ອ້າຍເອື້ອຍນ້ອງໃນພຣະຄຣິດ
ຂໍໃຫ້ເຮົາຈົ່ງຊື່ນຊົມກັບຄວາມເປັນຍາດພີ່ນ້ອງທາງວິນຍານທີ່ມີຢູ່ລະຫວ່າງພວກເຮົາຫລາຍຂຶ້ນ ແລະ ເຫັນຄຸນຄ່າລັກສະນະທີ່ແຕກຕ່າງ ແລະ ຂອງປະທານທີ່ແຕກຕ່າງກັນ ທີ່ພວກເຮົາທຸກຄົນມີ.
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາໄດ້ມີກອງປະຊຸມພາກຕ່າງໆທີ່ດີເລີດໃນມື້ນີ້. ເຮົາທຸກຄົນໄດ້ຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າ ແລະ ຄວາມຮັກຂອງພຣະອົງຜ່ານທາງຂ່າວສານທີ່ດີເລີດ ທີ່ຖືກແບ່ງປັນໂດຍຜູ້ນຳຂອງພວກເຮົາ. ຂ້າພະເຈົ້າຮູ້ສຶກມີສິດທິພິເສດທີ່ຈະກ່າວກັບທ່ານໃນຄ່ຳຄືນນີ້ໃນຖານະຜູ້ກ່າວຄຳປາໄສຄົນສຸດທ້າຍ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະສືບຕໍ່ສະຖິດຢູ່ກັບເຮົາ ໃນຂະນະທີ່ເຮົາປິຕິຍິນດີນຳກັນ ໃນຖານະອ້າຍເອື້ອຍນ້ອງທີ່ແທ້ຈິງໃນພຣະຄຣິດ.
ສາດສະດາທີ່ຮັກແພງຂອງເຮົາ, ຣະໂຊ ເອັມ ແນວສັນ, ໄດ້ປະກາດວ່າ: “ມື້ນີ້ ຂ້າພະເຈົ້າຂໍໃຫ້ສະມາຊິກຂອງພວກເຮົາໃນທຸກແຫ່ງຫົນ ເປັນຕົວຢ່າງໃນການປະຖິ້ມຄວາມອະຄະຕິ. ຂ້າພະເຈົ້າອ້ອນວອນທ່ານໃຫ້ສົ່ງເສີມການມີຄວາມນັບຖືຕໍ່ລູກໆທຸກຄົນຂອງພຣະເຈົ້າ.”1 ໃນຖານະສາດສະໜາຈັກລະດັບໂລກ ແລະ ເຕີບໂຕຕະຫລອດເວລາ, ການເຮັດຕາມຄຳເຊື້ອເຊີນຈາກສາດສະດາຂອງເຮົາ ເປັນສິ່ງຈຳເປັນທີ່ສຳຄັນໃນການສ້າງສາອານາຈັກຂອງພຣະຜູ້ຊ່ວຍໃຫ້ລອດ ໃນທຸກປະຊາຊາດຂອງໂລກ.
ພຣະເຢຊູຄຣິດສິດສອນວ່າ ເຮົາທຸກຄົນເປັນບຸດ ແລະ ທິດາທາງວິນຍານຂອງພຣະບິດາມານດາໃນສະຫວັນ ທີ່ຮັກເຮົາແທ້ໆ2 ແລະ ວ່າເຮົາໄດ້ມີຊີວິດເປັນຄອບຄົວໃນທີ່ປະທັບຂອງພຣະເຈົ້າ ກ່ອນທີ່ເຮົາໄດ້ມາເກີດຢູ່ໃນໂລກນີ້. ພຣະກິດຕິຄຸນຍັງສິດສອນວ່າ ເຮົາທຸກຄົນໄດ້ຖືກສ້າງຂຶ້ນຕາມຮູບລັກສະນະ ແລະ ຄ້າຍຄືພຣະເຈົ້ານຳອີກ.3 ດັ່ງນັ້ນ, ເຮົາຈຶ່ງເທົ່າທຽມກັນຕໍ່ພຣະພັກຂອງພຣະອົງ,4 ເພາະພຣະອົງ “ໄດ້ສ້າງມະນຸດທຸກຊາດ ໃຫ້ເກີດມາຈາກມະນຸດຊາຍ [ແລະ ຍິງ] ຄົນດຽວ.”5 ດັ່ງນັ້ນ, ເຮົາທຸກຄົນຈຶ່ງມີທຳມະຊາດ, ມໍລະດົກ, ແລະ ສັກກະຍະພາບອັນສູງສົ່ງ, ເພາະວ່າ “ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າຂອງຄົນທັງປວງ, ຜູ້ຊົງສະຖິດຢູ່ເທິງຄົນທັງປວງ, ທົ່ວຄົນທັງປວງ, ແລະ ໃນ [ເຮົາ] ທັງປວງ.”6
ໃນຖານະສານຸສິດຂອງພຣະຄຣິດ, ເຮົາຖືກເຊື້ອເຊີນໃຫ້ເພີ່ມສັດທາຂອງເຮົາ, ຄວາມຮັກຂອງເຮົາ, ຕໍ່ຄວາມເປັນອ້າຍເອື້ອຍນ້ອງທາງວິນຍານຂອງເຮົາ ໂດຍການຖັກສານຫົວໃຈຂອງເຮົາເຂົ້າກັນຢ່າງແທ້ຈິງ ໃນຄວາມເປັນອັນໜຶ່ງດຽວກັນ ແລະ ຄວາມຮັກ, ໂດຍບໍ່ຄຳນຶງເຖິງຄວາມແຕກຕ່າງຂອງເຮົາ, ດ້ວຍເຫດນີ້ ຈຶ່ງເປັນການເພີ່ມຄວາມສາມາດຂອງເຮົາ ໃນການສົ່ງເສີມຄວາມເຄົາລົບຕໍ່ກຽດສັກສິດຂອງບຸດ ແລະ ທິດາທຸກຄົນຂອງພຣະເຈົ້າ.7
ນັ້ນແມ່ນສະພາບທີ່ຜູ້ຄົນຂອງນີໄຟປະສົບມາເປັນເວລາເກືອບສອງສັດຕະວັດຫລັງຈາກພຣະຄຣິດໄດ້ປະຕິບັດສາດສະໜາກິດຕໍ່ພວກເຂົາ ບໍ່ແມ່ນບໍ?
“ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ. …
“ທັງບໍ່ມີຊາວເລມັນ ຫລື ຊາວໃດໆເລີຍ; ແຕ່ຄົນທັງໝົດຢູ່ເປັນພວກດຽວກັນ, ເປັນລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ.
“ແລະ ພວກເຂົາໄດ້ເປັນສຸກຫລາຍແທ້ໆ!”8
ປະທານແນວສັນໄດ້ເນັ້ນຕື່ມອີກເຖິງຄວາມສຳຄັນຂອງການເຜີຍແຜ່ກຽດສັກສີ ແລະ ຄວາມເຄົາລົບຕໍ່ເພື່ອນມະນຸດດ້ວຍກັນ ເມື່ອເພິ່ນກ່າວວ່າ: “ພຣະຜູ້ສ້າງຂອງເຮົາທຸກຄົນຮຽກຮ້ອງໃຫ້ເຮົາແຕ່ລະຄົນປະຖິ້ມທັດສະນະຄະຕິທີ່ມີອະຄະຕິ ຕໍ່ລູກໆຂອງພຣະເຈົ້າທຸກກຸ່ມ. ໃຜກໍຕາມໃນພວກເຮົາທີ່ມີອະຄະຕິຕໍ່ເຊື້ອຊາດອື່ນຕ້ອງກັບໃຈ! … ມັນເຮັດໃຫ້ເຮົາແຕ່ລະຄົນເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ໃນຂອບເຂດອິດທິພົນຂອງເຮົາ ເພື່ອຮັກສາກຽດສັກສີ ແລະ ເຄົາລົບນັບຖືບຸດ ແລະ ທິດາຂອງພຣະເຈົ້າທຸກຄົນ ທີ່ສົມຄວນໄດ້ຮັບ.”9 ໃນຄວາມເປັນຈິງ, ກຽດສັກສີຂອງມະນຸດຮຽກຮ້ອງໃຫ້ເຄົາລົບໃນຄວາມແຕກຕ່າງຂອງເຮົາ.10
