ການປັບຄວາມປະສົງຂອງເຮົາໃຫ້ສອດຄ່ອງກັບຂອງພຣະອົງ
ການເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ ຈະເຮັດໃຫ້ເຮົາຄົ້ນພົບໄຂ່ມຸກອັນລ້ຳຄ່າທີ່ສຸດໃນໂລກ—ອານາຈັກສະຫວັນ.
ໃນໂອກາດໃດໜຶ່ງ, ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວເຖິງພໍ່ຄ້າຄົນໜຶ່ງທີ່ກຳລັງຊອກຫາ “ໄຂ່ມຸກຢ່າງງາມ.” ລະຫວ່າງທີ່ພໍ່ຄ້າຜູ້ນີ້ຊອກຫາ, ລາວໄດ້ພົບເມັດໜຶ່ງ “ທີ່ມີຄ່າແພງຫລາຍທີ່ສຸດ.” ເຖິງຢ່າງໃດກໍຕາມ, ເພື່ອທີ່ຈະໄດ້ໄຂ່ມຸກອັນສວຍງາມນັ້ນ ຊາຍຄົນນີ້ຕ້ອງໄດ້ຂາຍຊັບສິນທັງໝົດຂອງລາວ, ຊຶ່ງລາວໄດ້ເຮັດທັນທີ ແລະ ຢ່າງມີຄວາມສຸກ.
ຜ່ານຄຳອຸປະມາທີ່ສັ້ນໆ ແລະ ຊວນຄິດນີ້, ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຢ່າງສວຍງາມວ່າ ອານາຈັກສະຫວັນ ຖືກປຽບທຽບໃສ່ກັບໄຂ່ມຸກທີ່ປະເມີນຄ່າບໍ່ໄດ້, ແທ້ໆແລ້ວເປັນຊັບສົມບັດອັນລ້ຳຄ່າທີ່ສຸດ ທີ່ຄວນປາດຖະໜາເໜືອສິ່ງອື່ນໃດ. ຄວາມຈິງທີ່ວ່າພໍ່ຄ້າໄດ້ຂາຍຊັບສົມບັດຂອງລາວທັນທີ ເພື່ອໃຫ້ໄດ້ໄຂ່ມຸກອັນມີຄ່ານັ້ນ ສະແດງໃຫ້ເຫັນຢ່າງຊັດເຈນວ່າ ເຮົາຄວນປັບຈິດໃຈ ແລະ ຄວາມປາດຖະໜາຂອງເຮົາໃຫ້ສອດຄ່ອງກັບພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ເຕັມໃຈທີ່ຈະເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ໃນລະຫວ່າງການເດີນທາງໃນຊີວິດຂອງເຮົາ ເພື່ອຮັບພອນນິລັນດອນຂອງອານາຈັກຂອງພຣະເຈົ້າ.
ເພື່ອໃຫ້ຄູ່ຄວນກັບລາງວັນອັນຍິ່ງໃຫຍ່ນີ້, ແນ່ນອນເຮົາຕ້ອງ, ໃນບັນດາສິ່ງອື່ນໆ, ພະຍາຍາມຈົນສຸດຄວາມສາມາດຂອງເຮົາ ທີ່ຈະຫລີກເວັ້ນຈາກການສະແຫວງຫາທີ່ຈະເອົາແຕ່ໃຈຕົນເອງທັງໝົດ ແລະ ປະຖິ້ມສິ່ງກີດຂວາງໃດໆກໍຕາມ ທີ່ຂັດຂວາງເຮົາຈາກຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ພຣະຜູ້ເປັນເຈົ້າ ແລະ ແນວທາງທີ່ສູງສົ່ງ ແລະ ສັກສິດກວ່າຂອງພຣະອົງ. ອັກຄະສາວົກໂປໂລອ້າງເຖິງການສະແຫວງຫາທີ່ສັກສິດເຫລົ່ານີ້ວ່າ “[ການ] ຮູ້ຄວາມຄິດຂອງ [ພຣະຄຣິດ].” ດັ່ງທີ່ພຣະເຢຊູຄຣິດໄດ້ເປັນຕົວຢ່າງ, ນີ້ໝາຍຄວາມວ່າ “[ການເຮັດ] ຕາມພຣະປະສົງຂອງ [ພຣະຜູ້ເປັນເຈົ້າ] ຢູ່ສະເໝີ” ໃນຊີວິດຂອງເຮົາ, ຫລື ຢ່າງທີ່ບາງຄົນເວົ້າໃນປະຈຸບັນ, ນີ້ຄື “ການເຮັດສິ່ງທີ່ໃຊ້ໄດ້ສຳລັບພຣະຜູ້ເປັນເຈົ້າ.”
