ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເປັນ​ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2023


ເປັນ​ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ “ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ” ຈະ​ພົບ​ສັນ​ຕິ​ສຸກ​ສ່ວນ​ຕົວ​ໃນ​ຊີ​ວິດ​ນີ້ ແລະ ການ​ພົບ​ກັນ​ໃໝ່​ເທິງ​ສະ​ຫວັນ​ອັນ​ຮຸ່ງ​ໂລດ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ເມື່ອ “ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ”1 ປະ​ສົບ​ກັບ​ການ​ທ້າ​ທາຍ​ທີ່​ບໍ່​ເໝືອນ​ໃຜ. ຜູ້​ທີ່​ເຊື່ອ, ນະ​ມັດ​ສະ​ການ​ຢ່າງ​ຖ່ອມ​ຕົນ, ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ມັກ​ປະ​ສົບ​ການ​ທົດ​ລອງ, ຄວາມ​ທຸກ​ຍາກ, ແລະ ຄວາມ​ຍາກ​ລຳ​ບາກ.2 ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ແມ​ຣີ, ແລະ ຂ້າ​ພະ​ເຈົ້າ​ກໍ​ບໍ່​ແຕກ​ຕ່າງ. ສອງ​ສາມ​ປີ​ກ່ອນ, ພວກ​ເຮົາ​ໄດ້​ເຫັນ​ເພື່ອນ​ສະ​ໜິດ​ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ, ຄູ່​ສອນ​ສາດ​ສະ​ໜາ, ພັນ​ລະ​ຍາ​ອັນ​ລ້ຳ​ຄ່າ​ຂອງ​ເຂົາ​ເຈົ້າ​ບາງ​ຄົນ, ແລະ ອະ​ດີດ​ເພື່ອນ​ຮ່ວມ​ງານ​ຫລາຍ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ, ຫລື, ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ, ໄດ້​ຮຽນ​ຈົບ​ໄປ​ອີກ​ຟາກ​ໜຶ່ງ​ຂອງ​ມ່ານ​ແລ້ວ. ພວກ​ເຮົາ​ໄດ້​ເຫັນ​ບາງ​ຄົນ​ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ດ້ວຍ​ສັດ​ທາ ແລະ ຄວາມ​ເຊື່ອ ໄດ້​ກ້າວ​ອອກ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ໜ້າ​ໂສກ​ເສົ້າ, ພວກ​ເຮົາ​ໄດ້​ສູນ​ເສຍ​ຫລານ​ຊາຍ​ອາ​ຍຸ 23 ປີ ໃນ​ອຸ​ບັດ​ຕິ​ເຫດ​ທາງ​ລົດ​ທີ່​ໜ້າ​ໂສກ​ເສົ້າ. ໝູ່​ເພື່ອນ, ສະ​ມາ​ຊິກ​ໃນ​ຄອບ​ຄົວ, ແລະ ເພື່ອນ​ຮ່ວມ​ງານ​ບາງ​ຄົນ​ກໍ​ໄດ້​ປະ​ເຊີນ​ກັບ​ບັນ​ຫາ​ດ້ານ​ສຸ​ຂະ​ພາບ​ທີ່​ໜັກ​ໜ່ວງ​ເຊັ່ນ​ກັນ.

ເມື່ອ​ໃດ​ກໍ​ຕາມ​ທີ່​ການ​ທົດ​ລອງ​ເກີດ​ຂຶ້ນ, ເຮົາ​ໂສກ​ເສົ້າ ແລະ ພະ​ຍາ​ຍາມ​ແບ່ງ​ເບົາ​ພາ​ລະ​ຂອງ​ກັນ​ແລະ​ກັນ.3 ເຮົາ​ຄ່ຳ​ຄວນ​ເຖິງ​ສິ່ງ​ທີ່​ຈະ​ບໍ່​ສຳ​ເລັດ ແລະ ເພງ​ທີ່​ຈະ​ບໍ່​ຮ້ອງ.4 ສິ່ງ​ບໍ່​ດີ​ເກີດ​ຂຶ້ນ​ກັບ​ຄົນ​ດີ​ໃນ​ການ​ເດີນ​ທາງ​ຊ່ວງ​ມະ​ຕະ​ນີ້. ໄຟ​ລຸກ​ລາມ​ຮ້າຍ​ແຮງ​ຢູ່​ເມືອງ​ມາ​ອີ ໃນ​ລັດ​ຮາ​ວາຍ, ພາກ​ໃຕ້​ຂອງ​ປະ​ເທດ​ຈີ​ເລ, ແລະ ກາ​ນາ​ດາ ເປັນ​ຕົວ​ຢ່າງ​ຂອງ​ເຫດ​ການ​ທີ່​ໜ້າ​ຢ້ານ​ກົວ ທີ່​ຄົນ​ດີໆ​ບາງ​ຄັ້ງ​ຕ້ອງ​ປະ​ເຊີນ.

