ໄຊຊະນະແຫ່ງຄວາມຫວັງ
ຄວາມຫວັງເປັນຂອງປະທານທີ່ມີຊີວິດ, ເປັນຂອງປະທານທີ່ເຕີບໂຕຂຶ້ນເມື່ອເຮົາເພີ່ມສັດທາຂອງເຮົາໃນພຣະເຢຊູຄຣິດ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າຕະຫລອດທົ່ວໂລກ, ຂະນະທີ່ເຮົາເລີ່ມຕົ້ນເວລາທີ່ພິເສດນີ້ ກອງປະຊຸມໃຫຍ່ສາມັນ, ຕາແຫ່ງສະຫວັນຈະສຸມໃສ່ເຮົາຢ່າງແນ່ນອນ. ເຮົາຈະໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າຜ່ານທາງຜູ້ຮັບໃຊ້ຂອງພຣະອົງ; ເຮົາຈະຮູ້ສຶກເຖິງ “ການນຳພາ, ການຊີ້ນຳ, ແລະ ການປອບໂຍນ” ອິດທິພົນຂອງພຣະວິນຍານບໍລິສຸດ, ແລະ ສັດທາຂອງເຮົາຈະເຂັ້ມແຂງຂຶ້ນ.
ເມື່ອສາມປີກ່ອນ, ປະທານຣະໂຊ ເອັມ ແນວສັນ ໄດ້ເລີ່ມຕົ້ນກອງປະຊຸມໃຫຍ່ສາມັນດ້ວຍຖ້ອຍຄຳເຫລົ່ານີ້ວ່າ: “ການເປີດເຜີຍທີ່ບໍລິສຸດສຳລັບຄຳຖາມໃນໃຈຂອງທ່ານ ຈະເຮັດໃຫ້ກອງປະຊຸມໃຫຍ່ນີ້ກຸ້ມຄ່າ ແລະ ໜ້າຊົງຈຳ. ຖ້າຫາກທ່ານຍັງບໍ່ໄດ້ສະແຫວງຫາການປະຕິບັດສາດສະໜາກິດຂອງພຣະວິນຍານບໍລິສຸດ ເພື່ອຊ່ວຍທ່ານໃຫ້ໄດ້ຍິນສິ່ງທີ່ພຣະຜູ້ເປັນເຈົ້າຢາກໃຫ້ທ່ານໄດ້ຍິນລະຫວ່າງສອງມື້ນີ້, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຮັດໃນເວລານີ້. ຈົ່ງເຮັດໃຫ້ກອງປະຊຸມນີ້ເປັນເວລາແຫ່ງການຊື່ນຊົມກັບຂ່າວສານຈາກພຣະຜູ້ເປັນເຈົ້າຜ່ານທາງຜູ້ຮັບໃຊ້ຂອງພຣະອົງ.”
ພຣະຄຳພີເຊື່ອມຕໍ່ສາມຄຳທີ່ມີພະລັງເຂົ້າກັນ: ສັດທາ, ຄວາມຫວັງ, ຄວາມໃຈບຸນ. ຂອງປະທານແຫ່ງຄວາມຫວັງແມ່ນຂອງປະທານອັນລ້ຳຄ່າຈາກພຣະເຈົ້າ.
ຄຳວ່າ ຄວາມຫວັງ ຖືກໃຊ້ສຳລັບຫລາຍສິ່ງທີ່ເຮົາຢາກໃຫ້ເກີດຂຶ້ນ. ຍົກຕົວຢ່າງ, “ຂ້າພະເຈົ້າຫວັງໃຫ້ຝົນຕົກ,” ຫລື “ຂ້າພະເຈົ້າຫວັງໃຫ້ທີມຂອງພວກເຮົາຊະນະ.” ເຈດຕະນາຂອງຂ້າພະເຈົ້າຄື ການເວົ້າເຖິງຄວາມຫວັງອັນສັກສິດ ແລະ ນິລັນດອນຂອງເຮົາທີ່ມີສູນກາງຢູ່ທີ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູ, ແລະ “ຄວາມຄາດຫວັງອັນໝັ້ນໃຈເຖິງ … ຂອງພອນແຫ່ງຄວາມຊອບທຳທີ່ສັນຍາ.”
