ການເຫັນຄອບຄົວຂອງພຣະເຈົ້າຜ່ານເລນພາບລວມ
ຂ້າພະເຈົ້າເຊື່ອວ່າເຮົາສາມາດ, ຜ່ານທາງຕາແຫ່ງສັດທາ, ຊູມອອກ ແລະ ເບິ່ງຕົວເອງ ແລະ ຄອບຄົວຂອງເຮົາດ້ວຍຄວາມຫວັງ ແລະ ຄວາມຊື່ນຊົມ.
ຕອນລູກສາວຫລ້າຂອງພວກເຮົາ, ເບີກລີ, ຍັງນ້ອຍ, ຂ້າພະເຈົ້າໄດ້ເລີ່ມໃຊ້ແວ່ນຕາອ່ານໜັງສື―ແບບທີ່ສາມາດຊູມເຂົ້າ ແລະ ຂະຫຍາຍທຸກສິ່ງໄດ້. ມື້ໜຶ່ງ, ຂະນະທີ່ພວກເຮົານັ່ງອ່ານປຶ້ມຢູ່ນຳກັນ, ຂ້າພະເຈົ້າໄດ້ຫລຽວເບິ່ງນາງດ້ວຍຄວາມຮັກ ແຕ່ກໍເສົ້າໃຈນຳອີກ ເພາະ, ຢູ່ຊື່ໆ, ນາງເບິ່ງຄືໃຫຍ່ຂຶ້ນ. ຂ້າພະເຈົ້າຄິດ, “ເວລາຫາຍໄປໃສແລ້ວ? ນາງໃຫຍ່ຫລາຍ!”
ຂະນະທີ່ຂ້າພະເຈົ້າຍົກແວ່ນຕາອ່ານໜັງສືອອກ ເພື່ອເຊັດນ້ຳຕາ, ຂ້າພະເຈົ້າກໍຮູ້ວ່າ, “ໂອ ຖ້າກ່ອນ—ນາງບໍ່ໄດ້ໃຫຍ່ກວ່າເກົ່າ; ມັນເປັນພຽງແວ່ນຕາພວກນີ້! ຊ່າງເທາະ!”
ບາງຄັ້ງສິ່ງທີ່ເຮົາສາມາດເຫັນແມ່ນພຽງແຕ່ພາບໃກ້ໆ ແລະ ຂະຫຍາຍໃຫຍ່ຂຶ້ນ ຂອງຄົນທີ່ເຮົາຮັກ. ຄ່ຳຄືນນີ້, ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ຊູມອອກ ແລະ ເບິ່ງຜ່ານເລນທີ່ແຕກຕ່າງ—ເລນນິລັນດອນທີ່ສຸມໃສ່ພາບໃຫຍ່, ເລື່ອງລາວທີ່ໃຫຍ່ກວ່າຂອງທ່ານ.
ໃນຊ່ວງທຳອິດຂອງມະນຸດຊາດທີ່ສົ່ງຈະຫລວດທີ່ບໍ່ມີຄົນຂຶ້ນອະວະກາດ, ມັນບໍ່ມີປ່ອງຢ້ຽມ. ແຕ່ຈະຫລວດ ອາໂພໂລ 8 ໄປສູ່ດວງຈັນ, ນັກບິນອະວະກາດມີປ່ອງຢ້ຽມອັນໜຶ່ງ. ຂະນະທີ່ລ່ອງລອຍຢູ່ໃນອະວະກາດ, ເຂົາເຈົ້າປະທັບໃຈກັບພະລັງແຫ່ງການຫລຽວເຫັນໂລກຂອງເຮົາ ແລະ ໄດ້ຖ່າຍຮູບອັນໜ້າຕື່ນຕາຕື່ນໃຈນີ້ ຊຶ່ງດຶງດູດຄວາມສົນໃຈຂອງຄົນທັງໂລກ! ນັກບິນອະວະກາດເຫລົ່ານີ້ສຳຜັດໄດ້ເຖິງຄວາມຮູ້ສຶກອັນຊົງພະລັງ ຈົນໄດ້ຮັບການຂະໜານນາມວ່າ: ຜົນກະທົບພາບລວມ.
ການເບິ່ງຈາກມຸມມອງໃໝ່ຈະປ່ຽນແປງ ທຸກສິ່ງ. ນັກເດີນທາງໃນອະວະກາດຄົນໜຶ່ງໄດ້ກ່າວວ່າ ມັນ “ລົດຂະໜາດທຸກສິ່ງໃຫ້ເຖິງຂະໜາດທີ່ທ່ານຄິດວ່າສາມາດຈັດການໄດ້. … ເຮົາສາມາດເຮັດໄດ້. ສັນຕິສຸກໃນໂລກ—ບໍ່ມີບັນຫາ. ມັນໃຫ້ພະລັງງານປະເພດນັ້ນກັບຜູ້ຄົນ … ພະລັງປະເພດນັ້ນ.”1
ໃນຖານະມະນຸດ, ເຮົາມີມຸມມອງທີ່ຕິດດິນ, ແຕ່ພຣະເຈົ້າມີມຸມມອງເຫັນພາບລວມອັນຍິ່ງໃຫຍ່ຂອງຈັກກະວານ. ພຣະອົງເຫັນການສ້າງທຸກຢ່າງ, ເຮົາທຸກຄົນ, ແລະ ເຕັມປ່ຽມດ້ວຍຄວາມຫວັງ.
