ພຣະຫັດຂອງພຣະອົງພ້ອມທີ່ຈະຊ່ວຍເຮົາ
ຂະນະທີ່ເຮົາເອື້ອມອອກໄປຫາພຣະເຢຊູຄຣິດດ້ວຍສັດທາ, ພຣະອົງຈະຢູ່ທີ່ນັ້ນສະເໝີ.
ຕອນຂ້າພະເຈົ້າຍັງນ້ອຍ, ພວກເຮົາໄດ້ໄປທ່ຽວພັກຜ່ອນ ເປັນຄອບຄົວ ທີ່ຫາດຊາຍຄີມຝັ່ງ ທີ່ປະເທດຈິເລ, ບ້ານເກີດຂອງຂ້າພະເຈົ້າ. ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ຈະໄດ້ໃຊ້ເວລາຊ່ວງພັກແລ້ງອັນມ່ວນຊື່ນກັບຄອບຄົວຂອງຂ້າພະເຈົ້າ. ຂ້າພະເຈົ້າຍັງຮູ້ສຶກຕື່ນເຕັ້ນຕື່ມອີກເພາະຂ້າພະເຈົ້າຄິດວ່າໃນທີ່ສຸດຂ້າພະເຈົ້າກໍຈະສາມາດເຂົ້າຮ່ວມ ແລະ ເຮັດສິ່ງທີ່ອ້າຍທັງສອງຂອງຂ້າພະເຈົ້າເຮັດເປັນປະຈຳເພື່ອຄວາມມ່ວນຊື່ນໃນນ້ຳ.
ມີມື້ໜຶ່ງ ອ້າຍຂອງຂ້າພະເຈົ້າໄດ້ອອກໄປຫລິ້ນຢູ່ບ່ອນທີ່ມີຄື້ນແຕກ, ແລະ ຂ້າພະເຈົ້າກໍຮູ້ສຶກວ່າຕົວເອງໃຫຍ່ ແລະ ເປັນຜູ້ໃຫຍ່ພໍທີ່ຈະຕິດຕາມພວກເຂົາໄປ. ຂະນະທີ່ຂ້າພະເຈົ້າໄດ້ເຂົ້າໄປເຂດນັ້ນ, ຂ້າພະເຈົ້າໄດ້ສັງເກດເຫັນວ່າຄື້ນມີຂະໜາດໃຫຍ່ກວ່າທີ່ຂ້າພະເຈົ້າເຫັນຢູ່ຝັ່ງ. ທັນໃດນັ້ນ, ກໍມີຄື້ນຊັດເຂົ້າມາຫາຂ້າພະເຈົ້າຢ່າງໄວວາ, ເຮັດໃຫ້ຂ້າພະເຈົ້າຕົກໃຈຫລາຍ. ຂ້າພະເຈົ້າຮູ້ສຶກຄືກັນກັບວ່າອຳນາດແຫ່ງທຳມະຊາດໄດ້ຄອບກວມຂ້າພະເຈົ້າໄວ້ແລ້ວ, ແລະ ຂ້າພະເຈົ້າໄດ້ຖືກດຶງລົງໄປສູ່ສ່ວນເລິກຂອງທະເລ. ຂ້າພະເຈົ້າບໍ່ສາມາດເບິ່ງເຫັນ ຫລື ຮູ້ສຶກເຖິງຈຸດເພິ່ງພີງໃດໆຂະນະທີ່ຂ້າພະເຈົ້າຖືກຊັດໄປມາ. ຂະນະທີ່ຂ້າພະເຈົ້າຄິດວ່າການພະຈົນໄພຢູ່ເທິງໂລກນີ້ຂອງຂ້າພະເຈົ້າກຳລັງຈະສິ້ນສຸດລົງ, ຂ້າພະເຈົ້າຮູ້ສຶກວ່າມີມືໜຶ່ງກຳລັງດຶງຂ້າພະເຈົ້າຂຶ້ນມາເທິງໜ້ານ້ຳ. ໃນທີ່ສຸດ, ຂ້າພະເຈົ້າກໍສາມາດເຫັນດວງຕາເວັນ ແລະ ໄດ້ຫາຍໃຈສະດວກອີກຄັ້ງ.
