ໂອ ຊາວໜຸ່ມແຫ່ງສິດກຳເນີດອັນສູງສົ່ງ
ພຣະເຈົ້າໄວ້ວາງພຣະໄທພວກເຈົ້າ, ລູກໆແຫ່ງພັນທະສັນຍາ, ເພື່ອຊ່ວຍວຽກງານຂອງພຣະອົງໃນການນຳເອົາລູກໆຂອງພຣະອົງທັງໝົດກັບບ້ານໄປຫາພຣະອົງຢ່າງປອດໄພ.
ແອວເດີ ສະຕີບເວັນສັນ, ນີ້ແມ່ນກອງປະຊຸມໃຫຍ່ທີ່ຈະບໍ່ສາມາດລືມ.
ຄອບຄົວຂອງເຮົາມັກປຶ້ມນ້ອຍໆທີ່ມີຊື່ວ່າ ຈົດໝາຍຂອງເດັກນ້ອຍເຖິງພຣະເຈົ້າ ມາຕະຫລອດ. ຕໍ່ໄປນີ້ແມ່ນຈຳນວນໜຶ່ງ:
“ຂ້າແດ່ພຣະເຈົ້າ, ແທນທີ່ຈະປ່ອຍໃຫ້ຄົນທັງຫລາຍຕາຍ ແລະ ເຮັດໃຫ້ຕ້ອງສ້າງຄົນໃໝ່ຂຶ້ນມາ, ເປັນຫຍັງພຣະອົງຄືບໍ່ເກັບຜູ້ທີ່ພຣະອົງມີຢູ່ຕອນນີ້ເອົາໄວ້?”
“ເປັນຫຍັງພຣະອົງຈຶ່ງມີກົດແຕ່ສິບຂໍ້, ແຕ່ໂຮງຮຽນຂອງເຮົາມີເປັນລ້ານໆຂໍ້?”
“ພຣະອົງໃສ່ຕ່ອມອາມິດານໄວ້ເຮັດຫຍັງ ຖ້າພຣະອົງຈະເອົາມັນອອກມາອີກຄືເກົ່າ?”
ມື້ນີ້ ບໍ່ມີເວລາທີ່ຈະຕອບຄຳຖາມ ເຫລົ່ານີ້ ທັງໝົດ, ແຕ່ມີອີກຄຳຖາມໜຶ່ງທີ່ຂ້າພະເຈົ້າມັກຈະໄດ້ຍິນຈາກຄົນໜຸ່ມ ທີ່ຂ້າພະເຈົ້າຢາກຈະກ່າວເຖິງ. ຈາກອູລານບາຕາ, ມົງໂກລີ, ເຖິງໂທມັສ, ໄອດາໂຮ, ຄຳຖາມແມ່ນຄືກັນ: “ເປັນຫຍັງ? ເປັນຫຍັງໄພ່ພົນຍຸກສຸດທ້າຍຈຶ່ງຕ້ອງດຳລົງຊີວິດຕ່າງຈາກຄົນອື່ນແທ້?
ຂ້າພະເຈົ້າຮູ້ວ່າ ມັນຍາກທີ່ຈະແຕກຕ່າງ—ໂດຍສະເພາະເມື່ອພວກເຈົ້າຍັງໜຸ່ມ ແລະ ຢາກໃຫ້ຄົນອື່ນມັກພວກເຈົ້າແຮງ. ທຸກຄົນຕ່າງກໍຢາກເຂົ້າກັບຄົນອື່ນ, ແລະ ຄວາມປາດຖະໜານັ້ນກໍຂະຫຍາຍສູ່ສັດສ່ວນທີ່ບໍ່ດີຕໍ່ສຸຂະພາບໃນໂລກດິຈິຕ້ອນຂອງສະໄໝນີ້ ທີ່ເຕັມໄປດ້ວຍສື່ສັງຄົມ ແລະ ການລັງແກທາງໄຊເບີ.
