ລົມບໍ່ໄດ້ຢຸດພັດເລີຍ
ເຮົາສາມາດຊ່ວຍຄົນອື່ນກ້າວໜ້າໃນການເດີນທາງຂອງເຂົາເຈົ້າ ເພື່ອຈະຮັບເອົາພຣະພອນຂອງພຣະເຈົ້າ.
ໃນປີ 2015, ໃນລັດແພວນຳບູໂກ ປະເທດບຣາຊິນ ສະມາຊິກ 62 ຄົນຈາກສະມາຄົມກົດໝາຍ ເຈ ຣູເບັນ ຄະລາກ ໄດ້ຮ່ວມມືກັບ ຫ້ອງການໄອຍະການຂອງລັດ ໃນການສືບສວນຄວາມທ້າທາຍທາງດ້ານກົດໝາຍ ຂອງຜູ້ອາໄສທີ່ຢູ່ໃນບ້ານພັກຄົນຊະລາສີ່ແຫ່ງທີ່ແຕກຕ່າງກັນ. ເປັນເວລາຫ້າຊົ່ວໂມງໃນວັນເສົາໜຶ່ງ, ທີ່ທະນາຍເຫລົ່ານີ້ໄດ້ສຳພາດຜູ້ອາໄສຫລາຍກວ່າ 200 ຄົນ ເທື່ອລະຄົນ, ແຕ່ລະຄົນກໍຖືກສັງຄົມຫລົງລືມ ຫລື ລະເລີຍ.
ລະຫວ່າງການສຳພາດ, ເຂົາເຈົ້າໄດ້ຄົ້ນພົບເຫັນວ່າ ອາຊະຍາກຳຫລາຍຢ່າງໄດ້ຖືກກະທຳຕໍ່ຜູ້ອາໄສທີ່ສູງອາຍຸ ເຊັ່ນການປະຖິ້ມ, ການທຳຮ້າຍ, ແລະ ການໃຊ້ຈ່າຍເງິນທຶນຜິດ. ອົງປະກອບທີ່ສຳຄັນຂອງສະມາຄົມກົດໝາຍນີ້ແມ່ນໃຫ້ເບິ່ງແຍງຄົນຍາກຈົນ ແລະ ຄົນຂັດສົນ. ພຽງແຕ່ສອງເດືອນຕໍ່ມາ, ໄອຍະການກໍໄດ້ປະກອບການກ່າວຫາຝ່າຍທີ່ຮັບຜິດຊອບຢ່າງສຳເລັດຜົນ.
ຄວາມຊ່ວຍເຫລືອຂອງເຂົາເຈົ້າກໍເປັນຕົວຢ່າງທີ່ດີເລີດເຖິງຄຳສອນຂອງກະສັດເບັນຢາມິນທີ່ວ່າ “ເມື່ອພວກທ່ານຮັບໃຊ້ເພື່ອນມະນຸດດ້ວຍກັນ ພວກທ່ານກໍຮັບໃຊ້ພຣະເຈົ້າຂອງພວກທ່ານນັ້ນເອງ.”
ຜູ້ອາໄສຄົນໜຶ່ງທີ່ຂ້າພະເຈົ້າໄດ້ສຳພາດຢ່າງເປັນສ່ວນຕົວ ລະຫວ່າງໂຄງການ ໂປຣ ໂບໂນ ນັ້ນ ເປັນຜູ້ຍິງທີ່ມີຈິດໃຈດີ ອາຍຸ 93 ປີ ຊື່ ລູເຊຍ. ໂດຍມີຄວາມກະຕັນຍູສຳລັບການຮັບໃຊ້ຂອງພວກເຮົາ, ລາວໄດ້ປະກາດຢ່າງຕະຫລົກວ່າ, “ແຕ່ງງານກັນເນາະ!”
ໂດຍທີ່ຕົກໃຈ, ຂ້າພະເຈົ້າໄດ້ຕອບໄປວ່າ: “ເບິ່ງຍິງສາວຜູ້ສວຍງາມຄົນນັ້ນແມ! ນາງເປັນພັນລະຍາຂອງຂ້ອຍ ແລະ ໄອຍະການຂອງລັດ.”
