ການເປັນພະຍານເຖິງພຣະເຢຊູຄຣິດໃນການກະທຳ ແລະ ຄຳເວົ້າ
ຂະນະທີ່ເຮົາພະຍາຍາມດຳລົງຊີວິດຂອງເຮົາໃຫ້ສອດຄ່ອງກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ, ການປະພຶດຂອງເຮົາຈະເປັນປະຈັກພະຍານທີ່ມີຊີວິດຢູ່ ເຖິງພຣະຜູ້ໄຖ່ຂອງເຮົາ.
ເມື່ອຕອນຮັບບັບຕິສະມາ ຄຳສັນຍາຢ່າງໜຶ່ງທີ່ເຮົາໄດ້ເຮັດໄວ້ນັ້ນຄື ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ. ຈຸດປະສົງຂອງຂ້າພະເຈົ້າໃນມື້ນີ້ຄືຢ້ຳເຕືອນເຮົາວ່າ ເຮົາສາມາດສະແດງໃຫ້ພຣະເຈົ້າເຫັນວ່າເຮົາຮັບເອົາພຣະນາມຂອງພຣະບຸດຂອງພຣະອົງ ໂດຍການສະແດງປະຈັກພະຍານໃນຄຳເວົ້າ ແລະ ການກະທຳ, ເລື້ອຍໆເທົ່າທີ່ເຮົາສາມາດເຮັດໄດ້, ວ່າພຣະເຢຊູຄືພຣະຄຣິດ.
ໃນຕອນທີ່ກຳລັງປະຕິບັດສາດສະໜາກິດ ແລະ ສິດສອນຜູ້ຄົນຢູ່ໃນອາເມຣິກາຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ປະກາດວ່າ:
“ພວກເຂົາບໍ່ໄດ້ອ່ານພຣະຄຳພີບໍ, ຊຶ່ງມັນບອກໄວ້ວ່າ ເຈົ້າຕ້ອງຮັບເອົາພຣະນາມຂອງພຣະຄຣິດ, ຊຶ່ງເປັນນາມຂອງເຮົາ? ເພາະວ່າໂດຍນາມນີ້ເຈົ້າຈະຖືກເອີ້ນໃນວັນສຸດທ້າຍ;
“ແລະ ຜູ້ໃດທີ່ຮັບນາມຂອງເຮົາ, ແລະ ອົດທົນຈົນເຖິງທີ່ສຸດ, ຜູ້ນັ້ນຈະລອດໃນວັນສຸດທ້າຍ.”1
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາວ່າ “ການຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ ແມ່ນຮ່ວມທັງການປະກາດ ແລະ ການເປັນພະຍານຕໍ່ຄົນອື່ນ—ຜ່ານທາງການກະທຳ ແລະ ຖ້ອຍຄຳຂອງເຮົາ—ວ່າ ພຣະເຢຊູຄືພຣະຄຣິດ.”2
ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາມີພອນ ແລະ ສິດທິພິເສດໃນການຢືນເປັນພະຍານຂອງພຣະຜູ້ເປັນເຈົ້າ ແລະ ພຣະນາມຂອງພຣະອົງໃນທຸກບ່ອນທີ່ເຮົາຢູ່.3 ຂະນະທີ່ເຮົາພະຍາຍາມດຳລົງຊີວິດຂອງເຮົາໃຫ້ສອດຄ່ອງກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ, ການປະພຶດຂອງເຮົາຈະເປັນປະຈັກພະຍານທີ່ມີຊີວິດຢູ່ ເຖິງພຣະຜູ້ໄຖ່ ແລະ ພຣະນາມຂອງພຣະອົງ. ຍິ່ງໄປກວ່ານັ້ນ, ເຮົາເປັນພະຍານເຖິງພຣະຄຣິດໃນຖ້ອຍຄຳ ໂດຍການແບ່ງປັນສິ່ງທີ່ເຮົາເຊື່ອ, ຮູ້ສຶກ, ຫລື ຮູ້ຈັກກ່ຽວກັບພຣະເຢຊູຄຣິດກັບຄົນອື່ນ.
