ຄວາມເປັນມະຕະເປັນຜົນດີ!
ເຖິງແມ່ນວ່າເຮົາທຸກຄົນຈະປະເຊີນກັບຄວາມທ້າທາຍ, ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ ໄດ້ອອກແບບແຜນແຫ່ງຄວາມສຸກເພື່ອວ່າເຮົາຈະບໍ່ຖືກກຳນົດໃຫ້ລົ້ມເຫລວ.
ເປັນເວລາຫລາຍປີທີ່ຂ້າພະເຈົ້າຖືກມອບໝາຍໃຫ້ສິດສອນປະຈຳບ້ານໃຫ້ແກ່ເອື້ອຍຜູ້ສູງອາຍຸຄົນໜຶ່ງໃນຫວອດຂອງຂ້າພະເຈົ້າ. ນາງບໍ່ໄດ້ມີຊີວິດທີ່ງ່າຍເລີຍ. ນາງໄດ້ມີບັນຫາທາງສຸຂະພາບຕ່າງໆນາໆ ແລະ ໄດ້ປະສົບຄວາມເຈັບປວດຕະຫລອດຊີວິດ ເນື່ອງຈາກອຸປະຕິເຫດຢູ່ທີ່ສະໜາມຫລິ້ນຕອນຍັງນ້ອຍ. ໂດຍທີ່ໄດ້ຢ່າຮ້າງຕອນອາຍຸ 32 ປີ ພ້ອມດ້ວຍລູກນ້ອຍສີ່ຄົນທີ່ຕ້ອງລ້ຽງດູ ແລະ ຈັດຫາໃຫ້, ນາງຈຶ່ງໄດ້ແຕ່ງງານອີກຄັ້ງຕອນອາຍຸ 50 ປີ. ສາມີຄົນທີສອງຂອງນາງກໍໄດ້ເສຍຊີວິດຕອນນາງມີອາຍຸ 66 ປີ, ແລະ ເອື້ອຍຄົນນີ້ໄດ້ມີຊີວິດຢູ່ຕໍ່ອີກ 26 ປີໃນຖານະແມ່ໝ້າຍ.
ເຖິງແມ່ນໄດ້ມີຄວາມທ້າທາຍຕະຫລອດຊີວິດຂອງນາງ, ນາງກໍໄດ້ຊື່ສັດຕໍ່ພັນທະສັນຍາຂອງນາງຈົນເຖິງທີ່ສຸດ. ເອື້ອຍຄົນນີ້ເປັນນັກສືບເຊື້ອສາຍທີ່ກະຕືລືລົ້ນ, ມັກໄປພຣະວິຫານ, ແລະ ເປັນຜູ້ສະສົມ ແລະ ຜູ້ຂຽນປະຫວັດຄອບຄົວ. ເຖິງແມ່ນວ່ານາງໄດ້ມີການທົດລອງທີ່ຫຍຸ້ງຍາກຢ່າງຫລວງຫລາຍ, ແລະ ແນ່ນອນວ່າ ເປັນບາງຄັ້ງບາງຄາວນາງກໍໄດ້ຮູ້ສຶກໂສກເສົ້າ ແລະ ໂດດດ່ຽວ, ແຕ່ນາງໄດ້ມີໃບໜ້າທີ່ເບີກບານ ແລະ ບຸກຄະລິກທີ່ສຸພາບ ແລະ ສະໜຸກສະໜານ.
