ຄວາມຊື່ນຊົມຂອງພວກເຈົ້າຈະຍິ່ງໃຫຍ່ພຽງໃດ
ບັດນີ້ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ເອົາຄວາມຮູ້, ຄວບຄູ່ກັບປະຈັກພະຍານທີ່ມີມາຍາວນານ, ແລະ ໄປເຜີຍແຜ່.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຄວາມຄິດຂອງຂ້າພະເຈົ້າໃນມື້ນີ້ແມ່ນກ່ຽວກັບການເຕົ້າໂຮມອິດສະຣາເອນ, ຊຶ່ງເປັນສິ່ງທີ່ປະທານຣະໂຊ ເອັມ ແນວສັນ ເອີ້ນວ່າເປັນ “ສິ່ງສຳຄັນທີ່ສຸດ ທີ່ກຳລັງເກີດຂຶ້ນຢູ່ໃນໂລກທຸກວັນນີ້. ບໍ່ມີສິ່ງອື່ນໃດທີ່ໃຫຍ່ໂຕໄປກວ່ານີ້, ບໍ່ມີສິ່ງໃດທີ່ສຳຄັນໄປກວ່ານີ້, ບໍ່ມີສິ່ງໃດທີ່ສະຫງ່າງາມໄປກວ່ານີ້.”1
ການເຕົ້າໂຮມເປັນການຮັບຮູ້ສູງສຸດທີ່ວ່າ, “ຄຸນຄ່າຂອງຈິດວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ.”2 ມັນງ່າຍໆແຄ່ນັ້ນ. ເຮົາກຳລັງເຕົ້າໂຮມລູກໆຂອງພຣະເຈົ້າໃນວັນເວລາສຸດທ້າຍ ເພື່ອວ່າພວກເຂົາຈະມີ “ພອນອັນຍິ່ງໃຫຍ່ຫລັ່ງລົງມາເທິງຫົວຂອງພວກເຂົາ”3 ແລະ ມີຄຳສັນຍາໃນ “ຄວາມຮັ່ງມີແຫ່ງນິລັນດອນ.”4 ຕາມດ້ວຍວ່າ ເພື່ອທີ່ຈະເຕົ້າໂຮມອິດສະຣາເອນ ເຮົາຕ້ອງການຜູ້ສອນສາດສະໜາ—ຫລາຍກວ່າທີ່ກຳລັງຮັບໃຊ້ຢູ່.5 ມື້ນີ້ ຂ້າພະເຈົ້າກຳລັງກ່າວເຖິງຜູ້ອາວຸໂສຢ່າງຫລວງຫລາຍທີ່ມີປະສົບການໃນສາດສະໜາຈັກ ຜູ້ທີ່ສາມາດຮັບໃຊ້ເປັນຜູ້ສອນສາດສະໜາ. ພຣະຜູ້ເປັນເຈົ້າຕ້ອງການທ່ານ. ພວກເຮົາຕ້ອງການທ່ານໃນນິວຢອກ ແລະ ຊິຄາໂກ, ອົດສະຕາລີ ແລະ ອາຟຣິກາ, ໄທ ແລະ ແມັກຊິໂກ, ແລະ ທຸກບ່ອນໃນລະຫວ່າງແຫ່ງດັ່ງກ່າວ.
