່ອເຮົາຟັງ ແລະ ປະຕິບັດຕາມການກະຕຸ້ນທາງວິນຍານ, ພຣະວິນຍານບໍລິສຸດຈະຂະຫຍາຍຄວາມສາມາດ ແລະ ຂອບເຂດຂອງເຮົາ ເກີນກວ່າສິ່ງທີ່ເຮົາສາມາດເຮັດໄດ້ດ້ວຍຕົນເອງ. ຂອງປະທານທາງວິນຍານອັນລ້ຳຄ່າເຫລົ່ານີ້ ຈະຊ່ວຍເຮົາໃນທຸກດ້ານຂອງຊີວິດຂອງເຮົາ.4
ຄວາມເປັນເພື່ອນສະເໝີຂອງພຣະວິນຍານບໍລິສຸດ ແມ່ນຂອງປະທານທາງວິນຍານທີ່ຍິ່ງໃຫຍ່ທີ່ສຸດ ທີ່ໄພ່ພົນຍຸກສຸດທ້າຍໄດ້ຮັບ.
ຂອງປະທານນີ້ສຳຄັນເທົ່າໃດ? ປະທານຣະໂຊ ເອັມ ແນວສັນ ໄດ້ຕອບຄຳຖາມນີ້ຢ່າງເດັດຂາດ ເມື່ອເພິ່ນກ່າວວ່າ “ແຕ່ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ, ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນທີ່ບໍ່ເຄີຍຂາດຂອງພຣະວິນຍານບໍລິສຸດ.”5
ວິທີເຊື້ອເຊີນ ແລະ ຮັບຮູ້ການກະຕຸ້ນຂອງພຣະວິນຍານ
ຕະຫລອດການປະຕິບັດສາດສະໜາກິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ພົບຄວາມປາດຖະໜາອັນດຽວກັນກັບຂອງທຸກຄົນ ທີ່ຈະຮູ້ວິທີເຊື້ອເຊີນ ແລະ ຮັບຮູ້ການກະຕຸ້ນຂອງພຣະວິນຍານບໍລິສຸດ. ການກະຕຸ້ນຂອງພຣະວິນຍານເປັນເລື່ອງສ່ວນຕົວຫລາຍ ແລະ ມາໃນຮູບແບບທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ເຮົາໄດ້ຮັບພອນທີ່ມີຖ້ອຍຄຳຂອງສາດສະດາ, ທັງບູຮານ ແລະ ປະຈຸບັນ, ໃຫ້ຄວາມຮູ້ແຈ້ງແກ່ເຮົາ ກ່ຽວກັບວິທີທີ່ຈະຮັບເອົາການຊີ້ນຳຈາກພຣະວິນຍານ.
ຂ້າພະເຈົ້າຂໍສະເໜີຫລັກທຳນຳພາສີ່ຢ່າງ ທີ່ອາດຈະຊ່ວຍທ່ານໃນການເຊື້ອເຊີນ ແລະ ຮັບຮູ້ການກະຕຸ້ນຂອງພຣະວິນຍານ.
ຢືນຢູ່ໃນສະຖານທີ່ສັກສິດ
ທຳອິດ ແມ່ນຢືນຢູ່ໃນສະຖານທີ່ສັກສິດ.6 ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປຮ່ວມງານເປີດຊົມພຣະວິຫານໂຕກຽວ. ການຕອບຮັບຄຳເຊື້ອເຊີນເປັນທາງການທີ່ສົ່ງໄປຍັງສື່ ແລະ ແຂກບຸກຄົນສຳຄັນ ແມ່ນເກີນຄາດໝາຍ. ຫລາຍຮ້ອຍຄົນໄດ້ເຂົ້າຮ່ວມກັບຜູ້ພາທ່ຽວຊົມພຣະວິຫານເຫລົ່ານີ້. ບັນດາແຂກທັງຫລາຍຮູ້ສຶກປະທັບໃຈຢ່າງເລິກເຊິ່ງກັບຄວາມງາມຂອງພຣະວິຫານ, ລວມທັງລວດລາຍ ແລະ ຮູບແບບທີ່ເຊື່ອມໂຍງເຂົ້າກັບຍີ່ປຸ່ນດັ້ງເດີມຢ່າງເລິກເຊິ່ງ. ສິ່ງທີ່ປະທັບໃຈຍິ່ງກວ່ານັ້ນຄື ປະຕິກິລິຍາຂອງແຂກທີ່ສະແດງອອກດ້ວຍຄວາມເຄົາລົບ ເມື່ອພິທີການຂອງບັນພະບຸລຸດໄດ້ຖືກອະທິບາຍຢູ່ໃນຫ້ອງບ່ອນທີ່ພິທີການຈະຖືກຈັດຂຶ້ນ. ແຕ່ທີ່ໜ້າສະເທືອນໃຈທີ່ສຸດຄືການກະຕຸ້ນຂອງພຣະວິນຍານ.
