ຄົນໂປດຂອງພຣະເຈົ້າ
ການທີ່ເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າປ້ອງກັນເຮົາໃນມໍລະສຸມຊີວິດ ແຕ່ກໍຍັງເຮັດໃຫ້ຊ່ວງເວລາທີ່ມີຄວາມສຸກມີຄວາມສຸກກວ່າເກົ່າ.
ກ່ອນທີ່ຂ້າພະເຈົ້າຈະເລີ່ມ, ຂ້າພະເຈົ້າຄວນບອກພວກທ່ານວ່າ ລູກຂອງຂ້າພະເຈົ້າສອງຄົນເຄີຍເປັນລົມຂະນະທີ່ຂຶ້ນກ່າວຢູ່ແທ່ນປາໄສ, ແລະ ຂ້າພະເຈົ້າບໍ່ເຄີຍຮູ້ສຶກເຊື່ອມໂຍງກັບພວກເຂົາເທົ່າເວລານີ້ມາກ່ອນ. ຂ້າພະເຈົ້າມີເລື່ອງອື່ນໆອີກໃນຈິດໃຈຂອງຂ້າພະເຈົ້າຫລາຍກວ່າພຽງແຕ່ປະຕູກົນ.
ຄອບຄົວຂອງພວກເຮົາມີລູກຫົກຄົນ, ຜູ້ຊຶ່ງບາງເທື່ອກໍຢອກກັນວ່າ ເຂົາເປັນລູກຄົນໂປດ. ແຕ່ລະຄົນມີເຫດຜົນທີ່ແຕກຕ່າງກັນໃນການເປັນຄົນທີ່ຖືກມັກຫລາຍກວ່າ. ຄວາມຮັກທີ່ເຮົາມີຕໍ່ລູກໆຂອງເຮົານັ້ນ ບໍລິສຸດ ແລະ ເຕັມອີ່ມ ແລະ ຄົບຖ້ວນ. ເຮົາບໍ່ສາມາດຮັກຄົນໃດຄົນໜຶ່ງໃນພວກເຂົາຫລາຍໄປກວ່າອີກຄົນໜຶ່ງໄດ້ເລີຍ—ການເກີດຂອງລູກແຕ່ລະຄົນມາພ້ອມກັບການຂະຫຍາຍທີ່ງົດງາມທີ່ສຸດຂອງຄວາມຮັກຂອງພວກເຮົາ. ຂ້າພະເຈົ້າເຂົ້າໃຈເຖິງຄວາມຮັກຂອງພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ທີ່ມີຕໍ່ຂ້າພະເຈົ້າ ຜ່ານທາງຄວາມຮັກທີ່ຂ້າພະເຈົ້າຮູ້ສຶກຕໍ່ລູກໆຂອງຂ້າພະເຈົ້າ.
ຂະນະທີ່ພວກເຂົາແຕ່ລະຄົນອ້າງວ່າຕົນເປັນລູກທີ່ຖືກຮັກທີ່ສຸດ, ທ່ານອາດຄິດວ່າ ຄອບຄົວຂອງພວກເຮົາບໍ່ເຄີຍມີຫ້ອງນອນທີ່ບໍ່ເປັນລະບຽບ. ຄວາມຮູ້ສຶກເຖິງຈຸດດ່າງພ້ອຍໃນຄວາມສຳພັນລະຫວ່າງພໍ່ແມ່ ແລະ ລູກ ໄດ້ຖືກເຮັດໃຫ້ຫລຸດໜ້ອຍລົງດ້ວຍການສຸມໃສ່ຄວາມຮັກ.