ຄໍດີໂອ ອ້າຍຂອງຂ້າພະເຈົ້າໄດ້ເຫັນຄວາມພະຍາຍາມຂອງຂ້າພະເຈົ້າທີ່ຈະເຮັດຄືກັບຜູ້ໃຫຍ່ ແລະ ລາວກໍໄດ້ມາຊ່ວຍຂ້າພະເຈົ້າ. ຂ້າພະເຈົ້າບໍ່ໄດ້ຢູ່ຫ່າງໄກຈາກຝັ່ງຫລາຍປານໃດ. ເຖິງແມ່ນວ່ານ້ຳຈະຕື້ນ, ແຕ່ຂ້າພະເຈົ້າສັບສົນ ແລະ ບໍ່ຮູ້ວ່າຂ້າພະເຈົ້າສາມາດຊ່ວຍເຫລືອຕົວເອງໄດ້. ຄໍດີໂອໄດ້ບອກກັບຂ້າພະເຈົ້າວ່າ ຂ້າພະເຈົ້າຕ້ອງລະວັງ ແລະ, ລາວສາມາດຊ່ວຍສອນຂ້າພະເຈົ້າໄດ້, ຖ້າວ່າຂ້າພະເຈົ້າຕ້ອງການ. ເຖິງແມ່ນວ່າຈະກືນນ້ຳເຂົ້າໄປຫລາຍກາລອນ, ແຕ່ຄວາມທະນົງຕົວ ແລະ ຄວາມປາດຖະໜາທີ່ຈະເປັນຜູ້ໃຫຍ່ຂອງຂ້າພະເຈົ້ານັ້ນຍິ່ງຫລາຍກວ່າ, ແລະ ຂ້າພະເຈົ້າໄດ້ເວົ້າວ່າ, “ໄດ້ເລີຍ.”
ຄໍດີໂອໄດ້ບອກວ່າຂ້າພະເຈົ້າຕ້ອງໂຈມຕີຄື້ນ. ຂ້າພະເຈົ້າເວົ້າກັບຕົວເອງວ່າເຮົາຕ້ອງແພ້ຢ່າງແນ່ນອນທີ່ຕ້ອງຕໍ່ສູ້ກັບສິ່ງທີ່ເປັນຄືກັບຝາຜະໜັງນ້ຳທີ່ໃຫຍ່ແບບນີ້.
ຂະນະທີ່ຄື້ນໃຫຍ່ກຳລັງມາ, ຄໍດີໂອໄດ້ເວົ້າຢ່າງໄວວາວ່າ, “ເບິ່ງຂ້ອຍນີ້ແມ; ນີ້ແມ່ນວິທີທີ່ເຈົ້າຈະເຮັດ.” ຄໍດີໂອໄດ້ແລ່ນເຂົ້າຫາຄື້ນທີ່ກຳລັງມາ ແລະ ດຳເຂົ້າໄປກ່ອນທີ່ມັນຈະແຕກ. ຂ້າພະເຈົ້າປະທັບໃຈກັບການດຳນ້ຳຂອງລາວຫລາຍຈົນບໍ່ເຫັນວ່າມີຄື້ນອີກລູກໜຶ່ງກຳລັງມາ. ສະນັ້ນ ອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ຖືກສົ່ງລົງໄປສູ່ຄວາມເລິກຂອງທະເລ ແລະ ຖືກຊັດໄປມາດ້ວຍແຮງດັນຂອງທຳມະຊາດ. ສອງສາມວິນາທີຕໍ່ມາ, ມີມືໜຶ່ງໄດ້ຈັບມືຂອງຂ້າພະເຈົ້າໄວ້, ແລະ ຂ້າພະເຈົ້າກໍໄດ້ຖືກດຶງຂຶ້ນມາເທິງໜ້ານ້ຳອີກຄັ້ງ. ແປວໄຟແຫ່ງຄວາມທະນົງໃຈຂອງຂ້າພະເຈົ້າໄດ້ມອດລົງ.
