ເຮົາເປັນລູກຂອງພຣະອົງ
ເຮົາມີຕົ້ນກຳເນີດແຫ່ງສະຫວັນອັນດຽວກັນ ແລະ ສັກກະຍະພາບທີ່ບໍ່ມີຂີດຈຳກັດອັນດຽວກັນ ຜ່ານທາງພຣະຄຸນຂອງພຣະເຢຊູຄຣິດ.
ທ່ານຈື່ຈຳປະສົບການຂອງສາດສະດາຊາມູເອນ ເມື່ອພຣະຜູ້ເປັນເຈົ້າໄດ້ສົ່ງເພິ່ນໄປທີ່ບ້ານຂອງເຢຊີ ເພື່ອຫົດສົງກະສັດອົງໃໝ່ຂອງອິດສະຣາເອນໄດ້ບໍ? ຊາມູເອນໄດ້ເຫັນເອລີອາບ, ລູກຊາຍກົກຂອງເຢຊີ. ເອລີອາບ, ເບິ່ງຄືວ່າ, ເປັນຄົນສູງ ແລະ ມີໜ້າຕາເປັນຜູ້ນຳ. ຊາມູເອນໄດ້ເຫັນສິ່ງນັ້ນ ແລະ ໄດ້ສົມມຸດຕິຖານທັນທີ. ມັນໄດ້ເປັນການສົມມຸດຕິຖານຜິດ, ແລະ ພຣະຜູ້ເປັນເຈົ້າກໍໄດ້ສິດສອນຊາມູເອນວ່າ: “ຢ່າໄດ້ສົນໃຈນຳຄວາມສູງ ແລະ ຄວາມງາມຂອງລາວເລີຍ; … ມະນຸດເບິ່ງພາຍນອກ ແຕ່ພຣະເຈົ້າເບິ່ງພາຍໃນຈິດໃຈ.”1
ທ່ານຈື່ຈຳປະສົບການຂອງສານຸສິດ ອານາເນຍ ເມື່ອພຣະຜູ້ເປັນເຈົ້າໄດ້ສົ່ງເພິ່ນໄປໃຫ້ພອນໂຊໂລໄດ້ບໍ? ຊື່ສຽງຂອງໂຊໂລໄດ້ເປັນທີ່ຮູ້ຈັກກັນໄປທົ່ວແລ້ວ, ແລະ ອານາເນຍກໍໄດ້ຍິນເລື່ອງລາວຂອງໂຊໂລ ແລະ ການຂົ່ມເຫັງທີ່ໂຫດຫ້ຽມອຳມະຫິດ ແລະ ບໍ່ຢຸດຢັ້ງຂອງລາວຕໍ່ໄພ່ພົນ. ອານາເນຍໄດ້ຍິນ ແລະ ໄດ້ສົມມຸດຕິຖານວ່າ ບາງທີເພິ່ນບໍ່ຄວນປະຕິບັດສາດສະໜາກິດຕໍ່ໂຊໂລ. ນັ້ນກໍໄດ້ກາຍເປັນການສະຫລຸບທີ່ຜິດ, ແລະ ພຣະຜູ້ເປັນເຈົ້າກໍໄດ້ສິດສອນອານາເນຍວ່າ, “ເຮົາໄດ້ເລືອກເອົາຊາຍຄົນນີ້ໃຫ້ຮັບໃຊ້ເຮົາ, ເພື່ອລາວຈະນຳເອົານາມຊື່ຂອງເຮົາໄປຍັງຄົນຕ່າງຊາດ, ບັນດາກະສັດ, ແລະ ປະຊາຊົນອິດສະຣາເອນ.”2
ແມ່ນຫຍັງຄືບັນຫາກັບຊາມູເອນ ແລະ ອານາເນຍ ໃນເຫດການສອງຢ່າງເຫລົ່ານີ້? ພວກເພິ່ນໄດ້ເຫັນດ້ວຍຕາ ແລະ ໄດ້ຍິນດ້ວຍຫູ, ແລະ ຜົນທີ່ຕາມມາກໍຄື, ພວກເພິ່ນໄດ້ຕັດສິນຄົນອື່ນອີງຕາມຮູບລັກສະນະພາຍນອກ ແລະ ຄວາມຊ່າລື.
