ໃນເວລາບໍ່ເທົ່າໃດປີ
ຖ້າຫາກເຮົາບໍ່ຊື່ສັດ ແລະ ເຊື່ອຟັງ, ເຮົາສາມາດປ່ຽນພອນແຫ່ງຄວາມຮຸ່ງເຮືອງທີ່ພຣະເຈົ້າປະທານໃຫ້ເປັນຄຳສາບແຊ່ງທີ່ທະນົງຕົວ ທີ່ຫັນປ່ຽນ ແລະ ລໍ້ໃຈເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂະນະທີ່ນັ່ງຢູ່ເທິງເວທີມື້ນີ້, ຂ້າພະເຈົ້າເຫັນສູນກາງປະຊຸມໃຫຍ່ນີ້ເຕັມທັງສາມຄັ້ງ, ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ເກີດໂຄວິດ. ທ່ານເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ ຜູ້ກະຕືລືລົ້ນທີ່ຈະຮຽນຮູ້. ຂ້າພະເຈົ້າຂໍຊົມເຊີຍທ່ານກັບຄວາມຊື່ສັດຂອງທ່ານ. ແລະ ຂ້າພະເຈົ້າກໍຮັກທ່ານ.
ເອສະຣາ ແທັບ ເບັນສັນ ໄດ້ຮັບໃຊ້ເປັນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຈາກເດືອນພະຈິກ ປີ 1985 ຈົນເຖິງເດືອນພຶດສະພາ ປີ 1994. ຂ້າພະເຈົ້າມີອາຍຸ 33 ປີ ຕອນປະທານເບັນສັນໄດ້ກາຍເປັນປະທານຂອງສາດສະໜາຈັກ ແລະ 42 ປີ ຕອນເພິ່ນເສຍຊີວິດ. ແລະ ຄຳສອນ ແລະ ປະຈັກພະຍານຂອງເພິ່ນໄດ້ມີອິດທິພົນຕໍ່ຂ້າພະເຈົ້າ ໃນທາງທີ່ເລິກເຊິ່ງ ແລະ ມີພະລັງ.
ຈຸດເດັ່ນຢ່າງໜຶ່ງຂອງການປະຕິບັດສາດສະໜາກິດຂອງປະທານເບັນສັນແມ່ນການສຸມໃຈໃສ່ຈຸດປະສົງ ແລະ ຄວາມສຳຄັນຂອງພຣະຄຳພີມໍມອນ. ເພິ່ນໄດ້ເນັ້ນຍ້ຳຫລາຍເທື່ອວ່າ “ພຣະຄຳພີມໍມອນເປັນສີລາສຳຄັນຂອງສາດສະໜາຂອງເຮົາ—ເປັນສີລາສຳຄັນຂອງປະຈັກພະຍານຂອງເຮົາ, ເປັນສີລາສຳຄັນຂອງຄຳສອນຂອງເຮົາ, ແລະ ເປັນສີລາສຳຄັນໃນການເປັນພະຍານຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.” ເພິ່ນມັກຈະເນັ້ນຄຳສອນ ແລະ ຄຳເຕືອນເລື້ອຍໆກ່ຽວກັບບາບແຫ່ງຄວາມທະນົງຕົວ ທີ່ພົບເຫັນຢູ່ໃນປະຈັກພະຍານຍຸກສຸດທ້າຍເຖິງພຣະເຢຊູຄຣິດ.
ຄຳສອນສະເພາະຂອງປະທານເບັນສັນໄດ້ສົ່ງຜົນກະທົບຕໍ່ຂ້າພະເຈົ້າຢ່າງໃຫຍ່ຫລວງ ແລະ ສືບຕໍ່ມີອິດທິພົນຕໍ່ການສຶກສາພຣະຄຳພີມໍມອນຂອງຂ້າພະເຈົ້າຕໍ່ໄປ. ເພິ່ນໄດ້ກ່າວວ່າ:
“ພຣະຄຳພີມໍມອນ … ໄດ້ຖືກຂຽນໄວ້ສຳລັບວັນເວລາຂອງເຮົາ. ຊາວນີໄຟບໍ່ເຄີຍມີໜັງສືເຫລັ້ມນີ້; ຊາວເລມັນໃນສະໄໝບູຮານກໍເຊັ່ນກັນ. ມັນແມ່ນສຳລັບເຮົາ. ມໍມອນໄດ້ຂຽນເມື່ອໃກ້ເຖິງຈຸດສິ້ນສຸດຂອງຄວາມສີວິໄລຂອງຊາວນີໄຟ. ພາຍໃຕ້ການດົນໃຈຂອງພຣະເຈົ້າ, ຜູ້ທີ່ເຫັນທຸກສິ່ງຕັ້ງແຕ່ຕົ້ນ, [ມໍມອນ] ໄດ້ຫຍໍ້ບັນທຶກຫລາຍສັດຕະວັດ, ເລືອກເລື່ອງລາວ, ຄຳປາໄສ, ແລະ ເຫດການທີ່ຈະເປັນປະໂຫຍດຕໍ່ເຮົາຫລາຍທີ່ສຸດ.”