ເທື່ອນີ້ ອ້າຍຂອງຂ້າພະເຈົ້າໄດ້ຊວນໃຫ້ຂ້າພະເຈົ້າດຳນ້ຳກັບລາວ. ຍ້ອນຄຳຊັກຊວນຂອງລາວ, ຂ້າພະເຈົ້າໄດ້ຕາມລາວໄປ, ແລະ ພວກເຮົາໄດ້ດຳນ້ຳນຳກັນ. ຂ້າພະເຈົ້າຮູ້ສຶກຄືກັນກັບວ່າຂ້າພະເຈົ້າໄດ້ເອົາຊະນະຄວາມທ້າທາຍທີ່ຊັບຊ້ອນທີ່ສຸດນີ້ໄດ້. ແນ່ນອນ, ມັນບໍ່ແມ່ນເລື່ອງງ່າຍ, ແຕ່ຂ້າພະເຈົ້າກໍເຮັດໄດ້, ຂອບໃຈສຳລັບການຊ່ວຍເຫລືອ ແລະ ຕົວຢ່າງທີ່ສະແດງໂດຍອ້າຍຂອງຂ້າພະເຈົ້າ. ລາວໄດ້ຊ່ວຍຊີວິດຂອງຂ້າພະເຈົ້າໄວ້ສອງຄັ້ງ, ຕົວຢ່າງຂອງລາວໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າຈະຕ້ອງຮັບມືກັບຄວາມທ້າທາຍ ແລະ ໄດ້ຮັບໄຊຊະນະໃນມື້ນັ້ນໄດ້ແນວໃດ.
ປະທານຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນໃຫ້ເຮົາຄິດກ່ຽວກັບຊັ້ນສູງ, ແລະ ຂ້າພະເຈົ້າຕ້ອງການທີ່ຈະເຮັດຕາມຄຳແນະນຳຂອງເພິ່ນ ແລະ ນຳໃຊ້ກັບເລື່ອງລາວໃນວັນພັກແລ້ງຂອງຂ້າພະເຈົ້າ.
ອຳນາດຂອງພຣະຜູ້ຊ່ວຍໃຫ້ລອດເໜືອກວ່າຜູ້ປໍລະປັກ
ຖ້າເຮົາຄິດກ່ຽວກັບຊັ້ນສູງ, ເຮົາຈະເຂົ້າໃຈວ່າໃນຊີວິດຂອງເຮົາ ເຮົາຈະຕ້ອງປະເຊີນໜ້າກັບຄວາມທ້າທາຍ ທີ່ເບິ່ງຄ້າຍກັບວ່າເກີນກວ່າຄວາມສາມາດຂອງເຮົາທີ່ຈະເອົາຊະນະມັນໄດ້. ໃນຊ່ວງຊີວິດມະຕະຂອງເຮົາ, ເຮົາຈະຕ້ອງປະເຊີນກັບການໂຈມຕີຂອງຜູ້ປໍລະປັກ. ເຊັ່ນດຽວກັນກັບຄື້ນທີ່ມີອຳນາດເໜືອກວ່າຂ້າພະເຈົ້າໃນມື້ພັກແລ້ງນັ້ນ, ເຮົາອາດຈະຮູ້ສຶກອ່ອນແຮງ ແລະ ຢາກຍອມຈຳນົນຕໍ່ຊະຕາກຳທີ່ເໜືອກວ່າເຮົາ. “ຄື້ນອັນຕະລາຍ” ເຫລົ່ານັ້ນສາມາດຊຸກດັນເຮົາຈາກດ້ານໜຶ່ງໄປອີກດ້ານໜຶ່ງ. ແຕ່ຢ່າລືມວ່າແມ່ນໃຜທີ່ມີອຳນາດເໜືອກວ່າຄື້ນເຫລົ່ານັ້ນ, ແລະ ຕາມຈິງແລ້ວ, ເໜືອກວ່າທຸກສິ່ງທຸກຢ່າງ. ນັ້ນກໍຄືພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ພຣະອົງມີອຳນາດຊ່ວຍໃຫ້ເຮົາພົ້ນຈາກສະພາບການອັນຊົ່ວຮ້າຍ ຫລື ສະຖານະການອັນບໍ່ເພິ່ງປາດຖະໜາ. ບໍ່ວ່າເຮົາຈະຮູ້ສຶກໃກ້ຊິດກັບພຣະອົງຫລືບໍ່ກໍຕາມ, ພຣະອົງກໍຍັງສາມາດເຂົ້າເຖິງເຮົາໄດ້ໃນຈຸດທີ່ເຮົາເປັນຢູ່.