ສະນັ້ນ, ດ້ວຍຄວາມກົດດັນທັງໝົດນັ້ນແລ້ວ, ເປັນຫຍັງໄພ່ພົນຍຸກສຸດທ້າຍ ຈຶ່ງ ດຳລົງຊີວິດຢ່າງແຕກຕ່າງແທ້? ມັນມີຄຳຕອບທີ່ດີຫລາຍໆຄຳຕອບ: ເພາະວ່າພວກເຈົ້າເປັນລູກຂອງພຣະເຈົ້າ. ເພາະວ່າພວກເຈົ້າໄດ້ຖືກຮັກສາໄວ້ສຳລັບຍຸກສຸດທ້າຍ. ເພາະວ່າພວກເຈົ້າເປັນສານຸສິດຂອງພຣະເຢຊູຄຣິດ.
ແຕ່ຄຳຕອບເຫລົ່ານັ້ນບໍ່ໄດ້ເຮັດໃຫ້ພວກເຈົ້າໂດດເດັ່ນສະເໝີໄປ. ທຸກຄົນເປັນລູກຂອງພຣະເຈົ້າ. ທຸກຄົນເທິງແຜ່ນດິນໂລກຕອນນີ້ໄດ້ຖືກສົ່ງມາທີ່ນີ້ໃນຍຸກສຸດທ້າຍ. ແລະ ເຖິງຢ່າງໃດກໍດີ ບໍ່ແມ່ນທຸກຄົນທີ່ດຳລົງຊີວິດຕາມພຣະວາຈາແຫ່ງປັນຍາ ຫລື ກົດພົມມະຈັນໃນແບບທີ່ພວກເຈົ້າພະຍາຍາມທີ່ຈະເຮັດ. ມີສານຸສິດທີ່ກ້າຫານຫລາຍຄົນຂອງພຣະຄຣິດທີ່ບໍ່ແມ່ນສະມາຊິກຂອງສາດສະໜາຈັກນີ້. ແຕ່ພວກເຂົາບໍ່ໄດ້ຮັບໃຊ້ເຜີຍແຜ່ ແລະ ປະຕິບັດພິທີການໃນບ້ານຂອງພຣະຜູ້ເປັນເຈົ້າແທນບັນພະບຸລຸດຄືທີ່ພວກເຈົ້າເຮັດ. ມັນຕ້ອງມີຫລາຍກວ່ານັ້ນອີກ—ແລະ ມັນມີແທ້.
ມື້ນີ້ ຂ້າພະເຈົ້າຢາກສຸມໃສ່ເຫດຜົນເພີ່ມເຕີມທີ່ມີຄວາມໝາຍໃນຊີວິດຂອງຂ້າພະເຈົ້າສະເໝີມາ. ໃນປີ 1988, ອັກຄະສາວົກໜຸ່ມຄົນໜຶ່ງຊື່ວ່າ ຣະໂຊ ເອັມ ແນວສັນ ໄດ້ຂຶ້ນກ່າວຄຳປາໄສທີ່ມະຫາວິທະຍາໄລ ບຣິກຳ ຢັງ ໃນຫົວຂໍ້ “ຂອບຄຸນສຳລັບພັນທະສັນຍາ.” ໃນນັ້ນ, ແອວເດີ ແນວສັນ ໃນຕອນນັ້ນ ໄດ້ອະທິບາຍວ່າ ເມື່ອເຮົາໃຊ້ອຳເພີໃຈທາງສິນທຳ ເພື່ອເຮັດ ແລະ ຮັກສາພັນທະສັນຍາກັບພຣະເຈົ້າ, ເຮົາກໍກາຍເປັນຜູ້ສືບທອດແຫ່ງພັນທະສັນຍາອັນເປັນນິດທີ່ພຣະເຈົ້າໄດ້ເຮັດກັບບັນພະບຸລຸດຂອງເຮົາໃນທຸກຍຸກທຸກສະໄໝ. ເວົ້າອີກຢ່າງໜຶ່ງກໍຄື, ເຮົາກາຍເປັນ “ລູກໆແຫ່ງພັນທະສັນຍາ.” ສິ່ງນັ້ນແຫລະທີ່ເຮັດໃຫ້ເຮົາໂດດເດັ່ນ. ສິ່ງນັ້ນຊ່ວຍໃຫ້ເຮົາເຂົ້າເຖິງພອນຕ່າງໆທີ່ບັນພະບຸລຸດພໍ່ ແລະ ແມ່ໄດ້ຮັບ, ລວມທັງສິດກຳເນີດ.