ໃນຄວາມໝາຍຂອງພຣະກິດຕິຄຸນ, “[ການເຮັດ] ສິ່ງທີ່ພໍພຣະໄທ [ພຣະຜູ້ເປັນເຈົ້າ]” ກ່ຽວຂ້ອງກັບການຍອມໃຫ້ຄວາມປະສົງຂອງເຮົາເປັນໄປຕາມພຣະປະສົງຂອງພຣະອົງ. ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນຢ່າງຖີ່ຖ້ວນເຖິງຄວາມສຳຄັນຂອງຫລັກທຳຂໍ້ນີ້ ໃນຂະນະທີ່ກຳລັງສັ່ງສອນພວກສາວົກຂອງພຣະອົງວ່າ:
“ເພາະເຮົາໄດ້ລົງມາຈາກສະຫວັນ, ບໍ່ແມ່ນເພື່ອເຮັດຕາມໃຈຂອງຕົນເອງ, ແຕ່ເພື່ອເຮັດຕາມພຣະປະສົງຂອງພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ.
“ອັນນີ້ແຫລະ ແມ່ນຄວາມປະສົງຂອງພຣະອົງຜູ້ທີ່ໄດ້ຊົງໃຊ້ເຮົາມາ, ຄືຄົນທັງຫລາຍທີ່ພຣະອົງໄດ້ມອບໃຫ້ແກ່ເຮົານັ້ນ, ເຮົາຈະບໍ່ໃຫ້ເສຍຈັກຄົນ, ແຕ່ເພື່ອໃຫ້ເຂົາທຸກຄົນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.
“ດ້ວຍວ່າ, ນີ້ແຫລະ ແມ່ນຄວາມປະສົງຂອງ [ພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ], ຄືໃຫ້ທຸກຄົນທີ່ເຫັນພຣະບຸດ, ແລະ ເຊື່ອໃນພຣະອົງນັ້ນມີຊີວິດນິລັນດອນ: ແລະ ເຮົາຈະໃຫ້ຜູ້ນັ້ນເປັນຄືນມາສູ່ຊີວິດໃນວັນສຸດທ້າຍ.”
ພຣະຜູ້ຊ່ວຍໃຫ້ລອດໄດ້ບັນລຸລະດັບການຍອມຈຳນົນຕໍ່ພຣະບິດາຢ່າງສົມບູນ ແລະ ສູງສົ່ງ ໂດຍການຍອມໃຫ້ພຣະປະສົງຂອງພຣະອົງຖືກກືນເຂົ້າໄປໃນພຣະປະສົງຂອງພຣະບິດາ. ພຣະອົງເຄີຍກ່າວຄັ້ງໜຶ່ງວ່າ, “ພຣະອົງບໍ່ເຄີຍປະປ່ອຍເຮົາໃຫ້ຢູ່ຜູ້ດຽວ; ເພາະເຮົາເຮັດຕາມພຣະປະສົງຂອງພຣະອົງ.” ໃນການສິດສອນສາດສະດາໂຈເຊັບ ສະມິດ ກ່ຽວກັບຄວາມທຸກທໍລະມານ ແລະ ຄວາມເຈັບປວດຂອງການຊົດໃຊ້, ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ:
“ເພາະຈົ່ງເບິ່ງ, ເຮົາພຣະເຈົ້າ, ໄດ້ທົນທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າພວກເຂົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາຈະກັບໃຈ; …
“ຊຶ່ງຄວາມທຸກທໍລະມານເຮັດໃຫ້ຕົວເຮົາເອງ, ແມ່ນແຕ່ພຣະເຈົ້າ, ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງຮ່າງກາຍ ແລະ ວິນຍານ—ແລະ ປາດຖະໜາທີ່ເຮົາຈະບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ, ແລະ ຢຸດສະຫງັກຢູ່—
“ເຖິງຢ່າງໃດກໍຕາມ, ລັດສະໝີພາບຈົ່ງມີແດ່ພຣະບິດາ, ແລະ ເຮົາໄດ້ຮັບເອົາ ແລະ ໄດ້ສຳເລັດການຕຽມຂອງເຮົາເພື່ອລູກຫລານມະນຸດ.”
