ເພື່ອນຂອງເຮົາສະເໝີ
ທ່ານ ແລະ ຂ້າພະເຈົ້າມີໂອກາດໃນການມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນຕະຫລອດເວລາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ໃນກອງປະຊຸມນີ້ເຮົາໄດ້ຮັບພອນເຖິງການເປີດເຜີຍທີ່ຫລັ່ງໄຫລມາ. ຜູ້ຮັບໃຊ້ຂອງອົງພຣະເຢຊູຄຣິດເຈົ້າ ໄດ້ກ່າວ ແລະ ຈະກ່າວຄຳແຫ່ງຄວາມຈິງ, ໃຫ້ກຳລັງໃຈ, ແລະ ການນຳທາງ.
ຂ້າພະເຈົ້າໄດ້ປະທັບໃຈຕໍ່ປະຈັກພະຍານຕ່າງໆທີ່ໄດ້ຖືກກ່າວໃນກອງປະຊຸມນີ້ທີ່ວ່າພຣະຜູ້ເປັນເຈົ້າຍັງກ່າວກັບເຮົາເປັນການສ່ວນຕົວໂດຍຜ່ານພຣະວິນຍານບໍລິສຸດ. ຂະນະທີ່ເຮົາອະທິຖານ ແລະ ຈາກນັ້ນກໍໄດ້ຮັບການກະຕຸ້ນເຕືອນຈາກພຣະວິນຍານ, ເຮົາຈະໄດ້ຮັບມຸມມອງ ແລະ ພອນຕ່າງໆທີ່ດີກວ່າໃນການນຳທາງເຮົາໃຫ້ຜ່ານຄວາມຫຍຸ້ງຍາກທີ່ເພີ່ມທະວີຂຶ້ນໃນແຕ່ລະວັນຕໍ່ໜ້າ.
ເຮົາໄດ້ຍິນອີກຄັ້ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ເຕືອນວ່າ, “ແຕ່ໃນອະນາຄົດ, ມັນຈະເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນອັນຕໍ່ເນື່ອງຂອງພຣະວິນຍານບໍລິສຸດ.”1
ຄຳເຕືອນຂອງສາດສະດາພະຍາກອນນັ້ນໄດ້ເຮັດໃຫ້ຂ້າພະເຈົ້າໄຕ່ຕອງເຖິງສິ່ງທີ່ຂ້າພະເຈົ້າອາດຈະສິດສອນລູກໆ, ຫລານໆ, ແລະ ເຫລນຂອງຂ້າພະເຈົ້າກ່ຽວກັບວິທີທີ່ຈະໄດ້ຮັບການນຳທາງທີ່ສຳຄັນໃນວັນທີ່ຍາກລຳບາກຂ້າງໜ້າສຳລັບເຂົາເຈົ້າ.
ສະນັ້ນຂ່າວສານໃນມື້ນີ້ກໍຄືຈົດໝາຍສັ້ນໆເຖິງລູກຫລານຂອງຂ້າພະເຈົ້າ ທີ່ອາດຈະຊ່ວຍເຂົາເຈົ້າໃນວັນທີ່ໜ້າຕື່ນເຕັ້ນຂ້າງໜ້າທີ່ຂ້າພະເຈົ້າບໍ່ໄດ້ຢູ່ກັບພວກເຂົາແລ້ວ. ຂ້າພະເຈົ້າປາດຖະໜາໃຫ້ພວກເຂົາຮັບຮູ້ເຖິງສິ່ງທີ່ຂ້າພະເຈົ້າໄດ້ຮູ້ມາທີ່ຈະສາມາດຊ່ວຍພວກເຂົາໄດ້.
ຂ້າພະເຈົ້າໄດ້ມີຄວາມເຂົ້າໃຈດີຂຶ້ນວ່າຈະຕ້ອງເຮັດແນວໃດເຂົາເຈົ້າຈຶ່ງຈະໄດ້ຮັບອິດທິພົນຂອງການຊົງນຳຂອງພຣະວິນຍານບໍລິສຸດໃນຍຸກສະໃໝທີ່ເຂົາເຈົ້າມີຊີວິດຢູ່ນີ້. ແລະ ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ຈະກ່າວໃນມື້ນີ້ກ່ຽວກັບປະສົບການສ່ວນຕົວຂອງການເຊື້ອເຊີນພຣະວິນຍານບໍລິສຸດ, ໃຫ້ເຂົ້າໃກ້ກັບຂ້າພະເຈົ້າຫລາຍເທົ່າທີ່ຈະເຮັດໄດ້, ເພື່ອໃຫ້ເປັນເພື່ອນຂອງຂ້າພະເຈົ້າສະເໝີ. ຂ້າພະເຈົ້າກໍອະທິຖານເຊັ່ນດຽວກັນວ່າຂ້າພະເຈົ້າຈະສາມາດໃຫ້ກຳລັງໃຈເຂົາເຈົ້າ.
