ເດີນໄປໃນຄວາມສຳພັນຕາມພັນທະສັນຍາກັບພຣະຄຣິດ
ຜູ້ທີ່ເຄີຍຟົກຊ້ຳ ແລະ ແຕກຫັກເພື່ອເຮົາຈະອະນຸຍາດໃຫ້ຄວາມເປັນມະຕະເຮັດວຽກງານຂອງມັນໃນຕົວເຮົາ, ແຕ່ພຣະອົງຈະບໍ່ຂໍໃຫ້ເຮົາປະເຊີນກັບສິ່ງທ້າທາຍເຫລົ່ານັ້ນດ້ວຍຕົວຄົນດຽວ.
ຂ້າພະເຈົ້າໄດ້ຖືກແນະນຳໃຫ້ຮູ້ຈັກກັບເສັ້ນທາງໃນອິດສະຣາເອນ ໂດຍ ອີລານ ເພື່ອນທີ່ດີຄົນໜຶ່ງ. “ມັນຊື່ວ່າ ເສັ້ນທາງພຣະເຢຊູ,” ລາວເວົ້າ, “ເພາະມັນເປັນເສັ້ນທາງຈາກເມືອງນາຊາເຣັດໄປຫາເມືອງກາເປນາອູມ ທີ່ຫລາຍຄົນເຊື່ອວ່າພຣະເຢຊູໄດ້ເດີນໄປ.” ຂ້າພະເຈົ້າໄດ້ຕັດສິນໃຈທັນທີ ແລະ ຢາກຈະເດີນໄປຕາມເສັ້ນທາງນັ້ນ, ສະນັ້ນຂ້າພະເຈົ້າຈຶ່ງເລີ່ມວາງແຜນໄປປະເທດອິດສະຣາເອນ.
ຫົກອາທິດກ່ອນການເດີນທາງ, ຂ້າພະເຈົ້າຂໍ້ຕີນຫັກ. ສາມີຂອງຂ້າພະເຈົ້າເປັນຫ່ວງກ່ຽວກັບອາການບາດເຈັບ; ສິ່ງທີ່ຂ້າພະເຈົ້າກັງວົນທີ່ສຸດຄື ຂ້າພະເຈົ້າຈະເດີນໄປໃນເສັ້ນທາງພຣະເຢຊູ ພາຍໃນໜຶ່ງເດືອນຈາກນັ້ນໄດ້ແນວໃດ. ຂ້າພະເຈົ້າມີລັກສະນະເປັນຄົນດື້ດຶງ, ສະນັ້ນຂ້າພະເຈົ້າຈຶ່ງບໍ່ໄດ້ຍົກເລີກປີ້ຍົນ.
ຂ້າພະເຈົ້າຈື່ໄດ້ວ່າ ໄດ້ພົບກັບຜູ້ນຳທາງຊາວອິດສະຣາເອນຂອງພວກເຮົາ ໃນເຊົ້າຂອງເດືອນມິຖຸນາທີ່ສວຍງາມນັ້ນ. ຂ້າພະເຈົ້າໄດ້ກະໂດດອອກຈາກລົດຕູ້ ແລະ ແລ້ວໄດ້ດຶງເອົາໄມ້ຄ້ຳ ແລະ ລໍ້ຄ້ຳຫົວເຂົ່າອອກມາ. ນາງມາຍຢາ, ຜູ້ນຳທາງຂອງພວກເຮົາ, ໄດ້ຫລຽວເບິ່ງໂກບຂາຂອງຂ້າພະເຈົ້າ ແລະ ເວົ້າວ່າ, “ເອີ, ຂ້ອຍບໍ່ຄິດວ່າເຈົ້າສາມາດຍ່າງໄປໃນເສັ້ນທາງໃນສະພາບແບບນັ້ນໄດ້ດອກ.”
“ອາດຈະບໍ່ໄດ້,” ຂ້າພະເຈົ້າຕອບ. “ແຕ່ບໍ່ມີຫຍັງທີ່ຂັດຂວາງຂ້ອຍຈາກຄວາມພະຍາຍາມ.” ລາວໄດ້ງຶກຫົວເລັກນ້ອຍ, ແລະ ພວກເຮົາກໍເລີ່ມຕົ້ນ. ຂ້າພະເຈົ້າຮັກລາວເພື່ອສິ່ງນັ້ນ, ເພາະການເຊື່ອວ່າຂ້າພະເຈົ້າສາມາດເດີນໄປຕາມເສັ້ນທາງເຖິງແມ່ນຂາບໍ່ດີກໍຕາມ.
