ບຸລຸດຜູ້ຕິດຕໍ່ພຣະເຢໂຮວາ
ໂຈເຊັບ ສະມິດ ໄດ້ຮັບ “ພອນໄດ້ເປີດສະໄໝການປະທານສຸດທ້າຍ,” ແລະ ເຮົາໄດ້ຮັບພອນທີ່ເພິ່ນໄດ້ກະທຳເຊັ່ນນັ້ນ.
ຈຸດປະສົງຂອງຂ້າພະເຈົ້າໃນມື້ນີ້ ແລະ ຕະຫລອດມາຄືເປັນພະຍານເຖິງພຣະເຢຊູຄຣິດ, ວ່າພຣະອົງເປັນພຣະບຸດຂອງພຣະເຈົ້າ, ພຣະຜູ້ສ້າງ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ພຣະຜູ້ປົດປ່ອຍ ແລະ ພຣະຜູ້ໄຖ່ຂອງເຮົາ. ເພາະວ່າ “ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ,” ມື້ນີ້ຂ້າພະເຈົ້າຂໍແບ່ງປັນຄວາມຮູ້ ແລະ ປະຈັກພະຍານຂອງຂ້າພະເຈົ້າເຖິງພຣະຜູ້ຊ່ວຍໃຫ້ລອດ ຍ້ອນວ່າມັນໄດ້ຮັບການເສີມສ້າງຄວາມແຂງແກ່ນ ແລະ ເລິກເຊິ່ງໂດຍຊີວິດ ແລະ ຄຳສອນຂອງອັກຄະສາວົກ ແລະ ສາດສະດາຄົນໜຶ່ງທີ່ສຳຄັນ.
ຈຸດເລີ່ມຕົ້ນແຫ່ງປັນຍາ
ເຊົ້າມື້ໜຶ່ງທີ່ສວຍງາມ ແລະ ອາກາດແຈ່ມໃສໃນຕົ້ນລະດູໃບໄມ້ປົ່ງຂອງປີ 1820, ໂຈເຊັບ ສະມິດ ອາຍຸ 14 ປີ ໄດ້ເຂົ້າໄປໃນປ່າໃກ້ເຮືອນຂອງຄອບຄົວເພິ່ນ ເພື່ອອະທິຖານກ່ຽວກັບບາບຂອງເພິ່ນ ແລະ ເພື່ອທູນຖາມວ່າຄວນເຂົ້າຮ່ວມສາດສະໜາຈັກໃດ. ການອະທິຖານຢ່າງຈິງໃຈຂອງເພິ່ນ, ຊຶ່ງກ່າວດ້ວຍສັດທາທີ່ບໍ່ຫວັ່ນໄຫວ, ໄດ້ຮັບຄວາມສົນໃຈຈາກພະລັງອັນຍິ່ງໃຫຍ່ທີ່ສຸດໃນຈັກກະວານ, ລວມທັງພຣະບິດາ ແລະ ພຣະບຸດ. ແລະ ມານ. ແຕ່ລະອົງລ້ວນແລ້ວແຕ່ໃຫ້ຄວາມສົນໃຈຫລາຍໃນຄຳອະທິຖານນັ້ນ ແລະ ໃນເດັກຊາຍຄົນນັ້ນ.
ສິ່ງທີ່ເຮົາເອີ້ນກັນໃນປະຈຸບັນວ່າ ພາບທີ່ມາໃຫ້ເຫັນຄັ້ງທຳອິດ ນັ້ນເປັນຈຸດເລີ່ມຕົ້ນຂອງການຟື້ນຟູທຸກສິ່ງໃນຍຸກສຸດທ້າຍນີ້. ແຕ່ສຳລັບໂຈເຊັບ, ປະສົບການຄັ້ງນີ້ເປັນທັງເລື່ອງສ່ວນຕົວ ແລະ ກໍຍັງເປັນການກຽມຕົວໄປພ້ອມກັນ. ສິ່ງທີ່ເພິ່ນຕ້ອງການທັງໝົດກໍຄືການໃຫ້ອະໄພ ແລະ ການຊີ້ນຳ. ພຣະຜູ້ເປັນເຈົ້າໄດ້ປະທານທັງສອງຢ່າງໃຫ້ກັບເພິ່ນ. ຄຳແນະນຳກໍຄື “ບໍ່ຄວນເຂົ້າຮ່ວມ [ສາດສະໜາຈັກ] ໃດເລີຍ” ຄືຄຳສັ່ງ. ຄຳວ່າ, “ບາບທັງໝົດຂອງເຈົ້າໄດ້ຖືກອະໄພໃຫ້ແລ້ວ” ຄືການໄຖ່.