ຂະນະທີ່ເຮົາເອື້ອມອອກໄປຫາພຣະອົງດ້ວຍສັດທາ, ພຣະອົງຈະຢູ່ທີ່ນັ້ນຕະຫລອດເວລາ, ແລະ ໃນເວລາຂອງພຣະອົງ, ພຣະອົງຈະພ້ອມ ແລະ ເຕັມພຣະໄທທີ່ຈະຈັບມືເຮົາ ແລະ ດຶງເຮົາຂຶ້ນມາສູ່ບ່ອນທີ່ປອດໄພ.
ພຣະຜູ້ຊ່ວຍໃຫ້ລອດ ແລະ ຕົວຢ່າງການປະຕິບັດສາດສະໜາກິດຂອງພຣະອົງ
ຖ້າເຮົາຄິດກ່ຽວກັບຊັ້ນສູງ, ເຮົາຈະເຫັນການປະຕິບັດສາດສະໜາກິດຂອງພຣະເຢຊູຄຣິດເປັນຕົວຢ່າງທີ່ບໍ່ມີຄວາມບົກພ່ອງ. ມີແບບແຜນສຳລັບເຮົາໃນພຣະຄຳພີ ຕອນທີ່ພຣະອົງ ຫລື ສາວົກຂອງພຣະອົງໄດ້ເອື້ອມອອກໄປຫາຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ, ຊ່ວຍຊີວິດ, ຫລື ໃຫ້ພອນແກ່ພວກເຂົາ ໃນຂະນະທີ່ພວກເຂົາຕ້ອງການຄວາມຊ່ວຍເຫລືອ. ຄືກັນກັບໃນເລື່ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ວ່າອ້າຍຂອງຂ້າພະເຈົ້າຢູ່ທີ່ນັ້ນ, ແຕ່ການຢູ່ທີ່ນັ້ນເພື່ອຂ້າພະເຈົ້າຢ່າງດຽວມັນຍັງບໍ່ພຽງພໍ. ຄໍດີໂອໄດ້ຮູ້ຈັກແລ້ວວ່າຂ້າພະເຈົ້າກຳລັງເດືອດຮ້ອນ, ແລະ ລາວໄດ້ເຂົ້າໄປຊ່ວຍຍົກຂ້າພະເຈົ້າຂຶ້ນມາຈາກນ້ຳ.
ບາງຄັ້ງ, ເຮົາຄິດວ່າເຮົາພຽງແຕ່ຢູ່ຄຽງຂ້າງຄົນທີ່ຕ້ອງການຄວາມຊ່ວຍເຫລືອ, ແລະ ຫລາຍຄັ້ງ ມີຫລາຍສິ່ງຫລາຍຢ່າງທີ່ເຮົາສາມາດເຮັດໄດ້. ການມີມຸມມອງນິລັນດອນສາມາດຊ່ວຍເຮົາໃຫ້ໄດ້ຮັບການເປີດເຜີຍເພື່ອສະເໜີໃຫ້ຄວາມຊ່ວຍເຫລືອແກ່ຄົນອື່ນທີ່ກຳລັງເດືອດຮ້ອນໄດ້ທັນເວລາ. ເຮົາສາມາດເພິ່ງພາການນຳທາງ ແລະ ການດົນໃຈຈາກພຣະວິນຍານບໍລິສຸດເພື່ອແຍກແຍະວ່າການຊ່ວຍເຫລືອແບບໃດທີ່ຈຳເປັນ, ບໍ່ວ່າຈະເປັນການປອບໂຍນທາງອາລົມ, ອາຫານການກິນ, ຫລື ການຊ່ວຍເຫລືອໃນກິດຈະວັດປະຈຳວັນ, ຫລື ການນຳທາງຝ່າຍວິນຍານ ເພື່ອຊ່ວຍຄົນອື່ນໃນການເດີນທາງຂອງເຂົາເຈົ້າ ເພື່ອກຽມພ້ອມ, ເຮັດ, ແລະ ໃຫ້ກຽດພັນທະສັນຍາອັນສັກສິດຂອງເຂົາເຈົ້າ.