ປະທານເບັນສັນໄດ້ກ່າວຕື່ມວ່າ: “ຜູ້ຂຽນພຣະຄຳພີມໍມອນແຕ່ລະຄົນໄດ້ເປັນພະຍານວ່າ ເພິ່ນໄດ້ຂຽນໄວ້ເພື່ອຄົນລຸ້ນຫລັງ. … ຖ້າຫາກພວກເພິ່ນໄດ້ເຫັນວັນເວລາຂອງເຮົາ, ແລະ ເລືອກເອົາສິ່ງທີ່ມີຄ່າທີ່ສຸດສຳລັບເຮົາ, ນັ້ນບໍ່ແມ່ນວິທີທີ່ເຮົາຄວນສຶກສາພຣະຄຳພີມໍມອນບໍ? ເຮົາຄວນຖາມຕົນເອງຢູ່ສະເໝີວ່າ, ‘ເປັນຫຍັງພຣະເຈົ້າຈຶ່ງໄດ້ດົນໃຈມໍມອນ … ໃຫ້ເອົາ [ເລື່ອງລາວນີ້] ໃສ່ໄວ້ໃນບັນທຶກຂອງເພິ່ນ? ເຮົາສາມາດຮຽນຮູ້ບົດຮຽນໃດແດ່ຈາກ [ຄຳຕັກເຕືອນນີ້] ເພື່ອຊ່ວຍໃຫ້ເຮົາດຳເນີນຊີວິດໃນຍຸກນີ້?’”
ຄຳກ່າວຂອງປະທານເບັນສັນຊ່ວຍໃຫ້ເຮົາເຂົ້າໃຈວ່າ ພຣະຄຳພີມໍມອນບໍ່ແມ່ນບັນທຶກທາງປະຫວັດສາດ ໂດຍເນັ້ນທີ່ເລື່ອງລາວໃນອະດີດ. ແຕ່, ພຣະຄຳພີເຫລັ້ມນີ້ມອງຫາກ່ຽວກັບອະນາຄົດ ແລະ ບັນຈຸຫລັກທຳ, ຄຳເຕືອນ, ແລະ ບົດຮຽນສຳຄັນສຳລັບສະພາບການ ແລະ ຄວາມທ້າທາຍໃນວັນເວລາຂອງເຮົາ. ດັ່ງນັ້ນ, ພຣະຄຳພີມໍມອນຈຶ່ງເປັນໜັງສືກ່ຽວກັບອະນາຄົດຂອງເຮົາ ແລະ ເວລາທີ່ເຮົາດຳລົງຊີວິດຢູ່ໃນເວລານີ້ ແລະ ໃນອະນາຄົດ.
ຂ້າພະເຈົ້າອະທິຖານຂໍຄວາມຊ່ວຍເຫລືອຈາກພຣະວິນຍານບໍລິສຸດຂະນະທີ່ເຮົາພິຈາລະນາບົດຮຽນທີ່ກ່ຽວຂ້ອງສຳລັບເຮົາໃນມື້ນີ້ ຈາກໜັງສືຮີລາມັນ ໃນພຣະຄຳພີມໍມອນ.