ເມື່ອມາເຖິງຈຸດໆໜຶ່ງ, ບາງທີ ຍ້ອນຂ້າພະເຈົ້າສາມາດເຫັນໄດ້ວ່າ ເຮົາກຳລັງມຸ້ງໜ້າສູ່ການຈະລາຈົນຄອບຄົວທີ່ຫລີກລ້ຽງບໍ່ໄດ້, ຂ້າພະເຈົ້າຈະເວົ້າປະມານນີ້ວ່າ, “ໂອເຄ, ພວກເຈົ້າໄດ້ເຮັດໃຫ້ພໍ່ເມື່ອຍຫລາຍ, ແຕ່ພໍ່ຈະບໍ່ປະກາດອອກມາ; ພວກລູກຮູ້ດີວ່າ ຄົນໃດໃນພວກລູກເປັນຄົນໂປດຂອງພໍ່.” ເປົ້າໝາຍຂອງຂ້າພະເຈົ້າກໍຄືການເຮັດໃຫ້ແຕ່ລະຄົນໃນຫົກຄົນນັ້ນຮູ້ສຶກຊະນະ ແລະ ສົງຄາມແບບເຕັມແຮງກໍຈະຖືກຫລີກລ້ຽງ—ຢ່າງໜ້ອຍກໍຈົນກວ່າຄັ້ງໜ້າ!
ໃນພຣະທຳຂອງເພິ່ນ, ໂຢຮັນບັນຍາຍຕົນເອງວ່າເປັນ “ສາວົກຜູ້ທີ່ [ພຣະເຢຊູ] ຊົງຮັກ,” ຄືກັບວ່າ ຄວາມຮັກນັ້ນເປັນສິ່ງທີ່ພິເສດສະເພາະ. ຂ້າພະເຈົ້າມັກຈະຄິດວ່າ ນີ້ເປັນເພາະໂຢຮັນຮູ້ສຶກວ່າ ພຣະເຢຊູຮັກເພິ່ນຢ່າງໝົດຫົວໃຈ. ນີໄຟໄດ້ໃຫ້ຄວາມຮູ້ສຶກທີ່ຄ້າຍຄືກັນນີ້ ເມື່ອເພິ່ນຂຽນວ່າ, “ຂ້າພະເຈົ້າປາບປື້ມໃນພຣະເຢຊູ ຂອງຂ້າພະເຈົ້າ.” ແນ່ນອນ, ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ເປັນຂອງນີໄຟຫລາຍໄປກວ່າທີ່ພຣະອົງເປັນຂອງໂຢຮັນ, ແຕ່ລັກສະນະສ່ວນຕົວຂອງຄວາມສຳພັນຂອງນີໄຟກັບພຣະເຢຊູ “ຂອງເພິ່ນ” ໄດ້ນຳພາເພິ່ນໄປສູ່ການບັນຍາຍທີ່ອ່ອນໂຍນນັ້ນ.
ບໍ່ເປັນເລື່ອງທີ່ແສນວິເສດບໍ ທີ່ບາງເທື່ອເຮົາສາມາດຮູ້ສຶກໄດ້ຮັບການເອົາໃຈໃສ່ ແລະ ໄດ້ຮັບຄວາມຮັກຢ່າງເຕັມປ່ຽມ ແລະ ເປັນສ່ວນຕົວ? ນີໄຟສາມາດເອີ້ນພຣະອົງວ່າ ພຣະເຢຊູ “ຂອງເພິ່ນ”, ແລະ ເຮົາກໍສາມາດເອີ້ນໄດ້ເຊັ່ນກັນ. ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົານັ້ນ ເປັນ “ຄວາມຮັກທີ່ສູງສຸດ, ມີກຽດສູງສຸດ, ເຂັ້ມແຂງທີ່ສຸດ,” ແລະ ພຣະອົງຈະມອບໃຫ້ຈົນກວ່າເຮົາຈະ “ເຕັມປ່ຽມ.” ຄວາມຮັກແຫ່ງສະຫວັນບໍ່ມີວັນເຫືອດແຫ້ງ, ແລະ ເຮົາແຕ່ລະຄົນເປັນຄົນໂປດທີ່ໄດ້ຮັບຄວາມທະນຸຖະໜອມ. ຄວາມຮັກຂອງພຣະເຈົ້າຄືຄວາມຮັກທີ່ເຮົາທຸກຄົນທັບຊ້ອນກັນ, ຄືກັນກັບວົງມົນທີ່ທັບຊ້ອນກັນໃນແຜນພາບເວັນ. ເຖິງແມ່ນວ່າພາກສ່ວນໃດໜຶ່ງຂອງເຮົາເບິ່ງຄືແຕກຕ່າງ, ແຕ່ຄວາມຮັກຂອງພຣະເຈົ້າຄືບ່ອນທີ່ເຮົາພົບຄວາມສາມັກຄີ.