ຂ້າພະເຈົ້າຂໍພາທ່ານກັບຄືນສູ່ປີ 2015. ຂ້າພະເຈົ້າໄດ້ຖືກເອີ້ນເປັນສະມາຊິກໃໝ່ແຫ່ງກຸ່ມອັກຄະສາວົກສິບສອງ. ໜ້າທີ່ຮັບຜິດຊອບທີ່ດີເລີດຢ່າງໜຶ່ງທີ່ພວກເຮົາມີໃນຖານະອັກຄະສາວົກ ຄືການມອບໝາຍຜູ້ສອນສາດສະໜາສູ່ສະໜາມອອກແຮງງານຂອງເຂົາເຈົ້າ. ຂ້າພະເຈົ້າເຄີຍໄດ້ເຂົ້າຮ່ວມໃນຂະບວນການນີ້ ໃນຖານະສາວົກເຈັດສິບ,6 ແຕ່ບັດນີ້, ໃນຖານະອັກຄະສາວົກ, ຂ້ານ້ອຍຮູ້ສຶກເຖິງພາລະຂອງການມອບໝາຍຢ່າງເຕັມປ່ຽມ. ຂ້າພະເຈົ້າໄດ້ເລີ່ມຕົ້ນດ້ວຍການອະທິຖານເມື່ອມອບໝາຍແອວເດີ ແລະ ຊິດສະເຕີຄົນໜຸ່ມເປັນຈຳນວນຫລວງຫລາຍ, ເທື່ອລະຄົນ, ໃນເຂດເຜີຍແຜ່ທັງທົ່ວໂລກ. ແລ້ວເມື່ອຂ້າພະເຈົ້າຫັນມາຫາຄູ່ອາວຸໂສ. ມັນມີພຽງ 10 ຄູ່ໃນບັນຊີລາຍຊື່. ບໍ່ຫລາຍເລີຍ. ດ້ວຍຄວາມປະຫລາດໃຈ, ຂ້າພະເຈົ້າໄດ້ຖາມເພື່ອນຮ່ວມງານຈາກພະແນກເຜີຍແຜ່ວ່າ, “ອາທິດນີ້ພວກເຮົາຕ້ອງການຫລາຍເທົ່າໃດເພື່ອຕອບສະໜອງຄຳຮ້ອງຂໍ?”
ເພິ່ນຕອບວ່າ, “300.”
ຊ່ວງເວລາທີ່ງຽບສະຫງົບນັ້ນຍັງຄົງຕິດພັນຢູ່ກັບຂ້າພະເຈົ້າ: 10 ຄູ່ຕໍ່ການຮ້ອງຂໍ 300.
ປະທານຣະໂຊ ເອັມ ແນວສັນ ໄດ້ຊຸກຍູ້ຄູ່ສາມີພັນລະຍາ “ໃຫ້ຄຸເຂົ່າ ແລະ ທູນຖາມພຣະບິດາເທິງສະຫວັນ ຖ້າຫາກມັນເປັນເວລາເໝາະສົມສຳລັບເຂົາເຈົ້າທີ່ຈະຮັບໃຊ້ເຜີຍແຜ່.”7 ໃນຄຸນສົມບັດທັງໝົດ, ເພິ່ນໄດ້ກ່າວວ່າ, “ຄວາມປາດຖະໜາ ທີ່ຈະຮັບໃຊ້ອາດເປັນສິ່ງສຳຄັນທີ່ສຸດ.”8
ດັ່ງທີ່ພຣະຄຳພີກ່າວວ່າ, “ຖ້າເຈົ້າມີຄວາມປາດຖະໜາທີ່ຈະຮັບໃຊ້ພຣະເຈົ້າ ເຈົ້າກໍໄດ້ຖືກເອີ້ນໃຫ້ມາຫາວຽກງານ.”9 ວຽກງານນັ້ນທັງໝົດແມ່ນກ່ຽວກັບກົດແຫ່ງການເກັບກ່ຽວ. ເຮົາອ່ານໃນໂຢຮັນວ່າ, “ເພື່ອທັງຜູ້ຫວ່ານ ແລະ ຜູ້ເກັບກ່ຽວຈະຊົມຊື່ນຍິນດີນຳກັນ.”10
ຂ້າພະເຈົ້າໄດ້ເຫັນກົດແຫ່ງການເກັບກ່ຽວສຳເລັດຜົນໃນຄອບຄົວຂອງຂ້າພະເຈົ້າເອງ.
ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ໄປຢ້ຽມຢາມຄອບຄົວ ເມື່ອອະທິການໄດ້ຂໍໃຫ້ຂ້າພະເຈົ້າກ່າວໃນທ້າຍກອງປະຊຸມສິນລະລຶກ.11 ຂະນະທີ່ຂ້າພະເຈົ້າຍ່າງລົງມາຈາກແທ່ນ, ຜູ້ຍິງຄົນໜຶ່ງໄດ້ເຂົ້າມາຫາຂ້າພະເຈົ້າພ້ອມກັບລູກເຈັດຄົນຂອງລາວ ແລະ ໄດ້ແນະນຳຕົວວ່າລາວຊື່ ຊິດສະເຕີ ຣີເບັກກາ ກູສແມນ.
