ອານາຈັກແຫ່ງລັດສະໝີພາບ
ພວກເຮົາມີພຣະບິດາເທິງສະຫວັນທີ່ຊົງຮັກ ຜູ້ທີ່ເຫັນວ່າ ເຮົາຈະໄດ້ຮັບພອນທຸກປະການ ແລະ ຄວາມໄດ້ປຽບທຸກໆປະການທີ່ຄວາມປາດຖະໜາ ແລະ ການເລືອກຂອງເຮົາເອງຈະເອື້ອອຳນວຍ.
ສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍມັກຈະຖືກຖາມວ່າ, “ໂບດຂອງທ່ານຕ່າງຈາກໂບດຄຣິດສະຕຽນອື່ນໆແນວໃດ?” ໃນທ່າມກາງຄຳຕອບທີ່ພວກເຮົາມີໃຫ້ແມ່ນ ຄວາມສົມບູນແຫ່ງຄຳສອນຂອງພຣະເຢຊູຄຣິດ. ສິ່ງທີ່ສຳຄັນທີ່ສຸດທ່າມກາງຄຳສອນ ແມ່ນຄວາມຈິງທີ່ວ່າ ພຣະບິດາເທິງສະຫວັນຊົງຮັກລູກໆທຸກຄົນຂອງພຣະອົງຫລາຍ ຈົນວ່າພຣະອົງຢາກໃຫ້ເຮົາທຸກຄົນໄດ້ຢູ່ໃນອານາຈັກແຫ່ງລັດສະໝີພາບໜຶ່ງຕະຫລອດໄປ. ຍິ່ງໄປກວ່ານັ້ນ, ພຣະອົງຢາກໃຫ້ເຮົາຢູ່ກັບພຣະອົງ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຊົ່ວນິລັນດອນ. ແຜນຂອງພຣະອົງປະທານຄຳສອນ ແລະ ໂອກາດໃນການເລືອກທີ່ຈະຮັບປະກັນແກ່ເຮົາເຖິງຈຸດໝາຍປາຍທາງ ແລະ ຊີວິດທີ່ເຮົາເລືອກ.
I.
ຈາກການເປີດເຜີຍສະໄໝໃໝ່ ເຮົາຮູ້ວ່າ ຈຸດໝາຍປາຍທາງສຸດທ້າຍຂອງທຸກຄົນທີ່ຢູ່ໃນໂລກນີ້ ບໍ່ແມ່ນແນວຄິດທີ່ບໍ່ພຽງພໍທີ່ວ່າ ສະຫວັນແມ່ນສຳລັບຄົນຊອບທຳ ແລະ ຄວາມທຸກທໍລະມານຊົ່ວນິລັນຂອງນະລົກແມ່ນສຳລັບຄົນທີ່ເຫລືອ. ແຜນທີ່ມີຄວາມຮັກຂອງພຣະເຈົ້າສຳລັບລູກໆຂອງພຣະອົງແມ່ນລວມທັງຄວາມເປັນຈິງນີ້ທີ່ຖືກສິດສອນໂດຍພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ: “ໃນຜາສາດພຣະບິດາຂອງເຮົາມີທີ່ຢູ່ຫລາຍບ່ອນ.”1