ເມື່ອພວກທຳມະຈານ ແລະ ຟາຣີຊາຍໄດ້ເຫັນຍິງຄົນໜຶ່ງຖືກຈັບໃນຖານຫລິ້ນຊູ້, ເຂົາເຈົ້າໄດ້ເຫັນຫຍັງ? ໄດ້ເຫັນຍິງຊົ່ວຊາມຄົນໜຶ່ງ, ຄົນບາບທີ່ສົມຄວນຕາຍ. ເມື່ອພຣະເຢຊູໄດ້ເຫັນນາງ, ພຣະອົງໄດ້ເຫັນຫຍັງ? ຍິງຄົນໜຶ່ງທີ່ໄດ້ຍອມຕໍ່ຄວາມອ່ອນແອທາງເລື່ອງເນື້ອໜັງເປັນຊົ່ວຄາວ ແຕ່ຈະຊ່ວຍໃຫ້ລອດໄດ້ຜ່ານທາງການກັບໃຈ ແລະ ການຊົດໃຊ້ຂອງພຣະອົງ. ເມື່ອຜູ້ຄົນໄດ້ເຫັນນາຍທະຫານ, ຜູ້ທີ່ຄົນໃຊ້ຂອງລາວນອນປ່ວຍເປັນເປ້ຍຢູ່, ເຂົາເຈົ້າໄດ້ເຫັນຫຍັງ? ບາງທີເຂົາເຈົ້າໄດ້ເຫັນຄົນບຸກລຸກ, ຄົນຕ່າງດ້າວ, ຄົນທີ່ຕ້ອງກຽດຊັງ. ເມື່ອພຣະເຢຊູເຫັນລາວ, ພຣະອົງໄດ້ເຫັນຫຍັງ? ຜູ້ຊາຍຄົນໜຶ່ງທີ່ເປັນຫ່ວງຄວາມຜາສຸກຂອງສະມາຊິກໃນຄົວເຮືອນຂອງລາວ, ຜູ້ທີ່ໄດ້ຊອກຫາພຣະຜູ້ເປັນເຈົ້າດ້ວຍນ້ຳໃສໃຈຈິງ ແລະ ສັດທາ. ເມື່ອຜູ້ຄົນໄດ້ເຫັນຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກ, ເຂົາເຈົ້າໄດ້ເຫັນຫຍັງ? ບາງທີໄດ້ເຫັນຜູ້ຍິງທີ່ບໍ່ສະອາດບໍລິສຸດ, ຄົນທີ່ຖືກຂັບໄລ່ອອກທີ່ຕ້ອງຖືກລັງກຽດ. ເມື່ອພຣະເຢຊູໄດ້ເຫັນນາງ, ພຣະອົງໄດ້ເຫັນຫຍັງ? ຜູ້ຍິງທີ່ປ່ວຍໂຊ, ໂດດດ່ຽວ ແລະ ຖືກປ່ອຍປະ ເພາະສະຖານະການທີ່ນາງຄວບຄຸມບໍ່ໄດ້, ຜູ້ທີ່ໄດ້ຫວັງວ່າຈະໄດ້ຮັບການປິ່ນປົວ ແລະ ໄດ້ເປັນພາກສ່ວນອີກຄັ້ງ.