ສິດກຳເນີດ! ພວກເຈົ້າອາດເຄີຍໄດ້ຍິນຄຳນີ້ມາກ່ອນ. ເຮົາຍັງຮ້ອງເພງສວດກ່ຽວກັບມັນ: “ໂອ ຊາວໜຸ່ມແຫ່ງສິດກຳເນີດອັນສູງສົ່ງ, ເດີນຕໍ່ໄປ, ເດີນຕໍ່ໄປ, ເດີນຕໍ່ໄປ!” ມັນເປັນຄຳທີ່ຈັບໃຈ. ແຕ່ມັນໝາຍຄວາມວ່າຫຍັງ?
ໃນສະໄໝພຣະຄຳພີເດີມ ຖ້າຫາກຜູ້ເປັນພໍ່ເສຍຊີວິດ, ລູກຊາຍກົກຂອງລາວຈະເປັນຜູ້ຮັບຜິດຊອບໃນການດູແລແມ່ ແລະ ພວກນ້ອງສາວຂອງລາວ. ພວກນ້ອງຊາຍຂອງລາວກໍຈະຮັບມູນມໍລະດົກຂອງຕົນ ແລະ ຈາກໄປ ເພື່ອໄປຕັ້ງຕົວໃນໂລກ, ແຕ່ລູກຊາຍກົກຈະບໍ່ໄປໃສ. ລາວຈະແຕ່ງງານ ແລະ ມີຄອບຄົວເປັນຂອງຕົນເອງ, ແຕ່ລາວຈະຢູ່ຈົນເຖິງມື້ຕາຍ ເພື່ອບໍລິຫານວຽກງານຂອງຊັບສິນຂອງພໍ່ລາວ. ຍ້ອນໜ້າທີ່ຮັບຜິດຊອບທີ່ເພີ່ມຂຶ້ນນີ້, ລາວຈຶ່ງໄດ້ຮັບມູນມໍລະດົກເພີ່ມຂຶ້ນ. ການນຳພາ ແລະ ການດູແລຄົນອື່ນເປັນການຂໍຫລາຍເກີນໄປບໍ? ບໍ່ເລີຍ ເມື່ອພວກເຈົ້າພິຈາລະນາເຖິງມູນມໍລະດົກເພີ່ມເຕີມທີ່ລາວໄດ້ຮັບ.
ມື້ນີ້ ເຮົາບໍ່ໄດ້ເວົ້າກ່ຽວກັບລຳດັບການເກີດໃນຄອບຄົວທາງໂລກ ຫລື ບົດບາດທາງເພດໃນພຣະຄຳພີເດີມ. ເຮົາກຳລັງເວົ້າກ່ຽວກັບມູນມໍລະດົກທີ່ພວກເຈົ້າໄດ້ຮັບໃນຖານະຜູ້ຮ່ວມຮັບມໍລະດົກກັບພຣະຄຣິດ ຍ້ອນຄວາມສຳພັນທາງພັນທະສັນຍາທີ່ພວກເຈົ້າໄດ້ເລືອກທີ່ຈະເຂົ້າຮ່ວມກັບພຣະອົງ ແລະ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງພວກເຈົ້າ. ມັນຫລາຍເກີນໄປສຳລັບພຣະເຈົ້າບໍ ທີ່ຈະຄາດຫວັງໃຫ້ພວກເຈົ້າດຳລົງຊີວິດຕ່າງຈາກລູກໆຄົນອື່ນໆຂອງພຣະອົງ ເພື່ອວ່າພວກເຈົ້າຈະສາມາດນຳພາ ແລະ ຮັບໃຊ້ພວກເຂົາໄດ້ດີຂຶ້ນ? ບໍ່ເລີຍ ເມື່ອພວກເຈົ້າພິຈາລະນາເຖິງພອນຕ່າງໆ—ທັງທາງໂລກ ແລະ ທາງວິນຍານ—ທີ່ພວກເຈົ້າໄດ້ຮັບ.