ລາວໄດ້ຕອບມາໄວໆວ່າ: “ຊິເປັນຫຍັງ? ນາງຍັງສາວ, ຍັງສວຍ, ແລະ ສາມາດແຕ່ງງານໃໝ່ໄດ້ງ່າຍໆ. ຂ້ອຍມີແຕ່ເຈົ້າເທົ່ານັ້ນ!”
ຜູ້ອາໄສທີ່ປະເສີດເຫລົ່ານັ້ນບໍ່ໄດ້ແກ້ໄຂບັນຫາ ທັງໝົດ ຂອງເຂົາເຈົ້າໃນມື້ນັ້ນ. ແນ່ນອນວ່າເຂົາເຈົ້າໄດ້ປະສົບຄວາມຍາກລຳບາກເປັນບາງຄັ້ງບາງຄາວ ຄືກັນກັບຊາວຢາເຣັດ ຢູ່ໃນເຮືອຂອງເຂົາເຈົ້າ ໃນການເດີນທາງທີ່ທ້າທາຍ ໄປສູ່ແຜ່ນດິນແຫ່ງຄຳສັນຍາ, “ຖືກຝັງຢູ່ໃນຄວາມເລິກຂອງທະເລຫລາຍເທື່ອ ຍ້ອນວ່າຟອງນ້ຳຂະໜາດໃຫຍ່ ຊຶ່ງພັດພວກເຂົາ.”
ແຕ່ໃນວັນເສົານັ້ນ, ຜູ້ອາໄສຢູ່ໃນບ້ານພັກຄົນຊະລາໄດ້ຮູ້ ໂດຍບໍ່ຄຳນຶງເຖິງການປິດບັງຊື່ຂອງເຂົາເຈົ້າຢູ່ເທິງໂລກວ່າ, ເຂົາເຈົ້າເປັນທີ່ຮູ້ຈັກຢ່າງເປັນສ່ວນຕົວໂດຍພຣະບິດາເທິງສະຫວັນທີ່ຊົງຮັກ, ຜູ້ຈະຕອບແມ່ນແຕ່ຄຳອະທິຖານທີ່ລຽບງ່າຍທີ່ສຸດ.
ພຣະອາຈານຂອງບັນດາອາຈານໄດ້ກໍ່ໃຫ້ເກີດ “ລົມແຮງ” ເພື່ອຈະພັດຊາວຢາເຣັດໄປສູ່ແຜ່ນດິນແຫ່ງຄຳສັນຍາ. ຄ້າຍຄືກັນນີ້, ເຮົາສາມາດຕັດສິນໃຈໄດ້ ທີ່ຈະຮັບໃຊ້ເປັນລົມທີ່ພັດຄ່ອຍໆໃນພຣະຫັດຂອງພຣະຜູ້ເປັນເຈົ້າ. ດັ່ງທີ່ “ລົມບໍ່ໄດ້ຢຸດພັດ” ຊາວຢາເຣັດໄປສູ່ແຜ່ນດິນແຫ່ງຄຳສັນຍາ, ເຮົາກໍສາມາດຊ່ວຍຄົນອື່ນໃຫ້ກ້າວໜ້າໃນການເດີນທາງຂອງເຂົາເຈົ້າ ເພື່ອຈະໄດ້ຮັບເອົາພອນຂອງພຣະເຈົ້າ.
ເມື່ອຫລາຍປີກ່ອນ, ຕອນຄຣິສ໌, ພັນລະຍາທີ່ຮັກຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຖືກສຳພາດສຳລັບການເອີ້ນຂອງຂ້າພະເຈົ້າໃນຖານະອະທິການ, ປະທານສະເຕກຂອງພວກເຮົາໄດ້ຂໍໃຫ້ຂ້າພະເຈົ້າພິຈາລະນາດ້ວຍການອະທິຖານ ເພື່ອແນະນຳຊື່ຜູ້ທີ່ຈະເປັນທີ່ປຶກສາ. ຫລັງຈາກໄດ້ຍິນຊື່ທີ່ຂ້າພະເຈົ້າໄດ້ແນະນຳ, ເພິ່ນໄດ້ເວົ້າວ່າ ຂ້າພະເຈົ້າຄວນຮູ້ບາງສິ່ງກ່ຽວກັບອ້າຍນ້ອງຄົນໜຶ່ງໃນຈຳນວນນັ້ນ.