ພຣະຜູ້ຊ່ວຍໃຫ້ລອດພ້ອມທີ່ຈະຊ່ວຍກູ້ເຮົາ
ເມື່ອເປໂຕ, ອັກຄະສາວົກອາວຸໂສ, “ໄດ້ຍ່າງຢູ່ເທິງໜ້ານ້ຳ, ເພື່ອໄປຫາພຣະເຢຊູ … ເພິ່ນກໍຢ້ານ; ແລະ ກຳລັງຈະຈົມລົງ”; ແລ້ວ “ເພິ່ນຈຶ່ງຮ້ອງຂຶ້ນວ່າ, ພຣະອົງເຈົ້າເອີຍ ຊ່ວຍຂ້ານ້ອຍແດ່ທ້ອນ.” ພຣະເຢຊູຮັບຮູ້ເຖິງສັດທາທີ່ເປໂຕມີຈົນສາມາດເຮັດໃຫ້ເພິ່ນຍ່າງມາຫາພຣະອົງໄດ້ຢູ່ເທິງໜ້ານ້ຳ. ພຣະອົງກໍຍັງຮູ້ເຖິງຄວາມຢ້ານກົວຂອງເປໂຕນຳອີກ. ອີງຕາມເລື່ອງລາວນັ້ນ, ພຣະເຢຊູ “ກໍເດ່ມືອອກໄປ … ຈັບລາວໄວ້ ແລ້ວ,” ກ່າວຄຳເວົ້າຕໍ່ໄປນີ້ວ່າ: “ໂອ້ ຜູ້ມີຄວາມເຊື່ອໜ້ອຍເອີຍ, ເປັນຫຍັງຈຶ່ງສົງໄສ?” ພຣະຄຳຂອງພຣະອົງບໍ່ໄດ້ເປັນການຕຳນິເປໂຕ ແຕ່ເປັນການເຕືອນເພິ່ນວ່າ ພຣະອົງ, ພຣະເມຊີອາ, ໄດ້ຢູ່ກັບເພິ່ນ ແລະ ສາວົກ.
ຖ້າເຮົາຄິດກ່ຽວກັບຊັ້ນສູງ, ເຮົາຈະໄດ້ຮັບການຢືນຢັນໃນໃຈຂອງເຮົາວ່າພຣະເຢຊູຄຣິດຄືພຣະຜູ້ຊ່ວຍກູ້, ຄືຜູ້ວິງວອນແທນເຮົານຳພຣະບິດາ, ແລະ ພຣະຜູ້ໄຖ່ຂອງເຮົາ. ຂະນະທີ່ເຮົາໃຊ້ສັດທາຂອງເຮົາໃນພຣະອົງ, ພຣະອົງຈະຊ່ວຍເຮົາໃຫ້ຫລຸດພົ້ນຈາກສະພາວະທີ່ຕົກໄປ, ພົ້ນຈາກຄວາມທ້າທາຍ, ຄວາມອ່ອນແອ, ແລະ ຄວາມຕ້ອງການໃນໂລກມະຕະນີ້ຂອງເຮົາ, ແລະ ປະທານຂອງປະທານທີ່ຍິ່ງໃຫຍ່ທີ່ສຸດໃຫ້ແກ່ເຮົາ, ນັ້ນກໍຄືຊີວິດນິລັນດອນ.
ພຣະຜູ້ຊ່ວຍໃຫ້ລອດຈະບໍ່ຍອມແພ້ກັບເຮົາ.