ເປັນໄປໄດ້ບໍທີ່ຈະເລີ່ມຫລຽວເຫັນຕາມທີ່ພຣະເຈົ້າຊົງຫລຽວເຫັນ ຂະນະທີ່ອາໄສຢູ່ເທິງດາວພະເຄາະນີ້—ເພື່ອຈະຮູ້ສຶກເຖິງຄວາມຮູ້ສຶກໂດຍ ລວມ ນີ້? ຂ້າພະເຈົ້າເຊື່ອວ່າເຮົາສາມາດ, ຜ່ານທາງຕາແຫ່ງສັດທາ, ຊູມອອກ ແລະ ເບິ່ງຕົວເອງ ແລະ ຄອບຄົວຂອງເຮົາດ້ວຍຄວາມຫວັງ ແລະ ຄວາມຊື່ນຊົມ.
ພຣະຄຳພີກໍເຫັນດ້ວຍ. ໂມໂຣໄນກ່າວເຖິງຜູ້ທີ່ມີສັດທາ “ອັນແຮງກ້າ” ຈົນວ່າພວກເຂົາໄດ້ “ເຫັນ … ດ້ວຍຕາແຫ່ງສັດທາ, ແລະ ພວກເຂົາກໍພໍໃຈ.”2
ເມື່ອຈ້ອງຕາໄປທີ່ພຣະຜູ້ຊ່ວຍໃຫ້ລອດ, ເຂົາໄດ້ຮູ້ສຶກຊື່ນຊົມ ແລະ ຮູ້ຄວາມຈິງນີ້: ເພາະພຣະຄຣິດ, ທຸກຢ່າງຈຶ່ງສຳເລັດ. ທຸກສິ່ງທີ່ ທ່ານ ແລະ ທ່ານ ແລະ ທ່ານ ເປັນຫ່ວງ—ທັງໝົດຈະເປັນໄປດ້ວຍດີ! ແລະ ຜູ້ທີ່ເບິ່ງດ້ວຍຕາແຫ່ງສັດທາ ຈະສາມາດ ຮູ້ສຶກ ວ່າ ມັນຈະເປັນໄປດ້ວຍດີໃນ ຕອນນີ້.
ຂ້າພະເຈົ້າເຄີຍໄດ້ປະເຊີນກັບຊ່ວງທີ່ຍາກລຳບາກໃນປີສຸດທ້າຍ ໃນໂຮງຮຽນມັດທະຍົມປາຍ ເມື່ອຂ້າພະເຈົ້າໄດ້ເຮັດການຕັດສິນໃຈທີ່ບໍ່ດີ. ຂ້າພະເຈົ້າຈື່ໄດ້ວ່າ ເຫັນແມ່ຮ້ອງໄຫ້ ແລະ ຂ້າພະເຈົ້າສົງໄສວ່າຈະເຮັດໃຫ້ເພິ່ນຜິດຫວັງຫລືບໍ່. ໃນເວລານັ້ນ, ຂ້າພະເຈົ້າເປັນຫ່ວງວ່າ ນ້ຳຕາຂອງເພິ່ນໝາຍຄວາມວ່າ ເພິ່ນໄດ້ສູນເສຍຄວາມຫວັງໃນຕົວຂອງຂ້າພະເຈົ້າແລ້ວ ແລະ ຖ້າຫາກເພິ່ນບໍ່ຮູ້ສຶກມີຄວາມຫວັງໃນຕົວຂອງຂ້າພະເຈົ້າ, ບາງທີອາດຈະບໍ່ມີທາງກັບຄືນໄດ້.
ແຕ່ພໍ່ຂອງຂ້າພະເຈົ້າໄດ້ຝຶກການຊູມອອກ ແລະ ເບິ່ງໄລຍະໄກຫລາຍກວ່າ. ເພິ່ນໄດ້ຮຽນຮູ້ຈາກປະສົບການທີ່ຄວາມເປັນຫ່ວງຮູ້ສຶກເໝືອນຄວາມຮັກ, ແຕ່ມັນບໍ່ຄືກັນ.3 ເພິ່ນໄດ້ໃຊ້ດວງຕາແຫ່ງສັດທາ ເພື່ອເບິ່ງວ່າທຸກຢ່າງຈະເປັນໄປດ້ວຍດີ, ແລະ ແນວທາງທີ່ມີຄວາມຫວັງຂອງເພິ່ນໄດ້ປ່ຽນແປງຂ້າພະເຈົ້າ.
ເມື່ອຂ້າພະເຈົ້າຮຽນຈົບມັດທະຍົມປາຍ ແລະ ໄປຮຽນຢູ່ ມະຫາວິທະຍາໄລບຣິກຳ ຢັງ, ພໍ່ໄດ້ຂຽນຈົດໝາຍຫາຂ້າພະເຈົ້າ ເຕືອນໃຈຂ້າພະເຈົ້າວ່າ ຂ້າພະເຈົ້າເປັນໃຜ. ເພິ່ນກາຍເປັນຜູ້ເຊຍ, ແລະ ທຸກຄົນກໍຕ້ອງການຜູ້ເຊຍ—ເປັນຜູ້ທີ່ບໍ່ບອກທ່ານວ່າ, “ເຈົ້າແລ່ນບໍ່ໄວພໍ,” ເຂົາເຈົ້າເຕືອນໃຈທ່ານດ້ວຍຄວາມຮັກ ວ່າທ່ານສາມາດເຮັດໄດ້.
ພໍ່ເປັນແບບຢ່າງຂອງຄວາມຝັນຂອງລີໄຮ. ເຊັ່ນດຽວກັບລີໄຮ, ເພິ່ນຮູ້ວ່າທ່ານບໍ່ໄດ້ໄລ່ຕາມຄົນທີ່ທ່ານຮັກ ຜູ້ຮູ້ສຶກຫລົງທາງ. “ທ່ານຢູ່ໃນບ່ອນທີ່ທ່ານຢູ່ ແລະ ເອີ້ນຫາພວກເຂົາ. ທ່ານໄປທີ່ຕົ້ນໄມ້, ຢູ່ທີ່ຕົ້ນໄມ້, ກິນໝາກໄມ້ ແລະ, ດ້ວຍຮອຍຍິ້ມໃນໃບໜ້າຂອງທ່ານ, ສືບຕໍ່ໂບກມືເອີ້ນຄົນທີ່ທ່ານຮັກ ແລະ ສະແດງເປັນຕົວຢ່າງວ່າ ການກິນໝາກໄມ້ເປັນສິ່ງທີ່ມີຄວາມສຸກ!”4
ພາບນີ້ຊ່ວຍໃຫ້ຂ້າພະເຈົ້າໄດ້ ໃນຊ່ວງເວລາເສົ້າໆ ເມື່ອຂ້າພະເຈົ້າພົບວ່າ ຕົວເອງຢູ່ທີ່ຕົ້ນໄມ້, ກຳລັງກິນໝາກໄມ້ ແລະ ຮ້ອງໄຫ້ ເພາະຂ້າພະເຈົ້າເປັນຫ່ວງ; ແລະ ແທ້ຈິງແລ້ວ, ມັນເປັນປະໂຫຍດແນວໃດ? ແທນນັ້ນ, ໃຫ້ເລືອກຄວາມຫວັງ—ຄືຄວາມຫວັງໃນພຣະຜູ້ສ້າງ ແລະ ໃນກັນແລະກັນ, ເຕີມພະລັງຄວາມສາມາດຂອງເຮົາໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນເວລານີ້.
ບໍ່ດົນຫລັງຈາກແອວເດີ ນຽວ ເອ ແມ໊ກສະແວວ ໄດ້ເສຍຊີວິດໄປ, ນັກສື່ຂ່າວໄດ້ຖາມລູກຊາຍຂອງເພິ່ນວ່າ ລາວຄິດຮອດສິ່ງໃດຫລາຍກວ່າໝູ່. ລາວເວົ້າວ່າ ການກິນເຂົ້າແລງຢູ່ເຮືອນຂອງພໍ່ແມ່ຂອງລາວ ເພາະວ່າລາວມັກຈະຮູ້ສຶກວ່າພໍ່ຂອງລາວເຊື່ອໃນຕົວຂອງລາວ.
ນີ້ເປັນຊ່ວງທີ່ລູກໆຜູ້ໃຫຍ່ຂອງພວກເຮົາເລີ່ມກັບບ້ານພໍ່ແມ່ ເພື່ອມາກິນເຂົ້າແລງພ້ອມດ້ວຍຄູ່ຄອງຂອງເຂົາເຈົ້າ. ລະຫວ່າງອາທິດ ຂ້າພະເຈົ້າພົບວ່າ ຕົວເອງກຳລັງຂຽນລາຍການຕ່າງໆຢູ່ໃນໃຈ ທີ່ສາມາດເຕືອນເຂົາເຈົ້າໄດ້ ໃນວັນອາທິດ, ເຊັ່ນ: “ບາງທີພະຍາຍາມຊ່ວຍລູກໆໃຫ້ຫລາຍຂຶ້ນ ເມື່ອເຈົ້າຢູ່ບ້ານ” ຫລື “ຢ່າລືມເປັນຜູ້ຟັງທີ່ດີ.”