ຄວາມຫວັງຂອງເຮົາສຳລັບຊີວິດນິລັນດອນ
ຄວາມຫວັງຂອງເຮົາໃນຊີວິດນິລັນດອນຖືກຮັບຮອງຜ່ານທາງພຣະຄຸນຂອງພຣະຄຣິດ ແລະ ການເລືອກຂອງເຮົາເອງ, ຊຶ່ງເຮັດໃຫ້ເຮົາມີໂອກາດໄດ້ຮັບພອນທີ່ໂດດເດັ່ນຂອງການກັບຄືນບ້ານແຫ່ງສະຫວັນຂອງເຮົາ ແລະ ດຳລົງຊີວິດຕະຫລອດໄປໃນສັນຕິສຸກ ແລະ ຄວາມສຸກກັບພຣະບິດາເທິງສະຫວັນຂອງເຮົາ, ພຣະບຸດທີ່ຮັກຂອງພຣະອົງ, ຄອບຄົວທີ່ຊື່ສັດ ແລະ ໝູ່ເພື່ອນທີ່ລ້ຳຄ່າຂອງເຮົາ, ແລະ ຊາຍ ແລະ ຍິງທີ່ຊອບທຳຈາກທຸກທະວີບ ແລະ ທຸກສັດຕະວັດ.
ຢູ່ເທິງໂລກເຮົາປະສົບກັບຄວາມຊື່ນຊົມ ແລະ ຄວາມໂສກເສົ້າ ຂະນະທີ່ເຮົາຖືກທົດສອບ ແລະ ພິສູດ. ໄຊຊະນະຂອງເຮົາມີມາຜ່ານທາງສັດທາໃນພຣະເຢຊູຄຣິດ ຂະນະທີ່ເຮົາເອົາຊະນະບາບ, ຄວາມຍາກລຳບາກ, ຄວາມລໍ້ລວງ, ຄວາມບໍ່ຍຸດຕິທຳ, ແລະ ຄວາມທ້າທາຍຂອງເຮົາໃນຊີວິດມະຕະນີ້.
ເມື່ອເຮົາເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຮົາໃນພຣະເຢຊູຄຣິດ, ເຮົາເບິ່ງຜ່ານຂ້າມການດີ້ນລົນຂອງເຮົາໄປສູ່ພອນ ແລະ ຄຳສັນຍານິລັນດອນ. ເຊັ່ນດຽວກັບແສງສະຫວ່າງທີ່ຈາດຈ້າ, ຄວາມຫວັງສ່ອງສະຫວ່າງໃສ່ບ່ອນມືດຂອງໂລກ, ແລະ ເຮົາເຫັນອະນາຄົດທີ່ຮຸ່ງໂລດຂອງເຮົາ.
ຄວາມຫວັງມາຈາກພຣະເຈົ້າ
ນັບຕັ້ງແຕ່ຕອນຕົ້ນ, ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດທີ່ຮັກຂອງພຣະອົງ ໄດ້ອວຍພອນຜູ້ຊອບທຳດ້ວຍຂອງປະທານອັນລ້ຳຄ່າແຫ່ງຄວາມຫວັງຢ່າງກະຕືລືລົ້ນ.
ຫລັງຈາກທີ່ໄດ້ໜີຈາກສວນແລ້ວ, ອາດາມ ແລະ ເອວາກໍໄດ້ຮັບການສິດສອນຈາກທູດເຖິງຄຳສັນຍາຂອງພຣະເຢຊູຄຣິດ. ຂອງປະທານແຫ່ງຄວາມຫວັງເຮັດໃຫ້ຊີວິດຂອງເຂົາເຈົ້າມີຄວາມສະຫວ່າງ. ອາດາມໄດ້ປະກາດວ່າ, “ຂ້າພຣະອົງຈຶ່ງມີຄວາມເຂົ້າໃຈ, ແລະ ໃນຊີວິດນີ້ຂ້າພຣະອົງຈະມີຄວາມສຸກ.” ເອວາໄດ້ກ່າວເຖິງ “ຄວາມສຸກຂອງການໄຖ່ [ຂອງເຂົາເຈົ້າ] ແລະ ຊີວິດນິລັນດອນຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ທຸກຄົນທີ່ເຊື່ອຟັງ.”