ຂ້າພະເຈົ້າຈະເລີ່ມຈາກການໃຫ້ເຂົາເຈົ້າໄດ້ຄິດ ແລະ ອະທິຖານກ່ຽວກັບເລື່ອງລາວຂອງລູກຊາຍຂອງຮີລາມັນ, ນີໄຟ ແລະ ລີໄຮ, ແລະ ຜູ້ຮັບໃຊ້ຄົນອື່ນໆຂອງພຣະຜູ້ເປັນເຈົ້າທີ່ທຳງານກັບເຂົາເຈົ້າ. ພວກເພິ່ນໄດ້ປະເຊີນກັບການຕໍ່ຕ້ານຢ່າງຮຸນແຮງ. ພວກເພິ່ນໄດ້ຮັບໃຊ້ໃນສະຖານທີ່ຊົ່ວຮ້າຍ ແລະ ຕ້ອງທົນກັບການລໍ້ລວງທີ່ໜ້າຢ້ານກົວ. ຂ້າພະເຈົ້າໄດ້ຮັບຄວາມກ້າຫານ, ແລະ ທ່ານກໍສາມາດໄດ້ຮັບເຊັ່ນນັ້ນ, ຈາກພຣະຄຳພີຂໍ້ນີ້ໃນບັນທຶກຂອງຮີລາມັນ:
“‘ແລະ ໃນປີທີເຈັດສິບເກົ້າກໍເລີ່ມມີການຜິດຖຽງກັນຂຶ້ນ. ແຕ່ເຫດການໄດ້ບັງເກີດຂຶ້ນຄື ນີໄຟກັບລີໄຮ, ແລະ ພີ່ນ້ອງຂອງພວກເພິ່ນຫລາຍຄົນ ຜູ້ທີ່ຮູ້ຈັກກ່ຽວກັບຫລັກທຳອັນແທ້ຈິງຂອງຄຳສອນ, ໂດຍທີ່ໄດ້ຮັບການເປີດເຜີຍທຸກໆມື້, ສະນັ້ນ ພວກເພິ່ນຈຶ່ງໄດ້ສັ່ງສອນຜູ້ຄົນ, ເຖິງຂະໜາດທີ່ພວກເພິ່ນເຮັດໃຫ້ການຜິດຖຽງກັນຂອງພວກເຂົາສິ້ນສຸດລົງໃນປີດຽວກັນນັ້ນ.”2
ເລື່ອງນີ້ໄດ້ໃຫ້ກຳລັງໃຈຂ້າພະເຈົ້າ, ແລະ ກໍສາມາດໃຫ້ກຳລັງໃຈທ່ານຄືກັນ. ລູກຊາຍຂອງຮີລາມັນໄດ້ຖືກສິດສອນ ແລະ ນຳພາໂດຍປະສົບການຢ່າງຕໍ່ເນື່ອງກັບພຣະວິນຍານບໍລິສຸດ. ສິ່ງນີ້ເຮັດໃຫ້ຂ້າພະເຈົ້າໝັ້ນໃຈວ່າ ເຮົາສາມາດຖືກສິດສອນ ແລະ ຮຽນຮູ້ຈາກພຣະວິນຍານເທື່ອລະແຖວ, ໃນການໄດ້ຮັບສິ່ງທີ່ເຮົາຕ້ອງການ, ແລະ ຈາກນັ້ນເມື່ອເຮົາພ້ອມແລ້ວ, ເຮົາກໍຈະໄດ້ຮັບເພີ່ມອີກ.
