ສຸມໃຈໃສ່ທີ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ
ເມື່ອເຮົາບໍ່ສົນໃຈກັບສິ່ງລົບກວນທາງໂລກ ແລະ ສຸມໃຈໃສ່ທີ່ພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ຮັບປະກັນໄດ້ເລີຍວ່າເຮົາຈະພົບກັບຄວາມສຳເລັດ.
ໃນປີ 1996 ທີມກິລາບານເຕະຊາຍຂອງປະເທດນີເຊເຣຍໄດ້ຮັບໄຊຊະນະຫລຽນຄຳໃນເກມກິລາໂອລິມປິກ ທີ່ໄດ້ຈັດຂຶ້ນຢູ່ເມືອງແອັດແລນຕາ, ລັດຈໍເຈຍ, ປະເທດສະຫະລັດອາເມຣິກາ. ເມື່ອການແຂ່ງຂັນສິ້ນສຸດລົງ, ຝູງຊົນທີ່ລື້ນເລີງຕ່າງກໍຫລັ່ງໄຫລລົງສູ່ທ້ອງຖະໜົນໃນທຸກເມືອງ ແລະ ທຸກໝູ່ບ້ານໃນນີເຊເຣຍ, ປະເທດທີ່ມີປະຊາກອນ 200 ລ້ານຄົນ ທັນທີກໍໄດ້ກາຍເປັນງານສະເຫລີມສະຫລອງສຸດຍິ່ງໃຫຍ່ ໃນຕອນສອງໂມງເຊົ້າ! ມີຄວາມຊື່ນຊົມ, ຄວາມສຸກ, ແລະ ຄວາມຕື່ນເຕັ້ນ ຂະນະທີ່ຜູ້ຄົນພາກັນກິນດື່ມ, ຮ້ອງເພງ, ແລະ ເຕັ້ນລຳກັນ. ໃນເວລານັ້ນ, ປະເທດນີເຊເຣຍໄດ້ເປັນນ້ຳໜຶ່ງໃຈດຽວກັນ ແລະ ຊາວນີເຊເຣຍທຸກຄົນກໍພາກພູມໃຈໃນຄວາມເປັນຊາວນີເຊເຣຍ.
ກ່ອນໂອລິມປິກ, ທີມນີ້ໄດ້ປະເຊີນກັບຄວາມທ້າທ້າຍຫລາຍຢ່າງ. ເມື່ອການແຂ່ງຂັນເລີ່ມຕົ້ນຂຶ້ນ, ການສະໜັບສະໜູນທາງການເງິນຂອງພວກເຂົາກໍຖືກຍົກເລີກ. ທີມນີ້ບໍ່ມີຊຸດອຸປະກອນ, ສະຖານທີ່ຝຶກຊ້ອມທີ່ເໝາະສົມ, ອາຫານ, ຫລື ການບໍລິການຊັກລີດ.
ໃນຈຸດໜຶ່ງ, ເຂົາເຈົ້າຍັງເຫລືອເວລາບໍ່ພໍເທົ່າໃດນາທີທີ່ຈະຖືກກຳຈັດອອກຈາກການແຂ່ງຂັນ, ແຕ່ທີມນີເຊເຣຍກໍໄດ້ຮັບໄຊຊະນະເຖິງແມ່ນໂອກາດຈະມີໜ້ອຍ. ຊ່ວງເວລາທີ່ສຳຄັນນີ້ເຮັດໃຫ້ພວກເຂົາເຫັນຕົວເອງປ່ຽນໄປ. ດ້ວຍຄວາມໝັ້ນໃຈທີ່ຫາກໍຄົ້ນພົບໃໝ່, ແລະ ຄວາມທຸ້ມເທທັງສ່ວນຕົວ ແລະ ເປັນທີມ ລວມທັງຄວາມມຸ່ງໝັ້ນຢ່າງບໍ່ລົດລະ, ພວກເຂົາໄດ້ພ້ອມໃຈກັນບໍ່ສົນໃຈກັບສິ່ງລົບກວນ ແລະ ສຸມໃຈໃສ່ທີ່ໄຊຊະນະ. ການສຸມໃຈໃສ່ນີ້ໄດ້ເຮັດໃຫ້ເຂົາເຈົ້າໄດ້ຮັບຫລຽນທອງຄຳ, ແລະ ຊາວນີເຊເຣຍກໍພາກັນຕັ້ງຊື່ໃຫ້ກັບເຂົາເຈົ້າວ່າ “ດຣີມທີມ.” ດຣີມທີມ ໃນໂອລິມປິກ ປີ 1996 ຍັງຖືກກ່າວເຖິງໃນກິລາຂອງນີເຊເຣຍ.
ເມື່ອທີມບານເຕະໄດ້ຮຽນຮູ້ທີ່ຈະບໍ່ສົນໃຈກັບສິ່ງລົບກວນຕ່າງໆທີ່ເຂົາເຈົ້າກຳລັງປະເຊີນໜ້າຢູ່ ແລະ ສຸມໃຈໃສ່ທີ່ເປົ້າໝາຍຂອງເຂົາເຈົ້າ, ເຂົາເຈົ້າໄດ້ປະສົບຜົນສຳເລັດເໜືອກວ່າສິ່ງທີ່ເຂົາເຈົ້າຄິດວ່າຈະເປັນໄປໄດ້ ແລະ ພົບກັບຄວາມຊື່ນຊົມຢ່າງຍິ່ງ. (ລວມທັງພວກເຮົາທັງໝົດຢູ່ນີເຊເຣຍ!)
ໃນທຳນອງດຽວກັນ, ເມື່ອເຮົາບໍ່ສົນໃຈກັບສິ່ງລົບກວນທາງໂລກ ແລະ ສຸມໃຈໃສ່ທີ່ພຣະຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ຮັບປະກັນໄດ້ເລີຍວ່າເຮົາຈະພົບກັບຄວາມສຳເລັດເກີນກວ່າເຮົາຈະສາມາດຈິນຕະນາການໄດ້ຢ່າງເຕັມທີ່ ແລະ ສາມາດຮູ້ສຶກເຖິງຄວາມຊື່ນຊົມຢ່າງຍິ່ງ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາສຸມໃສ່ … ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ.”
ຂ້າພະເຈົ້າອະທິຖານວ່າພຣະວິນຍານບໍລິສຸດຈະຊ່ວຍເຫລືອເຮົາແຕ່ລະຄົນໃຫ້ເອົາໃຈໃສ່ຕໍ່ຄຳເຊື້ອເຊີນຂອງປະທານແນວສັນ ເພື່ອເຮັດໃຫ້ຊີວິດຂອງເຮົາເອົາໃຈໃສ່ຕໍ່ “ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ” ໃນຊີວິດຂອງເຮົາ ໂດຍການສະແຫວງຫາຄຸນລັກສະນະເໝືອນດັ່ງພຣະຄຣິດ ເພື່ອເຮົາຈະສາມາດປະສົບກັບຄວາມຊື່ນຊົມໃນພຣະຄຣິດ “ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ.”
ມີເລື່ອງລາວຫລາຍເລື່ອງໃນພຣະຄຳພີມໍມອນບັນຍາຍເຖິງຜູ້ຄົນທີ່ຫັນປ່ຽນຊີວິດຂອງເຂົາເຈົ້າໂດຍການສຸມໃຈໃສ່ທີ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ລອງພິຈາລະນາກ່ຽວກັບແອວມາຜູ້ເປັນລູກ. ລາວໄດ້ກະບົດ ແລະ ຕໍ່ຕ້ານກັບສາດສະໜາຈັກ. ແອວມາ ບິດາຂອງເພິ່ນໄດ້ອະທິຖານ ແລະ ຖືສິນອົດເຂົ້າ. ທູດສະຫວັນໄດ້ປະກົດຕົວ ແລະ ໄດ້ຂໍໃຫ້ແອວມາ ຜູ້ລູກ ກັບໃຈ. ໃນເວລານັ້ນເອງ, ແອວມາເລີ່ມທຸກທໍລະມານ “ດ້ວຍຄວາມເຈັບປວດຂອງຈິດວິນຍານທີ່ອັບປະໂຫຍດ.” ໃນຊ່ວງເວລາອັນມືດມົນຂອງເພິ່ນ, ເພິ່ນໄດ້ຈື່ຈຳຄຳສອນຂອງບິດາຂອງເພິ່ນທີ່ວ່າພຣະຄຣິດຈະສະເດັດມາເພື່ອໄຖ່ບາບຂອງໂລກ. ຂະນະທີ່ຈິດໃຈຂອງເພິ່ນຍຶດໝັ້ນໃນຄວາມຄິດນີ້, ເພິ່ນໄດ້ອ້ອນວອນຫາພຣະເຈົ້າເພື່ອຂໍຄວາມເມດຕາ. ຄວາມສຸກຄືຜົນຮັບ, ເປັນຄວາມສຸກທີ່ເພິ່ນບັນຍາຍວ່າ ເປັນຄວາມສຸກອັນໃຫຍ່ຫລວງ! ຄວາມເມດຕາ ແລະ ຄວາມສຸກມາໄດ້ເກີດຂຶ້ນກັບແອວມາ ເພາະເພິ່ນ ແລະ ບິດາຂອງເພິ່ນໄດ້ສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດ.