ເມື່ອຂ້າພະເຈົ້າໄດ້ອ່ານຄຳຄິດເຫັນຂອງບຣາເດີ ແມ໊ກສະແວວ, ຂ້າພະເຈົ້າໄດ້ໂຍນລາຍການຖິ້ມ ແລະ ປິດສຽງວິພາກວິຈານ, ເພື່ອວ່າເມື່ອຂ້າພະເຈົ້າໄດ້ເຫັນລູກຜູ້ໃຫຍ່ຂອງຂ້າພະເຈົ້າໃນຊ່ວງເວລາອັນສັ້ນໆໃນແຕ່ລະອາທິດ, ຂ້າພະເຈົ້າຈະສຸມໃສ່ສິ່ງທີ່ດີໆ ຫລາຍຢ່າງທີ່ເຂົາເຈົ້າກຳລັງເຮັດຢູ່ແລ້ວ. ເມື່ອລູກຊາຍກົກຂອງພວກເຮົາ, ຣາຍແອນ, ໄດ້ເສຍຊີວິດໄປ ເມື່ອສອງສາມປີຕໍ່ມາ, ຂ້າພະເຈົ້າຈື່ໄດ້ວ່າ ການທີ່ເຮົາໄດ້ໃຊ້ເວລານຳກັນ ເຮັດໃຫ້ມີຄວາມສຸກຫລາຍຂຶ້ນ ແລະ ຄິດບວກຫລາຍຂຶ້ນ.
ກ່ອນທີ່ເຮົາຈະໂຕ້ຕອບກັບຄົນທີ່ເຮົາຮັກ, ໃຫ້ເຮົາຖາມຕົວເອງໃນຄຳຖາມນີ້ໄດ້ບໍວ່າ “ສິ່ງທີ່ເຮົາກຳລັງເຮັດ ຫລື ເວົ້ານັ້ນ ຈະເປັນປະໂຫຍດ ຫລື ເຮັດໃຫ້ເຈັບປວດ?” ຄຳເວົ້າຂອງເຮົາເປັນໜຶ່ງໃນພະລັງພິເສດຂອງເຮົາ ແລະ ສະມາຊິກໃນຄອບຄົວກໍເໝືອນກັນກັບກະດານດຳມະນຸດ ທີ່ຢືນຢູ່ຕໍ່ໜ້າເຮົາ ແລ້ວເວົ້າວ່າ, “ຂຽນສິ່ງທີ່ເຈົ້າຄິດກ່ຽວກັບຂ້ອຍ!” ຂໍ້ຄວາມເຫລົ່ານີ້, ບໍ່ວ່າດ້ວຍເຈດຕະນາ ຫລື ບໍ່ໄດ້ຕັ້ງໃຈ, ຄວນໃຫ້ຄວາມຫວັງ ແລະ ກຳລັງໃຈ.5
ວຽກງານຂອງເຮົາບໍ່ແມ່ນເພື່ອສິດສອນບາງຄົນທີ່ກຳລັງຜ່ານຜ່າຄວາມຫຍຸ້ງຍາກ ວ່າເຂົາເຈົ້າບໍ່ດີ ຫລື ເຮັດໃຫ້ຜິດຫວັງ. ໃນໂອກາດໜຶ່ງທີ່ຫາຍາກ ເຮົາອາດຮູ້ສຶກຖືກກະຕຸ້ນໃຫ້ຕິຕຽນ, ແຕ່ສ່ວນຫລາຍແລ້ວ ໃຫ້ເຮົາບອກຄົນທີ່ເຮົາຮັກດ້ວຍວິທີເວົ້າ ແລະ ບໍ່ເວົ້າ ໃນຂໍ້ຄວາມທີ່ເຂົາເຈົ້າຢາກໄດ້ຍິນ ທີ່ວ່າ: “ຄອບຄົວຂອງເຮົາຮູ້ສຶກດີໃຈ ແລະ ສົມບູນແບບ ເພາະວ່າເຈົ້າຢູ່ໃນນັ້ນ.” “ເຈົ້າຈະຖືກຮັກຕະຫລອດຊີວິດຂອງເຈົ້າ—ບໍ່ວ່າຈະເປັນແນວໃດ.”
ບາງຄັ້ງ ສິ່ງທີ່ເຮົາຕ້ອງການຄື ການເອົາໃຈໃສ່ຫລາຍກວ່າຄຳແນະນຳ; ການຟັງຫລາຍກວ່າຄຳບັນຍາຍ; ບາງຄົນທີ່ໄດ້ຍິນ ແລະ ສົງໄສວ່າ “ເຮົາຈະຮູ້ສຶກແນວໃດ ເມື່ອເວົ້າສິ່ງທີ່ເຂົາເຈົ້າຫາກໍເວົ້າໄປ?”