ເມື່ອເຮົາແບ່ງປັນປະຈັກພະຍານຂອງເຮົາຢ່າງຖ່ອມຕົນເຖິງພຣະຜູ້ເປັນເຈົ້າຜ່ານທາງຖ້ອຍຄຳ ແລະ ການກະທຳຂອງເຮົາ, ພຣະວິນຍານບໍລິສຸດຈະຢືນຢັນ4 ຕໍ່ຜູ້ທີ່ມີເຈດຕະນາອັນແທ້ຈິງ, ເປີດໃຈ, ແລະ ຈິດໃຈທີ່ເຕັມໃຈ ວ່າພຣະເຢຊູຄືພຣະຄຣິດແທ້ໆ.5
ຂ້າພະເຈົ້າຢາກແບ່ງປັນສອງຕົວຢ່າງລ່າສຸດ ແລະ ດົນໃຈຂອງສະມາຊິກຜູ້ທີ່ໄດ້ສະແດງຕໍ່ພຣະເຈົ້າວ່າເຂົາເຈົ້າໄດ້ຮັບເອົາພຣະນາມຂອງພຣະເຢຊູຄຣິດ ໂດຍການກ່າວເຖິງພຣະອົງ ແລະ ເປັນພະຍານອັນບໍລິສຸດເຖິງພຣະຜູ້ເປັນເຈົ້າໃນການປະຊຸມຂອງສາດສະໜາຈັກ.
ຕົວຢ່າງທີໜຶ່ງ: ເມື່ອພັນລະຍາຂອງຂ້າພະເຈົ້າ, ອີເລນ, ແລະ ຂ້າພະເຈົ້າໄປທີ່ປະເທດສະເປນໃນປີ 2022, ພວກເຮົາໄດ້ໄປຮ່ວມການປະຊຸມວັນອາທິດທີ່ໜ່ວຍນ້ອຍໆຂອງສາດສະໜາຈັກຢູ່ທີ່ນັ້ນ. ຂະນະທີ່ຂ້າພະເຈົ້າໄດ້ນັ່ງຢູ່ເທິງເວທີ ແລະ ພັນລະຍາຂອງຂ້າພະເຈົ້າໄດ້ນັ່ງຢູ່ກັບຜູ້ມາຮ່ວມປະຊຸມ, ຂ້າພະເຈົ້າໄດ້ສັງເກດວ່າລາວໄດ້ນັ່ງຢູ່ໃກ້ກັບຜູ້ຍິງອາວຸໂສຄົນໜຶ່ງ. ເມື່ອກອງປະຊຸມສິນລະລຶກຈົບລົງ, ຂ້າພະເຈົ້າໄດ້ຍ່າງໄປຫາອີເລນ ແລະ ໄດ້ຂໍໃຫ້ລາວແນະນຳຂ້າພະເຈົ້າໃຫ້ກັບເພື່ອນໃໝ່ຂອງລາວ. ລາວກໍໄດ້ເຮັດເຊັ່ນນັ້ນ ແລະ ບອກວ່າຜູ້ຍິງຄົນນີ້, ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ໄດ້ມາຢ້ຽມຢາມໂບດເປັນເວລາສອງປີແລ້ວ. ເມື່ອຂ້າພະເຈົ້າໄດ້ຍິນເຊັ່ນນັ້ນ, ຂ້າພະເຈົ້າໄດ້ຖາມຍິງຜູ້ທີ່ຢຳເກງພຣະເຈົ້າຄົນນີ້ວ່າ ແມ່ນຫຍັງທີ່ເຮັດໃຫ້ລາວກັບຄືນມາ ແລະ ເຂົ້າຮ່ວມການປະຊຸມກັບພວກເຮົາເປັນເວລາດົນນານ. ຜູ້ຍິງຄົນນັ້ນໄດ້ຕອບດ້ວຍຄວາມຮັກວ່າ, “ຂ້ອຍມັກມາທີ່ນີ້ເພາະວ່າພວກເຈົ້າເວົ້າເຖິງພຣະເຢຊູຄຣິດໃນການປະຊຸມຂອງພວກເຈົ້າ.”
ເປັນທີ່ແຈ່ມແຈ້ງເລີຍວ່າ, ສະມາຊິກຂອງສາດສະໜາຈັກໃນໜ່ວຍນັ້ນທີ່ປະເທດສະເປນໄດ້ເວົ້າ, ສິດສອນ, ແລະ ເປັນພະຍານເຖິງພຣະຄຣິດໃນການປະຊຸມຂອງເຂົາເຈົ້າ.