ຂ້າພະເຈົ້າໄດ້ເດີນທາງທີ່ສູງຊັນ ແລະ ມີກ້ອນຫີນຊົ່ວໄລຍະໜຶ່ງດ້ວຍຕົວເອງ. ແລ້ວ, ດ້ວຍຄວາມຕັ້ງໃຈຂອງຄຳໝັ້ນສັນຍາຂອງຂ້າພະເຈົ້າ, ນາງມາຍຢາໄດ້ເອົາເຊືອກນ້ອຍອອກມາ, ຜູກມັນໃສ່ເຂົາລໍ້ຂອງຂ້າພະເຈົ້າ, ແລະ ເລີ່ມຕົ້ນດຶງ. ນາງໄດ້ດຶງຂ້າພະເຈົ້າຂຶ້ນຄ້ອຍ, ຜ່ານສວນໝາກນາວ, ແລະ ແຄມນ້ຳທະເລຄາລີເລ. ໃນທ້າຍຂອງການເດີນທາງ, ຂ້າພະເຈົ້າໄດ້ສະແດງຄວາມກະຕັນຍູຕໍ່ຜູ້ນຳທາງທີ່ແສນດີຂອງຂ້າພະເຈົ້າ, ທີ່ໄດ້ຊ່ວຍຂ້າພະເຈົ້າປະສົບຄວາມສຳເລັດບາງຢ່າງທີ່ຂ້າພະເຈົ້າຄົງບໍ່ສາມາດເຮັດໄດ້ດ້ວຍຕົວເອງ.
ເມື່ອພຣະຜູ້ເປັນເຈົ້າໄດ້ເອີ້ນເອນົກໃຫ້ເດີນທາງໄປຕະຫລອດທົ່ວແຜ່ນດິນ ແລະ ເປັນພະຍານເຖິງພຣະອົງ, ເອນົກໄດ້ລັງເລໃຈ.1 ເພິ່ນເປັນພຽງຄົນໜຸ່ມ, ທັງເວົ້າຜ່ຳ. ເພິ່ນຈະເດີນໄປໃນເສັ້ນທາງນັ້ນ ໃນສະພາບຂອງເພິ່ນໄດ້ແນວໃດ? ເພິ່ນບອດມືດດ້ວຍສິ່ງທີ່ແຕກຫັກໃນຕົວເພິ່ນ. ຄຳຕອບຂອງພຣະຜູ້ເປັນເຈົ້າຕໍ່ສິ່ງທີ່ຂັດຂວາງເພິ່ນ ແມ່ນລຽບງ່າຍ ແລະ ທັນທີ: “ຈົ່ງເດີນໄປກັບເຮົາ.”2 ເຊັ່ນດຽວກັບເອນົກ, ເຮົາຕ້ອງຈື່ຈຳວ່າ ຜູ້ທີ່ເຄີຍຟົກຊ້ຳ ແລະ ແຕກຫັກເພື່ອເຮົາ3 ຈະອະນຸຍາດໃຫ້ຄວາມເປັນມະຕະເຮັດວຽກງານຂອງມັນໃນຕົວເຮົາ, ແຕ່ພຣະອົງຈະບໍ່ຂໍໃຫ້ເຮົາປະເຊີນກັບສິ່ງທ້າທາຍເຫລົ່ານັ້ໍນດ້ວຍຕົວຄົນດຽວ.4 ບໍ່ວ່າເລື່ອງລາວຂອງເຮົາຈະໜັກໜ່ວງພຽງໃດ ຫລື ເສັ້ນທາງໃນປະຈຸບັນຂອງເຮົາຈະຫຍຸ້ງຍາກພຽງໃດ, ພຣະອົງຈະເຊື້ອເຊີນເຮົາໃຫ້ເດີນໄປກັບພຣະອົງ.5
ລອງຄິດກ່ຽວກັບຊາຍໜຸ່ມທີ່ຕົກຢູ່ໃນຄວາມລຳບາກ ຜູ້ໄດ້ພົບກັບພຣະຜູ້ເປັນເຈົ້າຢູ່ໃນຖິ່ນແຫ້ງແລ້ງກັນດານບ່ອນໜຶ່ງ. ຢາໂຄບໄດ້ເດີນທາງໄກຈາກບ້ານ. ໃນຄວາມມືດຂອງຄ່ຳຄືນ, ເພິ່ນໄດ້ຝັນເຫັນບໍ່ພຽງແຕ່ຂັ້ນໄດເທົ່ານັ້ນ ແຕ່ຍັງມີຄຳສັນຍາແຫ່ງພັນທະສັນຍາທີ່ສຳຄັນນຳອີກ, ລວມທັງສິ່ງທີ່ຂ້າພະເຈົ້າເອີ້ນວ່າ ຄຳສັນຍາຫ້ານິ້ວ.6 ໃນຄືນນັ້ນ, ພຣະຜູ້ເປັນເຈົ້າໄດ້ສະຖິດປະທັບຢູ່ຄຽງຂ້າງຢາໂຄບ, ແນະນຳພຣະອົງເອງວ່າເປັນພຣະເຈົ້າຂອງບິດາຂອງຢາໂຄບ, ແລະ ແລ້ວໄດ້ສັນຍາວ່າ:
-
ເຮົາຈະສະຖິດຢູ່ກັບເຈົ້າ.