ເຊັ່ນດຽວກັບທີ່ພຣະວິນຍານບໍລິສຸດໄດ້ນຳຄວາມຫວັງມາໃຫ້ອາດາມ, ອຳນາດຂອງພຣະວິນຍານຂອງພຣະຜູ້ເປັນເຈົ້າກໍໄດ້ສ່ອງສະຫວ່າງແກ່ຜູ້ຊື່ສັດໃນທຸກວັນນີ້, ສ່ອງສະຫວ່າງແກ່ຄວາມເປັນຈິງຂອງຊີວິດນິລັນດອນ.
ພຣະຜູ້ຊ່ວຍໃຫ້ລອດສົ່ງພຣະຜູ້ປອບໂຍນມາໃຫ້ເຮົາ, ພຣະວິນຍານບໍລິສຸດ, ຄູ່ທີ່ນຳສັດທາ ແລະ ຄວາມຫວັງ, ນຳສັນຕິສຸກມາໃຫ້ ຊຶ່ງ“ບໍ່ເໝືອນສັນຕິສຸກທີ່ໂລກໃຫ້.”
“ໃນໂລກນີ້,” ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ, “ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ [ຮັກສາຄວາມສະຫວ່າງແຫ່ງຄວາມຫວັງ]; ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”
ໃນຊ່ວງເວລາແຫ່ງຄວາມຍາກລຳບາກ, ເຮົາເລືອກທີ່ຈະໄວ້ວາງໃຈພຣະຜູ້ເປັນເຈົ້າໃນສັດທາ. ເຮົາອະທິຖານຢ່າງງຽບໆ, “ຂໍຢ່າໃຫ້ເປັນໄປຕາມຄວາມປາດຖະໜາຂອງລູກ, ແຕ່ຂໍໃຫ້ເປັນໄປຕາມຄວາມປະສົງຂອງພຣະບິດາເທີ້ນ.” ເຮົາຮູ້ສຶກເຖິງຄວາມເຫັນຊອບຂອງພຣະຜູ້ເປັນເຈົ້າສຳລັບຄວາມເຕັມໃຈທີ່ອ່ອນໂຍນຂອງເຮົາ, ແລະ ເຮົາລໍຄອຍສັນຕິສຸກທີ່ພຣະເຈົ້າໄດ້ສັນຍາວ່າຈະສົ່ງມາໃຫ້ ໃນເວລາທີ່ພຣະອົງເລືອກ.
ອັກຄະສາວົກໂປໂລໄດ້ສິດສອນວ່າ, “ພຣະເຈົ້າແຫ່ງຄວາມຫວັງ [ຈະ] ໃຫ້ພວກເຈົ້າເຕັມໄປດ້ວຍ … ຊື່ນຊົມຍິນດີ ແລະ ສັນຕິສຸກ … , ເພື່ອວ່າຄວາມຫວັງຂອງພວກເຈົ້າຈະໄດ້ຈະເລີນຂຶ້ນ,” “ຈົ່ງຊົມຊື່ນຍິນດີໃນຄວາມຫວັງ; ຈົ່ງອົດທົນໃນຄວາມຍາກລຳບາກ;” “ໂດຍອຳນາດຂອງພຣະວິນຍານບໍລິສຸດ.”
ບົດຮຽນແຫ່ງຄວາມຫວັງ
ສາດສະດາໂມໂຣໄນຮູ້ດ້ວຍຕົວເອງກ່ຽວກັບການມີຄວາມຫວັງໃນພຣະຄຣິດໃນຊ່ວງຄວາມຍາກລຳບາກ. ເພິ່ນໄດ້ອະທິບາຍເຖິງສະຖານະການທີ່ເສົ້າໃຈຂອງເພິ່ນວ່າ:
“ຂ້າພະເຈົ້າຢູ່ຄົນດຽວ. … ຂ້າພະເຈົ້າບໍ່ມີບ່ອນຈະໄປຫາ.”