ລະຫວ່າງທີ່ເຮົາໃຊ້ຊີວິດໃນຊ່ວງມະຕະ, ເຮົາມັກຈະຕໍ່ສູ້ດີ້ນລົນກັບສິ່ງທີ່ເຮົາຄິດວ່າເຮົາຮູ້, ສິ່ງທີ່ເຮົາຄິດວ່າດີທີ່ສຸດ, ແລະ ສິ່ງທີ່ເຮົາສົມມຸດຕິຖານວ່າໃຊ້ໄດ້ສຳລັບເຮົາ, ຊຶ່ງກົງກັນຂ້າມກັບການເຂົ້າໃຈສິ່ງທີ່ພຣະບິດາເທິງສະຫວັນຮູ້ແທ້ໆ, ສິ່ງທີ່ດີທີ່ສຸດນິລັນດອນ, ແລະ ສິ່ງທີ່ໃຊ້ໄດ້ແທ້ໆສຳລັບລູກໆໃນແຜນຂອງພຣະອົງ. ການຕໍ່ສູ້ອັນຍິ່ງໃຫຍ່ນີ້ອາດຊັບຊ້ອນຫລາຍ, ໂດຍສະເພາະເມື່ອພິຈາລະນາຄຳທຳນາຍທີ່ຢູ່ໃນພຣະຄຳພີສຳລັບວັນເວລາຂອງເຮົາ ທີ່ວ່າ: “ຈົ່ງຮູ້ຈັກຂໍ້ຄວາມນີ້ວ່າ, ໃນຍຸກສຸດທ້າຍນັ້ນ … ຄົນທັງຫລາຍຈະເຫັນແກ່ຕົວ, … ເປັນຄົນຮັກຄວາມສະໜຸກຫລາຍກວ່າຮັກພຣະເຈົ້າ.”
ສັນຍານຢ່າງໜຶ່ງທີ່ຊີ້ບອກວ່າຄຳທຳນາຍນີ້ເກີດເປັນຈິງຄື ແນວທາງທີ່ເພີ່ມຫລາຍຂຶ້ນໃນໂລກປະຈຸບັນ, ຜູ້ຄົນຈຳນວນຫລາຍໄດ້ນຳໄປໃຊ້, ໂດຍທີ່ໝົກໝຸ້ນຢູ່ກັບມັນ ແລະ ປະກາດຢູ່ສະເໝີວ່າ, “ບໍ່ວ່າຈະມີຫຍັງເກີດຂຶ້ນ, ເຮົາຈະດຳລົງຊີວິດຕາມຄວາມຈິງຂອງເຮົາເອງ ຫລື ເຮົາຈະເຮັດໃນສິ່ງທີ່ໃຊ້ໄດ້ສຳລັບເຮົາ.” ດັ່ງທີ່ອັກຄະສາວົກໂປໂລກ່າວໄວ້ວ່າ, ພວກເຂົາ “ຫ່ວງນຳແຕ່ທຸລະສ່ວນຕົວຂອງຕົນ, ບໍ່ຫ່ວງນຳພາລະກິດຂອງພຣະເຢຊູຄຣິດ.” ວິທີການຄິດແບບນີ້ມັກຈະຖືກພິສູດວ່າເປັນ “ຂອງຈິງ” ໂດຍຜູ້ທີ່ໝົກໝຸ້ນຢູ່ກັບການສະແຫວງຫາທີ່ເຫັນແກ່ຕົວ, ສຸມໃຈໃສ່ຄວາມມັກສ່ວນຕົວ, ຫລື ຕ້ອງການຫາເຫດຜົນເພື່ອສະໜັບສະໜູນພຶດຕິກຳບາງປະເພດທີ່ມັກຈະບໍ່ກົງກັບແຜນທີ່ເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າ ແລະ ພຣະປະສົງຂອງພຣະອົງສຳລັບພວກເຂົາ. ຖ້າຫາກເຮົາປ່ອຍໃຫ້ຫົວໃຈ ແລະ ຈິດໃຈຂອງເຮົາຮັບເອົາວິທີການຄິດແບບນີ້, ເຮົາສາມາດສ້າງສິ່ງກີດຂວາງທີ່ສຳຄັນໃຫ້ກັບຕົວເຮົາເອງ ໃນການໄດ້ຮັບໄຂ່ມຸກອັນລ້ຳຄ່າທີ່ສຸດ ທີ່ພຣະເຈົ້າໄດ້ກຽມໄວ້ໃຫ້ລູກໆຂອງພຣະອົງ—ນັ້ນຄືຊີວິດນິລັນດອນ.
