ພຣະຄຳຂອງພຣະຄຣິດ ແລະ ພຣະວິນຍານບໍລິສຸດຈະນຳພາເຮົາໄປສູ່ຄວາມຈິງ
ການທີ່ຮູ້ຈັກແຜນອັນໜ້າເຫລືອເຊື່ອນີ້ ຈະຊ່ວຍໃຫ້ເຮົາຮູ້ວ່າເຮົາເປັນລູກຂອງພຣະເຈົ້າ ແລະ ເຮົາສາມາດກາຍເປັນເໝືອນດັ່ງພຣະອົງ.
ພຣະເຈົ້າເປັນພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ. ເຮົາເປັນລູກໆທາງວິນຍານຂອງພຣະອົງ, ແລະ ເຮົາຖືກສ້າງຂຶ້ນຕາມຮູບລັກສະນະຂອງພຣະອົງ. ສະນັ້ນ, ເຮົາແຕ່ລະຄົນ, ໃນຖານະລູກຂອງພຣະເຈົ້າ, ມີສັກກະຍະພາບແຫ່ງສະຫວັນທີ່ຈະກາຍເປັນເໝືອນດັ່ງພຣະອົງ.
ເຮົາເຄີຍຢູ່ກັບພຣະອົງໃນຖານະວິນຍານ ກ່ອນທີ່ເຮົາຈະມາຍັງແຜ່ນດິນໂລກນີ້. ພຣະບິດາເທິງສະຫວັນ, ໃນຖານະບິດາຝ່າຍວິນຍານຂອງເຮົາ, ຊົງຮັກເຮົາ, ຕ້ອງການສິ່ງທີ່ດີທີ່ສຸດສຳລັບເຮົາ, ແລະ ໄດ້ກຽມແຜນເພື່ອໃຫ້ເຮົາຮັບພອນທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ, ຊຶ່ງກໍຄືຄວາມເປັນອະມະຕະ ແລະ ຊີວິດນິລັນດອນ. ອີງຕາມແຜນຂອງພຣະອົງ, ເຮົາ, ໃນຖານະລູກໆທາງວິນຍານ, ຈະໄດ້ຮັບອຳເພີໃຈໃຫ້ເລືອກແຜນຂອງພຣະອົງ. ໂດຍການມາສູ່ແຜ່ນດິນໂລກ, ເຮົາຈະຕ້ອງຈາກທີ່ປະທັບຂອງພຣະອົງ, ລືມຊີວິດກ່ອນມະຕະຂອງເຮົາ, ຮັບຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກ, ຮັບປະສົບການຂອງເຮົາ, ແລະ ພັດທະນາສັດທາ. ດ້ວຍຮ່າງກາຍທີ່ເປັນເນື້ອໜັງ ແລະ ກະດູກຂອງເຮົາ, ໃນຖານະມະນຸດທີ່ມີຈິດໃຈທຳມະດາ, ເຮົາຈະຍອມຈຳນົນຕໍ່ການລໍ້ລວງ, ກາຍເປັນຄົນທີ່ບໍ່ສະອາດ ແລະ ຫ່າງເຫີນຈາກພຣະເຈົ້າ, ແລະ ຈະບໍ່ສາມາດກັບຄືນສູ່ທີ່ປະທັບອັນສັກສິດຂອງພຣະອົງ. ຍ້ອນຄວາມຮັກອັນບໍ່ມີຂອບເຂດທີ່ພຣະບິດາເທິງສະຫວັນມີຕໍ່ເຮົາ, ພຣະອົງຈຶ່ງໄດ້ສົ່ງພຣະບຸດຫົວປີຂອງພຣະອົງ, ພຣະເຢຊູຄຣິດ, ໃຫ້ມາເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຜ່ານທາງການເສຍສະລະຂອງພຣະອົງ, ການຊົດໃຊ້, ພຣະເຢຊູຄຣິດໄດ້ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະຖືກໄຖ່ຈາກບາບຂອງເຮົາ ແລະ ຟື້ນຄືນຊີວິດ ແລະ ໄດ້ຮັບຊີວິດນິລັນດອນ.