ໃນທຸກໆກໍລະນີ, ພຣະຜູ້ເປັນເຈົ້າໄດ້ເຫັນຜູ້ຄົນເຫລົ່ານີ້ຕາມຕົວຕົນທີ່ແທ້ຈິງຂອງເຂົາເຈົ້າ ແລະ ໄດ້ປະຕິບັດສາດສະໜາກິດຕໍ່ແຕ່ລະຄົນຕາມຄວາມຕ້ອງການຂອງເຂົາເຈົ້າ. ຕາມທີ່ ນີໄຟ ແລະ ຢາໂຄບ ນ້ອງຊາຍຂອງເພິ່ນໄດ້ປະກາດ:
“ພຣະອົງຈະເຊື້ອເຊີນເຂົາທັງໝົດໃຫ້ເຂົ້າມາຫາພຣະອົງ… , ດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ; ແລະ ພຣະອົງລະນຶກເຖິງຄົນທີ່ບໍ່ມີສາດສະໜານຳອີກ; ແລະ ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ.”3
“ຄົນຜູ້ໜຶ່ງກໍມີຄຸນຄ່າຊ່ຳກັບຄົນອີກຜູ້ໜຶ່ງ.”4
ຂໍໃຫ້ເຮົາຈົ່ງບໍ່ປ່ອຍໃຫ້ຕາຂອງເຮົາ, ຫູຂອງເຮົາ, ຫລື ຄວາມຢ້ານກົວຂອງເຮົານຳເຮົາໄປຜິດທາງຄືກັນ ແຕ່ຈົ່ງເປີດໃຈ ແລະ ຄວາມນຶກຄິດຂອງເຮົາ ແລະ ປະຕິບັດສາດສະໜາກິດຕໍ່ຜູ້ຄົນທີ່ຢູ່ອ້ອມຮອບເຮົາຢ່າງເຕັມທີ່ ດັ່ງທີ່ພຣະອົງໄດ້ກະທຳ.
ເມື່ອຫລາຍປີກ່ອນ, ພັນລະຍາຂອງຂ້າພະເຈົ້າ, ອິຊາແບວ, ໄດ້ຮັບການມອບໝາຍທີ່ຜິດປົກກະຕິໃນການປະຕິບັດສາດສະໜາກິດ. ນາງໄດ້ຖືກຂໍຮ້ອງໃຫ້ໄປຢ້ຽມຢາມແມ່ໝ້າຍສູງອາຍຸໃນຫວອດຂອງເຮົາ, ເປັນເອື້ອຍຄົນໜຶ່ງທີ່ມີການທ້າທາຍດ້ານສຸຂະພາບ ແລະ ຜູ້ທີ່ຄວາມໂດດດ່ຽວໄດ້ນຳຄວາມຂົມຂື່ນເຂົ້າມາໃນຊີວິດຂອງລາວ. ລາວປິດຜ້າກັ້ງ; ຫ້ອງພັກຂອງລາວກໍອຶດອັດ; ລາວບໍ່ຢາກໃຫ້ໃຜໄປຢ້ຽມຢາມລາວ ແລະ ໄດ້ບອກຢ່າງແຈ່ມແຈ້ງວ່າ “ຂ້ອຍເຮັດຫຍັງໃຫ້ໃຜບໍ່ໄດ້.” ໂດຍບໍ່ຍອມແພ້, ອິຊາແບວ ໄດ້ຕອບໄປວ່າ, “ໄດ້, ຍັງໄດ້! ເຈົ້າຍັງເຮັດບາງຢ່າງໃຫ້ພວກເຮົາໄດ້ ໂດຍການປ່ອຍໃຫ້ພວກເຮົາມາ ແລະ ຢ້ຽມຢາມເຈົ້າ.” ແລະ ອິຊາແບວຈຶ່ງໄປ, ຢ່າງຊື່ສັດ.
ເມື່ອເວລາຜ່ານໄປ, ເອື້ອຍຄົນນີ້ໄດ້ຮັບການຜ່າຕັດໃນຕີນຂອງລາວ, ຊຶ່ງຕ້ອງໄດ້ປ່ຽນຜ່າພັນແຜຂອງລາວທຸກໆມື້, ທີ່ເປັນສິ່ງທີ່ລາວເຮັດເອງບໍ່ໄດ້. ເປັນເວລາຫລາຍວັນ, ອິຊາແບວ ໄດ້ໄປທີ່ບ້ານຂອງລາວ, ລ້າງຕີນໃຫ້ລາວ, ແລະ ປ່ຽນຜ້າພັນແຜໃຫ້ລາວ. ນາງບໍ່ເຄີຍເຫັນຄວາມຂີ້ຮ້າຍ; ນາງບໍ່ເຄີຍຖືກກິ່ນເໝັນ. ນາງໄດ້ເຫັນພຽງແຕ່ທິດາຜູ້ສວຍງາມຂອງພຣະເຈົ້າ ຜູ້ທີ່ຕ້ອງການຄວາມຮັກ ແລະ ການດູແລເປັນຢ່າງດີ.