ຂ້າພະເຈົ້າໄດ້ຮັບກຳລັງໃຈໃນທຳນອງດຽວກັນຈາກເລື່ອງລາວຂອງນີໄຟ ທີ່ຖືກຂໍໃຫ້ກັບໄປທີ່ເມືອງເຢຣູຊາເລັມ ເພື່ອນຳເອົາແຜ່ນຈາລຶກຂອງລາບານ. ທ່ານຄົງຈື່ການຕັດສິນໃຈຂອງເພິ່ນ. ເພິ່ນໄດ້ກ່າວວ່າ: “ເຮົາຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ.”3
ປະສົບການຂອງນີໄຟກັບພຣະວິນຍານບໍລິສຸດໃນການປະຕິບັດວຽກງານນັ້ນໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານຫລາຍຄັ້ງເມື່ອຂ້າພະເຈົ້າລົງມືປະຕິບັດວຽກງານທີ່ຂ້າພະເຈົ້າຮູ້ວ່າເປັນໜ້າທີ່ມອບໝາຍຈາກພຣະຜູ້ເປັນເຈົ້າ ແຕ່ວ່າເບິ່ງຄືວ່າມັນໄກເກີນກວ່າປະສົບການໃນອະດີດຂອງຂ້າພະເຈົ້າ ແລະ ເກີນກວ່າສິ່ງທີ່ຂ້າພະເຈົ້າເຫັນໃນຄວາມສາມາດຂອງຂ້າພະເຈົ້າເອງ.
ທ່ານຈື່ໄດ້ບໍວ່ານີໄຟໄດ້ກ່າວຫຍັງແດ່ກ່ຽວກັບປະສົບການຂອງເພິ່ນ: “ແລະ ມັນເປັນຕອນກາງຄືນ; ແລະ ຂ້າພະເຈົ້າໄດ້ໃຫ້ [ພວກອ້າຍຂອງຂ້າພະເຈົ້າ] ລີ້ຢູ່ນອກກຳແພງ. ແລະ ຫລັງຈາກພວກເຂົາລີ້ແລ້ວ, ຂ້າພະເຈົ້ານີໄຟກໍຫລົບຫລີກເຂົ້າໄປໃນເມືອງ ແລະ ມຸ້ງໜ້າໄປທີ່ບ້ານຂອງລາບານ.”
ເພິ່ນໄດ້ກ່າວຕໍ່ໄປອີກວ່າ, “ແລະ ພຣະວິນຍານໄດ້ນຳຂ້າພະເຈົ້າໄປ, ໂດຍບໍ່ຮູ້ລ່ວງໜ້າເຖິງສິ່ງທີ່ຂ້າພະເຈົ້າຄວນຈະເຮັດ.”4
ຂ້າພະເຈົ້າໄດ້ຮັບກຳລັງໃຈຈາກການທີ່ໄດ້ຮູ້ວ່ານີໄຟໄດ້ຖືກນຳພາໂດຍພຣະວິນຍານນາທີຕໍ່ນາທີ ຕະຫລອດຄືນຂອງການປະຕິບັດວຽກງານຂອງພຣະຜູ້ເປັນເຈົ້າ.
ເຮົາຕ້ອງການ, ແລະ ທ່ານກໍຕ້ອງການ, ພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນຢ່າງບໍ່ລົດລະ. ບັດນີ້, ເຮົາປາດຖະໜາຢາກມີພຣະອົງ, ແຕ່ເຮົາຮູ້ໂດຍປະສົບການວ່າ ມັນບໍ່ໄດ້ເປັນສິ່ງງ່າຍ ທີ່ຈະສຳເລັດ. ເຮົາທຸກຄົນຈະຄິດ ແລະ ຈະເວົ້າ, ແລະ ຈະເຮັດສິ່ງໃດສິ່ງໜຶ່ງ ໃນຊີວິດປະຈຳວັນຂອງເຮົາ ທີ່ສາມາດເຮັດໃຫ້ພຣະວິນຍານບໍ່ພໍພຣະໄທໄດ້.
ເມື່ອສິ່ງນັ້ນເກີດຂຶ້ນ, ດັ່ງທີ່ມັນຈະເປັນ, ເຮົາອາດຈະຮູ້ສຶກເປັນທີ່ບໍ່ພໍພຣະໄທຈາກພຣະຜູ້ເປັນເຈົ້າ. ແລະ ເຮົາອາດຈະຖືກລໍ້ລວງໃຫ້ຮູ້ສຶກວ່າເຮົາໂດດດ່ຽວ. ມັນເປັນສິ່ງສຳຄັນທີ່ຕ້ອງຈື່ຈຳຄຳສັນຍາອັນແນ່ນອນທີ່ເຮົາໄດ້ຮັບແຕ່ລະອາທິດຂະນະທີ່ເຮົາກັບໃຈ ແລະ ຮັບສ່ວນສິນລະລຶກ, “ທີ່ຈະລະນຶກເຖິງພຣະອົງຕະຫລອດເວລາ, ເພື່ອພວກເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍ.”5
ຖ້າຫາກທ່ານຮູ້ສຶກເຖິງອິດທິພົນຈາກພຣະວິນຍານບໍລິສຸດມື້ນີ້, ທ່ານອາດຖືເອົານັ້ນເປັນຫລັກຖານອັນແສນຫວານວ່າ ການຊົດໃຊ້ກຳລັງເກີດຜົນຢູ່ໃນຊີວິດຂອງທ່ານ.