ໃຫ້ຈື່ຈຳໄວ້ວ່າ, ຄອບຄົວເປັນຫ້ອງທົດລອງທີ່ພຣະເຈົ້າປະທານໃຫ້ ຊຶ່ງເຮົາກຳລັງຄົ້ນຫາສິ່ງຕ່າງໆ, ດັ່ງນັ້ນບາດກ້າວທີ່ພາດພັ້ງ ແລະ ການຄຳນວນທີ່ຜິດພາດ ຈຶ່ງບໍ່ເປັນພຽງແຕ່ເປັນໄປໄດ້ ແຕ່ໜ້າຈະເປັນ. ແລະມັນຈະບໍ່ໜ້າສົນໃຈບໍ ຖ້າຫາກ, ໃນຊ່ວງບັ້ນປາຍຂອງຊີວິດ, ເຮົາຈະເຫັນວ່າ ຄວາມສຳພັນເຫລົ່ານັ້ນ, ເຖິງແມ່ນໃນຊ່ວງເວລາທີ່ທ້າທາຍເຫລົ່ານັ້ນ, ເປັນສິ່ງທີ່ຊ່ວຍໃຫ້ເຮົາກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ? ການປະຕິສຳພັນທີ່ຍາກລຳບາກແຕ່ລະຄັ້ງ ເປັນໂອກາດໃນການຮຽນຮູ້ວິທີທີ່ຈະຮັກ ໃນລະດັບທີ່ເລິກເຊິ່ງຫລາຍຂຶ້ນ—ລະດັບເໝືອນພຣະເຈົ້າ.6
ຂໍໃຫ້ຊູມອອກ ເພື່ອເບິ່ງຄວາມສຳພັນໃນຄອບຄົວ ເປັນເຄື່ອງມືທີ່ມີພະລັງໃນການສິດສອນເຮົາໃນບົດຮຽນທີ່ເຮົາມາຢູ່ທີ່ນີ້ເພື່ອຮຽນຮູ້ ເມື່ອເຮົາຫັນມາຫາພຣະຜູ້ຊ່ວຍໃຫ້ລອດ.
ຈົ່ງຍອມຮັບເທາະວ່າ ໃນໂລກທີ່ເສື່ອມໂຊມນີ້, ບໍ່ມີທາງທີ່ຈະເປັນຄູ່ຄອງ, ພໍ່ແມ່, ລູກຊາຍ ຫລື ລູກສາວ, ລູກຫລານ, ຜູ້ຝຶກສອນ, ຫລື ໝູ່ເພື່ອນທີ່ສົມບູນແບບໄດ້—ແຕ່ມີລ້ານວິທີທີ່ຈະເປັນຄົນດີໄດ້.7 ຂໍໃຫ້ມາຢູ່ທີ່ຕົ້ນໄມ້, ຮັບສ່ວນຄວາມຮັກຂອງພຣະເຈົ້າ, ແລະ ແບ່ງປັນໃຫ້ກັນແລະກັນ. ໂດຍການຍົກຜູ້ຄົນຢູ່ອ້ອມຂ້າງ, ເຮົາກໍຂຶ້ນໄປດ້ວຍເຊັ່ນກັນ.
ໜ້າເສຍດາຍທີ່, ຄວາມຊົງຈຳໃນການຮັບກິນໝາກໄມ້ນັ້ນຍັງບໍ່ພຽງພໍ; ເຮົາຕ້ອງມີສ່ວນຮ່ວມຫລາຍໆຄັ້ງ ໃນວິທີທີ່ປັບຕຳແໜ່ງເລນຂອງເຮົາ ແລະ ເຊື່ອມຕໍ່ເຮົາເຂົ້າໃນພາບລວມຂອງສະຫວັນ ໂດຍການເປີດພຣະຄຳພີ, ຊຶ່ງເຕັມໄປດ້ວຍຄວາມສະຫວ່າງ, ເພື່ອຂັບໄລ່ຄວາມມືດອອກໄປ, ຢູ່ໃນການຄຸເຂົ່າຈົນກວ່າການອະທິຖານແບບທຳມະດາຂອງເຮົາ ກາຍເປັນອັນຍິ່ງໃຫຍ່. ນີ້ແມ່ນເວລາທີ່ຫົວໃຈອ່ອນລົງ, ແລະ ເຮົາເລີ່ມເຫັນດັ່ງທີ່ພຣະເຈົ້າຊົງເຫັນ.
ໃນຍຸກສຸດທ້າຍນີ້, ບາງທີວຽກງານທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮົາເຮັດແມ່ນການຢູ່ກັບຄົນທີ່ເຮົາຮັກ—ຄົນດີ ທີ່ມີຊີວິດຢູ່ໃນໂລກທີ່ຊົ່ວຮ້າຍ. ຄວາມຫວັງ ຂອງເຮົາ ປ່ຽນແປງວິທີທີ່ເຂົາເຈົ້າເຫັນຕົວເອງ ແລະ ວ່າເຂົາເຈົ້າແມ່ນໃຜແທ້. ແລະ ຜ່ານທາງເລນແຫ່ງຄວາມຮັກນີ້ ເຂົາເຈົ້າຈະເຫັນຕົວເອງວ່າ ຈະ ກາຍເປັນໃຜ.