ຕົວຢ່າງທີສອງ: ຫລັງຈາກການຮັບໃຊ້ໃນເຂດບຣາຊິນ, ຂ້າພະເຈົ້າກໍໄດ້ຮັບການເອີ້ນໃໝ່ຄືໃຫ້ມາຮັບໃຊ້ຢູ່ທີ່ສຳນັກງານໃຫຍ່ຂອງສາດສະໜາຈັກ. ເມື່ອພວກເຮົາໄດ້ຍ້າຍມາຢູ່ເມືອງເຊົາເລັກ ໃນທ້າຍເດືອນກໍລະກົດປີນີ້, ພວກເຮົາໄດ້ເຂົ້າຮ່ວມການປະຊຸມວັນອາທິດຢູ່ທີ່ຫວອດໃໝ່ທີ່ດີເລີດຂອງພວກເຮົາ. ໜຶ່ງໃນການປະຊຸມເຫລົ່ານີ້ກໍຄືກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ. ຫລັງຈາກການຮັບສ່ວນສິນລະລຶກດ້ວຍຄວາມຄາລະວະແລ້ວ, ສະມາຊິກກໍລຸກຂຶ້ນ ແລະ ກ່າວປະຈັກພະຍານຈາກໃຈຈິງເຖິງພຣະຜູ້ຊ່ວຍໃຫ້ລອດທີລະຄົນ. ກອງປະຊຸມນັ້ນແມ່ນມີພຣະເຢຊູຄຣິດເປັນສູນກາງ, ແລະ ເຮົາສາມາດຮູ້ສຶກເຖິງພຣະວິນຍານໄດ້ຢ່າງຊັດເຈນ. ພວກເຮົາໄດ້ຮັບການເສີມສ້າງ, ແລະ ສັດທາຂອງພວກເຮົາກໍເຂັ້ມແຂງຂຶ້ນ. ຖ້າໝູ່ເພື່ອນໃນສາດສະໜາຈັກ, ກຳລັງສະແຫວງຫາຄວາມຈິງຢ່າງຈິງໃຈ, ໄດ້ເຂົ້າຮ່ວມກອງປະຊຸມນັ້ນ, ເຂົາເຈົ້າກໍຈະຮັບຮູ້ໄດ້ວ່າ ນີ້ຄືສາດສະໜາຈັກຂອງພຣະເຢຊູຄຣິດ.
ນັບວ່າເປັນພອນແທ້ໆທີ່ເຫັນວ່າການປະຊຸມຂອງສາດສະໜາຈັກຂອງເຮົາເປັນໂອກາດເລືອກສຳລັບເຮົາໃນການເປັນພະຍານເຖິງພຣະຄຣິດ ແລະ ສົ່ງສັນຍານຕໍ່ພຣະເຈົ້າວ່າເຮົາປິຕິຍິນດີໃນການຮັບເອົາພຣະນາມຂອງພຣະບຸດຂອງພຣະອົງ.
ບັດນີ້, ຂ້າພະເຈົ້າຂໍກ່າວເຖິງຕົວຢ່າງທີ່ມີພະລັງຂອງການຮັບເອົາພຣະນາມຂອງພຣະເຢຊູຄຣິດ ໂດຍການເປັນປະຈັກພະຍານເຖິງພຣະອົງຜ່ານທາງການກະທຳ.