ຂ້າພະເຈົ້າກະຕັນຍູເປັນຢ່າງຍິ່ງສຳລັບຄວາມຈິງອັນຮຸ່ງໂລດເຫລົ່ານີ້—ຄືສິ່ງທີ່ເຮົາເອີ້ນວ່າ ແຜນແຫ່ງຄວາມລອດຂອງພຣະບິດາ, ແຜນແຫ່ງຄວາມເມດຕາຂອງພຣະອົງ, ຫລື ແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະອົງ. ການຮຽນຮູ້ຄວາມຈິງທີ່ສຳຄັນເຫລົ່ານີ້ ໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ຈັກເອກະລັກທີ່ແທ້ຈິງຂອງຂ້າພະເຈົ້າ ແລະ ພອນອັນຍິ່ງໃຫຍ່ແຫ່ງຄວາມສູງສົ່ງ ແລະ ຊີວິດນິລັນດອນທີ່ພຣະເຈົ້າໄດ້ກະກຽມໄວ້ສຳລັບເຮົາ. ສາດສະດານີໄຟໄດ້ສິດສອນເຮົາເຖິງວິທີນີ້ວ່າ: “ດັ່ງນັ້ນ, … ຈົ່ງຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ; ເພາະຈົ່ງເບິ່ງ, ພຣະຄຳຂອງພຣະຄຣິດຈະບອກພວກທ່ານທຸກຢ່າງທີ່ພວກທ່ານຄວນເຮັດ.” ເພິ່ນໄດ້ກ່າວຕື່ມວ່າ, “ຖ້າຫາກພວກທ່ານຈະເຂົ້າໄປໂດຍທາງນັ້ນ ແລະ ໄດ້ຮັບພຣະວິນຍານບໍລິສຸດ, ພຣະອົງຈະສະແດງທຸກຢ່າງທີ່ພວກທ່ານຄວນເຮັດໃຫ້ແກ່ພວກທ່ານ.” ມື້ນີ້ ຂ້າພະເຈົ້າຢາກແບ່ງປັນວິທີທີ່ພຣະຄຳຂອງພຣະຄິດ ແລະ ພຣະວິນຍານບໍລິສຸດໄດ້ຊ່ວຍຂ້າພະເຈົ້າພົບຄວາມຈິງທີ່ມອບສັນຕິສຸກທີ່ສຳຄັນເຫລົ່ານີ້ ໃນຊ່ວງຕອນທີ່ຂ້າພະເຈົ້າເປັນໄວລຸ້ນແນວໃດ.
ພຣະຄຳຂອງພຣະຄຣິດຈະບອກທ່ານເຖິງທຸກຢ່າງທີ່ທ່ານຄວນເຮັດ
ດັ່ງທີ່ນີໄຟໄດ້ກ່າວໃນຂໍ້ເປີດຂອງໜັງສື 1 ນີໄຟ, ຂ້າພະເຈົ້າກໍໄດ້ “ເກີດຈາກບິດາມານດາຜູ້ປະເສີດ.” ຂ້າພະເຈົ້າໄດ້ເຕີບໃຫຍ່ໃນເມືອງນາກາໂນະ, ປະເທດຍີ່ປຸ່ນ, ໃນບ້ານທີ່ຄວາມຊື່ສັດສຸດຈະລິດ, ຄວາມດຸໝັ່ນ, ແລະ ຄວາມຖ່ອມຕົວ ໄດ້ຮັບການສົ່ງເສີມຢ່າງຍິ່ງ, ແລະ ການຄ້ອຍໄປຕາມທຳນຽມເກົ່າແກ່ແມ່ນໄດ້ຮັບການປະຕິບັດຢ່າງເຄັ່ງຄັດ. ພໍ່ຂອງຂ້າພະເຈົ້າເປັນຄົນທີ່ເຄັ່ງສາດສະໜາຫລາຍ. ຂ້າພະເຈົ້າໄດ້ເບິ່ງເພິ່ນສວດມົນຕໍ່ໜ້າແທ່ນບູຊາພຣະຊິນໂຕະ ແລະ ພຣະພຸດທະເຈົ້າທຸກເຊົ້າ ແລະ ທຸກຄືນ. ເຖິງແມ່ນຂ້າພະເຈົ້າຈະບໍ່ຮູ້ວ່າ ເພິ່ນກຳລັງອະທິຖານຫາໃຜ ແລະ ເພິ່ນກຳລັງຂໍຫຍັງກໍຕາມ, ຂ້າພະເຈົ້າເຊື່ອວ່າ ມີພະລັງບາງຢ່າງທີ່ເບິ່ງບໍ່ເຫັນ ຫລື ພຣະເຈົ້າຈະມີ “ອານຸພາບທີ່ຈະຊ່ວຍໃຫ້ລອດ” ຫລື ຊ່ວຍເຮົາຖ້າເຮົາອະທິຖານຢ່າງຈິງໃຈ.