ລາວໄດ້ຖາມວ່າ, “ແອວເດີ ແຣັສ໌ແບນ, ທ່ານຮູ້ຈັກ ຣູລອນ ແລະ ເວີດາ ແຣັສ໌ແບນ ບໍ?”
ຂ້າພະເຈົ້າຍິ້ມ ແລະ ຕອບວ່າ, “ພວກເພິ່ນແມ່ນພໍ່ແມ່ຂອງຂ້ອຍ.”
ທ່ານຄົງເຫັນໄດ້ວ່າເລື່ອງລາວຕໍ່ໄປນັ້ນຈະເປັນແນວໃດ. ດ້ວຍການອະນຸຍາດຈາກ ຣີເບັກກາ, ຊຶ່ງຢູ່ທີ່ນີ້ກັບຄອບຄົວໃນສູນກາງປະຊຸມໃຫຍ່, ຂ້າພະເຈົ້າຂໍເລົ່າເລື່ອງຄອບຄົວຂອງລາວ.12
ພໍ່ແມ່ຂອງຂ້າພະເຈົ້າ, ແອວເດີ ຣູລອນ ແລະ ຊິດສະເຕີ ເວີດາ ແຣັສ໌ແບນ, ໄດ້ຮັບໃຊ້ເປັນຄູ່ອາວຸໂສໃນເຂດເຜີຍແຜ່ ຟລໍຣິດາ ຝອດ ລາເດີແດວ .13 ພວກເພິ່ນໄດ້ເລາະເຜີຍແຜ່ ແລະ ໂດຍການນຳພາຈາກສະຫວັນ ໄດ້ເຄາະປະຕູບ້ານຂອງ ເຣເບັກກາ. ລາວຍັງເປັນໄວລຸ້ນ ແລະ ມັກຟັງເພງ ອອສມອນ, ໂດຍສະເພາະ ເພື່ອນຂອງພວກເຮົາ ດອນນີ—ຊຶ່ງຢູ່ທີ່ນີ້ກັບພວກເຮົາ ໃນມື້ນີ້.14 ລາວໄດ້ຟັງການສຳພາດສື່ຂອງເຂົາເຈົ້າ ແລະ ຮູ້ວ່າເຂົາເຈົ້າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ລາວຮູ້ສຶກມີບາງຢ່າງແຕກຕ່າງກ່ຽວກັບເຂົາເຈົ້າ ແລະ ຄິດວ່າ ນັ້ນອາດເປັນສາດສະໜາຂອງເຂົາເຈົ້າ, ຣີເບັກກາໄດ້ໃຊ້ເວລາສອງປີຄົ້ນຄວ້າກ່ຽວກັບຄວາມເຊື່ອຂອງສາດສະໜາຈັກ ໃນຫ້ອງສະໝຸດຢູ່ໂຮງຮຽນ. ສະນັ້ນ, ເມື່ອຄູ່ສາມີພັນລະຍາທີ່ມີໜ້າຕາໃຈດີຄູ່ໜຶ່ງມາເຄາະປະຕູບ້ານຂອງຄອບຄົວລາວ ແລະ ໄດ້ແນະນຳຕົວເອງວ່າເປັນຜູ້ສອນສາດສະໜາໄພ່ພົນຍຸກສຸດທ້າຍ, ລາວຈຶ່ງແປກໃຈ.
