ບົດຮຽນອັນສູງສົ່ງຂອງການລ້ຽງລູກ
ພໍ່ແມ່ເຂົ້າສູ່ການຮ່ວມມືກັບພຣະບິດາເທິງສະຫວັນ ໃນການນຳພາລູກໆທີ່ມີຄ່າຂອງພຣະອົງກັບຄືນສູ່ສະຫວັນ.
ທ່ານເຄີຍອູ້ມເດັກເກີດໃໝ່ໃນອ້ອມແຂນຂອງທ່ານບໍ່? ມີແສງສະຫວ່າງສ່ອງອອກມາຈາກເດັກເກີດໃໝ່ທຸກໆຄົນ, ໂດຍນຳສາຍສຳພັນແຫ່ງຄວາມຮັກພິເສດ ທີ່ເຕີມເຕັມຫົວໃຈຂອງພໍ່ແມ່ດ້ວຍຄວາມຊື່ນຊົມມາໃຫ້.1 ນັກຂຽນຊາວແມັກຊິໂກໄດ້ຂຽນວ່າ, “ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເມື່ອເດັກເກີດໃໝ່ບີບນິ້ວມືຂອງພໍ່ຂອງເຂົາ ໃນກຳປັ້ນນ້ອຍໆຂອງເຂົານັ້ນ, ເຂົາກໍໄດ້ຈັບຜູ້ເປັນພໍ່ຕະຫລອດໄປ.”2
ການລ້ຽງລູກເປັນໜຶ່ງໃນປະສົບການທີ່ພິເສດທີ່ສຸດໃນຊີວິດ. ພໍ່ແມ່ເຂົ້າສູ່ການຮ່ວມມືກັບພຣະບິດາເທິງສະຫວັນ ໃນການນຳພາລູກໆທີ່ມີຄ່າຂອງພຣະອົງກັບຄືນສູ່ສະຫວັນ.3 ມື້ນີ້ ຂ້າພະເຈົ້າຢາກແບ່ງປັນບົດຮຽນຂອງການລ້ຽງລູກບາງຢ່າງທີ່ພົບໃນພຣະຄຳພີ ແລະ ສິດສອນໂດຍສາດສະດາທີ່ມີຊີວິດຢູ່ ເພື່ອຊ່ວຍໃຫ້ເຮົາປະມໍລະດົກຂອງຄວາມເປັນພໍ່ແມ່ໄວ້.
ປີນຂຶ້ນໄປສູ່ພື້ນທີ່ສູງກວ່າຂອງວັດທະນະທຳພຣະກິດຕິຄຸນ
ເຮົາຕ້ອງປີນຂຶ້ນໄປສູ່ພື້ນທີ່ສູງກວ່າຂອງວັດທະນະທຳພຣະກິດຕິຄຸນກັບຄອບຄົວຂອງເຮົາ. ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດວ່າ: “ຄອບຄົວສົມຄວນທີ່ຈະໄດ້ຮັບການຊີ້ນຳຈາກສະຫວັນ. ພໍ່ແມ່ບໍ່ສາມາດແນະນຳລູກໆຂອງເຂົາເຈົ້າໄດ້ຢ່າງພຽງພໍຈາກປະສົບການສ່ວນຕົວ, ຄວາມຢ້ານກົວ, ຫລື ຄວາມເຫັນອົກເຫັນໃຈ.”4
ເຖິງແມ່ນວ່າ ພື້ນຖານວັດທະນະທຳ, ຮູບແບບການລ້ຽງລູກ, ແລະ ປະສົບການສ່ວນຕົວ ອາດມີຄ່າສຳລັບການລ້ຽງລູກກໍຕາມ, ຄວາມສາມາດເຫລົ່ານີ້ ບໍ່ພຽງພໍທີ່ຈະຊ່ວຍລູກໆຂອງເຮົາໃຫ້ກັບຄືນສູ່ສະຫວັນ. ເຮົາຈຳເປັນຕ້ອງເຂົ້າເຖິງ “ຊຸດໜຶ່ງຂອງຄ່ານິຍົມ ແລະ … ແນວທາງປະຕິບັດ,” ທີ່ຍົກລະດັບຂຶ້ນກວ່າເກົ່າ,”5 ວັດທະນະທຳຂອງທັງຄວາມຮັກ ແລະ ຄວາມຄາດຫວັງ, ບ່ອນທີ່ເຮົາປະຕິສຳພັນກັບລູກໆຂອງເຮົາ “ໃນວິທີທີ່ສູງກວ່າ ແລະ ສັກສິດກວ່າ.”6 ປະທານດາລິນ ເອັຈ ໂອກສ໌ ໄດ້ອະທິບາຍວັດທະນະທຳພຣະກິດຕິຄຸນວ່າເປັນ “ວິຖີຊີວິດທີ່ໂດດເດັ່ນ ຊຸດໜຶ່ງຂອງຄ່ານິຍົມ ແລະ ຄວາມຄາດຫວັງ ແລະ ແນວທາງປະຕິບັດ. … ວັດທະນະທຳພຣະກິດຕິຄຸນມາຈາກແຜນແຫ່ງຄວາມລອດ, ພຣະບັນຍັດຂອງພຣະເຈົ້າ, ແລະ ຄຳສອນຂອງ … ສາດສະດາທີ່ມີຊີວິດຢູ່. ມັນນຳພາເຮົາໃນວິທີທີ່ເຮົາລ້ຽງດູຄອບຄົວຂອງເຮົາ ແລະ ດຳລົງຊີວິດຂອງເຮົາແຕ່ລະຄົນ.”7
ພຣະເຢຊູຄຣິດເປັນສູນກາງຂອງວັດທະນະທຳພຣະກິດຕິຄຸນນີ້. ການນຳໃຊ້ວັດທະນະທຳພຣະກິດຕິຄຸນໃນຄອບຄົວຂອງເຮົາ ແມ່ນສຳຄັນຢ່າງຍິ່ງຕໍ່ການສ້າງສະພາບແວດລ້ອມທີ່ອຸດົມສົມບູນ ບ່ອນທີ່ເມັດພືດແຫ່ງສັດທາຈະສາມາດຈະເລີນເຕີບໃຫຍ່ຂຶ້ນໄດ້. ເພື່ອທີ່ຈະປີນຂຶ້ນໄປສູ່ພື້ນທີ່ສູງກວ່າ, ປະທານໂອກສ໌ໄດ້ເຊື້ອເຊີນເຮົາໃຫ້ “ປະຖິ້ມຮີດຄອງປະເພນີ ຫລື ແນວທາງປະຕິບັດສ່ວນຕົວ ຫລື ຂອງຄອບຄົວ ທີ່ຂັດກັບຄຳສອນຂອງສາດສະໜາຈັກຂອງພຣະເຢຊູຄຣິດ.”8 ພໍ່ແມ່ເອີຍ, ຄວາມຂີ້ອາຍໃນສ່ວນຂອງເຮົາໃນການສ້າງຕັ້ງວັດທະນະທຳພຣະກິດຕິຄຸນ ອາດເຮັດໃຫ້ຜູ້ປໍລະປັກຕັ້ງຫລັກປັກຖານໃນບ້ານຂອງເຮົາ ຫລື, ຍິ່ງຮ້າຍໄປກວ່ານັ້ນ, ໃນຈິດໃຈຂອງລູກໆຂອງເຮົາ.
ຂະນະທີ່ເຮົາເລືອກທີ່ຈະເຮັດໃຫ້ວັດທະນະທຳພຣະກິດຕິຄຸນເປັນວັດທະນະທຳທີ່ໂດດເດັ່ນໃນຄອບຄົວຂອງເຮົາ, ແລ້ວໂດຍອິດທິພົນອັນຊົງພະລັງຂອງພຣະວິນຍານບໍລິສຸດ,9 ຮູບແບບ, ຮີດຄອງປະເພນີ, ແລະ ແນວທາງປະຕິບັດຂອງການລ້ຽງລູກປະຈຸບັນຂອງເຮົາຈະຖືກຝັດຮ່ອນ, ຖືກເຮັດໃຫ້ສອດຄ່ອງ, ຫລໍ່ຫລອມ, ແລະ ເສີມຂະຫຍາຍ.