ເຮົາ​ອ່ານ​ຢູ່​ໃນ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ອັບ​ຣາ​ຮາມ ເຖິງ​ທຳ​ມະ​ຊາດ​ນິ​ລັນ​ດອນ​ຂອງ​ວິນ​ຍານ. ອັບ​ຣາ​ຮາມ​ໄດ້​ຮຽນ​ຮູ້​ເຖິງ​ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ, ການ​ແຕ່ງ​ຕັ້ງ​ລ່ວງ​ໜ້າ, ການ​ສ້າງ, ການ​ເລືອກ​ພຣະ​ຜູ້​ໄຖ່, ແລະ ຊີ​ວິດ​ມະ​ຕະ, ຊຶ່ງ​ເປັນ​ສະ​ພາ​ວະ​ທີ​ສອງ​ຂອງ​ມະ​ນຸດ.5 ພຣະ​ຜູ້​ໄຖ່​ໄດ້​ປະ​ກາດ​ວ່າ:

“ພວກ​ເຮົາ​ຈະ​ສ້າງ​ແຜ່ນ​ດິນ​ໂລກ​ໜ່ວຍ​ໜຶ່ງ​ທີ່​ວິນ​ຍານ​ເຫລົ່າ​ນີ້​ຈະ​ໄດ້​ອາ​ໄສ​ຢູ່;

“ແລະ ພວກ​ເຮົາ​ຈະ​ພິ​ສູດ​ພວກ​ເຂົາ​ໂດຍ​ວິ​ທີ​ນີ້, ເພື່ອ​ເບິ່ງ​ວ່າ​ພວກ​ເຂົາ​ຈະ​ເຮັດ​ທຸກ​ສິ່ງ​ທັງ​ປວງ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຈະ​ບັນ​ຊາ​ພວກ​ເຂົາ​ຫລື​ບໍ່.”6

ບັດ​ນີ້ ເຮົາ​ທຸກ​ຄົນ​ຢູ່​ທີ່​ນີ້​ໃນ​ສະ​ພາ​ວະ​ທີ​ສອງ​ຂອງ​ການ​ເດີນ​ທາງ​ສູ່​ຄວາມ​ກ້າວ​ໜ້າ​ໄປ​ສູ່​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ແຜນ​ແຫ່ງ​ຄວາມ​ລອດ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ. ເຮົາ​ໄດ້​ຮັບ​ພອນ​ທີ່​ມີ​ອຳ​ເພີ​ໃຈ ແລະ ຢູ່​ພາຍ​ໃຕ້​ການ​ທົດ​ລອງ​ແຫ່ງ​ຄວາມ​ເປັນ​ມະ​ຕະ. ນີ້​ເປັນ​ເວ​ລາ​ທີ່​ຈັດ​ສັນ​ໄວ້​ສຳ​ລັບ​ເຮົາ​ໃນ​ການ​ກະ​ກຽມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ.7 ເຮົາ​ໄດ້​ຮັບ​ພອນ​ທີ່​ໄດ້​ຮູ້​ຈັກ​ພຣະ​ເຢ​ຊູ​ຄຣິດ ແລະ ບົດ​ບາດ​ຂອງ​ພຣະ​ອົງ​ຢູ່​ໃນ​ແຜນ. ເຮົາ​ມີ​ສິດ​ທິ​ພິ​ເສດ​ທີ່​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ—ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ, ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ມັນ​ບໍ່​ເຄີຍ​ງ່າຍ​ສຳ​ລັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ. ທັງ​ບໍ່​ເຄີຍ​ງ່າຍ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ບັນ​ລຸ​ພາ​ລະ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ​ຢ່າງ​ຊື່​ສັດ.