ສິດກຳເນີດຂອງພວກເຈົ້າໝາຍຄວາມວ່າ ພວກເຈົ້າດີກວ່າຄົນອື່ນບໍ? ບໍ່ເລີຍ, ແຕ່ມັນໝາຍຄວາມວ່າ ພວກເຈົ້າໄດ້ຮັບຄວາມຄາດຫວັງໃຫ້ຊ່ວຍຄົນອື່ນເປັນຄົນທີ່ດີຂຶ້ນ. ສິດກຳເນີດຂອງພວກເຈົ້າໝາຍຄວາມວ່າ ພວກເຈົ້າໄດ້ຖືກເລືອກບໍ? ແມ່ນແລ້ວ, ແຕ່ບໍ່ໄດ້ຖືກເລືອກເພື່ອປົກຄອງຄົນອື່ນ; ພວກເຈົ້າໄດ້ຖືກເລືອກເພື່ອຮັບໃຊ້ພວກເຂົາ. ສິດກຳເນີດຂອງພວກເຈົ້າເປັນຫລັກຖານເຖິງຄວາມຮັກຂອງພຣະເຈົ້າບໍ? ແມ່ນແລ້ວ, ແຕ່ທີ່ສຳຄັນກວ່ານັ້ນ, ມັນເປັນຫລັກຖານເຖິງຄວາມໄວ້ວາງພຣະໄທຂອງພຣະອົງ.
ການໄດ້ຮັບຄວາມຮັກເປັນເລື່ອງໜຶ່ງ ແລະ ການໄດ້ຮັບຄວາມໄວ້ວາງໃຈກໍເປັນອີກເລື່ອງໜຶ່ງ. ໃນຄູ່ມື ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ເຮົາອ່ານວ່າ: “ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຈົ້າໄວ້ວາງພຣະໄທໃນຕົວເຈົ້າ. ພຣະອົງໄດ້ປະທານພອນອັນຍິ່ງໃຫຍ່ໃຫ້ແກ່ເຈົ້າ, ລວມທັງຄວາມສົມບູນແຫ່ງພຣະກິດຕິຄຸນ ແລະ ພິທີການ ແລະ ພັນທະສັນຍາອັນສັກສິດ ທີ່ຜູກມັດເຈົ້າໄວ້ກັບພຣະອົງ ແລະ ນຳອຳນາດຂອງພຣະອົງມາສູ່ຊີວິດຂອງເຈົ້າ. ພອນເຫລົ່ານັ້ນມາພ້ອມກັບໜ້າທີ່ຮັບຜິດຊອບທີ່ເພີ່ມຂຶ້ນ. ພຣະອົງຮູ້ວ່າ ເຈົ້າສາມາດສ້າງຄວາມແຕກຕ່າງຢູ່ໃນໂລກໄດ້, ແລະ ໃນຫລາຍໆກໍລະນີ, ນັ້ນຮຽກຮ້ອງໃຫ້ເຈົ້າແຕກຕ່າງຈາກໂລກ.”
ປະສົບການທາງມະຕະຂອງເຮົາສາມາດປຽບທຽບກັບເຮືອສຳລານທີ່ພຣະເຈົ້າໄດ້ສົ່ງລູກໆຂອງພຣະອົງທັງໝົດໄປ ຂະນະທີ່ພວກເຂົາເດີນທາງຈາກຝັ່ງໜຶ່ງໄປຍັງອີກຝັ່ງໜຶ່ງ. ການເດີນທາງນັ້ນເຕັມໄປດ້ວຍໂອກາດໃນການຮຽນຮູ້, ເຕີບໂຕ, ມີຄວາມສຸກ, ແລະ ກ້າວໜ້າ, ແຕ່ມັນກໍເຕັມໄປດ້ວຍອັນຕະລາຍເຊັ່ນກັນ. ພຣະເຈົ້າຮັກລູກໆຂອງພຣະອົງທຸກຄົນ ແລະ ເປັນຫ່ວງກ່ຽວກັບສະຫວັດດີພາບຂອງພວກເຂົາ. ພຣະອົງບໍ່ຢາກສູນເສຍຜູ້ໃດໃນພວກເຂົາ, ສະນັ້ນ ພຣະອົງຈຶ່ງເຊື້ອເຊີນຜູ້ທີ່ເຕັມໃຈ ໃຫ້ເຂົ້າມາເປັນສະມາຊິກລູກເຮືອຂອງພຣະອົງ—ນັ້ນກໍຄືພວກເຈົ້າ. ຍ້ອນການເລືອກຂອງພວກເຈົ້າທີ່ຈະເຮັດ ແລະ ຮັກສາພັນທະສັນຍາ, ພຣະອົງຈຶ່ງມອບຄວາມໄວ້ວາງພຣະໄທຂອງພຣະອົງໃຫ້ກັບພວກເຈົ້າ. ພຣະອົງໄວ້ວາງພຣະໄທພວກເຈົ້າໃຫ້ເປັນຄົນແຕກຕ່າງ, ແປກ, ແລະ ໂດດເດັ່ນ ຍ້ອນວຽກງານທີ່ສຳຄັນທີ່ພຣະອົງໄວ້ວາງພຣະໄທໃຫ້ພວກເຈົ້າເຮັດ.