ສຳລັບພໍ່ແມ່ມີລູກທີ່ຫລົງທາງໄປ, ຈົ່ງຕັ້ງໃຈ! ແທນທີ່ຈະສົງໄສວ່າເປັນຫຍັງທູດສະຫວັນຈຶ່ງບໍ່ມາຊ່ວຍໃຫ້ລູກຂອງທ່ານກັບໃຈ, ແຕ່ຈົ່ງຮູ້ວ່າພຣະເຈົ້າໄດ້ວາງທູດສະຫວັນທາງມະຕະໄວ້ໃນເສັ້ນທາງຂອງເຂົາເຈົ້າແລ້ວ: ຊຶ່ງກໍຄືອະທິການ, ຜູ້ນຳໃນສາດສະໜາຈັກຄົນອື່ນ, ຫລື ອ້າຍນ້ອງ ຫລື ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ. ຖ້າທ່ານສືບຕໍ່ຖືສິນອົດເຂົ້າ ແລະ ອະທິຖານຕໍ່ໄປ, ຖ້າທ່ານບໍ່ຈັດຕາຕະລາງ ຫລື ກຳນົດເວລາໃຫ້ກັບພຣະເຈົ້າ, ແລະ ຖ້າວ່າທ່ານໄວ້ວາງໃຈວ່າພຣະຜູ້ເປັນເຈົ້າຈະຍື່ນພຣະຫັດຂອງພຣະອົງອອກໄປເພື່ອຊ່ວຍເຫລືອ, ຈາກນັ້ນ—ບໍ່ວ່າຊ້າ ຫລື ໄວ—ທ່ານຈະພົບວ່າພຣະເຈົ້າໄດ້ສຳຜັດຫົວໃຈຂອງລູກທ່ານ ເມື່ອລູກທ່ານເລືອກທີ່ຈະຟັງ. ທີ່ເປັນເຊັ່ນນີ້ກໍຍ້ອນວ່າ ພຣະຄຣິດຄືຄວາມຊື່ນຊົມ—ພຣະຄຣິດຄືຄວາມຫວັງ; ພຣະອົງຄືຄຳສັນຍາ “ສຳລັບສິ່ງປະເສີດຊຶ່ງມາເຖິງແລ້ວ.” ສະນັ້ນ ຈົ່ງໄວ້ວາງໃຈໃນພຣະຄຣິດກັບລູກຂອງທ່ານ, ເພາະພຣະອົງຄືຄວາມເຂັ້ມແຂງຂອງພໍ່ແມ່ທຸກຄົນ ແລະ ລູກທຸກຄົນ.