ດັ່ງທີ່ ແອວເດີ ແຈັບຟະຣິ ອາ ຮໍແລນ ໄດ້ກ່າວໄວ້ວ່າ: “ເມື່ອໃດກໍຕາມທີ່ຊ່ວງເວລາທຸກຍາກລຳບາກທີ່ສຸດໃນຊີວິດເຫລົ່ານີ້ມາເຖິງ, ເຮົາຈະຕ້ອງບໍ່ຍອມຈຳນົນຕໍ່ຄວາມຢ້ານກົວວ່າພຣະເຈົ້າໄດ້ປະຖິ້ມເຮົາແລ້ວ ຫລື ວ່າພຣະອົງບໍ່ໄດ້ຍິນຄຳອະທິຖານຂອງເຮົາ. ພຣະອົງ ໄດ້ ຍິນເຮົາ. ພຣະອົງ ຊົງ ເຫັນເຮົາ. ພຣະອົງ ຊົງ ຮັກເຮົາ.”6
ຄວາມໝັ້ນໃຈນັ້ນໄດ້ຊ່ວຍຂ້າພະເຈົ້າ. ເມື່ອຂ້າພະເຈົ້າຮູ້ສຶກຫ່າງເຫີນຈາກພຣະຜູ້ເປັນເຈົ້າ, ເມື່ອຄຳຕອບຂອງຄຳອະທິຖານນັ້ນມາຊ້າ, ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະເຮັດຕາມຄຳແນະນຳຈາກປະທານແນວສັນ ໃຫ້ທົບທວນຊີວິດເພື່ອຫາໂອກາດໃນການກັບໃຈຂອງຂ້າພະເຈົ້າ. ເພິ່ນໄດ້ເຕືອນເຮົາວ່າ, “ການກັບໃຈທຸກວັນ ເປັນເສັ້ນທາງທີ່ນຳໄປສູ່ຄວາມບໍລິສຸດ, ແລະ ຄວາມບໍລິສຸດຈະນຳພະລັງມາໃຫ້.”7
ຖ້າຫາກວ່າທ່ານພົບຕົວເອງມີບັນຫາໃນການຮູ້ສຶກເຖິງພຣະວິນຍານບໍລິສຸດ, ທ່ານອາດຈະໄຕ່ຕອງເບິ່ງວ່າມີສິ່ງໃດບໍທີ່ທ່ານອາດຈະຕ້ອງກັບໃຈ ແລະ ຈະຕ້ອງໄດ້ຮັບການໃຫ້ອະໄພ.8 ທ່ານສາມາດອະທິຖານດ້ວຍສັດທາ ເພື່ອໃຫ້ຮູ້ວ່າຈະຕ້ອງເຮັດຫຍັງແດ່ຈຶ່ງຈະສະອາດ ແລະ ດ້ວຍເຫດນີ້ຈຶ່ງຈະມີຄຸນສົມບັດເໝາະສົມຫລາຍຂຶ້ນສຳລັບການມີພຣະວິນຍານບໍລິສຸດສະຖິດຢູ່ເປັນເພື່ອນສະເໝີ.
ຖ້າວ່າທ່ານຕ້ອງການໃຫ້ໄດ້ຮັບຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ, ທ່ານຈຳຕ້ອງປາດຖະໜາດ້ວຍເຫດຜົນທີ່ຖືກຕ້ອງ. ຈຸດປະສົງຂອງທ່ານຈຳຕ້ອງເປັນຈຸດປະສົງຂອງພຣະຜູ້ເປັນເຈົ້າ. ຖ້າຫາກວ່າແຮງຈູງໃຈຂອງທ່ານເຫັນແກ່ຕົວເກີນໄປ, ທ່ານຈະເຫັນໄດ້ວ່າມັນຍາກທີ່ຈະໄດ້ຮັບ ແລະ ຮູ້ສຶກເຖິງການກະຕຸ້ນເຕືອນຂອງພຣະວິນຍານ.