ແຕ່ຜູ້ປໍລະປັກບໍ່ຢາກໃຫ້ເຮົາ ຫລື ຄົນທີ່ເຮົາຮັກກັບບ້ານນຳກັນ. ແລະ ເນື່ອງຈາກ ເຮົາອາໄສຢູ່ເທິງດາວພະເຄາະທີ່ຖືກຜູກມັດໂດຍການເວລາ ແລະ ຈຳນວນປີອັນຈຳກັດ,8 ມັນຈຶ່ງພະຍາຍາມຢ່າງຕໍ່ເນື່ອງເພື່ອເຮັດໃຫ້ຮູ້ສຶກຕື່ນຕົກໃຈ. ເມື່ອເຮົາຊູມເຂົ້າ, ມັນຍາກທີ່ຈະເຫັນໄດ້ວ່າ ທິດທາງຂອງເຮົາມີຄວາມສຳຄັນຫລາຍກວ່າຄວາມໄວຂອງເຮົາ.
ຈົ່ງຈື່ຈຳໄວ້ວ່າ, “ຖ້າທ່ານຢາກໄປໄວ, ໃຫ້ໄປຄົນດຽວ. ຖ້າທ່ານຢາກໄປໄກ, ໃຫ້ໄປນຳກັນ.”9 ໂຊກດີທີ່, ພຣະເຈົ້າຜູ້ເຮົານະມັດສະການນັ້ນ ບໍ່ ໄດ້ຖືກຜູກມັດດ້ວຍການເວລາ. ພຣະອົງເຫັນວ່າຄົນທີ່ເຮົາຮັກແມ່ນໃຜແທ້ໆ ແລະ ເຮົາ ເປັນໃຜແທ້ໆ.10 ສະນັ້ນພຣະອົງຈຶ່ງອົດທົນກັບເຮົາ, ໂດຍຫວັງວ່າເຮົາຈະອົດທົນກັບກັນແລະກັນ.
ຂ້າພະເຈົ້າຍອມຮັບວ່າ ມີຫລາຍຄັ້ງເມື່ອແຜ່ນດິນໂລກ, ບ້ານຊົ່ວຄາວຂອງເຮົາ, ຮູ້ສຶກເໝືອນກັບເກາະແຫ່ງຄວາມໂສກເສົ້າ—ຊ່ວງເວລາທີ່ຂ້າພະເຈົ້າມີຕາຂ້າງໜຶ່ງແຫ່ງສັດທາ ແລະ ອີກຂ້າງກຳລັງຮ້ອງໄຫ້.11 ທ່ານຮູ້ຈັກຄວາມຮູ້ສຶກນີ້ບໍ?
ຂ້າພະເຈົ້າຮູ້ສຶກໃນວັນອັງຄານຜ່ານມານີ້.
ໃຫ້ເຮົາເລືອກເອົາທັດສະນະຄະຕິທີ່ຊື່ສັດຂອງສາດສະດາຂອງເຮົາແທນ ເມື່ອເພິ່ນສັນຍາເລື່ອງການມະຫັດສະຈັນໃນຄອບຄົວຂອງເຮົາຊິໄດ້ບໍ? ຖ້າເຮົາເຮັດ, ຄວາມຊື່ນຊົມຂອງເຮົາຈະມີເພີ່ມຂຶ້ນ ແມ່ນແຕ່ໃນເວລາທີ່ມີຄວາມວຸ້ນວາຍຫລາຍກວ່າເກົ່າ. ເພິ່ນສັນຍາວ່າ ຜົນກະທົບພາບລວມສາມາດສຳຜັດໄດ້ໃນ ຕອນນີ້, ບໍ່ວ່າສະຖານະການຂອງເຮົາຈະເປັນແນວໃດກໍຕາມ.12
ການມີຕາແຫ່ງສັດທານີ້ໃນ ຕອນນີ້ ເປັນການຫວນກັບ, ຫລື ເປັນສຽງສະທ້ອນ, ຂອງສັດທາທີ່ເຮົາມີກ່ອນເຮົາມາສູ່ໂລກນີ້. ມັນເຫັນຄວາມບໍ່ແນ່ນອນຂອງຊົ່ວຄາວ, ເຮັດໃຫ້ເຮົາ “ເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງພວກເຮົາຢ່າງເບີກບານມ່ວນຊື່ນ; ແລະ ຈາກນັ້ນ … ຢືນຢູ່ຊື່ໆ.”13
ຕອນນີ້ມີເລື່ອງຍາກໆໃນຊີວິດຂອງທ່ານ, ມີຄວາມເປັນຫ່ວງທີ່ທ່ານຈະບໍ່ສາມາດແກ້ໄຂຫລືບໍ່? ປາດສະຈາກຕາແຫ່ງສັດທາ, ນັ້ນອາດຈະຮູ້ສຶກຄືກັບວ່າ ພຣະເຈົ້າໄດ້ສູນເສຍການຄວບຄຸມດູແລສິ່ງຕ່າງໆ, ແລະ ນັ້ນເປັນຄວາມຈິງຫລືບໍ່?