ເມື່ອເພິ່ນໄດ້ປະສົບກັບຄວາມສຸກໃນພຣະຄຣິດ, ແອວມາ ຜູ້ລູກ ກໍໄດ້ດຳລົງຊີວິດຢູ່ກັບຄວາມສຸກນັ້ນ. ແຕ່ເພິ່ນໄດ້ຮັກສາຄວາມສຸກດັ່ງກ່າວໄວ້ໄດ້ແນວໃດເຖິງແມ່ນວ່າຈະຕ້ອງຜ່ານຄວາມຫຍຸ້ງຍາກ ແລະ ຄວາມເດືອດຮ້ອນ? ເພິ່ນໄດ້ເວົ້າວ່າ:
“ນັບແຕ່ເວລານັ້ນ ຈົນເຖິງເວລານີ້, ພໍ່ໄດ້ເຮັດວຽກຢ່າງບໍ່ທໍ້ຖອຍ, ເພື່ອຊັກນຳເອົາຈິດວິນຍານຫລາຍດວງມາຫາການກັບໃຈ; ເພື່ອພໍ່ຈະໄດ້ນຳເອົາພວກເຂົາມາຊີມລົດຊາດຂອງຄວາມສຸກ ຊຶ່ງພໍ່ໄດ້ຊີມມັນມາແລ້ວ. …
“… ແລະ … ພຣະຜູ້ເປັນເຈົ້າໄດ້ປະທານຄວາມຊື່ນຊົມຢ່າງຍິ່ງໃຫ້ພໍ່ໃນຜົນງານຂອງພໍ່. …
“ແລະ ພໍ່ໄດ້ຮັບການອູ້ມຊູ ໃນເວລາທີ່ມີຄວາມເດືອດຮ້ອນ ແລະ ເວລາມີຄວາມຫຍຸ້ງຍາກທຸກຢ່າງ.”
ຄວາມສຸກໃນພຣະຄຣິດເລີ່ມຕົ້ນຈາກແອວມາ ເມື່ອເພິ່ນໃຊ້ສັດທາຂອງເພິ່ນໃນພຣະອົງ ແລະ ຮ້ອງຂໍຄວາມເມດຕາ. ຈາກນັ້ນ ແອວມາໄດ້ໃຊ້ສັດທາຂອງເພິ່ນໃນພຣະຄຣິດ ໂດຍການເຮັດວຽກເພື່ອຊັກນຳເອົາຄົນອື່ນໃຫ້ມາຊີມລົດຊາດຂອງຄວາມສຸກອັນດຽວກັນນີ້. ການເຮັດວຽກຢ່າງຕໍ່ເນື່ອງເຫລົ່ານີ້ເຮັດໃຫ້ເກີດຄວາມຊື່ນຊົມຢ່າງຍິ່ງໃນແອວມາ ແມ່ນແຕ່ໃນຄວາມເດືອດຮ້ອນ ແລະ ຄວາມຫຍຸ້ງຍາກທຸກຢ່າງ. ທ່ານເຫັນແລ້ວບໍວ່າ, “ພຣະຜູ້ເປັນເຈົ້າມັກຄວາມພະຍາຍາມ,” ແລະ ຄວາມພະຍາຍາມໃນການສຸມໃຈໃສ່ທີ່ພຣະອົງນຳພອນຕ່າງໆມາໃຫ້. ແມ່ນແຕ່ຄວາມເດືອດຮ້ອນຫລາຍຢ່າງກໍສາມາດ “ຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ.”
ອີກກຸ່ມໜຶ່ງໃນພຣະຄຳພີມໍມອນ ຜູ້ທີ່ເຮັດໃຫ້ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງເປັນຈຸດສູນກາງໃນຊີວິດຂອງເຂົາເຈົ້າ ແລະ ໄດ້ພົບຄວາມສຸກ ນັ້ນກໍຄືຜູ້ຄົນທີ່ກໍ່ຕັ້ງເມືອງເຮລາມ—ສະຖານທີ່ຊຶ່ງເຂົາເຈົ້າສາມາດລ້ຽງດູລູກໆຂອງເຂົາເຈົ້າ ແລະ ເພີດເພີນກັບອິດສະລະພາບຂອງການເຊື່ອຖືສາດສະໜາຂອງເຂົາເຈົ້າ. ຜູ້ຄົນທີ່ຊອບທຳທີ່ດຳລົງຊີວິດທີ່ດີເຫລົ່ານີ້ກັບຕົກເປັນທາດຂອງກຸ່ມໂຈນ ແລະ ຖືກຖອນສິດທິມະນຸດຂັ້ນພື້ນຖານ ໃນການນັບຖືສາດສະໜາ. ບາງເທື່ອສິ່ງບໍ່ດີເກີດຂຶ້ນກັບຄົນດີ:
“ພຣະຜູ້ເປັນເຈົ້າໄດ້ເຫັນສົມຄວນທີ່ຈະຕີສອນຜູ້ຄົນຂອງພຣະອົງ; ແທ້ຈິງແລ້ວ, ພຣະອົງໄດ້ທົດລອງຄວາມອົດທົນ ແລະ ສັດທາຂອງພວກເຂົາ.
