ເພາະເຫັນແກ່ລູກຫລານຂອງທ່ານ
ຢ່າເປັນບ້ວງທີ່ອ່ອນແອໃນຕ່ອງໂສ້ທີ່ສວຍງາມແຫ່ງສັດທາທີ່ທ່ານເປັນຄົນລິເລີ່ມ, ຫລື ທີ່ທ່ານໄດ້ຮັບ, ໃນຖານະມໍລະດົກສືບທອດ. ຈົ່ງເປັນບ້ວງທີ່ເຂັ້ມແຂງ.
ສອງສາມປີຜ່ານມາ, ຕອນທີ່ຂ້າພະເຈົ້າກຳລັງຮັບໃຊ້ຢູ່ທີ່ເຂດຕາເວັນຕົກສຽງເໜືອອາເມຣິກາໃຕ້ ແລະ ໄດ້ອາໄສຢູ່ ປະເທດເປຣູ, ຂ້າພະເຈົ້າມີປະສົບການທີ່ສວຍງາມທີ່ຢາກຈະແບ່ງປັນກັບທ່ານ.
ມັນໄດ້ເກີດຂຶ້ນຕອນທີ່ຂ້າພະເຈົ້າກຳລັງກັບບ້ານຫລັງຈາກທ້າຍອາທິດທີ່ຫຍຸ້ງວຸ້ນວາຍກັບໜ້າທີ່ມອບໝາຍຕ່າງໆ. ຫລັງຈາກທີ່ຜ່ານຂັ້ນຕອນການກວດກາຄົນເຂົ້າເມືອງທີ່ສະໜາມບິນແລ້ວ, ຂ້າພະເຈົ້າໄດ້ພົບກັບຄົນຂັບລົດແທັກຊີທີ່ເປັນມິດຄົນໜຶ່ງກຳລັງລໍຖ້າຂ້າພະເຈົ້າຢູ່ບ່ອນບໍລິການແທັກຊີປະຈຳ. ລາວໄດ້ຊ່ວຍນຳຂ້າພະເຈົ້າໄປທີ່ລົດຂອງລາວ, ແລະ ຂ້າພະເຈົ້າກໍໄດ້ນັ່ງຢູ່ເບາະຂ້າງຫລັງກຽມພ້ອມທີ່ຈະພັກຜ່ອນ ແລະ ເພີດເພີນກັບການເດີນທາງກັບບ້ານທີ່ມິດງຽບ. ຫລັງຈາກທີ່ຂັບລົດອອກໄປປະມານສອງສາມຮ່ອມ, ຄົນຂັບລົດໄດ້ຮັບໂທລະສັບຈາກຫົວໜ້າຂອງລາວ, ທີ່ບອກວ່າ ຂ້າພະເຈົ້າຂຶ້ນລົດແທັກຊີຜິດຄັນ. ມີລົດອີກຄັນໜຶ່ງຕ່າງຫາກທີ່ໄດ້ຖືກຈອງໄວ້ໃຫ້ຂ້າພະເຈົ້າ, ແລະ ຫົວໜ້າຂອງລາວໄດ້ບອກໃຫ້ລາວພາຂ້າພະເຈົ້າກັບໄປທີ່ສະໜາມບິນຖ້າວ່າຂ້າພະເຈົ້າຕ້ອງການປ່ຽນລົດຄັນໃໝ່. ຂ້າພະເຈົ້າໄດ້ບອກກັບລາວວ່າມັນບໍ່ຈຳເປັນ, ແລະ ພວກເຮົາສາມາດເດີນທາງຕໍ່ໄປ. ຫລັງຈາກທີ່ງຽບໄປບໍ່ດົນ, ລາວໄດ້ແນມເບິ່ງຂ້າພະເຈົ້າຜ່ານແວ່ນເບິ່ງຫລັງ ແລະ ໄດ້ຖາມວ່າ, “ເຈົ້າເປັນຄົນມໍມອນ, ແມ່ນບໍ?”
