“ນີ້ຄືພຣະກິດຕິຄຸນຂອງເຮົາ”—“ນີ້ຄືສາດສະໜາຈັກຂອງເຮົາ”
ນີ້ຄືພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ນີ້ຄືສາດສະໜາຈັກຂອງພຣະອົງ (ເບິ່ງ 3 ນີໄຟ 27:21; ໂມໄຊຢາ 26:22; 27:13). ການປະສົມສອງຢ່າງເຂົ້າກັນນັ້ນແມ່ນມີພະລັງ ແລະ ສ້າງການປ່ຽນແປງໄດ້.
ຫລາຍສັດຕະວັດມາແລ້ວ, ຜົງສີດຳເປັນລະເບີດທີ່ມີພະລັງທີ່ສຸດທີ່ມີຢູ່. ມັນສາມາດໃຊ້ຍິງລູກປືນໃຫຍ່, ແຕ່ມັນບໍ່ມີປະສິດທິພາບສຳລັບໂຄງການຂຸດຄົ້ນບໍ່ແຮ່ ແລະ ການກໍ່ສ້າງຖະໜົນຫົນທາງສ່ວນຫລາຍ. ມັນອ່ອນແອເກີນໄປທີ່ຈະເຮັດໃຫ້ໂງ່ນຫີນແຕກ.
ໃນປີ 1846 ນັກເຄມີຊາວອີຕາລີຊື່ ອາສ໌ການິໂອ ໂຊເບຣໂຣ ໄດ້ຜະລິດລະເບີດໃໝ່, ໄນໂຕກີເຊີຣິນ. ນ້ຳມັນນີ້ມີພະລັງຫລາຍກວ່າຜົງສີດຳຢ່າງໜ້ອຍພັນເທົ່າ. ມັນສາມາດເຮັດໃຫ້ຫີນແຕກກະຈາຍໄດ້ຢ່າງງ່າຍດາຍ. ໜ້າເສຍດາຍທີ່, ໄນໂຕກີເຊີຣິນບໍ່ໝັ້ນຄົງ. ຖ້າທ່ານຖິ້ມມັນລົງມາຈາກຄວາມສູງພຽງເລັກນ້ອຍ, ມັນກໍຈະລະເບີດ. ຖ້າມັນຮ້ອນເກີນໄປ, ມັນກໍຈະລະເບີດ. ຖ້າມັນເຢັນເກີນໄປ, ມັນກໍຈະລະເບີດ. ເຖິງແມ່ນວ່າຖືກວາງໄວ້ໃນຫ້ອງເຢັນ, ມືດ ແລະ ປະໄວ້ຕາມລຳພັງ, ໃນທີ່ສຸດມັນກໍຈະລະເບີດ. ປະເທດສ່ວນໃຫຍ່ຫ້າມການຂົນສົ່ງ, ແລະ ຫລາຍປະເທດກໍຫ້າມການຜະລິດ.
ໃນປີ 1860 ນັກວິທະຍາສາດຊາວສະວີເດັນຊື່ ອາເຟຣດ ໂນໂບ ໄດ້ເລີ່ມພະຍາຍາມເຮັດໃຫ້ໄນໂຕກີເຊີຣິນໝັ້ນຄົງ. ຫລັງຈາກເຈັດປີຂອງການທົດລອງ, ລາວໄດ້ບັນລຸເປົ້າໝາຍ ໂດຍການດູດຊຶມໄນໂຕກີເຊີຣິນເຂົ້າໄປໃນສານທີ່ເກືອບໄຮ້ຄ່າ ຊຶ່ງເອີ້ນວ່າ ດິນເບົາ, ຫລື ຄີເຊເກີ. ຄີເຊເກີເປັນຫີນທີ່ມີຮູນ້ອຍໆ ທີ່ສາມາດແຕກເປັນຜົງລະອຽດໄດ້. ເມື່ອປະສົມເຂົ້າກັບໄນໂຕກີເຊີຣິນ, ຄີເຊເກີຈະດູດເອົາໄນໂຕກີເຊີຣິນ, ແລະ ຜົນທີ່ໄດ້ຮັບສາມາດແປງຮູບເປັນ “ບັ້ງ.” ໃນຮູບແບບນີ້, ໄນໂຕກີເຊີຣິນມີຄວາມໝັ້ນຄົງຫລາຍກວ່າ. ສາມາດເກັບຮັກສາໄວ້, ຂົນສົ່ງ, ແລະ ໃຊ້ງານໄດ້ຢ່າງປອດໄພ ດ້ວຍພະລັງລະເບີດທີ່ບໍ່ລົດນ້ອຍລົງ. ໂນໂບໄດ້ຕັ້ງຊື່ສ່ວນປະສົມຂອງໄນໂຕກີເຊີຣິນ ແລະ ຄີເຊເກີວ່າ “ດາຍນະໄມ.”