“ແມ່ຂອງຂ້ານ້ອຍບອກຂ້ານ້ອຍໃຫ້ໄລ່ພວກເພິ່ນອອກ,” ຣີເບັກກາ ໄດ້ຂຽນຕໍ່ມາ, “ແຕ່ຫົວໃຈຂອງຂ້ານ້ອຍເວົ້າວ່າ, ‘ບໍ່.’ ຂ້ານ້ອຍໄດ້ເບິ່ງໜ້າພວກເພິ່ນ, ແລະ ຂ້າພະເຈົ້າຮູ້ສຶກເຖິງຄວາມອົບອຸ່ນ ແລະ ຄວາມຮັກຫລາຍ. ຄວາມຊົງຈຳຍັງເຮັດໃຫ້ນ້ຳຕາໄຫລ ແລະ ຮູ້ສຶກເລິກເຊິ່ງໃນໃຈຂອງຂ້ານ້ອຍຢູ່.”15
ຣີເບັກກາໄດ້ເຊື້ອເຊີນພວກເພິ່ນເຂົ້າໄປ, ແລະ ພໍ່ແມ່ຂອງຂ້າພະເຈົ້າທີ່ເປັນຜູ້ສອນສາດສະໜາໄດ້ແບ່ງປັນຂ່າວສານກັບລາວ, ນ້ອງສາວສອງຄົນຂອງລາວ, ແລະ ແມ່ຂອງລາວ, ເຖິງຈະຂັດຄ້ານກໍຕາມ.
ຣີເບັກກາໄດ້ບອກຂ້າພະເຈົ້າວ່າ: “ພໍ່ແມ່ຂອງທ່ານທັງຄູ່ໄດ້ອະທິບາຍຄຳຖາມທີ່ພວກເຮົາມີໄດ້ດີຫລາຍ. ຂ້ານ້ອຍຍັງຄົງເຫັນໃບໜ້າຂອງພວກເພິ່ນຄືກັບວ່າມີແສງສະຫວ່າງອ້ອມຮອບພວກເພິ່ນ. ພວກເຮົາໄດ້ກອດແມ່ຂອງທ່ານສະເໝີ ເມື່ອເພິ່ນອອກເຮືອນໄປ, ແລະ ເພິ່ນໄດ້ເຮັດໃຫ້ແມ່ຂອງຂ້ານ້ອຍຮູ້ສຶກສະບາຍໃຈ ແລະ ໄດ້ຮັບຄວາມເຄົາລົບສະເໝີ. ພໍ່ຂອງທ່ານມີປະກາຍໃນແວວຕາສະເໝີ ໃນຂະນະທີ່ເພິ່ນສິດສອນພວກເຮົາກ່ຽວກັບພຣະເຢຊູຄຣິດ. ເພິ່ນພະຍາຍາມໃຫ້ພໍ່ຂອງຂ້ານ້ອຍມີສ່ວນຮ່ວມນຳ ແລະ ໃນທີ່ສຸດກໍໄດ້ເອົາຊະນະໃຈຂອງເພິ່ນ. ພໍ່ຂອງຂ້ານ້ອຍເປັນພໍ່ຄົວຢູ່ ສະໂມສອນເອກະຊົນໃນທ້ອງຖິ່ນ ແລະ ໄດ້ເລີ່ມເຮັດອາຫານແລງໃຫ້ພໍ່ແມ່ຂອງທ່ານກິນ, ລວມທັງເຮັດເຂົ້າໜົມໝາກນາວ, ທີ່ພໍ່ທ່ານໂປດປານທີ່ສຸດນຳອີກ.”16
ເມື່ອແອວເດີ ແລະ ຊິດສະເຕີ ແຣັສ໌ແບນ ໄດ້ຂໍໃຫ້ ຣີເບັກກາ ແລະ ຄອບຄົວຂອງລາວອ່ານພຣະຄຳພີມໍມອນ, ຣີເບັກກາໄດ້ອ່ານພາຍໃນຫ້າວັນ. ລາວຕ້ອງການຮັບບັບຕິສະມາທັນທີ, ແຕ່ສະມາຊິກຄົນອື່ນໆຂອງຄອບຄົວລາວຍັງບໍ່ພ້ອມ. ຫລັງຈາກສີ່ເດືອນ, ຣີເບັກກາໄດ້ຂໍຮັບບັບຕິສະມາ ແລະ ເຂົ້າຮ່ວມສາດສະໜາຈັກທີ່ແທ້ຈິງ. ລາວຈື່ໄດ້ວ່າ, “ທຸກເສັ້ນໄຍຂອງຈິດວິນຍານຂອງຂ້ານ້ອຍ ຮູ້ວ່າມັນເປັນຄວາມຈິງ.”17 ໃນວັນທີ 5 ເດືອນເມສາ, 1979, ຜູ້ສອນສາດສະໜາໄດ້ໃຫ້ບັບຕິສະມາແກ່ຣີເບັກກາ ອາຍຸ 19 ປີ, ແມ່ຂອງລາວ, ແລະ ນ້ອງສາວສອງຄົນ. ພໍ່ຂອງຂ້າພະເຈົ້າໄດ້ເປັນພະຍານຢູ່ທີ່ພິທີບັບຕິສະມາ.