ຄຳສອນທີ່ຖືກເປີດເຜີຍຂອງສາດສະໜາຈັກທີ່ຖືກຟື້ນຟູຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ສິດສອນວ່າ ລູກຂອງພຣະເຈົ້າທຸກຄົນ—ດ້ວຍຂໍ້ຍົກເວັ້ນທີ່ຈຳກັດຫລາຍເກີນກວ່າທີ່ຈະພິຈາລະນາໃນທີ່ນີ້—ຈະສືບທອດໜຶ່ງໃນສາມອານາຈັກແຫ່ງລັດສະໝີພາບໃນທີ່ສຸດ, ແມ່ນແຕ່ອານາຈັກທີ່ຕໍ່າຕ້ອຍທີ່ສຸດ “ຊຶ່ງເກີນກວ່າຄວາມເຂົ້າໃຈທັງໝົດ.”2 ຫລັງຈາກໄລຍະເວລາທີ່ຜູ້ທີ່ບໍ່ເຊື່ອຟັງທົນທຸກເພາະບາບຂອງຕົນ, ຊຶ່ງຄວາມທົນທຸກຈະກຽມພວກເຂົາສຳລັບສິ່ງທີ່ຈະຕາມມາ, ທຸກຄົນຈະຟື້ນຄືນຊີວິດ ແລະ ສືບຕໍ່ດຳເນີນໄປສູ່ການພິພາກສາຄັ້ງສຸດທ້າຍຂອງອົງພຣະເຢຊູຄຣິດເຈົ້າ. ໃນທີ່ນັ້ນ, ພຣະຜູ້ຊ່ວຍໃຫ້ລອດຜູ້ຊົງຮັກ, ຜູ້ທີ່, ພວກເຮົາໄດ້ຖືກສິດສອນໃຫ້, “ສັນລະເສີນພຣະບິດາ, ແລະ ຊ່ວຍໃຫ້ວຽກງານທຸກຢ່າງໃນພຣະຫັດຂອງພຣະອົງລອດ,”3 ຈະສົ່ງລູກຂອງພຣະເຈົ້າທັງໝົດໄປຍັງໜຶ່ງໃນສາມອານາຈັກແຫ່ງລັດສະໝີພາບເຫລົ່ານີ້ ຕາມຄວາມປາດຖະໜາທີ່ພວກເຂົາໄດ້ສະແດງໃຫ້ປະຈັກຜ່ານການເລືອກຂອງພວກເຂົາ.
ອີກຄຳສອນໜຶ່ງ ແລະ ການປະຕິບັດໜຶ່ງທີ່ມີເອກະລັກສະເພາະຂອງສາດສະໜາຈັກທີ່ຖືກຟື້ນຟູກໍຄື ພຣະບັນຍັດ ແລະ ພັນທະສັນຍາທີ່ໄດ້ຖືກເປີດເຜີຍ ທີ່ໃຫ້ ລູກຂອງພຣະເຈົ້າທຸກຄົນ ໄດ້ມີສິດທິພິເສດອັນສັກສິດແຫ່ງການມີຄຸນສົມບັດສຳລັບລັດສະໝີພາບລະດັບສູງສຸດໃນອານາຈັກຊັ້ນສູງ. ຈຸດໝາຍທີ່ສູງສຸດນັ້ນ—ຄວາມສູງສົ່ງໃນອານາຈັກຊັ້ນສູງ—ແມ່ນຈຸດສຸມຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຈາກການເປີດເຜີຍສະໄໝໃໝ່, ໄພ່ພົນຍຸກສຸດທ້າຍມີຄວາມເຂົ້າໃຈທີ່ເປັນເອກະລັກກ່ຽວກັບແຜນແຫ່ງຄວາມສຸກຂອງພຣະເຈົ້າສຳລັບລູກໆຂອງພຣະອົງ. ແຜນນັ້ນເລີ່ມຕົ້ນດ້ວຍຊີວິດຂອງພວກເຮົາໃນຖານະວິນຍານ ກ່ອນທີ່ພວກເຮົາຈະມາເກີດ, ແລະ ມັນເປີດເຜີຍຈຸດປະສົງ ແລະ ເງື່ອນໄຂຂອງການເດີນທາງທີ່ພວກເຮົາໄດ້ເລືອກໃນຄວາມເປັນມະຕະ ແລະ ຈຸດໝາຍປາຍທາງທີ່ພວກເຮົາປາດຖະໜາຕໍ່ຈາກນັ້ນ.
II.