“ເຖິງຢ່າງໃດກໍຕາມ—ຜູ້ໃດກໍຕາມທີ່ໄວ້ວາງໃຈໃນພຣະອົງ ຜູ້ນັ້ນຈະຖືກຍົກຂຶ້ນໃນວັນສຸດທ້າຍ. ແທ້ຈິງແລ້ວ, ມັນຈະເປັນໄປແນວນັ້ນກັບຜູ້ຄົນພວກນີ້.”
ຜູ້ຄົນເຫລົ່ານີ້ອົດທົນຕໍ່ຄວາມເດືອດຮ້ອນ ແລະ ຄວາມທຸກທໍລະມານໄດ້ແນວໃດ? ໂດຍການສຸມໃຈໃສ່ທີ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ບັນຫາຕ່າງໆຂອງເຂົາເຈົ້າບໍ່ໄດ້ກຳນົດຄວາມເປັນຕົວຂອງເຂົາເຈົ້າ; ແທນທີ່, ເຂົາເຈົ້າແຕ່ລະຄົນໄດ້ຫັນໄປຫາພຣະເຈົ້າ ອາດເປັນເພາະວ່າການກຳນົດຕົວເອງໃນຖານະລູກຂອງພຣະເຈົ້າຄົນໜຶ່ງ, ລູກທີ່ຢູ່ໃນພັນທະສັນຍາ, ແລະ ສານຸສິດຂອງພຣະເຢຊູຄຣິດ. ເມື່ອເຂົາເຈົ້າຈື່ຈຳໄດ້ວ່າເຂົາເຈົ້າແມ່ນໃຜ ແລະ ວິງວອນຫາພຣະເຈົ້າ, ເຂົາເຈົ້າກໍໄດ້ຮັບສັນຕິສຸກ, ຄວາມເຂັ້ມແຂງ, ແລະ ຄວາມສຸກໃນພຣະຄຣິດໃນທີ່ສຸດ:
“ແອວມາ ແລະ ຜູ້ຄົນຂອງເພິ່ນໄດ້ … ທຸ້ມເທໃຈຂອງພວກເຂົາແດ່ [ພຣະເຈົ້າ]; ແລະ ພຣະອົງຮູ້ຈັກຄວາມນຶກຄິດຂອງໃຈຂອງພວກເຂົາ.
ແລະ ເຫດການໄດ້ບັງເກີດຂຶ້ນຄື ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງພວກເຂົາໃນທ່າມກາງຄວາມທຸກຂອງພວກເຂົາ, ມີຄວາມວ່າ: ຈົ່ງເງີຍໜ້າຂຶ້ນ ແລະ ຈົ່ງສະບາຍໃຈເຖີດ, ເພາະວ່າເຮົາຮູ້ຈັກເຖິງພັນທະສັນຍາທີ່ພວກເຈົ້າເຮັດໄວ້ກັບເຮົາ; ແລະ ເຮົາຈະເຮັດພັນທະສັນຍາກັບຜູ້ຄົນຂອງເຮົາ ເພື່ອປົດປ່ອຍພວກເຂົາອອກຈາກຄວາມເປັນທາດ.”