-
ເຮົາຈະຮັກສາເຈົ້າໃຫ້ປອດໄພ.
-
ເຮົາຈະພາເຈົ້າກັບບ້ານອີກ.
-
ເຮົາຈະບໍ່ປະຖິ້ມເຈົ້າ.
-
ເຮົາຈະຮັກສາຄຳສັນຍາຂອງເຮົາທີ່ໃຫ້ໄວ້ກັບເຈົ້າ.7
ຢາໂຄບຕ້ອງໄດ້ເລືອກ. ເພິ່ນສາມາດເລືອກທີ່ຈະດຳລົງຊີວິດພຽງທຳຄວາມຄຸ້ນເຄີຍກັບພຣະຜູ້ເປັນເຈົ້າຂອງບິດາຂອງເພິ່ນ, ຫລື ເພິ່ນສາມາດເລືອກທີ່ຈະດຳລົງຊີວິດໃນຄວາມສຳພັນທີ່ຜູກມັດພັນທະສັນຍາກັບພຣະອົງ. ຫລາຍປີຕໍ່ມາ, ຢາໂຄບໄດ້ເປັນພະຍານເຖິງການດຳລົງຊີວິດພາຍໃນຄຳສັນຍາແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າເຫລົ່ານັ້ນ: “ພຣະເຈົ້າ … ອົງທີ່ໄດ້ຊ່ວຍເຫລືອຂ້ອຍໃນຍາມເດືອດຮ້ອນ, ແລະ ອົງທີ່ ສະຖິດຢູ່ນຳຂ້ອຍ ໃນບ່ອນທີ່ຂ້ອຍໄປ.”8 ເຊັ່ນດຽວກັບທີ່ພຣະອົງໄດ້ກະທຳຕໍ່ຢາໂຄບ, ພຣະຜູ້ເປັນເຈົ້າຈະຕອບເຮົາແຕ່ລະຄົນໃນຍາມເດືອດຮ້ອນ ຖ້າຫາກເຮົາເລືອກທີ່ຈະຜູກຊີວິດຂອງເຮົາໄວ້ກັບພຣະອົງ. ພຣະອົງໄດ້ສັນຍາວ່າຈະເດີນໄປ ກັບເຮົາ ໃນເສັ້ນທາງ.