ມັນໜ້າແປກໃຈຢູ່ບໍ ທີ່ພຣະບັນຍັດຂໍ້ໃຫຍ່ ແລະ ຂໍ້ຕົ້ນແມ່ນໃຫ້ຮັກພຣະເຈົ້າ ແລະ ຮັກຄົນທີ່ຢູ່ອ້ອມຕົວເຮົາ? ເມື່ອຂ້າພະເຈົ້າເຫັນຜູ້ຄົນສະແດງຄວາມຮັກເໝືອນດັ່ງພຣະຄຣິດຕໍ່ກັນແລະກັນ, ຂ້າພະເຈົ້າຮູ້ສຶກຄືກັບວ່າ ຄວາມຮັກນັ້ນມີຫລາຍກວ່າພຽງແຕ່ຄວາມຮັກ ຂອງພວກເຂົາ ເທົ່ານັ້ນ, ມັນເປັນຄວາມຮັກທີ່ມີຄວາມເປັນພຣະເຈົ້າໃນນັ້ນນຳອີກ. ເມື່ອເຮົາຮັກກັນແລະກັນໃນວິທີນີ້, ຢ່າງຄົບຖ້ວນ ແລະ ຢ່າງເຕັມປ່ຽມເທົ່າທີ່ເຮົາສາມາດເຮັດໄດ້, ສະຫວັນກໍຈະມີສ່ວນຮ່ວມນຳເຊັ່ນກັນ.
ສະນັ້ນ ຖ້າບາງຄົນທີ່ເຮົາຫ່ວງໃຍ ເບິ່ງຄືວ່າຫ່າງເຫີນຈາກຄວາມຮູ້ສຶກເຖິງຄວາມຮັກແຫ່ງສະຫວັນ, ເຮົາສາມາດເຮັດຕາມແບບແຜນນີ້—ໂດຍການເຮັດໃນສິ່ງທີ່ນຳເຮົາເຂົ້າໃກ້ຊິດກັບພຣະເຈົ້າຫລາຍຍິ່ງຂຶ້ນ ແລ້ວເຮັດສິ່ງທີ່ນຳເຮົາເຂົ້າໃກ້ຊິດກັບພວກເຂົາຫລາຍຍິ່ງຂຶ້ນ—ກໍຄືການກວັກມືເອີ້ນໃຫ້ເຂົ້າມາຫາພຣະຄຣິດໂດຍທີ່ບໍ່ເວົ້າຫຍັງ.
ຂ້າພະເຈົ້າຫວັງວ່າຈະສາມາດນັ່ງກັບທ່ານ ແລະ ຖາມທ່ານວ່າ ສະພາບການໃດທີ່ເຮັດໃຫ້ທ່ານຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ. ຂໍ້ພຣະຄໍາພີໃດ, ການກະທຳຂອງການຮັບໃຊ້ແບບໃດເປັນພິເສດ? ທ່ານຈະຢູ່ໃສ? ເພງໃດ? ຢູ່ກັບໃຜ? ກອງປະຊຸມໃຫຍ່ສາມັນ ເປັນບ່ອນທີ່ອຸດົມສົມບູນທີ່ຈະຮຽນຮູ້ກ່ຽວກັບການເຊື່ອມຕໍ່ເຂົ້າກັບຄວາມຮັກຂອງສະຫວັນ.