ເຖິງແມ່ນວ່າເຮົາອາດຈະໄດ້ຮຽນຮູ້ຄວາມຈິງທີ່ສວຍງາມຈາກພາບທີ່ມາໃຫ້ເຫັນຄັ້ງທຳອິດນັ້ນ, ບາງທີຂໍ້ຄິດຫລັກທີ່ໂຈເຊັບໄດ້ຮັບກໍຄື, “ຂ້າພະເຈົ້າພົບເຫັນວ່າ ປະຈັກພະຍານຂອງຢາໂກໂບເປັນຄວາມຈິງ—ວ່າຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຄົນນັ້ນທູນຂໍຈາກພຣະເຈົ້າ, ແລະ ຜູ້ຈະຊົງປະທານໃຫ້.”
ດັ່ງທີ່ນັກປາດອາຈານຄົນໜຶ່ງໄດ້ກ່າວໄວ້ວ່າ: “ສາເຫດທີ່ແທ້ຈິງຂອງພາບທີ່ມາໃຫ້ເຫັນຄັ້ງທຳອິດໃນປະຈຸບັນນີ້ ຄືເພື່ອໃຫ້ຮູ້ວ່າ ມັນເປັນທຳມະຊາດຂອງພຣະເຈົ້າທີ່ຈະປະທານໃຫ້ແກ່ຜູ້ທີ່ຂາດສະຕິປັນຍາ. ພຣະເຈົ້າຜູ້ຊົງເປີດເຜີຍພຣະອົງເອງແກ່ໂຈເຊັບ ສະມິດ ໃນປ່າສັກສິດ ກໍຄືພຣະເຈົ້າອົງທີ່ຕອບໄວ້ລຸ້ນໃນເວລາທີ່ຍາກລຳບາກ.”
ປະສົບການຂອງໂຈເຊັບໃນປ່າ ເຮັດໃຫ້ເພິ່ນມີຄວາມໝັ້ນໃຈທີ່ຈະທູນຂໍ ການໃຫ້ອະໄພ ແລະ ການຊີ້ນຳ ຕະຫລອດຊີວິດທີ່ເຫລືອຢູ່ຂອງເພິ່ນ. ປະສົບການຂອງເພິ່ນຍັງເຮັດໃຫ້ ຂ້າພະເຈົ້າ ມີຄວາມໝັ້ນໃຈທີ່ຈະທູນຂໍການໃຫ້ອະໄພ ແລະ ການຊີ້ນຳຕະຫລອດຊີວິດທີ່ເຫລືອຢູ່ຂອງຂ້າພະເຈົ້າເຊັ່ນກັນ.
ການກັບໃຈເປັນປະຈຳ
ໃນວັນທີ 21 ເດືອນກັນຍາ, 1823, ໂຈເຊັບໄດ້ອະທິຖານເພື່ອທູນຂໍການໃຫ້ອະໄພຢ່າງຈິງຈັງ, ໂດຍໝັ້ນໃຈວ່າຍ້ອນປະສົບການໃນປ່າເມື່ອສາມປີກ່ອນ, ສະຫວັນຈະຕອບສະໜອງອີກຄັ້ງ. ແລະ ກໍເປັນດັ່ງນັ້ນ. ພຣະຜູ້ເປັນເຈົ້າໄດ້ສົ່ງທູດ, ໂມໂຣໄນ, ມາເພື່ອແນະນຳໂຈເຊັບ ແລະ ແຈ້ງໃຫ້ເພິ່ນຮູ້ກ່ຽວກັບບັນທຶກບູຮານທີ່ເພິ່ນຈະໄດ້ແປໃນເວລາຕໍ່ມາດ້ວຍຂອງປະທານ ແລະ ອຳນາດຂອງພຣະເຈົ້າ—ພຣະຄຳພີມໍມອນ.