ເມື່ອພິຈາລະນາເຖິງຄວາມຜູກພັນອັນສັກສິດທີ່ລວມເຮົາເປັນອັນໜຶ່ງດຽວກັນກັບພຣະເຈົ້າໃນຖານະລູກໆຂອງພຣະອົງ, ການຊີ້ນຳຂອງສາດສະດາທີ່ມອບໃຫ້ໂດຍປະທານແນວສັນຢ່າງບໍ່ຕ້ອງສົງໄສ ວ່າເປັນຂັ້ນຕອນພື້ນຖານສູ່ການສ້າງສະພານແຫ່ງຄວາມເຂົ້າໃຈ ແທນທີ່ຈະສ້າງກຳແພງແຫ່ງອະຄະຕິ ແລະ ການແບ່ງແຍກໃນບັນດາພວກເຮົາ.11 ເຖິງຢ່າງໃດກໍຕາມ, ດັ່ງທີ່ໂປໂລໄດ້ເຕືອນເອເຟໂຊ, ເຮົາຕ້ອງຮັບຮູ້ວ່າ ກ່ອນຈະບັນລຸຈຸດປະສົງນີ້ໄດ້, ມັນຈຳເປັນຕ້ອງໃຊ້ຄວາມພະຍາຍາມທັງສ່ວນບຸກຄົນ ແລະ ນຳກັນ ເພື່ອປະຕິບັດດ້ວຍຄວາມຖ່ອມຕົນ, ຄວາມອ່ອນນ້ອມ, ແລະ ຄວາມອົດກັ້ນຕໍ່ກັນແລະກັນ.12
ມີເລື່ອງເລົ່າເລື່ອງໜຶ່ງກ່ຽວກັບອາຈານຊາວຢິວຄົນໜຶ່ງທີ່ກຳລັງຊົມຕາເວັນຂຶ້ນກັບໝູ່ສອງຄົນ. ລາວໄດ້ຖາມເຂົາເຈົ້າວ່າ, “ພວກເຈົ້າຮູ້ໄດ້ແນວໃດວ່າກາງຄືນໄດ້ໝົດໄປ ແລະ ມື້ໃໝ່ໄດ້ເລີ່ມຕົ້ນ?”
ຜູ້ໜຶ່ງໄດ້ຕອບວ່າ, “ເມື່ອເຈົ້າຫລຽວເບິ່ງທາງທິດຕາເວັນອອກ ແລະ ສາມາດຈຳແນກໄດ້ວ່າ ອັນໃດເປັນໂຕແກະ ແລະ ອັນໃດເປັນໂຕແບ້.”
ແລ້ວອີກຜູ້ໜຶ່ງໄດ້ຕອບວ່າ, “ເມື່ອເຈົ້າຫລຽວເບິ່ງຂອບຟ້າ ແລະ ສາມາດຈຳແນກໄດ້ວ່າອັນໃດເປັນຕົ້ນໝາກກອກ ແລະ ອັນໃດເປັນຕົ້ນໝາກເດື່ອ.”
ແລ້ວເຂົາເຈົ້າໄດ້ຫັນໄປຫາອາຈານຜູ້ສະຫລາດ ແລະ ຖາມຄຳຖາມດຽວກັນນັ້ນ. ຫລັງຈາກໄດ້ສະທ້ອນຄິດຢູ່ດົນເຕີບ, ລາວໄດ້ຕອບວ່າ, “ເມື່ອເຈົ້າຫລຽວເບິ່ງທາງທິດຕາເວັນອອກ ແລະ ເບິ່ງໜ້າຜູ້ຍິງ ຫລື ໜ້າຜູ້ຊາຍ ແລະ ສາມາດເວົ້າອອກມາໄດ້ວ່າ, ‘ລາວເປັນເອື້ອຍນ້ອງ, ລາວເປັນອ້າຍນ້ອງຂອງຂ້ອຍ.’”13
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າສາມາດຮັບຮອງໄດ້ວ່າ ແສງສະຫວ່າງຂອງມື້ໃຫມ່ຈະສ່ອງສະຫວ່າງຫລາຍຂຶ້ນໃນຊີວິດຂອງເຮົາ ເມື່ອເຮົາເຫັນ ແລະ ປະຕິບັດຕໍ່ເພື່ອນມະນຸດດ້ວຍກັນດ້ວຍຄວາມເຄົາລົບ ແລະ ກຽດສັກສີ ແລະ ເປັນອ້າຍເອື້ອຍນ້ອງທີ່ແທ້ຈິງໃນພຣະຄຣິດ.