ໜຶ່ງ, ອ້າຍນ້ອງຄົນນີ້ອ່ານບໍ່ເປັນ. ສອງ, ລາວບໍ່ມີລົດທີ່ລາວສາມາດຂັບໄປຢ້ຽມຢາມສະມາຊິກໄດ້. ສາມ, ລາວໃສ່ແວ່ນຕາດຳຕະຫລອດເວລາ—ຕະຫລອດເວລາ—ຢູ່ທີ່ໂບດ. ເຖິງແມ່ນວ່າປະທານຈະມີຄວາມເປັນຫ່ວງທີ່ຈິງໃຈ, ຂ້າພະເຈົ້າໄດ້ຮູ້ສຶກຢ່າງແຮງກ້າວ່າ ຂ້າພະເຈົ້າຍັງຕ້ອງແນະນຳລາວໃຫ້ເປັນທີ່ປຶກສາຂອງຂ້າພະເຈົ້າ, ແລະ ປະທານສະເຕກກໍໄດ້ສະໜັບສະໜູນຂ້າພະເຈົ້ົ້າ.
ວັນອາທິດຕອນທີ່ທີ່ປຶກສາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຖືກສະໜັບສະໜູນໃນກອງປະຊຸມສິນລະລຶກ, ຄວາມຕົກໃຈຢູ່ໃນໃບໜ້າຂອງສະມາຊິກກໍເຫັນໄດ້ງ່າຍ. ອ້າຍນ້ອງທີ່ຮັກແພງຄົນນີ້ໄດ້ຍ່າງຂຶ້ນໄປທີ່ເວທີ, ບ່ອນທີ່ແສງໄຟສະທ້ອນຢ່າງເຈີດຈ້າຜ່ານແວ່ນຕາດຳຂອງລາວ.
ຂະນະທີ່ລາວໄດ້ນັ່ງຄຽງຂ້າງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຖາມລາວວ່າ, “ອ້າຍ, ເຈົ້າມີບັນຫາເລື່ອງສາຍຕາບໍ?”
“ບໍ່,” ລາວໄດ້ຕອບ.
“ແລ້ວເປັນຫຍັງເຈົ້າຈຶ່ງໃສ່ແວ່ນຕາດຳຢູ່ທີ່ໂບດ?” ຂ້າພະເຈົ້າໄດ້ຖາມ. “ເພື່ອນເອີຍ, ສະມາຊິກຕ້ອງການທີ່ຈະເຫັນຕາຂອງເຈົ້າ, ແລະ ເຈົ້າກໍຕ້ອງສາມາດເຫັນເຂົາເຈົ້າໃຫ້ດີຂຶ້ນຄືກັນ.”
ໃນວິນາທີນັ້ນ, ລາວໄດ້ຖອດແວ່ນຕາດຳຂອງລາວອອກ ແລະ ບໍ່ໄດ້ໃສ່ມັນຢູ່ທີ່ໂບດອີກຈັກເທື່ອ.
ອ້າຍນ້ອງທີ່ຮັກແພງຄົນນີ້ໄດ້ຮັບໃຊ້ຄຽງຂ້າງຂ້າພະເຈົ້າຈົນກວ່າຂ້າພະເຈົ້າຖືກປົດໃນຖານະອະທິການ. ໃນທຸກວັນນີ້, ລາວຍັງສືບຕໍ່ຮັບໃຊ້ຢ່າງຊື່ສັດໃນສາດສະໜາຈັກ ແລະ ເປັນຕົວຢ່າງແຫ່ງການອຸທິດຕົນ ແລະ ຄຳໝັ້ນສັນຍາຕໍ່ອົງພຣະເຢຊູຄຣິດເຈົ້າ. ແຕ່, ເມື່ອຫລາຍປີກ່ອນ, ລາວໄດ້ເປັນຄົນໃສ່ແວ່ນຕາດຳທີ່ບໍ່ມີຄົນຮູ້ຈັກ ນັ່ງຢູ່ທີ່ບ່ອນນັ່ງ ຖືກຫລົງລືມໃນຫ້ອງນະມັດສະການ. ຂ້າພະເຈົ້າມັກຈະຖາມວ່າ, “ມີອ້າຍເອື້ອຍນ້ອງຜູ້ຊື່ສັດຈັກຄົນ ນັ່ງຢູ່ ຖືກຫລົງລືມ ຢູ່ໃນບັນດາພວກເຮົາໃນທຸກວັນນີ້?”