ເຮັດໃຫ້ບ້ານເປັນສູນກາງຂອງການຮຽນຮູ້ພຣະກິດຕິຄຸນ
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ບ້ານຄວນເປັນ “ສູນກາງຂອງການຮຽນຮູ້ພຣະກິດຕິຄຸນ.”10 ຈຸດປະສົງຂອງການຮຽນຮູ້ພຣະກິດຕິຄຸນ ແມ່ນເພື່ອ “ເຮັດໃຫ້ຄວາມເຫລື້ອມໃສຂອງເຮົາເລິກເຊິ່ງຕໍ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ຊ່ວຍເຮົາໃຫ້ກາຍເປັນເໝືອນດັ່ງພວກພຣະອົງຫລາຍຂຶ້ນ.”11 ຂໍໃຫ້ເຮົາພິຈາລະນາຄວາມຮັບຜິດຊອບຂອງການລ້ຽງລູກທີ່ສຳຄັນສາມຢ່າງ ຊຶ່ງບັນຍາຍໂດຍສາດສະດາ ແລະ ອັກຄະສາວົກທັງຫລາຍ ທີ່ສາມາດຊ່ວຍເຮົາໃຫ້ສະຖາປະນາວັດທະນະທຳພຣະກິດຕິຄຸນທີ່ສູງກວ່າໃນບ້ານຂອງເຮົາ.
ປະການທຳອິດ: ສິດສອນຢ່າງເປັນອິດສະລະ
ພຣະບິດາເທິງສະຫວັນໄດ້ແນະນຳອາດາມກ່ຽວກັບພຣະເຢຊູຄຣິດ ແລະ ຄຳສອນຂອງພຣະອົງ. ພຣະອົງໄດ້ສິດສອນເພິ່ນໃຫ້ “ສິດສອນສິ່ງເຫລົ່ານີ້ຢ່າງເປັນອິດສະລະກັບລູກໆ [ເພິ່ນ].”12 ໃນອີກຄຳໜຶ່ງ, ພຣະບິດາເທິງສະຫວັນໄດ້ສິດສອນອາດາມໃຫ້ສິດສອນສິ່ງເຫລົ່ານີ້ຢ່າງເສລີ, ຢ່າງເອື້ອເຟື້ອ, ແລະ ປາດສະຈາກການຢັບຢັ້ງ.13 ພຣະຄຳພີບອກເຮົາວ່າ “ອາດາມກັບເອວາໄດ້ຖວາຍບາລະມີແດ່ພຣະນາມຂອງພຣະເຈົ້າ, ແລະ ພວກເຂົາໄດ້ເຮັດໃຫ້ເລື່ອງທັງໝົດເປັນທີ່ຮູ້ຈັກແກ່ພວກລູກຊາຍ ແລະ ລູກສາວຂອງພວກເຂົາ.”14
ເຮົາສິດສອນລູກໆຂອງເຮົາຢ່າງເອື້ອເຟື້ອ ເມື່ອເຮົາໃຊ້ເວລາທີ່ມີຄວາມໝາຍກັບພວກເຂົາ. ເຮົາສິດສອນໂດຍປາດສະຈາກການຢັບຢັ້ງ ເມື່ອເຮົາສົນທະນາກ່ຽວກັບຫົວຂໍ້ທີ່ລະອຽດອ່ອນເຊັ່ນ ເວລາຢູ່ໜ້າຈໍ, ໂດຍໃຊ້ແຫລ່ງຊ່ວຍເຫລືອທີ່ສາດສະໜາຈັກມີໄວ້ໃຫ້.15 ເຮົາສິດສອນຢ່າງເສລີ ເມື່ອເຮົາສຶກສາພຣະຄຳພີກັບລູກໆຂອງເຮົາ ໂດຍໃຊ້ປຶ້ມ ຈົ່ງຕາມເຮົາມາ ແລະ ຍອມໃຫ້ພຣະວິນຍານເປັນຄູສອນ.
ປະການທີສອງ: ການເປັນສານຸສິດຕົ້ນແບບ
ໃນພຣະທຳໂຢຮັນ, ເຮົາອ່ານວ່າ ເມື່ອຊາວຢິວຫລາຍຄົນສອບຖາມພຣະຜູ້ຊ່ວຍໃຫ້ລອດກ່ຽວກັບຄວາມປະພຶດຂອງພຣະອົງນັ້ນ, ພຣະເຢຊູໄດ້ຫັນຄວາມສົນໃຈໄປຍັງຕົ້ນແບບຂອງພຣະອົງ, ພຣະບິດາຂອງພຣະອົງ. ພຣະອົງໄດ້ສິດສອນວ່າ, “ພຣະບຸດຈະເຮັດສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້ ນອກຈາກໄດ້ເຫັນພຣະບິດາເຮັດ ສິ່ງທີ່ພຣະບິດາເຮັດພຣະບຸດກໍເຮັດເໝືອນກັນ.”16 ພໍ່ແມ່ເອີຍ, ເຮົາຕ້ອງເຮັດແນວໃດເພື່ອທີ່ຈະເປັນຕົ້ນແບບໃຫ້ກັບລູກໆຂອງເຮົາ? ການເປັນສານຸສິດ.