ເຮົາຮູ້ຈາກການເປີດເຜີຍສະໄໝໃໝ່ວ່າ “ອານາຈັກທັງໝົດມີກົດໃຫ້ໄວ້”4 ແລະ ວ່າອານາຈັກແຫ່ງລັດສະໝີພາບທີ່ເຮົາຈະໄດ້ຮັບໃນການພິພາກສາຄັ້ງສຸດທ້າຍ ແມ່ນໄດ້ຖືກກຳນົດໄວ້ໂດຍກົດຕ່າງໆທີ່ເຮົາເລືອກທີ່ຈະປະຕິບັດຕາມໃນການເດີນທາງມະຕະຂອງເຮົາ. ພາຍໃຕ້ແຜນທີ່ມີຄວາມຮັກນັ້ນ, ມີຫລາຍອານາຈັກ—ມີທີ່ຢູ່ຫລາຍບ່ອນ—ເພື່ອວ່າລູກຂອງພຣະເຈົ້າທັງໝົດຈະສືບທອດອານາຈັກແຫ່ງລັດສະໝີພາບໜຶ່ງ ຊຶ່ງພວກເຂົາຈະສາມາດ “ປະຕິບັດຕາມ” ກົດເຫລົ່ານັ້ນໄດ້ຢ່າງສະບາຍໆ.
ເມື່ອເຮົາບັນຍາຍລັກສະນະ ແລະ ຂໍ້ຮຽກຮ້ອງຂອງແຕ່ລະອານາຈັກໃນແຜນຂອງພຣະບິດານັ້ນ, ເຮົາເລີ່ມຈາກລະດັບສູງສຸດ, ຊຶ່ງເປັນຈຸດສຸມຂອງພຣະບັນຍັດ ແລະ ພິທີການຕ່າງໆແຫ່ງສະຫວັນທີ່ພຣະເຈົ້າໄດ້ເປີດເຜີຍຜ່ານທາງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ໃນລັດສະໝີພາບ “ຊັ້ນສູງ”5 ມີຢູ່ສາມລະດັບ,6 ຊຶ່ງລະດັບສູງສຸດແມ່ນຄວາມສູງສົ່ງໃນອານາຈັກຊັ້ນສູງ. ນີ້ແມ່ນບ່ອນຢູ່ຂອງຜູ້ທີ່ “ຜູ້ໄດ້ຮັບຄວາມບໍລິບູນຂອງພຣະອົງ, ແລະ ລັດສະໝີພາບຂອງພຣະອົງ,” ເຫດສະນັ້ນ, “ພວກເຂົາເປັນພຣະເຈົ້າ, ແມ່ນແຕ່ເປັນບຸດ [ແລະ ທິດາ] ຂອງພຣະເຈົ້າ”7 ແລະ “ອາໄສຢູ່ໃນທີ່ປະທັບຂອງພຣະເຈົ້າ ແລະ ພຣະຄຣິດຂອງພຣະອົງຕະຫລອດການ ແລະ ຕະຫລອດໄປ.”8 ຜ່ານທາງການເປີດເຜີຍ, ພຣະເຈົ້າໄດ້ເປີດເຜີຍກົດນິລັນດອນ, ພິທີການ, ແລະ ພັນທະສັນຍາທີ່ຕ້ອງຮັກສາ ເພື່ອທີ່ຈະພັດທະນາຄຸນລັກສະນະທີ່ເປັນເໝືອນດັ່ງພຣະເຈົ້າທີ່ຈຳເປັນ ເພື່ອທີ່ຈະບັນລຸສັກກະຍະພາບແຫ່ງສະຫວັນນີ້. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ສຸມໃຈໃສ່ສິ່ງເຫລົ່ານີ້ ເພາະວ່າຈຸດປະສົງຂອງສາດສະໜາຈັກທີ່ຖືກຟື້ນຟູນີ້ ແມ່ນເພື່ອກຽມລູກໆຂອງພຣະເຈົ້າສຳລັບຄວາມລອດໃນລັດສະໝີພາບຊັ້ນສູງ ແລະ, ໂດຍສະເພາະຢ່າງຍິ່ງ, ສຳລັບຄວາມສູງສົ່ງໃນລະດັບສູງສຸດຂອງມັນ.