ຕະຫລອດຫລາຍປີທີ່ຜ່ານມາ, ຂ້າພະເຈົ້າ ແລະ ອີກຫລາຍຄົນຈົນນັບບໍ່ຖ້ວນກໍໄດ້ຮັບພອນຈາກຂອງປະທານຂອງ ອິຊາແບວ ທີ່ຈະເຫັນດັ່ງທີ່ພຣະຜູ້ເປັນເຈົ້າເຫັນ. ບໍ່ວ່າທ່ານຈະເປັນປະທານສະເຕກ ຫລື ຄົນທັກທາຍຂອງຫວອດ, ບໍ່ວ່າທ່ານຈະເປັນກະສັດຂອງປະເທດອັງກິດ ຫລື ອາໄສຢູ່ໃນຕູບ, ບໍ່ວ່າທ່ານຈະເວົ້າພາສາຂອງນາງ ຫລື ພາສາອື່ນກໍຕາມ, ບໍ່ວ່າທ່ານຈະຮັກສາພຣະບັນຍັດທຸກຂໍ້ ຫລື ດີ້ນລົນກັບບາງຂໍ້ກໍຕາມ, ນາງຈະລ້ຽງເຂົ້າທ່ານ ດ້ວຍຄາບເຂົ້າທີ່ດີທີ່ສຸດຂອງນາງ ໃນຈານທີ່ດີທີ່ສຸດຂອງນາງ. ສະຖານະດ້ານເສດຖະກິດ, ສີຜິວ, ພື້ນຖານວັດທະນະທຳ, ສັນຊາດ, ລະດັບຄວາມຊອບທຳ, ສະຖານະທາງສັງຄົມ, ຫລື ຕົວລະບຸອື່ນໃດ ຫລື ການຈຳແນກໃດໆກໍບໍ່ມີຄວາມສຳຄັນຕໍ່ນາງ. ນາງເຫັນລາວດ້ວຍຫົວໃຈຂອງນາງ; ນາງເຫັນລູກຂອງພຣະເຈົ້າຢູ່ໃນຕົວຂອງທຸກໆຄົນ.
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ:
“ຜູ້ປໍລະປັກຊື່ນຊົມກັບການຈຳແນກ ເພາະມັນແບ່ງແຍກເຮົາ ແລະ ຈຳກັດວິທີທີ່ເຮົາຄິດກ່ຽວກັບຕົວເອງ ແລະ ກັນແລະກັນ. ມັນກໍເປັນເລື່ອງເສົ້າເມື່ອເຮົາໃຫ້ກຽດການຈຳແນກຫລາຍກວ່າເຮົາໃຫ້ກຽດກັນແລະກັນ.
“ການຈຳແນກສາມາດນຳໄປສູ່ການຕັດສິນ ແລະ ການກຽດຊັງ. ການ ຂົ່ມເຫັງ ຫລື ອະຄະຕິ ໃດໆຕໍ່ຄົນອື່ນເພາະສັນຊາດ, ເຊື້ອຊາດ, ແນວໂນ້ມທາງເພດ, ເພດ, ລະດັບການສຶກສາ, ວັດທະນະທຳ, ຫລື ຕົວລະບຸສຳຄັນອື່ນໆ ກໍເປັນການກະທຳຜິດຕໍ່ພຣະຜູ້ສ້າງຂອງເຮົາ!”5
ຝຣັ່ງເສດບໍ່ໄດ້ເປັນຕົວລະບຸວ່າຂ້າພະເຈົ້າເປັນໃຜ; ມັນເປັນບ່ອນທີ່ຂ້າພະເຈົ້າເກີດ. ຂາວບໍ່ໄດ້ເປັນຕົວລະບຸວ່າຂ້າພະເຈົ້າເປັນໃຜ; ມັນເປັນສີຜິວຂອງຂ້າພະເຈົ້າ, ຫລື ວ່າການຂາດສີກໍວ່າໄດ້. ອາຈານບໍ່ໄດ້ເປັນຕົວລະບຸວ່າຂ້າພະເຈົ້າເປັນໃຜ; ມັນເປັນອາຊີບທີ່ຂ້າພະເຈົ້າເຮັດເພື່ອຫາລ້ຽງຄອບຄົວຂອງຂ້າພະເຈົ້າ. ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ສາວົກເຈັດສິບບໍ່ໄດ້ເປັນຕົວລະບຸວ່າຂ້າພະເຈົ້າເປັນໃຜ; ມັນເປັນຖານະທີ່ຂ້າພະເຈົ້າຮັບໃຊ້ໃນອານາຈັກໃນເວລານີ້.