ດາຍນະໄມໄດ້ປ່ຽນແປງໂລກ. ມັນຍັງເຮັດໃຫ້ໂນໂບຮັ່ງມີນຳອີກ. ຖ້າຫາກບໍ່ມີສານເພີ່ມຄວາມໝັ້ນຄົງ, ໄນໂຕກີເຊີຣິນກໍຄົງເປັນພຽງສິ່ງອັນຕະລາຍເກີນກວ່າທີ່ຈະມີຄ່າທາງການຄ້າ, ຕາມທີ່ອາສ໌ການິໂອ ໂຊເບຣໂຣ ຮູ້ຈັກ. ໂດຍຕົວມັນເອງ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວເຖິງຜ່ານມານັ້ນ, ຫີນຄີເຊເກີ, ມີຄ່າພຽງເລັກນ້ອຍ. ແຕ່ການລວມກັນຂອງທັງສອງອົງປະກອບເຮັດໃຫ້ດາຍນະໄມເກີດຄວາມປ່ຽນແປງ ແລະ ມີຄ່າ.
ໃນທາງທີ່ຄ້າຍຄືກັນ, ການປະສົມປະສານພຣະກິດຕິຄຸນຂອງພຣະເຢຊູຄຣິດ ເຂົ້າກັບສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໃຫ້ຜົນປະໂຫຍດທີ່ມີພະລັງ ແລະ ການປ່ຽນແປງແກ່ເຮົາ. ພຣະກິດຕິຄຸນແມ່ນດີພ້ອມ, ແຕ່ສາດສະໜາຈັກທີ່ຖືກມອບໝາຍຈາກສະຫວັນຈຳເປັນຕ້ອງສັ່ງສອນ, ຮັກສາຄວາມບໍລິສຸດ, ແລະ ປະຕິບັດພິທີການສັກສິດຂອງມັນດ້ວຍອຳນາດ ແລະ ສິດອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ.
ໃຫ້ພິຈາລະນາການປະສົມປະສານພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດເຂົ້າກັບສາດສະໜາຈັກຂອງພຣະອົງທີ່ຖືກສະຖາປະນາຂຶ້ນ ໂດຍສາດສະດາແອວມາ ໃນພຣະຄຳພີມໍມອນ. ສາດສະໜາຈັກມີຄວາມຮັບຜິດຊອບໃນການສັ່ງສອນ “ເລື່ອງຂອງການກັບໃຈ ແລະ ມີສັດທາໃນພຣະຜູ້ເປັນເຈົ້າ, ຜູ້ໄດ້ໄຖ່ຜູ້ຄົນຂອງພຣະອົງ.” ໃນການໃຊ້ສິດອຳນາດຂອງພຣະເຈົ້າ, ສາດສະໜາຈັກມີຄວາມຮັບຜິດຊອບໃນການປະຕິບັດພິທີການບັບຕິສະມາ “ໃນພຣະນາມຂອງພຣະຜູ້ເປັນເຈົ້າ, ວ່າຈະເປັນພະຍານ [ໃນການເຂົ້າເຮັດ] ພັນທະສັນຍາກັບພຣະອົງ [ເພື່ອ] ຮັບໃຊ້ພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.” ຜູ້ຄົນທີ່ຮັບບັບຕິສະມາ ໄດ້ຮັບເອົາພຣະນາມຂອງພຣະເຢຊູຄຣິດ, ໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະອົງ, ແລະ ໄດ້ຮັບສັນຍາວ່າຈະມີພະລັງອັນຍິ່ງໃຫຍ່ຜ່ານທາງການຖອກເທພຣະວິນຍານ.