ລອງຄິດເບິ່ງ! ພຣະເຈົ້າໄວ້ວາງພຣະໄທພວກເຈົ້າ—ຈາກຄົນທຸກຄົນເທິງແຜ່ນດິນໂລກ, ລູກໆແຫ່ງພັນທະສັນຍາ, ສະມາຊິກລູກເຮືອຂອງພຣະອົງ—ເພື່ອຊ່ວຍວຽກງານຂອງພຣະອົງໃນການນຳເອົາລູກໆຂອງພຣະອົງທັງໝົດກັບບ້ານໄປຫາພຣະອົງຢ່າງປອດໄພ. ບໍ່ແປກໃຈເລີຍທີ່ຄັ້ງໜຶ່ງປະທານບຣິກຳ ຢັງ ໄດ້ກ່າວວ່າ, “ທູດສະຫວັນທຸກອົງໃນສະຫວັນກຳລັງແນມເບິ່ງກຸ່ມຄົນນ້ອຍໆນີ້ຢູ່.”
ເມື່ອພວກເຈົ້າເບິ່ງໄປອ້ອມໆເຮືອສຳລານລຳນີ້ທີ່ເອີ້ນວ່າ ແຜ່ນດິນໂລກ, ພວກເຈົ້າອາດເຫັນຄົນອື່ນກຳລັງນັ່ງຢູ່ຕັ່ງພັກຜ່ອນກິນດື່ມສຳລານ, ຫລິ້ນການພະນັນໃນກາຊິໂນ, ສວມເສື້ອຜ້າທີ່ເປີດແປນຈົນເກີນໄປ, ເລື່ອນຈໍມືຖືໂດຍບໍ່ຢຸດ, ແລະ ເສຍເວລາໄປກັບການຫລິ້ນເກມອີເລັກໂທຣນິກຫລາຍຈົນເກີນໄປ. ແຕ່ແທນທີ່ຈະສົງໄສວ່າ, “ເປັນຫຍັງ ຂ້ອຍ ຈຶ່ງເຮັດແນວນັ້ນບໍ່ໄດ້?,” ພວກເຈົ້າສາມາດຈື່ຈຳໄວ້ວ່າ ພວກເຈົ້າບໍ່ແມ່ນຜູ້ໂດຍສານທຳມະດາ. ພວກເຈົ້າເປັນສະມາຊິກຂອງລູກເຮືອແລ້ວ. ພວກເຈົ້າມີໜ້າທີ່ຮັບຜິດຊອບທີ່ຜູ້ໂດຍສານບໍ່ມີ. ດັ່ງທີ່ ຊິດສະເຕີ ອາເດັດ ແຄັບ ເຄີຍກ່າວຄັ້ງໜຶ່ງວ່າ, “ພວກເຈົ້າຈະເປັນເຈົ້າໜ້າທີ່ຊ່ວຍຊີວິດບໍ່ໄດ້ ຖ້າພວກເຈົ້າເບິ່ງຄືກັນກັບຄົນລອຍນໍ້າຄົນອື່ນໆຢູ່ຊາຍຫາດ.”