“ທຳອິດ ແລະ ສຳຄັນສຸດ,” ດັ່ງທີ່ປະທານແນວສັນໄດ້ເຕືອນໃຈເຮົາວ່າ, ເຮົາເປັນ “ລູກຂອງພຣະເຈົ້າ.”6 ທ່ານກໍເປັນລູກຂອງພຣະເຈົ້າຄືກັນ, ແລະ ທຸກຄົນທີ່ຢູ່ອ້ອມຮອບເຮົາກໍເໝືອນກັນ. ຂ້າພະເຈົ້າອະທິຖານວ່າ ເຮົາຈະມາຮູ້ສຶກບຸນຄຸນຫລາຍຂຶ້ນເຖິງຄວາມຈິງທີ່ປະເສີດນີ້. ມັນປ່ຽນແປງທຸກສິ່ງ!
ເຮົາອາດຖືກລ້ຽງດູມາໃນວັດທະນະທຳທີ່ແຕກຕ່າງ; ເຮົາອາດມາຈາກສະຖານະການດ້ານເສດຖະກິດທີ່ແຕກຕ່າງ; ມໍລະດົກມະຕະຂອງເຮົາ, ລວມທັງສັນຊາດ, ສີຜິວ, ອາຫານທີ່ມັກຊອບ, ແນວໂນ້ມດ້ານການເມືອງ, ແລະ ອື່ນໆ, ອາດແຕກຕ່າງກັນຫລາຍ. ແຕ່ເຮົາເປັນລູກຂອງພຣະອົງ, ເຮົາທຸກໆຄົນ, ປາດສະຈາກຂໍ້ຍົກເວັ້ນໃດໆ. ເຮົາມີຕົ້ນກຳເນີດແຫ່ງສະຫວັນອັນດຽວກັນ ແລະ ສັກກະຍະພາບທີ່ບໍ່ມີຂີດຈຳກັດອັນດຽວກັນ ຜ່ານທາງພຣະຄຸນຂອງພຣະເຢຊູຄຣິດ.
ຊີ ແອັສ ຫລຸຍ ໄດ້ກ່າວໃນທຳນອງນີ້ວ່າ: “ມັນເປັນສິ່ງທີ່ດຸເດືອດແທ້ໆທີ່ໄດ້ອາໄສຢູ່ໃນສັງຄົມທີ່ອາດມີເທບພຣະເຈົ້າ ແລະ ເທບທິດາ, ທີ່ຈະຈື່ຈຳວ່າ ບຸກຄົນທີ່ໜ້າເບື່ອທີ່ສຸດທີ່ທ່ານເວົ້າລົມນຳ ອາດເປັນບຸກຄົນທີ່ໃນມື້ໜຶ່ງ ຖ້າທ່ານເຫັນເຂົາໃນເວລານີ້, ທ່ານອາດຢາກນະມັດສະການເຂົາໃນເວລານັ້ນ. … ບໍ່ມີຄົນ ທຳມະດາ. ທ່ານບໍ່ເຄີຍໄດ້ເວົ້າລົມນຳມະນຸດທຳມະດາເທົ່ານັ້ນ. ປະເທດຊາດ, ວັດທະນະທຳ, ສິລະປະ, ຄວາມສີວິໄລ—ເຫລົ່ານີ້ເປັນສິ່ງມະຕະ, ແລະ ຊີວິດຂອງມັນທຽບກັບຊີວິດເຮົາກໍເປັນເໝືອນຊີວິດຂອງແມງມີ່. ແຕ່ເຮົາຢອກ, ເຮັດວຽກນຳ, ແຕ່ງງານ, ດູໝິ່ນ, ແລະ ຂູດຮີດຜູ້ຄົນອະມະຕະ.”7
ຄອບຄົວຂອງພວກເຮົາໄດ້ຮັບສິດທິພິເສດທີ່ໄດ້ອາໄສຢູ່ໃນປະເທດ ແລະ ວັດທະນະທຳທີ່ແຕກຕ່າງ; ລູກໆຂອງພວກເຮົາໄດ້ຮັບພອນທີ່ໄດ້ແຕ່ງງານກັບຊົນເຜົ່າທີ່ແຕກຕ່າງ. ຂ້າພະເຈົ້າໄດ້ມາຮັບຮູ້ວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດເປັນພະລັງຂອງຄວາມເທົ່າທຽມກັນ. ເມື່ອເຮົາເປີດໃຈຮັບມັນແທ້ໆ, “ພຣະວິນຍານຂອງພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງພວກເຮົາ, ປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ.”8 