ບໍ່ວ່າເຮົາຈະເປັນທີ່ຮູ້ຈັກ ຫລື ຖືກຫລົງລືມ, ການທົດລອງຈະມາເຖິງເຮົາແຕ່ລະຄົນຢ່າງຫລີກລ້ຽງບໍ່ໄດ້. ເມື່ອເຮົາຫັນໄປຫາພຣະຜູ້ຊ່ວຍໃຫ້ລອດ, ພຣະອົງສາມາດ “ຕັ້ງຄວາມທຸກ [ຂອງເຮົາ] ໄວ້ ເພື່ອຜົນປະໂຫຍດ [ຂອງເຮົາ] ແລະ ຊ່ວຍເຮົາຮັບມືກັບການທົດລອງຂອງເຮົາ ໃນວິທີທີ່ຈະອຳນວຍຄວາມກ້າວໜ້າທາງວິນຍານຂອງເຮົາ. ບໍ່ວ່າສຳລັບຜູ້ອາໄສຢູ່ທີ່ບ້ານພັກຄົນຊະລາ, ສະມາຊິກໃນສາດສະໜາຈັກທີ່ຖືກຕັດສິນຜິດ, ຫລື ໃຜໆກໍຕາມ, ເຮົາສາມາດເປັນ “ລົມ [ທີ່] ບໍ່ໄດ້ຢຸດພັດເລີຍ,” ທີ່ນຳຄວາມຫວັງ ແລະ ຊ່ວຍນຳທາງໃຫ້ຄົນອື່ນໄປສູ່ເສັ້ນທາງແຫ່ງພັນທະສັນຍາ.
ສາດສະດາທີ່ຮັກຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ສະເໜີຄຳເຊື້ອເຊີນທີ່ຕື່ນເຕັ້ນ ແລະ ດົນໃຈຕໍ່ຊາວໜຸ່ມວ່າ: “ຂ້າພະເຈົ້າຂໍຢືນຢັນຢ່າງໜັກແໜ້ນອີກຄັ້ງວ່າ ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ຊາຍໜຸ່ມທີ່ມີຄ່າຄວນ ແລະ ສາມາດ ທຸກຄົນ ກຽມພ້ອມ ແລະ ຮັບໃຊ້ເຜີຍແຜ່. ສຳລັບຊາຍໜຸ່ມໄພ່ພົນຍຸກສຸດທ້າຍ, ການຮັບໃຊ້ເຜີຍແຜ່ເປັນໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດ. … ສຳລັບເອື້ອຍນ້ອງຄົນໜຸ່ມ ແລະ ສາມາດ, ການເຜີຍແຜ່ກໍເປັນໂອກາດທີ່ມີພະລັງຄືກັນ, ແຕ່ ເລືອກເຮັດໄດ້.”
ທຸກໆວັນ, ຊາຍໜຸ່ມ ແລະ ຍິງໜຸ່ມຫລາຍພັນຄົນກໍຮັບເອົາການເອີ້ນຂອງສາດສະດາຂອງພຣະຜູ້ເປັນເຈົ້າ ໂດຍການຮັບໃຊ້ເປັນຜູ້ສອນສາດສະໜາ. ພວກເຈົ້າເກັ່ງກ້າ, ແລະ ດັ່ງທີ່ປະທານແນວສັນໄດ້ກ່າວວ່າ, ພວກເຈົ້າສາມາດ “ມີອິດທິພົນຕໍ່ໂລກໄດ້ຫລາຍກວ່າຄົນລຸ້ນໃດໆທີ່ຜ່ານມາ!” ແນ່ນອນວ່າ, ນັ້ນບໍ່ໄດ້ໝາຍຄວາມວ່າ ພວກເຈົ້າຈະເປັນສະບັບທີ່ດີທີ່ສຸດຂອງ ຕົວພວກເຈົ້າເອງ ໃນວິນາທີທີ່ພວກເຈົ້າກ້າວເຂົ້າໄປໃນສູນອົບຮົມຜູ້ສອນສາດສະໜາ.
ແຕ່, ພວກເຈົ້າອາດຮູ້ສຶກຄືກັນກັບນີໄຟ, “ພຣະວິນຍານໄດ້ນຳໄປ, ໂດຍບໍ່ຮູ້ລ່ວງໜ້າເຖິງສິ່ງທີ່ [ພວກເຈົ້າ] ຄວນຈະເຮັດ. ເຖິງຢ່າງໃດກໍຕາມ [ພວກເຈົ້າ] ກໍເຂົ້າໄປ.”