ຊ່ວງເວລາໜຶ່ງກັບເຈົ້າໜ້າທີ່ລັດຖະບານຜູ້ມີຊື່ສຽງ ຍັງຄົງຝັງແໜ້ນຢູ່ໃນຈິດໃຈຂອງຂ້າພະເຈົ້າ. ຫລັງຈາກນັ່ງສະມາທິຢ່າງງຽບໆຢູ່ບຶດໜຶ່ງໃນຫ້ອງຊັ້ນສູງ, ໂດຍທີ່ສະເທືອນອາລົມ ແລະ ຊາບຊຶ້ງຢ່າງເລິກເຊິ່ງ, ເພິ່ນໄດ້ສື່ມໃສ່ຫູຂ້າພະເຈົ້າວ່າ, “ແມ່ນແຕ່ອາກາດທີ່ຂ້ອຍສູດເຂົ້າໃນຫ້ອງນີ້ ກໍຮູ້ສຶກແຕກຕ່າງ.” ຂ້າພະເຈົ້າຮັບຮູ້ວ່າ ເພິ່ນພະຍາຍາມອະທິບາຍການປະທັບຢູ່ຂອງພຣະວິນຍານສັກສິດ, ຊຶ່ງ, ແນ່ນອນ, ປະທັບຢູ່ໃນສະຖານທີ່ ທີ່ສັກສິດນັ້ນ. ຖ້າທ່ານຫວັງທີ່ຈະຮູ້ສຶກເຖິງພຣະວິນຍານ, ໃຫ້ໄປຢູ່ບ່ອນທີ່ພຣະວິນຍານສາມາດປະທັບຢູ່ໄດ້ຢ່າງສະບາຍ.
ພຣະວິຫານ ແລະ ບ້ານຂອງເຮົາເປັນສະຖານທີ່ສັກສິດທີ່ສຸດ ໃນພື້ນທີ່ອຸທິດດັ່ງກ່າວເຫລົ່ານີ້. ໃນນັ້ນເຮົາເຊື້ອເຊີນ ແລະ ຮັບຮູ້ພຣະວິນຍານໄດ້ງ່າຍ. ສະຖານທີ່ສັກສິດອື່ນໆ ແມ່ນລວມທັງອາຄານປະຊຸມ, ຕຶກຫ້ອງຮຽນສາດສະໜາ ແລະ ສະຖາບັນ, ແລະ ສູນປະຫວັດສາດຂອງສາດສະໜາຈັກ ແລະ ສູນນັກທ່ອງທ່ຽວ ຢືນຢູ່ໃນສະຖານທີ່ສັກສິດ.
ຢືນຢູ່ກັບຜູ້ຄົນທີ່ບໍລິສຸດ
ທີສອງ, ຢືນຢູ່ກັບຜູ້ຄົນທີ່ບໍລິສຸດ. ຂ້າພະເຈົ້າຈະອະທິບາຍຫລັກທຳການນຳພາທີສອງກັບຄວາມຊົງຈຳອີກຢ່າງໜຶ່ງ.