ແລ້ວ, ຫລັງຈາກຄຳຖາມເຊື້ອເຊີນນັ້ນ, ຂ້າພະເຈົ້າຮູ້ໄດ້ເລີຍວ່າຊ່ວງເວລາມິດງຽບຂອງຂ້າພະເຈົ້າໄດ້ສິ້ນສຸດລົງແລ້ວ. ຂ້າພະເຈົ້າອົດບໍ່ໄດ້ທີ່ຈະສົນທະນາຕໍ່ໄປກັບລາວ.
ຂ້າພະເຈົ້າໄດ້ຮູ້ຊື່ຂອງລາວແມ່ນ ໂອມາ, ພັນລະຍາຂອງລາວຊື່ວ່າ ມາເຣຍ ເທເຣຊາ, ແລະ ເຂົາເຈົ້າມີລູກນຳກັນສອງຄົນຊື່—ຄາໂຣລິນາ, ອາຍຸ 14 ປີ ແລະ ໂຣດຣີໂກ, ອາຍຸ 10 ປີ. ໂອມາເປັນສະມາຊິກຂອງສາດສະໜາຈັກຕັ້ງແຕ່ລາວຍັງເປັນເດັກນ້ອຍ. ຄອບຄົວຂອງລາວເຄີຍເຂັ້ມແຂງ, ແຕ່ຊ່ວງເວລາໜຶ່ງທີ່, ພໍ່ແມ່ຂອງລາວໄດ້ຢຸດໄປໂບດ. ໂອມາກາຍເປັນສະມາຊິກທີ່ບໍ່ເຂັ້ມແຂງຢ່າງສົມບູນ ຕອນທີ່ລາວອາຍຸ 15 ປີ. ຕອນທີ່ພວກເຮົາສົນທະນາກັນ ລາວອາຍຸໄດ້ 40 ປີ.
ໃນເວລານັ້ນຂ້າພະເຈົ້າຮູ້ໄດ້ເລີຍວ່າ ຂ້າພະເຈົ້າ ບໍ່ ໄດ້ຂຶ້ນລົດແທັກຊີຜິດຄັນ. ມັນບໍ່ໄດ້ແມ່ນເລື່ອງບັງເອີນ! ຂ້າພະເຈົ້າໄດ້ບອກກັບລາວວ່າຂ້າພະເຈົ້າແມ່ນໃຜ ແລະ ວ່າຂ້າພະເຈົ້າໄດ້ມາກັບລົດແທັກຊີຂອງລາວ ເພາະວ່າພຣະຜູ້ເປັນເຈົ້າກຳລັງເອີ້ນໃຫ້ລາວກັບຄືນໄປທີ່ຄອກຂອງພຣະອົງ.
ຈາກນັ້ນພວກເຮົາໄດ້ລົມກັນກ່ຽວກັບຕອນທີ່ລາວ ແລະ ຄອບຄົວຂອງລາວເປັນສະມາຊິກຂອງສາດສະໜາຈັກທີ່ເຂັ້ມແຂງ. ລາວມີຄວາມຊົງຈຳທີ່ດີກ່ຽວກັບການສັງສັນໃນຄອບຄົວ ແລະ ເພງປະຖົມໄວບາງເພງ. ແລ້ວລາວໄດ້ຮ້ອງສອງສາມຄຳໃນເພງ “ເຮົາເປັນລູກຂອງພຣະເຈົ້າ.”1
ຫລັງຈາກໄດ້ທີ່ຢູ່, ເບີໂທລະສັບ, ແລະ ການອະນຸຍາດຈາກລາວເພື່ອແບ່ງປັນກັບອະທິການຂອງລາວແລ້ວ, ຂ້າພະເຈົ້າໄດ້ບອກກັບລາວວ່າຂ້າພະເຈົ້າຈະຫາວິທີມາຫາລາວທີ່ຕຶກໂບດ ໃນມື້ທຳອິດຂອງການກັບມາໂບດອີກຄັ້ງຂອງລາວ. ພວກເຮົາໄດ້ສິ້ນສຸດການເດີນທາງຈາກສະໜາມບິນມາຮອດບ້ານຂອງຂ້າພະເຈົ້າ, ເຊັ່ນດຽວກັນກັບການເລົ່າເລື່ອງສັ້ນໆກ່ຽວກັບອະດີດຂອງລາວ, ແລະ ພວກເຮົາກໍແຍກທາງກັນໄປ.