ລະຫວ່າງການປະຕິບັດສາດສະໜາກິດຂອງພຣະອົງຢູ່ເທິງໂລກ, ພຣະເຢຊູໄດ້ສະແດງຕົວຢ່າງຫລັກທຳນີ້ຢ່າງສົມບູນແບບ ເມື່ອພຣະອົງ “ໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ”14 ແກ່ຜູ້ຄົນທັງປວງ, ເຊື້ອເຊີນເຂົາເຈົ້າໃຫ້ມາຫາພຣະອົງ ແລະ ຮັບສ່ວນພຣະກະລຸນາທິຄຸນຂອງພຣະອົງ, ໂດຍບໍ່ຄຳນຶງເຖິງຕົ້ນກຳເນີດ, ຊັ້ນສັງຄົມ, ຫລື ລັກສະນະວັດທະນະທຳຂອງເຂົາເຈົ້າ. ພຣະອົງໄດ້ປະຕິບັດສາດສະໜາກິດ, ປິ່ນປົວ, ແລະ ເອົາໃຈໃສ່ຕໍ່ຄວາມຕ້ອງການຂອງທຸກຄົນ, ໂດຍສະເພາະຜູ້ທີ່ເວລານັ້ນຖືວ່າແຕກຕ່າງ, ຖືກດູຖູກ, ຫລື ຖືກຍົກເວັ້ນ. ພຣະອົງບໍ່ໄດ້ປະຕິເສດ ຜູ້ໃດ ແຕ່ໄດ້ປະຕິບັດຕໍ່ເຂົາເຈົ້າດ້ວຍຄວາມທ່ຽງທຳ ແລະ ຄວາມຮັກ, ເພາະພຣະອົງເຫັນວ່າ ເຂົາເຈົ້າເປັນອ້າຍເອື້ອຍນ້ອງຂອງພຣະອົງ, ເປັນບຸດ ແລະ ທິດາຂອງພຣະບິດາອົງດຽວກັນ.15
ໜຶ່ງໃນໂອກາດທີ່ໂດດເດັ່ນທີ່ສຸດ ເມື່ອສິ່ງນີ້ເກີດຂຶ້ນແມ່ນຕອນທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເດີນທາງໄປແຂວງຄາລີເລ, ໂດຍຕັ້ງໃຈໃຊ້ເສັ້ນທາງທີ່ຜ່ານຊາມາເຣຍ.16 ແລ້ວພຣະເຢຊູໄດ້ຕັດສິນໃຈນັ່ງຢູ່ແຄມນ້ຳສ້າງຂອງຢາໂຄບເພື່ອພັກຜ່ອນ. ໃນຂະນະທີ່ຢູ່ທີ່ນັ້ນ, ຍິງຊາວຊາມາເຣຍຄົນໜຶ່ງໄດ້ມາຕັກນ້ຳ. ໃນຄວາມຮອບຮູ້ທຸກຢ່າງຂອງພຣະອົງ, ພຣະເຢຊູໄດ້ກ່າວກັບນາງວ່າ, “ເຮົາຂໍດື່ມນ້ຳແດ່.”17
ຍິງຄົນນີ້ປະຫລາດໃຈຫລາຍທີ່ມີຊາວຢິວຄົນໜຶ່ງຂໍຄວາມຊ່ວຍເຫລືອຈາກຍິງຊາວຊາມາເຣຍ ແລະ ໄດ້ກ່າວຄວາມປະຫລາດໃຈວ່າ, “ດ້ວຍເຫດໃດທ່ານຜູ້ເປັນຄົນຢິວ ຈຶ່ງຂໍດື່ມນ້ຳຈາກຂ້ານ້ອຍ ທີ່ເປັນຄົນຊາມາເຣຍ.”18
ແຕ່ພຣະເຢຊູ, ໂດຍທີ່ໄດ້ປະຖິ້ມປະເພນີຂອງຄວາມປໍລະປັກເປັນເວລາດົນນານ ລະຫວ່າງຊາວຊາມາເຣຍ ແລະ ຊາວຢິວ, ໄດ້ປະຕິບັດສາດສະໜາກິດຕໍ່ຍິງຄົນນີ້ດ້ວຍຄວາມຮັກ, ໂດຍການຊ່ວຍໃຫ້ນາງເຂົ້າໃຈວ່າ ພຣະອົງເປັນໃຜແທ້ໆ—ນັ້ນຄື, ພຣະເມຊີອາ, ຜູ້ທີ່ຈະບອກທຸກສິ່ງ ແລະ ການສະເດັດມາ ຊຶ່ງນາງໄດ້ລໍຄອຍຢູ່.19 ຜົນກະທົບຂອງການປະຕິບັດສາດສະໜາກິດອັນອ່ອນໂຍນນັ້ນ ເຮັດໃຫ້ຍິງຄົນນັ້ນແລ່ນເຂົ້າໄປໃນເມືອງ ເພື່ອປະກາດໃຫ້ຜູ້ຄົນຊາບເຖິງສິ່ງທີ່ໄດ້ເກີດຂຶ້ນ, ໂດຍເວົ້າວ່າ, “ຜູ້ນີ້ບໍ່ແມ່ນພຣະຄຣິດບໍ?”20