ສິ່ງສຳຄັນສຳລັບຂ້າພະເຈົ້າ ແລະ ທ່ານກໍຄືຈົ່ງປາດຖະໜາໃນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດປາດຖະໜາ. ແຮງຈູງໃຈຂອງເຮົາຕ້ອງຖືກຂັບເຄື່ອນດ້ວຍຄວາມຮັກອັນບໍລິສຸດຂອງພຣະຄຣິດ. ການອະທິຖານຂອງເຮົາຕ້ອງແມ່ນ “ສິ່ງທີ່ຂ້ານ້ອຍຕ້ອງການຄືຄວາມປາດຖະໜາຂອງພຣະອົງ. ຂໍເປັນໄປຕາມພຣະປະສົງເຖິດ.”
ຂ້າພະເຈົ້າພະຍາຍາມຈື່ຈຳການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ. ຈາກນັ້ນ, ເມື່ອຂ້າພະເຈົ້າອະທິຖານຫາພຣະບິດາເທິງສະຫວັນເພື່ອຂອບພຣະໄທພຣະອົງ, ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກ ແລະ ຄວາມໝັ້ນໃຈວ່າຄຳອະທິຖານຂອງຂ້າພະເຈົ້າໄດ້ຍິນ ແລະ ວ່າສິ່ງທີ່ຂ້າພະເຈົ້າຈະໄດ້ຮັບຄືສິ່ງທີ່ດີທີ່ສຸດສຳລັບຂ້າພະເຈົ້າ ແລະ ຄົນທີ່ຂ້າພະເຈົ້າຮັກ. ນັ້ນຊ່ວຍເຮັດໃຫ້ປະຈັກພະຍານຂອງຂ້າພະເຈົ້າເຂັ້ມແຂງຂຶ້ນ.
ຈາກທຸກສິ່ງທຸກຢ່າງທີ່ພຣະວິນຍານບໍລິສຸດໄດ້ເປັນພະຍານເຖິງ, ສິ່ງທີ່ມີຄ່າທີ່ສຸດສຳລັບເຮົາແມ່ນພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າ ທີ່ຊົງພຣະຊົນຢູ່. ພຣະຜູ້ຊ່ວຍໃຫ້ລອດໄດ້ສັນຍາວ່າ, “ເມື່ອອົງພຣະຜູ້ຊ່ວຍ, ຜູ້ທີ່ເຮົາຈະໃຊ້ຈາກພຣະບິດາມາຫາເຈົ້າທັງຫລາຍ, ຄືພຣະວິນຍານແຫ່ງຄວາມຈິງ, ຊຶ່ງມາຈາກພຣະບິດາໄດ້ສະເດັດມາແລ້ວ, ພຣະອົງນັ້ນແຫລະຈະເປັນພະຍານໃຫ້ແກ່ເຮົາ.”9
ເມື່ອຫລາຍປີກ່ອນ ຂ້າພະເຈົ້າໄດ້ຮັບໂທລະສັບຈາກແມ່ທີ່ອຸກອັ່ງໃຈຄົນໜຶ່ງ. ລາວໄດ້ບອກກັບຂ້າພະເຈົ້າວ່າລູກສາວຂອງລາວໄດ້ຍ້າຍອອກໄປຢູ່ໄກບ້ານ. ລາວສຳຜັດໄດ້ວ່າມີບາງສິ່ງບາງຢ່າງຜິດປົກກະຕິຢ່າງຮ້າຍແຮງຈາກການຕິດຕໍ່ຫາກັນພຽງເລັກນ້ອຍກັບລູກສາວຂອງລາວ. ລາວໄດ້ອ້ອນວອນໃຫ້ຂ້າພະເຈົ້າຊ່ວຍເຫລືອ.