ສອງສາມອາທິດຕໍ່ມາ ອະທິການຂອງລາວໄດ້ໂທຫາຂ້າພະເຈົ້າ, ບອກກັບຂ້າພະເຈົ້າວ່າ ໂອມາວາງແຜນວ່າຈະໄປໂບດໃນວັນອາທິດໃດໜຶ່ງ. ຂ້າພະເຈົ້າໄດ້ບອກກັບລາວວ່າຂ້າພະເຈົ້າຈະໄປທີ່ນັ້ນ. ໃນວັນອາທິດນັ້ນ, ໂອມາໄດ້ມາກັບລູກຊາຍຂອງລາວ. ພັນລະຍາ ແລະ ລູກສາວຂອງລາວຍັງບໍ່ທັນສົນໃຈເທື່ອ. ສອງສາມເດືອນຕໍ່ມາ, ອະທິການຂອງລາວໄດ້ໂທຫາຂ້າພະເຈົ້າອີກຄັ້ງ, ຄັ້ງນີ້ໂທມາບອກວ່າໂອມາຈະໃຫ້ບັບຕິສະມາພັນລະຍາຂອງລາວ ແລະ ລູກທັງສອງຄົນຂອງລາວ, ແລະ ລາວເຊື້ອເຊີນຂ້າພະເຈົ້າໃຫ້ໄປຮ່ວມ. ນີ້ແມ່ນຮູບຖ່າຍຂອງວັນອາທິດນັ້ນທີ່ເຂົາເຈົ້າໄດ້ຮັບການຢືນຢັນເປັນສະມາຊິກຂອງສາດສະໜາຈັກ.
ໃນວັນອາທິດດຽວກັນນັ້ນ, ຂ້າພະເຈົ້າໄດ້ບອກກັບໂອມາ ແລະ ຄອບຄົວຂອງລາວວ່າ ຖ້າເຂົາເຈົ້າກຽມພ້ອມ, ໃນອີກໜຶ່ງປີ ຂ້າພະເຈົ້າຈະຖືເປັນກຽດເຮັດພິທີການຜະນຶກເຂົາເຈົ້າໃນພຣະວິຫານລິມາ ເປຣູ. ນີ້ແມ່ນຮູບຖ່າຍຂອງຊ່ວງເວລາອັນໜ້າຊົງຈຳຂອງພວກເຮົາໝົດທຸກຄົນ, ທີ່ໄດ້ຖ່າຍໄວ້ໃນໜຶ່ງປີຕໍ່ມາ.
ເປັນຫຍັງຂ້າພະເຈົ້າຈຶ່ງແບ່ງປັນປະສົບການນີ້ກັບທ່ານ? ຂ້າພະເຈົ້າແປ່ງປັນດ້ວຍສອງຈຸດປະສົງຄື.
ໜຶ່ງ, ເພື່ອກ່າວກັບສະມາຊິກຜູ້ທີ່ດີ ແຕ່ດ້ວຍເຫດຜົນບາງຢ່າງໄດ້ຕົກໄປຈາກພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ. ສອງ, ເຊັ່ນດຽວກັນເພື່ອກ່າວກັບສະມາຊິກທີ່ເຂົ້າຮ່ວມໃນມື້ນີ້ ຜູ້ທີ່ອາດຈະຍັງບໍ່ຊື່ສັດຕໍ່ພັນທະສັນຍາຂອງເຂົາເຈົ້າເທົ່າທີ່ຄວນ. ໃນທັງສອງກໍລະນີ, ຄົນລຸ້ນຫລັງຕໍ່ຈາກເຂົາເຈົ້າກໍໄດ້ຮັບຜົນກະທົບ, ແລະ ພອນຕ່າງໆ ແລະ ຄຳສັນຍາທີ່ຖືກສະຫງວນໄວ້ໃຫ້ກັບລູກຫລານຂອງເຂົາເຈົ້າກໍຕົກຢູ່ໃນຄວາມສ່ຽງ.