ພຣະ​ຄຳ​ພີ​ຊັດ​ເຈນ: ຫລາຍ​ຄົນ​ຈະ​ຍອມ​ຕໍ່​ແນວ​ທາງ​ທີ່​ວ່າ “ຈົ່ງ​ກິນ, ຈົ່ງ​ດື່ມ, ແລະ ຈົ່ງ​ມ່ວນ​ຊື່ນ​ເຖີດ, ເພາະ​ວ່າ​ມື້​ອື່ນ​ນີ້​ພວກ​ເຮົາ​ກໍ​ຈະ​ຕາຍ​ແລ້ວ”.8 ຜູ້​ບໍ່​ເຊື່ອ​ຄົນ​ອື່ນໆ​ຖອຍ​ໄປ​ຢູ່​ໃນ​ວົງ​ລ້ອມ​ອັນ​ມືດ​ມົນ​ຂອງ​ຜູ້​ເຂົ້າ​ຮ່ວມ ທີ່​ມີ​ໃຈ​ດຽວ​ກັນ​ຊຶ່ງ​ສະ​ໜັບ​ສະ​ໜູນ “ສິ່ງ​ໃໝ່ໆ”9 ແລະ ປັດ​ຊະ​ຍາ​ຂອງ​ມະ​ນຸດ.10 ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ຄວາມ​ຈິງ​ໄດ້​ຢູ່​ບ່ອນ​ໃດ.11

ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ​ບໍ່​ໄດ້​ເດີນ​ຕາມ​ທາງ​ໃດ​ເຫລົ່າ​ນັ້ນ. ເຮົາ​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ອົບ​ອຸ່ນ ແລະ ມີ​ສ່ວນ​ພົວ​ພັນ​ໃນ​ຊຸມ​ຊົນ​ທີ່​ເຮົາ​ອາ​ໄສ​ຢູ່. ເຮົາ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ​ລູກໆ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ​ໃຫ້​ຕິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຄຣິດ.12 ເຮົາ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ແນວ​ສັນ: ເຮົາ​ເລືອກ​ບົດ​ບາດ​ຂອງ​ຜູ້​ສ້າງ​ສັນ​ຕິ​ສຸກ, ຕອນ​ນີ້ ແລະ ຕະ​ຫລອດ​ໄປ.13 ແນວ​ທາງ​ທີ່​ດົນ​ໃຈ​ນີ້​ສອດ​ຄ່ອງ​ກັບ​ທັງ​ພຣະ​ຄຳ​ພີ ແລະ ການ​ຊີ້​ນຳ​ຂອງ​ສາດ​ສະ​ດາ.

ໃນ​ປີ 1829 ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຍັງ​ບໍ່​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ເທື່ອ, ທັງ​ພຣະ​ຄຳ​ພີ​ມໍ​ມອນ​ກໍ​ຍັງ​ບໍ່​ໄດ້​ຖືກ​ຈັດ​ພິມ​ເທື່ອ. ຜູ້​ຄົນ​ກຸ່ມ​ນ້ອຍ​ທີ່​ດີ້ນ​ລົນ, ຊຶ່ງ​ກະ​ຕຸ້ນ​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ, ໄດ້​ຕິດ​ຕາມ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຄຳ​ແນະ​ນຳ​ຕໍ່​ໂຈ​ເຊັບ​ໃນ​ຊ່ວງ​ເວ​ລາ​ທີ່​ລຳ​ບາກ​ວ່າ: “ສະ​ນັ້ນ, ຢ່າ​ຢ້ານ​ກົວ, ຝູງ​ແກະ​ນ້ອຍ​ເອີຍ; ຈົ່ງ​ເຮັດ​ຄວາມ​ດີ; ໃຫ້​ແຜ່ນ​ດິນ​ໂລກ ແລະ ນະ​ລົກ​ລວມ​ກັນ​ຕໍ່​ຕ້ານ​ເຈົ້າ, ແຕ່​ຖ້າ​ຫາກ​ເຈົ້າ​ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ເຮົາ, ແລ້ວ​ມັນ​ຈະ​ເອົາ​ຊະ​ນະ​ເຈົ້າ​ບໍ່​ໄດ້.”14 ພຣະ​ອົງ​ກໍ​ໄດ້​ແນະ​ນຳ​ພວກ​ເພິ່ນ​ວ່າ:

“ໃຫ້​ຫວັງ​ເພິ່ງ​ພຣະ​ອົງ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ບໍ່​ໃຫ້​ສົງ​ໄສ, ບໍ່​ໃຫ້​ຢ້ານ​ກົວ.