ແຕ່ບາງທີທ່ານອາດຮູ້ສຶກຫ່າງໄກຈາກຄວາມຮັກຂອງພຣະເຈົ້າ? ບາງທີກໍອາດມີສຽງປະສານແຫ່ງຄວາມທໍ້ໃຈ ແລະ ຄວາມມືດທີ່ດັງກ້ອງເຂົ້າມາໃນຄວາມຄິດຂອງທ່ານ, ຂ່າວສານທີ່ກຳລັງບອກທ່ານວ່າ ທ່ານບາດເຈັບເກີນໄປ, ສັບສົນ, ອ່ອນແອເກີນໄປ ແລະ ຖືກເບິ່ງຂ້າມ, ແຕກຕ່າງເກີນໄປ ຫລື ຫລົງທິດທາງ ທີ່ຈະຮັບຄວາມຮັກແຫ່ງສະຫວັນໃນວິທີທີ່ແທ້ຈິງ. ຖ້າຫາກທ່ານໄດ້ຍິນແນວຄິດເຫລົ່ານັ້ນ, ກະລຸນາຟັງຄຳນີ້: ສຽງເຫລົ່ານັ້ນຜິດ. ເຮົາສາມາດເມີນເສີຍຕໍ່ຄວາມແຕກຫັກໃນວິທີໃດກໍຕາມທີ່ເຮັດໃຫ້ເຮົາຂາດຄຸນສົມບັດຈາກຄວາມຮັກແຫ່ງສະຫວັນໄດ້ຢ່າງໝັ້ນໃຈ—ທຸກເທື່ອທີ່ເຮົາຮ້ອງເພງສວດທີ່ຢໍ້າເຕືອນເຮົາວ່າ ພຣະຜູ້ຊ່ວຍໃຫ້ລອດທີ່ຊົງຮັກ ແລະ ບໍ່ມີຕຳໜິຂອງເຮົາ ໄດ້ເລືອກທີ່ຈະ “ບອບຊໍ້າ, ແຕກຫັກ, [ແລະ] ຈີກຂາດເພື່ອເຮົາ,” ທຸກເທື່ອທີ່ເຮົາຮັບສ່ວນເຂົ້າຈີ່ທີ່ຖືກຫັກ. ແນ່ນອນ ພຣະເຢຊູກຳຈັດຄວາມອັບອາຍທັງໝົດຈາກຄົນທີ່ແຕກຫັກ. ຜ່ານທາງຄວາມແຕກຫັກຂອງພຣະອົງ, ພຣະອົງໄດ້ກາຍເປັນຄົນດີພ້ອມ, ແລະ ພຣະອົງສາມາດເຮັດໃຫ້ເຮົາດີພ້ອມໄດ້ ເຖິງແມ່ນວ່າ ເຮົາຈະແຕກຫັກກໍຕາມ. ພຣະອົງເຄີຍແຕກຫັກ, ໂດດດ່ຽວ, ຈີກຂາດ, ແລະ ບອບຊໍ້າ—ແລະ ເຮົາອາດຮູ້ສຶກວ່າເຮົາເປັນເຊັ່ນນັ້ນ—ແຕ່ເຮົາບໍ່ໄດ້ຖືກແຍກອອກຈາກຄວາມຮັກຂອງພຣະເຈົ້າ. “ຄົນທີ່ແຕກຫັກ, ຄວາມຮັກທີ່ດີພ້ອມ,” ຕາມທີ່ເພງໄດ້ກ່າວໄວ້.