ຫລື ບາງທີຄວາມຢ້ານກົວຢ່າງຫລວງຫລາຍຂອງທ່ານກໍຄື ທ່ານຈະຕ້ອງຜ່ານຜ່າຊ່ວງເວລາທີ່ຍາກລຳບາກນີ້ດ້ວຍຕົວຄົນດຽວ, ແຕ່ນັ້ນໝາຍຄວາມວ່າພຣະເຈົ້າໄດ້ປະຖິ້ມທ່ານ, ແລະ ນັ້ນເປັນເລື່ອງຈິງຫລືບໍ່?
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ຊ່ວຍໃຫ້ລອດມີຄວາມສາມາດ, ເພາະການຊົດໃຊ້ຂອງພຣະອົງ, ທີ່ຈະປ່ຽນຝັນຮ້າຍໃດໆທີ່ທ່ານກຳລັງປະສົບ ໃຫ້ເປັນພອນໄດ້. ພຣະອົງໄດ້ສັນຍາກັບເຮົາວ່າ “ດ້ວຍພັນທະສັນຍາທີ່ຖາວອນ” ວ່າເມື່ອເຮົາພະຍາຍາມຮັກ ແລະ ຕິດຕາມພຣະອົງ, “ທຸກສິ່ງທັງປວງ ໃນນັ້ນທີ່ [ເຮົາ] ໄດ້ຮັບທຸກທໍລະມານມາ ຈະທຳງານນຳກັນເພື່ອຄວາມດີ [ຂອງເຮົາ].”14 ທຸກສິ່ງ ທັງປວງ.
ແລະ ເນື່ອງຈາກວ່າເຮົາເປັນລູກແຫ່ງພັນທະສັນຍາ, ເຮົາຈຶ່ງສາມາດຂໍຄວາມຮູ້ສຶກທີ່ມີຄວາມຫວັງໄດ້ໃນ ຕອນນີ້!
ເຖິງແມ່ນວ່າຄອບຄົວຂອງເຮົາຈະບໍ່ສົມບູນແບບ, ແຕ່ເຮົາກໍສາມາດເຮັດໃຫ້ຄວາມຮັກທີ່ເຮົາມີຕໍ່ຜູ້ອື່ນ ສົມບູນແບບ ໄດ້ ຈົນກວ່າຄວາມຮັກນັ້ນຈະກາຍເປັນຄວາມຮັກທີ່ຄົງທີ່, ບໍ່ປ່ຽນແປງ, ບໍ່ວ່າຈະເປັນຄວາມຮັກປະເພດໃດກໍຕາມ—ຊຶ່ງເປັນຄວາມຮັກທີ່ສະໜັບສະໜູນການປ່ຽນແປງ ແລະ ອະນຸຍາດໃຫ້ເຕີບໂຕ ແລະ ກັບຄືນມາ.
ມັນເປັນວຽກງານຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະນຳຄົນທີ່ເຮົາຮັກກັບຄືນມາ. ມັນແມ່ນວຽກງານ ຂອງພຣະອົງ ແລະ ເວລາ ຂອງພຣະອົງ. ມັນເປັນວຽກງານ ຂອງເຮົາ ທີ່ຈະສະໜອງຄວາມຫວັງ ແລະ ຫົວໃຈທີ່ເຂົາເຈົ້າສາມາດກັບບ້ານ. “ເຮົາບໍ່ມີທັງສິດອຳນາດ [ຂອງພຣະເຈົ້າ] ຫລື ອຳນາດຂອງພຣະອົງ ທີ່ຈະກ່າວໂທດ ຫລື ໄຖ່ຖອນ, ແຕ່ເຮົາຖືກອະນຸຍາດໃຫ້ນຳໃຊ້ຄວາມຮັກຂອງພຣະອົງ.”15 ປະທານແນວສັນກໍໄດ້ສິດສອນວ່າ ຄົນອື່ນຕ້ອງການຄວາມຮັກຂອງເຮົາ ຫລາຍກວ່າການຕັດສິນຂອງເຮົາ. “ເຂົາເຈົ້າຈຳເປັນຕ້ອງປະສົບກັບຄວາມຮັກອັນບໍລິສຸດຂອງພຣະເຢຊູຄຣິດ ທີ່ສະທ້ອນຢູ່ໃນຄຳເວົ້າ ແລະ ການກະທຳ [ຂອງເຮົາ].”16
ຄວາມຮັກເປັນສິ່ງທີ່ປ່ຽນໃຈ. ມັນເປັນແຮງຈູງໃຈທີ່ບໍລິສຸດທີ່ສຸດ ແລະ ຄົນອື່ນສາມາດຮູ້ສຶກໄດ້. ຂໍໃຫ້ເຮົາຈົ່ງຍຶດໝັ້ນໃນຖ້ອຍຄຳຂອງສາດສະດາທີ່ສະເໜີເມື່ອ 50 ປີກ່ອນວ່າ: “ບໍ່ມີບ້ານໃດລົ້ມເຫລວ ເວັ້ນເສຍແຕ່ຈະເຊົາພະຍາຍາມ.”17 ແນ່ນອນວ່າ, ຜູ້ທີ່ຮັກຫລາຍທີ່ສຸດ ແລະ ຍາວນານທີ່ສຸດ ຍ່ອມຊະນະ!