ແລະ ກ່ອນທີ່ພວກເຈົ້າຈະຮູ້ສຶກທໍ້ໃຈກັບພາລະໜ້າທີ່ເພີ່ມເຕີມ, ກະລຸນາຈື່ໄວ້ວ່າ ສະມາຊິກລູກເຮືອໄດ້ຮັບບາງສິ່ງທີ່ຜູ້ໂດຍສານຄົນອື່ນໆບໍ່ໄດ້ຮັບ ນັ້ນກໍຄື: ຄ່າຕອບແທນ. ແອວເດີ ນຽວ ແອວ ແອນເດີເຊັນ ໄດ້ກ່າວວ່າ, “ມີພະລັງທາງວິນຍານທີ່ຊົດເຊີຍໃຫ້ສຳລັບຄວາມຊອບທຳ,” ລວມທັງ “ການຮັບຮອງທີ່ຍິ່ງໃຫຍ່ກວ່າ, ການຢືນຢັນທີ່ຍິ່ງໃຫຍ່ກວ່າ, ແລະ ຄວາມໝັ້ນໃຈທີ່ຍິ່ງໃຫຍ່ກວ່າ.” ເຊັ່ນດຽວກັບອັບຣາຮາມໃນສະໄໝບູຮານ, ພວກເຈົ້າໄດ້ຮັບຄວາມສຸກ ແລະ ຄວາມສະຫງົບທີ່ຍິ່ງໃຫຍ່ກວ່າ, ຄວາມຊອບທຳທີ່ຍິ່ງໃຫຍ່ກວ່າ, ແລະ ຄວາມຮູ້ທີ່ຍິ່ງໃຫຍ່ກວ່າ. ຄ່່າຕອບແທນຂອງພວກເຈົ້າບໍ່ແມ່ນພຽງແຕ່ຜາສາດໃນສະຫວັນ ແລະ ຖະໜົນທີ່ປູດ້ວຍຄຳເທົ່ານັ້ນ. ມັນອາດເປັນເລື່ອງງ່າຍສຳລັບພຣະບິດາເທິງສະຫວັນທີ່ຈະໃຫ້ທຸກຢ່າງທີ່ພຣະອົງມີແກ່ພວກເຈົ້າ. ຄວາມປາດຖະໜາຂອງພຣະອົງຄືການຊ່ວຍໃຫ້ພວກເຈົ້າກາຍເປັນທຸກສິ່ງທີ່ພຣະອົງເປັນ. ດັ່ງນັ້ນ, ຂໍ້ຜູກມັດຂອງພວກເຈົ້າຈຶ່ງຮຽກຮ້ອງຈາກພວກເຈົ້າຫລາຍຂຶ້ນ, ເພາະວ່ານັ້ນແມ່ນວິທີທີ່ພຣະເຈົ້າຈະຊ່ວຍໃຫ້ພວກເຈົ້າບັນລຸສັກກະຍະພາບສູງສຸດຂອງພວກເຈົ້າ.
ມັນ “ເປັນການຂໍຫລາຍເກີນໄປສຳລັບໃຜຄົນໜຶ່ງ, ແຕ່ພວກເຈົ້າບໍ່ແມ່ນແຕ່ໃຜຄົນໜຶ່ງເທົ່ານັ້ນ”! ພວກເຈົ້າເປັນຊາວໜຸ່ມແຫ່ງສິດກຳເນີດອັນສູງສົ່ງ. ຄວາມສຳພັນຂອງພວກເຈົ້າກັບພຣະເຈົ້າ ແລະ ພຣະເຢຊູຄຣິດ ເປັນຄວາມສຳພັນແຫ່ງຄວາມໄວ້ວາງໃຈ ຊຶ່ງພວກເຈົ້າສາມາດເຂົ້າເຖິງພຣະຄຸນຂອງພວກພຣະອົງທີ່ຍິ່ງໃຫຍ່ກວ່າ—ຄວາມຊ່ວຍເຫລືອແຫ່ງສະຫວັນ, ກຳລັງແຫ່ງຂອງປະທານສັກສິດ, ແລະ ອຳນາດທີ່ມີລິດທານຸພາບ. ອຳນາດນັ້ນບໍ່ແມ່ນພຽງແຕ່ຄວາມເຊື່ອທີ່ຢູ່ເໜືອເຫດຜົນ, ເຄື່ອງລາງນຳໂຊກ, ຫລື ປະກົດການຄວາມຄາດຫວັງສ້າງຄວາມຈິງເທົ່ານັ້ນ. ມັນມີ ຈິງ.