ເດືອນສິງຫາປີກາຍນີ້, ຂ້າພະເຈົ້າໄດ້ເດີນທາງໄປກັບແອວເດີ ຈອນນາຕັນ ແອັສ ເຊີມິດ ເພື່ອຮ່ວມເປີດຊົມພຣະວິຫານ ແຟດເຕີ ຣີເວີ ຄາລິຟໍເນຍ ໃນເມືອງ ຢູບາ. ໃນທີ່ນັ້ນ ຂ້າພະເຈົ້າໄດ້ຮັບພອນຈາກກຸ່ມຜູ້ນຳທ່ຽວຊົມພຣະວິຫານ. ໜຶ່ງໃນກຸ່ມເຫລົ່ານີ້ມີສະມາຊິກຂອງສາດສະໜາຈັກຄົນໜຶ່ງ, ເວີໂຈ ແອັດກິນສັນ, ແລະ ໝູ່ເພື່ອນອີກເຈັດຄົນທີ່ນັບຖືສາດສະໜາອື່ນ. ໃນຕອນທ້າຍຂອງການຢ້ຽມຊົມ, ທີ່ຫ້ອງຜະນຶກໃນພຣະວິຫານ, ບຣາເດີ ແອັດກິນສັນ ຮູ້ສຶກຊາບຊຶ້ງໃຈໃນຂະນະທີ່ລາວໄດ້ສະແດງຄວາມຮັກຂອງລາວຕໍ່ໝູ່ເພື່ອນທີ່ມາຮັບຊົມພຣະວິຫານໃນມື້ນັ້ນ. ເກືອບຈະທັນທີທີ່ລາວໄດ້ກ່າວຈົບ, ຜູ້ຍິງຄົນໜຶ່ງໃນກຸ່ມໄດ້ຢືນຂຶ້ນ ແລະ ເວົ້າວ່າ, “ເຮົາທຸກຄົນຮັກເວີໂຈ. ລາວບໍ່ເຄີຍບັງຄັບພວກເຮົາໃຫ້ເຊື່ອຖືຄືກັນກັບລາວ. ແຕ່ລາວກໍບໍ່ໄດ້ອາຍທີ່ຈະສະແດງຄວາມເຊື່ອນັ້ນເຊັ່ນກັນ. ລາວພຽງແຕ່ດຳລົງຊີວິດຕາມສິ່ງທີ່ລາວເຊື່ອຖື.”
ຕະຫລອດຫລາຍປີຜ່ານມາ, ການດຳລົງຊີວິດເໝືອນດັ່ງພຣະຄຣິດຂອງບຣາເດີ ແອັດກິນສັນ ໄດ້ຖືວ່າເປັນປະຈັກພະຍານທີ່ມີພະລັງຕໍ່ໝູ່ເພື່ອນຂອງລາວ. ຕົວຢ່າງຂອງລາວເປັນຫລັກຖານທີ່ແໜ້ນໜາ ວ່າລາວໄດ້ຮັບເອົາພຣະນາມຂອງພຣະຄຣິດ.
ໃນຕອນທ້າຍນີ້, ຂ້າພະເຈົ້າຂໍແບ່ງປັນບົດຮຽນທີ່ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບການຮັບເອົາພຣະນາມຂອງພຣະຄຣິດ ແລະ ເປັນພະຍານເຖິງພຣະອົງ ໂດຍການນຳໃຊ້ຊື່ແທ້ຂອງສາດສະໜາຈັກ.
ປະທານແນວສັນ, ສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າ, ໃນກອງປະຊຸມໃຫຍ່ສາມັນໃນປີ 2018 ໄດ້ກ່າວປາໄສໃນຫົວຂໍ້ “ຊື່ແທ້ຂອງສາດສະໜາຈັກ,” ວ່າ: “ເປັນ ສິ່ງທີ່ຖືກຕ້ອງ. ມັນ ເປັນ ພຣະບັນຊາຂອງພຣະຜູ້ເປັນເຈົ້າ. ໂຈເຊັບ ສະມິດ ບໍ່ໄດ້ຕັ້ງຊື່ໃຫ້ສາດສະໜາຈັກທີ່ຖືກຟື້ນຟູຜ່ານທາງເພິ່ນ, ແລະ ມໍມອນກໍບໍ່ໄດ້ຕັ້ງຊື່ໃຫ້. ພຣະຜູ້ຊ່ວຍໃຫ້ລອດເອງ ທີ່ກ່າວວ່າ, ‘ສາດສະໜາຈັກຂອງພຣະອົງຈະຖືກເອີ້ນດັ່ງນັ້ນໃນຍຸກສຸດທ້າຍ, ວ່າສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ’ [ຄຳສອນ ແລະ ພັນທະສັນຍາ 115:4].”6