ໃນຂະນະທີ່ມັນເປັນຄວາມຈິງທີ່ວ່າ ເຮົາແຕ່ລະຄົນເດີນທາງໄປສູ່ການເປັນສານຸສິດສ່ວນບຸກຄົນ ໃນເສັ້ນທາງແຫ່ງພັນທະສັນຍາ, ພະຍາຍາມຮັກສາຫົວໃຈ ແລະ ຈິດໃຈຂອງເຮົາໃຫ້ຈົດຈໍ່ຢູ່ທີ່ພຣະຄຣິດເຈົ້າເຢຊູ, ເຮົາຈຳເປັນຕ້ອງລະມັດລະວັງ ແລະ ເຝົ້າຢູ່ສະເໝີ ເພື່ອບໍ່ໃຫ້ຖືກລໍ້ລວງ ໃຫ້ຮັບຮອງເອົາປະເພດປັດຊະຍາຂອງໂລກນີ້ ໃນຊີວິດຂອງເຮົາ. ແອວເດີ ຄວິນຕິນ ແອວ ຄຸກ ໄດ້ກ່າວວ່າ “ການເປັນເໝືອນດັ່ງພຣະຄຣິດຢ່າງຈິງໃຈເປັນເປົ້າໝາຍທີ່ສຳຄັນກວ່າການເປັນຄົນຈິງແທ້.”
ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ເມື່ອເຮົາເລືອກທີ່ຈະໃຫ້ພຣະເຈົ້າເປັນອິດທິພົນທີ່ມີພະລັງທີ່ສຸດໃນຊີວິດຂອງເຮົາ ເໜືອກວ່າການສະແຫວງຫາຜົນປະໂຫຍດສ່ວນຕົວຂອງເຮົາ, ເຮົາສາມາດມີຄວາມກ້າວໜ້າໃນການເປັນສານຸສິດຂອງເຮົາ ແລະ ເພີ່ມຄວາມສາມາດໃນການລວມຈິດໃຈ ແລະ ຫົວໃຈຂອງເຮົາເຂົ້າກັບພຣະຜູ້ຊ່ວຍໃຫ້ລອດ. ໃນທາງກົງກັນຂ້າມ, ເມື່ອເຮົາບໍ່ອະນຸຍາດໃຫ້ວິທີການຂອງພຣະເຈົ້າຊະນະໃນຊີວິດຂອງເຮົາ, ເຮົາຖືກປະໄວ້ກັບຕົວເຮົາເອງ, ແລະ ຖ້າຫາກປາດສະຈາກການຊີ້ນຳທີ່ດົນໃຈຂອງພຣະຜູ້ເປັນເຈົ້າ, ເຮົາກໍສາມາດຫາຂໍ້ແກ້ຕົວໃຫ້ກັບໝົດທຸກສິ່ງທີ່ເຮົາເຮັດ ຫລື ບໍ່ເຮັດ. ເຮົາຍັງສາມາດແກ້ຕົວໄດ້ ໂດຍການເຮັດສິ່ງຕ່າງໆໃນແບບຂອງເຮົາເອງ, ໂດຍກ່າວວ່າ, “ເຮົາພຽງແຕ່ເຮັດໃນແບບຂອງເຮົາ.”