ຊາວນີໄຟ ແລະ ຊາວເລມັນ
ບັນທຶກຂອງຮີລາມັນ ແລະ ພວກລູກຊາຍຂອງເພິ່ນບັນຍາຍເຖິງຜູ້ຄົນທີ່ລໍຄອຍການກຳເນີດຂອງພຣະເຢຊູຄຣິດ. ເຄິ່ງສັດຕະວັດທີ່ເລົ່າໃນບັນທຶກພຣະຄຳພີເນັ້ນເຖິງການປ່ຽນໃຈເຫລື້ອມໃສ ແລະ ຄວາມຊອບທຳຂອງຊາວເລມັນ ແລະ ຄວາມຊົ່ວຮ້າຍ, ການປະຖິ້ມຄວາມເຊື່ອ, ແລະ ຄວາມໜ້າກຽດຊັງຂອງຊາວນີໄຟ.
ລຳດັບການປຽບທຽບ ແລະ ຄວາມແຕກຕ່າງລະຫວ່າງຊາວນີໄຟກັບຊາວເລມັນຈາກບັນທຶກສະໄໝບູຮານນີ້ ໃຫ້ຄວາມຮູ້ຢ່າງເລິກເຊິ່ງແກ່ເຮົາໃນປະຈຸບັນ.
“ຊາວເລມັນສ່ວນໃຫຍ່ໄດ້ກາຍມາເປັນຄົນຊອບທຳ, ເຖິງຂະໜາດທີ່ຄວາມຊອບທຳຂອງພວກເຂົາມີຫລາຍກວ່າຊາວນີໄຟອີກຊ້ຳ, ຍ້ອນວ່າຄວາມໝັ້ນຄົງ ແລະ ຄວາມສະໝ່ຳສະເໝີຂອງພວກເຂົາຢູ່ໃນສັດທາ.
“[ແລະ] ໄດ້ມີຊາວນີໄຟເປັນຈຳນວນຫລວງຫລາຍທີ່ກາຍມາເປັນຄົນແຂງກະດ້າງ ແລະ ບໍ່ສຳນຶກຜິດ ແລະ ຊົ່ວຮ້າຍ, ເຖິງຂະໜາດທີ່ພວກເຂົາບໍ່ຍອມຮັບຟັງພຣະຄຳຂອງພຣະເຈົ້າ ແລະ ຄຳສັ່ງສອນ ແລະ ຄຳທຳນາຍທັງໝົດທີ່ມາໃນບັນດາພວກເຂົາ.”
“ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ຊາວນີໄຟໄດ້ເລີ່ມເສື່ອມໂຊມລົງຢູ່ໃນຄວາມບໍ່ເຊື່ອຖື, ແລະ ເກັ່ງກ້າຢູ່ໃນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ, ໃນເວລາດຽວກັນຊາວເລມັນກັບມາເລີ່ມເຕີບໂຕຢ່າງຍິ່ງໃນຄວາມຮູ້ກ່ຽວກັບພຣະເຈົ້າຂອງພວກເຂົາ; ແທ້ຈິງແລ້ວ, ພວກເຂົາໄດ້ເລີ່ມຮັກສາຂໍ້ກຳນົດ ແລະ ພຣະບັນຍັດຂອງພຣະອົງ, ແລະ ເດີນຢູ່ໃນຄວາມຈິງ ແລະ ຊື່ຕົງຕໍ່ພຣະພັກຂອງພຣະອົງ.
“ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ເລີ່ມຖອຍອອກຈາກຊາວນີໄຟແລ້ວ, ເພາະຄວາມຊົ່ວຮ້າຍ ແລະ ຄວາມແຂງກະດ້າງຂອງໃຈຂອງພວກເຂົາ.
“ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພຣະຜູ້ເປັນເຈົ້າເລີ່ມຖອກເທພຣະວິນຍານຂອງພຣະອົງລົງມາເທິງຊາວເລມັນ, ເພາະຄວາມບອກລອນສອນງ່າຍ ແລະ ຄວາມເຕັມໃຈຂອງພວກເຂົາທີ່ຈະເຊື່ອໃນພຣະຄຳຂອງພຣະອົງ.”
ບາງທີແງ່ມຸມທີ່ໜ້າປະຫລາດໃຈທີ່ສຸດຂອງການຊຸດໂຊມລົງສູ່ການປະຖິ້ມຄວາມເຊື່ອຂອງຊາວນີໄຟຄືຂໍ້ເທັດຈິງທີ່ວ່າ “ຄວາມຊົ່ວຮ້າຍທັງໝົດນີ້ໄດ້ມາຫາພວກເຂົາໃນເວລາບໍ່ເທົ່າໃດປີ.”