ແຜນຂອງພຣະເຈົ້າ, ຊຶ່ງວາງຮາກຖານເທິງຄວາມຈິງນິລັນດອນ, ຮຽກຮ້ອງວ່າ ຄວາມສູງສົ່ງສາມາດບັນລຸໄດ້ພຽງແຕ່ຜ່ານທາງຄວາມຊື່ສັດຕໍ່ພັນທະສັນຍາຂອງການແຕ່ງງານນິລັນດອນ ລະຫວ່າງຊາຍ ແລະ ຍິງໃນພຣະວິຫານສັກສິດເທົ່ານັ້ນ,9 ຊຶ່ງການແຕ່ງງານຈະມີໃຫ້ສຳລັບທຸກຄົນທີ່ຊື່ສັດໃນທີ່ສຸດ. ນີ້ຄືເຫດຜົນທີ່ພວກເຮົາສິດສອນວ່າ “ເພດເປັນບຸກຄະລິກລັກສະນະທຳມະຊາດຂອງເອກະລັກ ແລະ ຈຸດປະສົງໃນໂລກກ່ອນເກີດ, ໃນໂລກນີ້, ແລະ ໃນນິລັນດອນຂອງແຕ່ລະຄົນ.”10
ຄຳສອນອັນມີຄ່າທີ່ເປັນເອກະລັກທີ່ຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບຄວາມສູງສົ່ງນັ້ນ ແມ່ນ ການປະກາດກ່ຽວກັບຄອບຄົວໃນປີ 1995.11 ການປະກາດຂອງມັນຊີ້ແຈງຂໍ້ຮຽກຮ້ອງທີ່ກຽມເຮົາໃຫ້ອາໄສຢູ່ກັບພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຜູ້ທີ່ບໍ່ເຂົ້າໃຈຢ່າງເຕັມສ່ວນເຖິງແຜນທີ່ມີຄວາມຮັກຂອງພຣະບິດາສຳລັບລູກໆຂອງພຣະອົງ ອາດພິຈາລະນາການປະກາດກ່ຽວກັບຄອບຄົວນີ້ ວ່າບໍ່ມີຄວາມໝາຍຫລາຍໄປກວ່າຄຳຖະແຫລງນະໂຍບາຍທີ່ສາມາດປ່ຽນແປງໄດ້. ກົງກັນຂ້າມ, ພວກເຮົາຢືນຢັນວ່າ ການປະກາດກ່ຽວກັບຄອບຄົວ, ສ້າງຕັ້ງຂຶ້ນໃນຄຳສອນທີ່ຖອນຄືນບໍ່ໄດ້, ກຳນົດຄວາມສຳພັນໃນຄອບຄົວທີ່ເປັນມະຕະ ທີ່ພາກສ່ວນສຳຄັນທີ່ສຸດຂອງການພັດທະນານິລັນດອນຂອງເຮົາສາມາດເກີດຂຶ້ນໄດ້.
ອັກຄະສາວົກ ໂປໂລ ອະທິບາຍເຖິງລັດສະໝີພາບສາມລະດັບ, ຊຶ່ງປຽບທຽບມັນກັບລັດສະໝີພາບຂອງດວງຕາເວັນ, ດວງເດືອນ, ແລະ ດວງດາວ.12 ເພິ່ນຕັ້ງຊື່ລະດັບສູງສຸດວ່າ “ຊັ້ນສູງ” ແລະ ລະດັບທີສອງ “ຊັ້ນກາງ.”13 