ຄືກັນກັບໄວລຸ້ນຄົນອື່ນໆ, ຂ້າພະເຈົ້າໄດ້ປະສົບກັບຄວາມຍາກລຳບາກຫລາຍຢ່າງ. ຂ້າພະເຈົ້າໄດ້ດີ້ນລົນ, ໂດຍຄິດວ່າຊີວິດນັ້ນບໍ່ຍຸດຕິທຳ ແລະ ຂຶ້ນໆລົງໆຫລາຍເຫລືອເກີນ. ຂ້າພະເຈົ້າຮູ້ສຶກຫລົງທາງ, ເພາະບໍ່ຮູ້ວ່າຈະໄປທິດທາງໃດໃນຊີວິດ. ຊີວິດເບິ່ງຄືວ່າຜ່ານໄປໄວຫລາຍ ເພາະມັນຈະຈົບລົງເມື່ອເຮົາຕາຍໄປ. ຊີວິດທີ່ປາດສະຈາກການຮູ້ຈັກແຜນແຫ່ງຄວາມລອດນັ້ນແມ່ນສັບສົນ.
ບໍ່ດົນຫລັງຈາກທີ່ຂ້າພະເຈົ້າໄດ້ເລີ່ມຮຽນພາສາອັງກິດໃນໂຮງຮຽນມັດທະຍົມຕົ້ນ, ນັກຮຽນທຸກຄົນໄດ້ຮັບພຣະຄຳພີໃໝ່ສະບັບໜຶ່ງ. ເຖິງແມ່ນວ່າ ພວກເຮົາຈະຫາກໍເລີ່ມຮຽນພາສາອັງກິດກໍຕາມ, ແຕ່ຄູຂອງພວກເຮົາໄດ້ບອກພວກເຮົາວ່າ ພວກເຮົາຄວນຮຽນພາສາອັງກິດໂດຍການອ່ານມັນ. ຂ້າພະເຈົ້າໄດ້ເປີດມັນ ແລະ ໄດ້ທົບທວນເນື້ອຫາຂອງມັນ. ຄຳໃນພຣະຄຳພີນັ້ນ ຍາກສຳລັບຂ້າພະເຈົ້າຫລາຍ. ຄຳເປັນພາສາຍີ່ປຸ່ນ ກໍຍາກພໍໆກັນ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຖືກດຶງດູດໄປຍັງລາຍການຄຳຖະແຫລງ ແລະ ຄຳຖາມຂອງຈິດວິນຍານທີ່ມີຢູ່ກ່ອນຂໍ້ຄວາມພຣະຄຳພີໃນພຣະຄຣິສຕະທຳຄຳພີ ກີເດໂອນ—ຄຳຖາມກ່ຽວກັບຄວາມຮູ້ສຶກໂດດດ່ຽວ, ຂາດຄວາມໝັ້ນໃຈ, ສັບສົນ, ການປະເຊີນໜ້າກັບການທົດລອງໃນຊີວິດ, ແລະ ອື່ນໆ. ແຕ່ລະຢ່າງໃນລາຍການນັ້ນ ຕາມດ້ວຍການອ້າງອີງເຖິງຂໍ້ພຣະຄຳພີ ແລະ ໜ້າຢູ່ໃນພຣະຄຳພີໃໝ່. ຂ້າພະເຈົ້າຖືກດຶງດູດໄປຍັງຄຳຖະແຫລງນີ້ຢ່າງເປັນພິເສດ “ເມື່ອທ່ານຮູ້ສຶກເມື່ອຍລ້າ.” ການອ້າງອີງນີ້ໄດ້ນຳຂ້າພະເຈົ້າໃຫ້ເປີດ ມັດທາຍ 11:28–30, ຊຶ່ງໃນນັ້ນພຣະເຢຊູໄດ້ກ່າວຕໍ່ສານຸສິດຂອງພຣະອົງວ່າ:
“ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.
“ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ.
“ດ້ວຍວ່າ ແອກຂອງເຮົາກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ.”
ນີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າຈື່ໄດ້ວ່າ ກຳລັງອ່ານພຣະຄຳຂອງພຣະເຢຊູຄຣິດ. ເຖິງແມ່ນວ່າ ຂ້າພະເຈົ້າຈະບໍ່ເຂົ້າໃຈທຸກໆຄຳທີ່ພຣະອົງໄດ້ກ່າວກໍຕາມ, ແຕ່ພຣະຄຳຂອງພຣະອົງໄດ້ປອບໂຍນຂ້າພະເຈົ້າ, ຊູຈິດວິນຍານຂອງຂ້າພະເຈົ້າຂຶ້ນ, ແລະ ໄດ້ໃຫ້ຄວາມຫວັງແກ່ຂ້າພະເຈົ້າ. ຍິ່ງຂ້າພະເຈົ້າອ່ານພຣະຄຳຂອງພຣະອົງ, ຂ້າພະເຈົ້າກໍຍິ່ງຮູ້ສຶກວ່າ ຂ້າພະເຈົ້າຄວນທົດລອງຄຸນນະທຳແຫ່ງພຣະຄຳຂອງພຣະອົງ. ຂ້າພະເຈົ້າບໍ່ເຄີຍຮູ້ສຶກຄືກັບທີ່ຂ້າພະເຈົ້າໄດ້ຮູ້ສຶກໃນມື້ນັ້ນ ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າຖືກຮັກ. ຂ້າພະເຈົ້າຮູ້ສຶກວ່າ ພຣະເຢຊູຄຣິດເປັນຄົນໃດຄົນໜຶ່ງທີ່ຂ້າພະເຈົ້າຮູ້ຈັກ.
ຂະນະທີ່ຂ້າພະເຈົ້າສືບຕໍ່ສຶກສາຢູ່ນັ້ນ, ຂ້າພະເຈົ້າກໍຮູ້ສຶກຄືກັບວ່າ ພຣະອົງກຳລັງເວົ້າກັບຂ້າພະເຈົ້າໂດຍກົງ ເມື່ອພຣະອົງກ່າວວ່າ, “ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ.”
ພຣະຄຳຂອງພຣະອົງໄດ້ເຕີມເຕັມຫົວໃຈຂອງຂ້າພະເຈົ້າ, ເຖິງແມ່ນວ່າ ຂ້າພະເຈົ້າຈະບໍ່ສາມາດອະທິບາຍຄວາມຮູ້ສຶກຂອງຂ້າພະເຈົ້າໄດ້ເປັນຢ່າງດີໃນຕອນນັ້ນກໍຕາມ. ເຖິງແມ່ນວ່າ ພຣະເຢຊູຄຣິດໄດ້ມີຊີວິດຢູ່ຫລາຍສັດຕະວັດກ່ອນ ໃນດິນແດນທີ່ຂ້າພະເຈົ້າບໍ່ຄຸ້ນເຄີຍກໍຕາມ, ແຕ່ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າສາມາດເຊື່ອໃນພຣະຄຳຂອງພຣະອົງຢ່າງໝົດຫົວໃຈ. ຂ້າພະເຈົ້າໄດ້ຫວັງວ່າ ມື້ໃດມື້ໜຶ່ງໃນອະນາຄົດ ຂ້າພະເຈົ້າອາດຈະຮຽນຮູ້ກ່ຽວກັບພຣະເຢຊູຄຣິດຫລາຍຍິ່ງຂຶ້ນ.