ຂ້າພະເຈົ້າຮູ້ວ່າແມ່ນໃຜທີ່ເປັນຄູສອນປະຈຳບ້ານລູກສາວຂອງລາວ. ຟັງຊື່ທ່ານກໍສາມາດບອກໄດ້ວ່າມັນເປັນເວລາດົນນານມາແລ້ວ ຂ້າພະເຈົ້າໄດ້ໂທຫາລາວຜູ້ນັ້ນ. ລາວຍັງໜຸ່ມ. ແຕ່ລາວໄດ້ບອກກັບຂ້າພະເຈົ້າວ່າລາວ ແລະ ຄູ່ຂອງລາວທັງສອງເປັນກັງວົນຫລາຍຈົນນອນບໍ່ຫລັບ ບໍ່ພຽງແຕ່ເປັນຫ່ວງລູກສາວຂອງຍິງຄົນນັ້ນ ແຕ່ດ້ວຍການດົນໃຈວ່ານາງກຳລັງຈະຕັດສິນໃຈເຮັດໃນສິ່ງທີ່ຈະນຳໄປສູ່ຄວາມໂສກເສົ້າ ແລະ ເປັນທຸກຢ່າງໜັກໜ່ວງ. ພຽງແຕ່ໄດ້ຮັບການດົນໃຈຈາກພຣະວິນຍານ, ເຂົາເຈົ້າກໍໄປພົບກັບນາງທັນທີ.
ທຳອິດ ນາງບໍ່ຢາກເລົ່າໃຫ້ເຂົາເຈົ້າຟັງກ່ຽວກັບສະຖານະການຂອງນາງ. ດ້ວຍການດົນໃຈ, ເຂົາເຈົ້າໄດ້ອ້ອນວອນຂໍໃຫ້ນາງກັບໃຈ ແລະ ເລືອກເສັ້ນທາງຂອງພຣະຜູ້ເປັນເຈົ້າທີ່ມີໄວ້ໃຫ້ແກ່ນາງ. ແລ້ວນາງກໍຮູ້ສຶກໄດ້, ຂ້າພະເຈົ້າເຊື່ອໂດຍພຣະວິນຍານ, ວ່າທາງດຽວທີ່ເຂົາເຈົ້າຈະຮູ້ໄດ້ໃນສິ່ງທີ່ເຂົາເຈົ້າໄດ້ຮັບຮູ້ກ່ຽວກັບຊີວິດຂອງຍິງຄົນນັ້ນແມ່ນມາຈາກພຣະເຈົ້າ. ແມ່ຄົນໜຶ່ງໄດ້ສົ່ງຄວາມກັງວົນດ້ວຍຄວາມຮັກຂອງລາວໄປຫາພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ. ພຣະວິນຍານບໍລິສຸດໄດ້ຖືກສົ່ງໄປຫາຄູສອນປະຈຳບ້ານເຫລົ່ານັ້ນ ເພາະວ່າເຂົາເຈົ້າເຕັມໃຈທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ. ເຂົາເຈົ້າໄດ້ເຮັດຕາມຄຳແນະນຳ ແລະ ຄຳສັນຍາທີ່ພົບເຫັນຢູ່ໃນ ຄຳສອນ ແລະ ພັນທະສັນຍາ ທີ່ວ່າ:
“ອຸທອນຂອງເຮົາຕ້ອງເຕັມປ່ຽມໄປດ້ວຍຄວາມໃຈບຸນຕໍ່ມະນຸດທັງປວງນຳອີກ, ແລະ ຕໍ່ຄອບຄົວແຫ່ງສັດທາ, ແລະ ໃຫ້ຄຸນນະທຳປະດັບຄວາມນຶກຄິດຂອງເຮົາຢ່າງບໍ່ເສື່ອມຄາຍ; ເມື່ອນັ້ນຄວາມໝັ້ນໃຈຂອງເຮົາຈະແຂງແກ່ນຂຶ້ນໃນທີ່ປະທັບຂອງພຣະເຈົ້າ; ແລະ ຄຳສອນຂອງຖານະປະໂລຫິດຈະກັ່ນລົງມາເທິງຈິດວິນຍານຂອງເຮົາເໝືອນດັ່ງຢາດນ້ຳຄ້າງຈາກສະຫວັນ.