ອ້າຍຂອງຂ້າພະເຈົ້າບໍ່ໄດ້ຍອມແພ້ກັບຂ້າພະເຈົ້າໃນມື້ນັ້ນ ແຕ່ຍັງຄົງພະຍາຍາມຕໍ່ໄປເພື່ອໃຫ້ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະເຮັດດ້ວຍຕົວເອງ. ລາວຍັງຄົງພະຍາຍາມ, ເຖິງແມ່ນວ່ານັ້ນຈະຕ້ອງຊ່ວຍກູ້ຊີວິດຂອງຂ້າພະເຈົ້າ ສອງຄັ້ງ. ລາວຍັງຄົງພະຍາຍາມ, ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ສາມາດເຮັດໄດ້ໃນເທື່ອທຳອິດ. ລາວຍັງຄົງພະຍາຍາມ ເພື່ອວ່າຂ້າພະເຈົ້າຈະສາມາດເອົາຊະນະຄວາມທ້າທາຍນັ້ນ ແລະ ປະສົບຜົນສຳເລັດ. ຖ້າເຮົາຄິດກ່ຽວກັບຊັ້ນສູງ, ເຮົາຈະຮັບຮູ້ໄດ້ວ່າພຣະຜູ້ຊ່ວຍໃຫ້ລອດຈະສະຖິດຢູ່ທີ່ນັ້ນຫລາຍເທື່ອເທົ່າທີ່ຈຳເປັນ ເພື່ອໃຫ້ຄວາມຊ່ວຍເຫລືອ ຖ້າເຮົາຕ້ອງການທີ່ຈະຮຽນຮູ້, ປ່ຽນແປງ, ເອົາຊະນະ, ຮັບມື, ຫລື ປະສົບຄວາມສຳເລັດໃນສິ່ງໃດກໍຕາມທີ່ຈະນຳຄວາມສຸກທີ່ແທ້ຈິງ ແລະ ຍືນຍົງ ມາສູ່ຊີວິດຂອງເຮົາ.
ພຣະຫັດຂອງພຣະຜູ້ຊ່ວຍໃຫ້ລອດ
ພຣະຄຳພີເຮັດໃຫ້ສັນຍາລັກ ແລະ ຄວາມສຳຄັນຂອງພຣະຫັດຂອງພຣະຜູ້ຊ່ວຍໃຫ້ລອດເປັນອະມະຕະ. ໃນການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຫັດຂອງພຣະອົງໄດ້ຖືກເຈາະດ້ວຍຕະປູເພື່ອຄຶງພຣະອົງໄວ້ເທິງໄມ້ກາງແຂນ. ຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງ, ພຣະອົງໄດ້ປະກົດຕົວຕໍ່ສາວົກຂອງພຣະອົງດ້ວຍພຣະກາຍທີ່ສົມບູນແບບ, ແຕ່ຮອຍແປ້ວທີ່ພຣະຫັດຂອງພຣະອົງຍັງຄົງມີຢູ່ ເພື່ອເປັນສິ່ງເຕືອນໃຈເຖິງການເສຍສະລະອັນບໍ່ມີຂອບເຂດຂອງພຣະອົງ. ພຣະຫັດຂອງພຣະອົງຈະຢູ່ທີ່ນັ້ນເພື່ອເຮົາສະເໝີ, ເຖິງແມ່ນວ່າເຮົາຈະເບິ່ງບໍ່ເຫັນ ຫລື ບໍ່ຮູ້ສຶກໄດ້ໃນເບື້ອງຕົ້ນກໍຕາມ, ເພາະວ່າພຣະອົງຊົງຖືກເລືອກໄວ້ຈາກພຣະບິດາເທິງສະຫວັນຂອງເຮົາ ເພື່ອໃຫ້ມາເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະຜູ້ໄຖ່ຂອງມະນຸດທັງປວງ.
ຖ້າວ່າຂ້າພະເຈົ້າຄິດກ່ຽວກັບຊັ້ນສູງ, ຂ້າພະເຈົ້າກໍຈະຮູ້ວ່າເຮົາບໍ່ໄດ້ຖືກປ່ອຍປະໃຫ້ຢູ່ຕົວຄົນດຽວໃນຊີວິດນີ້. ໃນຂະນະທີ່ເຮົາຕ້ອງປະເຊີນໜ້າກັບຄວາມທ້າທາຍ ແລະ ການທົດລອງ, ພຣະບິດາເທິງສະຫວັນຂອງເຮົາຮູ້ເຖິງຄວາມສາມາດຂອງເຮົາ ແລະ ຮູ້ຈັກວ່າເຮົາຈະສາມາດແບກຮັບ ຫລື ເອົາຊະນະຄວາມຫຍຸ້ງຍາກຂອງເຮົາໄດ້ຫລືບໍ່. ເຮົາຕ້ອງເຮັດພາກສ່ວນຂອງເຮົາ ແລະ ຫັນໄປຫາພຣະອົງດ້ວຍສັດທາ. ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ຄືພຣະຜູ້ຊ່ວຍກູ້ຂອງເຮົາ ແລະ ພຣະອົງຈະຢູ່ທີ່ນັ້ນສະເໝີ. ໃນພຣະນາມຂອງພຣະອົງ, ພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.