ໃນໂອກາດໜຶ່ງ, ຂະນະທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງປະກາດຄຳສອນຂອງພຣະອົງ, ມີບາງຄົນ, ໂດຍສະເພາະພວກຟາຣີຊາຍທີ່ຖືຕົນວ່າຊອບທຳ, ໄດ້ປະຕິເສດຂ່າວສານຂອງພຣະອົງ ແລະ ໄດ້ປະກາດຢ່າງກ້າຫານວ່າ ພວກເຂົາເປັນລູກຫລານຂອງອັບຣາຮາມ, ໂດຍໝາຍຄວາມວ່າ ເຊື້ອສາຍຂອງພວກເຂົາຈະໃຫ້ສິດທິພິເສດສະເພາະແກ່ພວກເຂົາ ໃນສາຍພຣະເນດຂອງພຣະເຈົ້າ. ຄວາມຄິດນັ້ນເຮັດໃຫ້ພວກເຂົາເຊື່ອຟັງຄວາມເຂົ້າໃຈຂອງຕົວເອງ ແລະ ບໍ່ເຊື່ອສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງສິດສອນ. ປະຕິກິລິຍາຂອງພວກຟາຣີຊາຍຕໍ່ພຣະເຢຊູເປັນຫລັກຖານທີ່ຊັດເຈນວ່າ ທັດສະນະຄະຕິທີ່ອວດດີຂອງພວກເຂົາ ບໍ່ມີບ່ອນໃນຫົວໃຈຂອງພວກເຂົາສຳລັບພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ວິທີທາງຂອງພຣະເຈົ້າ. ໃນການຕອບໂຕ້, ພຣະເຢຊູໄດ້ປະກາດຢ່າງສະຫລາດ ແລະ ກ້າຫານວ່າ ຖ້າຫາກພວກເຂົາເປັນລູກຫລານແຫ່ງພັນທະສັນຍາທີ່ແທ້ຈິງຂອງອັບຣາຮາມ, ພວກເຂົາຄວນຈະເຮັດຕາມວຽກງານຂອງອັບຣາຮາມ, ໂດຍສະເພາະເມື່ອພິຈາລະນາວ່າ “ພຣະເຈົ້າຂອງອັບຣາຮາມ” ກຳລັງຢືນຢູ່ຕໍ່ໜ້າຂອງພວກເຂົາ ແລະ ສິດສອນຄວາມຈິງແກ່ພວກເຂົາໃນຂະນະນັ້ນເອງ.
ອ້າຍເອື້ອຍນ້ອງທັງຫລາຍ, ດັ່ງທີ່ທ່ານສາມາດເບິ່ງເຫັນ, ການກະທຳຕາມຄວາມຄິດທາງຈິດໃຈຂອງ “ສິ່ງທີ່ໃຊ້ໄດ້ສຳລັບເຮົາ” ທຽບກັບ “ສິ່ງທີ່ພໍພຣະໄທພຣະຜູ້ເປັນເຈົ້າ” ບໍ່ແມ່ນແນວທາງໃໝ່ທີ່ເກີດຂຶ້ນສະເພາະໃນວັນເວລາຂອງເຮົາເທົ່ານັ້ນ. ມັນເປັນຄວາມຄິດແບບບູຮານທີ່ສືບທອດກັນມາຫລາຍສັດຕະວັດ ແລະ ມັກຈະເຮັດໃຫ້ຜູ້ທີ່ສະຫລາດໃນສາຍຕາຂອງຕົນເອງ ຫລຽວບໍ່ເຫັນ ແລະ ເຮັດໃຫ້ລູກໆຂອງພຣະເຈົ້າຫລາຍຄົນສັບສົນ ແລະ ເມື່ອຍລ້າ. ໃນຄວາມເປັນຈິງ, ຄວາມຄິດແບບນີ້ເປັນກົນອຸບາຍເກົ່າແກ່ຂອງສັດຕູ; ເປັນເສັ້ນທາງທີ່ຫລອກລວງ ຊຶ່ງນຳລູກໆຂອງພຣະເຈົ້າອອກຫ່າງຈາກເສັ້ນທາງແຫ່ງພັນທະສັນຍາທີ່ແທ້ຈິງ ແລະ ຊື່ສັດຢ່າງລະມັດລະວັງ. ໃນຂະນະທີ່ສະພາບສ່ວນຕົວດັ່ງເຊັ່ນພັນທຸກຳ, ພູມສາດ, ແລະ ສິ່ງທ້າທາຍທາງຮ່າງກາຍ ແລະ ຈິດໃຈມີອິດທິພົນຕໍ່ການເດີນທາງຂອງເຮົາ, ໃນສິ່ງທີ່ສຳຄັນແທ້ໆ, ມັນມີພື້ນທີ່ພາຍໃນທີ່ເຮົາມີອິດສະລະທີ່ຈະເລືອກ ວ່າເຮົາຈະຕັດສິນໃຈເດີນຕາມແບບແຜນທີ່ພຣະຜູ້ເປັນເຈົ້າໄດ້ກຽມໄວ້ສຳລັບຊີວິດຂອງເຮົາຫລືບໍ່. ແທ້ຈິງແລ້ວ, “ພຣະອົງບອກທາງເດີນນຳທາງນັ້ນ, ແລະ ຊີ້ແຈງຈຸດນານາ [ທີ່ກຳນົດໄວ້].”
ໃນຖານະສານຸສິດຂອງພຣະຄຣິດ, ເຮົາປາດຖະໜາທີ່ຈະເດີນໄປໃນເສັ້ນທາງທີ່ພຣະອົງໄດ້ໝາຍໄວ້ໃຫ້ເຮົາ ລະຫວ່າງການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ. ເຮົາບໍ່ພຽງແຕ່ປາດຖະໜາທີ່ຈະເຮັດຕາມພຣະປະສົງຂອງພຣະອົງ ແລະ ທຸກສິ່ງທີ່ຈະເຮັດໃຫ້ພຣະອົງພໍພຣະໄທເທົ່ານັ້ນ, ແຕ່ສະແຫວງຫາທີ່ຈະຮຽນແບບຕາມພຣະອົງນຳອີກ. ເມື່ອເຮົາພະຍາຍາມຊື່ສັດຕໍ່ພັນທະສັນຍາທຸກຢ່າງທີ່ເຮົາໄດ້ເຮັດ ແລະ ດຳລົງຊີວິດໂດຍ “ພຣະຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ,” ເຮົາຈະໄດ້ຮັບການປົກປ້ອງຈາກການຕົກເປັນເຫຍື່ອຂອງບາບ ແລະ ຄວາມຜິດພາດຂອງໂລກ—ຄວາມຜິດພາດຂອງປິດຊະຍາ ແລະ ຄຳສອນທີ່ຈະນຳພາເຮົາອອກໄປຈາກໄຂ່ມຸກອັນລ້ຳຄ່າທີ່ສຸດເຫລົ່ານັ້ນ.
ຂ້າພະເຈົ້າໄດ້ຮັບແຮງດົນໃຈເປັນສ່ວນຕົວ ໂດຍການຍອມຈຳນົນທາງວິນຍານເຊັ່ນນັ້ນຕໍ່ພຣະເຈົ້າ ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດຂອງສານຸສິດທີ່ຊື່ສັດຂອງພຣະຄຣິດແນວໃດ, ເມື່ອເຂົາເຈົ້າເລືອກເຮັດສິ່ງທີ່ໃຊ້ໄດ້ ແລະ ເປັນທີ່ພໍພຣະໄທໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າຮູ້ຈັກຊາຍໜຸ່ມຄົນໜຶ່ງທີ່ຮູ້ສຶກບໍ່ສະບາຍໃຈກ່ຽວກັບການໄປເຜີຍແຜ່ ແຕ່ກັບຮູ້ສຶກໄດ້ຮັບແຮງດົນໃຈໃຫ້ໄປຮັບໃຊ້ພຣະຜູ້ເປັນເຈົ້າ ເມື່ອລາວໄດ້ຟັງຜູ້ນຳອາວຸໂສຂອງສາດສະໜາຈັກແບ່ງປັນປະຈັກພະຍານສ່ວນຕົວຂອງເພິ່ນ ແລະ ປະສົບການອັນສັກສິດຂອງການຮັບໃຊ້ເປັນຜູ້ສອນສາດສະໜາ.