ຂ້າພະເຈົ້າຈະບໍ່ເຄີຍມີວັນລືມການມີສ່ວນຮ່ວມໃນກອງປະຊຸມໃຫ້ຄຳດົນໃຈ ທີ່ຈັດຂຶ້ນໃນສະໜາມກິລາຍອດນິຍົມແຫ່ງໜຶ່ງ. ຕາມປົກກະຕິແລ້ວ ສະໜາມກິລາແຫ່ງນີ້ຈະເຕັມໄປດ້ວຍແຟນບານທີ່ສົ່ງສຽງເຊຍທີມບານຂອງຕົນ ແລະ ບາງທີເຍາະເຍີ້ຍທີມຄູ່ຕໍ່ສູ້. ແຕ່ໃນຄືນນັ້ນ, ບັນຍາກາດແມ່ນແຕກຕ່າງກັນຫລາຍ. ສະໜາມກິລາເຕັມໄປດ້ວຍຄົນໜຸ່ມຫລາຍພັນຄົນ ມາລວມຕົວກັນເພື່ອໃຫ້ກຽດ ແລະ ລະນຶກເຖິງຊີວິດຂອງສາດສະດາ ໂຈເຊັບ ສະມິດ. ຄວາມຄາລະວະ, ຄວາມງຽບສະຫງົບ, ແລະ ຫົວໃຈອະທິຖານຂອງເຂົາເຈົ້າ ເຮັດໃຫ້ສະໜາມກິລາເຕັມໄປດ້ວຍການປະທັບຢູ່ຂອງພຣະວິນຍານສັກສິດ. ຂ້າພະເຈົ້າສາມາດເຫັນໄດ້ຢູ່ໃນໃບໜ້າຂອງເຂົາເຈົ້າ. ມັນເປັນຂອງປະທານແຫ່ງພຣະວິນຍານບໍລິສຸດທີ່ກຳລັງດຳເນີນງານ, ໂດຍຢືນຢັນປະຈັກພະຍານທີ່ກ່າວເຖິງໂຈເຊັບ ສະມິດ ແລະ ການຟື້ນຟູພຣະກິດຕິຄຸນ.
ພຣະວິນຍານບໍ່ສາມາດຖືກຢັບຢັ້ງຈາກການເຂົ້າຮ່ວມການຊຸມນຸມຂອງຜູ້ຄົນທີ່ບໍລິສຸດ. ຖ້າທ່ານຫວັງທີ່ຈະຮູ້ສຶກເຖິງພຣະວິນຍານ, ໃຫ້ຢູ່ກັບຜູ້ຄົນທີ່ພຣະວິນຍານສາມາດປະທັບຢູ່ໄດ້ຢ່າງສະບາຍ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວໃນທາງນີ້, “ດ້ວຍວ່າມີສອງ ຫລື ສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫລະ.”7 ສຳລັບຄົນໜຸ່ມ, ໃຫ້ພິຈາລະນາການຊຸມນຸມຂອງພວກທ່ານກັບຜູ້ຄົນ, ກຸ່ມ ແລະ ຫ້ອງຮຽນ, ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ແລະ ສຳມະນາ, ກິດຈະກຳຫວອດ ແລະ ສະເຕກ—ແມ່ນແຕ່ກຸ່ມນັກຮ້ອງປະສານສຽງຫວອດທີ່ບໍລິສຸດ. ເລືອກຢູ່ກັບຜູ້ຄົນ ແລະ ສະຖານທີ່ ທີ່ຊອບທຳ. ຊອກຫາຄວາມເຂັ້ມແຂງໃນກຸ່ມຜູ້ຄົນ. ຊອກຫາໝູ່ເພື່ອນທີ່ດີ. ເປັນໝູ່ເພື່ອນທີ່ດີ. ສະໜັບສະໜູນຊຶ່ງກັນແລະກັນ ບໍ່ວ່າທ່ານຈະຢູ່ບ່ອນໃດ. ຢືນຢູ່ກັບຜູ້ຄົນທີ່ບໍລິສຸດ.
ເປັນພະຍານເຖິງຄວາມຈິງທີ່ສັກສິດ.
ທີສາມ, ເປັນພະຍານເຖິງຄວາມຈິງທີ່ສັກສິດເລື້ອຍໆ ເທົ່າທີ່ທ່ານຈະສາມາດເຮັດໄດ້. ພຣະຜູ້ປອບໂຍນຈະແບ່ງປັນສຸລະສຽງຂອງພຣະອົງ ເມື່ອເຮົາເປັນພະຍານດ້ວຍສຽງຂອງເຮົາສະເໝີ. ພຣະວິນຍານເປັນພະຍານຕໍ່ຜູ້ກ່າວປາໄສ ແລະ ຜູ້ຮັບຟັງດ້ວຍກັນ.