“ຂ້າພະເຈົ້າບໍ່ໄດ້ … ໃຫ້ເຫັນຂ້າພະເຈົ້າ ເພາະພວກເຂົາຈະທຳລາຍຂ້າພະເຈົ້າ.”
ສິ່ງທີ່ໂດດເດັ່ນກໍຄື, ໃນຊົ່ວໂມງທີ່ມືດມົນ ແລະ ໂດດດ່ຽວຂອງເພິ່ນ, ໂມໂຣໄນບັນທຶກຖ້ອຍຄຳແຫ່ງຄວາມຫວັງຂອງບິດາຂອງເພິ່ນ.
“ຖ້າຫາກຜູ້ໃດມີສັດທາກໍຈຳຕ້ອງມີຄວາມຫວັງ; ເພາະວ່າປາດສະຈາກສັດທາຈະມີຄວາມຫວັງບໍ່ໄດ້ເລີຍ.”
“ແມ່ນອັນໃດທີ່ທ່ານຈະຫວັງ? … “ຈະມີຄວາມຫວັງໂດຍທາງການຊົດໃຊ້ຂອງພຣະຄຣິດ ແລະ ໂດຍອຳນາດຂອງການຟື້ນຄືນພຣະຊົນຂອງພຣະອົງ, ເພື່ອຖືກຍົກຂຶ້ນສູ່ຊີວິດນິລັນດອນ.”
ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ, ຄວາມຫວັງເປັນຂອງປະທານທີ່ມີຊີວິດ, ເປັນຂອງປະທານທີ່ເຕີບໂຕຂຶ້ນເມື່ອເຮົາເພີ່ມສັດທາຂອງເຮົາໃນພຣະເຢຊູຄຣິດ. “ສັດທາຄືຄວາມແນ່ນອນໃຈ ໃນສິ່ງທີ່ເຮົາຫວັງໄວ້” ເຮົາສ້າງຄວາມແນ່ນອນໃຈນີ້—ຫລັກຖານແຫ່ງສັດທາຂອງເຮົາ—ຜ່ານທາງການອະທິຖານ, ພັນທະສັນຍາພຣະວິຫານ, ການຮັກສາພຣະບັນຍັດ, ການສືບຕໍ່ຊື່ນຊົມກັບພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາໃນຍຸກສະໄໝໃໝ່, ຮັບສ່ວນສິນລະລຶກ, ຊ່ວຍຄົນອື່ນໃຫ້ລອດ, ແລະ ນະມັດສະການທຸກອາທິດກັບເພື່ອນໄພ່ພົນຂອງເຮົາ.
ບ້ານແຫ່ງຄວາມຫວັງ
ເພື່ອເສີມສ້າງຄວາມຫວັງຂອງເຮົາໃນເວລາທີ່ຄວາມຊົ່ວຮ້າຍມີເພີ່ມຫລາຍຂຶ້ນ, ພຣະຜູ້ເປັນເຈົ້າໄດ້ຊີ້ນຳສາດສະດາຂອງພຣະອົງໃຫ້ກະຈາຍພຣະວິຫານຂອງພຣະອົງໄປທົ່ວໂລກ.
ເມື່ອເຮົາເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ, ເຮົາຮູ້ສຶກເຖິງພຣະວິນຍານຂອງພຣະເຈົ້າ, ຢືນຢັນຄວາມຫວັງຂອງເຮົາ.
ພຣະວິຫານເປັນພະຍານເຖິງອຸບມຸງທີ່ວ່າງເປົ່າ ແລະ ຊີວິດຫລັງມ່ານຍັງສືບຕໍ່ສຳລັບທຸກຄົນ.