ໃນຄອບຄົວທາງໂລກ, ເຮົາພຽງແຕ່ກຳລັງເຮັດສິ່ງທີ່ພຣະເຈົ້າໄດ້ກະທຳກັບເຮົາ—ຊີ້ທາງ ແລະ ຫວັງວ່າຄົນທີ່ເຮົາຮັກຈະໄປໃນທິດທາງນັ້ນ, ໂດຍຮູ້ວ່າເສັ້ນທາງທີ່ເຂົາເຈົ້າເດີນໄປເປັນສິ່ງທີ່ເຂົາເຈົ້າເລືອກ.
ແລະ ເມື່ອເຂົາເຈົ້າຜ່ານຂ້າມໄປຟາກມ່ານເບື້ອງນັ້ນ ແລະ ຫຍັບເຂົ້າໃກ້ “ແຮງດຶງດູດ” ທີ່ເຕັມປ່ຽມດ້ວຍຄວາມຮັກຂອງບ້ານໃນສະຫວັນຂອງເຂົາເຈົ້າ,18 ຂ້າພະເຈົ້າເຊື່ອວ່າ ມັນຈະຮູ້ສຶກຄຸ້ນເຄີຍ ເພາະເຂົາເຈົ້າເຄີຍໄດ້ຮັບຄວາມຮັກຢູ່ທີ່ນັ້ນ.
ໃຫ້ລອງໃຊ້ ເລນພາບລວມ ນັ້ນ ແລະ ເບິ່ງຜູ້ຄົນທີ່ເຮົາຮັກ ແລະ ຢູ່ດ້ວຍ ໃນຖານະເພື່ອນຮ່ວມທາງໃນດາວພະເຄາະທີ່ສວຍງາມນີ້.
ສ່ວນທ່ານ ແລະ ຂ້າພະເຈົ້າເດ້? ເຮົາສາມາດເຮັດໄດ້! ເຮົາສາມາດຍຶດໝັ້ນ ແລະ ມີຄວາມຫວັງ! ເຮົາສາມາດຢູ່ທີ່ຕົ້ນໄມ້ ແລະ ຮັບສ່ວນໝາກໄມ້ດ້ວຍຮອຍຍິ້ມຢູ່ເທິງໃບໜ້າ, ປ່ອຍໃຫ້ແສງສະຫວ່າງຂອງພຣະຄຣິດຢູ່ໃນຕາຂອງເຮົາກາຍເປັນບາງສິ່ງທີ່ຄົນອື່ນໄວ້ໃຈໄດ້ ໃນຊ່ວງເວລາທີ່ມືດມົນທີ່ສຸດຂອງເຂົາເຈົ້າ. ເມື່ອເຂົາເຈົ້າເຫັນແສງສະຫວ່າງປະກົດຢູ່ໃນໃບໜ້າຂອງເຮົາ, ເຂົາເຈົ້າຈະຖືກດຶງດູດເຂົ້າມາຫາມັນ. ແລ້ວເຮົາຈະສາມາດຊ່ວຍສຸມຄວາມສົນໃຈຂອງເຂົາເຈົ້າໄປທີ່ແຫລ່ງດັ້ງເດີມຂອງຄວາມຮັກ ແລະ ແສງສະຫວ່າງ, “ດາວເພັກດວງໃສຮຸ່ງເຮືອງ,” ພຣະເຢຊູຄຣິດ.19
ຂ້າພະເຈົ້າສະແດງປະຈັກພະຍານວ່າ—ທັງໝົດນີ້—ຈະອອກມາດີກວ່າທີ່ເຮົາຈະສາມາດຈິນຕະນາໄດ້! ດ້ວຍຕາແຫ່ງສັດທາຢູ່ທີ່ພຣະເຢຊູຄຣິດ, ຂໍໃຫ້ເຮົາຈົ່ງເຫັນວ່າ ທຸກຢ່າງຈະເປັນໄປດ້ວຍດີໃນທີ່ສຸດ, ແລະ ຮູ້ສຶກວ່າທຸກສິ່ງຈະເປັນໄປດ້ວຍດີໃນ ຕອນນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.