ເພິ່ນບໍ່ໄດ້ຕັ້ງຊື່ລະດັບຕໍ່າສຸດ, ແຕ່ການເປີດເຜີຍຕໍ່ ໂຈເຊັບ ສະມິດ ໄດ້ຕື່ມຊື່ຂອງມັນວ່າ: “ຊັ້ນຕໍ່າ.”14 ການເປີດເຜີຍອີກຢ່າງໜຶ່ງຍັງອະທິບາຍເຖິງລັກສະນະຂອງຜູ້ຄົນທີ່ໄດ້ຖືກມອບໝາຍໃຫ້ຢູ່ໃນແຕ່ລະອານາຈັກແຫ່ງລັດສະໝີພາບເຫລົ່ານີ້. ຜູ້ທີ່ບໍ່ເລືອກທີ່ຈະ “ປະຕິບັດຕາມກົດຂອງອານາຈັກຊັ້ນສູງ”15 ຈະສືບທອດອານາຈັກແຫ່ງລັດສະໝີພາບອີກແຫ່ງໜຶ່ງ, ຊຶ່ງຕໍ່າກວ່າຊັ້ນສູງ ແຕ່ຈະເໝາະກັບກົດທີ່ພວກເຂົາໄດ້ເລືອກ ແລະ ສາມາດ “ປະຕິບັດຕາມ” ໄດ້ຢ່າງສະບາຍໆ. ຄຳວ່າ ປະຕິບັດຕາມ, ພົບເຫັນໄດ້ທົ່ວໄປໃນພຣະຄຳພີ, ໝາຍເຖິງ ການວາງຕໍາແໜ່ງທີ່ໝັ້ນຄົງ.16 ຍົກຕົວຢ່າງ, ຜູ້ທີ່ຢູ່ໃນອານາຈັກຊັ້ນກາງ—ສາມາດປຽບທຽບໄດ້ກັບແນວຄິດທີ່ເປັນທີ່ນິຍົມຂອງສະຫວັນ—“ຜູ້ຄົນເຫລົ່ານີ້ຄືຜູ້ທີ່ໄດ້ຮັບການມາປະທັບຢູ່ຂອງພຣະບຸດ, ແຕ່ບໍ່ໄດ້ຮັບຄວາມສົມບູນຂອງພຣະບິດາ.”17 ພວກເຂົາເຄີຍເປັນ “ຜູ້ທີ່ມີກຽດຢູ່ໃນແຜ່ນດິນໂລກ, ຜູ້ຕາບອດໂດຍກົນອຸບາຍຂອງມະນຸດ,”18 ແຕ່ “ບໍ່ກ້າຫານໃນປະຈັກພະຍານເຖິງພຣະເຢຊູ.”19
ຄຳອະທິບາຍທີ່ເປີດເຜີຍຂອງຜູ້ທີ່ຖືກມອບໝາຍໃຫ້ໄປຢູ່ໃນລະດັບທີ່ຕໍ່າທີ່ສຸດຂອງອານາຈັກແຫ່ງລັດສະໝີພາບ, ຊັ້ນຕໍ່າ, ແມ່ນ “ຄົນທີ່ບໍ່ສາມາດປະຕິບັດຕາມ … ກົດຂອງອານາຈັກຊັ້ນກາງ.”20 ນັ້ນອະທິບາຍເຖິງຜູ້ທີ່ປະຕິເສດພຣະຜູ້ຊ່ວຍໃຫ້ລອດ ແລະ ບໍ່ໄດ້ຮັກສາຂໍ້ຈຳກັດແຫ່່ງສະຫວັນຕໍ່ຄວາມປະພຶດຂອງພວກເຂົາເລີຍ. ນີ້ແມ່ນອານາຈັກບ່ອນທີ່ຄົນຊົ່ວຢູ່, ຫລັງຈາກທີ່ໄດ້ທົນທຸກເພາະການບາບຂອງພວກເຂົາແລ້ວ. ສິ່ງເຫລົ່ານີ້ມີອະທິບາຍຢູ່ໃນການເປີດເຜີຍສະໄໝໃໝ່ວ່າ “ຜູ້ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ຮັບເອົາພຣະກິດຕິຄຸນຂອງພຣະຄຣິດ, ທັງບໍ່ໄດ້ຮັບເອົາປະຈັກພະຍານເຖິງພຣະເຢຊູ. …