ໃຫ້ເຮົາມາເລີ່ມຈາກສະຖານະການທຳອິດ, ສະມາຊິກດີໆ ຜູ້ທີ່ໄດ້ອອກຈາກເສັ້ນທາງແຫ່ງພັນທະສັນຍາ, ເໝືອນດັ່ງທີ່ເກີດຂຶ້ນກັບໂອມາ ເພື່ອນຄົນເປຣູຂອງຂ້າພະເຈົ້າ. ເມື່ອຂ້າພະເຈົ້າຖາມວ່າເປັນຫຍັງລາວຈຶ່ງຕັດສິນໃຈກັບມາ, ລາວໄດ້ເວົ້າວ່າດ້ວຍເຫດຜົນທີ່ລາວ ແລະ ພັນລະຍາຮູ້ສຶກວ່າ ລູກໆຂອງເຂົາເຈົ້າຈະມີຄວາມສຸກໃນຊີວິດຫລາຍກວ່າເກົ່າ ກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ລາວໄດ້ຮູ້ສຶກວ່າມັນເຖິງເວລາແລ້ວທີ່ຈະຕ້ອງກັບຄືນມາໂບດເພື່ອເຫັນແກ່ລູກໆຂອງເຂົາເຈົ້າ.
ມັນເປັນເລື່ອງທີ່ໜ້າເສົ້າໃຈຫລາຍເມື່ອເຮົາໄດ້ພົບກັບສະມາຊິກທີ່ບໍ່ເຂັ້ມແຂງ ຫລື ບໍ່ແມ່ນສະມາຊິກຂອງສາດສະໜາຈັກ ຜູ້ທີ່ຄັ້ງໜຶ່ງເຄີຍມີພຣະກິດຕິຄຸນໃນຄອບຄົວຂອງເຂົາເຈົ້າ ແລະ ສູນເສຍມັນໄປຍ້ອນການຕັດສິນໃຈຂອງພໍ່ແມ່ ຫລື ປູ່ຍ່າຕາຍາຍຂອງເຂົາເຈົ້າ ໃນການພັກຈາກສາດສະໜາຈັກ. ການຕັດສິນໃຈດັ່ງກ່າວອາດຈະສົ່ງຜົນກະທົບຕໍ່ລູກຫລານຕະຫລອດໄປ!
ລູກໆ ແລະ ຫລານໆຂອງເຂົາເຈົ້າຖືກຕັດຂາດຈາກການປົກປ້ອງ ແລະ ພອນຕ່າງໆຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ໃນຊີວິດຂອງພວກເຂົາ. ຍິ່ງເສຍໃຈໄປກວ່ານັ້ນ, ເຂົາເຈົ້າໄດ້ສູນເສຍຄຳສັນຍາແຫ່ງຄອບຄົວນິລັນດອນ ຊຶ່ງຈະມີຢູ່ທີ່ນັ້ນໃນມື້ໜຶ່ງ. ການຕັດສິນໃຈຂອງຄົນຜູ້ໜຶ່ງໄດ້ສົ່ງຜົນກະທົບຕໍ່ລູກຫລານຜູ້ສືບທອດທັງສາຍ. ມໍລະດົກແຫ່ງສັດທາໄດ້ຖືກທຳລາຍ.