“… ຈົ່ງ​ຊື່​ສັດ, ຈົ່ງ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ເຈົ້າ​ຈະ​ໄດ້​ຮັບ​ອາ​ນາ​ຈັກ​ສະ​ຫວັນ​ເປັນ​ມູນ​ມໍ​ລະ​ດົກ.”15

ຢ່າງ​ແຈ້ງ​ຊັດ, ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ​ບໍ່​ໄດ້​ປ່ຽນ​ແປງ​ເມື່ອ​ເຮົາ​ປະ​ສົບ​ກັບ​ຄວາມ​ຍາກ​ລຳ​ບາກ. ໃນ​ເຮັບ​ເຣີ ເຮົາ​ຖືກ​ແນະ​ນຳ​ວ່າ “ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະ​ຄຸນ ເພື່ອ​ພວກ​ເຮົາ​ຈະ​ໄດ້​ຮັບ​ພຣະ​ເມດ​ຕາ ແລະ ພົບ​ພຣະ​ຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວ​ລາ​ທີ່​ຕ້ອງ​ການ.”16 ພຣະ​ເຢ​ຊູ​ຄຣິດ​ເປັນ “ຕົ້ນ​ກຳ​ເນີດ​ແຫ່ງ [ຄວາມ​ລອດ​ນິ​ລັນ​ດອນ].”17

ຂ້າ​ພະ​ເຈົ້າ​ມັກ​ຄຳ​ຂອງ​ມໍ​ມອນ, ອ້າງ​ໂດຍ​ໂມ​ໂຣ​ໄນ ລູກ​ຊາຍ​ຂອງ​ເພິ່ນ, ກ່າວ​ຊົມ​ເຊີຍ “ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ … ເພາະ​ການ​ເດີນ​ດ້ວຍ​ສັນ​ຕິ​ສຸກ​ຂອງ​ທ່ານ​ກັບ​ລູກ​ຫລານ​ມະ​ນຸດ.”18

ສຳ​ລັບ​ພວກ​ເຮົາ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ພະ​ຍາ​ຍາມ​ເປັນ​ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ, ມື້​ທີ່​ສົດ​ໃສ​ລໍ​ຖ້າ​ເຮົາ​ຢູ່ ເມື່ອ​ເຮົາ​ສຸມ​ໃຈ​ໃສ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ການ​ທົດ​ລອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ເປັນ​ມະ​ຕະ ແລະ ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທຸກ​ຄົນ ຕະ​ຫລອດ​ທົ່ວ​ໂລກ. ສິ່ງ​ນີ້​ແມ່ນ​ລວມ​ທັງ​ການ​ຂັດ​ແຍ້ງ​ທີ່​ຍິ່ງ​ໃຫຍ່​ລະ​ຫວ່າງ​ປະ​ເທດ ແລະ ບຸກ​ຄົນ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ຖາມ​ເລື້ອຍໆ​ວ່າ, “ເປັນ​ຫຍັງ​ພຣະ​ເຈົ້າ​ທີ່​ທ່ຽງ​ທຳ​ຈຶ່ງຍອມ​ໃຫ້​ເລື່ອງ​ບໍ່​ດີ​ເກີດ​ຂຶ້ນ, ໂດຍ​ສະ​ເພາະ​ກັບ​ຄົນ​ດີ? ແລະ “ເປັນ​ຫຍັງ​ຄົນ​ທີ່​ຊອບ​ທຳ ແລະ ຢູ່​ໃນ​ການ​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ບໍ່​ໄດ້​ຖືກ​ປ້ອງ​ກັນ​ຈາກ​ຄວາມ​ໂສກ​ເສົ້າ​ເຊັ່ນ​ນັ້ນ?”

ເຮົາ​ບໍ່​ຮູ້​ຄຳ​ຕອບ​ທັງ​ໝົດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຮູ້​ຫລັກ​ທຳ​ສຳ​ຄັນ​ທີ່​ຊ່ວຍ​ໃຫ້​ເຮົາ​ປະ​ເຊີນ​ກັບ​ການ​ທົດ​ລອງ, ຄວາມ​ທຸກ​ຍາກ, ແລະ ຄວາມ​ຍາກ​ລຳ​ບາກ ດ້ວຍ​ສັດ​ທາ ແລະ ຄວາມ​ໝັ້ນ​ໃຈ​ໃນ​ອະ​ນາ​ຄົດ​ທີ່​ສົດ​ໃສ ທີ່​ລໍ​ຖ້າ​ເຮົາ​ແຕ່​ລະ​ຄົນ. ບໍ່​ມີ​ຕົວ​ຢ່າງ​ໃດ​ໃນ​ພຣະ​ຄຳ​ພີ​ກ່ຽວ​ກັບ​ການ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ດີ​ໄປ​ກວ່າ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ມອບ​ໃຫ້​ກັບ​ໂຈ​ເຊັບ ສະ​ມິດ, ຂະ​ນະ​ທີ່​ເພິ່ນ​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ.