ເປັນເວລາເກືອບ 13 ປີຫລັງຈາກນັ້ນ, ໂຈເຊັບ ແລະ ອໍລີເວີ ຄາວເດີຣີ ໄດ້ຄຸເຂົ່າອະທິຖານຢ່າງຈິງຈັງ ແລະ ງຽບໆໃນພຣະວິຫານເຄີດແລນທີ່ຫາກໍອຸທິດໃໝ່. ເຮົາບໍ່ຮູ້ໄດ້ວ່າພວກເພິ່ນໄດ້ອະທິຖານທູນຂໍຫຍັງແດ່, ແຕ່ຄຳອະທິຖານຂອງພວກເພິ່ນອາດຈະລວມທັງການອ້ອນວອນຂໍໃຫ້ອະໄພນຳດ້ວຍ, ເພາະ, ເມື່ອພວກເພິ່ນລຸກຂຶ້ນ, ພຣະຜູ້ຊ່ວຍໃຫ້ລອດໄດ້ປະກົດຕົວ ແລະ ປະກາດວ່າ, “ຈົ່ງເບິ່ງ, ບາບຂອງພວກເຈົ້າໄດ້ຖືກອະໄພໃຫ້ແລ້ວ, ພວກເຈົ້າສະອາດຢູ່ຕໍ່ໜ້າເຮົາ.”
ໃນເດືອນ ແລະ ປີຜ່ານໄປຫລັງຈາກປະສົບການນີ້, ໂຈເຊັບ ແລະ ອໍລີເວີອາດຈະເຮັດບາບອີກຄັ້ງ. ແລະ ອີກຄັ້ງ. ແຕ່ໃນຂະນະນັ້ນ, ໃນຊ່ວງ ຂະນະນັ້ນ, ເພື່ອຕອບສະໜອງຕໍ່ຄຳອ້ອນວອນຂອງພວກເພິ່ນ ແລະ ເພື່ອການກຽມພ້ອມສຳລັບການຟື້ນຟູຂໍກະແຈຂອງຖານະປະໂລຫິດທີ່ຮຸ່ງໂລດ ທີ່ກຳລັງຈະເກີດຂຶ້ນ, ພຣະເຢຊູຈຶ່ງໄດ້ເຮັດໃຫ້ພວກເພິ່ນບໍ່ມີບາບ.
ການດຳລົງຊີວິດຂອງໂຈເຊັບດ້ວຍການກັບໃຈຢ່າງສະໝ່ຳສະເໝີ ເຮັດໃຫ້ຂ້າພະເຈົ້າໝັ້ນໃຈທີ່ຈະ “ມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ, ເພື່ອ [ຂ້າພະເຈົ້າ] ຈະໄດ້ຮັບພຣະເມດຕາ.” ຂ້າພະເຈົ້າໄດ້ຮຽນຮູ້ແລ້ວວ່າ ພຣະເຢຊູຄຣິດຊົງມີ “ຈິດໃຈທີ່ໃຫ້ອະໄພ.” ບໍ່ແມ່ນພາລະກິດ ຫລື ທຳມະຊາດຂອງພຣະອົງທີ່ຈະກ່າວໂທດ. ພຣະອົງໄດ້ມາເພື່ອຊ່ວຍໃຫ້ລອດ.