ເກົ້າເດືອນຫລັງຈາກນາງໄດ້ເສຍຊີວິດ, ລູກຊາຍຄົນໜຶ່ງຂອງນາງໄດ້ມີປະສົບການສຸດພິເສດໃນພຣະວິຫານ. ລາວໄດ້ຮຽນຮູ້ໂດຍອຳນາດຂອງພຣະວິນຍານບໍລິສຸດວ່າ ແມ່ຂອງລາວໄດ້ມີຂ່າວສານສຳລັບລາວ. ນາງໄດ້ສື່ສານກັບລາວ, ແຕ່ບໍ່ໄດ້ແມ່ນໂດຍພາບນິມິດ ຫລື ໂດຍຖ້ອຍຄຳທີ່ໄດ້ຍິນ. ຂ່າວສານທີ່ແຈ່ມແຈ້ງດັ່ງຕໍ່ໄປນີ້ໄດ້ເຂົ້າມາສູ່ຄວາມຄິດຂອງລູກຊາຍຈາກແມ່ລາວວ່າ: “ແມ່ຢາກໃຫ້ລູກຮູ້ວ່າຄວາມເປັນມະຕະເປັນຜົນດີ, ແລະ ແມ່ຢາກໃຫ້ລູກຮູ້ວ່າ ບັດນີ້ແມ່ເຂົ້າໃຈແລ້ວວ່າເປັນຫຍັງທຸກສິ່ງໄດ້ເກີດຂຶ້ນ [ໃນຊີວິດຂອງແມ່] ຕາມທີ່ມັນໄດ້ເປັນ—ແລະ ທຸກສິ່ງກໍດີ.”
ຂ່າວສານນີ້ຍິ່ງສຸດພິເສດຫລາຍຂຶ້ນເມື່ອເຮົາພິຈາລະນາສະພາບການຂອງນາງ ແລະ ຄວາມຫຍຸ້ງຍາກທີ່ເອື້ອຍຄົນນີ້ໄດ້ອົດທົນຕໍ່ ແລະ ໄດ້ເອົາຊະນະ.
ອ້າຍເອື້ອຍນ້ອງທັງຫລາຍ, ຄວາມເປັນມະຕະເປັນຜົນດີ! ມັນຖືກອອກແບບໃຫ້ເປັນຜົນດີ! ເຖິງແມ່ນວ່າເຮົາທຸກຄົນຈະປະເຊີນກັບຄວາມທ້າທາຍ, ຄວາມເຈັບປວດໃຈ, ແລະ ຄວາມຫຍຸ້ງຍາກກໍຕາມ, ແຕ່ພຣະບິດາເທິງສະຫວັນທີ່ຊົງຮັກ, ສະຫລຽວສະຫລາດ, ແລະ ດີພ້ອມຂອງເຮົາ ໄດ້ອອກແບບແຜນແຫ່ງຄວາມສຸກເພື່ອວ່າເຮົາຈະບໍ່ຖືກກຳນົດໃຫ້ລົ້ມເຫລວ. ແຜນຂອງພຣະອົງຈັດຫາວິທີທາງໃຫ້ເຮົາເພື່ອເອົາຊະນະຄວາມລົ້ມເຫລວໃນຊີວິດມະຕະຂອງເຮົາ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ນີ້ຄືວຽກງານຂອງເຮົາ ແລະ ລັດສະໝີພາບຂອງເຮົາ—ຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ.”
ເຖິງຢ່າງໃດກໍຕາມ, ຖ້າຫາກເຮົາຈະເປັນຜູ້ໄດ້ຮັບຜົນປະໂຫຍດຈາກ “ວຽກງານ ແລະ ລັດສະໝີພາບ” ຂອງພຣະຜູ້ເປັນເຈົ້າ, ແມ່ນແຕ່ “ຄວາມເປັນອະມະຕະ ແລະ ຊີວິດນິລັນດອນ,” ເຮົາຕ້ອງຄາດຫວັງວ່າຈະຕ້ອງຮັບການສຶກສາ ແລະ ຖືກສິດສອນ ແລະ ຜ່ານໄຟທີ່ຫລອມໂລຫະ—ບາງເທື່ອກໍເຖິງຂິດຈຳກັດຂອງເຮົາ. ການຫລີກລ້ຽງຈາກບັນຫາ, ຄວາມທ້າທາຍ, ແລະ ຄວາມຫຍຸ້ງຍາກຂອງໂລກນີ້ໂດຍສິ້ນເຊີງ ກໍຄືກັນກັບການຫລີກລ້ຽງຈາກຂັ້ນຕອນທີ່ຈຳເປັນແທ້ໆຕໍ່ການທີ່ຈະເຮັດໃຫ້ຄວາມເປັນມະຕະເປັນຜົນດີ.