“ຜູ້ຄົນເຫລົ່ານີ້ຄືຄົນຂີ້ຕົວະ, ແລະ ໝໍເວດມົນຄາຖາ, ແລະ ຄົນຫລິ້ນຊູ້ສູ່ຜົວເມຍ, ແລະ ຄົນລ່ວງປະເວນີ, ແລະ ຄົນໃດກໍຕາມທີ່ມັກ ແລະ ເວົ້າຕົວະ.”21
ເມື່ອເວົ້າເຖິງສາມອານາຈັກແຫ່ງລັດສະໝີພາບພ້ອມກັບພາບນິມິດແຫ່ງການທຳນາຍຂອງເພິ່ນນັ້ນ, ປະທານຣະໂຊ ເອັມ ແນວສັນ ໄດ້ຂຽນເມື່ອບໍ່ດົນມານີ້ວ່າ: “ຊີວິດມະຕະແມ່ນມີແຕ່ເກືອບຈະສ້ຽວວິນາທີ ເມື່ອປຽບທຽບກັບຊົ່ວນິລັນດອນ. ແຕ່ຊ່າງເປັນສ້ຽວວິນາທີທີ່ສຳຄັນຫລາຍແທ້ໆ! ໃຫ້ພິຈາລະນາຢ່າງລະມັດລະວັງວ່າ ມັນເຮັດເປັນແນວໃດ: ໃນຊ່ວງຊີວິດມະຕະນີ້ ທ່ານສາມາດເລືອກວ່າ ກົດໃດທີ່ທ່ານເຕັມໃຈທີ່ຈະເຊື່ອຟັງ—ກົດຂອງອານາຈັກຊັ້ນສູງ, ຫລື ຊັ້ນກາງ, ຫລື ຊັ້ນຕ່ຳ—ແລະ, ສະນັ້ນ, ອານາຈັກແຫ່ງລັດສະໝີພາບໃດທີ່ທ່ານຈະອາໄສຢູ່ຕະຫລອດໄປ. ຊ່າງເປັນແຜນທີ່ດີແທ້ໆ! ມັນເປັນແຜນທີ່ໃຫ້ກຽດອຳເພີໃຈ ຂອງທ່ານ ຢ່າງສົມບູນ.”22
III.
ອັກຄະສາວົກ ໂປໂລ ໄດ້ສິດສອນວ່າ ຄຳສອນຂອງພຣະຜູ້ເປັນເຈົ້າ ແລະ ພຣະບັນຍັດນັ້ນ ໄດ້ຖືກມອບໃຫ້ເພື່ອວ່າເຮົາທຸກຄົນຈະສາມາດບັນລຸ “ຂະໜາດຄວາມສົມບູນຂອງພຣະຄຣິດ.”23 ຂະບວນການດັ່ງກ່າວຮຽກຮ້ອງຫລາຍຍິ່ງກວ່າການຮັບຄວາມຮູ້. ມັນບໍ່ພຽງພໍຊໍ້າທີ່ຈະຖືກ ໂນ້ມນ້າວ ໂດຍພຣະກິດຕິຄຸນ; ພວກເຮົາຕ້ອງລົງມືເຮັດ ເພື່ອວ່າເຮົາຈະ ປ່ຽນໃຈເຫລື້ອມໃສ ໂດຍມັນ. ກົງກັນຂ້າມກັບການສິດສອນອື່ນໆ, ຊຶ່ງສິດສອນໃຫ້ເຮົາ ຮູ້ຈັກ ບາງຢ່າງ, ພຣະກິດຕິຄຸນຂອງພຣະເຢຊູຄຣິດ ທ້າທາຍເຮົາໃຫ້ ກາຍເປັນ ບາງຢ່າງ.