ຊາວນີໄຟໄດ້ຫັນໜີຈາກພຣະເຈົ້າ
ຜູ້ຄົນທີ່ຄັ້ງໜຶ່ງເຄີຍຊອບທຳຈະກັບກາຍແຂງກະດ້າງ ແລະ ຊົ່ວຮ້າຍໃນຊ່ວງເວລາອັນສັ້ນເຊັ່ນນີ້ໄດ້ແນວໃດ? ຜູ້ຄົນຈະສາມາດລືມພຣະເຈົ້າທີ່ໄດ້ອວຍພອນພວກເຂົາຢ່າງອຸດົມສົມບູນໄດ້ແນວໃດ?
ໃນວິທີທີ່ມີພະລັງ ແລະ ເລິກເຊິ່ງ, ຕົວຢ່າງທາງລົບຂອງຊາວນີໄຟເປັນຄຳແນະນຳສຳລັບເຮົາໃນທຸກວັນນີ້.
“ມີຄວາມທະນົງຕົວ … ເລີ່ມເຂົ້າມາ … ໃນຈິດໃຈຂອງຜູ້ທີ່ອ້າງວ່າເປັນຂອງສາດສະໜາຈັກຂອງພຣະເຈົ້າ … ຍ້ອນຄວາມຮັ່ງມີເປັນດີ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງຍິ່ງໃນແຜ່ນດິນ.”
“[ພວກເຂົາ] ໄດ້ໝົກໝຸ້ນຢູ່ກັບຂອງມີຄ່າ ແລະ ສິ່ງທີ່ບໍ່ມີປະໂຫຍດຂອງໂລກນີ້ [ຂອງພວກເຂົາ]” “ເພາະຄວາມທະນົງຕົວ ຊຶ່ງ [ພວກເຂົາ] ຍອມໃຫ້ມັນເຂົ້າມາໃນໃຈ [ຂອງພວກເຂົາ], ຈົນເຮັດໃຫ້ [ພວກເຂົາ] ໄຝ່ຝັນເໜືອກວ່າສິ່ງທີ່ດີງາມ ເພາະສິ່ງມີຄ່າອັນຫລວງຫລາຍ [ຂອງພວກເຂົາ]!”
ສຽງບູຮານຈາກຂີ້ຝຸ່ນອ້ອນວອນເຮົາໃນທຸກວັນນີ້ໃຫ້ຮຽນຮູ້ບົດຮຽນອັນເປັນນິດນີ້: ຄວາມຈະເລີນຮຸ່ງເຮືອງ, ຊັບສົມບັດ, ແລະ ຄວາມສຸກສະບາຍ ປະກອບເປັນສ່ວນປະສົມທີ່ມີພະລັງ ທີ່ສາມາດນຳພາແມ່ນແຕ່ຄົນຊອບທຳໃຫ້ດື່ມຢາພິດທາງວິນຍານແຫ່ງຄວາມທະນົງຕົວ.
ການປ່ອຍໃຫ້ຄວາມທະນົງຕົວເຂົ້າມາໃນໃຈຂອງເຮົາ ສາມາດເຮັດໃຫ້ເຮົາເຍາະເຍີ້ຍສິ່ງທີ່ສັກສິດ; ບໍ່ເຊື່ອໃນວິນຍານແຫ່ງການທຳນາຍ ແລະ ການເປີດເຜີຍ; ຢຽບຍ່ຳພຣະບັນຍັດຂອງພຣະເຈົ້າຢູ່ໃຕ້ຕີນ; ປະຕິເສດພຣະຄຳຂອງພຣະເຈົ້າ; ຂັບໄລ່, ເຍາະເຍີ້ຍ, ແລະ ໝິ່ນປະໝາດສາດສະດາ; ແລະ ລືມພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຮົາ ແລະ “ບໍ່ປາດຖະໜາທີ່ຈະໃຫ້ພຣະຜູ້ເປັນເຈົ້າ ພຣະເຈົ້າ [ຂອງເຮົາ], ຜູ້ສ້າງ [ເຮົາ], ປົກຄອງ ແລະ ຄອບຄອງ [ເຮົາ].”