ສະນັ້ນ ເຮົາບໍ່ຄວນຕົກໃຈເມື່ອເຮົາປະສົບກັບການທ້າທາຍ ແລະ ຄວາມຫຍຸ້ງຍາກ. ເຮົາຈະປະເຊີນກັບສະພາບການທີ່ຈະທົດລອງເຮົາ ແລະ ຜູ້ຄົນທີ່ເຮັດໃຫ້ເຮົາສາມາດຝຶກຊ້ອມຄວາມໃຈບຸນ ແລະ ຄວາມອົດທົນທີ່ແທ້ຈິງ. ແຕ່ເຮົາຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກຂອງເຮົາ ແລະ ຈົດຈຳ, ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວໄວ້ວ່າ:
“ຜູ້ໃດກໍຕາມທີ່ວາງຊີວິດຂອງເຂົາໃນອຸດົມການຂອງເຮົາ, ເພື່ອເຫັນແກ່ນາມຂອງເຮົາ, ຈະພົບມັນອີກ, ແມ່ນແຕ່ຊີວິດນິລັນດອນ.
“ສະນັ້ນ, ຢ່າສູ່ຢ້ານສັດຕູຂອງພວກເຈົ້າ [ຫລື ບັນຫາ, ຄວາມທ້າທາຍ, ຫລື ການທົດລອງຂອງຊີວິດນີ້], ເພາະເຮົາໄດ້ອອກຄຳສັ່ງ … , ພຣະຜູ້ເປັນເຈົ້າໄດ້ກ່າວ, ວ່າເຮົາຈະພິສູດພວກເຈົ້າໃນທຸກສິ່ງທັງປວງ, ວ່າພວກເຈົ້າຈະຢູ່ໃນພັນທະສັນຍາຂອງເຮົາຫລືບໍ່ … ວ່າພວກເຈົ້າຈະຖືກພົບວ່າມີຄ່າຄວນ.”
ເມື່ອເຮົາຮູ້ສຶກທໍ້ຖອຍໃຈ ຫລື ກັງວົນກ່ຽວກັບບັນຫາຂອງເຮົາ ຫລື ຮູ້ສຶກວ່າເຮົາອາດໄດ້ຮັບຄວາມຫຍຸ້ງຍາກຂອງຊີວິດຫລາຍເກີນສ່ວນທີ່ຄວນເປັນຂອງເຮົາ, ເຮົາສາມາດຈົດຈຳສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ລູກຫລານຂອງອິດສະຣາເອນວ່າ:
“ຈົ່ງຈົດຈຳວ່າ [ພຣະຜູ້ເປັນເຈົ້າ] ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາສີ່ສິບປີຢ່າງໃດ ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະ ພວກເຈົ້າ [ຈະ] ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່.”
ດັ່ງທີ່ລີໄຮໄດ້ສິດສອນ ຢາໂຄບ ລູກຊາຍຂອງເພິ່ນວ່າ:
“ລູກໄດ້ຮັບຄວາມທຸກຍາກລຳບາກ ແລະ ຄວາມເສົ້າສະຫລົດໃຈມາຫລາຍ. … ເຖິງຢ່າງໃດກໍຕາມ, … [ພຣະເຈົ້າ] ໄດ້ຕັ້ງຄວາມທຸກຂອງລູກໄວ້ເພື່ອຜົນປະໂຫຍດຂອງລູກ. … ດັ່ງນັ້ນ, ພໍ່ຮູ້ວ່າ ລູກຖືກໄຖ່ແລ້ວ, ເພາະຄວາມຊອບທຳຂອງພຣະຜູ້ໄຖ່ຂອງລູກ.”
ເພາະວ່າຊີວິດນີ້ເປັນສະຖານທີ່ທົດສອບ ແລະ “ເມກມືດແຫ່ງຄວາມທຸກຜ່ານເຂົ້າມາຂົ່ມເຫັງສັນຕິໃຫ້ລີ້ລັບຕາ,” ມັນຈະເປັນປະໂຫຍດທີ່ຈະຈົດຈຳຄຳແນະນຳ ແລະ ຄຳສັນຍານີ້ທີ່ພົບເຫັນຢູ່ໃນ ໂມໄຊຢາ 23 ທີ່ກ່ຽວພັນກັບຄວາມທ້າທາຍຂອງຊີວິດ: “ເຖິງຢ່າງໃດກໍຕາມ—ຜູ້ໃດກໍຕາມທີ່ໄວ້ວາງໃຈໃນ [ພຣະຜູ້ເປັນເຈົ້າ] ຜູ້ນັ້ນຈະຖືກຍົກຂຶ້ນໃນວັນສຸດທ້າຍ.”