ເມື່ອພວກເຈົ້າບັນລຸໜ້າທີ່ຮັບຜິດຊອບຂອງສິດກຳເນີດຂອງພວກເຈົ້າ, ພວກເຈົ້າຈະບໍ່ມີວັນໂດດດ່ຽວ. ເຈົ້ານາຍຂອງສວນອະງຸ່ນຈະເຮັດວຽກກັບພວກເຈົ້າ. ພວກເຈົ້າກຳລັງເຮັດວຽກຄຽງຄູ່ກັບພຣະເຢຊູຄຣິດ. ດ້ວຍແຕ່ລະພັນທະສັນຍາໃໝ່—ແລະ ຂະນະທີ່ຄວາມສຳພັນຂອງພວກເຈົ້າກັບພຣະອົງເລິກເຊິ່ງຍິ່ງຂຶ້ນ—ພວກເຈົ້າກັບພຣະອົງກໍຈະຈັບມືກັນແໜ້ນຂຶ້ນເລື້ອຍໆຈົນກວ່າຈະກຳມືກັນຢ່າງແໜ້ນແຟ້ນ. ໃນສັນຍາລັກອັນສັກສິດຂອງພຣະຄຸນຂອງພຣະອົງ, ພວກເຈົ້າຈະພົບທັງຄວາມປາດຖະໜາ ແລະ ກຳລັງ ທີ່ຈະດຳລົງຊີວິດເໝືອນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ດຳລົງຊີວິດ—ຕ່າງຈາກໂລກ. ພວກເຈົ້າສາມາດເຮັດໄດ້ເພາະພຣະເຢຊູຄຣິດໜຸນຫລັງພວກເຈົ້າຢູ່!
ໃນ 2 ນີໄຟ 2:6 ເຮົາອ່ານວ່າ, “ດັ່ງນັ້ນ, ການໄຖ່ຈຶ່ງມາເຖິງໂດຍຜ່ານທາງພຣະເມຊີອາຜູ້ບໍລິສຸດ; ເພາະພຣະອົງເຕັມໄປດ້ວຍພຣະຄຸນ ແລະ ຄວາມຈິງ.” ເພາະພຣະອົງເຕັມໄປດ້ວຍຄວາມຈິງ, ພຣະອົງຈຶ່ງເຫັນພວກເຈົ້າໃນແບບທີ່ພວກເຈົ້າເປັນແທ້ໆ—ຂໍ້ບົກພ່ອງ, ຄວາມອ່ອນແອ, ຄວາມກິນແໜງ, ແລະ ທຸກຢ່າງ. ເພາະພຣະອົງເຕັມໄປດ້ວຍພຣະຄຸນ, ພຣະອົງຈຶ່ງເຫັນພວກເຈົ້າໃນແບບທີ່ພວກເຈົ້າສາມາດເປັນໄດ້ແທ້ໆ. ພຣະອົງພົບພວກເຈົ້າໃນບ່ອນທີ່ພວກເຈົ້າຢູ່ ແລະ ຊ່ວຍພວກເຈົ້າກັບໃຈ ແລະ ປັບປຸງ, ເອົາຊະນະ ແລະ ກາຍເປັນ.
“ໂອ ຊາວໜຸ່ມແຫ່ງສິດກຳເນີດອັນສູງສົ່ງ, ເດີນຕໍ່ໄປ, ເດີນຕໍ່ໄປ, ເດີນຕໍ່ໄປ!” ຂ້າພະເຈົ້າເປັນພະຍານວ່າ ພວກເຈົ້າໄດ້ຮັບຄວາມຮັກ—ແລະ ພວກເຈົ້າໄດ້ຮັບຄວາມໄວ້ວາງໃຈ—ໃນມື້ນີ້, ໃນອີກ 20 ປີ, ແລະ ຕະຫລອດໄປ. ຢ່າຂາຍສິດກຳເນີດຂອງພວກເຈົ້າເພື່ອແລກກັບແກງໝາກຖົ່ວ. ຢ່າແລກທຸກສິ່ງກັບສິ່ງທີ່ເປົ່າວ່າງ. ຢ່າປ່ອຍໃຫ້ໂລກປ່ຽນພວກເຈົ້າ ເມື່ອພວກເຈົ້າໄດ້ເກີດມາເພື່ອປ່ຽນໂລກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.