ເຮົາທຸກຄົນທີ່ອອກຈາກກອງປະຊຸມໃຫຍ່ໃນມື້ນັ້ນໂດຍມຸ່ງໝັ້ນ ແລະ ຕັ້ງໃຈທີ່ຈະເຮັດຕາມສາດສະດາ ແລະ ນຳໃຊ້ຊື່ຂອງສາດສະໜາຈັກທີ່ໄດ້ຮັບການເປີດເຜີຍຈາກນັ້ນເປັນຕົ້ນມາ. ຂ້າພະເຈົ້າລະວັງຕົວເອງ ເພື່ອໃຫ້ແນ່ໃຈວ່າຂ້າພະເຈົ້ານຳໃຊ້ຊື່ແທ້ຂອງສາດສະໜາຈັກ. ສອງສາມຄັ້ງທຳອິດ, ຂ້າພະເຈົ້າຕ້ອງຕັ້ງສະຕິ ແລະ ພະຍາຍາມບໍ່ໃຫ້ຕົວເອງກັບໄປເປັນແບບເກົ່າ. ຫລັງຈາກຄວາມພະຍາຍາມໃນເທື່ອທຳອິດ, ຂ້າພະເຈົ້າກໍຮູ້ສຶກສະບາຍໃຈຫລາຍຂຶ້ນໃນການໃຊ້ຊື່ຂອງສາດສະໜາຈັກທີ່ໄດ້ຮັບການເປີດເຜີຍ. ຂ້າພະເຈົ້າຍອມຮັບວ່າມີຫລາຍຄັ້ງທີ່, ຂ້າພະເຈົ້າໄດ້ເອີ້ນຊື່ຂອງສາດສະໜາຈັກໄວເກີນໄປ. ຂ້າພະເຈົ້າຮູ້ສຶກເປັນກັງວົນວ່າຄົນທົ່ວໄປອາດຈະບໍ່ໄດ້ໃສ່ໃຈຕໍ່ຊື່ເຕັມຂອງສາດສະໜາຈັກ ແລະ ພວກເຂົາອາດຈະຄິດວ່າມັນຂ້ອນຂ້າງທີ່ຈະຍາວ.
ເຖິງຢ່າງໃດກໍຕາມ, ໃນເວລາຕໍ່ມາຂ້າພະເຈົ້າໄດ້ສັງເກດເຫັນວ່າການເອີ້ນຊື່ເຕັມຂອງສາດສະໜາຈັກໄດ້ມອບໂອກາດທີ່ມີຄຸນຄ່າໃຫ້ກັບຂ້າພະເຈົ້າ ໃນການກ່າວພຣະນາມຂອງພຣະເຢຊູຄຣິດ ແລະ ໃນຄວາມເປັນຈິງກໍຄື ໄດ້ສະແດງປະຈັກພະຍານເຖິງພຣະຜູ້ຊ່ວຍໃຫ້ລອດ ໂດຍການປະກາດພຣະນາມຂອງພຣະອົງ ໃນຊື່ຂອງສາດສະໜາຈັກຂອງພຣະອົງ. ຂ້າພະເຈົ້າຍັງສັງເກດເຫັນວ່າ ເມື່ອຂ້າພະເຈົ້າໄດ້ກ່າວຊື່ແທ້ຂອງສາດສະໜາຈັກກັບຄົນອື່ນ, ຂ້າພະເຈົ້າກໍລະນຶກເຖິງພຣະເຢຊູຄຣິດ ແລະ ຮູ້ສຶກເຖິງອິດທິພົນຂອງພຣະອົງໃນຊີວິດຫລາຍຂຶ້ນ.
ໂດຍການເຮັດຕາມສາດສະດາ, ເຮົາທຸກຄົນສາມາດຮຽນຮູ້ ແລະ ເປັນພະຍານເຖິງພຣະເຢຊູຄຣິດຫລາຍຂຶ້ນ ຈາກການນຳໃຊ້ຊື່ແທ້ຂອງສາດສະໜາຈັກ, ດ້ວຍເຫດນີ້ຈຶ່ງຮັບເອົາພຣະນາມຂອງພຣະຜູ້ເປັນເຈົ້າສົມບູນຫລາຍຂຶ້ນ.
ໃນເຊົ້າວັນຊະບາໂຕນີ້, ຂ້າພະເຈົ້າຍິນດີທີ່ຈະເປັນພະຍານວ່າ ປະທານແນວສັນ ຄືສາດສະດາທີ່ມີຊີວິດຢູ່ຂອງພຣະຜູ້ເປັນເຈົ້າ ແລະ ວ່າສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຄືສາດສະໜາຈັກທີ່ຖືກຟື້ນຟູນຂອງພຣະຄຣິດ. ຂ້າພະເຈົ້າເປັນພະຍານດ້ວຍຄວາມຖ່ອມໃຈເຖິງພຣະບຸດຂອງພຣະເຈົ້າ ແລະ ຄວາມສູງສົ່ງຂອງພຣະອົງ. ພຣະອົງຄືພຣະບຸດຫົວປີ ແລະ ເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ, ເອມານູເອນ.7 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.