ສຳລັບຜູ້ທີ່ບໍ່ມີຄູ່ຄອງນິລັນດອນ, ພິທີການຢືນຢັນຢ່າງມີພະລັງວ່າ ຄົນຊອບທຳທຸກຄົນຈະໄດ້ຮັບພອນທີ່ສັນຍາໄວ້.
ມີຄວາມຫວັງອັນສູງສົ່ງເມື່ອຄູ່ໜຸ່ມສາວທີ່ຄຸເຂົ່າທີ່ແທ່ນບູຊາເພື່ອຮັບການຜະນຶກ, ບໍ່ພຽງແຕ່ສຳລັບການເວລາເທົ່ານັ້ນ ແຕ່ສຳລັບນິລັນດອນນຳອີກ.
ມີຄວາມຫວັງອັນຍິ່ງໃຫຍ່ສຳລັບເຮົາໃນຄຳສັນຍາທີ່ໄດ້ເຮັດໄວ້ກັບລູກຫລານຂອງເຮົາ, ບໍ່ວ່າຈະຢູ່ໃນສະພາບການໃດກໍຕາມໃນປະຈຸບັນ.
ບໍ່ມີຄວາມເຈັບປວດ, ບໍ່ມີຄວາມເຈັບປ່ວຍ, ບໍ່ມີຄວາມອະຍຸຕິທຳ, ບໍ່ມີຄວາມທຸກທໍລະມານ, ບໍ່ມີຫຍັງທີ່ສາມາດເຮັດໃຫ້ຄວາມຫວັງຂອງເຮົາມືດມົນລົງໄດ້ ຂະນະທີ່ເຮົາເຊື່ອ ແລະ ຍຶດໝັ້ນໃນພັນທະສັນຍາກັບພຣະເຈົ້າຢ່າງແໜ້ນແຟ້ນ ໃນບ້ານຂອງພຣະຜູ້ເປັນເຈົ້າ. ມັນເປັນບ້ານແຫ່ງຄວາມສະຫວ່າງ, ບ້ານແຫ່ງຄວາມຫວັງ.
ເມື່ອຄວາມຫວັງຖືກປະຖິ້ມ
ເຮົາຫລັ່ງນ້ຳຕາແຫ່ງຄວາມໂສກເສົ້າ ເມື່ອເຫັນຄວາມໂສກເສົ້າ ແລະ ຄວາມສິ້ນຫວັງໃນຜູ້ທີ່ບໍ່ມີຄວາມຫວັງໃນພຣະຄຣິດ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ສັງເກດເຫັນສາມີພັນລະຍາຄູ່ໜຶ່ງ ທີ່ເຄີຍມີສັດທາໃນພຣະຄຣິດ ແຕ່ຕໍ່ມາກໍຕັດສິນໃຈປະຖິ້ມຄວາມເຊື່ອຂອງເຂົາເຈົ້າ. ເຂົາເຈົ້າປະສົບຄວາມສຳເລັດໃນໂລກ, ແລະ ເຂົາເຈົ້າພົບຄວາມສຸກໃນສະຕິປັນຍາຂອງຕົນ ພ້ອມກັບການປະຕິເສດສັດທາຂອງຕົນ.
ທັງໝົດເບິ່ງຄືວ່າດີ ຈົນກວ່າສາມີທີ່ຍັງໜຸ່ມ ແລະ ມີກຳລັງວັງຊາໄດ້ລົ້ມປ່ວຍ ແລະ ຕາຍຢ່າງກະທັນຫາ. ເໝືອນດັ່ງສຸລິຍະຄາດຂອງດວງຕາເວັນ, ມັນໄດ້ບັງແສງຕາເວັນ, ແລະ ຜົນໄດ້ຮັບແມ່ນສຸລິຍະຄາດຂອງຄວາມຫວັງ. ຜູ້ເປັນພັນລະຍາ, ໃນຄວາມບໍ່ເຊື່ອ, ຮູ້ສຶກສັບສົນ, ເຈັບປວດເພາະບໍ່ພ້ອມ, ບໍ່ສາມາດປອບໂຍນລູກໆຂອງນາງໄດ້. ສະຕິປັນຍາຂອງນາງໄດ້ບອກນາງວ່າ ຊີວິດຂອງນາງເປັນລະບຽບສົມບູນດີ ຈົນກວ່າທັນໃດນັ້ນ ນາງບໍ່ສາມາດຫລຽວເຫັນມື້ອື່ນເລີຍ. ຄວາມສິ້ນຫວັງຂອງນາງໄດ້ເຮັດໃຫ້ເກີດຄວາມມືດ ແລະ ຄວາມສັບສົນ.