ຈາກຄຳສອນເຫລົ່ານັ້ນ ເຮົາສະຫລຸບໄດ້ວ່າ ການພິພາກສາຄັ້ງສຸດທ້າຍ ບໍ່ແມ່ນພຽງແຕ່ການປະເມີນການກະທຳທີ່ດີ ແລະ ຊົ່ວທັງໝົດ—ຄືສິ່ງທີ່ເຮົາໄດ້ ເຮັດ. ມັນແມ່ນອີງຕາມຜົນກະທົບສຸດທ້າຍຂອງການກະທຳ ແລະ ຄວາມຄິດ—ສິ່ງທີ່ເຮົາໄດ້ ກາຍເປັນ. ພວກເຮົາມີຄຸນສົມບັດເໝາະສົມສຳລັບຊີວິດນິລັນດອນ ຜ່ານທາງຂະບວນການຂອງ ການປ່ຽນໃຈເຫລື້ອມໃສ. ດັ່ງທີ່ໄດ້ໃຊ້ໃນທີ່ນີ້, ຖ້ອຍຄຳທີ່ມີຫລາຍຄວາມໝາຍນີ້ ບົ່ງບອກເຖິງການປ່ຽນແປງຂອງລັກສະນະທຳມະຊາດທີ່ເລິກເຊິ່ງ. ມັນບໍ່ພຽງພໍສຳລັບໃຜກໍຕາມທີ່ພຽງແຕ່ເຮັດໄປຕາມນຳເທົ່ານັ້ນ. ພຣະບັນຍັດ, ພິທີການ, ແລະ ພັນທະສັນຍາຕ່າງໆຂອງພຣະກິດຕິຄຸນ ບໍ່ແມ່ນລາຍການເງິນຝາກທີ່ຈຳເປັນຕ້ອງໄດ້ຝາກໃນບັນຊີແຫ່ງສະຫວັນ. ພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນແຜນທີ່ສະແດງໃຫ້ເຮົາເຫັນເຖິງວິທີທີ່ຈະສາມາດກາຍເປັນສິ່ງທີ່ພຣະບິດາເທິງສະຫວັນຂອງເຮົາປາດຖະໜາໃຫ້ເຮົາເປັນ.24
IV.
ເພາະພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ເມື່ອເຮົາຂາດຕົກບົກພ່ອງໃນຊີວິດນີ້, ເຮົາສາມາດກັບໃຈ ແລະ ເຂົ້າຮ່ວມເສັ້ນທາງແຫ່ງພັນທະສັນຍາອີກຄັ້ງ ຊຶ່ງນຳພາໄປສູ່ສິ່ງທີ່ພຣະບິດາເທິງສະຫວັນຂອງເຮົາຊົງປາດຖະໜາໃຫ້ເຮົາ.
ພຣະຄຳພີມໍມອນສິດສອນວ່າ “ຊີວິດນີ້ເປັນເວລາສຳລັບ [ເຮົາ] ທີ່ຈະຕຽມພ້ອມເພື່ອພົບກັບພຣະເຈົ້າ.”25 ແຕ່ຂໍ້ຈຳກັດທີ່ທ້າທາຍສຳລັບ “ຊີວິດນີ້” ໄດ້ຖືກມອບໃຫ້ໃນບໍລິບົດທີ່ມີຄວາມຫວັງ (ຢ່າງໜ້ອຍກໍບາງລະດັບສຳລັບບາງຄົນ) ໂດຍສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍແກ່ ປະທານໂຈເຊັບ ແອັຟ ສະມິດ, ບັດນີ້ ໄດ້ມີບັນທຶກໄວ້ໃນ ຄຳສອນ ແລະ ພັນທະສັນຍາ 138. “ຂ້າພະເຈົ້າເຫັນວ່າ,” ສາດສະດາໄດ້ຂຽນ, “ພວກແອວເດີທີ່ຊື່ສັດຂອງຍຸກສະໄໝນີ້, ເມື່ອເຂົາເຈົ້າອອກໄປຈາກຊີວິດມະຕະ, ໄດ້ສືບຕໍ່ວຽກງານຂອງເຂົາເຈົ້າໃນການສັ່ງສອນພຣະກິດຕິຄຸນແຫ່ງການກັບໃຈ ແລະ ການໄຖ່, ຜ່ານການເສຍສະລະຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ໃນບັນດາຄົນທີ່ຢູ່ໃນຄວາມມືດ ແລະ ພາຍໃຕ້ຄວາມເປັນທາດຂອງບາບໃນໂລກວິນຍານອັນກວ້າງໃຫຍ່ໄພສານຂອງຄົນຕາຍ.