ຂ້າພະເຈົ້າຈື່ໄດ້ຄັ້ງໜຶ່ງໄດ້ນັ່ງແທັກຊີ 45 ນາທີ ໃນເມືອງນິວຢອກ. ຫລັງຈາກໄດ້ສົນທະນາເລື່ອງພຣະກິດຕິຄຸນຢ່າງອົບອຸ່ນກັບຄົນຂັບລົດຕະຫລອດການເດີນທາງໄປສະໜາມບິນ, ຂ້າພະເຈົ້າໄດ້ຈ່າຍເງິນໃຫ້ລາວ ແລະ ຕຽມອອກຈາກລົດ. ແລ້ວຂ້າພະເຈົ້ານຶກໄດ້ວ່າ ຂ້າພະເຈົ້າຍັງບໍ່ໄດ້ໃຫ້ປະຈັກພະຍານກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ແບ່ງປັນເທື່ອ. ຂ້າພະເຈົ້າຈຶ່ງໄດ້ແບ່ງປັນປະຈັກພະຍານສັ້ນໆ, ໂດຍການເຊື້ອເຊີນພຣະວິນຍານ ແລະ ເຮັດໃຫ້ນ້ຳຕາໄຫລທັງສອງຄົນ.
ເມື່ອທ່ານສະແຫວງຫາ ແລະ ໃຊ້ໂອກາດໃນການແບ່ງປັນປະຈັກພະຍານຂອງທ່ານກັບຄົນອື່ນ, ທ່ານຈະສ້າງຊ່ວງເວລາຮັບຮູ້ພຣະວິນຍານດ້ວຍຕົວທ່ານເອງ.
ຟັງພຣະວິນຍານສັກສິດ
ຫລັກທຳຂໍ້ສຸດທ້າຍຄືການຕັ້ງໃຈຟັງພຣະວິນຍານສັກສິດ. ພຣະອົງສາມາດເປັນເພື່ອນຂອງເຮົາສະເໝີ, ແຕ່ພຣະອົງກ່າວດ້ວຍນ້ຳສຽງນຸ້ມນວນ ແລະ ງຽບສະຫງົບ. ສາດສະດາເອລີຢາໄດ້ພົບວ່າ ສຸລະສຽງຂອງພຣະຜູ້ເປັນເຈົ້າບໍ່ໄດ້ຢູ່ໃນລົມ, ແຜ່ນດິນໄຫວ, ຫລື ໄຟ ແຕ່ “ເປັນສຽງກະຊິບ “ເບົາໆດັງແວ່ວມາ.”8 ມັນ “ບໍ່ແມ່ນສຽງຟ້າຮ້ອງ,” ແຕ່ເປັນສຽງ “ອ່ອນຫວານຂອງຄວາມນິ້ມນວນຢ່າງແຈ່ມແຈ້ງ, ຄ້າຍຄືກັບວ່າເປັນສຽງສື່ມໃສ່ຫູ,” ແຕ່ມັນສາມາດ “ສຽບແທງເຂົ້າໄປໃນຈິດວິນຍານທຸກດວງ.”9
ປະທານບອຍ ເຄ ແພ໊ກເກີ ໄດ້ກ່າວວ່າ: “ພຣະວິນຍານບໍ່ໄດ້ດຶງຄວາມສົນໃຈຂອງເຮົາ ໂດຍການຮ້ອງດັງໆ ຫລື ການສັ່ນຕົວເຮົາດ້ວຍມືໜັກໆ. ແຕ່ເປັນສຽງກະຊິບ. ສຽງນັ້ນສຳຜັດເບົາໆ ຈົນຖ້າເຮົາຫຍຸ້ງຢູ່, ເຮົາອາດຈະບໍ່ຮູ້ສຶກເລີຍ.”10 ຂ້າພະເຈົ້າໄດ້ສັງເກດເຫັນວ່າ ບາງຄັ້ງສຸລະສຽງຂອງພຣະອົງແມ່ນແຜ່ວເບົາຫລາຍ, ຫລື ຂ້າພະເຈົ້າຫຍຸ້ງຫລາຍ, ຈົນຄົນທີ່ຂ້າພະເຈົ້າຮັກໄດ້ຮັບຮູ້ແທນຂ້າພະເຈົ້າ. ຫລາຍຄັ້ງເມື່ອການກະຕຸ້ນຂອງພຣະວິນຍານບໍລິສຸດໄດ້ມາເຖິງຂ້າພະເຈົ້າຜ່ານທາງພັນລະຍາຂອງຂ້າພະເຈົ້າ, ລີຊາ. ພໍ່ແມ່ ຫລື ຜູ້ນຳທີ່ຊອບທຳ ອາດໄດ້ຮັບຄຳແນະນຳທີ່ດົນໃຈແທນທ່ານເຊັ່ນກັນ.