ໃນຖານະພໍ່ແມ່, ເຮົາສາມາດສິດສອນຄວາມສຳຄັນຂອງການໃຫ້ພຣະເຈົ້າມາກ່ອນ ເມື່ອເຮົາສົນທະນາກ່ຽວກັບພຣະບັນຍັດຂໍ້ທຳອິດ, ແຕ່ເຮົາເປັນຕົ້ນແບບເຖິງມັນ ເມື່ອເຮົາພັກສິ່ງລົບກວນທາງໂລກໄວ້ ແລະ ຮັກສາວັນຊະບາໂຕໃຫ້ເປັນມື້ສັກສິດທຸກໆອາທິດ. ເຮົາສາມາດສິດສອນຄວາມສຳຄັນຂອງພັນທະສັນຍາພຣະວິຫານ ເມື່ອເຮົາເວົ້າກ່ຽວກັບຄຳສອນຂອງການແຕ່ງງານຊັ້ນສູງ, ແຕ່ເຮົາເປັນຕົ້ນແບບເຖິງມັນ ເມື່ອເຮົາໃຫ້ກຽດພັນທະສັນຍາຂອງເຮົາ, ແລະ ປະຕິບັດຕໍ່ຄູ່ຄອງຂອງເຮົາດ້ວຍກຽດສັກສີ.
ປະການທີສາມ: ເຊື້ອເຊີນໃຫ້ກະທຳ
ສັດທາໃນພຣະເຢຊູຄຣິດຄວນເປັນແກນຫລັກຂອງປະຈັກພະຍານຂອງລູກໆຂອງເຮົາ, ແລະ ປະຈັກພະຍານເຫລົ່ານີ້ ຕ້ອງມາເຖິງລູກແຕ່ລະຄົນຜ່ານທາງການເປີດເຜີຍສ່ວນຕົວ.17 ເພື່ອຊ່ວຍລູກໆຂອງເຮົາສ້າງປະຈັກພະຍານຂອງພວກເຂົານັ້ນ, ເຮົາຊຸກຍູ້ພວກເຂົາໃຫ້ໃຊ້ອຳເພີໃຈຂອງພວກເຂົາໃນການເລືອກສິ່ງທີ່ຖືກຕ້ອງ18 ແລະ ການກະກຽມພວກເຂົາໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະເຈົ້າໄປຕະຫລອດຊີວິດ.19
ມັນຈະເປັນການສະຫລາດທີ່ຈະຊຸກຍູ້ລູກໆຂອງເຮົາໃຫ້ຍອມຮັບຄຳເຊື້ອເຊີນຂອງປະທານແນວສັນ ໃຫ້ດູແລປະຈັກພະຍານຂອງຕົນເອງເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ—ພະຍາຍາມທີ່ຈະມີມັນ, ບຳລຸງລ້ຽງມັນເພື່ອວ່າມັນຈະເຕີບໂຕ, ລ້ຽງດູມັນດ້ວຍຄວາມຈິງ, ແລະ ຢ່າເຮັດໃຫ້ມັນເປິເປື້ອນດ້ວຍປັດຊະຍາເທັດຂອງບັນດາຊາຍ ແລະ ຍິງທີ່ບໍ່ເຊື່ອ.20
ການລ້ຽງລູກດ້ວຍຄວາມຊອບທຳ ແລະ ຕັ້ງໃຈ
ຄວາມຕັ້ງໃຈແຫ່ງສະຫວັນຂອງພຣະບິດາເທິງສະຫວັນຂອງເຮົາ ໄດ້ເປັນທີ່ຮູ້ຈັກໃນການເປີດເຜີຍທີ່ໄດ້ມອບໃຫ້ແກ່ໂມເຊ ທີ່ວ່າ: “ເພາະຈົ່ງເບິ່ງ, ນີ້ຄືວຽກງານຂອງເຮົາ ແລະ ລັດສະໝີພາບຂອງເຮົາ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”21 ປະທານແນວສັນໄດ້ກ່າວຕື່ມວ່າ, “ພຣະເຈົ້າຈະເຮັດທຸກຢ່າງເທົ່າທີ່ພຣະອົງເຮັດໄດ້, ຍົກເວັ້ນການລະເມີດອຳເພີໃຈຂອງທ່ານ, ເພື່ອຊ່ວຍທ່ານບໍ່ໃຫ້ພາດພອນທີ່ຍິ່ງໃຫຍ່ທີ່ສຸດໃນຊົ່ວນິລັນດອນ.”22
ໃນຖານະພໍ່ແມ່, ເຮົາເປັນຕົວແທນຂອງພຣະເຈົ້າໃນການດູແລລູກໆຂອງເຮົາ.23 ເຮົາຄວນເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ ເພື່ອສ້າງສະພາບແວດລ້ອມ ບ່ອນທີ່ລູກໆຂອງເຮົາສາມາດຮູ້ສຶກເຖິງອິດທິພົນແຫ່ງສະຫວັນ.