ທ່ານອາດຮູ້ຄວາມລັບບາງຢ່າງກ່ຽວກັບຕົວທ່ານເອງທີ່ເຮັດໃຫ້ທ່ານຮູ້ສຶກວ່າບໍ່ເປັນຕາຮັກ. ບໍ່ວ່າທ່ານຈະຖືກປານໃດກ່ຽວກັບສິ່ງທີ່ທ່ານຮູ້ກ່ຽວກັບຕົນເອງ, ທ່ານຜິດທີ່ຄິດວ່າ ທ່ານໄດ້ວາງຕົນເອງໃຫ້ຢູ່ຫ່າງໄກຈາກຄວາມຮັກຂອງພຣະເຈົ້າຈົນເກີນເອື້ອມ. ບາງເທື່ອເຮົາກໍໂຫດຮ້າຍ ແລະ ໃຈຮ້ອນກັບຕົວເຮົາເອງໃນວິທີທີ່ເຮົາບໍ່ເຄີຍຄິດທີ່ຈະເຮັດກັບຄົນອື່ນ. ມີຫລາຍຢ່າງທີ່ເຮົາຕ້ອງເຮັດໃນຊີວິດນີ້, ແຕ່ການຊັງຕົວເອງ ແລະ ການຕຳໜິຕົວເອງ ບໍ່ໄດ້ຢູ່ໃນລາຍການນັ້ນເລີຍ. ບໍ່ວ່າ ເຮົາ ຈະຮູ້ສຶກວ່າ ເຮົາ ຜິດຮູບຫລາຍປານໃດກໍຕາມ, ແຕ່ແຂນຂອງ ພຣະອົງ ບໍ່ໄດ້ສັ້ນລົງ. ບໍ່ເລີຍ. ແຂນຂອງພຣະອົງຍາວພໍທີ່ຈະ “[ເອື້ອມເຖິງ] ມືຂອງເຮົາ” ແລະ ໂອບກອດເຮົາແຕ່ລະຄົນ.
ເມື່ອເຮົາບໍ່ຮູ້ສຶກເຖິງຄວາມອົບອຸ່ນຂອງຄວາມຮັກແຫ່ງສະຫວັນ, ມັນບໍ່ໄດ້ຫາຍໄປ. ແມ່ນພຣະຄຳຂອງພຣະເຈົ້າເອງທີ່ວ່າ “ພູໃຫຍ່ ແລະ ພູນ້ອຍອາດພັງທະລາຍລົງ ແຕ່ຄວາມຮັກ [ຂອງພຣະອົງ] ໝັ້ນຄົງບໍ່ສິ້ນສຸດຈາກ [ເຮົາ] ໄດ້.” ສະນັ້ນ, ເພື່ອເຮັດໃຫ້ຊັດເຈນ, ແນວຄິດທີ່ວ່າ ພຣະເຈົ້າໄດ້ຢຸດຮັກແລ້ວນັ້ນ ເປັນສິ່ງທີ່ຢູ່ທ້າຍລາຍການຂອງຄຳອະທິບາຍເຖິງຄວາມເປັນໄປໄດ້ໃນຊີວິດທີ່ເຮົາຈະບໍ່ສາມາດໄປຮອດໄດ້ ຈົນກວ່າຫລັງຈາກທີ່ພູໃຫຍ່ຈະຈາກໄປ ແລະ ພູນ້ອຍຈະຫາຍໄປ!
ຂ້າພະເຈົ້າມັກການປຽບທຽບໂດຍໃຊ້ສັນຍາລັກຂອງພູເຂົາ ວ່າເປັນຫລັກຖານຂອງຄວາມແນ່ນອນຂອງຄວາມຮັກຂອງພຣະເຈົ້າ. ສັນຍາລັກທີ່ມີພະລັງນັ້ນໄດ້ສານເຂົ້າກັບເລື່ອງລາວຂອງຜູ້ທີ່ຂຶ້ນໄປເທິງພູເຂົາເພື່ອຮັບການເປີດເຜີຍ ແລະ ຄຳອະທິບາຍຂອງເອຊາຢາກ່ຽວກັບ “ພູບ່ອນທີ່ຕັ້ງພຣະວິຫານຂອງ [ພຣະຜູ້ເປັນເຈົ້າ]” ຈະຕັ້ງຢູ່ “ສູງກວ່າທຸກໆແຫ່ງ.” ບ້ານຂອງພຣະຜູ້ເປັນເຈົ້າເປັນບ້ານແຫ່ງພັນທະສັນຍາທີ່ລໍ້າຄ່າທີ່ສຸດຂອງເຮົາ ແລະ ເປັນບ່ອນໃຫ້ເຮົາທຸກຄົນຖອຍກັບ ແລະ ດຳດິ່ງລົງເລິກສູ່ຫລັກຖານຂອງຄວາມຮັກທີ່ພຣະບິດາຂອງເຮົາມີຕໍ່ເຮົາ. ຂ້າພະເຈົ້າມັກການປອບໂຍນທີ່ເຂົ້າມາໃນຈິດວິນຍານຂອງຂ້າພະເຈົ້າ ເມື່ອຂ້າພະເຈົ້າຍຶດໝັ້ນໃນພັນທະສັນຍາແຫ່ງການບັບຕິສະມາຂອງຂ້າພະເຈົ້າຫລາຍຂຶ້ນ ແລະ ພົບຄົນທີ່ກຳລັງອາໄລກັບການສູນເສຍ ຫລື ໂສກເສົ້າກັບຄວາມຜິດຫວັງ ແລະ ຂ້າພະເຈົ້າພະຍາຍາມທີ່ຈະຊ່ວຍເຂົາເກັບ ແລະ ຈັດການກັບຄວາມຮູ້ສຶກຂອງຕົນເອງ. ນີ້ແມ່ນວິທີທີ່ເຮົາສາມາດດື່ມດໍ່າຫລາຍຂຶ້ນໃນຄວາມຮັກແຫ່ງພັນທະສັນຍາອັນລໍ້າຄ່າ, ເຮເຊັດ ບໍ?
ສະນັ້ນ ຖ້າຄວາມຮັກຂອງພຣະອົງບໍ່ຈາກເຮົາໄປໃສ, ເປັນຫຍັງເຮົາຈຶ່ງບໍ່ຮູ້ສຶກເຖິງມັນຕະຫລອດເວລາ? ເພື່ອໃຫ້ເປັນໄປຕາມຄວາມຄາດຫວັງຂອງທ່ານ: ຂ້າພະເຈົ້າບໍ່ຮູ້. ແຕ່ການທີ່ ຖືກ ຮັກນັ້ນ ແນ່ນອນວ່າ ບໍ່ຄືກັນກັບການ ຮູ້ສຶກ ເຖິງຄວາມຮັກ, ແລະ ຂ້າພະເຈົ້າມີຄວາມຄິດສອງສາມຢ່າງທີ່ອາດຊ່ວຍທ່ານຊອກຫາຄຳຕອບຂອງທ່ານຕໍ່ຄຳຖາມນັ້ນ.
ບາງທີ ທ່ານອາດກຳລັງຕໍ່ສູ້ດີ້ນລົນກັບຄວາມໂສກເສົ້າ, ຄວາມຊຶມເສົ້າ, ຄວາມທໍລະຍົດ, ຄວາມໂດດດ່ຽວ, ຄວາມຜິດຫວັງ, ຫລື ການລຸກລໍ້າອື່ນໆທີ່ມີພະລັງສູ່ຄວາມສາມາດຂອງທ່ານໃນການຮູ້ສຶກເຖິງຄວາມຮັກທີ່ພຣະເຈົ້າມີຕໍ່ທ່ານ. ຖ້າເປັນເຊັ່ນນັ້ນ, ສິ່ງເຫລົ່ານີ້ສາມາດເຮັດໃຫ້ຄວາມສາມາດໃນການຮູ້ສຶກຂອງເຮົາດ້ານຊາ ແລະ ຢຸດລົງ ຢ່າງທີ່ເຮົາອາດຈະຮູ້ສຶກໄດ້. ຢ່າງໜ້ອຍລະດູການໜຶ່ງ, ບາງທີທ່ານຈະບໍ່ສາມາດ ຮູ້ສຶກ ເຖິງຄວາມຮັກຂອງພຣະອົງ, ແລະ ຄວາມຮູ້ຈະຕ້ອງພຽງພໍ. ແຕ່ຂ້າພະເຈົ້າສົງໄສວ່າ ທ່ານຈະສາມາດເຮັດການທົດລອງ—ຢ່າງອົດທົນ—ກັບວິທີທີ່ແຕກຕ່າງກັນໃນການສະແດງອອກ ແລະ ການຮັບຄວາມຮັກຂອງສະຫວັນຫລືບໍ່. ທ່ານສາມາດຖອຍກັບມາໜຶ່ງກ້າວຈາກສິ່ງໃດກໍຕາມທີ່ຢູ່ຕໍ່ໜ້າທ່ານ ແລະ ບາງເທື່ອ ອີກກ້າວໜຶ່ງ ແລະ ອີກກ້າວໜຶ່ງ, ຈົນກວ່າທ່ານຈະເຫັນທິວທັດທີ່ກວ້າງຂຶ້ນ, ກວ້າງຂຶ້ນ ແລະ ກວ້າງຂຶ້ນອີກ ຖ້າຈຳເປັນ, ຈົນກວ່າທ່ານຈະ “ຄິດກ່ຽວກັບຊັ້ນສູງ” ຢ່າງແທ້ຈິງ ເພາະວ່າທ່ານກຳລັງເບິ່ງໄປທີ່ດວງດາວຕ່າງໆ ແລະ ກຳລັງຈົດຈໍາໂລກທັງຫລາຍຈົນນັບບໍ່ຖ້ວນ ແລະ ຜ່ານໂລກເຫລົ່ານັ້ນທີ່ທ່ານຄິດກ່ຽວກັບພຣະຜູ້ສ້າງຂອງພວກມັນ?
ສຽງນົກຮ້ອງ, ການສຳຜັດກັບແສງອາທິດ ຫລື ສາຍລົມ ຫລື ຝົນເທິງຜິວຂອງຂ້າພະເຈົ້າ, ແລະ ເວລາທີ່ທຳມະຊາດເຮັດໃຫ້ສຳຜັດທັງໝົດຢຳເກງພຣະເຈົ້າ—ແຕ່ລະຢ່າງມີສ່ວນໃນການມອບການເຊື່ອມຕໍ່ແຫ່ງສະຫວັນແກ່ຂ້າພະເຈົ້າ. ບາງທີ ການປອບໂຍນຂອງໝູ່ເພື່ອນທີ່ຊື່ສັດອາດຈະຊ່ວຍໄດ້. ບາງເທື່ອກໍແມ່ນເພງ? ຫລື ການຮັບໃຊ້? ທ່ານເຄີຍຈົດບັນທຶກ ຫລື ບັນທຶກສ່ວນຕົວກ່ຽວກັບເວລາທີ່ທ່ານເຊື່ອມຕໍ່ເຂົ້າກັບພຣະເຈົ້າຊັດເຈນຂຶ້ນສຳລັບທ່ານບໍ່? ບາງທີ ທ່ານສາມາດເຊື້ອເຊີນຄົນທີ່ທ່ານໄວ້ວາງໃຈໃຫ້ແບ່ງປັນແຫລ່ງແຫ່ງການເຊື່ອມຕໍ່ແຫ່ງສະຫວັນກັບທ່ານ ຂະນະທີ່ທ່ານຄົ້ນຫາຄວາມຊ່ວຍເຫລືອ ແລະ ຄວາມເຂົ້າໃຈ.
ຂ້າພະເຈົ້າສົງໄສວ່າ, ຖ້າພຣະເຢຊູເລືອກສະຖານທີ່ໜຶ່ງທີ່ທ່ານ ແລະ ພຣະອົງສາມາດພົບກັນໄດ້, ສະຖານທີ່ສ່ວນຕົວບ່ອນທີ່ທ່ານຈະສາມາດສຸມສະມາທິໃສ່ພຣະອົງພຽງຜູ້ດຽວ, ພຣະອົງຈະເລືອກສະຖານທີ່ທີ່ມີເອກະລັກສະເພາະແຫ່ງຄວາມທຸກທໍລະມານຂອງທ່ານ, ສະຖານທີ່ແຫ່ງຄວາມຕ້ອງການທີ່ເລິກສຸດຂອງທ່ານ, ບ່ອນທີ່ບໍ່ມີໃຜສາມາດໄປໄດ້ບໍ? ບ່ອນໃດບ່ອນໜຶ່ງທີ່ທ່ານຮູ້ສຶກໂດດດ່ຽວ ທີ່ທ່ານຕ້ອງຮູ້ສຶກວ່າຢູ່ຕົວຄົນດຽວແທ້ໆ ແຕ່ກໍບໍ່ປານໃດ, ບ່ອນທີ່ບາງທີ ມີແຕ່ພຣະອົງທີ່ໄດ້ເດີນທາງໄປ ແຕ່ແທ້ຈິງແລ້ວ ໄດ້ກຽມທີ່ຈະພົບທ່ານເມື່ອທ່ານໄປຮອດ? ຖ້າຫາກທ່ານກຳລັງລໍຖ້າພຣະອົງໃຫ້ມາ, ພຣະອົງອາດໄປຮອດແລ້ວ ແລະ ຢູ່ໃກ້ເອື້ອມບໍ?