ພຣະວິນຍານບໍລິສຸດຈະສະແດງໃຫ້ທ່ານເຫັນທຸກຢ່າງທີ່ທ່ານຄວນເຮັດ
ມື້ໃດມື້ໜຶ່ງນັ້ນ ໄດ້ມາເຖິງພຽງແຕ່ສອງສາມປີຕໍ່ມາ. ຂ້າພະເຈົ້າໄດ້ພົບກັບຜູ້ສອນສາດສະໜາເຕັມເວລາທີ່ໜຸ່ມ ແລະ ອຸທິດຕົນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ແລະ ບໍ່ດົນ ຂ້າພະເຈົ້າກໍໄດ້ພົບກັບກຸ່ມໄພ່ພົນຍຸກສຸດທ້າຍນ້ອຍໆທີ່ໃຈດີ ແລະ ຊື່ນຊົມຍິນດີ ທີ່ກຳລັງພະຍາຍາມທີ່ຈະຕິດຕາມພຣະເຢຊູຄຣິດ. ເຖິງແມ່ນວ່າ ຂ້າພະເຈົ້າຈະໃຊ້ເວລາຊົ່ວໄລຍະໜຶ່ງກວ່າຈະເຊື່ອໃຈເຂົາເຈົ້າ, ແຕ່ຂ້າພະເຈົ້າໄດ້ເຫັນໃນພຣະກິດຕິຄຸນທີ່ຖືກຟື້ນຟູ ສິ່ງທີ່ຂ້າພະເຈົ້າໂຫຍຫາ ຕອນທີ່ຂ້າພະເຈົ້າໄດ້ສຶກສາພຣະຄຳພີໃໝ່—ພຣະຄຳຂອງພຣະເຢຊູຄຣິດ ແລະ ຄວາມຫວັງ ແລະ ສັນຕິສຸກທີ່ມາຈາກພຣະຄຳນັ້ນ.
ປະສົບການອັນສັກສິດເປັນພິເສດນີ້ ແມ່ນຕອນທີ່ຜູ້ສອນສາດສະໜາໄດ້ສອນຂ້າພະເຈົ້າໃຫ້ອະທິຖານ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເຮົາຄວນເອີ້ນພຣະນາມຂອງພຣະເຈົ້າ. ເມື່ອເຮົາອະທິຖານ, ເຮົາຄວນກ່າວຈາກໃຈຂອງເຮົາ, ສະແດງຄວາມກະຕັນຍູຂອງເຮົາ, ແລະ ແບ່ງປັນຄວາມຫວັງ ແລະ ຄວາມປາດຖະໜາຂອງເຮົາ. ເມື່ອເຮົາໄດ້ກ່າວສິ່ງທີ່ເຮົາຢາກກ່າວທັງໝົດແລ້ວ, ເຮົາກໍຈົບຄຳອະທິຖານຂອງເຮົາໂດຍກ່າວວ່າ, “ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.” ເຮົາເຮັດສິ່ງນີ້ ເພາະພຣະເຢຊູໄດ້ບັນຊາເຮົາໃຫ້ອະທິຖານໃນພຣະນາມຂອງພຣະອົງ. ການອະທິຖານຫາພຣະບິດາເທິງສະຫວັນ ໄດ້ຊ່ວຍໃຫ້ຂ້າພະເຈົ້າຮູ້ຈັກວ່າ ພຣະອົງແມ່ນໃຜ ແລະ ຄວາມສຳພັນຂອງຂ້າພະເຈົ້າກັບພຣະອົງ—ວ່າຂ້າພະເຈົ້າເປັນບຸດທາງວິນຍານທີ່ຮັກຂອງພຣະອົງ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ເພາະພຣະບິດາເທິງສະຫວັນຊົງຮູ້ຈັກ ແລະ ຮັກຂ້າພະເຈົ້າ, ພຣະອົງຈະກ່າວກັບຂ້າພະເຈົ້າເປັນການສ່ວນຕົວ, ຢ່າງເປັນເອກະລັກສະເພາະ, ແລະ ໃນວິທີທີ່ຂ້າພະເຈົ້າຈະເຂົ້າໃຈໄດ້ ຜ່ານທາງພຣະວິນຍານບໍລິສຸດ.