ບາງທີພວກເຈົ້າຈະຮູ້ສຶກບໍ່ໝັ້ນໃຈຄືກັນກັບເຢເຣມີຢາ ແລະ ຢາກເວົ້າວ່າ, “ຂ້ານ້ອຍຍັງໜຸ່ມເກີນໄປທີ່ຈະກ່າວຕໍ່ໜ້າມະຫາຊົນ.”
ພວກເຈົ້າອາດເຫັນຄວາມອ່ອນແອສ່ວນຕົວຂອງພວກເຈົ້າ ແລະ ຢາກຮ້ອງອອກມາເໝືອນດັ່ງໂມເຊວ່າ: “ພຣະເຈົ້າເອີຍ ຂ້ານ້ອຍເອງເປັນຄົນເວົ້າບໍ່ເກັ່ງ … : ຂ້ານ້ອຍແຮ່ງເວົ້າອອກຍາກຫລາຍ ເວົ້າເກິໆກະໆບໍ່ລ່ຽນບໍ່ໄຫລ.”
ຖ້າຫາກພວກເຈົ້າຊາຍໜຸ່ມ ແລະ ຍິງໜຸ່ມທີ່ຮັກແພງ ແລະ ເກັ່ງກ້າຄົນໃດມີຄວາມຄິດແບບນີ້ໃນເວລານີ້, ຂໍໃຫ້ຈຳໄວ້ວ່າ ພຣະຜູ້ເປັນເຈົ້າໄດ້ຕອບວ່າ, “ຢ່າເວົ້າວ່າ, ເຈົ້າຍັງໜຸ່ມເກີນໄປ ແຕ່ຈົ່ງໄປຫາປະຊາຊົນທີ່ເຮົາສັ່ງເຈົ້າໃຫ້ໄປພົບ.” ແລະ ພຣະອົງສັນຍາວ່າ, “ບັດນີ້ ໂມເຊເອີຍ ເຈົ້າຈົ່ງໄປ, ເຮົາຈະຊ່ວຍເຈົ້າກ່າວ, ແລະ ຈະບອກສິ່ງທີ່ເຈົ້າຈະກ່າວ.”
ການປ່ຽນແປງຂອງພວກເຈົ້າຈາກມະນຸດທີ່ມີຈິດໃຈທຳມະດາສູ່ຕົວຕົນທາງວິນຍານຂອງພວກເຈົ້າ ຈະເກີດຂຶ້ນ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ” ຂະນະທີ່ພວກເຈົ້າພະຍາຍາມຢ່າງຕັ້ງໃຈທີ່ຈະຮັບໃຊ້ພຣະເຢຊູຄຣິດ ໃນສະໜາມເຜີຍແຜ່ ຜ່ານທາງການກັບໃຈທຸກວັນ, ສັດທາ, ການເຊື່ອຟັງຢ່າງແນ່ວແນ່, ແລະ ການເຮັດວຽກໜັກ ເພື່ອຈະ “ຫາຢ່າງສະໝ່ຳສະເໝີ, ສິດສອນການກັບໃຈ, ແລະ ໃຫ້ບັບຕິສະມາຜູ້ປ່ຽນໃຈເຫລື້ອມໃສ.”
ເຖິງແມ່ນວ່າພວກເຈົ້າກໍໃສ່ປ້າຍຊື່, ແຕ່ບາງເທື່ອພວກເຈົ້າອາດຮູ້ສຶກບໍ່ຖືກຮັບຮູ້ ຫລື ຖືກຫລົງລືມ. ແຕ່, ພວກເຈົ້າຕ້ອງຮູ້ໄວ້ວ່າ ພວກເຈົ້າມີພຣະບິດາເທິງສະຫວັນທີ່ດີພ້ອມ, ຜູ້ທີ່ຮູ້ຈັກພວກເຈົ້າເປັນການສ່ວນຕົວ, ແລະ ພຣະຜູ້ຊ່ວຍໃຫ້ລອດ, ຜູ້ທີ່ຮັກພວກເຈົ້າ. ພວກເຈົ້າຈະມີຜູ້ນຳເຂດເຜີຍແຜ່, ເຖິງແມ່ນພວກເພິ່ນຈະມີຄວາມບໍ່ສົມບູນແບບກໍຕາມ, ຜູ້ທີ່ຈະຮັບໃຊ້ພວກເຈົ້າເພື່ອເປັນ “ລົມ [ທີ່] ບໍ່ໄດ້ຢຸດພັດເລີຍ” ໃນການນຳພາພວກເຈົ້າໄປ ໃນການເດີນທາງສູ່ການປ່ຽນໃຈເຫລື້ອມໃສສ່ວນຕົວຂອງພວກເຈົ້າ.