ສຽງດັງ, ສຽງອຶກກະທຶກ, ການຂັດແຍ້ງທີ່ແຜ່ຜາຍຢ່າງກວ້າງໄກໃນໂລກ ອາດຄອບງຳຄວາມປະທັບໃຈທີ່ເບົາໆ ແລະ ສະຫງົບງຽບຂອງພຣະວິນຍານສັກສິດ. ໃຫ້ຊອກຫາສະຖານທີ່ງຽບສະຫງົບ, ສະຖານທີ່ສັກສິດ ບ່ອນທີ່ທ່ານຈະສາມາດສະແຫວງຫາທີ່ຈະໄດ້ຮັບການຊີ້ນຳຈາກພຣະວິນຍານ.
ຂໍ້ຄວນລະວັງບາງຢ່າງ
ເມື່ອທ່ານພິຈາລະນາຫລັກທຳເຫລົ່ານີ້ ເພື່ອເຊື້ອເຊີນ ແລະ ຮັບຮູ້ພຣະວິນຍານ, ໃຫ້ພິຈາລະນາຄຳແນະນຳໃຫ້ລະວັງດັ່ງຕໍ່ໄປນີ້.11
ຢືນຢັນຄວາມປະທັບໃຈທາງວິນຍານຂອງທ່ານ. ຍົກຕົວຢ່າງ, ຄວາມປະທັບໃຈຈາກພຣະວິນຍານຈະສອດຄ່ອງກັບພຣະຄຳພີ ແລະ ຄຳສອນຂອງສາດສະດາທີ່ມີຊີວິດຢູ່.
ຕ້ອງແນ່ໃຈວ່າຄວາມຮູ້ສຶກທີ່ທ່ານໄດ້ຮັບນັ້ນສອດຄ່ອງກັບວຽກງານມອບໝາຍຂອງທ່ານ. ຍົກເວັ້ນແຕ່ຈະຖືກເອີ້ນຈາກສິດອຳນາດທີ່ເໝາະສົມ, ຈະບໍ່ມີການກະຕຸ້ນຈາກພຣະວິນຍານ ໃຫ້ທ່ານປຶກສາ ຫລື ແກ້ໄຂຜູ້ອື່ນ.
ເລື່ອງທາງວິນຍານບໍ່ສາມາດບັງຄັບໄດ້. ທ່ານສາມາດປູກຝັງທັດສະນະຄະຕິ ແລະ ສະພາບແວດລ້ອມທີ່ເຊື້ອເຊີນພຣະວິນຍານ, ແລະ ທ່ານສາມາດກະກຽມຕົວເອງ, ແຕ່ທ່ານບໍ່ສາມາດກຳນົດໄດ້ວ່າ ການດົນໃຈຈະມາເຖິງໃນວິທີໃດ ແລະ ເມື່ອໃດ. ອົດທົນ ແລະ ໄວ້ວາງໃຈວ່າ ທ່ານຈະໄດ້ຮັບສິ່ງທີ່ທ່ານຕ້ອງການເມື່ອເຖິງເວລາທີ່ເໝາະສົມ.