“ຄົນຕາຍຜູ້ທີ່ກັບໃຈຈະຖືກໄຖ່, ໂດຍການເຊື່ອຟັງຕໍ່ພິທີການຂອງບ້ານຂອງພຣະເຈົ້າ,
“ແລະ ຫລັງຈາກພວກເຂົາໄດ້ຮັບໂທດຂອງການລ່ວງລະເມີດຂອງພວກເຂົາແລ້ວ, ແລະ ໄດ້ຖືກຊຳລະໃຫ້ສະອາດແລ້ວ, ຈະໄດ້ຮັບລາງວັນຕາມວຽກງານຂອງພວກເຂົາ, ເພາະວ່າພວກເຂົາເປັນທາຍາດແຫ່ງຄວາມລອດ.”26
ນອກຈາກນີ້, ພວກເຮົາຮູ້ວ່າ ສະຫັດສະວັດ, ໜຶ່ງພັນປີຫລັງຈາກການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ, ຈະເປັນຊ່ວງເວລາຂອງການປະກອບພິທີການຕ່າງໆສຳລັບຜູ້ທີ່ບໍ່ທັນໄດ້ຮັບມັນໃນຊີວິດມະຕະຂອງພວກເຂົາ.27
ມີຫລາຍຢ່າງທີ່ພວກເຮົາບໍ່ຮູ້ກ່ຽວກັບສາມຊ່ວງເວລາສຳຄັນໃນແຜນແຫ່ງຄວາມລອດ ແລະ ຄວາມສຳພັນຂອງພວກມັນຕໍ່ກັນແລະກັນ: (1) ໂລກວິນຍານກ່ອນຄວາມເປັນມະຕະ, (2) ຄວາມເປັນມະຕະ, ແລະ (3) ຊີວິດໜ້າ. ແຕ່ພວກເຮົາຮູ້ຄວາມຈິງນິລັນດອນເຫລົ່ານີ້: “ຄວາມລອດເປັນເລື່ອງສ່ວນຕົວ, ແຕ່ຄວາມສູງສົ່ງເປັນເລື່ອງຂອງຄອບຄົວ.”28 ພວກເຮົາມີພຣະບິດາເທິງສະຫວັນທີ່ຊົງຮັກ ຜູ້ທີ່ເຫັນວ່າ ເຮົາຈະໄດ້ຮັບພອນທຸກປະການ ແລະ ຄວາມໄດ້ປຽບທຸກໆປະການທີ່ຄວາມປາດຖະໜາ ແລະ ການເລືອກຂອງເຮົາເອງຈະເອື້ອອຳນວຍ. ພວກເຮົາຮູ້ເຊັ່ນກັນວ່າ ພຣະອົງຈະບໍ່ບັງຄັບຜູ້ໃດໃຫ້ເຂົ້າໃນຄວາມສຳພັນແຫ່ງການຜະນຶກໂດຍທີ່ເຂົາບໍ່ເຕັມໃຈ. ພອນຂອງຄວາມສຳພັນແຫ່ງການຜະນຶກນັ້ນ ຮັບປະກັນທຸກຄົນທີ່ຮັກສາພັນທະສັນຍາຂອງຕົນ ແຕ່ບໍ່ມີວັນໂດຍການບັງຄັບຄວາມສຳພັນແຫ່ງການຜະນຶກໃສ່ອີກຄົນໜຶ່ງທີ່ບໍ່ມີຄ່າຄວນ ຫລື ບໍ່ເຕັມໃຈ.
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ຂ້າພະເຈົ້າເປັນພະຍານເຖິງຄວາມຈິງກ່ຽວກັບສິ່ງເຫລົ່ານີ້. ຂ້າພະເຈົ້າເປັນພະຍານເຖິງອົງພຣະເຢຊູຄຣິດເຈົ້າ, “ອົງຜູ້ເປັນ ຜູ້ສ້າງ ແລະ ເປັນຜູ້ເຮັດໃຫ້ສັດທາຂອງເຮົາສົມບູນ,”29 ຜູ້ຊຶ່ງການຊົດໃຊ້, ພາຍໃຕ້ແຜນຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ, ເຮັດໃຫ້ທຸກຢ່າງເປັນໄປໄດ້, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.