ເຖິງຢ່າງໃດກໍຕາມ, ດັ່ງທີ່ເຮົາຮູ້ຢູ່ແລ້ວວ່າ, ອັນໃດກໍຕາມທີ່ເປ່ເພເສຍຫາຍສາມາດແກ້ໄຂໄດ້ຜ່ານທາງພຣະເຢຊູຄຣິດ. ຍ້ອນເຫດຜົນນີ້, ຂໍໃຫ້ທ່ານພິຈາລະນາຄຳເຊື້ອເຊີນຈາກປະທານຣະໂຊ ເອັມ ແນວສັນ ທີ່ວ່າ: “ບັດນີ້, ຖ້າຫາກທ່ານໄດ້ຍ່າງອອກໄປຈາກເສັ້ນທາງ, ຂ້າພະເຈົ້າຂໍເຊື້ອເຊີນທ່ານ ດ້ວຍຄວາມຫວັງທັງໝົດຂອງໃຈ ເພື່ອຂໍໃຫ້ທ່ານກັບມາ. ບໍ່ວ່າຄວາມເປັນຫ່ວງເປັນໃຍຂອງທ່ານ, ການທ້າທາຍຂອງທ່ານຈະເປັນແນວໃດກໍຕາມ, ແຕ່ຍັງມີບ່ອນສຳລັບທ່ານຢູ່, ຢູ່ໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້ານີ້. ທ່ານ ແລະ ເຊື້ອສາຍຂອງທ່ານທີ່ຍັງບໍ່ໄດ້ເກີດເທື່ອ ຈະໄດ້ຮັບພອນ ໂດຍການກະທຳຂອງທ່ານ ທີ່ຈະກັບຄືນມາຫາເສັ້ນທາງແຫ່ງພັນທະສັນຍາໃນເວລານີ້.”2
ບັດນີ້, ເຮົາມາເວົ້າເຖິງສະຖານະການທີສອງ, ສະມາຊິກທີ່ມີສ່ວນຮ່ວມໃນມື້ນີ້ ຜູ້ທີ່ບໍ່ໄດ້ຊື່ສັດເທົ່າທີ່ຄວນ. ດັ່ງດຽວກັບການຕັດສິນໃຈໃນມື້ວານສົ່ງຜົນກະທົບຕໍ່ຄວາມເປັນຈິງໃນມື້ນີ້, ການຕັດສິນໃຈໃນມື້ນີ້ກໍຈະສົ່ງຜົນກະທົບຕໍ່ອະນາຄົດຂອງເຮົາ ແລະ ອະນາຄົດຂອງສະມາຊິກໃນຄອບຄົວຂອງເຮົາ.
ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນເຮົາວ່າ:
“ພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ຖືກຟື້ນຟູ ຊຸກຍູ້ເຮົາໃຫ້ຄິດກ່ຽວກັບອະນາຄົດ. … ມັນສິດສອນເຖິງຄວາມຄິດທີ່ດີກ່ຽວກັບອະນາຄົດ ເພື່ອນຳພາການກະທຳຂອງເຮົາໃນວັນນີ້.
ກົງກັນຂ້າມ, ເຮົາທຸກຄົນກໍຮູ້ຜູ້ຄົນທີ່ພຽງແຕ່ເປັນຫ່ວງກ່ຽວກັບປະຈຸບັນເທົ່ານັ້ນ: ໃຊ້ຈ່າຍມັນໃນມື້ນີ້, ຊື່ນຊົມກັບມັນໃນມື້ນີ້, ແລະ ບໍ່ຕ້ອງຄິດເລື່ອງອະນາຄົດເລີຍ.
“… ເມື່ອເຮົາເຮັດການເລືອກໃນປະຈຸບັນ, ເຮົາຄວນຖາມຕົວເອງສະເໝີວ່າ, ‘ການຕັດສິນໃຈຂອງເຮົາຈະນຳໄປເຖິງຈຸດໃດ?’”3 ການຕັດສິນໃຈຂອງເຮົາໃນປະຈຸບັນນີ້ຈະນຳພາເຮົາໄປສູ່ຄວາມຊື່ນຊົມໃນຕອນນີ້ ແລະ ໃນຊົ່ວນິລັນດອນ, ຫລື ຈະນຳພາເຮົາໄປສູ່ຄວາມໂສກເສົ້າ ແລະ ນ້ຳຕາ?