ຂ້າພະເຈົ້າມີຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງຕໍ່ຜູ້ທີ່ຖືກດູໝິ່ນ, ດູຖູກ, ຫລື ຖືກຂົ່ມເຫັງ ຈາກຜູ້ຄົນທີ່ບໍ່ມີຄວາມຮູ້ສຶກ ແລະ ບໍ່ມີຄວາມຄິດ, ເພາະວ່າ, ໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເຫັນດ້ວຍຕົວເອງ ເຖິງຄວາມເຈັບປວດທີ່ຄົນດີທົນທຸກຈາກການຖືກຕັດສິນ ຫລື ຖືກໄລ່ອອກ ເພາະວ່າເຂົາເຈົ້າເວົ້າ, ເບິ່ງ, ຫລື ດຳລົງຊີວິດທີ່ແຕກຕ່າງ. ຂ້າພະເຈົ້າຍັງຮູ້ສຶກໂສກເສົ້າຢູ່ໃນໃຈຢ່າງແທ້ຈິງສຳລັບຜູ້ທີ່ຈິດໃຈຍັງມືດມົວ, ຜູ້ຊຶ່ງສາຍຕາມີຈຳກັດ, ແລະ ຜູ້ທີ່ຫົວໃຈຂອງພວກເຂົາຍັງແຂງກະດ້າງ ດ້ວຍຄວາມເຊື່ອໃນຄວາມຕ່ຳຕ້ອຍຂອງຜູ້ທີ່ແຕກຕ່າງຈາກພວກເຂົາ. ການມອງຜູ້ອື່ນຢ່າງຈຳກັດໄດ້ຂັດຂວາງຄວາມສາມາດໃນການມອງເຫັນວ່າ ພວກເຂົາເປັນໃຜໃນຖານະລູກຂອງພຣະເຈົ້າ.
ດັ່ງທີ່ຖືກບອກລ່ວງໜ້າໂດຍສາດສະດາ, ເຮົາມີຊີວິດຢູ່ໃນວັນເວລາອັນໜ້າຢ້ານກົວ ຊຶ່ງນຳໄປສູ່ການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ.21 ໂດຍທົ່ວໄປໂລກຖືກແບ່ງແຍກໂດຍການແຍກທີ່ແຂງແຮງ, ໂດຍການແບ່ງແຍກເຊື້ອຊາດ, ການເມືອງ, ແລະ ເສດຖະກິດສັງຄົມ. ການແບ່ງແຍກດັ່ງກ່າວບາງຄັ້ງກໍມີອິດທິພົນຕໍ່ວິທີການຄິດ ແລະ ການກະທຳຂອງຜູ້ຄົນ ທີ່ກ່ຽວຂ້ອງກັບເພື່ອນມະນຸດດ້ວຍກັນ. ດ້ວຍເຫດນີ້, ຈຶ່ງບໍ່ເປັນເລື່ອງແປກທີ່ຈະເຫັນຜູ້ຄົນບົ່ງບອກວິທີແນວຄິດ, ການກະທຳ, ແລະ ການເວົ້າຈາເຖິງວັດທະນະທຳ, ເຊື້ອຊາດ, ແລະ ເຜົ່າພັນຂອງຄົນອື່ນ ວ່າຕ່ຳກວ່າ, ໂດຍໃຊ້ຄວາມຄິດທີ່ລ່ວງໜ້າ, ຄວາມເຂົ້າໃຈຜິດ, ແລະ ຄວາມຄິດສຽດສີ, ກໍ່ໃຫ້ເກີດທັດສະນະຄະຕິທີ່ດູຖູກ, ບໍ່ສົນໃຈ, ບໍ່ເຄົາລົບ, ແລະ ແມ່ນແຕ່ມີອະຄະຕິຕໍ່ພວກເຂົາ. ທັດສະນະຄະຕິດັ່ງກ່າວມາຈາກຮາກເຫງົ້າຂອງຄວາມທະນົງໃຈ, ຄວາມອວດດີ, ຄວາມອິດສາ, ແລະ ຄວາມຫວງແຫນ, ຊຶ່ງເປັນລັກສະນະກາມມະລົມຂອງຕົນເອງ,22 ຊຶ່ງກົງກັນຂ້າມກັບຄຸນລັກສະນະເໝືອນດັ່ງພຣະຄຣິດ. ການປະພຶດນີ້ແມ່ນບໍ່ເໝາະສົມສຳລັບຜູ້ທີ່ພະຍາຍາມກາຍເປັນສານຸສິດທີ່ແທ້ຈິງຂອງພຣະອົງ.23 ແທ້ຈິງແລ້ວ, ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ບໍ່ມີບ່ອນສຳລັບຄວາມຄິດ ຫລື ການກະທຳທີ່ອະຄະຕິໃນຊຸມຊົນຂອງໄພ່ພົນ.