ໃນຖ້ອຍຄຳຂອງລາວເອງ, ຊາຍໜຸ່ມຄົນນີ້, ຕອນນີ້ເປັນອະດີດຜູ້ສອນສາດສະໜາ, ໄດ້ເວົ້າວ່າ: “ເມື່ອຂ້ານ້ອຍໄດ້ຟັງປະຈັກພະຍານຂອງອັກຄະສາວົກຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ, ຂ້ານ້ອຍຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ຂ້ານ້ອຍ, ແລະ ຂ້ານ້ອຍປາດຖະໜາທີ່ຈະແບ່ງປັນຄວາມຮັກນັ້ນໃຫ້ກັບຄົນອື່ນ. ໃນເວລານັ້ນເອງຂ້ານ້ອຍຮູ້ວ່າ ຂ້ານ້ອຍຄວນຮັບໃຊ້ເຜີຍແຜ່ ເຖິງແມ່ນວ່າຂ້ານ້ອຍມີຄວາມຢ້ານກົວ, ສົງໄສ, ແລະ ກັງວົນກໍຕາມ. ຂ້ານ້ອຍໄດ້ຮູ້ສຶກໝັ້ນໃຈໃນພອນ ແລະ ຄຳສັນຍາທີ່ພຣະເຈົ້າມີສຳລັບລູກໆຂອງພຣະອົງ. ທຸກວັນນີ້, ຂ້ານ້ອຍເປັນຄົນໃໝ່; ຂ້ານ້ອຍມີປະຈັກພະຍານວ່າພຣະກິດຕິຄຸນນີ້ເປັນຄວາມຈິງ ແລະ ວ່າສາດສະໜາຈັກຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູຄືນມາໃໝ່ຢູ່ເທິງແຜ່ນດິນໂລກ.” ຊາຍໜຸ່ມຄົນນີ້ໄດ້ເລືອກວິທີທາງຂອງພຣະຜູ້ເປັນເຈົ້າ ແລະ ໄດ້ກາຍເປັນຕົວຢ່າງຂອງສານຸສິດທີ່ແທ້ຈິງໃນທຸກດ້ານ.
ຍິງໜຸ່ມທີ່ຊື່ສັດຄົນໜຶ່ງໄດ້ຕັດສິນໃຈທີ່ຈະບໍ່ປະນີປະນອມມາດຕະຖານຂອງນາງ ເມື່ອນາງຖືກຂໍໃຫ້ແຕ່ງຕົວທີ່ບໍ່ສຸພາບ ເພື່ອໃຫ້ເຂົ້າກັບພະແນກທຸລະກິດຂອງບໍລິສັດແຟຊັນທີ່ນາງທຳງານຢູ່. ໂດຍເຂົ້າໃຈວ່າຮ່າງກາຍຂອງນາງເປັນຂອງປະທານອັນສັກສິດຈາກພຣະບິດາເທິງສະຫວັນຂອງເຮົາ ແລະ ເປັນບ່ອນທີ່ພຣະວິນຍານສາມາດສະຖິດຢູ່ໄດ້, ນາງຈຶ່ງໄດ້ຮັບການກະຕຸ້ນໃຫ້ດຳລົງຊີວິດຕາມມາດຕະຖານທີ່ສູງກວ່າມາດຕະຖານຂອງໂລກ. ນາງບໍ່ພຽງແຕ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ທີ່ເຫັນວ່ານາງດຳລົງຊີວິດຕາມຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດເທົ່ານັ້ນ, ແຕ່ຍັງຮັກສາອາຊີບຂອງນາງໄວ້ນຳອີກ, ຊຶ່ງໃນຊ່ວງເວລາໜຶ່ງນັ້ນຕົກຢູ່ໃນຂັ້ນອັນຕະລາຍ. ຄວາມເຕັມໃຈຂອງນາງທີ່ຈະເຮັດໃນສິ່ງທີ່ພໍພຣະໄທໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ, ແທນທີ່ຈະເຮັດສິ່ງທີ່ໃຊ້ໄດ້ສຳລັບໂລກ, ເຮັດໃຫ້ນາງໝັ້ນໃຈໃນພັນທະສັນຍາທ່າມກາງການຕັດສິນໃຈທີ່ຍາກລຳບາກ.