ຄວາມຈິງທີ່ອັດສະຈັນນີ້ປົດປ່ອຍເຮົາ, ແລະ ການຈຳແນກ ແລະ ຄວາມແຕກຕ່າງທັງໝົດ ທີ່ອາດບຽດບຽນເຮົາ ແລະ ຄວາມສຳພັນຂອງເຮົາຕໍ່ກັນແລະກັນ ກໍຈະ “ຖືກກືນເຂົ້າໄປໃນ … ພຣະຄຣິດ.”9 ອີກບໍ່ດົນມັນຈະແຈ່ມແຈ້ງທີ່ວ່າເຮົາ, ແລະ ຜູ້ຄົນອື່ນໆ, “ບໍ່ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ, ແຕ່ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ.”10
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນປະທານສາຂາຂອງໜ່ວຍສາດສະໜາຈັກທີ່ມີຫລາຍພາສາວັດທະນະທຳແຫ່ງໜຶ່ງຂອງພວກເຮົາ ໄດ້ອ້າງເຖິງສິ່ງນີ້, ດັ່ງທີ່ ແອວເດີ ແກຣິດ ດັບເບິນຢູ ກອງ ໄດ້ອ້າງ, ວ່າ ການເປັນພາກສ່ວນໂດຍພັນທະສັນຍາ.11 ຊ່າງເປັນມະໂນທັດທີ່ງົດງາມແທ້ໆ! ເຮົາເປັນພາກສ່ວນຂອງກຸ່ມ ທີ່ທຸກຄົນພະຍາຍາມທີ່ຈະວາງພຣະຜູ້ຊ່ວຍໃຫ້ລອດ ແລະ ພັນທະສັນຍາໄວ້ ໃຫ້ເປັນຈຸດສູນກາງຂອງຊີວິດຂອງເຂົາເຈົ້າ ແລະ ດຳລົງຊີວິດຕາມພຣະກິດຕິຄຸນຢ່າງຊື່ນຊົມ. ສະນັ້ນ, ແທນທີ່ຈະມອງເຫັນກັນແລະກັນຜ່ານທາງທັດສະນະຂອງມະນຸດມະຕະ, ພຣະກິດຕິຄຸນຍົກສາຍຕາຂອງເຮົາຂຶ້ນ ແລະ ໃຫ້ເຮົາມອງເຫັນກັນແລະກັນຜ່ານທາງທັດສະນະທີ່ບໍ່ມີຕຳໜິ, ບໍ່ປ່ຽນແປງແຫ່ງພັນທະສັນຍາສັກສິດຂອງເຮົາ. ເມື່ອເຮົາເຮັດດັ່ງນັ້ນ, ເຮົາເລີ່ມກຳຈັດອະຄະຕິທຳມະຊາດຂອງເຮົາເອງຕໍ່ຄົນອື່ນ, ຊຶ່ງຈະຊ່ວຍເຂົາເຈົ້າລົດອະຄະຕິຂອງເຂົາເຈົ້າທີ່ມີຕໍ່ເຮົາລົງ12 ໃນວົງຈອນທີ່ເປັນຄຸນນະທຳອັນປະເສີດ. ແທ້ໆແລ້ວ, ເຮົາເຮັດຕາມຄຳເຊື້ອເຊີນຂອງສາດສະດາທີ່ຮັກແພງຂອງເຮົາ ທີ່ວ່າ: “ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ວິທີທີ່ເຮົາປະຕິບັດຕໍ່ກັນແລະກັນມີຄວາມສຳຄັນຫລາຍ! ວິທີທີ່ເຮົາເວົ້າກ່ຽວກັບຄົນອື່ນຢູ່ທີ່ບ້ານ, ທີ່ໂບດ, ບ່ອນທຳງານ, ແລະ ອອນລາຍ ມີຄວາມສຳຄັນແທ້ໆ. ມື້ນີ້, ຂ້າພະເຈົ້າຂໍໃຫ້ເຮົາປະຕິສຳພັນກັບຄົນອື່ນໃນວິທີທີ່ສູງກວ່າ ແລະ ສັກສິດກວ່າ.”13