ຕອນເປັນໜຸ່ມ, ຂ້າພະເຈົ້າໄດ້ປະສົບຄວາມເຈັບປວດ ແລະ ຄວາມອັບອາຍທາງອາລົມທີ່ຮ້າຍແຮງເປັນສ່ວນຕົວ ເນື່ອງຈາກການກະທຳທີ່ບໍ່ຊອບທຳຂອງຄົນອື່ນ, ຊຶ່ງໄດ້ກະທົບກະເທືອນຕໍ່ຄຸນຄ່າ ແລະ ຄວາມຮູ້ສຶກມີຄ່າຄວນຂອງຂ້າພະເຈົ້າຕໍ່ທີ່ປະທັບຂອງພຣະຜູ້ເປັນເຈົ້າເປັນເວລາຫລາຍປີ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເປັນພະຍານສ່ວນຕົວວ່າ ພຣະຜູ້ເປັນເຈົ້າສາມາດເພີ່ມຄວາມເຂັ້ມແຂງໃຫ້ເຮົາ ແລະ ຍົກເຮົາຂຶ້ນໄດ້ ບໍ່ວ່າຄວາມຫຍຸ້ງຍາກທີ່ເຮົາຖືກເອີ້ນໃຫ້ປະສົບນັ້ນຈະເປັນແບບໃດກໍຕາມ ລະຫວ່າງການເດີນທາງຂອງເຮົາຢູ່ເທິງໂລກທີ່ໂສກເສົ້ານີ້.
ເຮົາກໍຄຸ້ນເຄີຍກັບປະສົບການຂອງໂປໂລ:
“ແລະ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ ເນື່ອງຈາກການຊົງສຳແດງອັນຫລວງຫລາຍ [ທີ່ເຮົາໄດ້ຮັບ] ຊຶ່ງມາຈາກພຣະເຈົ້າ, ພຣະເຈົ້າໄດ້ຊົງບັນດານໃຫ້ມີສ້ຽນໜາມໃນເນື້ອກາຍຂອງເຮົາ, ເປັນບໍລິວານຂອງມານຊາຕານທີ່ທຸບຕີເຮົາ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ.
“ເຮົາໄດ້ອະທິຖານຕໍ່ພຣະຜູ້ເປັນເຈົ້າເຖິງສາມເທື່ອ ກ່ຽວກັບເລື່ອງນີ້ ເພື່ອຂໍໃຫ້ພຣະອົງເອົາໜີໄປ.
“ແຕ່ຄຳຕອບຂອງພຣະອົງເປັນດັ່ງນີ້, ພຣະຄຸນຂອງເຮົາ ກໍມີພໍແລ້ວສຳລັບເຈົ້າ: ດ້ວຍວ່າ, ເມື່ອໃດທີ່ເຈົ້າອ່ອນແຮງ ເມື່ອນັ້ນລິດອຳນາດຂອງເຮົາກໍສຳແດງອອກຢ່າງລົ້ນເຫລືອ. ດັ່ງນັ້ນ ເຮົາຈຶ່ງມີຄວາມພາກພູມໃຈໃນບັນດາຄວາມອ່ອນແຮງຂອງເຮົາກໍດີກວ່າ ເພື່ອວ່າລິດອຳນາດຂອງພຣະຄຣິດຈະຄຸ້ມຄອງປ້ອງກັນເຮົາໄວ້.”