ຜູ້ຄົນໄດ້ແຫ່ກັນໄປທີ່ນ້ຳມໍມອນ ເພື່ອຟັງແອວມາສັ່ງສອນພຣະກິດຕິຄຸນ. ເຖິງແມ່ນວ່າພວກເຂົາຈະນັບຖືນ້ຳເຫລົ່ານັ້ນ ແລະ ປ່າໂດຍຮອບ, ແຕ່ສາດສະໜາຈັກຂອງພຣະຜູ້ເປັນເຈົ້າບໍ່ໄດ້ແມ່ນສະຖານທີ່ ຫລື ອາຄານ, ທັງ ບໍ່ແມ່ນມື້ນີ້. ສາດສະໜາຈັກເປັນພຽງຜູ້ຄົນທຳມະດາສາມັນ, ສານຸສິດຂອງພຣະເຢຊູຄຣິດ, ເຕົ້າໂຮມກັນ ແລະ ຈັດຕັ້ງເປັນໂຄງສ້າງທີ່ຖືກແຕ່ງຕັ້ງຈາກສະຫວັນ ເພື່ອຊ່ວຍພຣະຜູ້ເປັນເຈົ້າບັນລຸຈຸດປະສົງຂອງພຣະອົງ. ສາດສະໜາຈັກເປັນເຄື່ອງມື ຊຶ່ງຜ່ານທາງນັ້ນເຮົາຮຽນຮູ້ບົດບາດສຳຄັນຂອງພຣະເຢຊູຄຣິດ ໃນແຜນຂອງພຣະບິດາເທິງສະຫວັນ. ສາດສະໜາຈັກສະເໜີວິທີທີ່ມີສິດອຳນາດສຳລັບບຸກຄົນທີ່ຈະມີສ່ວນຮ່ວມໃນພິທີການ ແລະ ເຮັດພັນທະສັນຍາທີ່ຍືນຍົງກັບພຣະເຈົ້າ. ການຮັກສາພັນທະສັນຍາເຫລົ່ານັ້ນຊ່ວຍໃຫ້ເຮົາຫຍັບເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ, ໃຫ້ເຮົາເຂົ້າເຖິງອຳນາດຂອງພຣະອົງ, ແລະ ປ່ຽນແປງເຮົາໃຫ້ເປັນຜູ້ທີ່ພຣະອົງປະສົງໃຫ້ເຮົາກາຍເປັນ.
ເຊັ່ນດຽວກັບດາຍນະໄມ ຖ້າປາດສະຈາກໄນໂຕກີເຊີຣິນ ຈະບໍ່ໂດດເດັ່ນຫຍັງເລີຍ, ສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດຈະພິເສດກໍຕໍ່ເມື່ອມັນຖືກສ້າງຂຶ້ນເທິງພຣະກິດຕິຄຸນຂອງພຣະອົງເທົ່ານັ້ນ. ຖ້າປາດສະຈາກພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສິດອຳນາດເພື່ອປະຕິບັດພິທີການໃນນັ້ນ, ສາດສະໜາຈັກຈະບໍ່ພິເສດແນວໃດເລີຍ.
ຖ້າປາດສະຈາກການເພີ່ມຄວາມໝັ້ນຄົງຂອງຄີເຊເກີ, ໄນໂຕກີເຊີຣິນກໍຈະມີຄຸນຄ່າຈຳກັດໃນຖານະລະເບີດ. ດັ່ງທີ່ປະຫວັດສາດໄດ້ສະແດງໃຫ້ເຫັນ, ຖ້າປາດສະຈາກສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະກິດຕິຄຸນຂອງພຣະອົງກໍບໍ່ໝັ້ນຄົງ—ມັກຈະມີການເລື່ອນລອຍທາງຄຳສອນ ແລະ ຂຶ້ນກັບອິດທິພົນຂອງສາດສະໜາ, ວັດທະນະທຳ, ແລະ ປັດຊະຍາທີ່ແຕກຕ່າງກັນ. ຜົນຂອງອິດທິພົນເຫລົ່ານັ້ນໄດ້ຖືກສະແດງໃຫ້ປະຈັກໃນທຸກຍຸກທຸກສະໄໝ ຈົນເຖິງຍຸກສຸດທ້າຍນີ້. ເຖິງແມ່ນພຣະກິດຕິຄຸນໄດ້ຖືກເປີດເຜີຍໃນເບື້ອງຕົ້ນໃນຄວາມບໍລິສຸດຂອງມັນ, ແຕ່ການຕີຄວາມໝາຍ ແລະ ການນຳໃຊ້ພຣະກິດຕິຄຸນນັ້ນຄ່ອຍໆເກີດຂຶ້ນ ໃນຮູບແບບຂອງຄວາມເປັນເໝືອນພຣະເຈົ້າ ທີ່ຂາດພະລັງເພາະບໍ່ມີໂຄງຮ່າງສິດອຳນາດຈາກສະຫວັນ.