ດັ່ງນັ້ນ, ຖ້າຫາກເຮົາບໍ່ຊື່ສັດ ແລະ ເຊື່ອຟັງ, ເຮົາສາມາດປ່ຽນພອນແຫ່ງຄວາມຮຸ່ງເຮືອງທີ່ພຣະເຈົ້າປະທານໃຫ້ເປັນຄຳສາບແຊ່ງທີ່ທະນົງຕົວ ທີ່ຫັນປ່ຽນ ແລະ ລໍ້ໃຈເຮົາໃຫ້ໄປຈາກຄວາມຈິງນິລັນດອນ ແລະ ລຳດັບຄວາມສຳຄັນທາງວິນຍານທີ່ຈຳເປັນ. ເຮົາຕ້ອງລະວັງຢູ່ສະເໝີກັບຄວາມທະນົງຕົວທີ່ຈະຊັກຈູງໃຫ້ເຫັນຄວາມສຳຄັນຂອງຕົນເອງ, ການປະເມີນທີ່ຜິດພາດເລື່ອງຄວາມພຽງພໍຂອງເຮົາເອງ, ແລະ ການສະແຫວງຫາຕົນເອງ ແທນທີ່ຈະຮັບໃຊ້ຄົນອື່ນ.
ເມື່ອເຮົາສຸມໃຈໃສ່ກັບຕົວເຮົາເອງຢ່າງທະນົງຕົວ, ເຮົາຈະຖືກທໍລະມານດ້ວຍຄວາມມືດບອດທາງວິນຍານ ແລະ ພາດຫລາຍສິ່ງ, ເກືອບທັງໝົດ, ຫລື ບາງທີສິ່ງທັງປວງທີ່ເກີດຂຶ້ນຢູ່ພາຍໃນ ແລະ ອ້ອມຂ້າງເຮົາ. ເຮົາບໍ່ສາມາດເບິ່ງ ແລະ ສຸມໃຈໃສ່ພຣະເຢຊູຄຣິດເປັນ “ເຄື່ອງໝາຍ” ຖ້າຫາກເຮົາພຽງແຕ່ເຫັນຕົວເອງ.
ການບອດທາງວິນຍານເຊັ່ນນັ້ນຍັງສາມາດເຮັດໃຫ້ເຮົາຫັນອອກຈາກທາງແຫ່ງຄວາມຊອບທຳ, ຕົກໄປໃນທາງທີ່ຕ້ອງຫ້າມ, ແລະ ຫລົງທາງນຳອີກ. ເມື່ອເຮົາ “ຫັນໄປສູ່ທາງ [ຂອງເຮົາເອງ]” ຢ່າງມືດບອດ ແລະ ໄປຕາມທາງອ້ອມແຫ່ງການທຳລາຍ, ເຮົາມີແນວໂນ້ມທີ່ຈະເພິ່ງພາຄວາມເຂົ້າໃຈຂອງເຮົາເອງ, ອວດອ້າງດ້ວຍກຳລັງຂອງເຮົາເອງ, ແລະ ເພິ່ງອາໄສສະຕິປັນຍາຂອງເຮົາເອງ.
ຊາມູເອນຊາວເລມັນໄດ້ສະຫລຸບສັ້ນໆເຖິງການຫັນຫລັງໃຫ້ພຣະເຈົ້າໂດຍຊາວນີໄຟວ່າ: “ພວກທ່ານມີແຕ່ສະແຫວງຫາສິ່ງທີ່ພວກທ່ານບໍ່ສາມາດຍຶດຖືມັນໄວ້; ແລະ ພວກທ່ານສະແຫວງຫາຄວາມສຸກໃນການສ້າງຄວາມຊົ່ວຮ້າຍ, ຊຶ່ງສິ່ງເຫລົ່ານີ້ກົງກັນຂ້າມກັບທຳມະຊາດຂອງຄວາມຊອບທຳ ຊຶ່ງມີຢູ່ໃນທັງສາມພຣະອົງຜູ້ຍິ່ງໃຫຍ່ ແລະ ເປັນນິລັນດອນຂອງພວກເຮົາ.”
ສາດສະດາມໍມອນໄດ້ສັງເກດວ່າ, “ຜູ້ຄົນສ່ວນຫລາຍ [ຍັງຢູ່] ໃນຄວາມທະນົງຕົວ ແລະ ຢູ່ໃນຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ຄົນສ່ວນນ້ອຍໄດ້ [ເດີນ] ໄປຢ່າງຮອບຄອບຫລາຍຂຶ້ນຕໍ່ພຣະພັກຂອງພຣະເຈົ້າ.”