ໃນຖານະບຸດ ແລະ ທິດາແຫ່ງພັນທະສັນຍາ, ເຮົາສາມາດຊ່ວຍກຳຈັດພຶດຕິກຳປະເພດນີ້ໄດ້ ໂດຍການເບິ່ງຄວາມແຕກຕ່າງທີ່ຊັດເຈນ ທີ່ມີຢູ່ລະຫວ່າງພວກເຮົາ ດ້ວຍພຣະເນດຂອງພຣະຜູ້ຊ່ວຍໃຫ້ລອດ24 ແລະ ຂຶ້ນຢູ່ກັບສິ່ງທີ່ເຮົາມີເໝືອນກັນ—ເອກກະລັກ ແລະ ຄວາມເປັນຍາດພີ່ນ້ອງອັນສູງສົ່ງຂອງເຮົາ. ຍິ່ງໄປກວ່ານັ້ນ, ເຮົາສາມາດພະຍາຍາມເບິ່ງຕົວເອງສະທ້ອນໃຫ້ເຫັນໃນຄວາມຝັນ, ຄວາມຫວັງ, ຄວາມໂສກເສົ້າ, ແລະ ຄວາມເຈັບປວດຂອງເພື່ອນບ້ານຂອງເຮົາ. ເຮົາທຸກຄົນເປັນເພື່ອນຮ່ວມເດີນທາງໃນຖານະລູກໆຂອງພຣະເຈົ້າ, ເທົ່າທຽມກັນໃນສະພາບທີ່ບໍ່ສົມບູນແບບຂອງເຮົາ ແລະ ໃນຄວາມສາມາດຂອງເຮົາທີ່ຈະເຕີບໂຕ. ເຮົາຖືກເຊື້ອເຊີນໃຫ້ເດີນໄປດ້ວຍກັນ, ຢ່າງສະຫງົບ, ດ້ວຍໃຈທີ່ເຕັມໄປດ້ວຍຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ມະນຸດທຸກຄົນ—ຫລື, ດັ່ງທີ່ອັບຣາຮາມ ລິນກັນ ໄດ້ກ່າວວ່າ, “ບໍ່ມີເຈດຕະນາຮ້າຍຕໍ່ຄົນໃດ; ດ້ວຍຄວາມໃຈບຸນຕໍ່ທຸກຄົນ.”25
ທ່ານເຄີຍໄຕ່ຕອງຫລືບໍ່ ວ່າຫລັກທຳຂອງການເຄົາລົບກຽດສັກສີ ແລະ ຄວາມເທົ່າທຽມກັນຂອງມະນຸດ ສະແດງໃຫ້ເຫັນຜ່ານທາງວິທີລຽບງ່າຍ ທີ່ເຮົາແຕ່ງກາຍໃນບ້ານຂອງພຣະຜູ້ເປັນເຈົ້າ? ເຮົາທຸກຄົນມາທີ່ພຣະວິຫານເປັນອັນໜຶ່ງດຽວກັນໃນຈຸດປະສົງດຽວ ແລະ ເຕັມໄປດ້ວຍຄວາມປາດຖະໜາທີ່ຈະບໍລິສຸດ ແລະ ສັກສິດໃນການປະທັບຢູ່ອັນສັກສິດຂອງພຣະອົງ. ໃນຊຸດຂາວ, ເຮົາທຸກຄົນຖືກຮັບໄວ້ໂດຍພຣະຜູ້ເປັນເຈົ້າພຣະອົງເອງ ໃນຖານະລູກທີ່ຮັກຂອງພຣະອົງ, ຊາຍ ແລະ ຍິງຂອງພຣະເຈົ້າ, ລູກຫລານຂອງພຣະຄຣິດ.26 ເຮົາໄດ້ຮັບສິດທິພິເສດໃຫ້ປະຕິບັດພິທີການອັນດຽວກັນ, ເຮັດພັນທະສັນຍາອັນດຽວກັນ, ໃຫ້ຄຳໝັ້ນສັນຍາວ່າຈະດຳລົງຊີວິດທີ່ສູງກວ່າ ແລະ ສັກສິດກວ່າ, ແລະ ຮັບຄຳສັນຍານິລັນດອນອັນດຽວກັນ. ເປັນອັນໜຶ່ງດຽວກັນໃນຈຸດປະສົງ, ເຮົາເຫັນກັນແລະກັນດ້ວຍຕາໃໝ່, ແລະ ໃນຄວາມເປັນອັນໜຶ່ງດຽວຂອງເຮົາ, ເຮົາສະເຫລີມສະຫລອງຄວາມແຕກຕ່າງຂອງເຮົາໃນຖານະລູກໆອັນສູງສົ່ງຂອງພຣະເຈົ້າ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຊ່ວຍນຳພາບຸກຄົນສຳຄັນ ແລະ ເຈົ້າໜ້າທີ່ຂອງລັດຖະບານ ໃນງານເປີດຊົມພຣະວິຫານບຣາຊີເລຍ ບຣາຊິນ. ຂ້າພະເຈົ້າໄດ້ຢຸດຢູ່ສະຖານທີ່ປ່ຽນເສື້ອຜ້າກັບຮອງປະທານປະເທດບຣາຊິນ, ແລະ ໄດ້ສົນທະນາກັນເລື່ອງເສື້ອຜ້າສີຂາວທີ່ທຸກຄົນໃສ່ໃນພຣະວິຫານ. ຂ້າພະເຈົ້າໄດ້ອະທິບາຍໃຫ້ເພິ່ນຟັງວ່າ ການໃຊ້ເສື້ອຜ້າສີຂາວຄືກັນໝົດທຸກຄົນນີ້ ເປັນສັນຍາລັກວ່າ ພວກເຮົາທຸກຄົນແມ່ນເໝືອນກັນຕໍ່ພຣະເຈົ້າ ແລະ ວ່າໃນພຣະວິຫານ, ເອກະລັກຂອງເຮົາບໍ່ແມ່ນລອງປະທານປະເທດ ຫລື ຜູ້ນຳຂອງສາດສະໜາຈັກ ແຕ່ມີເອກະລັກນິລັນດອນ ໃນຖານະບຸດຂອງພຣະບິດາເທິງສະຫວັນທີ່ຊົງຮັກ.
ແມ່ນ້ຳອີກົວຊູໄຫລຜ່ານພາກໃຕ້ຂອງບຣາຊິນ ແລະ ໄຫລລົງສູ່ພູພຽງບ່ອນສູງ ຊຶ່ງກໍ່ໃຫ້ເກີດລະບົບນ້ຳຕົກ ທີ່ຮູ້ຈັກກັນທົ່ວໂລກໃນນາມ ນ້ຳຕົກອີກົວຊູ—ເປັນໜຶ່ງໃນສິ່ງທີ່ສວຍງາມ ແລະ ໜ້າປະທັບໃຈທີ່ພຣະເຈົ້າໄດ້ສ້າງຂຶ້ນຢູ່ເທິງແຜ່ນດິນໂລກ, ຊຶ່ງຖືວ່າເປັນໜຶ່ງໃນເຈັດສິ່ງມະຫັດສະຈັນຂອງໂລກ. ປະລິມານຂອງນ້ຳມະຫາສານໄດ້ໄຫລລົງສູ່ແມ່ນ້ຳສາຍດຽວ ແລ້ວແຍກອອກຈາກກັນ, ກໍ່ໃຫ້ເກີດເປັນສາຍນ້ຳຕົກນັບເປັນຮ້ອຍ. ເມື່ອເວົ້າໃນທຳນອງປຽບທຽບ, ລະບົບນ້ຳຕົກອັນມະຫັດສະຈັນນີ້ ເປັນພາບສະທ້ອນເຖິງຄອບຄົວຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ, ເພາະເຮົາມີຕົ້ນກຳເນີດ ແລະ ສານທາງວິນຍານແບບດຽວກັນ, ຊຶ່ງມາຈາກມໍລະດົກ ແລະ ຄວາມເປັນຍາດພີ່ນ້ອງອັນສູງສົ່ງຂອງເຮົາ. ເຖິງຢ່າງໃດກໍຕາມ, ເຮົາແຕ່ລະຄົນໄຫລວຽນຢູ່ໃນວັດທະນະທຳ, ເຜົ່າພັນ, ແລະ ເຊື້ອຊາດທີ່ແຕກຕ່າງກັນ, ໂດຍມີຄວາມຄິດເຫັນ, ປະສົບການ, ແລະ ຄວາມຮູ້ສຶກທີ່ແຕກຕ່າງກັນ. ເຖິງເປັນເຊັ່ນນີ້, ແຕ່ເຮົາກໍກ້າວໄປໜ້າໃນຖານະລູກໆຂອງພຣະເຈົ້າ ແລະ ໃນຖານະອ້າຍເອື້ອຍນ້ອງໃນພຣະຄຣິດ, ໂດຍບໍ່ໄດ້ສູນເສຍການເຊື່ອມຕໍ່ອັນສູງສົ່ງຂອງເຮົາ, ຊຶ່ງເຮັດໃຫ້ເຮົາເປັນຜູ້ຄົນທີ່ມີເອກະລັກ ແລະ ເປັນທີ່ຮັກແພງຂອງຊຸມຊົນ.27