ມີຊ່ວງໜຶ່ງທີ່ຂ້າພະເຈົ້າບໍ່ສາມາດຮູ້ຈັກພຣະວິນຍານບໍລິສຸດ. ຂ້າພະເຈົ້າເຂົ້າໃຈຜິດ, ໂດຍຄິດວ່າ ສິ່ງດຽວທີ່ຂ້າພະເຈົ້າຕ້ອງເຮັດກໍຄື ເຮັດຕາມຂັ້ນຕອນຂອງການອະທິຖານ ແລ້ວສິ່ງທີ່ໜ້າຕື່ນເຕັ້ນຈະເກີດຂຶ້ນ. ມື້ໜຶ່ງ, ໃນລະຫວ່າງທີ່ຮຽນບົດຮຽນກັບຜູ້ສອນສາດສະໜາ, ຂ້າພະເຈົ້າໄດ້ກ້າວອອກໄປຈາກບົດຮຽນເພື່ອພັກຜ່ອນ. ຂ້າພະເຈົ້າຍັງສັບສົນກ່ຽວກັບວ່າ ຂ້າພະເຈົ້າຄວນເຮັດຫຍັງກັບຊີວິດ ຖ້າພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດເປັນຄວາມຈິງແທ້ໆ.
ຂະນະທີ່ຂ້າພະເຈົ້າພວມຈະກັບຄືນໄປຫ້ອງບ່ອນທີ່ຜູ້ສອນສາດສະໜາກຳລັງລໍຖ້າຢູ່ນັ້ນ, ຂ້າພະເຈົ້າໄດ້ຍິນສຽງຂອງຜູ້ສອນສາດສະໜາຄົນໜຶ່ງ. ຂ້າພະເຈົ້າໄດ້ຍິນຊື່ຂອງຂ້າພະເຈົ້າ. ແທນທີ່ຈະເປີດປະຕູ, ຂ້າພະເຈົ້າໄດ້ຟັງສຽງຈາກຟາກໜຶ່ງຂອງປະຕູ. ຂ້າພະເຈົ້າຕົກຕະລຶງ. ເຂົາເຈົ້າກຳລັງອະທິຖານຫາພຣະບິດາເທິງສະຫວັນ. ຜູ້ທີ່ກຳລັງກ່າວຄຳອະທິຖານ ກຳລັງອ້ອນວອນຕໍ່ພຣະເຈົ້າໃຫ້ພຣະອົງໄດ້ຍິນຄຳອະທິຖານຂອງຂ້າພະເຈົ້າ. ເຖິງແມ່ນພາສາຍີ່ປຸ່ນຂອງລາວບໍ່ຄ່ອງ, ການໄດ້ຍິນຄຳອະທິຖານທີ່ຈິງໃຈຂອງລາວ ເຮັດໃຫ້ໃຈຂອງຂ້າພະເຈົ້າອ່ອນລົງ. ຂ້າພະເຈົ້າສົງໄສວ່າ ເປັນຫຍັງເຂົາເຈົ້າຈຶ່ງຫ່ວງໃຍຂ້າພະເຈົ້າຫລາຍແທ້. ແລ້ວຂ້າພະເຈົ້າກໍໄດ້ຮູ້ວ່າ ຄຳອະທິຖານຂອງເຂົາເຈົ້າແທນຂ້າພະເຈົ້າ ສະທ້ອນເຖິງຄວາມຮັກທີ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດມີຕໍ່ຂ້າພະເຈົ້າ. ຄວາມຮັກນັ້ນມອບຄວາມຫວັງໃຫ້ແກ່ຂ້າພະເຈົ້າ, ແລະ ຫລັງຈາກນັ້ນ ຂ້າພະເຈົ້າໄດ້ທູນຖາມພຣະເຈົ້າດ້ວຍສັດທາ ແລະ ດ້ວຍເຈດຕະນາອັນແທ້ຈິງ. ເມື່ອຂ້າພະເຈົ້າເຮັດເຊັ່ນນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກຊື່ນຊົມຍິນດີ ແລະ ສະຫງົບສຸກ ວ່າຂ້າພະເຈົ້າເປັນລູກຂອງພຣະເຈົ້າແທ້ໆ ແລະ ວ່າຂ້າພະເຈົ້າມີສັກກະຍະພາບ ແລະ ຈຸດໝາຍປາຍທາງແຫ່ງສະຫວັນ. ແຜນແຫ່ງຄວາມລອດໄດ້ຈົມເລິກລົງໄປໃນໃຈຂອງຂ້າພະເຈົ້າ.