ໃຊ້ການຕັດສິນທີ່ດີທີ່ສຸດຂອງທ່ານເອງ. ບາງຄັ້ງເຮົາຕ້ອງການໃຫ້ພຣະວິນຍານຊົງນຳໃນທຸກສິ່ງ. ເຖິງຢ່າງໃດກໍຕາມ, ສ່ວນຫລາຍແລ້ວພຣະຜູ້ເປັນເຈົ້າຕ້ອງການໃຫ້ເຮົາໃຊ້ສະຕິປັນຍາທີ່ພຣະເຈົ້າໄດ້ປະທານໃຫ້ ແລະ ປະຕິບັດໃນວິທີທີ່ສອດຄ່ອງກັບຄວາມເຂົ້າໃຈທີ່ດີທີ່ສຸດຂອງເຮົາ. ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ:
“ຄວາມປາດຖະໜາທີ່ຈະໄດ້ຮັບການນຳພາຈາກພຣະຜູ້ເປັນເຈົ້າຄືຄວາມເຂັ້ມແຂງ, ແຕ່ຕ້ອງມາພ້ອມກັບຄວາມເຂົ້າໃຈທີ່ວ່າ ພຣະບິດາເທິງສະຫວັນປ່ອຍໃຫ້ເຮົາເລືອກທີ່ຈະຕັດສິນໃຈດ້ວຍຕົວເຮົາເອງ. … ບຸກຄົນທີ່ພະຍາຍາມໂອນການຕັດສິນໃຈທັງໝົດໄປໃຫ້ພຣະຜູ້ເປັນເຈົ້າ ແລະ ຂໍການເປີດເຜີຍໃນທຸກການເລືອກ ບໍ່ດົນຈະພົບສະຖານະການທີ່ພວກເຂົາອະທິຖານຂໍການນຳພາແຕ່ບໍ່ໄດ້ຮັບ. …
“ເຮົາຄວນສຶກສາສິ່ງຕ່າງໆຢູ່ໃນໃຈ. … ແລ້ວຄວນອະທິຖານຂໍການນຳພາ ແລະ ປະຕິບັດຕາມນັ້ນ. … ຖ້າເຮົາບໍ່ໄດ້ຮັບການນຳພາ, ເຮົາຄວນປະຕິບັດຕາມການຕັດສິນໃຈທີ່ດີທີ່ສຸດຂອງເຮົາ.”12
ສະຫລຸບດ້ວຍຄຳເຊື້ອເຊີນ
ໂດຍສະຫລຸບ, ໄພ່ພົນຍຸກສຸດທ້າຍຄວນເປັນຜູ້ຄົນຮັກສາພັນທະສັນຍາ ທີ່ມີພອນສະຫວັນ. ເຖິງຢ່າງໃດກໍຕາມ, ເຮົາແຕ່ລະຄົນຍັງຄົງສະແຫວງຫາທີ່ຈະໃຊ້ຂອງປະທານທາງວິນຍານ ແລະ ແລ້ວເຊື້ອເຊີນ ແລະ ຮຽນຮູ້ທີ່ຈະຮັບຮູ້ການກະຕຸ້ນຂອງພຣະວິນຍານ. ຫລັກທຳຊີ້ນຳສີ່ຢ່າງເພື່ອຊ່ວຍເຮົາໃນຄວາມພະຍາຍາມທາງວິນຍານທີ່ສຳຄັນນີ້ຄື:
-
ຢືນຢູ່ໃນສະຖານທີ່ສັກສິດ.
-
ຢືນຢູ່ກັບຜູ້ຄົນທີ່ບໍລິສຸດ.
-
ເປັນພະຍານເຖິງຄວາມຈິງທີ່ສັກສິດ.
-
ຟັງພຣະວິນຍານສັກສິດ.