ເມື່ອຂ້າພະເຈົ້າໄດ້ພົບກັບຣີເບັກກາ ແລະ ຄອບຄົວຂອງລາວຢູ່ໂບດ, ພວກເຮົາໄດ້ຖ່າຍຮູບຄອບຄົວຂອງລາວກັບຂ້າພະເຈົ້າ. ຂ້າພະເຈົ້າໄດ້ເອົາມັນກັບບ້ານໃຫ້ແມ່ທີ່ເຖົ້າແກ່ຂອງຂ້າພະເຈົ້າ, ແລະ ເພິ່ນໄດ້ຖືມັນໄວ້ໃກ້ໃຈຂອງເພິ່ນ. ແລ້ວເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ຣອນນີ, ນີ້ແມ່ນມື້ໜຶ່ງທີ່ມີຄວາມສຸກທີ່ສຸດໃນຊີວິດຂອງແມ່.”
ຄຳເວົ້າຂອງແມ່ຂອງຂ້າພະເຈົ້າເຮັດໃຫ້ເກີດຄຳຖາມສຳລັບ ຜູ້ອາວຸໂສຂອງພວກເຮົາວ່າ: “ທ່ານກຳລັງເຮັດຫຍັງໃນຊ່ວງຊີວິດນີ້ຂອງທ່ານ?” ມີຫລາຍວິທີທີ່ຜູ້ສອນສາດສະໜາອາວຸໂສສາມາດເຮັດ ໃນສິ່ງທີ່ບໍ່ມີໃຜສາມາດເຮັດໄດ້. ທ່ານເປັນພະລັງທີ່ໂດດເດັ່ນໃນການເຮັດຄວາມດີ, ມີປະສົບການໃນສາດສະໜາຈັກ, ແລະ ພ້ອມທີ່ຈະຊຸກຍູ້ ແລະ ຊ່ວຍກູ້ລູກໆຂອງພຣະເຈົ້າ.
ທ່ານບາງຄົນອາດຄິດວ່າ: “ແຕ່ຈະປະລູກຫລານໄປໄດ້ແນວໃດ? ພວກເຮົາຈະພາດເຫດການສຳຄັນ, ວັນເກີດ, ໝູ່ເພື່ອນ, ແລະ ແມ່ນແຕ່ສັດລ້ຽງຂອງພວກເຮົາ.” ຖ້າຫາກຂ້າພະເຈົ້າໄດ້ຖາມແມ່ວ່າ ເປັນຫຍັງເພິ່ນກັບພໍ່ຈຶ່ງໄປເຜີຍແຜ່, ຂ້າພະເຈົ້າຮູ້ວ່າ ເພິ່ນຈະເວົ້າແນວນີ້, “ແມ່ມີລູກຫລານ. ແມ່ຢາກໃຫ້ພວກເຂົາຮູ້ວ່າ ພໍ່ຂອງເຈົ້າກັບແມ່ໄດ້ຮັບໃຊ້ໃນສະໜາມເຜີຍແຜ່, ພວກເຮົາຕ້ອງການເປັນຕົວຢ່າງໃຫ້ລູກຫລານຂອງພວກເຮົາ, ແລະ ພວກເຮົາໄດ້ຮັບພອນ, ໄດ້ຮັບພອນຢ່າງຫລວງຫລາຍ.”