ຄວາມຫວັງໃນເລື່ອງເສົ້າທີ່ໜ້າສະຫລົດໃຈ
ຂ້າພະເຈົ້າຂໍປຽບທຽບຄວາມສິ້ນຫວັງອັນເຈັບປວດຂອງນາງກັບຄວາມຫວັງໃນພຣະຄຣິດ ໃນຊ່ວງເວລາທີ່ໜ້າສະຫລົດໃຈນັ້ນ.
ເມື່ອຊາວເອັດປີກ່ອນ ລູກຊາຍທີ່ຫາກໍເກີດຂອງ ເບັນ ແອນເດີເຊັນ ຫລານຊາຍຂອງຂ້າພະເຈົ້າ, ແລະ ຣອບບີ້ ພັນລະຍາຂອງລາວ ໄດ້ຖືກສົ່ງຕົວຈາກຊຸມຊົນກະເສດຕະກອນໃນລັດໄອດາໂຮ ໄປຍັງເມືອງເຊົາເລັກໂດຍເຄື່ອງບິນສຸກເສີນ. ຂ້າພະເຈົ້າໄດ້ໄປຮອດໂຮງໝໍ ແລະ ເບັນໄດ້ອະທິບາຍເຖິງອາການແຊກຊ້ອນຮ້າຍແຮງ ກ່ຽວກັບຫົວໃຈຂອງລູກນ້ອຍຂອງເຂົາເຈົ້າ. ພວກເຮົາໄດ້ວາງມືໃສ່ເທິງຫົວນ້ອຍໆຂອງທ້າວເທຣ. ພຣະຜູ້ເປັນເຈົ້າໄດ້ອວຍພອນລາວໃຫ້ມີຊີວິດຕໍ່ໄປ.
ທ້າວເທຣໄດ້ຮັບການຜ່າຕັດຫົວໃຈໃນອາທິດທຳອິດຂອງຊີວິດລາວ, ແລະ ໄດ້ຮັບການຜ່າຕັດອີກຫລັງຈາກນັ້ນ. ເມື່ອຫລາຍປີຜ່ານໄປ, ເຫັນໄດ້ຢ່າງຊັດເຈນວ່າ ທ້າວເທຣຕ້ອງໄດ້ປ່ຽນຫົວໃຈ. ເຖິງແມ່ນວ່າກິດຈະກຳທາງດ້ານຮ່າງກາຍຂອງລາວຖືກຈຳກັດ, ແຕ່ຄວາມເຊື່ອຂອງລາວກໍໄດ້ຂະຫຍາຍຕົວ. ລາວໄດ້ຂຽນວ່າ, “ຂ້ອຍບໍ່ເຄີຍເສຍໃຈເລີຍ ເພາະຂ້ອຍຮູ້ຈັກເຖິງຄວາມສຳຄັນຂອງການມີສັດທາໃນພຣະເຢຊູຄຣິດ ແລະ ການມີປະຈັກພະຍານເຖິງແຜນແຫ່ງຄວາມລອດ.”
ທ້າວເທຣໄດ້ຮັກສາຄຳເວົ້າທີ່ຮູ້ຈັກກັນດີຂອງປະທານແນວສັນໄວ້ໃນມືຖືຂອງລາວ ທີ່ວ່າ: “ຄວາມສຸກທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ.”