ຄວາມສາມາດຂອງທ່ານໃນການເຊື້ອເຊີນ ແລະ ຮັບຮູ້ການກະຕຸ້ນຂອງພຣະວິນຍານ ຈະພັດທະນາໄປທີລະຂັ້ນ. “ການປັບຕົວໃຫ້ເຂົ້າກັບພາສາຂອງພຣະວິນຍານຫລາຍຂຶ້ນກໍຄືກັນກັບການຮຽນພາສາອື່ນ. ມັນເປັນຂະບວນການທີ່ຄ່ອຍເປັນຄ່ອຍໄປ ຊຶ່ງຕ້ອງໃຊ້ຄວາມພະຍາຍາມຢ່າງພາກພຽນ ແລະ ອົດທົນ.”13
ກັບຄືນຫາບ່ອນທີ່ເຮົາເລີ່ມຕົ້ນ, ກະລຸນາຈື່ຈຳໄວ້ວ່າ ໃນຖານະໄພ່ພົນຍຸກສຸດທ້າຍທ່ານມີພອນສະຫວັນ. ລອງວາດພາບເຫດການວັນອາທິດຖືສິນອົດເຂົ້າທີ່ຄຸ້ນເຄີຍນີ້, ຊຶ່ງຂ້າພະເຈົ້າໄດ້ຍິນເມື່ອບໍ່ດົນມານີ້. ເດັກນ້ອຍຄົນໜຶ່ງ, ຢືນຢູ່ເທິງຕັ່ງ, ເກືອບຫລຽວບໍ່ເຫັນຜ່ານແທ່ນປາໄສ. ພໍ່ຂອງນາງຢືນຢູ່ໃກ້ ເວົ້າຄ່ອຍໆໃຫ້ກຳລັງໃຈ ສື່ມໃສ່ຫູໃຫ້ນາງແບ່ງປັນວ່າ, “ເຮົາເປັນລູກຂອງພຣະເຈົ້າ.”
ປະຈັກພະຍານຕໍ່ໄປ ແມ່ນຜູ້ໃຫຍ່ໜຸ່ມຄົນໜຶ່ງ ເລີ່ມຕົ້ນກ່າວດ້ວຍສຽງອາຍໆວ່າ, “ຂ້ານ້ອຍຫວັງວ່າຈະມີຄົນສື່ມໃສ່ຫູແບບນັ້ນ.” ແລ້ວນາງກໍໄດ້ຮັບການດົນໃຈທັນທີ ແລະ ເປັນພະຍານວ່າ, “ຂ້ານ້ອຍມີບາງຄົນທີ່ສື່ມໃສ່ຫູ, ນັ້ນຄື—ພຣະວິນຍານບໍລິສຸດ!”
ຂ້າພະເຈົ້າຂໍປິດທ້າຍດ້ວຍຄຳເຊື້ອເຊີນ ໂດຍສະເພາະຊາວໜຸ່ມທຸກຄົນ! ພວກທ່ານຫລາຍຄົນເລີ່ມຕົ້ນມື້ໃຫມ່ຂອງທ່ານດ້ວຍການຢືນຢູ່ໜ້າແວ່ນ. ມື້ອື່ນ, ອາທິດນີ້, ປີນີ້, ແລະ ຕະຫລອດໄປ, ໃຫ້ຢຸດບຶດໜຶ່ງ ຂະນະທີ່ທ່ານຫລຽວເບິ່ງຕົວເອງໃນແວ່ນ. ຄິດກັບຕົວເອງ, ຫລື ເວົ້າອອກສຽງຖ້າຫາກທ່ານຕ້ອງການ, “ວາວ, ເບິ່ງເຮົາແມ! ເຮົາສຸດຍອດ! ເຮົາເປັນລູກຂອງພຣະເຈົ້າ! ພຣະອົງຮູ້ຈັກເຮົາ! ພຣະອົງຮັກເຮົາ! ເຮົາມີພອນສະຫວັນ—ໄດ້ຮັບຂອງປະທານໂດຍມີພຣະວິນຍານບໍລິສຸດເປັນເພື່ອນສະເໝີ!”
ຂ້າພະເຈົ້າຂໍເພີ່ມປະຈັກພະຍານກັບທ່ານ, ໄພ່ພົນຍຸກສຸດທ້າຍທີ່ມີພອນສະຫວັນ, ເຖິງພຣະເຈົ້າອົງເປັນພຣະບິດາ, ພຣະເຢຊູຄຣິດ, ແລະ ພຣະວິນຍານບໍລິສຸດ, ຜູ້ສະແດງປະຈັກພະຍານເຖິງພວກພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.