ບ່າຍມື້ນີ້, ໃນວິນຍານຂອງຄຳເຊື້ອເຊີນນັ້ນ, ຂ້າພະເຈົ້າຂໍຕື່ມຄຳປະຕິຍານຂອງຂ້າພະເຈົ້າໃສ່ກັບຂອງເດັກນ້ອຍປະຖົມໄວທີ່ປະເສີດວ່າ:
ຖ້າເຈົ້າບໍ່ຍ່າງຄືຄົນສ່ວນຫລາຍ,
ເຂົາບາງຄົນກໍຈະຍ່າງໜີໄປຈາກເຈົ້າ,
ແຕ່ເຮົາຈະບໍ່ເຮັດແບບນັ້ນ! ເຮົາຈະບໍ່ເຮັດ!
ຖ້າເຈົ້າບໍ່ເວົ້າລົມຄືຄົນສ່ວນຫລາຍ,
ເຂົາບາງຄົນກໍຈະເວົ້າ ແລະ ຫົວຂວັນເຈົ້າ,
ແຕ່ເຮົາຈະບໍ່ເຮັດແບບນັ້ນ! ເຮົາຈະບໍ່ເຮັດ!
ເຮົາຈະຍ່າງໄປກັບເຈົ້າ. ເຮົາຈະເວົ້າລົມກັບເຈົ້າ.
ນັ້ນຄືວິທີທີ່ເຮົາຈະສະແດງຄວາມຮັກທີ່ມີໃຫ້ເຈົ້າ.
ພຣະເຢຊູບໍ່ໄດ້ຍ່າງໜີໄປຈາກໃຜ.
ພຣະອົງໄດ້ມອບຄວາມຮັກໃຫ້ທຸກຄົນ.
ເຮົາຈະເຮັດແບບນັ້ນ! ເຮົາຈະເຮັດ!14
ຂ້າພະເຈົ້າເປັນພະຍານວ່າ ພຣະອົງ ຜູ້ທີ່ເຮົາເອີ້ນວ່າພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ກໍເປັນພຣະບິດາຂອງເຮົາແທ້ໆ, ວ່າພຣະອົງຮັກເຮົາ, ວ່າພຣະອົງຮູ້ຈັກລູກໆຂອງພຣະອົງແຕ່ລະຄົນຢ່າງໃກ້ຊິດ, ວ່າພຣະອົງເປັນຫ່ວງເຮົາແຕ່ລະຄົນຫລາຍແທ້ໆ, ແລະ ວ່າເຮົາເໝືອນກັນແທ້ໆຕໍ່ພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ວິທີທີ່ເຮົາປະຕິບັດຕໍ່ກັນແລະກັນ ສະທ້ອນເຖິງຄວາມເຂົ້າໃຈຂອງເຮົາ ແລະ ຄວາມຮູ້ສຶກບຸນຄຸນສຳລັບການເສຍສະລະ ແລະ ການຊົດໃຊ້ທີ່ສູງສົ່ງຂອງພຣະບຸດຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ຂ້າພະເຈົ້າອະທິຖານວ່າ, ເໝືອນດັ່ງພຣະອົງ, ເຮົາຈະຮັກຄົນອື່ນ ເພາະນັ້ນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ, ບໍ່ແມ່ນເປັນເພາະເຂົາເຈົ້າກຳລັງເຮັດສິ່ງທີ່ຖືກຕ້ອງ ຫລື ທີ່ຄົນອື່ນເຫັນວ່າ “ຖືກຕ້ອງ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.