“ພຣະວິນຍານບໍລິສຸດຈະເປັນເພື່ອນຂອງທ່ານສະເໝີ, ແລະ ໄມ້ຄ້ອນເທົ້າແຫ່ງອຳນາດຂອງທ່ານ ຈະເປັນໄມ້ຄ້ອນເທົ້າອັນບໍ່ປ່ຽນແປງແຫ່ງຄວາມຊອບທຳ ແລະ ຄວາມຈິງ; ແລະ ການຄອບຄອງຂອງທ່ານຈະເປັນການຄອບຄອງອັນເປັນນິດ, ແລະ ປາດສະຈາກການບັງຄັບ ຊຶ່ງໝາຍຄວາມວ່າມັນຈະໄຫລມາສູ່ທ່ານຕະຫລອດການ ແລະ ຕະຫລອດໄປ.”10
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ຮັກສາສັນຍາຂອງພຣະອົງ. ພຣະວິນຍານບໍລິສຸດໄດ້ຖືກສົ່ງໄປຫາສະມາຊິກໃນພັນທະສັນຍາທີ່ຊື່ສັດຂອງສາດສະໜາຈັກຂອງພຣະເຢຊູຄຣິດ. ບັດນີ້, ປະສົບການຂອງທ່ານຈະບໍ່ຄືໃຜ, ແລະ ພຣະວິນຍານຈະນຳພາທ່ານໃນທາງທີ່ເໝາະສົມທີ່ສຸດຕໍ່ສັດທາ ແລະ ຄວາມສາມາດຂອງທ່ານໃນການໄດ້ຮັບການເປີດເຜີຍສຳລັບທ່ານ ແລະ ສຳລັບຄົນທີ່ທ່ານຮັກ ແລະ ຮັບໃຊ້. ຂ້າພະເຈົ້າອະທິຖານດ້ວຍສຸດຈິດສຸດໃຈຂອງຂ້າພະເຈົ້າວ່າຄວາມໝັ້ນໃຈຂອງທ່ານຈະເຕີບໃຫຍ່ຂຶ້ນ.
ຂ້າພະເຈົ້າສະແດງປະຈັກພະຍານວ່າ ພຣະເຈົ້າອົງເປັນພຣະບິດາຊົງພຣະຊົນຢູ່. ພຣະອົງຮັກທ່ານ. ພຣະອົງໄດ້ຍິນທຸກຄຳອະທິຖານຂອງທ່ານ. ພຣະເຢຊູຄຣິດໄດ້ອະທິຖານຫາພຣະບິດາເພື່ອສົ່ງພຣະວິນຍານບໍລິສຸດມາໃຫ້ເພື່ອນຳພາ, ປອບໂຍນ, ແລະ ເປັນພະຍານເຖິງຄວາມຈິງຕໍ່ເຮົາ. ພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງໄດ້ມາປະກົດຕົວຕໍ່ໂຈເຊັບ ສະມິດ ຢູ່ໃນປ່າ. ສາດສະດາໂຈເຊັບ ສະມິດ ໄດ້ແປພຣະຄຳພີມໍມອນໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ.
ຜູ້ສົ່ງຂ່າວສານຈາກສະຫວັນ ໄດ້ຟື້ນຟູຂໍກະແຈແຫ່ງຖານະປະໂລຫິດ. ປະທານຣະໂຊ ເອັມ ແນວສັນ ເປັນສາດສະດາຂອງພຣະເຈົ້າ ສຳລັບທຸກຄົນຢູ່ໃນໂລກ.
ໃນຖານະພະຍານຂອງພຣະເຢຊູຄຣິດ, ຂ້າພະເຈົ້າຮູ້ວ່າ ພຣະອົງຊົງພຣະຊົນຢູ່ ແລະ ພຣະອົງນຳພາສາດສະໜາຈັກຂອງພຣະອົງ. ທ່ານ ແລະ ຂ້າພະເຈົ້າມີໂອກາດທີ່ຈະມີພຣະວິນຍານບໍລິສຸດເປັນເພື່ອນຂອງເຮົາສະເໝີ ແລະ ໄດ້ຮັບການຢືນຢັນເຖິງຄວາມຈິງເຫລົ່ານັ້ນ ເມື່ອເຮົາຈຶ່ຈຳ ແລະ ຮັກພຣະຜູ້ຊ່ວຍໃຫ້ລອດ, ກັບໃຈ, ແລະ ຂໍໃຫ້ຄວາມຮັກຂອງພຣະອົງຢູ່ໃນໃຈເຮົາ. ຂ້າພະເຈົ້າອະທິຖານຂໍໃຫ້ເຮົາໄດ້ຮັບພອນ ແລະ ການເປັນເພື່ອນຂອງພຣະວິນຍານບໍລິສຸດໃນມື້ນີ້ ແລະ ໃນທຸກມື້ໃນຊີວິດຂອງເຮົາ. ຂ້າພະເຈົ້າຮັກທ່ານ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.