ເຮົາເອີ້ນການເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ—ວ່າເປັນເສັ້ນທາງທີ່ເລີ່ມຕົ້ນດ້ວຍການຮັບພັນທະສັນຍາແຫ່ງການບັບຕິສະມາ ແລະ ນຳໄປສູ່ພັນທະສັນຍາທີ່ເລິກເຊິ່ງກວ່າ ທີ່ເຮົາເຮັດໃນພຣະວິຫານ. ບາງທີທ່ານໄດ້ຍິນຖ້ອຍຄຳເຫລົ່ານັ້ນ ແລະ ຄິດເຖິງຊ່ອງໝາຍຂີດລາຍການ. ບາງທີສິ່ງທີ່ທ່ານເຫັນແມ່ນເສັ້ນທາງທີ່ຕ້ອງເຮັດຕາມເງື່ອນໄຂ. ການຫລຽວເບິ່ງໃກ້ໆ ເຜີຍໃຫ້ເຫັນບາງສິ່ງທີ່ໜ້າສົນໃຈຫລາຍຂຶ້ນ. ພັນທະສັນຍາບໍ່ພຽງແຕ່ກ່ຽວກັບສັນຍາເທົ່ານັ້ນ, ເຖິງແມ່ນວ່ານັ້ນຈະມີຄວາມສຳຄັນກໍຕາມ. ມັນແມ່ນກ່ຽວກັບຄວາມສຳພັນ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເສັ້ນທາງແຫ່ງພັນທະສັນຍາແມ່ນກ່ຽວກັບຄວາມສຳພັນຂອງເຮົາກັບພຣະເຈົ້າ.”9
ໃຫ້ຄິດກ່ຽວກັບພັນທະສັນຍາຂອງການແຕ່ງງານ. ວັນແຕ່ງງານເປັນສິ່ງສຳຄັນ, ແຕ່ສຳຄັນເທົ່າໆກັນແມ່ນຄວາມສຳພັນທີ່ສ້າງຂຶ້ນຜ່ານຊີວິດທີ່ຢູ່ນຳກັນຫລັງຈາກນັ້ນ. ເຊັ່ນດຽວກັນກໍຈິງກັບຄວາມສຳພັນຕາມພັນທະສັນຍາກັບພຣະເຈົ້າ. ເງື່ອນໄຂຖືກກຳນົດໄວ້ແລ້ວ, ແລະ ຈະມີຄວາມຄາດຫວັງໄປພ້ອມໆກັນ. ແຕ່ພຣະອົງເຊື້ອເຊີນເຮົາແຕ່ລະຄົນໃຫ້ມາ ເທົ່າທີ່ເຮົາຈະສາມາດເຮັດໄດ້, ດ້ວຍຈຸດປະສົງແຫ່ງໃຈເຕັມທີ່, ແລະ “ມຸ້ງໜ້າ”10 ຄຽງຂ້າງໄປກັບພຣະອົງ, ໄວ້ວາງໃຈວ່າ ພອນແຫ່ງຄຳສັນຍາຂອງພຣະອົງຈະມີມາ. ພຣະຄຳພີເຕືອນເຮົາວ່າ ສ່ວນຫລາຍພອນເຫລົ່ານັ້ນມັກຈະມີມາ ໃນເວລາຂອງພຣະອົງເອງ ແລະ ໃນວິທີຂອງພຣະອົງເອງ: 38 ປີ,11 12 ປີ,12 ໂດຍທັນທີ.13 ເຈົ້າຈະໄດ້ຮັບຄວາມຊ່ວຍເຫລືອຕະຫລອດເວລາ.14
ພາລະກິດຂອງພຣະອົງຄືຄວາມຖ່ອມຕົວ. ພຣະເຢຊູຄຣິດຈະພົບກັບເຮົາໃນບ່ອນທີ່ເຮົາຢູ່ ຢ່າງທີ່ເຮົາເປັນ. ນີ້ຄື ເຫດຜົນ ຂອງສວນ, ໄມ້ກາງແຂນ, ແລະ ອຸບມຸງ. ພຣະຜູ້ຊ່ວຍໃຫ້ລອດໄດ້ຖືກສົ່ງມາເພື່ອຊ່ວຍເຮົາໃຫ້ເອົາຊະນະ.15 ແຕ່ການຢູ່ໃນບ່ອນທີ່ເຮົາຢູ່ ຈະບໍ່ນຳການປົດປ່ອຍທີ່ເຮົາສະແຫວງຫາມາໃຫ້ເຮົາ. ເຊັ່ນດຽວກັບພຣະອົງບໍ່ໄດ້ຖິ້ມຢາໂຄບໄວ້ໃນປ່າບ່ອນນັ້ນ, ພຣະຜູ້ເປັນເຈົ້າບໍ່ມີເຈດຕະນາທີ່ຈະຖິ້ມເຮົາຄົນໃດຄົນໜຶ່ງໄວ້ໃນບ່ອນທີ່ເຮົາຢູ່.
ພາລະກິດຂອງພຣະອົງຄືການຂຶ້ນສູງ. ພຣະອົງຈະເຮັດວຽກງານພາຍໃນຕົວເຮົາ16 ເພື່ອຍົກເຮົາຂຶ້ນໄປຍັງບ່ອນຂອງພຣະອົງ ແລະ, ໃນຂະບວນການນັ້ນ, ເຮັດໃຫ້ເຮົາກາຍເປັນເໝືອນດັ່ງພຣະອົງຊົງເປັນ. ພຣະເຢຊູຄຣິດໄດ້ສະເດັດມາເພື່ອຍົກເຮົາຂຶ້ນ.17 ພຣະອົງຕ້ອງການທີ່ຈະຊ່ວຍເຮົາໃຫ້ກາຍເປັນ. ນີ້ຄື ເຫດຜົນ ຂອງພຣະວິຫານ.
ເຮົາຕ້ອງຈື່ຈຳວ່າ: ບໍ່ແມ່ນເສັ້ນທາງຢ່າງດຽວທີ່ຈະເຮັດໃຫ້ເຮົາສູງສົ່ງ; ແຕ່ຄວາມເປັນເພື່ອນ––ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ແລະ ນີ້ຄື ເຫດຜົນຂອງຄວາມສຳພັນຕາມພັນທະສັນຍາ.
ຕອນຂ້າພະເຈົ້າຢູ່ປະເທດອິດສະຣາເອນ, ຂ້າພະເຈົ້າໄດ້ໄປຢ້ຽມຢາມກຳແພງຕາເວັນຕົກ. ສຳລັບຊາວຢິວ, ບ່ອນນີ້ເປັນສະຖານທີ່ ທີ່ສັກສິດທີ່ສຸດໃນອິດສະຣາເອນ. ມັນເປັນສິ່ງດຽວທີ່ເຫລືອຢູ່ຂອງພຣະວິຫານຂອງເຂົາເຈົ້າ. ຜູ້ຄົນສ່ວນໃຫຍ່ຈະໃສ່ເສື້ອຜ້າທີ່ດີທີ່ສຸດ ເມື່ອມາຢາມສະຖານທີ່ສັກສິດແຫ່ງນີ້; ການເລືອກເສື້ອຜ້າຂອງເຂົາເຈົ້າເປັນສັນຍາລັກຂອງການອຸທິດຕົນຂອງເຂົາເຈົ້າຕໍ່ຄວາມສຳພັນຂອງເຂົາເຈົ້າກັບພຣະເຈົ້າ. ເຂົາເຈົ້າຢ້ຽມຢາມກຳແພງເພື່ອອ່ານພຣະຄຳພີ, ເພື່ອນະມັດສະການ, ແລະ ເພື່ອອະທິຖານ. ການອ້ອນວອນຂໍພຣະວິຫານໃນທ່າມກາງເຂົາເຈົ້າ ໄດ້ກິນເວລາທຸກມື້ຂອງເຂົາເຈົ້າ, ທຸກຄຳອະທິຖານຂອງເຂົາເຈົ້າ, ໃນຄວາມປາດຖະໜາສຳລັບບ້ານແຫ່ງພັນທະສັນຍາ. ຂ້າພະເຈົ້າຊົມເຊີຍຄວາມອຸທິດຕົນຂອງເຂົາເຈົ້າ.
ເມື່ອຂ້າພະເຈົ້າໄດ້ກັບບ້ານຈາກອິດສະຣາເອນ, ຂ້າພະເຈົ້າໄດ້ຕັ້ງໃຈຟັງການສົນທະນາຢູ່ອ້ອມຂ້າງຂ້າພະເຈົ້າກ່ຽວກັບພັນທະສັນຍາຫລາຍຂຶ້ນ. ຂ້າພະເຈົ້າໄດ້ສັງເກດເຫັນຜູ້ຄົນຖາມວ່າ, ເປັນຫຍັງຂ້ອຍຈຶ່ງຄວນເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ? ຂ້ອຍຈຶ່ງຕ້ອງເຂົ້າໄປໃນບ້ານເພື່ອເຮັດພັນທະສັນຍາບໍ? ເປັນຫຍັງຂ້ອຍຈຶ່ງໃສ່ເສື້ອຜ້າສັກສິດ? ຂ້ອຍຄວນທຸ້ມເທໃນຄວາມສຳພັນຕາມພັນທະສັນຍາກັບພຣະຜູ້ເປັນເຈົ້າ? ຄຳຕອບສຳລັບຄຳຖາມທີ່ດີ ແລະ ສຳຄັນເຫລົ່ານີ້ແມ່ນລຽບງ່າຍ: ມັນຂຶ້ນຢູ່ກັບຄວາມສຳພັນລະດັບໃດທີ່ທ່ານຢາກມີກັບພຣະເຢຊູຄຣິດ.18 ເຮົາແຕ່ລະຄົນຈະຕ້ອງຄົ້ນພົບຄຳຕອບຂອງຕົວເອງຕໍ່ຄຳຖາມສ່ວນຕົວອັນເລິກເຊິ່ງເຫລົ່ານີ້.