ການທູນຖາມພຣະຜູ້ເປັນເຈົ້າ
ໃນຖານະທີ່ເປັນສ່ວນໜຶ່ງແຫ່ງຄຳສັນຍາຂອງພຣະຜູ້ເປັນເຈົ້າທີ່ວ່າ “ທຸກສິ່ງຈະຖືກຕັ້ງຂຶ້ນໃໝ່,” ຜ່ານທາງໂຈເຊັບ ສະມິດ, ໄດ້ນຳພຣະຄຳພີມໍມອນ ແລະ ການເປີດເຜີຍອື່ນໆທີ່ບັນຈຸຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະອົງອອກມາ. ຄວາມຈິງທີ່ສຳຄັນໄດ້ຮັບຄວາມກະຈ່າງແຈ້ງ ແລະ ສົມບູນໃນຕອນທີ່ໂຈເຊັບໄດ້ທູນຖາມພຣະຜູ້ເປັນເຈົ້າຊ້ຳແລ້ວຊ້ຳອີກ. ຄິດກ່ຽວກັບສິ່ງດັ່ງຕໍ່ໄປນີ້:
-
ພຣະບິດາ ແລະ ພຣະບຸດມີພຣະກາຍ “ທີ່ຈັບຕ້ອງໄດ້ຄືກັນກັບມະນຸດ.”
-
ພຣະເຢຊູໄດ້ຮັບເອົາບໍ່ພຽງແຕ່ຄວາມຜິດບາບຂອງເຮົາເທົ່ານັ້ນ ແຕ່ຍັງລວມທັງຄວາມເຈັບປ່ວຍ, ຄວາມທຸກ, ແລະ ຄວາມອ່ອນແອຂອງເຮົາດ້ວຍ.
-
ການຊົດໃຊ້ຂອງພຣະອົງເຈັບປວດຫລາຍຈົນເຮັດໃຫ້ໂລຫິດຂອງພຣະອົງໄຫລອອກມາຈາກທຸກຂຸມຂົນ.
-
ເຮົາໄດ້ຮັບຄວາມລອດໂດຍພຣະຄຸນຂອງພຣະອົງ “ຫລັງຈາກເຮົາເຮັດທຸກຢ່າງໄດ້ແລ້ວ.”
-
ເມື່ອເຮົາມາຫາພຣະຄຣິດ, ພຣະອົງຈະບໍ່ພຽງແຕ່ໃຫ້ອະໄພບາບຂອງເຮົາ, ແຕ່ພຣະອົງຈະປ່ຽນແປງທຳມະຊາດຂອງເຮົານຳອີກ “ຈົນວ່າເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ.”
-
ພຣະຄຣິດຈະບັນຊາໃຫ້ຜູ້ຄົນຂອງພຣະອົງສ້າງພຣະວິຫານສະເໝີ, ບ່ອນທີ່ພຣະອົງຈະສະແດງພຣະອົງເອງແກ່ພວກເຂົາ ແລະ ປະທານອຳນາດຈາກເບື້ອງເທິງໃຫ້ກັບພວກເຂົາ.
ຂ້າພະເຈົ້າເປັນພະຍານວ່າທຸກສິ່ງເຫລົ່ານີ້ເປັນຄວາມຈິງ ແລະ ຈຳເປັນ. ສິ່ງເຫລົ່ານີ້ເປັນພຽງເສດສ້ຽວແຫ່ງຄວາມສົມບູນທີ່ໄດ້ຮັບການຟື້ນຟູ ໂດຍພຣະເຢຊູຄຣິດ ຜ່ານທາງໂຈເຊັບ ສະມິດ ເພື່ອຕອບສະໜອງຕໍ່ຄຳທູນຂໍການຊີ້ນຳທີ່ເກີດຂຶ້ນຊ້ຳໆຂອງໂຈເຊັບ.
ນຳພາອານາຈັກນີ້ໄປຂ້າງໜ້າ
ໃນປີ 1842, ໂຈເຊັບໄດ້ຂຽນເຖິງເລື່ອງລາວທີ່ໜ້າອັດສະຈັນທີ່ເກີດຂຶ້ນໃນຍຸກສຸດທ້າຍນີ້. ເພິ່ນໄດ້ປະກາດວ່າໃນສະໄໝຂອງເຮົາ, “ຖານະປະໂລຫິດແຫ່ງສະຫວັນຈະລວມເປັນໜຶ່ງດຽວກັນກັບຖານະປະໂລຫິດທາງໂລກ, ເພື່ອນຳຈຸດປະສົງອັນຍິ່ງໃຫຍ່ເຫລົ່ານັ້ນມາ; ແລະ ໃນຂະນະທີ່ເຮົາຮວບຮວມກັນເປັນໜຶ່ງດ້ວຍອຸດົມການດຽວ, ຄື ເພື່ອນຳພາອານາຈັກຂອງພຣະເຈົ້າໃຫ້ກ້າວໄປຂ້າງໜ້າ, ຖານະປະໂລຫິດແຫ່ງສະຫວັນຈະບໍ່ຢູ່ນິ້ງນອນເສີຍ.”