ສ່ວນ​ໜຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ:

“ຖ້າ​ຫາກ​ປາກ​ນະ​ລົກ​ຈະ​ເປີດ​ກວ້າງ​ງັບ​ເອົາ​ເຈົ້າ, ເຈົ້າ​ຈົ່ງ​ຮູ້​ໄວ້​ເຖີດ, ລູກ​ຂອງ​ພໍ່, ວ່າ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ຈະ​ເປັນ​ປະ​ສົບ​ການ​ໃຫ້​ແກ່​ເຈົ້າ, ແລະ ຈະ​ເກີດ​ຂຶ້ນ​ເພື່ອ​ຄວາມ​ດີ​ຂອງ​ເຈົ້າ.

“ບຸດ​ມະ​ນຸດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ເຫລົ່າ​ນັ້ນ​ທັງ​ໝົດ. ເຈົ້າ​ຍິ່ງ​ໃຫຍ່​ກວ່າ​ພຣະ​ອົງ​ບໍ?

“… ຢ່າ​ຢ້ານ​ກົວ​ສິ່ງ​ທີ່​ມະ​ນຸດ​ສາ​ມາດ​ເຮັດ​ໄດ້, ເພາະ​ພຣະ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ.19

ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ເຮົາ​ມີ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຜູ້​ຮູ້​ຈັກ ແລະ ຮັກ​ເຮົາ​ເປັນ​ສ່ວນ​ຕົວ ແລະ ເຂົ້າ​ໃຈ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ​ຢ່າງ​ສົມ​ບູນ. ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ແລະ ປະ​ທານ​ເອັມ ​ຣະ​ໂຊ ບາ​ເລີດ ທັງ​ສອງ​ທ່ານ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສະ​ບັບ​ພິມ​ໃໝ່​ຄັ້ງ​ທີ​ສອງ​ຂອງ​ປຶ້ມ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.20 ຂ້າ​ພະ​ເຈົ້າ​ກໍ​ຕື່ນ​ເຕັ້ນ​ຄື​ກັນ​ກັບ​ພວກ​ເພິ່ນ. ສະ​ບັບ​ໃໝ່​ນີ້, ຂະ​ຫຍາຍ​ພຣະ​ຄຳ​ພີ​ສັກ​ສິດ, ປະ​ກາດ​ຢ່າງ​ມີ​ພະ​ລັງ​ວ່າ:

“ໃນ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ເອົາ​ຄວາມ​ເຈັບ​ປວດ, ຄວາມ​ທຸກ​ຍາກ, ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ. ດ້ວຍ​ເຫດ​ນີ້, ພຣະ​ອົງ​ຈຶ່ງ​ຈະ​ຮູ້​ຈັກ ‘ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ’ (ແອວ​ມາ 7:12; ເບິ່ງ ຂໍ້​ທີ 11 ນຳ​ອີກ). ພຣະ​ອົງ​ເຊື້ອ​ເຊີນ​ວ່າ, ‘ຈົ່ງ​ມາ​ຫາ​ເຮົາ,’ ແລະ ເມື່ອ​ເຮົາ​ເຮັດ, ພຣະ​ອົງ​ຈະ​ໃຫ້​ຄວາມ​ພັກ​ຜ່ອນ, ຄວາມ​ຫວັງ, ຄວາມ​ເຂັ້ມ​ແຂງ, ທັດ​ສະ​ນະ, ແລະ ການ​ປິ່ນ​ປົວ​ແກ່​ເຮົາ (ມັດ​ທາຍ 11:28; ເບິ່ງ ຂໍ້​ທີ 29–30 ນຳ​ອີກ).

“ເມື່ອ​ເຮົາ​ເພິ່ງ​ອາ​ໄສ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ອົດ​ທົນ​ກັບ​ການ​ທົດ​ລອງ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ເຈັບ​ປວດ. ເຮົາ​ສາ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ຄວາມ​ສະ​ຫງົບ, ແລະ ການ​ປອບ​ໂຍນ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ​ສາ​ມາດ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ໄດ້ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.”21

ເຮົາ​ສາ​ມາດ​ເປັນ​ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ​ຢ່າງ​ຊື່ນ​ຊົມ​ໄດ້.

ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ບໍ່​ພຽງ​ແຕ່​ລວມ​ທັງ​ຊີ​ວິດ​ກ່ອນ​ເກີດ ແລະ ຊີ​ວິດ​ມະ​ຕະ​ເທົ່າ​ນັ້ນ, ແຕ່​ຍັງ​ລວມ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ​ນຳ​ອີກ, ຊຶ່ງ​ລວມ​ທັງ​ການ​ພົບ​ກັນ​ໃໝ່​ອັນ​ຍິ່ງ​ໃຫຍ່ ແລະ ຮຸ່ງ​ໂລດ​ກັບ​ຄົນ​ທີ່​ເຮົາ​ໄດ້​ສູນ​ເສຍ​ໄປ. ຄວາມ​ຜິດ​ທັງ​ໝົດ​ຈະ​ຖືກ​ແກ້​ໄຂ, ແລະ ເຮົາ​ຈະ​ເຫັນ​ດ້ວຍ​ຄວາມ​ຊັດ​ເຈນ​ທີ່​ສົມ​ບູນ​ແບບ ແລະ ທັດ​ສະ​ນະ ແລະ ຄວາມ​ເຂົ້າ​ໃຈ​ທີ່​ບໍ່​ຜິດ​ພາດ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ປຽບ​ທຽບ​ທັດ​ສະ​ນະ​ນີ້​ກັບ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຍ່າງ​ເຂົ້າ​ໄປ​ເບິ່ງ​ການ​ສະ​ແດງ​ໃນ​ສາກ​ທີ​ສາມ.22 ຜູ້​ທີ່​ປາດ​ສະ​ຈາກ​ຄວາມ​ຮູ້​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ ຈະ​ບໍ່​ສາ​ມາດ​ເຂົ້າ​ໃຈ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ສາກ​ທຳ​ອິດ ຫລື ການ​ເປັນ​ຢູ່​ກ່ອນ​ເກີດ ແລະ ຈຸດ​ປະ​ສົງ​ທີ່​ໄດ້​ສະ​ຖາ​ປະ​ນາ​ຂຶ້ນ​ຢູ່​ທີ່​ນັ້ນ; ທັງ​ເຂົາ​ເຈົ້າ​ຈະ​ບໍ່​ເຂົ້າ​ໃຈ​ຄວາມ​ແຈ່ມ​ແຈ້ງ ແລະ ການ​ແກ້​ໄຂ​ທີ່​ເກີດ​ຂຶ້ນ​ໃນ​ສາກ​ທີ​ສາມ, ຊຶ່ງ​ເປັນ​ການ​ສຳ​ເລັດ​ອັນ​ຮຸ່ງ​ໂລດ​ຂອງ​ແຜນ​ຂອງ​ພຣະ​ບິ​ດາ.

ຫລາຍ​ຄົນ​ບໍ່​ຮູ້​ຄຸນ​ຄ່າ​ວ່າ ພາຍ​ໃຕ້​ແຜນ​ດ້ວຍ​ຄວາມ​ຮັກ ແລະ ກວ້າງ​ຂວາງ​ຂອງ​ພຣະ​ອົງ ຜູ້​ທີ່​ປະ​ກົດ​ວ່າ​ເປັນ​ຄົນ​ດ້ອຍ​ໂອ​ກາດ, ບໍ່​ມີ​ຄວາມ​ຜິດ​ຂອງ​ຕົນ, ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ໃນ​ທີ່​ສຸດ.23

ພຣະ​ຄຳ​ພີ​ຊັດ​ເຈນ ທີ່​ວ່າ: ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ ທີ່​ຊອບ​ທຳ, ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຈະ​ໄດ້​ຮັບ​ພອນ. ພຣະ​ຄຳ​ພີ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ​ສຳ​ລັບ​ຜູ້​ທີ່​ຊອບ​ທຳ, ໂດຍ​ບໍ່​ຄຳ​ນຶງ​ວ່າ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແບບ​ໃດ, ແມ່ນ​ສ່ວນ​ໜຶ່ງ​ໃນ​ຄຳ​ປາ​ໄສ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ຕໍ່​ຜູ້​ຄົນ​ຂອງ​ເພິ່ນ. ເພິ່ນ​ສັນ​ຍາ​ວ່າ ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຢ່າງ​ຊື່​ສັດ​ຈະ​ໄດ້​ຮັບ​ພອນ​ໃນ​ທຸກ​ສິ່ງ ໃນ​ຊີ​ວິດ​ນີ້ ແລະ “ຖືກ​ຮັບ​ເຂົ້າ​ສູ່​ສະ​ຫວັນ … [ແລະ] ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.”24