ຖ້າຫາກທ່ານຮູ້ສຶກເຕັມໄປດ້ວຍຄວາມຮັກໃນລະດູການນີ້ຂອງຊີວິດທ່ານ, ກະລຸນາລອງເກັບມັນໄວ້ໃຫ້ມີປະສິດທິພາບເທົ່າກັບເຄື່ອງຮ່ອນນໍ້າ. ສາດມັນທຸກທີ່ທຸກບ່ອນທີ່ທ່ານໄປ. ໜຶ່ງໃນການອັດສະຈັນຂອງເສດຖະກິດແຫ່ງສະຫວັນກໍຄືວ່າ ເມື່ອທ່ານພະຍາຍາມທີ່ຈະແບ່ງປັນຄວາມຮັກຂອງພຣະເຢຊູ, ເຮົາພົບວ່າ ເຮົາກຳລັງເຕັມລົ້ນໄປດ້ວຍຕົວແປໜຶ່ງຂອງຫລັກທຳທີ່ວ່າ “ແຕ່ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ.”
ການທີ່ເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າປ້ອງກັນເຮົາໃນມໍລະສຸມຊີວິດ ແຕ່ກໍຍັງເຮັດໃຫ້ຊ່ວງເວລາທີ່ມີຄວາມສຸກມີຄວາມສຸກກວ່າເກົ່າ—ມື້ທີ່ຊື່ນຊົມຍິນດີ, ເມື່ອມີແສງຕາເວັນຢູ່ເທິງຟ້າ, ກໍເຮັດໃຫ້ແຈ້ງຂຶ້ນກວ່າເກົ່າໂດຍແສງຕາເວັນໃນຈິດວິນຍານຂອງເຮົາ.
ຂໍໃຫ້ເຮົາ “ວາງຮາກລົງຢ່າງໝັ້ນຄົງ” ໃນພຣະເຢຊູຂອງເຮົາ ແລະ ໃນຄວາມຮັກຂອງພຣະອົງ. ຂໍໃຫ້ເຮົາຊອກຫາ ແລະ ທະນຸຖະໜອມປະສົບການຂອງການຮູ້ສຶກເຖິງຄວາມຮັກ ແລະ ອຳນາດຂອງພຣະອົງໃນຊີວິດຂອງເຮົາ. ຄວາມຊື່ນຊົມຂອງພຣະກິດຕິຄຸນແມ່ນມີໃຫ້ກັບທຸກຄົນ: ບໍ່ແມ່ນພຽງແຕ່ຄົນທີ່ມີຄວາມສຸກ, ບໍ່ແມ່ນພຽງແຕ່ຄົນທີ່ຫົດຫູ່. ຄວາມຊື່ນຊົມແມ່ນຈຸດປະສົງຂອງເຮົາ, ບໍ່ແມ່ນຂອງຂວັນຂອງສະພາບການຂອງເຮົາ. ເຮົາມີເຫດຜົນທີ່ດີທີ່ຈະ “ປິຕິຍິນດີ ແລະ ເຕັມໄປດ້ວຍຄວາມຮັກຕໍ່ພຣະເຈົ້າ ແລະ ມະນຸດທັງປວງ.” ຂໍໃຫ້ເຮົາເຕັມປ່ຽມ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.