ທ້າວເທຣໄດ້ຂຽນວ່າ: “ຂ້ອຍຕັ້ງຕາລໍຄອຍທີ່ຈະໄດ້ຮັບໃຊ້ເຜີຍແຜ່ເຕັມເວລາ, ແຕ່ … ທ່ານໝໍຂອງຂ້ອຍບໍ່ອະນຸຍາດໃຫ້ຂ້ອຍໄປຮັບໃຊ້ ຈົນກວ່າຢ່າງໜ້ອຍໜຶ່ງປີ ຫລັງຈາກການຜ່າຕັດປ່ຽນຫົວໃຈ. … ຂ້ອຍວາງສັດທາໄວ້ໃນພຣະເຢຊູຄຣິດ.”
ທ້າວເທຣຕື່ນເຕັ້ນທີ່ໄດ້ຖືກເລືອກໃຫ້ເຂົ້າຮຽນໃນສາຂາບັນຊີ ທີ່ BYU ເລີ່ມຕົ້ນເທີມນີ້, ແຕ່ຍິ່ງຕື່ນເຕັ້ນກວ່ານັ້ນໃນທ້າຍເດືອນກໍລະກົດ ເມື່ອລາວໄດ້ຮັບໂທລະສັບໃຫ້ໄປທີ່ໂຮງໝໍ ເພື່ອຮັບການຜ່າຕັດປ່ຽນຫົວໃຈ.
“ໜຶ່ງປີ,” ທ້າວເທຣໄດ້ເວົ້າ, “ແລະ ຂ້ອຍຊິໄດ້ໄປການເຜີຍແຜ່ຂອງຂ້ອຍ.”
ມີຄວາມຄາດຫວັງຫລາຍໃນຂະນະທີ່ລາວເຂົ້າຫ້ອງຜ່າຕັດ. ເຖິງຢ່າງໃດກໍຕາມ, ລະຫວ່າງການຜ່າຕັດ ໄດ້ເກີດມີພາວະແຊກຊ້ອນຮ້າຍແຮງ ແລະ ທ້າວເທຣບໍ່ຟື້ນສະຕິອີກເລີຍ.
ຣອບບີ້ ແມ່ຂອງລາວໄດ້ເວົ້າວ່າ: “ວັນສຸກໄດ້ເປັນວັນທີ່ເຈັບປວດໃຈທີ່ສຸດ … ພຽງແຕ່ພະຍາຍາມທຳຄວາມເຂົ້າໃຈກັບມັນ. … ຂ້ອຍໄດ້ນອນເດິກເພື່ອພະຍາຍາມຈັດການກັບທຸກຢ່າງ. … ແຕ່ວັນເສົາ, ຂ້ອຍໄດ້ຕື່ນຂຶ້ນຮູ້ສຶກມີຄວາມຊື່ນຊົມທີ່ສຸດ. ບໍ່ແມ່ນພຽງແຕ່ສັນຕິສຸກເທົ່ານັ້ນ; ບໍ່ແມ່ນການປະຕິເສດ. ຂ້ອຍຮູ້ສຶກຊື່ນຊົມກັບລູກຊາຍຂອງຂ້ອຍ, ແລະ ຂ້ອຍຮູ້ສຶກຊື່ນຊົມໃນຖານະແມ່ຂອງລາວ. … ເບັນໄດ້ຕື່ນແຕ່ເຊົ້າກ່ອນຂ້ອຍ, ແລະ ເມື່ອພວກເຮົາໄດ້ມີໂອກາດເວົ້າລົມກັນ, ເບັນໄດ້ຕື່ນນອນດ້ວຍຄວາມຮູ້ສຶກດຽວກັນນັ້ນ.”