ເຮົາ​ຮັບ​ຮູ້​ວ່າ ເຮົາ​ເກືອບ​ທຸກ​ຄົນ​ເຄີຍ​ປະ​ສົບ​ກັບ​ພະ​ຍຸ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ໃນ​ຊີ​ວິດ​ຂອງ​ເຮົາ, ບາງ​ຄັ້ງ​ກໍ​ເສຍ​ຫາຍ​ຮ້າຍ​ແຮງ. ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ຜູ້​ຊຶ່ງ​ເປັນ​ພຣະ​ປະ​ມຸກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ໄດ້​ປະ​ທານ​ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ໃຫ້​ເຮົາ ເພື່ອ​ກະ​ກຽມ​ເຮົາ, ເຕືອນ​ເຮົາ​ກ່ຽວ​ກັບ​ອັນ​ຕະ​ລາຍ, ແລະ ໃຫ້​ຄຳ​ແນະ​ນຳ​ແກ່​ເຮົາ ເພື່ອ​ກະ​ກຽມ​ເຮົາ ແລະ ປົກ​ປ້ອງ​ເຮົາ. ການ​ຊີ້​ນຳ​ບາງ​ຢ່າງ​ຮຽກ​ຮ້ອງ​ການ​ປະ​ຕິ​ບັດ​ທັນ​ທີ, ແລະ ບາງ​ຢ່າງ​ໃຫ້​ການ​ປົກ​ປ້ອງ​ເປັນ​ເວ​ລາ​ຫລາຍ​ປີ ໃນ​ອະ​ນາ​ຄົດ. ຄຳ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພາກ​ທີ 1, ຕັກ​ເຕືອນ​ເຮົາ​ໃຫ້ “ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ.”25

ພາກ​ທີ 1 ຍັງ​ເຕືອນ​ເຮົາ​ອີກ​ວ່າ, “ຈົ່ງ​ຕຽມ, ຈົ່ງ​ຕຽມ​ສຳ​ລັບ​ສິ່ງ​ທີ່​ຈະ​ມາ​ເຖິງ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ຈະ​ມາ​ແລ້ວ.”26 ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໂອ​ກາດ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ ເພື່ອ​ກະ​ກຽມ​ສຳ​ລັບ​ການ​ທ້າ​ທາຍ​ທີ່​ເຂົາ​ເຈົ້າ​ຈະ​ປະ​ເຊີນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ການ​ເປີດ​ເຜີຍ​ທີ່​ມີ​ພະ​ລັງ​ໃຫ້​ແກ່​ປະ​ທານ​ບຣິ​ກຳ ຢັງ ໃນ​ວັນ​ທີ 14 ເດືອນ​ມັງ​ກອນ, 1847, ທີ່​ວິນ​ເຕີ ຄວດ​ເຕີສ໌.27 ການ​ເປີດ​ເຜີຍ​ນີ້​ເປັນ​ຕົວ​ຢ່າງ​ຍອດ​ຍ້ຽມ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ກະ​ກຽມ​ຜູ້​ຄົນ​ສຳ​ລັບ​ສິ່ງ​ທີ່​ຈະ​ມາ​ເຖິງ. ໄພ່​ພົນ​ທີ່​ຊື່​ສັດ​ໄດ້​ເລີ່ມ​ຕົ້ນ​ການ​ອົບ​ພະ​ຍົບ​ຂອງ​ເຂົາ​ເຈົ້າ​ໄປ​ຫາ​ບ່ອນ​ທີ່​ປອດ​ໄພ​ຢູ່​ຮ່ອມ​ພູ​ເຊົາ​ເລັກ. ເຂົາ​ເຈົ້າ​ໄດ້​ສ້າງ​ພຣະ​ວິ​ຫານ​ນາ​ວູ​ຢ່າງ​ສຳ​ເລັດ​ຜົນ ແລະ ໄດ້​ຮັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ທີ່​ສັກ​ສິດ. ເຂົາ​ເຈົ້າ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ລັດ​ມີ​ເຊີ​ຣີ, ແລະ ຜູ້​ຂົ່ມ​ເຫັງ​ເຂົາ​ເຈົ້າ​ໄດ້​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ເມືອງ​ນາ​ວູ ໃນ​ລະ​ດູ​ໜາວ​ທີ່​ຮ້າຍ​ແຮງ. ການ​ເປີດ​ເຜີຍ​ຕໍ່​ບຣິ​ກຳ ຢັງ ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ເປັນ​ປະ​ໂຫຍດ​ກ່ຽວ​ກັບ​ວິ​ທີ​ກະ​ກຽມ​ສຳ​ລັບ​ການ​ອົບ​ພະ​ຍົບ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ດູ​ແລ​ຄົນ​ຍາກ​ຈົນ, ແມ່​ໝ້າຍ, ລູກ​ກຳ​ພ້າ, ແລະ ຄອບ​ຄົວ​ຂອງ​ຜູ້​ທີ່​ຮັບ​ໃຊ້​ໃນ​ກອງ​ທັບ​ມໍ​ມອນ ຂະ​ນະ​ທີ່​ກຸ່ມ​ໃຫຍ່​ຂອງ​ໄພ່​ພົນ​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ທີ່​ອັນ​ຕະ​ລາຍ​ຂອງ​ເຂົາ​ເຈົ້າ.