ເມື່ອຂ້າພະເຈົ້າໄດ້ໄປຢ້ຽມຢາມເຂດເຜີຍແຜ່ທັງທົ່ວໂລກ, ຂ້າພະເຈົ້າໄດ້ເຫັນການຮັບໃຊ້ທີ່ດີເດັ່ນຂອງຜູ້ສອນສາດສະໜາຜູ້ອາວຸໂສຂອງພວກເຮົາ. ເຫັນໄດ້ຢ່າງແຈ່ມແຈ້ງວ່າ ເຂົາເຈົ້າມີຄວາມສຸກໃນການເຮັດຕາມ “ພຣະປະສົງຂອງພຣະຜູ້ເປັນເຈົ້າ” ແລະ ໃນເລື່ອງ “ທຸລະກິດຂອງພຣະຜູ້ເປັນເຈົ້າ.”18
ສຳລັບບາງຄົນ, ແລະ ພວກເຮົາຫວັງວ່າພວກທ່ານຫລາຍພັນຄົນ, ການຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ ໃນອີກມຸມໜຶ່ງຂອງໂລກ ຈະເປັນສະຖານທີ່ຖືກຕ້ອງ.19 ສຳລັບຄົນອື່ນໆ, ການຮັບໃຊ້ເຜີຍແຜ່ຝ່າຍບໍລິການຂອງສາດສະໜາຈັກຢູ່ທີ່ບ້ານອາດຈະດີກວ່າ. ເນື່ອງຈາກບັນຫາທາງສຸຂະພາບ ແລະ ສະຖານະການອື່ນໆ, ຈະມີບາງຄົນທີ່ບໍ່ສາມາດຮັບໃຊ້. ພວກເຮົາເຂົ້າໃຈສະຖານະການເຫລົ່ານັ້ນ, ແລະ ມັນເປັນຄວາມຫວັງຂອງຂ້າພະເຈົ້າທີ່ຈະຊອກຫາວິທີທີ່ຈະສະໜັບສະໜູນຜູ້ທີ່ກຳລັງຮັບໃຊ້. ເຮັດຕາມຄຳແນະນຳຂອງສາດສະດາ ແລະ ອະທິຖານເພື່ອຈະຮູ້ວ່າ ພຣະຜູ້ເປັນເຈົ້າຈະໃຫ້ທ່ານເຮັດຫຍັງ.
ສະໜາມເຜີຍແຜ່ທັງທົ່ວໂລກກຳລັງອ້ອນວອນຂໍຄວາມຊ່ວຍເຫລືອຈາກທ່ານ. ປະທານແນວສັນໄດ້ກ່າວເຖິງຜູ້ສອນສາດສະໜາອາວຸໂສຂອງພວກເຮົາວ່າ, “ເຂົາເຈົ້າຍັງໜຸ່ມທາງວິນຍານ, ສະຫລາດ, ແລະ ເຕັມໃຈທີ່ຈະເຮັດວຽກ.”20
ຢູ່ໃນສະໜາມ, ທ່ານມີໂອກາດຫລາຍຢ່າງ: ທ່ານອາດຮັບໃຊ້ໃນຫ້ອງການເຜີຍແຜ່ ຫລື ພຣະວິຫານ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ຜູ້ສອນສາດສະໜາໜຸ່ມ, ສະໜັບສະໜູນສາຂານ້ອຍ, ເຮັດວຽກໃນສູນ FamilySearch ຫລື ສະຖານທີ່ປະຫວັດສາດ, ສິດສອນໃນສະຖາບັນ, ໃຫ້ບໍລິການດ້ານມະນຸດສະທຳ, ເຮັດວຽກງານກັບຜູ້ໃຫຍ່ໜຸ່ມ, ຊ່ວຍເຫລືອໃນສູນຊ່ວຍຫາງານທຳ ຫລື ໃນຟາມຂອງສາດສະໜາຈັກ. ວິທີໃດໜຶ່ງສະເພາະໃນການຮັບໃຊ້, ສິ່ງທີ່ເໝາະສົມທີ່ສຸດສຳລັບທ່ານ, ບ່ອນທີ່ຕ້ອງການທ່ານ, ແລະ ວິທີທີ່ທ່ານກຽມພ້ອມທີ່ຈະໄປ ມີລະບຸໄວ້ຢູ່ໃນເວັບໄຊ “Senior Missionary.”21 ທ່ານກໍສາມາດເວົ້າລົມກັບອະທິການ ຫລື ປະທານສາຂາຂອງທ່ານໄດ້.