ເບັນໄດ້ອະທິບາຍວ່າ: “ຄວາມຊັດເຈນໄດ້ມາສູ່ຈິດວິນຍານຂອງຂ້ອຍ ເມື່ອພຣະເຈົ້າໄດ້ສິດສອນຂ້ອຍຜ່ານທາງພຣະວິນຍານສັກສິດຂອງພຣະອົງ. ຂ້ອຍໄດ້ຕື່ນນອນຕອນ 4:00 ໂມງເຊົ້າ ແລະ ເຕັມໄປດ້ວຍສັນຕິສຸກ ແລະ ຄວາມຊື່ນຊົມທີ່ບໍ່ສາມາດອະທິບາຍໄດ້. ຈະເປັນໄປໄດ້ແນວໃດ? … ການຈາກໄປຂອງທ້າວເທຣແມ່ນເຈັບປວດຫລາຍ, ແລະ ຂ້ອຍກໍຄິດຮອດລາວຫລາຍ. ແຕ່ພຣະຜູ້ເປັນເຈົ້າບໍ່ໄດ້ປ່ອຍໃຫ້ພວກເຮົາຂາດການປອບໂຍນ. … ຂ້ອຍຕັ້ງຕາລໍຄອຍທີ່ຈະໄດ້ຢູ່ນຳກັນອີກ.”
ຄຳສັນຍາແຫ່ງຄວາມຫວັງ
ທ້າວເທຣໄດ້ຂຽນຂໍ້ຄວາມເຫລົ່ານີ້ໄວ້ໃນປຶ້ມບັນທຶກຂອງລາວ ຈາກຄຳປາໄສຂອງປະທານແນວສັນ ໃນກອງປະຊຸມໃຫຍ່ສາມັນວ່າ: “ເບິ່ງຄືວ່າຈະເປັນໄປບໍ່ໄດ້ທີ່ຈະຮູ້ສຶກເຖິງຄວາມສຸກເມື່ອລູກຂອງທ່ານທົນທຸກຢູ່ກັບຄວາມເຈັບປ່ວຍທີ່ປິ່ນປົວບໍ່ຫາຍ ຫລື ເມື່ອທ່ານໄດ້ຕົກງານ ຫລື ເມື່ອຄູ່ຄອງຂອງທ່ານໄດ້ນອກໃຈທ່ານ. ແຕ່ນັ້ນແຫລະຄືຄວາມສຸກທີ່ພຣະຜູ້ຊ່ວຍໃຫ້ລອດສະເໜີໃຫ້ເຮົາ. ຄວາມສຸກຂອງພຣະອົງແມ່ນສະໝ່ຳສະເໝີ, ໃຫ້ເຮົາແນ່ໃຈວ່າ ‘ຄວາມທຸກທໍລະມານຂອງເຮົາຈະເປັນຢູ່ພຽງຊົ່ວຄາວ’ [ຄຳສອນ ແລະ ພັນທະສັນຍາ 121:7] ແລະ ຈະຖືກອຸທິດເພື່ອຄວາມດີຂອງເຮົາ.”
ອ້າຍເອື້ອຍນ້ອງທັງຫລາຍ, ສັນຕິສຸກທີ່ທ່ານສະແຫວງຫາ ອາດບໍ່ມາໄວເທົ່າທີ່ທ່ານປາດຖະໜາ, ແຕ່ຂ້າພະເຈົ້າສັນຍາກັບທ່ານວ່າ ເມື່ອທ່ານໄວ້ວາງໃຈໃນພຣະຜູ້ເປັນເຈົ້າ, ສັນຕິສຸກຂອງພຣະອົງຈະມີມາ.
ຂໍໃຫ້ເຮົາຈົ່ງບຳລຸງລ້ຽງສັດທາອັນລ້ຳຄ່າຂອງເຮົາ, ກ້າວໄປໜ້າດ້ວຍຄວາມສະຫວ່າງແຫ່ງຄວາມຫວັງທີ່ສົມບູນແບບ. ຂ້າພະເຈົ້າເປັນພະຍານວ່າ ຄວາມຫວັງຂອງເຮົາຄື ພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ຜ່ານທາງພຣະອົງ, ຄວາມຝັນອັນຊອບທຳທັງໝົດຂອງເຮົາຈະເປັນຈິງ. ພຣະອົງເປັນພຣະເຈົ້າແຫ່ງຄວາມຫວັງ—ໄຊຊະນະແຫ່ງຄວາມຫວັງ. ພຣະອົງຊົງພຣະຊົນຢູ່ ແລະ ພຣະອົງຮັກທ່ານ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.