ເຮົາບໍ່ຮູ້ວ່າ “ສ້ຽນໜາມໃນເນື້ອກາຍ” ຂອງໂປໂລນັ້ນຄືຫຍັງ. ເພິ່ນໄດ້ເລືອກທີ່ຈະບໍ່ບັນຍາຍວ່າມັນໄດ້ເປັນຄວາມເຈັບປ່ວຍທາງຮ່າງກາຍ, ຄວາມອ່ອນເພຍທາງຈິດໃຈ ຫລື ອາລົມ, ຫລື ເປັນການລໍ້ລວງ. ແຕ່ເຮົາກໍບໍ່ຈຳເປັນຕ້ອງຮູ້ລາຍລະອຽດເພື່ອຈະຮູ້ວ່າ ເພິ່ນໄດ້ດີ້ນລົນ ແລະ ໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າເພື່ອຄວາມຊ່ວຍເຫລືອ ແລະ ວ່າ, ໃນທີ່ສຸດ, ຄວາມເຂັ້ມແຂງ ແລະ ອຳນາດຂອງພຣະຜູ້ເປັນເຈົ້າກໍເປັນສິ່ງທີ່ໄດ້ຊ່ວຍເພິ່ນໃຫ້ຜ່ານຜ່າມັນໄປ.
ຄືກັນກັບໂປໂລ, ແມ່ນຜ່ານທາງຄວາມຊ່ວຍເຫລືອຂອງພຣະຜູ້ເປັນເຈົ້າທີ່ໃນທີ່ສຸດ ຂ້າພະເຈົ້າໄດ້ຮັບຄວາມເຂັ້ມແຂງທາງຈິດໃຈ ແລະ ວິນຍານ ແລະ ໃນທີ່ສຸດໄດ້ຮັບຮູ້ ຫລັງຈາກເວລາຫລາຍປີວ່າ ຂ້າພະເຈົ້າເປັນຄົນທີ່ມີຄ່າຄວນສະເໝີມາ ແລະ ມີຄ່າຄວນທີ່ຈະໄດ້ຮັບພອນຂອງພຣະກິດຕິຄຸນ. ພຣະຜູ້ຊ່ວຍໃຫ້ລອດໄດ້ຊ່ວຍຂ້າພະເຈົ້າເອົາຊະນະຄວາມຮູ້ສຶກບໍ່ມີຄ່າຄວນຂອງຂ້າພະເຈົ້າ ແລະ ທີ່ຈະສະເໜີການໃຫ້ອະໄພທີ່ຈິງໃຈນັ້ນແກ່ຜູ້ທີ່ກະທຳຜິດ. ໃນທີ່ສຸດຂ້າພະເຈົ້າກໍໄດ້ເຂົ້າໃຈວ່າ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດເປັນຂອງປະທານສ່ວນຕົວສຳລັບຂ້າພະເຈົ້າ ແລະ ວ່າພຣະບິດາເທິງສະຫວັນຂອງຂ້າພະເຈົ້າ ແລະ ພຣະບຸດຂອງພຣະອົງຮັກຂ້າພະເຈົ້າຢ່າງສົມບູນແບບ. ເປັນເພາະການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ຄວາມເປັນມະຕະຈຶ່ງເປັນຜົນດີ.
ໃນທີ່ສຸດຂະນະທີ່ຂ້າພະເຈົ້າໄດ້ຮັບພອນທີ່ໄດ້ຮັບຮູ້ວ່າພຣະຜູ້ຊ່ວຍໃຫ້ລອດໄດ້ກູ້ຊີວິດຂ້າພະເຈົ້າ ແລະ ໄດ້ສະຖິດຢູ່ຄຽງຂ້າງຂ້າພະເຈົ້າແນວໃດ ຜ່ານປະສົບການເຫລົ່ານັ້ນ, ຂ້າພະເຈົ້າເຂົ້າໃຈຢ່າງແຈ່ມແຈ້ງວ່າ ສະພາບການທີ່ໂຊກຮ້າຍໃນໄວລຸ້ນຂອງຂ້າພະເຈົ້ານັ້ນເປັນການເດີນທາງ ແລະ ປະສົບການສ່ວນຕົວ ຂອງຂ້າພະເຈົ້າ ຊຶ່ງການແກ້ໄຂ ແລະ ຜົນຮັບໃນທີ່ສຸດບໍ່ສາມາດຍື່ນໃຫ້ກັບຜູ້ຄົນທີ່ໄດ້ທົນທຸກທໍລະມານ ແລະ ຍັງທົນທຸກຢູ່ເນື່ອງຈາກພຶດຕິກຳທີ່ບໍ່ຊອບທຳຂອງຄົນອື່ນ.