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍສາມາດເຂົ້າເຖິງອຳນາດຂອງພຣະເຈົ້າ ເພາະໄດ້ຮັບສິດອຳນາດຈາກພຣະອົງ ເພື່ອທັງໃຫ້ສິດສອນຄຳສອນຂອງພຣະຄຣິດ ແລະ ເພື່ອສະເໜີມອບພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະກິດຕິຄຸນ. ພຣະຜູ້ຊ່ວຍໃຫ້ລອດປາດຖະໜາທີ່ຈະໃຫ້ອະໄພບາບແກ່ເຮົາ, ຊ່ວຍເຮົາໃຫ້ເຂົ້າເຖິງອຳນາດຂອງພຣະອົງ, ແລະ ປ່ຽນແປງເຮົາ. ພຣະອົງໄດ້ຮັບທຸກທໍລະມານເພື່ອບາບຂອງເຮົາ ແລະ ປາດຖະໜາທີ່ຈະໃຫ້ອະໄພເຮົາຈາກການລົງໂທດທີ່ເຮົາສົມຄວນໄດ້ຮັບ. ພຣະອົງຕ້ອງການໃຫ້ເຮົາກາຍເປັນຜູ້ບໍລິສຸດ ແລະ ສົມບູນແບບໃນພຣະອົງ.
ພຣະເຢຊູຄຣິດມີອຳນາດທີ່ຈະເຮັດສິ່ງນີ້. ພຣະອົງບໍ່ພຽງແຕ່ເຫັນອົກເຫັນໃຈກັບຄວາມບໍ່ສົມບູນແບບຂອງເຮົາ ແລະ ອາໄລກັບການກ່າວໂທດນິລັນດອນຂອງເຮົາ ອັນເປັນຜົນຈາກບາບຂອງເຮົາ. ບໍ່, ພຣະອົງໄດ້ກະທຳຫລາຍກວ່ານັ້ນ, ຫລາຍກວ່ານັ້ນຢ່າງບໍ່ມີທີ່ສິ້ນສຸດ, ແລະ ໄດ້ຟື້ນຟູສາດສະໜາຈັກຂອງພຣະອົງ ເພື່ອໃຫ້ສາມາດເຂົ້າເຖິງອຳນາດຂອງພຣະອົງ.