ບາງຄົນອາດຄິດວ່າ, “ພວກເຮົາບໍ່ຈຳເປັນຕ້ອງໄປໂບດທຸກວັນອາທິດ,” ຫລື “ເຮົາຈະຈ່າຍສ່ວນສິບເມື່ອທຸກຢາງດີຂຶ້ນ,” ຫລື “ຂ້ອຍຈະບໍ່ສະໜັບສະໜູນຜູ້ນຳຂອງສາດສະໜາຈັກໃນຫົວຂໍ້ນີ້.”
“ແຕ່,” ເຂົາເຈົ້າເວົ້າວ່າ, “ພວກເຮົາຮູ້ວ່າສາດສະໜາຈັກນີ້ເປັນຄວາມຈິງ, ແລະ ພວກເຮົາຈະບໍ່ມີວັນທີ່ຈະອອກຈາກພຣະກິດຕິຄຸນຂອງພຣະເຢຊູຄຣິດ.”
ຜູ້ທີ່ມີຄວາມຄິດເຫລົ່ານີ້ ບໍ່ຮູ້ວ່າການເປັນສະມາຊິກແບບ “ເຄິ່ງຮ້ອນເຄິ່ງເຢັນ” ນີ້ຈະມີຜົນກະທົບດ້ານລົບຕໍ່ຊີວິດຂອງເຂົາເຈົ້າ ແລະ ລູກຫລານຂອງເຂົາເຈົ້າຫລາຍຂະໜາດໃດ. ພໍ່ແມ່ອາດຈະຍັງເຂັ້ມແຂງຢູ່, ແຕ່ຄວາມສ່ຽງຂອງການສູນເສຍລູກໆຂອງເຂົາເຈົ້ານັ້ນສູງ—ໃນຊີວິດນີ້ ແລະ ໃນນິລັນດອນ.
ສຳລັບຜູ້ທີ່ຈະບໍ່ສືບທອດລັດສະໝີພາບແຫ່ງຊັ້ນສູງກັບຄອບຄົວຂອງຕົນ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ ກ້າຫານ ໃນປະຈັກພະຍານເຖິງພຣະເຢຊູ; ດັ່ງນັ້ນ, ພວກເຂົາຈຶ່ງບໍ່ໄດ້ຮັບມົງກຸດເໜືອອານາຈັກຂອງພຣະເຈົ້າຂອງເຮົາ.”4 ນີ້ຄືສິ່ງທີ່ເຮົາປາດຖະໜາໃຫ້ກັບຕົວເຮົາເອງ ຫລື ລູກຫລານຂອງເຮົາແມ່ນບໍ? ເຮົາຄວນທີ່ຈະເປັນຄົນ ກ້າຫານ ຫລາຍຂຶ້ນ ແລະ ເປັນ ຄົນເຄິ່ງຮ້ອນເຄິ່ງເຢັນ ໜ້ອຍລົງ ເພື່ອເຫັນແກ່ຕົວເຮົາເອງ ແລະ ລູກຫລານຂອງເຮົາບໍ່ແມ່ນບໍ?