ຢູ່ໃນ “ດິນແດນທີ່ອຸດົມສົມບູນ” ພວກເຈົ້າຈະຮັບໃຊ້ຢູ່ໃນເຂດເຜີຍແຜ່ຂອງພວກເຈົ້າ, ພວກເຈົ້າຈະເກີດໃໝ່ທາງວິນຍານ ແລະ ກາຍເປັນສານຸສິດຂອງພຣະເຢຊູຄຣິດໄປຕະຫລອດຊີວິດ ຂະນະທີ່ພວກເຈົ້າຫຍັບເຂົ້າໃກ້ພຣະອົງ. ພວກເຈົ້າຈະມາຮູ້ຈັກວ່າ ພວກເຈົ້າບໍ່ໄດ້ຖືກຫລົງລືມເລີຍ.
ເຖິງແມ່ນວ່າ ບາງຄົນອາດຕ້ອງລໍຖ້າການບັນເທົາທຸກ “ເປັນເວລາດົນນານ” ເພາະເຂົາເຈົ້າ “ບໍ່ມີຜູ້ໃດ” ທີ່ສາມາດຊ່ວຍໄດ້ເທື່ອ, ແຕ່ອົງພຣະເຢຊູຄຣິດເຈົ້າໄດ້ສິດສອນເຮົາວ່າ ບໍ່ມີຜູ້ໃດຖືກຫລົງລືມໂດຍພຣະອົງເລີຍ. ກົງກັນຂ້າມ, ພຣະອົງໄດ້ເປັນຕົວຢ່າງທີ່ດີພ້ອມຂອງການຊອກຫາຄົນຄົນນັ້ນ ໃນທຸກຊ່ວງເວລາຂອງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ.
ເຮົາແຕ່ລະຄົນ—ແລະ ຜູ້ຄົນທີ່ຢູ່ອ້ອມຮອບເຮົາ—ປະເຊີນໜ້າກັບພະຍຸຂອງການກົງກັນຂ້າມ ແລະ ຄື້ນຂອງການທົດລອງທີ່ເຮັດໃຫ້ເຮົາຈົມນ້ຳຢູ່ທຸກໆວັນ. ແຕ່ “ລົມ [ຈະບໍ່] ຢຸດພັດໄປທາງແຜ່ນດິນແຫ່ງຄຳສັນຍາ … ; ແລະ [ເຮົາ] ຈຶ່ງໄດ້ຖືກຍູ້ໄປທາງໜ້າລົມນັ້ນ.”
ເຮົາແຕ່ລະຄົນສາມາດເປັນພາກສ່ວນຂອງລົມນີ້—ລົມດຽວກັນທີ່ໄດ້ເປັນພອນໃຫ້ແກ່ຊາວຢາເຣັດ ໃນການເດີນທາງຂອງເຂົາເຈົ້າ ແລະ ລົມດຽວກັນທີ່, ດ້ວຍຄວາມຊ່ວຍເຫລືອຂອງເຮົາ, ຈະເປັນພອນໃຫ້ແກ່ຜູ້ທີ່ບໍ່ຖືກຮັບຮູ້ ຫລື ຖືກຫລົງລືມ ເພື່ອໃຫ້ໄປເຖິງແຜ່ນດິນແຫ່ງຄຳສັນຍາຂອງເຂົາເຈົ້າເອງ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນຜູ້ວິງວອນແທນເຮົານຳພຣະບິດາ. ພຣະອົງເປັນພຣະເຈົ້າທີ່ຊົງພຣະຊົນຢູ່ ແລະ ເປັນຕົວແທນຂອງລົມແຮງ ທີ່ຈະນຳພາເຮົາໄປຢູ່ໃນເສັ້ນທາງແຫ່ງພັນທະສັນຍາສະເໝີ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.