ນອກ​ຈາກ​ຈະ​ໃຫ້​ຄຳ​ແນະ​ນຳ​ອື່ນໆ​ໃນ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ຊອບ​ທຳ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຫລັກ​ທຳ​ສອງ​ຂໍ້​ທີ່​ຍັງ​ໃຊ້​ໄດ້​ຢູ່​ໃນ​ທຸກ​ວັນ​ນີ້.

ຂໍ້​ທີ​ໜຶ່ງ, ພຣະ​ອົງ​ໄດ້​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້ “ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ຮ້ອງ​ເພງ, ດ້ວຍ​ດົນ​ຕີ, ດ້ວຍ​ການ​ເຕັ້ນ​ລຳ, ແລະ ດ້ວຍ​ຄຳ​ອະ​ທິ​ຖານ​ທີ່​ເປັນ​ຄວາມ​ສັນ​ລະ​ເສີນ ແລະ ຄວາມ​ຂອບ​ພຣະ​ໄທ.”28

ຂໍ້​ທີ​ສອງ, ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳ ຖ້າ​ຫາກ​ເຂົາ​ເຈົ້າ “ເສົ້າ​ສະ​ຫລົດ​ໃຈ, ຈົ່ງ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ການ​ອ້ອນ​ວອນ, ເພື່ອ​ວ່າ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ​ຈະ​ຊື່ນ​ຊົມ.”29

ຄຳ​ຕັກ​ເຕືອນ​ທັງ​ສອງ​ຂໍ້​ນີ້ ເປັນ​ຄຳ​ແນະ​ນຳ​ສຳ​ລັບ​ສະ​ໄໝ​ຂອງ​ເຮົາ​ເອງ. ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ການ​ສັນ​ລະ​ເສີນ, ດົນ​ຕີ, ແລະ ຄວາມ​ຂອບ​ພຣະ​ໄທ ເປັນ​ພອນ​ພິ​ເສດ. ການ​ມີ​ຄວາມ​ຊື່ນ​ຊົມ ແລະ ເພິ່ງ​ອາ​ໄສ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ ຜ່ານ​ທາງ​ການ​ອະ​ທິ​ຖານ​ເປັນ​ວິ​ທີ​ທີ່​ມີ​ພະ​ລັງ ໃນ​ການ​ເປັນ​ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ. ການ​ພະ​ຍາ​ຍາມ​ເບີກ​ບານ​ສະ​ເໝີ ຈະ​ຊ່ວຍ​ຫລີກ​ລ້ຽງ​ຈາກ​ຄວາມ​ຫົດ​ຫູ່​ໃນ​ວິນ​ຍານ.

ປະ​ໂຫຍກ​ສຸດ​ທ້າຍ​ຂອງ​ເພງ​ສວດ​ທີ່​ເຂົ້າ​ໃຈ​ງ່າຍ ຖ່າຍ​ທອດ​ຄຳ​ຕອບ​ສຸດ​ທ້າຍ​ໃນ​ຮູບ​ແບບ​ທີ່​ສວຍ​ງາມ​ວ່າ: “ໂລກ​ບໍ່​ມີ​ຄວາມ​ໂສກ​ເສົ້າ​ໃດ​ທີ່​ສະ​ຫວັນ​ບໍ່​ສາ​ມາດ​ປິ່ນ​ປົວ.”30

ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ “ຜູ້​ຕິດ​ຕາມ​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ” ຈະ​ພົບ​ສັນ​ຕິ​ສຸກ​ສ່ວນ​ຕົວ​ໃນ​ຊີ​ວິດ​ນີ້ ແລະ ການ​ພົບ​ກັນ​ໃໝ່​ເທິງ​ສະ​ຫວັນ​ອັນ​ຮຸ່ງ​ໂລດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ອັນ​ແນ່ນອນ​ເຖິງ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຖິງ​ຄວາມ​ເປັນ​ຈິງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ພິມ