ແກ່ນແທ້ຂອງພຣະກິດຕິຄຸນທີ່ສາດສະໜາຈັກສິດສອນຄື ພຣະເຢຊູຄຣິດໄດ້ແບກ “ຄວາມທຸກທີ່ເປັນຂອງພວກເຮົາ.” ພຣະອົງໄດ້ “ວາງຄວາມຊົ່ວຮ້າຍທັງໝົດຂອງພວກເຮົາໄວ້ກັບພຣະອົງ.” ພຣະອົງ “ໄດ້ອົດທົນຕໍ່ໄມ້ກາງແຂນ,” ເຮັດໃຫ້ “ສາຍຮັດແຫ່ງຄວາມຕາຍ,” ຂາດອອກ “ໄດ້ສະເດັດຂຶ້ນໄປສະຫວັນ, ແລະ … ປະທັບຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ເພື່ອຮຽກຮ້ອງສິດແຫ່ງຄວາມເມດຕາຈາກພຣະບິດາ.” ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດທັງໝົດນີ້ ເພາະພຣະອົງຮັກພຣະບິດາຂອງພຣະອົງ ແລະ ພຣະອົງຮັກເຮົາ. ພຣະອົງໄດ້ຈ່າຍຄ່າອັນບໍ່ມີສິ້ນສຸດແລ້ວ ເພື່ອວ່າພຣະອົງຈະສາມາດ “[ທວງເອົາ] ຄົນທັງປວງທີ່ມີສັດທາໃນພຣະອົງ [ແລະ ໄກ່ເກ່ຍ]” ແທນພວກເຂົາ—ແທນເຮົາ. ພຣະເຢຊູຄຣິດບໍ່ຕ້ອງການຫຍັງຫລາຍໄປກວ່າໃຫ້ເຮົາກັບໃຈ ແລະ ມາຫາພຣະອົງ ເພື່ອວ່າພຣະອົງຈະສາມາດຮັບຮອງ ແລະ ຊຳລະເຮົາໃຫ້ບໍລິສຸດ. ໃນຄວາມປາດຖະໜານີ້, ພຣະອົງບໍ່ຢຸດຢັ້ງ ແລະ ບໍ່ຫວັ່ນໄຫວ.
ການເຂົ້າເຖິງອຳນາດແຫ່ງພັນທະສັນຍາຂອງພຣະເຈົ້າ ແລະ ຄວາມຮັກແຫ່ງພັນທະສັນຍາຂອງພຣະອົງແມ່ນຜ່ານທາງສາດສະໜາຈັກຂອງພຣະອົງ. ການປະສົມປະສານພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດເຂົ້າກັບສາດສະໜາຈັກຂອງພຣະອົງ ໄດ້ປ່ຽນແປງຊີວິດຂອງເຮົາ. ມັນໄດ້ປ່ຽນແປງພໍ່ຕູ້ແມ່ຕູ້ຂອງຂ້າພະເຈົ້າ. ພໍ່ຕູ້ຂອງຂ້າພະເຈົ້າ ອົດສະກາ ແອນເດີສັນ ໄດ້ເຮັດວຽກຢູ່ທ່າເຮືອຢູ່ເກາະ ເຮີກມາເຊີ, ຊຶ່ງເປັນເກາະໜຶ່ງໃນໝູ່ເກາະ ສະຕອກໂຮມ. ພັນລະຍາຂອງເພິ່ນ, ອານເບີທິນາ, ແລະ ລູກຂອງພວກເພິ່ນໄດ້ອາໄສຢູ່ແຜ່ນດິນໃຫຍ່ຂອງສະວີເດັນ. ໃນທຸກໆສອງອາທິດ, ໃນວັນເສົາ, ພໍ່ຕູ້ອົດສະກາໄດ້ພາຍເຮືອກັບບ້ານໃນທ້າຍອາທິດ ກ່ອນຈະກັບໄປທີ່ເກາະ ເຮີກມາເຊີ ໃນແລງວັນອາທິດ. ມື້ໜຶ່ງ, ຂະນະທີ່ຢູ່ເກາະ ເຮີກມາເຊີ, ເພິ່ນໄດ້ຍິນຜູ້ສອນສາດສະໜາຄົນອາເມຣິກາສອງຄົນກຳລັງສັ່ງສອນພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ. ພໍ່ຕູ້ອົດສະກາຮູ້ສຶກວ່າສິ່ງທີ່ເພິ່ນໄດ້ຍິນເປັນຄວາມຈິງ, ແລະ ເພິ່ນເຕັມໄປດ້ວຍຄວາມຊື່ນຊົມທີ່ບໍ່ສາມາດເວົ້າໄດ້.