ຂ້າພະເຈົ້າໄດ້ເອີ້ນສາມີພັນລະຍາຫລາຍຄູ່ໃຫ້ຮັບໃຊ້ ແລະ ໄດ້ສັງເກດເບິ່ງ ຂະນະທີ່ຄວາມສະຫວ່າງຂອງພຣະຄຣິດເຕັມຢູ່ໃນໃບໜ້າຂອງເຂົາເຈົ້າ.22 ເມື່ອເຖິງເວລາກັບບ້ານ, ເຂົາເຈົ້າໄດ້ບັນຍາຍເຖິງການເຂົ້າໃກ້ພຣະຜູ້ເປັນເຈົ້າຫລາຍຂຶ້ນ ແລະ ໃກ້ຊິດກັນຫລາຍຂຶ້ນ, ໂດຍຮູ້ສຶກວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ລົງມາເທິງເຂົາເຈົ້າ, ແລະ ຮູ້ວ່າເຂົາເຈົ້າໄດ້ສ້າງຄວາມແຕກຕ່າງ.23 ໃຜແດ່ຈະບໍ່ຢາກໄດ້ສິ່ງນີ້?
ການເຜີຍແຜ່ອາດຈະເປັນບົດທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງຄູ່. ຫົວຂໍ້ທີ່ດີອາດຈະເປັນ “[ພຣະຜູ້ເປັນເຈົ້າ] ຊົງຕ້ອງການໃຫ້ [ຂ້ານ້ອຍ] ໄປ.”24 ທ່ານອາດຢູ່ໃນພື້ນທີ່ ທີ່ບໍ່ຄຸ້ນເຄີຍ; ເຖິງຢ່າງໃດກໍຕາມ, ອຳນາດຂອງພຣະວິນຍານຈະເຮັດໃຫ້ທ່ານຮູ້ສຶກສະບາຍໃຈ.
ພໍ່ແມ່ຂອງຂ້າພະເຈົ້າ, ແລະ ຜູ້ສອນສາດສະໜາຫລາຍສິບພັນຄູ່ທີ່ກັບຄືນມາ ໄດ້ມີປະຈັກພະຍານເຖິງຄວາມຊື່ນຊົມທີ່ເຂົາເຈົ້າໄດ້ພົບເຫັນໃນວຽກງານເຜີຍແຜ່. ພຣະຜູ້ເປັນເຈົ້າໄດ້ກ່າວໃນພຣະຄຳພີຍຸກສຸດທ້າຍວ່າ, “ແລະ ຖ້າຫາກພວກເຈົ້າຕ້ອງອອກແຮງຕະຫລອດວັນເວລາຂອງພວກເຈົ້າ ໃນການປ່າວປະກາດການກັບໃຈແກ່ຜູ້ຄົນພວກນີ້, ແລະ ນຳຈິດວິນຍານດວງໜຶ່ງມາຫາເຮົາ, ຄວາມຊື່ນຊົມຂອງພວກເຈົ້າຈະຍິ່ງໃຫຍ່ພຽງໃດນຳເຂົາໃນອານາຈັກຂອງພຣະບິດາຂອງເຮົາ!”25
ເອຊາຢາໄດ້ໃຫ້ຄຳອະທິບາຍຢ່າງສະຫງ່າງາມແກ່ເຮົາວ່າ ການຮັບໃຊ້ໃນ “ສະໜາມ” ເຜີຍແຜ່ ໝາຍຄວາມວ່າແນວໃດ. ພຣະຄຳພີບອກເຮົາວ່າ “ສ່ວນນານັ້ນແມ່ນໂລກນີ້.”26 ສາດສະດາຜູ້ຍິ່ງໃຫຍ່ນີ້ໃນສະໄໝບູຮານໄດ້ຂຽນວ່າ, “ພວກເຈົ້າຈະຈາກນະຄອນບາບີໂລນຢ່າງຊົມຊື່ນຍິນດີ ຈະຖືກນຳອອກໄປຢ່າງສັນຕິສຸກເຫລືອລົ້ນ. ພູເຂົາ ແລະ ເນີນພູທຸກໜ່ວຍກໍຈະເປັ່ງສຽງຮ້ອງເພງ, ແລະ ຕົ້ນໄມ້ [ໃນທົ່ງ] ກໍຈະໂຮຮ້ອງຢ່າງຊົມຊື່ນຍິນດີ.”27 ພູເຂົາ, ເນີນພູ, ທົ່ງ, ແລະ ຕົ້ນໄມ້ ສາມາດປຽບທຽບໃສ່ກັບປະທານເຜີຍແຜ່, ອະທິການ, ຜູ້ນຳທ້ອງຖິ່ນ, ສະມາຊິກ, ແລະ ຜູ້ທີ່ສະແຫວງຫາຄວາມຈິງ ແຕ່ “ພວກເຂົາບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ.”28 ພວກເພິ່ນຈະເປັນພະຍານວ່າ ຜູ້ສອນສາດສະໜາອາວຸໂສປ່ຽນພູມສັນຖານດ້ວຍປະຈັກພະຍານຂອງເຂົາເຈົ້າເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ພຣະເຢຊູຄຣິດ.
ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ, ຂ້າພະເຈົ້າຂໍໃຫ້ທ່ານຮັບໃຊ້ເປັນຜູ້ສອນສາດສະໜາ ໃນການເຕົ້າໂຮມອິດສະຣາເອນ ແລະ ແມ່ນແຕ່ບາງທີຮັບໃຊ້ອີກຄັ້ງ. ພວກເຮົາຕ້ອງການທ່ານ—ພວກເຮົາຕ້ອງການທ່ານ. ພວກເຮົາມີຄວາມກະຕັນຍູຕໍ່ທ່ານຜູ້ອາວຸໂສ, ສຳລັບຊີວິດທີ່ທ່ານໄດ້ນຳພາ ແລະ ເປັນຕົວຢ່າງ ຢູ່ໃນບ້ານ, ຫວອດ, ແລະ ສະເຕກຂອງທ່ານ. ບັດນີ້ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ນຳຄວາມຮູ້, ຄວບຄູ່ກັບປະຈັກພະຍານທີ່ມີມາຍາວນານ, ແລະ ໄປເຜີຍແຜ່. ຂ້າພະເຈົ້າອະທິຖານວ່າ ຄັ້ງຕໍ່ໄປທີ່ຂ້າພະເຈົ້ານັ່ງລົງເພື່ອມອບໝາຍຄູ່ອາວຸໂສ, ຈະມີພວກທ່ານຫລາຍຮ້ອຍຄົນກຳລັງລໍຖ້າຮັບການເອີ້ນຂອງພວກທ່ານດ້ວຍໃຈຈົດຈໍ່.
ຂ້າພະເຈົ້າສັນຍາອີກວ່າ ຂະນະທີ່ທ່ານຮັບໃຊ້ ທ່ານຈະຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ ໃນຊີວິດຂອງທ່ານ, ທ່ານຈະຮູ້ຈັກພຣະອົງ, ພຣະອົງຈະຮູ້ຈັກທ່ານ, ແລະ “ຄວາມຊື່ນຊົມຂອງພວກເຈົ້າຈະຍິ່ງໃຫຍ່ພຽງໃດ.”29 ການຮັບໃຊ້ທີ່ອຸທິດຕົນຂອງທ່ານເພື່ອພຣະເຢຊູຄຣິດຈະດົນໃຈ ແລະ ເປັນພອນໃຫ້ແກ່ຄອບຄົວຂອງທ່ານ, ຫລານຂອງທ່ານ, ແລະ ເຫລນຂອງທ່ານ. “ສັນຕິສຸກ, ແລະ ຄວາມຮັກ [ຈະ] ມີເພີ່ມທະວີຄູນ”30 ໃນຊີວິດຂອງເຂົາເຈົ້າເປັນເວລາຫລາຍປີທີ່ຈະມາເຖິງ. ຂ້າພະເຈົ້າສັນຍາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.