ພຣະບິດາເທິງສະຫວັນຈະບໍ່ເຄີຍມີຈຸດປະສົງໃຫ້ເຮົາ ໃນຖານະພໍ່ແມ່ ນັ່ງຢູ່ຂອບສະໜາມເປັນຜູ້ຊົມ, ໂດຍເຝົ້າເບິ່ງຊີວິດຝ່າຍຈິດວິນຍານຂອງລູກໆຂອງເຮົາເຜີຍອອກມາ. ຂ້າພະເຈົ້າຂໍອະທິບາຍແນວຄິດກ່ຽວກັບການລ້ຽງລູກທີ່ຕັ້ງໃຈນີ້ ພ້ອມກັບປະສົບການສ່ວນຕົວ. ຕອນທີ່ຂ້າພະເຈົ້າເຂົ້າຮຽນຊັ້ນປະຖົມໄວໃນສາຂານ້ອຍໆໃນກວາເຕມາລາ, ພໍ່ແມ່ຂອງຂ້າພະເຈົ້າໄດ້ເລີ່ມສິດສອນຂ້າພະເຈົ້າກ່ຽວກັບຄຸນຄ່າຂອງປິຕຸພອນ. ແມ່ຂອງຂ້າພະເຈົ້າໃຊ້ເວລາໃນການແບ່ງປັນປະສົບການຂອງເພິ່ນກ່ຽວກັບການຮັບປິຕຸພອນອັນລໍ້າຄ່າຂອງເພິ່ນ. ເພິ່ນໄດ້ສິດສອນຂ້າພະເຈົ້າເຖິງຄຳສອນທີ່ກ່ຽວຂ້ອງກັບປິຕຸພອນ, ແລະ ເພິ່ນໄດ້ເປັນພະຍານເຖິງພອນທີ່ໄດ້ສັນຍາໄວ້. ການລ້ຽງລູກທີ່ຕັ້ງໃຈຂອງເພິ່ນໄດ້ດົນໃຈໃຫ້ຂ້າພະເຈົ້າມີຄວາມປາດຖະໜາທີ່ຈະຮັບປິຕຸພອນ.
ຕອນຂ້າພະເຈົ້າອາຍຸ 12 ປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ຊ່ວຍຂ້າພະເຈົ້າຊອກຫາປິຕຸ. ມັນເປັນເລື່ອງຈຳເປັນ ເພາະບໍ່ມີປິຕຸໃນເຂດທີ່ພວກເຮົາອາໄສຢູ່. ຂ້າພະເຈົ້າໄດ້ເດີນທາງໄປຫາປິຕຸທີ່ຢູ່ໃນສະເຕກ ທີ່ອາໄສຢູ່ຫ່າງໄກ 156 ກິໂລແມັດ (97 ໄມ). ຂ້າພະເຈົ້າຈື່ໄດ້ຢ່າງຊັດເຈນເຖິງຕອນທີ່ປິຕຸວາງມືໃສ່ຫົວຂອງຂ້າພະເຈົ້າເພື່ອອວຍພອນຂ້າພະເຈົ້າ. ຂ້າພະເຈົ້າຮູ້ຈັກໂດຍການຢືນຢັນທາງວິນຍານທີ່ຊົງພະລັງ, ໂດຍບໍ່ມີຂໍ້ສົງໄສ, ວ່າພຣະບິດາເທິງສະຫວັນຮູ້ຈັກຂ້າພະເຈົ້າ.