ເມື່ອເພິ່ນກັບບ້ານເທື່ອຕໍ່ໄປ, ພໍ່ຕູ້ອົດສະກາໄດ້ບອກແມ່ຕູ້ອານເບີທິນາທັງໝົດຢ່າງກະຕືລືລົ້ນ ກ່ຽວກັບຜູ້ສອນສາດສະໜາ. ເພິ່ນໄດ້ອະທິບາຍວ່າເພິ່ນເຊື່ອສິ່ງທີ່ເຂົາເຈົ້າໄດ້ສິດສອນ. ເພິ່ນໄດ້ຂໍໃຫ້ລາວອ່ານແຜ່ນພັບທີ່ເຂົາເຈົ້າໄດ້ມອບໃຫ້ເພິ່ນ; ແລະ ເພິ່ນໄດ້ບອກລາວວ່າ ເພິ່ນບໍ່ຄິດວ່າລູກໃນອະນາຄົດຂອງພວກເພິ່ນຄວນຮັບບັບຕິສະມາຕອນຍັງເປັນທາລົກ. ແມ່ຕູ້ອານເບີທິນາໄດ້ໃຈຮ້າຍ ແລະ ໄດ້ໂຍນແຜ່ນພັບນັ້ນລົງກອງຂີ້ເຫຍື້ອ. ບໍ່ມີການເວົ້າລົມກັນຫຍັງຫລາຍ ກ່ອນທີ່ພໍ່ຕູ້ອົດສະກາຈະກັບຄືນໄປເຮັດວຽກໃນແລງວັນອາທິດ.
ທັນທີທີ່ເພິ່ນຈາກໄປ, ແມ່ຕູ້ອານເບີທິນາໄດ້ໄປເກັບເອົາແຜ່ນພັບເຫລົ່ານັ້ນ. ລາວໄດ້ປຽບທຽບຄຳສອນໃນນັ້ນກັບຄຳສອນໃນພຣະຄຣິສຕະທຳຄຳພີທີ່ເກົ່າແກ່ຂອງລາວ. ລາວປະຫລາດໃຈທີ່ຮູ້ສຶກວ່າສິ່ງທີ່ລາວໄດ້ອ່ານເປັນຄວາມຈິງ. ຄັ້ງຕໍ່ໄປທີ່ພໍ່ຕູ້ອົດສະກາກັບບ້ານ, ເພິ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ເຊັ່ນດຽວກັບພຣະຄຳພີມໍມອນທີ່ເພິ່ນເອົາມານຳ. ແມ່ຕູ້ອານເບີທິນາໄດ້ອ່ານຢ່າງກະຕືລືລົ້ນ, ໂດຍປຽບທຽບຄຳສອນກັບຄຳສອນໃນພຣະຄຣິສຕະທຳຄຳພີຂອງລາວ. ເຊັ່ນດຽວກັບພໍ່ຕູ້ອົດສະກາ, ລາວໄດ້ຮັບຮູ້ຄວາມຈິງທີ່ບໍລິສຸດ ແລະ ເຕັມໄປດ້ວຍຄວາມຊື່ນຊົມທີ່ບໍ່ສາມາດເວົ້າໄດ້.
ພໍ່ຕູ້ອົດສະກາ, ແມ່ຕູ້ອານເບີທິນາ, ແລະ ລູກໆຂອງພວກເພິ່ນໄດ້ຍ້າຍໄປຢູ່ເກາະ ເຮີກມາເຊີ ເພື່ອຈະໄດ້ຢູ່ໃກ້ສະມາຊິກຂອງສາດສະໜາຈັກຈຳນວນໜ້ອຍໜຶ່ງທີ່ຢູ່ເກາະນັ້ນ. ໜຶ່ງອາທິດຫລັງຈາກທີ່ພໍ່ຕູ້ອົດສະກາ ແລະ ແມ່ຕູ້ອານເບີທິນາໄດ້ຮັບບັບຕິສະມາ ໃນປີ 1916, ພໍ່ຕູ້ອົດສະກາໄດ້ຖືກເອີ້ນໃຫ້ເປັນຜູ້ນຳກຸ່ມຢູ່ໃນເກາະ ເຮີກມາເຊີ. ເຊັ່ນດຽວກັບຜູ້ປ່ຽນໃຈເຫລື້ອມໃສຫລາຍຄົນ, ພໍ່ຕູ້ອົດສະກາ ແລະ ແມ່ຕູ້ອານເບີທິນາໄດ້ປະເຊີນກັບຄຳວິພາກວິຈານ ເພາະສາດສະໜາໃໝ່ຂອງພວກເພິ່ນ. ຊາວກະສິກອນໃນທ້ອງຖິ່ນປະຕິເສດບໍ່ຂາຍນ້ຳນົມໃຫ້ພວກເພິ່ນ, ສະນັ້ນພໍ່ຕູ້ອົດສະກາຈຶ່ງໄດ້ພາຍເຮືອຜ່ານຊ່ອງແຄບທຸກໆມື້ເພື່ອຊື້ນ້ຳນົມຈາກຊາວກະສິກອນຄົນໃໝ່ທີ່ໂຍະຍານກວ່າ.