ຊາວເລມັນໄດ້ຫັນມາຫາພຣະເຈົ້າ
ໃນໜັງສືຮີລາມັນ, ຄວາມຊອບທຳທີ່ເພີ່ມຂຶ້ນຂອງຊາວເລມັນມີຄວາມແຕກຕ່າງກັນຫລາຍກັບການຊຸດໂຊມລົງທາງວິນຍານຂອງຊາວນີໄຟ.
ຊາວເລມັນໄດ້ຫັນມາຫາພຣະເຈົ້າ ແລະ ໄດ້ຖືກນຳມາສູ່ຄວາມຮູ້ເລື່ອງຄວາມຈິງ ໂດຍເຊື່ອຄຳສອນໃນພຣະຄຳພີອັນສັກສິດ ແລະ ຂອງສາດສະດາ, ໃຊ້ສັດທາໃນອົງພຣະເຢຊູຄຣິດເຈົ້າ, ກັບໃຈຈາກບາບຂອງພວກເຂົາ, ແລະ ປະສົບກັບການປ່ຽນແປງອັນຍິ່ງໃຫຍ່ໃນໃຈ.
“ສະນັ້ນ, ພວກທ່ານຈຶ່ງຮູ້ດ້ວຍຕົວເອງວ່າ, ຫລາຍຕໍ່ຫລາຍຄົນທີ່ໄດ້ມາເຖິງຈຸດນີ້ຍ່ອມໝັ້ນຄົງ ແລະ ແນ່ວແນ່ຢູ່ໃນສັດທາ, ແລະ ຢູ່ໃນສິ່ງທີ່ເຮັດໃຫ້ພວກເຂົາເປັນອິດສະລະ.”
“ຢາກໃຫ້ພວກທ່ານເຫັນວ່າ [ຊາວເລມັນ] ສ່ວນຫລາຍ ຢູ່ໃນທາງແຫ່ງໜ້າທີ່ຂອງຕົນ, ແລະ ພວກເຂົາເດີນໄປຢ່າງຮອບຄອບຕໍ່ພຣະພັກຂອງພຣະເຈົ້າ, ແລະ ພວກເຂົາຍຶດຖືທີ່ຈະຮັກສາພຣະບັນຍັດ ແລະ ຮັກສາຂໍ້ກຳນົດ ແລະ ຮັກສາການພິພາກສາຂອງພຣະອົງ. …
“… ພວກເຂົາກຳລັງພະຍາຍາມດ້ວຍຄວາມພາກພຽນອັນບໍ່ຮູ້ອິດເມື່ອຍທີ່ຈະນຳພາພີ່ນ້ອງທີ່ເຫລືອຢູ່ຂອງພວກເຂົາມາສູ່ຄວາມຮູ້ເລື່ອງຄວາມຈິງ.”
ຜົນກໍຄື, “ຄວາມຊອບທຳ [ຂອງຊາວເລມັນ] ມີຫລາຍກວ່າຊາວນີໄຟອີກຊ້ຳ, ຍ້ອນວ່າຄວາມໝັ້ນຄົງ ແລະ ຄວາມສະໝ່ຳສະເໝີຂອງພວກເຂົາຢູ່ໃນສັດທາ.”
ຄຳເຕືອນ ແລະ ຄຳສັນຍາ
ໂມໂຣໄນໄດ້ປະກາດວ່າ: “ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ສະແດງເລື່ອງຍິ່ງໃຫຍ່ ແລະ ໜ້າອັດສະຈັນກ່ຽວກັບສິ່ງທີ່ຈະຕ້ອງມາໃນບໍ່ຊ້ານີ້ ແກ່ຂ້າພະເຈົ້າ, ເພາະຈົ່ງເບິ່ງ ເມື່ອເວລາມາເຖິງໃນມື້ນັ້ນ ສິ່ງເຫລົ່ານີ້ຈະອອກມາໃນບັນດາພວກທ່ານ.
“ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບທ່ານຄືກັບວ່າທ່ານຢູ່ຕໍ່ໜ້າຂ້າພະເຈົ້າ, ແຕ່ວ່າທ່ານບໍ່ໄດ້ຢູ່. ແຕ່ຈົ່ງເບິ່ງ, ພຣະເຢຊູຄຣິດໄດ້ສະແດງໃຫ້ຂ້າພະເຈົ້າເຫັນທ່ານ, ແລະ ຂ້າພະເຈົ້າຮູ້ຈັກການກະທຳຂອງທ່ານ.”
ກະລຸນາຈື່ຈຳວ່າ ພຣະຄຳພີມໍມອນມອງຫາກ່ຽວກັບອະນາຄົດ ແລະ ບັນຈຸຫລັກທຳ, ຄຳເຕືອນ, ແລະ ບົດຮຽນສຳຄັນ ທີ່ມີຈຸດປະສົງສຳລັບຂ້າພະເຈົ້າ ແລະ ທ່ານ ໃນສະພາບການ ແລະ ຄວາມທ້າທາຍໃນຍຸກປະຈຸບັນຂອງເຮົາ.
ການປະຖິ້ມຄວາມເຊື່ອສາມາດເກີດຂຶ້ນໄດ້ໃນສອງລະດັບເປັນຕົ້ນ—ສະຖາບັນ ແລະ ບຸກຄົນ. ໃນລະດັບສະຖາບັນ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຈະບໍ່ສູນຫາຍຜ່ານທາງການປະຖິ້ມຄວາມເຊື່ອ ຫລື ຖືກເອົາໄປຈາກແຜ່ນດິນໂລກ.
ສາດສະດາໂຈເຊັບ ສະມິດ ໄດ້ປະກາດວ່າ: “ຄົນທີ່ບໍ່ສະອາດຈະຢຸດຢັ້ງວຽກງານນີ້ຈາກຄວາມກ້າວໜ້າບໍ່ໄດ້ … ; ຄວາມຈິງຂອງພຣະເຈົ້າຈະກ້າວໄປໜ້າຢ່າງອາດຫານ, ຢ່າງສູງສົ່ງ, ແລະ ເປັນອິດສະລະ, ຈົນກວ່າມັນໄດ້ເຂົ້າໄປເຖິງທຸກທະວີບ, ໄດ້ຢ້ຽມຢາມທຸກພາກພື້ນຂອງແຜ່ນດິນ, ໄດ້ຜ່ານໄປໃນທຸກປະເທດ, ແລະ ທຸກຄົນໄດ້ຍິນ, ຈົນກວ່າພຣະປະສົງຂອງພຣະເຈົ້າຈະສຳເລັດຄົບຖ້ວນ ແລະ ພຣະເຢໂຮວາອົງຍິ່ງໃຫຍ່ຈະກ່າວວ່າ ວຽກງານສຳເລັດແລ້ວ.”
ໃນລະດັບບຸກຄົນ, ເຮົາແຕ່ລະຄົນຕ້ອງ “ລະວັງຄວາມທະນົງຕົວ, ຖ້າບໍ່ດັ່ງນັ້ນ [ເຮົາ] ຈະກາຍເປັນເໝືອນດັ່ງຊາວນີໄຟໃນສະໄໝບູຮານ.”
ຂ້າພະເຈົ້າຂໍແນະນຳວ່າ ຖ້າຫາກທ່ານ ຫລື ຂ້າພະເຈົ້າເຊື່ອວ່າເຮົາມີຄວາມເຂັ້ມແຂງ ແລະ ກ້າຫານພຽງພໍທີ່ຈະຫລີກລ້ຽງຈາກຄວາມອວດດີຂອງຄວາມທະນົງຕົວ, ແລ້ວບາງທີເຮົາອາດກຳລັງທຸກທໍລະມານກັບພະຍາດທາງວິນຍານທີ່ຮ້າຍແຮງນີ້ແລ້ວ. ເວົ້າງ່າຍໆກໍຄື, ຖ້າຫາກທ່ານ ຫລື ຂ້າພະເຈົ້າບໍ່ເຊື່ອວ່າເຮົາອາດຈະຖືກທໍລະມານດ້ວຍ ຫລື ໂດຍຄວາມທະນົງຕົວ, ແລ້ວເຮົາມີຄວາມສ່ຽງ ແລະ ເປັນອັນຕະລາຍທາງວິນຍານ. ໃນຊ່ວງເວລາບໍ່ເທົ່າໃດມື້, ອາທິດ, ເດືອນ, ຫລື ປີ, ເຮົາອາດສູນເສຍສິດທິອ້າຍກົກທາງວິນຍານເພື່ອແລກກັບແກງໝາກຖົ່ວທີ່ມີຄ່າໜ້ອຍກວ່າ.