ນີ້ແມ່ນຂອງຂ້າພະເຈົ້າ: ຂ້າພະເຈົ້າເດີນໄປໃນເສັ້ນທາງນີ້ໃນຖານະທິດາ “ທີ່ຮັກ ຄົນໜຶ່ງຂອງພຣະບິດາມານດາໃນສະຫວັນ,”19 ຊຶ່ງເປັນທີ່ ຮູ້ຈັກ20 ຢ່າງສູງສົ່ງ ແລະ ໄວ້ວາງໃຈໄດ້ ຢ່າງສຸດຊຶ້ງ.21 ໃນຖານະລູກແຫ່ງພັນທະສັນຍາ, ຂ້າພະເຈົ້າມີສິດໄດ້ຮັບພອນແຫ່ງ ຄຳສັນຍາ22. ຂ້າພະເຈົ້າໄດ້ ເລືອກ23 ທີ່ຈະເດີນໄປກັບພຣະຜູ້ເປັນເຈົ້າ. ຂ້າພະເຈົ້າໄດ້ຖືກ ເອີ້ນ24 ໃຫ້ຢືນເປັນພະຍານເຖິງພຣະຄຣິດ. ເມື່ອຮູ້ສຶກໜັກໃຈກັບເສັ້ນທາງ, ຂ້າພະເຈົ້າໄດ້ຮັບ ຄວາມເຂັ້ມແຂງ25 ດ້ວຍພຣະຄຸນອັນຊົງພະລັງ. ທຸກເທື່ອທີ່ຂ້າພະເຈົ້າຍ່າງຜ່ານເຂົ້າໄປໃນບ້ານຂອງພຣະອົງ, ຂ້າພະເຈົ້າປະສົບກັບຄວາມສຳພັນແຫ່ງພັນທະສັນຍາທີ່ເລິກເຊິ່ງຫລາຍຂຶ້ນກັບພຣະອົງ. ຂ້າພະເຈົ້າຖືກເຮັດໃຫ້ ບໍລິສຸດ26 ດ້ວຍພຣະວິນຍານຂອງພຣະອົງ, ໄດ້ຮັບຂອງປະທານສັກສິດ27 ດ້ວຍອຳນາດຂອງພຣະອົງ, ແລະ ຖືກແຕ່ງຕັ້ງເປັນທາງການ28 ເພື່ອສ້າງສາອານາຈັກຂອງພຣະອົງ. ຜ່ານທາງຂະບວນການການກັບໃຈທຸກວັນ ແລະ ການຮັບສ່ວນສິນລະລຶກທຸກອາທິດ, ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະ ແນ່ວແນ່29 ແລະ ໄປທຸກຫົນທຸກແຫ່ງເຮັດຄຸນງາມ ຄວາມດີ.30 ຂ້າພະເຈົ້າເດີນໄປໃນເສັ້ນທາງນີ້ກັບພຣະເຢຊູຄຣິດ, ໂດຍຕັ້ງຕາລໍຄອຍວັນທີ່ສັນຍາໄວ້ ເມື່ອພຣະອົງຈະສະເດັດມາອີກຄັ້ງ. ແລ້ວຂ້າພະເຈົ້າຈະໄດ້ ຜະນຶກເຂົ້າກັບພຣະອົງ31 ແລະ ຖືກຍົກຂຶ້ນໃນຖານະທິດາຜູ້ ບໍລິສຸດ32 ຂອງພຣະເຈົ້າ.
ນີ້ຄືເຫດຜົນທີ່ຂ້າພະເຈົ້າເດີນໄປໃນເສັ້ນທາງແຫ່ງພັນທະສັນຍາ.
ນີ້ຄືເຫດຜົນທີ່ຂ້າພະເຈົ້າຍຶດໝັ້ນຢູ່ໃນຄຳສັນຍາແຫ່ງພັນທະສັນຍາ.
ນີ້ຄືເຫດຜົນທີ່ຂ້າພະເຈົ້າເຂົ້າໄປໃນບ້ານແຫ່ງພັນທະສັນຍາຂອງພຣະອົງ.
ນີ້ຄືເຫດຜົນທີ່ຂ້າພະເຈົ້າໃສ່ເສື້ອຜ້າສັກສິດເພື່ອເປັນສິ່ງເຕືອນໃຈຕະຫລອດເວລາ.
ນີ້ຄືເຫດຜົນທີ່ຂ້າພະເຈົ້າຕ້ອງການດຳລົງຊີວິດໃນຄວາມສຳພັນຕາມພັນທະສັນຍາທີ່ຜູກມັດກັບພຣະອົງ.
ບາງທີທ່ານກໍຄືກັນ. ເລີ່ມຕົ້ນໃນຈຸດທີ່ທ່ານຢູ່.33 ຢ່າປ່ອຍໃຫ້ສະພາບຂອງທ່ານຂັດຂວາງທ່ານ. ຈົ່ງຈື່ຈຳວ່າ, ບາດກ້າວ ຫລື ຕຳແໜ່ງໃນເສັ້ນທາງ ແມ່ນບໍ່ສຳຄັນເທົ່າກັບຄວາມກ້າວໜ້າ.34 ຂໍໃຫ້ຄົນໃດຄົນໜຶ່ງທີ່ທ່ານໄວ້ວາງໃຈ ຜູ້ທີ່ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ ແນະນຳທ່ານໃຫ້ຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ ທີ່ເຂົາເຈົ້າຮູ້ຈັກ. ຮຽນຮູ້ຕື່ມອີກກ່ຽວກັບພຣະອົງ. ລົງທຶນໃນຄວາມສຳພັນ ໂດຍການເຂົ້າເຮັດພັນທະສັນຍາກັບພຣະອົງ. ບໍ່ສຳຄັນວ່າອາຍຸ ຫລື ສະພາບຂອງທ່ານຈະເປັນແນວໃດ. ທ່ານສາມາດເດີນໄປກັບພຣະອົງໄດ້.
ຫລັງຈາກທີ່ພວກເຮົາໄດ້ເດີນໄປຕາມເສັ້ນທາງພຣະເຢຊູແລ້ວ, ນາງມາຍຢາບໍ່ໄດ້ເອົາເຊືອກຂອງລາວຄືນ. ລາວປະມັນໄວ້ກັບລໍ້ຂອງຂ້າພະເຈົ້າ. ສຳລັບສອງສາມມື້ຕໍ່ມາ ຫລານໄວລຸ້ນຂອງຂ້າພະເຈົ້າກັບໝູ່ເພື່ອນຂອງລາວໄດ້ປ່ຽນຜຽນກັນດຶງຂ້າພະເຈົ້າໄປຕາມທາງຂອງເມືອງເຢຣູຊາເລັມ.35 ເຂົາເຈົ້າເຮັດໃຫ້ແນ່ໃຈວ່າ ຂ້າພະເຈົ້າຈະບໍ່ພາດເລື່ອງລາວຂອງພຣະເຢຊູ. ຂ້າພະເຈົ້າໄດ້ຖືກເຕືອນເຖິງຄວາມເຂັ້ມແຂງຂອງຄົນລຸ້ນໃໝ່. ພວກເຮົາສາມາດຮຽນຮູ້ຈາກພວກເຈົ້າ. ພວກເຈົ້າມີຄວາມປາດຖະໜາຢ່າງແທ້ຈິງທີ່ຈະຮູ້ຈັກຜູ້ນຳທາງ, ພຣະເຢຊູຄຣິດ. ພວກເຈົ້າໄວ້ວາງໃຈໃນຄວາມແຂງແກ່ນຂອງເຊືອກທີ່ຜູກມັດພວກເຮົາໄວ້ກັບພຣະອົງ. ພວກເຈົ້າມີພອນສະຫວັນພິເສດໃນການເຕົ້າໂຮມຜູ້ອື່ນໃຫ້ມາຫາພຣະອົງ.36
ໂຊກດີທີ່, ເຮົາເດີນໄປໃນເສັ້ນທາງນີ້ນຳກັນ, ເອີ້ນບອກໃຫ້ກຳລັງໃຈຕະຫລອດເສັ້ນທາງ.37 ເມື່ອເຮົາແບ່ງປັນປະສົບການສ່ວນຕົວຂອງເຮົາກັບພຣະຄຣິດ, ເຮົາຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ການອຸທິດສ່ວນຕົວ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.