ອ້າຍເອື້ອຍນ້ອງທັງຫລາຍ, ເຮົາຕ້ອງປະເຊີນໜ້າຢູ່ສະເໝີກັບການຕັດສິນໃຈທີ່ຄ້າຍຄືກັນ ໃນການເດີນທາງປະຈຳວັນຂອງເຮົາ. ຕ້ອງໃຊ້ໃຈທີ່ກ້າຫານ ແລະ ເຕັມໃຈທີ່ຈະຢຸດຊົ່ວຄາວ ແລະ ສະແຫວງຫາການສຳຫລວດຕົນເອງຢ່າງຊື່ສັດ ແລະ ອ່ອນໂຍນ ເພື່ອຮັບຮູ້ເຖິງການມີຢູ່ຂອງຄວາມອ່ອນແອຂອງເນື້ອໜັງ ໃນຊີວິດຂອງເຮົາ ຊຶ່ງອາດຂັດຂວາງຄວາມສາມາດຂອງເຮົາໃນການຍອມຈຳນົນຕໍ່ພຣະເຈົ້າ ແລະ ໃນທີ່ສຸດຕັດສິນໃຈຍອມຮັບວິທີທາງຂອງພຣະອົງ ແທນວິທີທາງຂອງເຮົາເອງ. ການທົດສອບຂັ້ນສຸດທ້າຍຂອງການເປັນສານຸສິດຂອງເຮົາ ແມ່ນພົບເຫັນຢູ່ໃນຄວາມເຕັມໃຈຂອງເຮົາທີ່ຈະຍອມແພ້ ແລະ ສູນເສຍຕົວຕົນເກົ່າຂອງເຮົາ ແລະ ຍອມຈຳນົນຫົວໃຈ ແລະ ຈິດວິນຍານທັງໝົດຂອງເຮົາຕໍ່ພຣະເຈົ້າ ເພື່ອວ່າພຣະປະສົງຂອງພຣະອົງຈະກາຍເປັນຂອງເຮົາ.
ຊ່ວງເວລາໜຶ່ງທີ່ສະຫງ່າລາສີທີ່ສຸດຂອງຊີວິດມະຕະເກີດຂຶ້ນເມື່ອເຮົາຄົ້ນພົບຄວາມຊື່ນຊົມທີ່ມີມາ ເມື່ອເຮັດສິ່ງເຫລົ່ານັ້ນສະເໝີທີ່ “ໃຊ້ໄດ້ ແລະ ເປັນທີ່ພໍພຣະໄທພຣະຜູ້ເປັນເຈົ້າ” ແລະ “ສິ່ງທີ່ໃຊ້ໄດ້ສຳລັບເຮົາ” ກາຍເປັນອັນດຽວກັນ! ການເຮັດໃຫ້ພຣະປະສົງຂອງພຣະຜູ້ເປັນເຈົ້າເປັນຂອງເຮົາຢ່າງເດັດຂາດ ແລະ ບໍ່ສົງໄສນັ້ນ ຮຽກຮ້ອງໃຫ້ມີການເປັນສານຸສິດທີ່ສະຫງ່າຜ່າເຜີຍ ແລະ ເປັນວິລະຊົນ! ໃນເວລາທີ່ສູງສົ່ງນັ້ນ, ເຮົາອຸທິດຖວາຍຕໍ່ພຣະຜູ້ເປັນເຈົ້າ, ແລະ ເຮົາຍອມມອບຄວາມປະສົງທັງໝົດຂອງເຮົາແດ່ພຣະອົງ. ການຍອມຈຳນົນທາງວິນຍານດັ່ງກ່າວ, ຖ້າຈະເວົ້າແລ້ວ, ເປັນສິ່ງທີ່ສວຍງາມ, ມີພະລັງ, ແລະ ປ່ຽນແປງຊີວິດໄດ້.
ຂ້າພະເຈົ້າເປັນພະຍານຕໍ່ທ່ານວ່າ ການເຮັດຕາມພຣະປະສົງຂອງພຣະຜູ້ເປັນເຈົ້າໃນຊີວິດຂອງເຮົາ ຈະເຮັດໃຫ້ເຮົາຄົ້ນພົບໄຂ່ມຸກອັນລ້ຳຄ່າທີ່ສຸດໃນໂລກ—ອານາຈັກສະຫວັນ. ຂ້າພະເຈົ້າອະທິຖານວ່າ ເຮົາທຸກຄົນຈະສາມາດປະກາດຕໍ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດວ່າ “ສິ່ງທີ່ໃຊ້ໄດ້ສຳລັບພຣະອົງ, ກໍໃຊ້ໄດ້ສຳລັບຂ້ານ້ອຍເຊັ່ນກັນ.” ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ ໃນພຣະນາມອັນສັກສິດຂອງພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ, ອາແມນ.