ປະທານຣະໂຊ ເອັມ ແນວສັນ ເຄີຍກ່າວໄວ້ວ່າ, “ວິທີທີ່ທ່ານຄິດກ່ຽວກັບຄົນທີ່ທ່ານ … ເປັນ ມີຜົນກະທົບຕໍ່ … ທຸກໆການຕັດສິນທີ່ທ່ານຈະເຮັດ.” ນີ້ເປັນຄວາມຈິງຫລາຍສຳລັບຂ້າພະເຈົ້າ. ການຕັດສິນໃຈທີ່ຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ ໂດຍການຮັບບັບຕິສະມາ ແລະ ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ໄດ້ເປັນພອນໃຫ້ແກ່ຊີວິດຂອງຂ້າພະເຈົ້າຫລາຍເກີນກວ່າທີ່ຂ້າພະເຈົ້າເຄີຍຈິນຕະນາການໄວ້. ຂະນະທີ່ເຮົາເຂົ້າສູ່ພັນທະສັນຍາແຫ່ງການບັບຕິສະມາກັບພຣະເຈົ້າ, ເຮົາສັນຍາວ່າ ເຮົາເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ, ຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ຮັບໃຊ້ພຣະອົງໃນຊີວິດທີ່ເຫລືອຢູ່ຂອງເຮົາ. ພຣະບິດາເທິງສະຫວັນ, ເພື່ອເປັນການຕອບແທນ, ສັນຍາວ່າເຮົາສາມາດມີພຣະວິນຍານຂອງພຣະອົງສະຖິດຢູ່ກັບເຮົາຕະຫລອດເວລາ—ຄືການນຳພາຢ່າງຕໍ່ເນື່ອງຈາກພຣະວິນຍານບໍລິສຸດ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ມີສັດທາໃນຂ່າວສານທີ່ນີໄຟໄດ້ສິດສອນເຮົາ—ວ່າພຣະຄຳຂອງພຣະຄຣິດ ແລະ ພຣະວິນຍານບໍລິສຸດຈະຊີ້ນຳທ່ານໃນ “ທຸກຢ່າງທີ່ພວກທ່ານຄວນເຮັດ.” ທຸກຢ່າງ! ນີ້ແມ່ນຂອງປະທານອັນໜ້າເຫລືອເຊື່ອຈາກພຣະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າກະຕັນຍູສຳລັບແຜນແຫ່ງຄວາມລອດຂອງພຣະບິດາເທິງສະຫວັນ. ເພາະພຣະອົງຮັກເຮົາ, ພຣະອົງຈຶ່ງໄດ້ຈັດກຽມຫົນທາງ ເພື່ອກັບຄືນສູ່ທີ່ປະທັບຂອງພຣະອົງຜ່ານທາງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ. ການທີ່ຮູ້ຈັກແຜນອັນໜ້າເຫລືອເຊື່ອນີ້ ຈະຊ່ວຍໃຫ້ເຮົາຮູ້ວ່າເຮົາເປັນລູກຂອງພຣະເຈົ້າ ແລະ ເຮົາສາມາດກາຍເປັນເໝືອນດັ່ງພຣະອົງ. ຂ້າພະເຈົ້າກະຕັນຍູສຳລັບຄວາມຈິງທີ່ສຳຄັນນີ້. ຂ້າພະເຈົ້າເປັນພະຍານວ່າ ພຣະຄຳຂອງພຣະເຢຊູຄຣິດ ແລະ ພຣະວິນຍານບໍລິສຸດຈະນຳພາເຮົາໃຫ້ໄດ້ຮັບຊີວິດນິລັນດອນ. ຂ້າພະເຈົ້າຮູ້ວ່າ ສິ່ງເຫລົ່ານີ້ເປັນຄວາມຈິງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.