ເຖິງຢ່າງໃດກໍຕາມ, ຖ້າຫາກທ່ານ ຫລື ຂ້າພະເຈົ້າເຊື່ອວ່າເຮົາອາດຈະຖືກທໍລະມານດ້ວຍ ແລະ ໂດຍຄວາມທະນົງຕົວ, ແລ້ວເຮົາຈະເຮັດສິ່ງເລັກນ້ອຍ ແລະ ລຽບງ່າຍຢ່າງສະໝ່ຳສະເໝີ ທີ່ຈະປົກປ້ອງ ແລະ ຊ່ວຍໃຫ້ເຮົາກາຍເປັນ “ຄືກັນກັບເດັກນ້ອຍ, ບອກລອນສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, ເຕັມໄປດ້ວຍຄວາມຮັກ, ເຕັມໃຈໃນທຸກສິ່ງທີ່ພຣະຜູ້ເປັນເຈົ້າເຫັນສົມຄວນທີ່ຈະໃຫ້ເກີດກັບ [ເຮົາ].” “ຄົນທີ່ຖ່ອມຕົວໂດຍບໍ່ໄດ້ຖືກບັງຄັບໃຫ້ຖ່ອມຕົວຍ່ອມເປັນສຸກ.”
ເມື່ອເຮົາເຮັດຕາມຄຳແນະນຳຂອງປະທານເບັນສັນ ແລະ ຖາມຕົວເອງວ່າເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງດົນໃຈມໍມອນໃຫ້ລວມເລື່ອງລາວ, ຄຳຕັກເຕືອນ, ແລະ ຄຳເຕືອນທີ່ເພິ່ນເຮັດໄວ້ໃນໜັງສືຮີລາມັນ, ຂ້າພະເຈົ້າສັນຍາວ່າ ເຮົາຈະຫລິງເຫັນການນຳໃຊ້ຄຳສອນເຫລົ່ານີ້ກັບເງື່ອນໄຂສະເພາະຂອງຊີວິດສ່ວນຕົວ ແລະ ຄອບຄົວຂອງເຮົາໃນທຸກວັນນີ້. ເມື່ອເຮົາສຶກສາ ແລະ ໄຕ່ຕອງບັນທຶກທີ່ດົນໃຈນີ້, ເຮົາຈະໄດ້ຮັບພອນດ້ວຍຕາທີ່ມອງເຫັນ, ດ້ວຍຫູທີ່ໄດ້ຍິນ, ດ້ວຍສະໝອງທີ່ຮັບຮູ້, ແລະ ດ້ວຍຫົວໃຈທີ່ເຂົ້າໃຈ ບົດຮຽນທີ່ເຮົາຄວນຮຽນຮູ້ເພື່ອ “ລະວັງຄວາມທະນົງຕົວ, ຖ້າບໍ່ດັ່ງນັ້ນ [ເຮົາຈະ] ເຂົ້າໄປສູ່ການລໍ້ລວງ.”
ຂ້າພະເຈົ້າເປັນພະຍານຢ່າງມີຄວາມສຸກວ່າ ພຣະເຈົ້າເປັນພຣະບິດານິລັນດອນ ແລະ ເປັນພຣະບິດາຂອງເຮົາ. ພຣະເຢຊູຄຣິດເປັນພຣະບຸດອົງດຽວທີ່ຖືກຳເນີດ ແລະ ເປັນທີ່ຮັກຂອງພຣະອົງ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ແລະ ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາເດີນໄປໃນຄວາມອ່ອນໂຍນແຫ່ງພຣະວິນຍານຂອງພຣະຜູ້ເປັນເຈົ້າ, ເຮົາຈະຫລີກລ້ຽງ ແລະ ເອົາຊະນະຄວາມທະນົງຕົວ ແລະ ມີສັນຕິສຸກໃນພຣະອົງໄດ້. ຂ້າພະເຈົ້າເປັນພະຍານໃນພຣະນາມອັນສັກສິດຂອງອົງພຣະເຢຊູຄຣິດເຈົ້າ, ອາແມນ.