ໃນການຕອບ, ພຣະຜູ້ເປັນເຈົ້າໄດ້ “ໃຫ້ພາລະແບກຫາບ … ຢູ່ບ່າ [ຂອງພວກເຂົາ] ເບົາບາງລົງ. … ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ເພີ່ມພະລັງໃຫ້ພວກເຂົາ ເພື່ອພວກເຂົາຈະໄດ້ທົນຕໍ່ພາລະແບກຫາບຢ່າງງ່າຍດາຍ, ແລະ ພວກເຂົາໄດ້ຍອມຮັບຢ່າງເບີກບານມ່ວນຊື່ນ ແລະ ດ້ວຍ ຄວາມອົດທົນຕໍ່ພຣະປະສົງທັງໝົດຂອງພຣະຜູ້ເປັນເຈົ້າ.” ຈົ່ງຮັບຮູ້ວ່າໄພ່ພົນເຫລົ່ານີ້ໄດ້ປ່ອຍໃຫ້ບັນຫາ, ຄວາມທຸກທໍລະມານ, ແລະ ຄວາມເດືອດຮ້ອນຂອງເຂົາເຈົ້າຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ! ຈາກນັ້ນ, ເມື່ອຮອດເວລາອັນສົມຄວນ, ພຣະອົງໄດ້ສະແດງຫົນທາງໜີໃຫ້ກັບແອວມາ, ແລະ ແອວມາ—ສາດສະດາຂອງພຣະເຈົ້າ—ໄດ້ນຳພາເຂົາເຈົ້າໄປສູ່ຄວາມປອດໄພ.
ຖ້າເຮົາສຸມໃຈໃສ່ທີ່ພຣະຄຣິດ ແລະ ເຮັດຕາມສາດສະດາຂອງພຣະອົງ, ເຮົາກໍເຊັ່ນກັນຈະຖືກນຳພາໄປຫາພຣະຄຣິດ ແລະ ຄວາມຊື່ນຊົມແຫ່ງພຣະກິດຕິຄຸນຂອງພຣະອົງ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ: “ຄວາມສຸກເປັນສິ່ງທີ່ມີພະລັງ, ແລະ ການເອົາໃຈໃສ່ຕໍ່ຄວາມສຸກນັ້ນຈະນຳອຳນາດຂອງພຣະເຈົ້າມາສູ່ຊີວິດຂອງເຮົາ. ດັ່ງໃນທຸກສິ່ງ, ພຣະເຢຊູຄຣິດເປັນຕົວຢ່າງທີ່ຍອດຍ້ຽມ, ‘ພຣະອົງໄດ້ອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ພຣະພັກຂອງພຣະອົງ’ [ເຮັບເຣີ 12:2].”
ແມ່ຂອງຂ້າພະເຈົ້າຫາກໍເສຍຊີວີດໃນເມື່ອບໍ່ດົນມານີ້; ມັນເປັນເລື່ອງທີ່ຕົກໃຈ. ຂ້າພະເຈົ້າຮັກແມ່ຂອງຂ້າພະເຈົ້າ ແລະ ບໍ່ຄິດວ່າຈະເສຍເພິ່ນໄປຕັ້ງແຕ່ຍັງໜຸ່ມ. ແຕ່ເພາະການຈາກໄປຂອງເພິ່ນ, ຂ້າພະເຈົ້າ ແລະ ຄອບຄົວໄດ້ປະສົບກັບທັງຄວາມໂສກເສົ້າ ແລະ ຄວາມຊື່ນຊົມ. ຂ້າພະເຈົ້າຮູ້ວ່າ ຍ້ອນພຣະຄຣິດ, ເພິ່ນຈຶ່ງບໍ່ໄດ້ຕາຍໄປ—ເພິ່ນຍັງມີຊີວິດຢູ່! ແລະ ຂ້າພະເຈົ້າຮູ້ວ່າຍ້ອນພຣະຄຣິດ ແລະ ຂໍກະແຈແຫ່ງຖານະປະໂລຫິດທີ່ຖືກຟື້ນຟູ ຜ່ານທາງສາດສະດາໂຈເຊັບ ສະມິດ, ຂ້າພະເຈົ້າຈະໄດ້ຢູ່ກັບເພິ່ນອີກຄັ້ງ. ຄວາມໂສກເສົ້າຂອງການສູນເສຍແມ່ຂອງຂ້າພະເຈົ້າໄດ້ຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ! ຂ້າພະເຈົ້າກຳລັງຮຽນຮູ້ໃຫ້ “ຄິດກ່ຽວກັບຊັ້ນສູງ” ແລະ “ໃຫ້ພຣະເຈົ້າໄຊຊະນະ” ລວມທັງການສຸມໃຈໃສ່ທີ່ຄວາມສຸກທີ່ມີຢູ່ໃນພຣະຄຣິດ.
ພຣະອົງໄດ້ເຊື້ອເຊີນດ້ວຍຄວາມຮັກວ່າ, “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.