ປະທານເອັມ ຣະໂຊ ບາເລີດ ຍັງໄດ້ກ່າວເຖິງຂໍ້ກັງວົນທີ່ຄ້າຍຄືກັນວ່າ:
“ສຳລັບບາງຄົນ, ການເຊື້ອເຊີນຂອງພຣະຄຣິດໃຫ້ເຊື່ອ ແລະ ຍັງຄົງຢູ່ຕໍ່ໄປ ເປັນເລື່ອງທີ່ຍາກ. … ສານຸສິດບາງຄົນພົບຄວາມຫຍຸ້ງຍາກໃນການເຂົ້າໃຈນະໂຍບາຍ ຫລື ການສິດສອນບາງຢ່າງສະເພາະຂອງສາດສະໜາຈັກ. ບາງຄົນຍັງມີຂໍ້ກັງວົນກ່ຽວກັບປະຫວັດສາດຂອງພວກເຮົາ ຫລື ຄວາມບໍ່ດີພ້ອມຂອງສະມາຊິກ ແລະ ຜູ້ນຳບາງຄົນ, ທັງໃນອະດີດ ແລະ ປະຈຸບັນ. …
“… ການຕັດສິນໃຈທີ່ຈະ ‘ບໍ່ຍ່າງຕໍ່ໄປ’ ກັບສະມາຊິກໃນສາດສະໜາຈັກ ແລະ ຜູ້ນຳທີ່ຖືກເລືອກຈາກພຣະຜູ້ເປັນເຈົ້າ ຈະສົ່ງ ຜົນກະທົບອັນຍາວນານ ຊຶ່ງບໍ່ສາມາດເຫັນໄດ້ສະເໝີໄປໃນຕອນນີ້.”5
ມັນຊ່າງເປັນການສືບທອດປະເພນີທີ່ໜ້າເສົ້າໃຈ—ແລະ ດ້ວຍເຫດຜົນຫຍັງ? ບໍ່ວ່າຈະດ້ວຍເຫດຜົນໃດ, ການເມີນເສີຍຕໍ່ຜົນກະທົບທາງວິນຍານດ້ານລົບ ທີ່ຈະເກີດກັບຄົນລຸ້ນຕໍ່ໆໄປ ແມ່ນບໍ່ພຽງພໍ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຖ້າວ່າທ່ານກຳລັງປະເຊີນໜ້າຢູ່ກັບໜຶ່ງໃນສອງສະຖານະການເຫລົ່ານີ້ ໃນຂ່າວສານຂອງຂ້າພະເຈົ້າ, ຂໍໃຫ້ທ່ານພິຈາລະນາການປະຕິບັດຕົນຂອງທ່ານຄືນໃໝ່. ທ່ານຮູ້ແລ້ວວ່າມີແຜນສຳລັບເຮົາໃນຊີວິດນີ້. ທ່ານຮູ້ແລ້ວວ່າຄອບຄົວສາມາດຢູ່ນຳກັນຊົ່ວນິລັນດອນ. ເປັນຫຍັງຈຶ່ງຕ້ອງເອົາຄອບຄົວຂອງທ່ານໄປສ່ຽງ? ຢ່າເປັນບ້ວງທີ່ອ່ອນແອໃນຕ່ອງໂສ້ທີ່ສວຍງາມແຫ່ງສັດທາທີ່ທ່ານເປັນຄົນລິເລີ່ມ, ຫລື ທີ່ທ່ານໄດ້ຮັບ, ໃນຖານະມໍລະດົກສືບທອດ. ຈົ່ງເປັນບ້ວງທີ່ເຂັ້ມແຂງ. ນີ້ຄືເວລາຂອງທ່ານທີ່ຕ້ອງປະຕິບັດ, ແລະ ພຣະຜູ້ເປັນເຈົ້າສາມາດຊ່ວຍທ່ານໄດ້.
ຈາກສ່ວນເລິກຂອງຫົວໃຈ, ຂ້າພະເຈົ້າເຊື້ອເຊີນໃຫ້ທ່ານຄິດກ່ຽວກັບມັນ, ໃຫ້ເບິ່ງໄປທີ່ອະນາຄົດ ແລະ ປະເມີນວ່າ “ສິ່ງນີ້ຈະນຳໄປສູ່ຈຸດໃດ,” ແລະ, ຖ້າຈຳເປັນ, ຈົ່ງກ້າຫານພໍທີ່ຈະປັບປ່ຽນເສັ້ນທາງຂອງທ່ານເພື່ອເຫັນແກ່ລູກຫລານຂອງທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.