ແຕ່ໃນຊຸມປີຕໍ່ໆມາ, ສະມາຊິກກະພາບໃນສາດສະໜາຈັກຢູ່ເກາະ ເຮີກມາເຊີ ໄດ້ມີເພີ່ມຫລາຍຂຶ້ນ, ສ່ວນໜຶ່ງເປັນເພາະປະຈັກພະຍານອັນມີພະລັງຂອງແມ່ຕູ້ອານເບີທິນາ ແລະ ຄວາມກະຕືລືລົ້ນຂອງຜູ້ສອນສາດສະໜາ. ເມື່ອກຸ່ມກາຍເປັນສາຂາ, ພໍ່ຕູ້ອົດສະກາໄດ້ຖືກເອີ້ນໃຫ້ເປັນປະທານສາຂາ.
ສະມາຊິກໃນສາຂາ ເຮີກມາເຊີ ນັ້ນ ເຄົາລົບນັບຖືເກາະນັ້ນ. ນີ້ຄືນ້ຳມໍມອນຂອງເຂົາເຈົ້າ. ນີ້ຄືຈຸດທີ່ເຂົາເຈົ້າໄດ້ມາຮູ້ຈັກພຣະຜູ້ໄຖ່ຂອງເຂົາເຈົ້າ.
ຕະຫລອດຫລາຍປີທີ່ຜ່ານມາ, ຂະນະທີ່ພວກເພິ່ນຮັກສາພັນທະສັນຍາແຫ່ງການບັບຕິສະມາຂອງພວກເພິ່ນ, ພໍ່ຕູ້ອົດສະກາ ແລະ ແມ່ຕູ້ອານເບີທິນາກໍໄດ້ຮັບການປ່ຽນແປງໂດຍອຳນາດຂອງພຣະເຢຊູຄຣິດ. ພວກເພິ່ນປາດຖະໜາທີ່ຈະເຮັດພັນທະສັນຍາເພີ່ມເຕີມ ແລະ ຮັບເອົາພອນພຣະວິຫານຂອງພວກເພິ່ນ. ເພື່ອຈະໄດ້ຮັບພອນເຫລົ່ານັ້ນ, ພວກເພິ່ນໄດ້ຍົກຍ້າຍຈາກບ້ານໃນສະວີເດັນ ໄປເມືອງເຊົາເລັກຢ່າງຖາວອນ ໃນປີ 1949. ພໍ່ຕູ້ອົດສະກາໄດ້ຮັບໃຊ້ເປັນຜູ້ນຳສະມາຊິກຢູ່ເກາະ ເຮີກມາເຊີ ເປັນເວລາ 33 ປີ.
ການປະສົມປະສານໄນໂຕກີເຊີຣິນເຂົ້າກັບຄີເຊເກີ ເຮັດໃຫ້ດາຍນະໄມມີຄຸນຄ່າ; ການປະສົມປະສານພຣະກິດຕິຄຸນຂອງພຣະເຢຊູຄຣິດເຂົ້າກັບສາດສະໜາຈັກຂອງພຣະອົງນັ້ນມີມູນຄ່າເໜືອສິ່ງອື່ນໃດ. ພໍ່ຕູ້ອົດສະກາ ແລະ ແມ່ຕູ້ອານເບີທິນາໄດ້ຍິນກ່ຽວກັບພຣະກິດຕິຄຸນທີ່ຖືກຟື້ນຟູ ເພາະສາດສະດາຂອງພຣະເຈົ້າໄດ້ເອີ້ນ, ມອບໝາຍ, ແລະ ສົ່ງຜູ້ສອນສາດສະໜາໄປສະວີເດັນ. ໂດຍການມອບໝາຍຈາກສະຫວັນ, ຜູ້ສອນສາດສະໜາໄດ້ສິດສອນຄຳສອນຂອງພຣະຄຣິດ ແລະ ໂດຍສິດອຳນາດຂອງຖານະປະໂລຫິດ ໄດ້ໃຫ້ບັບຕິສະມາແກ່ພໍ່ຕູ້ອົດສະກາ ແລະ ແມ່ຕູ້ອານເບີທິນາ. ໃນຖານະສະມາຊິກ, ພໍ່ຕູ້ອົດສະກາ ແລະ ແມ່ຕູ້ອານເບີທິນາໄດ້ສືບຕໍ່ຮຽນຮູ້, ພັດທະນາ, ແລະ ຮັບໃຊ້ຄົນອື່ນ. ພວກເພິ່ນກາຍເປັນໄພ່ພົນຍຸກສຸດທ້າຍທີ່ຮັກສາພັນທະສັນຍາທີ່ພວກເພິ່ນໄດ້ເຮັດ.