ເຖິງເພື່ອນຂອງເພິ່ນ ເບັນຈາມິນ ຈອນສັນ, ໂຈເຊັບໄດ້ເວົ້າວ່າ, “ເບັນຈາມິນ, [ຖ້າວ່າຂ້ອຍຕາຍໄປ] ຂ້ອຍຈະບໍ່ຢູ່ຫ່າງໄກໄປຈາກເຈົ້າ, ແລະ ຖ້າວ່າຢູ່ຟາກມ່ານເບື້ອງນັ້ນ, ຂ້ອຍຈະຍັງເຮັດວຽກຮ່ວມກັບເຈົ້າ, ແລະ ດ້ວຍພະລັງອຳນາດທີ່ເພີ່ມຂຶ້ນຢ່າງຫລວງຫລາຍ, ເພື່ອນຳພາອານາຈັກນີ້ໄປຂ້າງໜ້າ.”
ໃນວັນທີ 27 ເດືອນມິຖຸນາ, 1844, ໂຈເຊັບ ສະມິດ ແລະ ອ້າຍຂອງເພິ່ນ ໄຮຣຳ ໄດ້ຖືກຄາດຕະກຳ. ສົບຂອງໂຈເຊັບໄດ້ຖືກຝັງແລ້ວ, ແຕ່ປະຈັກພະຍານຂອງເພິ່ນຍັງຄົງກ້ອງສະທ້ານໄປທົ່ວໂລກ ແລະ ໃນຈິດວິນຍານຂອງຂ້າພະເຈົ້າ.
“ຂ້າພະເຈົ້າໄດ້ເຫັນພາບນິມິດ, ຂ້າພະເຈົ້າຮູ້, ແລະ ຂ້າພະເຈົ້າຮູ້ວ່າ ພຣະເຈົ້າກໍຮູ້ຄືກັນ, ແລະ ຂ້າພະເຈົ້າປະຕິເສດມັນບໍ່ໄດ້.”
“ຂ້າພະເຈົ້າບໍ່ເຄີຍບອກທ່ານວ່າ ຂ້າພະເຈົ້າດີພ້ອມທຸກຢ່າງ; ແຕ່ບໍ່ມີຄວາມຜິດໃນການເປີດເຜີຍ ຊຶ່ງຂ້າພະເຈົ້າໄດ້ສອນ.”
“ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ, ກ່ຽວກັບພຣະເຢຊູຄຣິດ, ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຟື້ນຄືນມາອີກໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ; ແລະ ທຸກສິ່ງທັງໝົດທີ່ກ່ຽວພັນກັບສາດສະໜາຂອງເຮົາເປັນພຽງສ່ວນປະກອບໃສ່ກັບສິ່ງເຫລົ່ານີ້ເທົ່ານັ້ນ.”
ສິ່ງໃດທີ່ໄດ້ກ່າວເຖິງກ່ຽວກັບໂຢຮັນບັບຕິສະໂຕ ອາດຈະກ່າວລວມທັງໂຈເຊັບສະມິດ ຄືກັນ: “ຊາຍຜູ້ໜຶ່ງໄດ້ຖືກພຣະເຈົ້າສົ່ງມາ, ຜູ້ມີຊື່ວ່າ [ໂຈເຊັບ]. … ເພິ່ນບໍ່ແມ່ນຄວາມສະຫວ່າງນັ້ນ, ແຕ່ໄດ້ຖືກສົ່ງມາເພື່ອເປັນພະຍານເຖິງຄວາມສະຫວ່າງນັ້ນ,” “ເພື່ອວ່າຄົນທັງປວງຈະໄດ້ເຊື່ອຍ້ອນຖ້ອຍຄຳທີ່ເພິ່ນກ່າວນັ້ນ.”