ຂ້າພະເຈົ້າຮັບຮູ້ວ່າປະສົບການຂອງຊີວິດ—ດີ ແລະ ບໍ່ດີ—ສາມາດສິດສອນບົດຮຽນທີ່ສຳຄັນໃຫ້ແກ່ເຮົາ. ບັດນີ້ຂ້າພະເຈົ້າຮູ້ ແລະ ເປັນປະຈັກພະຍານວ່າ ຄວາມເປັນມະຕະເປັນຜົນດີ! ຂ້າພະເຈົ້າຫວັງວ່າ ເພາະຍ້ອນປະສົບການຂອງຊີວິດຂອງຂ້າພະເຈົ້າ—ດີ ແລະ ບໍ່ດີ—ຂ້າພະເຈົ້າມີຄວາມເມດຕາຕໍ່ຜູ້ຮັບເຄາະທີ່ບໍລິສຸດ ຈາກການກະທຳຂອງຄົນອື່ນ ແລະ ມີຄວາມເຂົ້າອົກເຂົ້າໃຈຕໍ່ຜູ້ທີ່ຖືກຢຽບຍ່ຳ.
ຂ້າພະເຈົ້າຫວັງດ້ວຍຄວາມຈິງໃຈວ່າ ເພາະຍ້ອນປະສົບການຂອງຊີວິດຂອງຂ້າພະເຈົ້າ—ດີ ແລະ ບໍ່ດີ—ຂ້າພະເຈົ້າຈະມີເມດຕາຫລາຍຂຶ້ນຕໍ່ຄົນອື່ນ, ປະຕິບັດຕໍ່ຄົນອື່ນດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຈະປະຕິບັດ, ແລະ ມີຄວາມເຂົ້າໃຈຄົນບາບຫລາຍຂຶ້ນ ແລະ ວ່າຂ້າພະເຈົ້າມີຄຸນນະທຳທີ່ສົມບູນຄົບຖ້ວນ. ຂະນະທີ່ເຮົາມາເພິ່ງພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຮັກສາພັນທະສັນຍາຂອງເຮົາ, ເຮົາສາມາດເປັນຕົວຢ່າງເຖິງຜົນກະທົບອັນກວ້າງໄກຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຂ້າພະເຈົ້າຂໍແບ່ງປັນຕົວຢ່າງສຸດທ້າຍວ່າ ຄວາມເປັນມະຕະເປັນຜົນດີ.
ແມ່ຂອງຂ້າພະເຈົ້າບໍ່ໄດ້ມີການເດີນທາງຜ່ານຄວາມເປັນມະຕະທີ່ງ່າຍດາຍ. ເພິ່ນບໍ່ໄດ້ຮັບຄຳຊົມເຊີຍ ຫລື ກຽດຕິຍົດທາງໂລກອັນໃດເລີຍ ແລະ ບໍ່ໄດ້ມີໂອກາດທາງການສຶກສາສູງກວ່າມັດທະຍົມປາຍ. ເພິ່ນໄດ້ເປັນໂຣກໂປລິໂອຕອນຍັງນ້ອຍ, ທີ່ເປັນເຫດຂອງຄວາມເຈັບປວດ ແລະ ບໍ່ມີຄວາມສຸກສະບາຍໃນຂາເບື້ອງຊ້າຍຂອງເພິ່ນຕະຫລອດຊີວິດ. ຕອນເປັນຜູ້ໃຫຍ່, ເພິ່ນໄດ້ປະສົບຄວາມຫຍຸ້ງຍາກຢ່າງຫລວງຫລາຍ ແລະ ຄວາມທ້າທາຍທາງຮ່າງກາຍ ແລະ ສະຖານະການທາງການເງິນ ແຕ່ຍັງຊື່ສັດຕໍ່ພັນທະສັນຍາຂອງເພິ່ນ ແລະ ຮັກພຣະຜູ້ເປັນເຈົ້າ.