ສຳລັບເດັກຊາຍອາຍຸ 12 ປີຈາກເມືອງນ້ອຍໆແລ້ວ, ມັນຄືທຸກສິ່ງທຸກຢ່າງສຳລັບຂ້າພະເຈົ້າ. ໃຈຂອງຂ້າພະເຈົ້າຫັນໄປຫາພຣະບິດາເທິງສະຫວັນໃນມື້ນັ້ນ ຍ້ອນການລ້ຽງລູກທີ່ຕັ້ງໃຈຂອງແມ່ ແລະ ພໍ່ຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຈະກະຕັນຍູຕໍ່ພວກເພິ່ນຕະຫລອດໄປ.
ຊິດສະເຕີ ຈອຍ ດີ ໂຈນສ໌, ອະດີດປະທານອົງການປະຖົມໄວສາມັນ, ໄດ້ສິດສອນວ່າ: “ເຮົາຈະລໍຖ້າໃຫ້ການປ່ຽນໃຈເຫລື້ອມໃສເກີດຂຶ້ນກັບລູກໆຂອງເຮົາເອງບໍ່ໄດ້. ການປ່ຽນໃຈເຫລື້ອມໃສໂດຍບັງເອີນ ບໍ່ແມ່ນ ຫລັກທຳພຣະກິດຕິຄຸນຂອງພຣະເຢຊູຄຣິດ.”24 ຄວາມຮັກ ແລະ ຄຳເຊື້ອເຊີນທີ່ດົນໃຈຂອງເຮົາ ສາມາດສ້າງຄວາມແຕກຕ່າງໃນວິທີທີ່ລູກໆຂອງເຮົາໃຊ້ອຳເພີໃຈຂອງພວກເຂົາ. ປະທານແນວສັນໄດ້ເນັ້ນວ່່າ, “ບໍ່ມີວຽກງານໃດທີ່ສຳຄັນຫລາຍໄປກວ່າການລ້ຽງດູທີ່ຊອບທຳ ແລະ ຢ່າງຕັ້ງອົກຕັ້ງໃຈ!”25
ສະຫລຸບ
ພໍ່ແມ່ເອີຍ, ໂລກນີ້ເຕັມໄປດ້ວຍປັດຊະຍາ, ວັດທະນະທຳ, ແລະ ແນວຄິດທີ່ກຳລັງແຂ່ງຂັນກັນ ເພື່ອດຶງດູດຄວາມສົນໃຈຂອງລູກໆຂອງເຮົາ. ອາຄານທີ່ຍິ່ງໃຫຍ່ ແລະ ກວ້າງຂວາງ ໂຄສະນາຄວາມເປັນສະມາຊິກຢູ່ທຸກມື້ ໂດຍໃຊ້ຊ່ອງທາງສື່ລ່າສຸດ. “ແຕ່ດ້ວຍຂອງປະທານຂອງພຣະບຸດຂອງພຣະອົງ,” ສາດສະດາ ໂມໂຣໄນ ໄດ້ສິດສອນວ່າ, “ພຣະເຈົ້າຈຶ່ງໄດ້ຕຽມເສັ້ນທາງອັນປະເສີດທີ່ສຸດໃຫ້.”26
ຂະນະທີ່ເຮົາຮ່ວມມືກັບພຣະເຈົ້າຜ່ານທາງພັນທະສັນຍາ ແລະ ກາຍເປັນຕົວແທນຂອງພຣະອົງໃນການດູແລລູກໆຂອງພຣະອົງ, ພຣະອົງຈະເຮັດໃຫ້ຄວາມຕັ້ງໃຈຂອງເຮົາສັກສິດ, ດົນໃຈການສິດສອນຂອງເຮົາ, ແລະ ເສີມກຳລັງໃຫ້ຄຳເຊື້ອເຊີນຂອງເຮົາ ເພື່ອວ່າ “ລູກຫລານຂອງພວກເຮົາຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.”27 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.