ຂ້າພະເຈົ້າເຊື່ອ. ຂ້າພະເຈົ້າເຊື່ອ ແລະ ແນ່ໃຈວ່າພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າທີ່ຊົງພຣະຊົນຢູ່. ຂ້າພະເຈົ້າເປັນພະຍານວ່າພຣະເຈົ້າທີ່ຊົງພຣະຊົນເປັນພຣະບິດາທີ່ຊົງຮັກຂອງເຮົາ. ຂ້າພະເຈົ້າຮູ້ເລື່ອງນີ້ຍ້ອນວ່າສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, ແລະ ສຽງຂອງຜູ້ຮັບໃຊ້ຂອງພຣະອົງເຊັ່ນກັນ, ອັກຄະສາວົກ ແລະ ສາດສະດາ, ລວມທັງ ແລະ ເລີ່ມຕົ້ນດ້ວຍໂຈເຊັບ ສະມິດ.
ຂ້າພະເຈົ້າເປັນພະຍານວ່າ ໂຈເຊັບ ສະມິດ ໄດ້ເປັນ ແລະ ເປັນສາດສະດາຂອງພຣະເຈົ້າ, ຜູ້ເປັນພະຍານ ແລະ ຜູ້ຮັບໃຊ້ຂອງອົງພຣະເຢຊູຄຣິດເຈົ້າ. ເພິ່ນໄດ້ຮັບ “ພອນໄດ້ເປີດສະໄໝການປະທານສຸດທ້າຍ,” ແລະ ເຮົາໄດ້ຮັບພອນທີ່ເພິ່ນໄດ້ກະທຳເຊັ່ນນັ້ນ.
ພຣະຜູ້ເປັນເຈົ້າໄດ້ບັນຊາອໍລີເວີ ແລະ ເຮົາທຸກຄົນໃຫ້, “ຢືນຄຽງຂ້າງໂຈເຊັບຜູ້ຮັບໃຊ້ຂອງເຮົາ, ຢ່າງຊື່ສັດ.” ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າຢືນຄຽງຂ້າງໂຈເຊັບ ຜູ້ຮັບໃຊ້ຂອງພຣະອົງ ແລະ ການຟື້ນຟູທີ່ເກີດຂຶ້ນຜ່ານທາງເພິ່ນ.
ບັດນີ້ໂຈເຊັບ ສະມິດ ເປັນພາກສ່ວນໜຶ່ງຂອງຖານະປະໂລຫິດແຫ່ງສະຫວັນທີ່ເພິ່ນໄດ້ກ່າວໄວ້. ດັ່ງທີ່ເພິ່ນໄດ້ສັນຍາໄວ້ກັບເພື່ອນຂອງເພິ່ນ, ເພິ່ນຈະບໍ່ຢູ່ຫ່າງໄກໄປຈາກເຮົາ, ແລະ ຢູ່ຟາກມ່ານເບື້ອງນັ້ນ, ເພິ່ນຍັງເຮັດວຽກຮ່ວມກັບເຮົາ, ແລະ ດ້ວຍພະລັງອຳນາດທີ່ເພີ່ມຂຶ້ນຢ່າງຫລວງຫລາຍ, ເພື່ອນຳພາອານາຈັກນີ້ໄປຂ້າງໜ້າ. ດ້ວຍຄວາມຊື່ນຊົມ ແລະ ຄວາມກະຕັນຍູ, ຂ້າພະເຈົ້າເປັ່ງສຽງ “ສັນລະເສີນບຸລຸດຜູ້ຕິດຕໍ່ພຣະເຢໂຮວາ.” ແລະ ເໜືອສິ່ງອື່ນໃດ, ສັນລະເສີນ ພຣະເຢໂຮວາ, ຜູ້ສື່ສານກັບບຸລຸດຜູ້ນັ້ນ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.