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ເຮົາຈົ່ງປັບໃຈ ແລະ ຈິດໃຈຂອງເຮົາໃຫ້ສອດຄ່ອງກັບຄວາມຮູ້ ແລະ ປະຈັກພະຍານ ທີ່ວ່າເຮົາທຸກຄົນເທົ່າທຽມກັນຕໍ່ພຣະພັກຂອງພຣະເຈົ້າ, ວ່າເຮົາທຸກຄົນໄດ້ຮັບຂອງປະທານສັກສິດຢ່າງເຕັມທີ່ ດ້ວຍສັກກະຍະພາບ ແລະ ມໍລະດົກນິລັນດອນອັນດຽວກັນ. ຂໍໃຫ້ເຮົາຈົ່ງຊື່ນຊົມກັບຄວາມເປັນຍາດພີ່ນ້ອງທາງວິນຍານທີ່ມີຢູ່ລະຫວ່າງພວກເຮົາຫລາຍຂຶ້ນ ແລະ ເຫັນຄຸນຄ່າລັກສະນະທີ່ແຕກຕ່າງ ແລະ ຂອງປະທານທີ່ແຕກຕ່າງກັນ ທີ່ພວກເຮົາທຸກຄົນມີ. ຖ້າຫາກເຮົາເຮັດເຊັ່ນນັ້ນ, ຂ້າພະເຈົ້າສັນຍາກັບທ່ານວ່າ ເຮົາຈະໄຫລໄປໃນທາງຂອງເຮົາເອງ, ເໝືອນດັ່ງນ້ຳຕົກອີກົວຊູ, ໂດຍທີ່ບໍ່ສູນເສຍການເຊື່ອມຕໍ່ອັນສູງສົ່ງຂອງເຮົາ ທີ່ລະບຸເຮົາວ່າເປັນຜູ້ຄົນທີ່ມີເອກະລັກ, “ລູກຂອງພຣະຄຣິດ, ແລະ ທາຍາດຂອງອານາຈັກຂອງພຣະເຈົ້າ.”28
ຂ້າພະເຈົ້າເປັນພະຍານກັບທ່ານວ່າ ເມື່ອເຮົາສືບຕໍ່ໄຫລໄປໃນທາງນີ້ລະຫວ່າງຊີວິດມະຕະຂອງເຮົາ, ມື້ໃໝ່ຈະເລີ່ມຕົ້ນດ້ວຍແສງສະຫວ່າງໃໝ່ ທີ່ຈະເຮັດໃຫ້ຊີວິດຂອງເຮົາສົດໃສ ແລະ ສ່ອງສະຫວ່າງດ້ວຍໂອກາດທີ່ດີເລີດ ທີ່ຈະໃຫ້ຄຸນຄ່າຫລາຍຂຶ້ນ, ແລະ ໄດ້ຮັບພອນຢ່າງເຕັມທີ່, ຈາກຄວາມຫລາກຫລາຍທີ່ຖືກສ້າງຂຶ້ນໂດຍພຣະເຈົ້າໃນບັນດາລູກໆຂອງພຣະອົງ.29 ເຮົາຈະເປັນເຄື່ອງມືໃນພຣະຫັດຂອງພຣະອົງຢ່າງແທ້ຈິງ ເພື່ອສົ່ງເສີມຄວາມເຄົາລົບ ແລະ ກຽດສັກສີໃນບັນດາບຸດ ແລະ ທິດາທັງໝົດຂອງພຣະອົງ. ພຣະເຈົ້າຊົງພຣະຊົນຢູ່. ພຣະເຢຊູເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ປະທານແນວສັນເປັນສາດສະດາຂອງພຣະເຈົ້າໃນທຸກວັນນີ້. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.