ຕອນແມ່ຂອງຂ້າພະເຈົ້າມີອາຍຸ 55 ປີ, ເອື້ອຍຜູ້ຖັດໄປຂອງຂ້າພະເຈົ້າກໍໄດ້ເສຍຊີວິດ, ໄດ້ປະລູກສາວນ້ອຍອາຍຸເກົ້າເດືອນ, ຫລານສາວຂອງຂ້າພະເຈົ້າ, ໂດຍບໍ່ມີແມ່. ເພາະຫລາຍໆເຫດຜົນ, ແມ່ຂອງຂ້າພະເຈົ້າໄດ້ເປັນຜູ້ລ້ຽງດູຫລານສາວຂອງຂ້າພະເຈົ້າເປັນເວລາ 17 ປີຕໍ່ຈາກນັ້ນ, ທີ່ສ່ວນຫລາຍແລ້ວກໍແມ່ນພາຍໃຕ້ສະຖານະການທີ່ຍາກລຳບາກ. ແຕ່, ເຖິງແມ່ນດ້ວຍປະສົບການເຫລົ່ານີ້, ເພິ່ນກໍໄດ້ຮັບໃຊ້ຄອບຄົວ, ເພື່ອນບ້ານ, ແລະ ສະມາຊິກໃນຫວອດຢ່າງມີຄວາມສຸກ ແລະ ຢ່າງເຕັມໃຈ ແລະ ໄດ້ຮັບໃຊ້ເປັນພະນັກງານພິທີການໃນພຣະວິຫານເປັນເວລາຫລາຍປີ. ລະຫວ່າງຫລາຍປີສຸດທ້າຍຂອງຊີວິດເພິ່ນ, ແມ່ໄດ້ທົນທຸກຈາກຄວາມຈຳເສື່ອມ, ສ່ວນຫລາຍກໍສັບສົນ, ແລະ ໄດ້ອາໄສຢູ່ທີ່ບ້ານພັກຄົນຊະລາ. ໜ້າເສຍໃຈ, ເພິ່ນໄດ້ຢູ່ຄົນດຽວຕອນເພິ່ນເສຍຊີວິດໂດຍບໍ່ຄາດຄິດ.
ຫລາຍເດືອນຫລັງຈາກເພິ່ນໄດ້ເສຍຊີວິດ, ຂ້າພະເຈົ້າໄດ້ມີຄວາມຝັນທີ່ຂ້າພະເຈົ້າບໍ່ເຄີຍລືມ. ໃນຄວາມຝັນຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ນັ່ງຢູ່ໃນຫ້ອງການຂອງຂ້າພະເຈົ້າຢູ່ທີ່ອາຄານບໍລິຫານຂອງສາດສະໜາຈັກ. ແມ່ໄດ້ເຂົ້າມາໃນຫ້ອງການ. ຂ້າພະເຈົ້າຮູ້ວ່າເພິ່ນໄດ້ມາຈາກໂລກວິນຍານ. ຂ້າພະເຈົ້າຈະຈົດຈຳຄວາມຮູ້ສຶກນັ້ນຕະຫລອດໄປ. ເພິ່ນບໍ່ໄດ້ເວົ້າຫຍັງເລີຍ, ແຕ່ເພິ່ນໄດ້ສາຍແສງຄວາມສວຍງາມທາງວິນຍານທີ່ຂ້າພະເຈົ້າບໍ່ເຄີຍໄດ້ປະສົບມາກ່ອນ ແລະ ທີ່ຂ້າພະເຈົ້າບັນຍາຍມັນໄດ້ຍາກ.