ພຣະຜູ້ຊ່ວຍໃຫ້ລອດອ້າງເຖິງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍວ່າເປັນ “ສາດສະໜາຈັກຂອງເຮົາ” ເພາະພຣະອົງໄດ້ມອບໝາຍໃຫ້ສາດສະໜາຈັກບັນລຸຈຸດປະສົງຂອງພຣະອົງ—ສັ່ງສອນພຣະກິດຕິຄຸນຂອງພຣະອົງ, ສະເໜີມອບພິທີການ ແລະ ພັນທະສັນຍາຂອງພຣະອົງ, ແລະ ຈຶ່ງເຮັດໃຫ້ເປັນໄປໄດ້ສຳລັບອຳນາດຂອງພຣະອົງທີ່ຈະຮັບຮອງ ແລະ ຊຳລະເຮົາໃຫ້ບໍລິສຸດ. ຖ້າຫາກປາດສະຈາກສາດສະໜາຈັກ, ຈະບໍ່ມີສິດອຳນາດ, ບໍ່ມີການສັ່ງສອນຄວາມຈິງທີ່ເປີດເຜີຍໃນພຣະນາມຂອງພຣະອົງ, ບໍ່ມີພິທີການ ຫລື ພັນທະສັນຍາ, ບໍ່ມີການສະແດງໃຫ້ປະຈັກຂອງອຳນາດແຫ່ງຄວາມເປັນພຣະເຈົ້າ, ບໍ່ມີການປ່ຽນແປງເປັນສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຮົາກາຍເປັນ, ແລະ ແຜນຂອງພຣະເຈົ້າສຳລັບລູກໆຂອງພຣະອົງຈະຖືວ່າບໍ່ສຳຄັນ. ສາດສະໜາຈັກໃນຍຸກນີ້ເປັນສິ່ງຈຳເປັນໃນແຜນຂອງພຣະອົງ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມອບຕົວຕໍ່ພຣະຜູ້ຊ່ວຍໃຫ້ລອດ, ຕໍ່ພຣະກິດຕິຄຸນຂອງພຣະອົງ, ແລະ ຕໍ່ສາດສະໜາຈັກຂອງພຣະອົງຢ່າງເຕັມທີ່. ເມື່ອທ່ານເຮັດເຊັ່ນນັ້ນ, ທ່ານຈະພົບວ່າການປະສົມປະສານພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດເຂົ້າກັບສາດສະໜາຈັກຂອງພຣະອົງ ຈະນຳພະລັງມາສູ່ຊີວິດຂອງທ່ານ. ພະລັງນີ້ຍິ່ງໃຫຍ່ກວ່າດາຍນະໄມ. ມັນຈະທຳລາຍຫີນທີ່ຂວາງທາງທ່ານ, ປ່ຽນທ່ານໃຫ້ເປັນຜູ້ສືບທອດໃນອານາຈັກຂອງພຣະເຈົ້າ. ແລະ ທ່ານຈະ “ເຕັມໄປດ້ວຍຄວາມສຸກຈົນບໍ່ອາດຈະພັນລະນາໄດ້ ແລະ ເຕັມໄປດ້ວຍລັດສະໝີພາບ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.