ໃບໜ້າ ແລະ ການເປັນຢູ່ຂອງເພິ່ນນັ້ນແມ່ນໜ້າອັດສະຈັນແທ້ໆ! ຂ້າພະເຈົ້າຈຳວ່າໄດ້ກ່າວກັບເພິ່ນວ່າ, “ແມ່ເອີຍ, ແມ່ຊ່າງສວຍງາມຫລາຍແທ້ໆເດ້!” ໂດຍອ້າງເຖິງອຳນາດ ແລະ ຄວາມສວຍງາມທາງວິນຍານຂອງເພິ່ນ. ເພິ່ນໄດ້ຮັບຮູ້ຂ້າພະເຈົ້າ—ອີກເທື່ອໜຶ່ງໂດຍບໍ່ໄດ້ກ່າວອອກມາ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກທີ່ເພິ່ນມີໃຫ້ຂ້າພະເຈົ້າ, ແລະ ຂ້າພະເຈົ້າຮູ້ໃນຕອນນັ້ນວ່າ ເພິ່ນກໍມີຄວາມສຸກ ແລະ ໄດ້ຫາຍດີຈາກຄວາມຫ່ວງໃຍ ແລະ ຄວາມທ້າທາຍທາງໂລກຂອງເພິ່ນ ແລະ ລໍຖ້າ “ການຟື້ນຄືນຊີວິດອັນຮຸ່ງເຫລື້ອມ.” ຂ້າພະເຈົ້າຮູ້ວ່າ ສຳລັບແມ່, ຄວາມເປັນມະຕະໄດ້ເປັນຜົນດີ—ແລະ ວ່າມັນກໍເປັນຜົນດີສຳລັບເຮົາຄືກັນ.
ວຽກງານ ແລະ ລັດສະໝີພາບຂອງພຣະເຈົ້າຄືການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ. ປະສົບການຂອງຄວາມເປັນມະຕະເປັນພາກສ່ວນຂອງການເດີນທາງທີ່ອະນຸຍາດໃຫ້ເຮົາເຕີບໂຕ ແລະ ກ້າວໜ້າໄປສູ່ຄວາມເປັນອະມະຕະ ແລະ ຊີວິດນິລັນດອນນັ້ນ. ເຮົາບໍ່ໄດ້ຖືກສົ່ງມາທີ່ນີ້ເພື່ອໃຫ້ລົ້ມເຫລວ ແຕ່ເພື່ອໃຫ້ສຳເລັດຜົນໃນແຜນຂອງພຣະເຈົ້າສຳລັບເຮົາ.
ດັ່ງທີ່ກະສັດເບັນຢາມິນໄດ້ສິດສອນວ່າ: “ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ຮັບພອນທຸກຢ່າງ ທັງຝ່າຍໂລກ ແລະ ຝ່າຍວິນຍານ; ແລະ ຖ້າຫາກເຂົາອົດທົນຢ່າງຊື່ສັດຈົນເຖິງທີ່ສຸດແລ້ວ, ເຂົາຈະຖືກຮັບເຂົ້າສູ່ສະຫວັນ, ແລ້ວເຂົາຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ.” ໃນອີກຄຳໜຶ່ງ, ຄວາມເປັນມະຕະເປັນຜົນດີ!
ຂ້າພະເຈົ້າເປັນພະຍານວ່າ ຂະນະທີ່ເຮົາຮັບເອົາພິທີການຂອງພຣະກິດຕິຄຸນ, ເຂົ້າເຮັດພັນທະສັນຍາກັບພຣະເຈົ້າ ແລະ ຮັກສາພັນທະສັນຍາເຫລົ່ານັ້ນ, ກັບໃຈ, ຮັບໃຊ້ຄົນອື່ນ, ແລະ ອົດທົນຈົນເຖິງທີ່ສຸດ, ເຮົາກໍສາມາດມີຄວາມໝັ້ນໃຈ ແລະ ຄວາມໄວ້ວາງໃຈທີ່ສົມບູນໃນພຣະຜູ້ເປັນເຈົ້າໄດ້ຄືກັນວ່າ ຄວາມເປັນມະຕະເປັນຜົນດີ! ຂ້າພະເຈົ້າເປັນພະຍານເຖິງພຣະເຢຊູຄຣິດ ແລະ ວ່າອະນາຄົດທີ່ຮຸ່ງໂລດຂອງເຮົາກັບພຣະບິດາເທິງສະຫວັນຂອງເຮົາກໍເຮັດໃຫ້ເປັນໄປໄດ້ໂດຍພຣະຄຸນ ແລະ ການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.